ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ພາສາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ພາສາ » ຮີດ ໑໒ ກັບຄອງ ໑໔ ພື້ນຖານການກຳເນີດວັດທະນະທັມລາວ

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເມື່ອມາຮອດບັດນີ້ ຈຶ່ງຮູ້ໄດ້ວ່າ ຮີດ ໑໒ ກັບ ຄອງ ໑໓ ມັນແມ່ນພື້ນຖານວັດທະນະທັມລາວຢ່າງຈະແຈ້ງ ເຮົາຈະເຫັນວ່າພຶດຕິກັມ ແລະປະຕິສັມພັນທາງສັງຄົມລາວຂອງພວກເຮົາແມ່ນກ່ຽວຂ້ອງກັບ ຮີດ ໑໒ ກັບຄອງ ໑໔ ນີ້ທັງນັ້ນ.
ຮີດ ໑໒ ນັ້ນມີດັ່ງນີ້
໑. ເດືອນຈຽງ ເຮັດບຸນເຂົ້າກັມ (ເປັນບຸນພິທີທາງສາສນາພຸດ ເປັນກິດຈະກຳຂອງສົງ ຍາດໂຍມຈະຖືໂອ ກາດທຳບຸນ ເມື່ອພຣະສົງມາໂຮມກັນຫຼາຍໆອົງ).
໒. ເດືອນຍີ່ເຮັດບຸນຄຸນລານ (ຫຼືບຸນກອງເຂົ້າ) ເປັນພິທີທາງສາສນາແຖນ ຫຼືວັດທະນະທັມຄວາມເຊື່ອ ລາວບູຮານ ຄຳວ່າບຸນກອງເຂົ້າ ແມ່ນຕິດພັນກັບສາສນາພຸດ).
໓. ເຮັດບຸນເຂົ້າຈີ່(ເຮັດບຸນທາງສາສນາແຖນ ຫຼືຄວາມເຊື່ອບູຮານປະຍຸກມາເປັນວິຖີພຸດແລ້ວ) ແລະມາ ມາຄະບູຊາ (ເປັນບຸນທາງສາສນາພຸດແທ້) ນອກຈາກນັ້ນຍັງ ຄວາມເຊື່ອທາງປະເພນີໜຶ່ງອີກ ຄື ຂຶ້ນ ໓ ຄ່ຳ ແຮມ ໓ ຄ່ຳຂອງເດືອນສາມ ແມ່ນວັດເອົາຝຸ່ນລົງນາ.
໔. ເດືອນ ໔ ເຮັດບຸນພະເຫວດ (ບຸນທາງພຸດທະສາສນາ)
໕. ເຮັດບຸນສົງນ້ໍາພຣະ(ພຸດທະສາສນ) ບຸນສົງການ ແລະປີໃໝ່ (ເປັນບຸນທາງວັດທະນະທັມລາວ) ປະຍຸກມາເປັນວິຖີພຸດ.
໗. ເດືອນ ໗ ເຮັດບຸນຊຳຮະ (ບຸນທາງສາສນາພຸດ ເປົ້າໝາຍຂອງການເຮັດຄືຊຳຮະສະສາງສິ່ງບໍ່ດີ ແລະຊຳຮະພູດຜີປີສາດ ກ່ອນໜ້ານີ້ລາວນັບຖືແຖນ ແລະຜີຮອດປີມາຕ້ອງຊຳຮະເພື່ອຈະນັບຖືພຸດໂດຍເດັດຂາດ ກົນອຸບາຍລະເລີກຜີ.
໘. ບຸນເຂົາພັນສາ (ບຸນທາງພຸດທະສາສນາ ແລະເປັນພຸດທະບັນຍັດດ້ວຍ).
໙. ບຸນເຂົ້າປະດັບດິນ (ເປັນທາງພຸດທະສາສນາ ແລະປະຍຸກມາຈາກການລ້ຽງຜີຕາແຮກ ອັນເປັນວັດ ທະນະທັມລາວ, ເພື່ອຢາກໃຫ້ຄົນເລີກລົ້ມການເຊື່ອຜີຕາແຮກ ໃຫ້ຫັນໜ້າເຂົ້າວັດ ທຳທານ ສິນ ພາວະນາ.
໑໐. ບຸນເຂົາສລາກ(ສາກ) ສືບເນື່ອງຈາກເຂົ້າປະດັບດິນ ມີເປົ້າໝາຍດຽວກັບ ຕ່າງແຕ່ວິທີເຮັດເລັກ ນ້ອຍ.
໑໑. ບຸນອອກພັນສາ (ປັນບຸນທາງພຸດທະສາສນາ ອັນສືບເນື່ອງມາຈາກວັນເຂົ້າພັນສາ) ນອກຈາກນີ້ ຍັງມີບຸນຊ່ວງເຮືອ ແມ່ນບຸນທາງຄວາມເຊື່ອຂອງປະເພນີລາວບູຮານ ເຊື່ອເລື່ອງນາກ, ບຸນໄຫຼເຮືອໄຟ, ພຸດປະ ສົມວັດທະນະທັມລາວ.
໑໒. ເຮັດບຸນກະຖີນ ແລະສະຫຼອງພຣະທາດ (ເປັນບຸນທາງພຸດທະສາສນາ ກະຖິນເປັນພຸດທະບັນຍັດ ດ້ວຍ).
ກິດຈະກັມທັງສິບສອງເດືອນນີ້ ເປັນພື້ນຖານວັດທະນະທັມລາວ ການສືບຕໍ່ປະຕິບັດຮີດ ໑໒ ເປັນການ ສືບຕໍ່ພັດທະນາ ສາສນາ ແລະວັດທະນະທັມລາວຢ່າງຍິ່ງ.

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໙ ກະທູ້
໑໒໖໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເປັນຮີດຄອງທີ່ສືບທອດກັນມາດົນນານ


໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Noukip ຂຽນວ່າ...
ເປັນຮີດຄອງທີ່ສືບທອດກັນມາດົນນານ


ດົນປານໃດ ? ນານປານໃດ ແລ້ວ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໐ ກະທູ້
໓໓ ໂພສ
ຂາປະຈຳເວັບບອດ
ແຕ່ສມັຍພຣະເຈົ້າຟ້າງຸ່ມ..ຂື້ນຄອງຣາຊພຸ້ນແຫລະ


໘ ກະທູ້
໑໔໗ ໂພສ
ນັກການກະທູ້
ແລ້ວຄອງສິບສີ່ເດ????


໘ ກະທູ້
໑໔໗ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ ariya ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ Noukip ຂຽນວ່າ...
ເປັນຮີດຄອງທີ່ສືບທອດກັນມາດົນນານ


ດົນປານໃດ ? ນານປານໃດ ແລ້ວ



ຕັ້ງແຕ່ເຈົ້າຟ້າງຸ່ມນຳເອົາສາສະໜາພຸດເຂົ້າມາລາວ


໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອືມ໌

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແມ່ນແລ້ວໆໆ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ