ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ພາສາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ພາສາ » ຈົ່ງເທີດທູນພາສາກວ່າອື່ນໃດ!

ໜ້າທີ່ 4 ຈາກທັງໝົດ 4 ໜ້າ <<<1234>>>


໑໑ ກະທູ້
໖໑໙ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ lllvern ຂຽນວ່າ...
ພາກສ່ວນທີ່ຂຽນປ້າຍໂຄສະນາຄວນເອົາໄປສຶກສາອົບໂຮມ
ຫລືໄປບຳລຸງພາສາແມ່ອີກຂຽນກໍບໍ່ຖືກ ຕົວຢ່າງ ຢູ່ແຖວທາງໂພນຕ້ອງຕໍ່ຫນ້າ
ມຊ ຂຽນວ່າ ທາງສາຍ ໄຕ້ ມັນບໍ່ຖືກ ອາຍຄົນຕ່າງຊາດທີ່ຮູ້ພາສາລາວ ເຂົາບອອກວ່າທາງສາຍໃຕ້ຂຽນແບບ
ນີ້



ດີໃຈທີ່ຍັງມີຜູ້ທີ່ເຂົ້າໃຈໃນການຂຽນອີກຄົນຫນຶ່ງ


໑໑ ກະທູ້
໖໑໙ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ ThaoK ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ chandara ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ ThaoK ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ bell ຂຽນວ່າ...
ທຸກມື້ນີ້ກໍພະຍາຍາມອນຸຣັກສ໌ຮັກສາພາສາເຄົ້າໄວ້..
ຄວາມຈິງຢາກຂຽນທີ່ມັນເຄົ້າກວ່ານິອີກ..
ແຕ່ແປ້ນພິມພ໌ມັນບໍ່ມີໃຫ້..
ພາສາລາວ ເປັນພາສາທີ່ແສນພາຄພູມໃຈ..
ຄົນລາວຄວຣຫວງແຫນ ແລະ ເບິ່ງແຍງດູແລໄວ້..
ຣັຖບາລ ຕ້ອງສົ່ງເສີມ..



ຄົນໃນຣັຖບານເຂົາເຈົ້າບໍ່ສົນໃຈນຳພາສາແມ່ ເຂົາສົນໃຈນຳແຕ່ພາສາເພື່ອນ ແລະພາສາເປື້ອນໆ!
ອີກ່າງກະບໍ່ມີເວລາມາສົນໃຈນຳເຣື້ອງບໍ່ເປັນຕາສະແຕກແນວນີ້!
ເຂົາເຈົ້າເອົາເວລາໄປໃຊ້ໃຫ້ມີປະໂຫຍດທາງຮັ່ງທາງມີໃຫ້ແກ່ຄອບຄົວກ່ອນ!!
ເພາະຫາກຄອບຄົວຮັ່ງມີທັງພາສາທັງປະເທດກະຊິຮັ່ງມີມານຳ!!
ຊອມໃຈນຳອາການເປັ້ຍຫຼ່ອຍຂອງພາສາລາວມານານແລ້ວ ຢ້ານວ່າວັນນຶ່ງກະຊິມ້ອຍລະແໜ່ງໄປເອັງ ດ້ວຍນ້ຳມືຄົນລາວນຳກັນນີ້ເອັງ!!
ອະນິຈາ!!



ທີ່ຈິງແລ້ວກະທູ້ທີ່ທ່ານຕັ້ງນີ້ແມ່ນມີປະໂຫຍດແຕ່...ທີ່ຂ້າພະເຈົ້າບໍ່ເຫັນດີນຳຄື ທ່ານມາວ່າ "ຄົນໃນຣັຖບານເຂົາເຈົ້າບໍ່ສົນໃຈນຳພາສາແມ່ ເຂົາສົນໃຈນຳແຕ່ພາສາເພື່ອນ ແລະພາສາເປື້ອນໆ!
ອີກ່າງກະບໍ່ມີເວລາມາສົນໃຈນຳເຣື້ອງບໍ່ເປັນຕາສະແຕກ
" ແລະອີກຫລາຍໆປະໂຫຍກທີ່ຂ້າພະເຈົ້າເຫັນວ່າບໍ່ຄ່ອຍເຫມາະສົມປານໃດ ກະເຂົ້າໃຈຢູ່ວ່າການສະແດງຄວາມຄິດເຫັນ ແຕ່ມັນຫນ້າຈະຢູ່ໃນຂອບເຂດ

ຜິດພາດປະການໃດກໍຂໍອະໄພມາ ນະ ທີ່ນີ້ດ້ວຍ




ສະບາຍດີທ່ານ ຈັນດາຣາ,

ຄັ້ງນຶ່ງເຄີຍໄດ້ອ່ານຂໍ້ຄວາມໃນພັນລາວນີ້ແຫຼະ ມີຮູບພາບປະກອບຢ່າງຄັກແນ່
ເປັນເຫດການທີ່ເກີດຂື້ນໃນວຽງຈັນ ໃນປີ ໑໙໔໕ ນີ້ແຫຼະ ທີ່ມີການເດີນປະທ້ວງສິດຂອງປະຊາຊົນໃນວຽງຈັນ!
ໃໃນປີນັ້ນ ຢູ່ວຽງຈັນມີປະຊາຊົນບໍ່ຫຼາຍເທົ່າທຸກມື້ນີ້ມີປະມານ ຊາວກົ່ວພັນຄົນ...ໃນນັ້ນມີຊາວຫວຽດນາມ ປະມານ ຊາວສາມພັນຄົນ..
ເປັນຫຍັງຍົກບັນຫານີ້ມາວ່າສູ່ທ່ານຟັງ ກະຍ້ອນວ່າທ່ານວ່າອະດີດ ຜ່ານແລ້ວກະຜ່ານໄປ..
ເປັນຫຍັງ ຜຂຈຶ່ງຢາກເນັ້ນໃສ່ອະດີດ ປີ ໑໙໔໕ ມັນບໍ່ໄກ ໄປຫາອະດີດນັ້ນ ກັບມື້ນີ້ໃນວຽງຈັນ ກະພຽງ ໖໖ ປີໝຶ່ງນໍ!
ແຕ່ທ່ານມາສງເກດເບີ່ງວ່າປັດຈຸບັນຄົນຕ່າງຊາດໃນລາວ ໂດຍສເພາະ ຊາວຫວຽດນາມ ທ່ານຮູ້ບໍ່ວ່າມີເທົ່າໃດໃນວຽງຈັນ?ແລະໃນລາວທົ່ວປະເທດ?
ແລະທີ່ວ່າໃນປີນັນ ແມ່ນຊາວຫວຽດນາມຮຽກຮ້ອງຫາສິດເສຣິພາບແກ່ເຂົາເຈົ້າໃນວຽງຈັນ!
ປະຫວັດສາດແລະອະດີດ ຜຂ ວ່າ ຄືແຫວ່ນແຍງເພື່ອຈະໄປສູ່ອານາຄົດ!!ຫາກຈະລືບຖິ້ມໄປ ມັນກະຄືຊາວ ອະເມຣິກັນທີ່ເຂົາຖືຕົນວ່າເປັນຄົນບໍ່ມີຮາກມີເຫງົ້າ ແລະກາຍເປັນປົມດ້ອຍແກ່ເຂົາຕຼອດມາ!
ສ່ວນການຂຽນຂອງ ຜຂ..ທີ່ຂຽນ ຕຼອດຈັ່ງຊີ້ ຍ້ອນຄິດວ່າ ໃນເມື່ອວ່າບັນພຣະບຸຣຸດເຮົາຄົ້ນພົບມາແລ້ວ ຄົງຮູ້ແຈ້ງເຫັນຈິງຈຶ່ງໄດ້ພາກັນໃຊ້ມາ ຜຂ ກະໃຊ້ຕໍ່ໄປ!
ອີກໂຕຢ່າງ ໜ ກັບ ໝ ກະຄືກັນ ບໍ່ມັກໃຊ ຫມ ຫນ ມັນບໍ່ຄູ້ມຄ່າ ຫາກເວົ້າໄປນທາງເສຖກິດ!!
ຂອບໃຈ!



ອືມ...ທີ່ທ່ານວ່າມາກໍມີເຫດຜົນ ແລະຈະຕິດຕາມກະທູ້ດີໆແບບນີ້ຕລອດໄປ


໐ ກະທູ້
໔໓ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ nookzar90 ຂຽນວ່າ...
ດັ່ງທີ່ສຸພາສິດບູຮານເວົ້າໄວ້ວ່າ ລູກບໍ່ຟັງຄວາມພໍ່ ຄວາມແມ່ ຜີແກ່ເຂົ້າໝໍ້ນາຮົກ ເຮົາຄົນລາວພາສາແມ່ຕົວເອງຍັງໃຊ້ບໍ່ຖືກຕ້ອງແລ້ວ ຈັກສິວ່າແນວໃດ




ແມ່ຂ້ອຍເວົ້າຕະຫຼອດ ຄຳສຸພາສິດນີ້ນະ ອິອິອິອິອິ

SIMPLE PLAN

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສະບາຍດີປີໃໜ່,
ແລະຂອບໃຈທຸກຄົນທີ່ມາແວ່ອ່ານແບບກວນໆສມອງນຳກັນ!
ຫາກວ່າມີແນວຄິດໃດໆທີ່ສ້າງສັນໃຫ້ສັງຄົມເຮົາດີຂື້ນລື່ນຫຼັງໄດ້ແມ່ນເອົາມາເວົ້າສູ່ກັນຟັງ!
ແຕ່ອັນໃດທີ່ວ່າມັນບໍ່ສົມຄວນຢູ່ທາງບ້ານທີ່ຈະເວົ້າ ຜຂ ຈະເວົ້າໃຫ້ແທນ!
ມື້ນີ້ ບໍ່ເວົ້າຫຍັງຫຼາຍ
ໂຊກດີປີໃໜ່!


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເໜືອນກັບວ່າຄົນລາວບາງຄົນລະອາຍ ທີ່ຕ້ອງໄດ້ເວົ້າຄວາມລາວກັບພໍ່ກັບແມ່!

ນີ້ແມ່ນເກັບກຳຂໍ້ສັງເກດມາແຕ່ຝຣັ່ງ!
ລູກເຕົ້າບໍ່ມັກເວົ້າຄວາມລາວນຳພໍ່ນຳແມ່, ບາງຄົນກະພໍເຂົ້າໃຈ ແຕ່ຫຼາຍຄົນບໍ່ເຂົ້າໃຈແລະບໍ່ສົນໃຈທີ່ຈະເວົ້າຄວາມລາວ!
ຜຂ ວ່າ ເປັນຄວາມຜິດຂອງພໍ່ຂອງແມ່!
ເປັນຄວາມຜິດຂອງໃຜ?
ອ້າງກັນໄປວ່າ ຍ້ອນເວລາ ແລະໝ້າວຽກ ລູກເຕົ້າໄປຫຼີ້ນນຳໜູ່ຄົນຝຣັ່ງກະເວົ້າຝຣັ່ງ ກະບໍ່ສົນໃຈພາສາແມ່ຂອງຕົນ.
ຫາກວ່າພໍ່ແມ່ມີກົດຣະບຽບແລະໃຈແຂງພໍທີ່ຈະກຳຊັບແລະບອກເຕືອນສັ່ງສອນລູກຕົນໃຫ້ຮູ້ພາສາຕົນ ຢ່າງນ້ອຍພາຍໃນຄອບຄົວ.
ພາສາແມ່ຕົນເອັງຫາກບໍ່ຮູ້ມັນກະສີເຂີນໆນໍ!
ແຕ່ພວກເຂົາພາກັນເສີຍ ພໍ່ແມ່ກະເສີຍເມື່ອເຂົາບໍ່ຢາກເວົ້າກະພາກັນເວົ້າພາສາຝຣັ່ງກັບລູກກັບເຕົ້າໄປ ພວກເຂົາກະໄດ້ໃຈແລະບໍ່ຕ້ອງມາສົນທີ່ຈະຮຽນພາສາລາວ!
ຫຼັງຈາກໄປຈາກຝຣັ່ງໄດ້ໄປຢາມໜູ່ທີ່ແບລຢ້ຽມ ເປັນໜູ່ຊາວແບລຢ້ຽມທີ່ຮູ້ຈັກກັນມາເກືອບສີ່ສີບປີແລ້ວ
ພາຍໃນການຢ້ຽມຢາມນັ້ນການສົນທະນາລາມໄປຫາທຸກແບບ ປານໄຟໃໜ້ປ່າ!
ກະມາຮອດບັນຫາພາສາຂອງເດັກວັຍຣຸ້ນ!!ແລະກ້ຽວຫາພາສາຂອງຄົນລາວທີ່ຝຣັ່ງ ແລະພາສາຈີນພາສາຫວຽດນາມ ຂອງຄອບຄົວຜສົມ-ຜົວຈີນ, ເມັຍຫວຽດ.
ໃນຄອບຄົວນີ້ ລູກເຕົ້າ ເວົ້າພາສາຈີນກັບພໍ່,ສ່ວນກັບແມ່ພາກັນເວົ້າພາສາຫວຽດ ສ່ວນໃນໂຮງຮຽນພາກັນເວົ້າພາສາຝຣັ່ງ ແລະເສີມມດ້ວຍ ພາສາຕ່າງປະເທດອີກສອງພາສາຄື ເຢິຣະມັນແລະອັງກິດ!!
ເດັກນ້ອງລູກຜສົມນີ້ ພາກັນເວົ້າໄດ້ ທັງສອງພາສາກັບພໍ່ກັບແມ່ ແລະພາສາເຈົ້າບ້ານ!
ເປັນສິ່ງທີ່ພາໃຫ້ ຜຂ ຄິດ ແທບວ່າໄດ້ວ່າອິດສາເຂົາເຈົ້າທີ່ສາມາດໃຊ້ກົດເກັນຢ່າງໝັກນີ້ໃຫ້ລູກຂອງເຂົາໃຫ້ຮຽນປາກເວົ້າພາສາຂອງຕົນທັງຜົວທັງເມັຍ!
ເປັນທີ່ໝ້າຍ້ອງຍໍແທ້ໆຕໍ່ຫຼັກການອັນເດັດຂາດແບບນີ້!
ແລະຜົນຕາມມາກໍເປັນທີ່ໝ້າພໍໃຈຍາມວ່າລູກເຕົ້າເວົ້າໄດ້ທັງພາສາພໍ່ແລະພາສາແມ່!
ເກັບມາເວົ້າສູ່ຟັງ!


ໜ້າທີ່ 4 ຈາກທັງໝົດ 4 ໜ້າ <<<1234>>>