ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ພາສາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ພາສາ » ພວກເຮົາມາປ້ອງກັນພາສາລາວ ກ່ອນທີ່ມັນຈະເສັຍຫາຍໜັກໄປກວ່ານີ້

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຫາກພວກເຮົາເບິ່ງ ລາວສະຕາຣ໌ທີວີ ເຮົາຈະເຫັນສິ່ງທີ່ດີໆຫຼາຍຢ່າງ ແຕ່ສິ່ງທີ່ເສັຍຫາຍ ແລະກຳລັງບັນທອນພາສາລາວຢູ່ ກໍຄືເລື່ອງການໃຊ້ພາສາ.

- ຫາກເຮົາເບິ່ງລາຍການທີວິໄດເຣັກ (TV.) ທາງລາວສະຕາຣ໌ແຊນແນລ ເຮົາຈະເຫັນຄວາມຜິດພາດຂອງການໃຊ້ພາສາ ຫຼາຍເລື່ອງ, ບາງຄຳ ກໍບໍ່ຖືກກັບຄວາມໝາຍ ເຊັ່ນ : ການໂຄສະນາຂາຍເຕົາໄຟຟ້າ ສມາຣ໌ຕແພລນ ໃນເນື້ອໃນຂອງການໃຊ້ພາສາເຮົາພົບຄວາມຜິດຫຼາຍເປັນເລື່ອງໆ ໄປ ແຕ່ສິ່ງທີ່ເປັນຕາຢາກຫົວນັ້ນ ກໍມີ ເຊັ່ນ "ໄມ້ກະດ້າມຄົວກິນ ເຂົາວ່າ ໄມ້ພາຍ" ອັນວ່າໄມ້ພາຍນີ້ ສ່ວນໃຫຍ່ເຂົາໃຊ້ພາຍເຮືອ ບໍ່ແມ່ນເອົາມາຄົວກິນ"

- ນອກຈາກນັ້ນ ຍັງມີອີກຫຼວງຫຼາຍໃນໃນລາຍນີ້ ເຮັດໃຫ້ຄົນໄທຍ໌ຫົວຂວັນ ແລະເຍາະເຍີ້ຍພາສາລາວ ຍ້ອນລາຍການນີ້ ເພີ່ມຕື່ມອີກ, ຄວາມຈິງແລ້ວ ລາຍການທີວີຣາຍການນີ້ ກໍແມ່ນປະຣິວັດຄຳໃນພາສາພາໄທຍ໌ ມັນບໍ່ໜ້າຊິຕ່າງກັນປານໃດ ແຕ່ດ້ວຍເຫດໃດ ລາວເຮົາຈຶ່ງແປງ ພາສາລາວຜິດຂະໜາດນັ້ນ ຫຼືຄົນໄທຍ໌ຢູ່ເບື້ອງຫຼັງໂຄສະນານີ້.

- ແຕ່ທີ່ຈິງຄົນໄທຍ໌ ເອງກໍເປັນບອດຝັງລາຍການໂທຣະທັດຊ່ອງນີ້ ຢູ່ແລ້ວ ຄືທ່ານທີ ໒ ນັ້ນ ເປັນຄົນທີ່ສັ່ງກົງມາຈາກໄທຍ໌ ທ່ານນີ້ເປັນຜູ້ສັ່ງການ ໃສທີວີລາວສະຕາໄດ້ ແລະທັຍງຂຽນບົດສະຂີບໃຫ້ລາວສະຕາດ້ວຍ ຍັງເປັນເຈົ້າຂອງ ໑໐໐໐ ເລື່ອງເມືອງລາວດ້ວຍ, ແຕ່ວ່າທ່ານທີ ໓ ນັ້ນ ທ່ານເປັນຄົນລາວ ເປັນຕົວແທນຂອງ ກຊ.ວັດທະນະທັມ ເປັນຫຍັງທ່ານຄືວ່າປ່ອຍໃຫ້ເຂົາອອກຊະອອກຊາຍ ເຮັດໃຫ້ພາສາລາວເສັຍຫາຍ ເຖິງຂະໜາດນີ້ ຫຼືເຂົາແຕ່ຕັ້ງທ່ານໄປປົກປ້ອງຜົນປະໂຫຍດຂອງໃຜກັນແທ້.

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໙ ກະທູ້
໑໒໖໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂະເຈົ້າອາດຂະແປໃຫ້ມັນເຂົ້າກັບຕົ້ນສະບັບຫຼາຍທີ່ສຸດ ກະເລີຍເຮັດໃຫ້ພາສາລາວປ່ຽນໄປ

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
- ໄມ້ກະດ້າມ - ແປງວ່າໄມ້ພາຽຊັ້ນບໍ ?

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໑໓ ກະທູ້
໙໐໕ ໂພສ
ຊຳນານການເວັບບອດ
ມັນຕັ້ງບໍ່ເອົາໃຈໃສ່ກວດກາຫັ້ນນະ! ຂ້ອຍວ່າ,

ຍັງມີຫຼາຍອັນກວ່ານັ້ນ.... ທັງຂ່າວເຊົ້າອາລຸນວັນໃໝ່, ໜັງສືພິມ, ວາລະສານ....

ມີພຽງຮັກແທ້ໃຜແນ່ຊິມາເອົາ

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ aGeL ຂຽນວ່າ...
ມັນຕັ້ງບໍ່ເອົາໃຈໃສ່ກວດກາຫັ້ນນະ! ຂ້ອຍວ່າ,

[size=12pt]ຍັງມີຫຼາຍອັນກວ່ານັ້ນ.... ທັງຂ່າວເຊົ້າອາລຸນວັນໃໝ່, ໜັງສືພິມ, ວາລະສານ....

ສະນັ້ນ, ພວກເຮົາຈຶ່ງຊ່ວຍກັນຕັກເຕືອນ ຫາກປ່ອຍໃຫ້ພວກເຂົາໃຊ້ພາສາລາວຜິດໆຖືກຕໍ່ໄປ ເຍົາວະຊົນລາວຈະຄິດວ່າສິ່ງນັ້ນຖືກ ແລ້ວໃຫ້ໄປຈົນ ບໍ່ຮູ້ວ່າອັນໃດຖືກ ອັນໃດຜິດ ເໝືອນພາສາ ແລະອັກສອນລາວເຮົາຜ່ານມານັ້ນ[/size]

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໑ ກະທູ້
໔໓໘ ໂພສ
ຊຳນານການເວັບບອດ
ອັນນີ້ ຂ້າພະເຈົ້າເຫັນດີທີ່ສຸດເລີຍ ຂ້າພະເຈົ້າກໍ່ແມ່ນຜູ້ນຶ່ງເດີ ທີ່ຮັກພາສາລາວ ແລະກໍ່ຢາກປົກປັກຮັກສາໃຫ້ພາສາລາວຍັງຄົງຢູ່ຄູ່ຄົນລາວຕະຫຼອດໄປ

何よりも真実を貴ぶ

໑ ກະທູ້
໑໗໓ ໂພສ
ນັກການກະທູ້
ເຫັນດີໆ ເຊັ່ນບາງຄົນມັກເວົ້າຄຳວ່າ "ຈ້າ" ເອີ່... ຄົນຂຽນຄອມເມັ້ນມາ ມີແຕ່ຄົນຂຽນຄຳນີ້ ມັນອ່ານແລ້ວບໍ່ຄ່ອຍມ່ວນປານໃດ

໒໐ ກະທູ້
໑໒໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ພາສາລາວ ຕາມໜັງສືພີມ ຕາມວາລະສານ ຫລື ຕາມໂຄສະນາຕ່າງໆ ສົງໃສ່ກະຊວງແມ່ນເພີ່ນກວດຜ່ານ (ເບິ່ງຜ່ານໆ)

-----------------------------------------------------
ຣວຍ-ຈົນ:ສຸດທ້າຍກະມັບຫ່າຄືກັນຫັ້ນລະວາ

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ ETarBank ຂຽນວ່າ...
ພາສາລາວ ຕາມໜັງສືພີມ ຕາມວາລະສານ ຫລື ຕາມໂຄສະນາຕ່າງໆ ສົງໃສ່ກະຊວງແມ່ນເພີ່ນກວດຜ່ານ (ເບິ່ງຜ່ານໆ)

ເວົ້າເປັນຕາອາຍເນາະ ຂະໜາດເບິ່ງຜ່ານປານນັ້ນ (ບອກຈັ່ງຊີ້-ພາສາລາວ-ພາສາໄທຍ໌ ຕ່າງກັນແຕ່ອອກສຽງ) ແຕ່ໄມ້ກະດ້າມ ເປັນໄມ້ພາຍນີ້ ອາຍເຂົາ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໗໘ ກະທູ້
໑໒໑໓ ໂພສ
ຜູ່ເບິ່ງແຍງເວັບບອດ
ຝົນຕົກບໍ່ທົ່ວຟ້າ

໑໓ ກະທູ້
໑໑໕໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເວົ້າຫຍັງອອກມາ ໃຫ້ຮັບຜິດຊອບກັບຄຳເວົ້າຂອງຕົນເອງເດີ້

ຈັກໜ່ອຍເພິ່ນຟ້ອງຮ້ອງມາ ມັນຊິຖືກແຫໄປໝົດ

ທ້າວທອງໃສ

໓໑ ກະທູ້
໒໓໕໐ ໂພສ
ທີມງານພັນລາວ
ມີຫລາຍອັນເຕີບ ແຕ່ກີ້ມີຄົນເອົາມາລົງຢູ່ ແຕ່ລືມລະ ເຂົາປະໄວ້ໃສ?

ດຣາມ່າເອີຍ...ຈົງຊັບຊ້ອນຍິ່ງຂຶ້ນ

໒໐ ກະທູ້
໑໒໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ THAOthongsai ຂຽນວ່າ...
ເວົ້າຫຍັງອອກມາ ໃຫ້ຮັບຜິດຊອບກັບຄຳເວົ້າຂອງຕົນເອງເດີ້

ຈັກໜ່ອຍເພິ່ນຟ້ອງຮ້ອງມາ ມັນຊິຖືກແຫໄປໝົດ

ເວົ້າເທົ່ານີ້ກະຊິຖືກຟ້ອງລະຫວາ ອິໆໆໆ

-----------------------------------------------------
ຣວຍ-ຈົນ:ສຸດທ້າຍກະມັບຫ່າຄືກັນຫັ້ນລະວາ

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ THAOthongsai ຂຽນວ່າ...
ເວົ້າຫຍັງອອກມາ ໃຫ້ຮັບຜິດຊອບກັບຄຳເວົ້າຂອງຕົນເອງເດີ້

ຈັກໜ່ອຍເພິ່ນຟ້ອງຮ້ອງມາ ມັນຊິຖືກແຫໄປໝົດ

ຖ້າຈະທຳງານເພື່ອຊາດ ກໍຕ້ອງອົງອາດທີ່ຈະເວົ້າຄວາມຈິງ ແລະຄວາມຖືກຕ້ອງ
ທ່ານທອງໃສ ເປັນຄົນລາວ ລອງເປີດເບິ່ງ ທີວີໄດເຣກຕ໌ ເຣື່ອງ ໝໍ້ສະມາດແພນ ເວັ້ນເສັຍແຕ່ທ່ານບໍ່ຮູ້ຫຍັງ ຟັງເພີນໄປຊື່ໆ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໑໓ ກະທູ້
໑໑໕໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ ETarBank ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ THAOthongsai ຂຽນວ່າ...
ເວົ້າຫຍັງອອກມາ ໃຫ້ຮັບຜິດຊອບກັບຄຳເວົ້າຂອງຕົນເອງເດີ້

ຈັກໜ່ອຍເພິ່ນຟ້ອງຮ້ອງມາ ມັນຊິຖືກແຫໄປໝົດ

ເວົ້າເທົ່ານີ້ກະຊິຖືກຟ້ອງລະຫວາ ອິໆໆໆ

ທອງໃສໝາຍເຖິງຂໍ້ຄວາມ ທີ່ ຈຂກທ ໄດ້ຂຽນວ່າ

- ແຕ່ທີ່ຈິງຄົນໄທຍ໌ ເອງກໍເປັນບອດຝັງລາຍການໂທຣະທັດຊ່ອງນີ້ ຢູ່ແລ້ວ ຄືທ່ານທີ ໒ ນັ້ນ ເປັນຄົນທີ່ສັ່ງກົງມາຈາກໄທຍ໌ ທ່ານນີ້ເປັນຜູ້ສັ່ງການ ໃສທີວີລາວສະຕາໄດ້ ແລະທັຍງຂຽນບົດສະຂີບໃຫ້ລາວສະຕາດ້ວຍ ຍັງເປັນເຈົ້າຂອງ ໑໐໐໐ ເລື່ອງເມືອງລາວດ້ວຍ, ແຕ່ວ່າທ່ານທີ ໓ ນັ້ນ ທ່ານເປັນຄົນລາວ ເປັນຕົວແທນຂອງ ກຊ.ວັດທະນະທັມ ເປັນຫຍັງທ່ານຄືວ່າປ່ອຍໃຫ້ເຂົາອອກຊະອອກຊາຍ ເຮັດໃຫ້ພາສາລາວເສັຍຫາຍ ເຖິງຂະໜາດນີ້ ຫຼືເຂົາແຕ່ຕັ້ງທ່ານໄປປົກປ້ອງຜົນປະໂຫຍດຂອງໃຜກັນແທ້.

ຫາກມັນບໍ່ແມ່ນຄວາມຈິງຄືດັ່ງທີ່ວ່າເດ ຫັ້ນນນນນະ.........................

**ສຳລັບ ບົດຄວາມຂ້າງເທິງ ທອງໃສກໍ່ເຫັນດີນຳທີ່ຄວນປັບປຸງການໃຊ້ພາສາລາວໃຫ້ຖືກຕ້ອງ ແລະກໍ່ເຫັນກໍ່ໄດ້ຍິນຫລາຍຄຳສັບທີ່ພິທີກອນເພິ່ນເວົ້າບໍ່ຖືກຕ້ອງຫັ້ນກະຢາກໃຫ້ແກ້ໄຂ

ທ້າວທອງໃສ

໐ ກະທູ້
໑໐໓໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແມ່ນໆ ໂດຍສະເພາະແມ່ນເພງສະຕິງດຽວນີ້

you will when you believe

ຂອງຈິງບໍ່ຕ້ອງຫ່ວງ ບໍ່ຕິພິທີກອນ ຕ້ອງຕິບອດ ເພາະພິທີກອນໄດ້ຮັບນະໂຍບາຍຈາກບອດ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໑໒ ກະທູ້
໗໘໐ ໂພສ
ຊຳນານການເວັບບອດ
ເຫັນດີນໍາ ຄວນປົກປ້ອງ

ສິ່ງທີ່ຢາກເຮັດຈົ່ງລົງມືເຮັດ ຢ່າປ່ອຍໃຫ້ໂອກາດຜ່ານໄປ

໗ ກະທູ້
໙໔໒ ໂພສ
ຊຳນານການເວັບບອດ
ຂະນ໋ອຍກະເບີ່ງຍູ່ແຕ່ບໍ່ທັນສັງເກດຫລາຍນະ

ຄົນອືນຫລອກບໍເຈັບເທົ່າຕົວເອງຫລອກຕົວເອງ

໓໑ ກະທູ້
໒໓໕໐ ໂພສ
ທີມງານພັນລາວ
ເຫັນແຕ່ ປ້າຍຮ້ານເພີ່ນກະ ຈັ່ງໃດແລ້ວ

ດຣາມ່າເອີຍ...ຈົງຊັບຊ້ອນຍິ່ງຂຶ້ນ

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ພາສາລາວ ເປັນພາສາພໍ່ແມ່ ຄຳເວົ້າທັມມະດາ ຄັນເວົ້າຜິດ ເຮົາກະຮູ້ໂລດ ໄມ້ກະດ້າມວີເຂົ້າ ຮຽກໄມ້ພາຍ ມັນຊິຖືກ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໔໐ ກະທູ້
໑໒໗໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂ້ອຍເຄີຍໃຊ້ໄມ້ພາຍມາວີເຂົ້າ

~Vਕਆpïrєی™~

໑ ກະທູ້
໔໓໘ ໂພສ
ຊຳນານການເວັບບອດ
ລະຊິເຮັດຈັ່ງໃດໄດ້ລະເນາະ

何よりも真実を貴ぶ

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໄມ້ກະດ້າມ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒