ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ພາສາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ພາສາ » ຈົ່ງເທີດທູນພາສາກວ່າອື່ນໃດ!

ໜ້າທີ່ 1 ຈາກທັງໝົດ 4 ໜ້າ <<<1234>>>

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຈົ່ງເທີດທູນພາສາກວ່າອື່ນໃດ!

1 2 3 4 5 ໃຫ້ຄະແນນ
ຫົວຂໍ້ເຣື້ອງແມ່ນຕົກຢູ່ໃນປະເດັນ ພາສາລາວ!
ແຕ່ກ່ອນອື່ນໃດຢາກຈະຂໍເອົາບັນຫານຶ່ງທີ່ໄດ້ພົບເຫັນມາໃນປະຫວັດສາດຂອງຊາດ ຂອງຊາວໂປໂລຍ.
ເຣື້ອງມີຢູ່ວ່າ ໃນສັຕວັດທີສີບເກົ້ານໍ ປະເທດຂອງເຂົາຖືກແບ່ງແຍກຕົກໄປເປັນຫົວເມືອງຂື້ນໃຫ້ແກ່ສາມຊາດ:
ຣັດເຊັຍ, ໂອຕຣີສແລະປຣູເຊັຍ-ເຢິຣະມັນໃນປັດຈຸບັນນີ້.
ມັນກ່ຽວກັບພາສາ ຈັ່ງຊີ້: ຄືວ່າບັນດາຜູ່ມາຄູ້ມຄອງປະເທດແຕ່ລະຂົງເຂດຈະແມ່ນຈາກຝ່າຍຣັດເຊັຍ, ປຣູເຊັຍຫຼື ໂອສຕຣີສ ກໍຕາມ ເຂົາພາກັນຫ້າມຊາວໂປໂລຍບໍ່ໃຫ້ເວົ້າໃຫ້ຂຽນຫຼືມີໂຮງຮຽນສອນພາສາຂອງຕົນ.ປື້ມສໍກະພາກັນຈູດໄຟຖີ້ມ..
ເປັນວິທີທາງແຫ່ງການທຳລາຍຊາດເຊື້ອ ແລະກົກເຫງົ້າຂອງຄົນ..ຫາກວ່າບໍ່ຮູ້ພາສາໂຕເອັງກະເປັນອັນວ່າບໍ່ມີຊາດບໍ່ມີທີ່ມາໃດໆ!!
ມັນກະກົງຄຳສຸພາສິດລາວເຮົາແມ່ນບໍ?
``ພາສາບອກຊາດມາຣະຍາດບອກສະກຸນ``
ການປົກຄອງເຂັ້ມງວດສຸດຫາກວ່າຈັບໃຜໄດ້ວ່າໃຫ້ການສິດສອນພາສາໂປໂລຍແມ່ນຖືກຈັບເຂົ້າຄຸກ.
ແລ້ວເປັນຫຍັງພາສາຂອງເຂົາເຈົ້າຈຶ່ງຍືນຍົງມາຮອດສູ່ມື້ນີ້ໄດ້ ແມ່ນວ່າປະເທດຈະຕົກເປັນຫົວເມືອງຂື້ນ
ໃຫ້ແກ່ຊາດອື່ນເປັນເວລາຮ້ອຍກວ່າປີ?
ບັນຫາມັນກໍຂື້ນຢູ່ກັບບັນດາຊົນຊັ້ນປັນຍາຊົນ ທີ່ຮັບພາຣະນີ້ ສ່ຽງຕໍ່ການຖືກຈັບກູມ, ສ່ຽງຕໍ່ການຖືກທໍຣະມານຕ່າງໆນາໆ.
ເຂົາເຈົ້າພາກັນລັກສິດສອນກັນແບບປາກຕໍ່ປາກຫຼືລັກສອນກັນໃນຍາມກາງຄືນ. ອີກບັນຫານຶ່ງທີ່ສຳຄັນກໍຄື
ບັນດາປັນຍາຊົນທີ່ມີພອນສວັນເຊັ່ນນັກສແດງ
ຕ່າງໆກໍພະຍາຍາມປະກອບອາຊີບຂອງຕົນໃນທາງລັກ..ບໍ່ແມ່ນໄປຂີ້ລັກ ໃນນີ້ຢາກວ່າລັກສແດງແບບ
ໃນກຸ່ມຄົນເບິ່ງພຽງເລັກໆນ້ອຍໆທີ່ການສແດງແບບນີ້ ຫາກຖືກຈັບກໍໜາຍຄວາມວ່າອາຈຖືກສົ່ງໄປຊີເບຣີກໍໄດ້!!
ອີກຜູ່ນຶ່ງໃນການຮັກສາພາສານີ້ກໍຄືໂບດທີ່ມີບົດບາດສຳຄັນໃນປະເທດນີ້ !!ປະຕິເສດບໍ່ໄດ້
ແມ່ນວ່າໃນຍາມຢູ່ໃນການປົກຄອງຂອງຄອມມູນິສກະຄືກັນໂບດເປັນບ່ອນຄ້ຳບ່ອນຄ້ຳທາງຈິດໃຈ!!
ເຈົ້າອະທິການໂບດຫຼາຍຄົນກະຖືກຈັບໄປກະມີເພາະລັກສອນພາສາໃຫ້ເດັກນ້ອຍ.
ການສແດງໃນວົງແຄບກໍເປັນການຢັ້ງແລະສືບຕໍ່ໃຫ້ແກ່ພາສາຕົນຢູ່ລອດໄດ້.
ສ່ວນຫຼາຍພວກປັນຍາຊົນຫຼືນັກສແດງ,ນັກຫຼີ້ນດົນຕຣີທີ່ມີຊື່ສຽງກະພາກັນໝີອອກຈາກປະເທດ
ແລະໃນຕ່າງແດນກໍມີໂອກາດໄດ້ສິດສອນພາສາຂອງຕົນໃຫ້ລູກຫຼານທີ່ຢູ່ຕ່າງປະເທດນຳພ້ອມ.
ດ້ວຍສາຍເຫດເລັກໆນ້ອຍໆແບບນີ້ພາສາຊາດໂປໂລຍກໍບໍ່ດັບສູນໄປແມ່ນວ່າປະເທດຈະຕົກຢູ່ພາຍ
ໃຕ້ການປົກຄອງຂອງຕ່າງຊາດເປັນເວລາດົນນານກວ່າຮ້ອຍປີ.

ແລ້ວພາສາລາວເຮົາບໍ່ໄດ້ຕົກໄປຢູ່ພາຍໃຕ້ການຄູ້ມຄອງຫຼືກີດກັ້ນຫວງຫ້າມ ແຕ່ພາສາເຮົາກັບເປັ້ຍຫຼ່ອຍຈົນວ່າ
ຫຼາຍໆທ່ານບັນດານັກອັກສອນສາດວ່າອາຈສູນຫາຍໄປໃນເວລາອັນສັ້ນໆໃນອະນາຄົດໃກ້ໆນີ້!
ຍ້ອນວ່າພາສາເຮົາກາຍເປັນພາສາທີ່ບໍ່ມີກົກມີເຄົ້າໄປແລ້ວ!
ຫຼືວ່າຂໍ້ຄິດເຫັນນີ້ມັນບໍ່ສອດຄ່ອງກັບແຜນການໃດຫຼືແນວໂນ້ມໃດ ກໍຂໍໃຫ້ຊ່ອຍອ້າງອິງແລະບອກໃຫ້ຮູ້ນຳແນ່ກະດີ.
ເວົ້າຫຍັງຍາກ ຫາໂຕຢ່າງງ່າຍໆ ເຈົ້ານາຍໃນໝ້າວຽກຍາມໃດທີ່ໄດ້ຟັງຄຳສຳພາດພາກັນເວົ້າຈະວ່າແມ່ນພາສາ
ໄທກະບໍ່ແມ່ນພາສາລາວກະບໍ່ແມ່ນ ມັນສັບປົນຄົນເລໄປໜົດ
ຢ່າງນ້ອຍບັນດາທ່ານຜູ່ປະກອບໝ້າທີ່ໃນວົງຣາຊການສົມຄວນຮູ້ພາສາອີ່ແມ່ຂອງຕົນ
ແລະມີຄວາມເປັນຫົວຊາດນິຍົມແນ່ຈັກໝ່ອຍກໍຈະດີ!
ແທນທີ່ຈະເປັນ ໜໍຫາມຜີໃຫ້ແກ່ພາສາລາວ

ນັ້ນຕີຄືຫົນທາງພາພາສາລາວຂື້ນສູ່ເຕົ່າເຜົາສົບພາສາໂຕເອັງ!

໑໐ ກະທູ້
໔໙໐ ໂພສ
ຊຳນານການເວັບບອດ
ເປີດສົດ

ຂ້ອຍແມ່ນ ”ລາວ“

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ warkh ຂຽນວ່າ...
ເປີດສົດ

ແມ່ນລະເປີດສົດໆຮ້ອນໆ!!ເລີຍ!

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ພາສາລາວຍັງບໍ່ເອກະພາບມັນກໍເລີຍສັບສົນ
ນັກພາສາສາດຖ້າເປັນຫ່ວງອີຫລີ ກໍຕ້ອງຫາທາງອອກໃຫ້ໄດ້
ເພື່ອແກ້ໄຂບັນຫານີ້ ທີ່ຈິງໃຜກໍຮັກພາສາໂຕເອງທັງນັ້ນ ຮັກຄວາມເປັນຊາດ
ຮັກວັດທະນະທຳ ບໍເຊື່ອລອງໃຫ້ຄົນອື່ນນີນທາເບີ່ງ ເຮົາຈະມີອາການ...ແນ່ໆໆໆ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໖ ກະທູ້
໕໒໙ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ Phengpuan ຂຽນວ່າ...
ພາສາລາວຍັງບໍ່ເອກະພາບມັນກໍເລີຍສັບສົນ
ນັກພາສາສາດຖ້າເປັນຫ່ວງອີຫລີ ກໍຕ້ອງຫາທາງອອກໃຫ້ໄດ້
ເພື່ອແກ້ໄຂບັນຫານີ້ ທີ່ຈິງໃຜກໍຮັກພາສາໂຕເອງທັງນັ້ນ ຮັກຄວາມເປັນຊາດ
ຮັກວັດທະນະທຳ ບໍເຊື່ອລອງໃຫ້ຄົນອື່ນນີນທາເບີ່ງ ເຮົາຈະມີອາການ...ແນ່ໆໆໆ

ເຫັນດີນຳທ່ານ Phengpuan

♥ (◕‿◕)♥ MuSiC = LiFE --->> GuiTaR = B --->> CaMeRa = Pp --->> B&Pp = PLaiFuNH --->> 4EVER LUV ♥ (◕‿◕)♥

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສະບາຍດີທຸກທ່ານທີ່ມາແຫວ່ອ່ານບົດຄວາມນີ້ນຳກັນ.
ຢາກຮ້ອງຮຽນໃຫ້ທຸກຄົນອອກຄວາມຄິດກ່ຽວກັບພາສາລາວເຮົາປັດຈຸບັນທີ່ໃຊ້ກັນຫັ້ນດອກວ່າມັນມີຫຍັງເປັນທີ່ສອດຄ່ອງຫຼືບໍ່ສອດຄ່ອງກັບຫຼັກການທາງດ້ານວິທຍາສາດຂອງພາສາ!
ແລະກະຂອບໃຈທຸກໆຄົນມານະທີ່ນີ້!

໒໕ ກະທູ້
໒໘໘໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ພາສາບອກຊາດ
ພາສາ ແມ່ນເອກກະລັກ ຂອງປະເທດໃດປະເທດໜຶ່ງຢູ່ແລ້ວ ເຊິ່ງກວ່າຈະຄິດຄົ້ນ ພາສາໜຶ່ງໆ ອອກມາໄດ້ ບໍ່ແມ່ນເລື່ອງງ່າຍໆ
ຍາມໄດ້ຍິນພາສາຫວຽດ ກະຮູ້ໂລດວ່າຄົນຫວຽດ ເວົ້າພາສາຍີ່ປຸ່ນມາ ລະຕວົະວ່າແມ່ນພາສາຈີນ ເຮົາກະຮູ້
ເຮົາເປັນຄົນລາວ ຕ້ອງໃຊ້ພາສາລາວໃຫ້ຫຼາຍ ແລະ ໃຫ້ກວ້າງຂວາງທີ່ສຸດ

I believe in the IMPOSSIBLE

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ peckii ຂຽນວ່າ...

ແຕ່ຫຼາຍໆຄົນວ່າພາສາລາວເຮົາຫຼ້າຫຼັງ!!

ແຕ່ໃຫ້ຫຼານ(ທາງໄກ!)ກະຮູ້ໄວ້ວ່າ ພາສາເຮົາມີແຕ່ເຮົາຫັ້ນລະຈະພາກັນຊ່ອຍໃຊ້ໃຫ້ຖືກເພື່ອຄວາມຢູ່ລອດຂອງພາສາ ໃຫ້ເຂົ້າກັບຄຳເວົ້າທີ່ວ່າ:``ພາສາບອກຊາດ ມາຣະຍາດບອກສະກຸນ``ຫັ້ນນໍ ຫຼານ!

໒໕ ກະທູ້
໒໘໘໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ພາສາລາວ ຖ້າຄົນລາວບໍ່ພາກັນໃຊ້ພາສາລາວ ລະໃຜຈະມາໃຊ້ ເນາະ

I believe in the IMPOSSIBLE

໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ທຸກມື້ນີ້ກໍພະຍາຍາມອນຸຣັກສ໌ຮັກສາພາສາເຄົ້າໄວ້..
ຄວາມຈິງຢາກຂຽນທີ່ມັນເຄົ້າກວ່ານິອີກ..
ແຕ່ແປ້ນພິມພ໌ມັນບໍ່ມີໃຫ້..
ພາສາລາວ ເປັນພາສາທີ່ແສນພາຄພູມໃຈ..
ຄົນລາວຄວຣຫວງແຫນ ແລະ ເບິ່ງແຍງດູແລໄວ້..
ຣັຖບາລ ຕ້ອງສົ່ງເສີມ..

໕ ກະທູ້
໕໒໐ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ bell ຂຽນວ່າ...
ທຸກມື້ນີ້ກໍພະຍາຍາມອນຸຣັກສ໌ຮັກສາພາສາເຄົ້າໄວ້..
ຄວາມຈິງຢາກຂຽນທີ່ມັນເຄົ້າກວ່ານິອີກ..
ແຕ່ແປ້ນພິມພ໌ມັນບໍ່ມີໃຫ້..
ພາສາລາວ ເປັນພາສາທີ່ແສນພາຄພູມໃຈ..
ຄົນລາວຄວຣຫວງແຫນ ແລະ ເບິ່ງແຍງດູແລໄວ້..
ຣັຖບາລ ຕ້ອງສົ່ງເສີມ..

ຖືກໃຈກັບຄຳເວົ້ານີ້ ພາສາລາວ ເປັນພາສາທີ່ແສນພາກພູມໃຈ..
ຄົນລາວຄວນຫວງແຫນ ແລະ ເບິ່ງແຍງດູແລໄວ້..
ລັດຖະບານ ຕ້ອງສົ່ງເສີມ

liverpool you"ll never walk alone

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ peckii ຂຽນວ່າ...
ພາສາລາວ ຖ້າຄົນລາວບໍ່ພາກັນໃຊ້ພາສາລາວ ລະໃຜຈະມາໃຊ້ ເນາະ

ພີ່ນ້ອງທາງຟາກຂອງຫັ້ນຕິ!

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ bell ຂຽນວ່າ...
ທຸກມື້ນີ້ກໍພະຍາຍາມອນຸຣັກສ໌ຮັກສາພາສາເຄົ້າໄວ້..
ຄວາມຈິງຢາກຂຽນທີ່ມັນເຄົ້າກວ່ານິອີກ..
ແຕ່ແປ້ນພິມພ໌ມັນບໍ່ມີໃຫ້..
ພາສາລາວ ເປັນພາສາທີ່ແສນພາຄພູມໃຈ..
ຄົນລາວຄວຣຫວງແຫນ ແລະ ເບິ່ງແຍງດູແລໄວ້..
ຣັຖບາລ ຕ້ອງສົ່ງເສີມ..

ຄົນໃນຣັຖບານເຂົາເຈົ້າບໍ່ສົນໃຈນຳພາສາແມ່ ເຂົາສົນໃຈນຳແຕ່ພາສາເພື່ອນ ແລະພາສາເປື້ອນໆ!
ອີກ່າງກະບໍ່ມີເວລາມາສົນໃຈນຳເຣື້ອງບໍ່ເປັນຕາສະແຕກແນວນີ້!
ເຂົາເຈົ້າເອົາເວລາໄປໃຊ້ໃຫ້ມີປະໂຫຍດທາງຮັ່ງທາງມີໃຫ້ແກ່ຄອບຄົວກ່ອນ!!
ເພາະຫາກຄອບຄົວຮັ່ງມີທັງພາສາທັງປະເທດກະຊິຮັ່ງມີມານຳ!!
ຊອມໃຈນຳອາການເປັ້ຍຫຼ່ອຍຂອງພາສາລາວມານານແລ້ວ ຢ້ານວ່າວັນນຶ່ງກະຊິມ້ອຍລະແໜ່ງໄປເອັງ ດ້ວຍນ້ຳມືຄົນລາວນຳກັນນີ້ເອັງ!!
ອະນິຈາ!!

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Alars ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ bell ຂຽນວ່າ...
ທຸກມື້ນີ້ກໍພະຍາຍາມອນຸຣັກສ໌ຮັກສາພາສາເຄົ້າໄວ້..
ຄວາມຈິງຢາກຂຽນທີ່ມັນເຄົ້າກວ່ານິອີກ..
ແຕ່ແປ້ນພິມພ໌ມັນບໍ່ມີໃຫ້..
ພາສາລາວ ເປັນພາສາທີ່ແສນພາຄພູມໃຈ..
ຄົນລາວຄວຣຫວງແຫນ ແລະ ເບິ່ງແຍງດູແລໄວ້..
ຣັຖບາລ ຕ້ອງສົ່ງເສີມ..

ຖືກໃຈກັບຄຳເວົ້ານີ້ ພາສາລາວ ເປັນພາສາທີ່ແສນພາກພູມໃຈ..
ຄົນລາວຄວນຫວງແຫນ ແລະ ເບິ່ງແຍງດູແລໄວ້..
ລັດຖະບານ ຕ້ອງສົ່ງເສີມ

ຢ່າຖ້າໃຫ້ເພິ່ນສົ່ງເສີມ ເພາະຈະຄອງຖ້າບໍ່ຮອດ!
ຕ້ອງມາພາກັນ ໄທເຮົາເຈົ້າຂ້ອຍນີ້ແຫຼະຊ່ອຍກັນເກັບກຳແລະບອກສອນຕັກເຕືອນກັນໃຊ້ໃຫ້ຖືກຕ້ອງ!!
ແລະພາກພູມໃຈແລະໃຊ້ພາສາລາວ ເຂົ້າໃຈພາສາລາວຢ່າງກວ້າງຂວາງ!
ຮັບຮູ້ກັນວ່າບໍ່ມີພາສາໃດທີ່ຄົນລາວເຮົາຈະເວົ້າແລະເຂົ້າໃຈເລິກເຊິ່ງຕໍ່ກັນໄປກວ່າການເວົ້າຈາພາສາລາວໃສ່ກັນ!!
ຫາກດ່າກັນກະແສບແສນແສບນໍ!!
ໂຄດ!!!

໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ ThaoK ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ bell ຂຽນວ່າ...
ທຸກມື້ນີ້ກໍພະຍາຍາມອນຸຣັກສ໌ຮັກສາພາສາເຄົ້າໄວ້..
ຄວາມຈິງຢາກຂຽນທີ່ມັນເຄົ້າກວ່ານິອີກ..
ແຕ່ແປ້ນພິມພ໌ມັນບໍ່ມີໃຫ້..
ພາສາລາວ ເປັນພາສາທີ່ແສນພາຄພູມໃຈ..
ຄົນລາວຄວຣຫວງແຫນ ແລະ ເບິ່ງແຍງດູແລໄວ້..
ຣັຖບາລ ຕ້ອງສົ່ງເສີມ..

ຄົນໃນຣັຖບານເຂົາເຈົ້າບໍ່ສົນໃຈນຳພາສາແມ່ ເຂົາສົນໃຈນຳແຕ່ພາສາເພື່ອນ ແລະພາສາເປື້ອນໆ!
ອີກ່າງກະບໍ່ມີເວລາມາສົນໃຈນຳເຣື້ອງບໍ່ເປັນຕາສະແຕກແນວນີ້!
ເຂົາເຈົ້າເອົາເວລາໄປໃຊ້ໃຫ້ມີປະໂຫຍດທາງຮັ່ງທາງມີໃຫ້ແກ່ຄອບຄົວກ່ອນ!!
ເພາະຫາກຄອບຄົວຮັ່ງມີທັງພາສາທັງປະເທດກະຊິຮັ່ງມີມານຳ!!
ຊອມໃຈນຳອາການເປັ້ຍຫຼ່ອຍຂອງພາສາລາວມານານແລ້ວ ຢ້ານວ່າວັນນຶ່ງກະຊິມ້ອຍລະແໜ່ງໄປເອັງ ດ້ວຍນ້ຳມືຄົນລາວນຳກັນນີ້ເອັງ!!
ອະນິຈາ!!

ຂນາດຄຳຂວັນສັນລະເສີນ ພັຄ ທີ່ຕິດຢູ່ບາງກະຊວງ..
ຍັງຂຽນບໍ່ຖືກ..

໖໘ ກະທູ້
໑໙໒ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ bell ຂຽນວ່າ...
ທຸກມື້ນີ້ກໍພະຍາຍາມອນຸຣັກສ໌ຮັກສາພາສາເຄົ້າໄວ້..
ຄວາມຈິງຢາກຂຽນທີ່ມັນເຄົ້າກວ່ານິອີກ..
ແຕ່ແປ້ນພິມພ໌ມັນບໍ່ມີໃຫ້..
ພາສາລາວ ເປັນພາສາທີ່ແສນພາຄພູມໃຈ..
ຄົນລາວຄວຣຫວງແຫນ ແລະ ເບິ່ງແຍງດູແລໄວ້..
ຣັຖບາລ ຕ້ອງສົ່ງເສີມ..

ຂ່ອຍເຫ້ນກະທູ້ເກີ່ຍວກັບພາສາລາວ ໃນເວ້ບລາວຫຼາຍເຖື່ອ
ເລີຍອຍາກສິຮຸ້ວ່າ ປັນຫາຂອງພາສາລາວທີ່ເຈົ້າ ແລະຄົນລາວ ກຳລັງວິຕົກອຍູ່ຄືອປັນຫາດ້ານໃດ
ແລະເຫ້ນຄົນລາວຫຼາຍຄົນມັກພິມວ່າພາສາໄທຍມີຜົນຕ່ອພາສາລາວຍຸກໃຫມ່ ມັນມີຜົນຈິງບ່ ແລະຫຼາຍປານໃດ

ຂອບໃຈຫຼາຍ

ອາຈແມ່ນຍ້ອນຄວາມມີ ແຟນຕາຊີ ຕິ!
ຫຼືມີການວິວັທນາການໃໜ່ ຈາກ ທາງຟາກນັ້ນຂອງສາຍພູ!!
ເພາະເຫັນວ່ານັກຊ່ຽວຊານທາງພາສາລາວມາແຕ່ພຸ້ນ ໃນປັດຈຸບັນ!!

ແມ່ນແທ້ບໍ?

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ napa ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ bell ຂຽນວ່າ...
ທຸກມື້ນີ້ກໍພະຍາຍາມອນຸຣັກສ໌ຮັກສາພາສາເຄົ້າໄວ້..
ຄວາມຈິງຢາກຂຽນທີ່ມັນເຄົ້າກວ່ານິອີກ..
ແຕ່ແປ້ນພິມພ໌ມັນບໍ່ມີໃຫ້..
ພາສາລາວ ເປັນພາສາທີ່ແສນພາຄພູມໃຈ..
ຄົນລາວຄວຣຫວງແຫນ ແລະ ເບິ່ງແຍງດູແລໄວ້..
ຣັຖບາລ ຕ້ອງສົ່ງເສີມ..

ຂ່ອຍເຫ້ນກະທູ້ເກີ່ຍວກັບພາສາລາວ ໃນເວ້ບລາວຫຼາຍເຖື່ອ
ເລີຍອຍາກສິຮຸ້ວ່າ ປັນຫາຂອງພາສາລາວທີ່ເຈົ້າ ແລະຄົນລາວ ກຳລັງວິຕົກອຍູ່ຄືອປັນຫາດ້ານໃດ
ແລະເຫ້ນຄົນລາວຫຼາຍຄົນມັກພິມວ່າພາສາໄທຍມີຜົນຕ່ອພາສາລາວຍຸກໃຫມ່ ມັນມີຜົນຈິງບ່ ແລະຫຼາຍປານໃດ

ຂອບໃຈທີ່ທ່ານກະມາຮ່ວມເວົ້າຈານຳກັນ!
ທີ່ວິຕົກກະຄືດັ່ງໃນແຖວນີ້ທີ່ທ່ານຂຽນ:``ຂ່ອຍເຫ້ນກະທູ້ເກີ່ຍວກັບພາສາລາວ ໃນເວ້ບລາວຫຼາຍເຖື່ອ`` ເປັນຕົ້ນ!
ຜຂ ເຫັນໃນແຖວນີ້ແຖວດຽວ ມີຄຳທີ່ຂຽນຜິດຮອດສອງຄຳ!!

ຂອບໃຈຫຼາຍ

໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ napa ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ bell ຂຽນວ່າ...
ທຸກມື້ນີ້ກໍພະຍາຍາມອນຸຣັກສ໌ຮັກສາພາສາເຄົ້າໄວ້..
ຄວາມຈິງຢາກຂຽນທີ່ມັນເຄົ້າກວ່ານິອີກ..
ແຕ່ແປ້ນພິມພ໌ມັນບໍ່ມີໃຫ້..
ພາສາລາວ ເປັນພາສາທີ່ແສນພາຄພູມໃຈ..
ຄົນລາວຄວຣຫວງແຫນ ແລະ ເບິ່ງແຍງດູແລໄວ້..
ຣັຖບາລ ຕ້ອງສົ່ງເສີມ..

ຂ່ອຍເຫ້ນກະທູ້ເກີ່ຍວກັບພາສາລາວ ໃນເວ້ບລາວຫຼາຍເຖື່ອ
ເລີຍອຍາກສິຮຸ້ວ່າ ປັນຫາຂອງພາສາລາວທີ່ເຈົ້າ ແລະຄົນລາວ ກຳລັງວິຕົກອຍູ່ຄືອປັນຫາດ້ານໃດ
ແລະເຫ້ນຄົນລາວຫຼາຍຄົນມັກພິມວ່າພາສາໄທຍມີຜົນຕ່ອພາສາລາວຍຸກໃຫມ່ ມັນມີຜົນຈິງບ່ ແລະຫຼາຍປານໃດ

ຂອບໃຈຫຼາຍ

ສຳຫຼັບຂ້ອຍປັນຫາມັນຢູ່ທີ່ພາສາລາວປັບໃຫ້ຂຽນງ່າຍ ແລະ ບໍ່ຮັກສາເຄົ້າເດີມເຊັ່ນ:
ຣັຖບາລ ປ່ຽນເປັນ ລັດຖະບານ
ເຖິງວ່າຈະຂຽນງ່າຍຂນາດນີ້ ບາງຄັ້ງຍັງເຫັນຄົນຂຽນວ່າ ລັດທະບານ (ແຫ່ງຊ້ຳໜັກໄປອີກ)

ແລະອີກປັນຫາໜຶ່ງແມ່ນການທີ່ຄົນລາວບໍ່ຍອມໃຫ້ພາສາລາວຕິດຕໍ່ກັນ..
ບໍ່ວ່າສົ່ງຂໍ້ຄວາມ ຈົດໝາຍອີເລັກໂທຣນິກ..
ແລະ ທາງຣັຖບາລ ກະບໍ່ໄດ້ມີມາຕະກາຣສົ່ງເສີມ..

ປລ. ເວັບພັນລາວມີກາຣສົ່ງເສີມໃຫ້ໃຊ້ພາສາລາວ..
ເຊິ່ງເປັນສິ່ງທີ່ດີຫຼາຍ..

ເຂົາບໍ່ມີເວລາສຳຫຼັບບັນຫານີ້ດອກ ຫາກບ່ອນໃດຊິມີແນວກິນງ່າຍໆເງິນຫຼາຍທຫັ້ນເອິວ່າບໍ!
ກະຍ້ອນເຫດນີ້ແລ້ວຈຶ່ງກັບມາຫາພັນລາວອີກແມ່ນວ່າຈະເກິນກະສຽນໄປແຕ່ເຊັ່ນແລ້ວ!
ອັນທີ່ຕອບຄຳຖາມຂອງໃຜທີ່ຖາມ ຂ້າງເທິງນີ້ນັ້ນ ກະບໍ່ຮູ້ວ່າເລົາເຂົ້າໃຈໃນຄຳຕອບຂອງອ້າຍຫຼືບໍ່ !
ເລົາຂຽນ:``ເຖື່ອ``ຄຳນີ້ ແປວ່າຫຍັງ?
ທີ່ຈິງຄົງຢາກຈະຂຽນວ່າ :``ເທື່ອ``
ເປັນວ່າການ ສ້າງຄົນດັ່ງໃນຄຳຂວັນຂອງພັກຂອງຣັຖບານຫັ້ນມັນ ເປັ້ຍຫຼ່ອຍແທ້ໆ!!

໐ ກະທູ້
໑໒ ໂພສ
ຂາປະຈຳເວັບບອດ
ພາສາລາວຍັງບໍ່ເອກະພາບມັນກໍເລີຍສັບສົນ
ນັກພາສາສາດຖ້າເປັນຫ່ວງອີຫລີ ກໍຕ້ອງຫາທາງອອກໃຫ້ໄດ້
ເພື່ອແກ້ໄຂບັນຫານີ້ ທີ່ຈິງໃຜກໍຮັກພາສາໂຕເອງທັງນັ້ນ ຮັກຄວາມເປັນຊາດ
ຮັກວັດທະນະທຳ ບໍເຊື່ອລອງໃຫ້ຄົນອື່ນນີນທາເບີ່ງ ເຮົາຈະມີອາການ...ແນ່ໆໆໆ

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Anong2011 ຂຽນວ່າ...
ພາສາລາວຍັງບໍ່ເອກະພາບມັນກໍເລີຍສັບສົນ
ນັກພາສາສາດຖ້າເປັນຫ່ວງອີຫລີ ກໍຕ້ອງຫາທາງອອກໃຫ້ໄດ້
ເພື່ອແກ້ໄຂບັນຫານີ້ ທີ່ຈິງໃຜກໍຮັກພາສາໂຕເອງທັງນັ້ນ ຮັກຄວາມເປັນຊາດ
ຮັກວັດທະນະທຳ ບໍເຊື່ອລອງໃຫ້ຄົນອື່ນນີນທາເບີ່ງ ເຮົາຈະມີອາການ...ແນ່ໆໆໆ

ທຸກຢ່າງມັນສັບສົນໃນສັງຄົມລາວ ຫຼັງການປົດປ່ອຍມານີ້ ໂດຍສະເພາະພາສາລາວ
ປ່ຽນໄປປ່ຽນມາຄືກັນກັບ ຖົງເທົ້ານີ້ແຫຼະ!
ຂໍນຳທ່ານບັນດິດທັງຫຼາຍຊ່ອຍແກ້ໃຫ້ມັນເຂົາຮູບເຂົ້າຮອຍໄວໆແນ່ ກ່ອນທີ່ມັນຈະບໍ່ມີຫຍັງແກ້ຫຼືປົວແປງ..

໑໑ ກະທູ້
໑໖ ໂພສ
ຂາປະຈຳເວັບບອດ
ດັ່ງທີ່ສຸພາສິດບູຮານເວົ້າໄວ້ວ່າ ລູກບໍ່ຟັງຄວາມພໍ່ ຄວາມແມ່ ຜີແກ່ເຂົ້າໝໍ້ນາຮົກ ເຮົາຄົນລາວພາສາແມ່ຕົວເອງຍັງໃຊ້ບໍ່ຖືກຕ້ອງແລ້ວ ຈັກສິວ່າແນວໃດ

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສະບາຍດີນົກຊາ ໙໐,

ຢາກໃຫ້ພາສາເຣົາມີຂື່ມີແປແທ້ ແຕ່ມັນບໍ່ຂື້ນນຳຄວາມປຣາຖນາຂອງ ຜຂພຽງຜູ່ດຽວ
ຫຼາຍທ່ານທີ່ມີສ່ວນກ່ຽວຂ້ອງກັບການຈະຢູ່ຢັ້ງຂອງພາສາແມ່ນພະຍາຍາມວ່າຊັ້ນທີ່ຈະປ່ຽນແປງ!
ຫາກຍັງຈະມີລົມຫາຍໃຈຢູ່ຄົງໄດ້ເຫັນຜົນອອກມາ!!
ຕັ້ງໃຈຄອຍກັນຕໍ່ໄປ ດ້ວຍໃຈທີ່ຮ້ອນຮົນນໍ!

໘ ກະທູ້
໘໔໑ ໂພສ
ຊຳນານການເວັບບອດ
ຂ້ອຍພູມໃຈທີ່ເກີດຢູ່ລາວ ຮັກປະເທດລາວທີ່ສຸດ
ແຕ່ດຽວນີ້ ຊອກຄົນມີນ້ຳໃຈຄືແຕ່ກ່ອນບໍ່ມີລະເນາະ

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ uranus ຂຽນວ່າ...
ຂ້ອຍພູມໃຈທີ່ເກີດຢູ່ລາວ ຮັກປະເທດລາວທີ່ສຸດ
ແຕ່ດຽວນີ້ ຊອກຄົນມີນ້ຳໃຈຄືແຕ່ກ່ອນບໍ່ມີລະເນາະ

ອູຣານູສ ແມ່ນ ?

ກະດີໃຈທີ່ບອກແນ່ແທ້ວ່າຍັງຮັກຍັງຫ່ວງໃນຄວາມເປັນລາວ.
ຢາກຖາມວ່າ ຍາມໃດໄດ້ຟັງເຈົ້ານາຍຂ້າຣາຊການທີ່ເວົ້າຄວາມລາວບໍ່ຖ້ອງເຈົ້າຄິດວ່າຈັ່ງໃດ?

໑໑ ກະທູ້
໑໖ ໂພສ
ຂາປະຈຳເວັບບອດ
ຂ້ອຍກະແມ່ນລູກນັກຂຽນຄົນໜຶ່ງທີ່ຢາກເຫັນ ຄົນໜຸ່ມຄົນສາວ ສະໄໝເຮົານີ້ໃຊ້ພາສາ ພໍ່ ພາສາແມ່ ຂອງຕົວເອງ ຢ່າງຖືກຕ້ອງ

໒໘ ກະທູ້
໒໔໙໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂ້ອຍເປັນຄູ ເທົ່າທີ່ສັງເກດການຂຽນຂອງນັກສຶກສາໃນສະໄໝນິ ແມ່ນຜິດຢ່າງຫຼວງຫຼາຍ ບໍຮູ້ວ່າຂະເຈົ້າຂຽນຈັງໃດ ເປັນຫວ່ງທີ່ສຸດ ນະ

ຮັກແທ້ຄືແມ່

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ nookzar90 ຂຽນວ່າ...
ຂ້ອຍກະແມ່ນລູກນັກຂຽນຄົນໜຶ່ງທີ່ຢາກເຫັນ ຄົນໜຸ່ມຄົນສາວ ສະໄໝເຮົານີ້ໃຊ້ພາສາ ພໍ່ ພາສາແມ່ ຂອງຕົວເອງ ຢ່າງຖືກຕ້ອງ

ທຳອິດຜູ່ສິດສອນຕ້ອງມີແນວທາງແລະຫຼັກການທີ່ແນ່ວແນ່ອອກຈາກກະຊວງສຶກສາແລະວັທຣະທັມ ບໍ່ຊັ້ນແລ້ວມັນກະເປັນດັ່ງທີ່ເຫັນມານີ້ແຫຼະ!
ຫາກການເມື່ອງເຊື່ອມເຂົ້າມາມີບົດບາດມັນກໍຈຶ່ງເປັນຄືຜ່ານມາ!
ພາສາຄວນເປັນສິ່ງທີ່ຢູ່ເຫນຶອພາກສ່ວນທາງການເມືອງ!
ຫາກເອົາພາສາມາຢຽບຕ່ຳສ່ຳການເມືອງມັນກະເປັນແບບນີ້!
ຫຼືໃຜອື່ນວ່າຈັ່ງໃດ!

ໜ້າທີ່ 1 ຈາກທັງໝົດ 4 ໜ້າ <<<1234>>>