ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ພາສາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້

- ເຈົ້າເປັນເຊື້ອຊາດຊັ້ນ.................ສະກຸນໃຫຍ່ຊາວມະນຸດ
ສຸດທີ່ດີດາຫຼາຍ.........................ເລີດກວ່າເດັຍຣະສານເຊຶ້ອ
ຂ້ອຍແມ່ນລິງສະກຸນຊ້າ.................ຄະນາສັດຊາດຕ້ຳ
ບໍ່ອາດທຽບທ່ານໄດ້.....................ສະກຸນເຊື້ອເຜົ່າຄົນ

- ມັນມາຈົນໃຈຂ້ອຍ.....................ຊາດຕ່ຳບໍ່ຈັກຄຶດ
ອຶດອັດໃຈໃນຊວງ.......................ບໍ່ອາດພັນລະນາສ້ຽງ
ອັນວ່າຄົນຄວນຄົ້ນ.......................ຫົວໃຈມະນຸດຊາດ
ມັນອາດສ່ອງເບິ່ງແທ້....................ບໍ່ເຫັນຮູ້ຮ່ອມຄະນິງ ທ່ານເອີຍ.

- ຂ້ອຍເປັນສັດຕ່ຳຕ້ອຍ.................ສະກຸນຕ່າງອາໄສໄພ
ນິດທະເນັ່ງນອນເນົາດົງ................ເຂດສະຫງວນເຂົາຕ້ານ
ແຕ່ວ່າຄົນເຂົາຄົ້ນ........................ດົງດອນແປນອາດຫຼາດ
ທັມມະຊາດບ້ານຂ້ອຍ....................ໝົດກ້ຽງທີ່ເພິ່ງພິງ

- ຝູງໝູ່ລິງຄ່າງພ້ອມ.....................ພົງເຜົ່າຊະນີນາງ
ຈາກດົງດອນແດນອຸດົມ..................ໄປເນັ່ງເນົານະຄອນກວ້າງ
ເມືອງຫຼວງຄົນເຂົາເວົ້າ...................ຂະໜານນາມແມ້ງມ່ວນ
ແຕ່ວ່າອວນພວກຜູ້ຂ້າ....................ນອນເນົາຄ້າງກົງຂັງ

- ບອນທີ່ເຄີບຢູ່ຢັ້ງ..........................ກາງປ່າພະນາໄພ
ຄົນເຂົາຂານຂະໜານນາມ.................ວ່າເຖື່ອນແນວແນວຮ້າຍ
ແຕ່ວ່າເຮົາສະບາຍແທ້.....................ບໍ່ມີໃຜຂັງຈຳຄອກ
ສະແຫວງຊົມຢູ່ຊ້ອນ........................ສະຫງວນຊູ້ຢອກສາວ ສະບາຍເດ

- ອຸກອັ່ງເພແຕກມ້າງ.......................ລິງຄ່າງນາງສະນີ
ໃຈຊິເພພັງຫັກ..............................ມຸ່ນກະຈວນກະຈ່າຍຟົ້ງ
ຢາກກັບດົງຄືນຢ້າວ.........................ພູມລຳເນົາຖິ່ນເກີດ
ແຕ່ກັບກໍກັບບໍ່ໄດ້............................ມັນຄາໂສ້ຄາດຄໍ ພວກຂ້ອຍແລ້ວ

- ໃຜເດນໍຊິອ່າວຮູ້...........................ເຫັນທີ່ທາງໃຈ ພວກເຮົາເດ
ເປີດປ່ອງມາຍກຸນແຈໄຂ....................ປ່ອຍສັດສາເຊື້ອ
ກັບຢ່າທຳລາຍສ້ຽງ..........................ພະນາດົງບ້ານເກີດ ເຮົາຖ້ອນ
ປ່ອຍໃຫ້ເຮົາຢູ່ຢັ້ງ............................ໃນດົງກວ້າງທ່ອງຕາລາງ ແນ່ຖ້ອນ

- ຂໍວອນວານທ່ານທ້າວ.....................ຜູ້ເປັນໃຫຍ່ໃນສາກົນ
ເປັນຍອດຄົນເມືອງມະນຸດ...................ຈົ່ງໃຄ່ຄວນສະຫງວນຮູ້
ຄັນບໍ່ສົງສານຂ້າ..............................ສັດສາສັນດານຕໍ່າ
ທ່ານຈົ່ງຄຳເບິ່ງເລື້ອງ........................ໂລກາກວ້າງປ່ຽນແປງ ແດ່ແມ໊

- ເຫັນບໍ່ອາກາດຮ້ອນເອົ້າ....................ເກີນເຂດການກຳນົດ
ພະຍາດໝູໝາເປັດ...........................ນົກໜູຂະຫຍາຍກວ້າງ
ໃຜວ່າເປັນນຳເຊື້ອ.............................ສັດສາແນວປ່າ
ຕັ້ງຫາກແມ່ນມະນຸດສ້າງ......................ໂຣຄານັ້ນບຽດໂຕເອງ ທ່ານເອີຍ

- ມະນຸດເປັນຜູ້ສ້າງ.............................ສັບພະສິ່ງແນວໃດ
ຍົກຍໍປໍປຸນປັກ....................................ຍື່ນຄຳຍໍຍ້ອງ
ຄັນວ່າແນວນາມຮ້າຍ...........................ຂອງບໍ່ດີແລ້ວຖິ້ມໃສ່ ສັດແລ້ວ
ບໍ່ເກີດຂອງເຫຼົ່ານັ້ນ.............................ຄົນແທ້ເປັນຜູ້ທຳ ທ່ານເອີຍ

- ເຊັ່ນວ່າໂລກເອດຮ້າຍ.......................ຂ້າມະນຸດທົ່ວໂລກັນ
ເຂົາກໍສັນສະເໜີບົດ............................ວ່າເປັນນຳລິງນຳເຊື້ອສ້າງ
ຈັ່ງແມ່ນຫາແນວອ້າງ...........................ເອົາຂອງດີໃສ່ກະໂຫລກ ໂຕແທ້ນໍ
ສັງບໍ່ຄຳເບິ່ງແຂ້ວ................................ໃນປາກຈັ່ງແມ່ນເໝັນແທ້ເດ
(ເຖິງຍຸກລິງດ່າໄດ້ແລ້ວ.....ອ່ານໃຫ້ເປັນສິລປ໌ເດີ)

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒