ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ພາສາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ພາສາ » ພື້ນຖານໃນການຂຽນ (ກາບ) ກອນ.

ໜ້າທີ່ 1 ຈາກທັງໝົດ 8 ໜ້າ <<<12345678>>>

໑໑ ກະທູ້
໔໐໔ ໂພສ
ຊຳນານການເວັບບອດ
ຕົວຢ່າງໃນການຂຽນກາບ...

ກອນສາວພາສຸກ
ຂ້ອຍຊິກ່າວ....ເລື່ອງສາວພາສຸກ
ຈັກແມ່ນລູກ...ສາວໃຜບຸນຄ້ຳ
ງາມອ່ຳຖ່ຳ....ຜູ່ລ່າວລັກແຍງ
ແກ້ມລາວແດງ...ປານໝາກຜິພ່ວນ ອິ ອິ
ເວົ້າກໍມ່ວນ...ຮອຍຍີ້ມກໍຫວານ
ປານນ້ຳຕານ...ມົດຕອມຍືດໆ
ຄວາມປະພືດ...ຂອງລາວກໍດີ
ມີມັຍຕຣີ...ນຳພີ່ນຳນ້ອງ
ວາດງາມຄ່ອງ...ຕາມແບບສາວລາວ
ແຕ່ລາວເຫງົາ...ຍ້ອນລາວຂາດຄູ່ ອິ ອິ
ມີແຕ່ໝູ່...ຍັງບໍ່ມີແຟນ
ບ່າວຕ່າງແດນ...ທຽວມາເວົ້າມ່າຍ
ແລ້ວກໍລ່າຍ...ເຮັດໃຫ້ລາວເຫງົາ
ບ່າວພັນລາວ...ປອບໃຈລາວແນ່ ອິ ອິ

*ລອງຂຽນເບີ່ງແມ໊ ການຂຽນກອນໆນື່ງນັ້ນບໍ່ຍາກຄືຈັ່ງທ່ານຄິດ.

ເຮັດຜິດຊ້ຳຊາກໃນເລຶ່ອງດຽວກັນ.....ເຮົາຄືຄົນໂງ່

໐ ກະທູ້
໑໔໕໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂອບໃຈຫຼາຍໆ

໓໒ ກະທູ້
໒໓໘໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຮົາຢາກຮູ້ ໂຄງກອນແປດ ວ່າມັນສຳຜັດຄຳແບບໃດ ?

໑໓ ກະທູ້
໒໕໒໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຖາມ ປ້າເບີ່ງກ່ອນ

໑໑ ກະທູ້
໔໐໔ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ sounyong ຂຽນວ່າ...
ຖາມ ປ້າເບີ່ງກ່ອນ

ປ້າລາວຄືຊິຍາກນຳການຮ່ຳຮຽນຈັ່ງບໍ່ຄ່ອຍເຫັນລາວເຂົ້າມາ

ເຮັດຜິດຊ້ຳຊາກໃນເລຶ່ອງດຽວກັນ.....ເຮົາຄືຄົນໂງ່

໒ ກະທູ້
໑໖໗໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້

໒ ກະທູ້
໑໖໗໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂອບໃຈຫຼາຍໆ

໑໑ ກະທູ້
໔໐໔ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ nixsona ຂຽນວ່າ...
ເຮົາຢາກຮູ້ ໂຄງກອນແປດ ວ່າມັນສຳຜັດຄຳແບບໃດ ?

ຄລິ໊ກເຂົ້າໃປ ໄດອະຣີຂຽນມື້ວານ

ຖືກເປີດອ່ານ ໃປແລ້ວຫ້າສີບຄັ້ງ

ແຕ່ຄອມເມັ້ນ ບໍ່ເຫັນມີໜ້າຜິດຫວັງ

ຫຼືເຮົາຍັງ ມືບໍ່ເຖີງຂຽນໂດນໃຈ

ລອງຂຽນໃໝ່ ໄດອະຣີບົດກອນສັ້ນ

ທ່ານຄົນອ່ານ ຊ່ອຍພາກັນຄອມເມັ້ນໃຫ້

ມີແຕ່ອ່ານ ຜ່ານຕາແລ້ວຈາກໃປ

ຂໍໃຫ້ກິກນອກໃຈ ໃຜບໍ່ເມັ້ນ.

************ປະມານນີ້ແຫຼ້ະ.

ເຮັດຜິດຊ້ຳຊາກໃນເລຶ່ອງດຽວກັນ.....ເຮົາຄືຄົນໂງ່

໑໐ ກະທູ້
໒໔໒ ໂພສ
ນັກການກະທູ້

໓໒ ກະທູ້
໒໓໘໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຮົາກະຈື່ແຕ່ວ່າມັນເປັນ
ສາມ ສອງ ສາມ
ແຕ່ບໍ່ຮູ້ວ່າ ຄຳໃດສຳຜັດກັບຄຳໃດ ໃນຫນຶ່ງບາດ

໑໑ ກະທູ້
໔໐໔ ໂພສ
ຊຳນານການເວັບບອດ
ຄລິ໊ກເຂົ້າໃປ ໄດອະຣີຂຽນມື້ວານ

ຖືກເປີດອ່ານ ໃປແລ້ວຫ້າສີບຄັ້ງ

ແຕ່ຄອມເມັ້ນ ບໍ່ເຫັນມີໜ້າຜິດຫວັງ

ຫຼືເຮົາຍັງ ມືບໍ່ເຖີງຂຽນໂດນໃຈ

ລອງຂຽນໃໝ່ ໄດອະຣີບົດກອນສັ້ນ

ທ່ານຄົນອ່ານ ຊ່ອຍພາກັນຄອມເມັ້ນໃຫ້

ມີແຕ່ອ່ານ ຜ່ານຕາແລ້ວຈາກໃປ

ຂໍໃຫ້ກິກນອກໃຈ ໃຜບໍ່ເມັ້ນ.

ຄິດວ່າປະມານນີ້ ນ້ອງກໍມີພື້ນຖານມາກ່ອນຢູ່ແລ້ວກໍຄົງຈະບໍ່ມີບັນຫາ

ເຮັດຜິດຊ້ຳຊາກໃນເລຶ່ອງດຽວກັນ.....ເຮົາຄືຄົນໂງ່

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂໍເອົາຕອບຢູ່ໄດມາເດີ ອິອິອິ

ຂອບໃຈຫຼາຍໆ ທີ່ແຕ່ງກາບກອນມ່ວນໆໃຫ້ ລອງຕອບຈັກໜ້ອຍເບິ່ງກ່ອນ ອິອິອິ

ເຮົາເກີດຊາດມາເປັນຄົນຂີ້ຮ້າຍ............ບ່າວໜ່າຍແໜງໜີ
ກ່າວເຖີງເນື້ອຄູ່ຈັກຊິມີ.....................ຫຼືບໍ່ມີຈິງແທ້
ຫຼືເຮົາເປັນຄົນດຳແຫຼ້.......................ໜ້າລາຍດຳດ່າງ........(ຮາໆໆໆໆ)
ບ່າວຕ່າງເມີນໜີໜ້າ.......................ບໍ່ມາໃກ້ຈັກຄົນ...........(ຮາໆໆໆ)

ອົດສາເດີໃຈອົດເຍື້ອນ....................ມີບໍ່ມີກໍ່ຢ່າຕາມ
ຊິອົດສາຖາມຕາມຮຽນ....................ພ່ຳພຽນໄປເລື້ອຍ
ໃຈບໍ່ຢາກອິງເອື້ອຍ........................ຟູມຟືອຍເກາະກິນພໍ່ແມ່.......(ຮາໆໆໆ)

ຂອບໃຈອ້າຍເມຍນອນມາອອນລາຍ......ພ້ອມອ້າຍສອນສັກອີ່ຫຼີແທ້
ມາຮ່ວມແຕ່ງກາບກອນ...................ຈັ່ງວ່າແຕ່ງມ່ວນອອນຊອນ
ນ້ອງເກືອບຊິນອນ........................ແລະຫົວນ້ຳລາຍໂຢດຄາຄອມແທ້.......(ຮາໆໆ)
ນ້ອງແຕ່ງບໍ່ມ່ວນໃຫ້ມາກວດແກ້.........ບອກນ້ອງແນ່ເດີ ອິອິ

ມາຮອດບັດນີ້..........................ຊິໄດ້ຂໍລາລົງ
ໄປນອນຝັນພະວົງ......................ຕໍ່ບົດກອນຂອງອ້າຍ
ຈັ່ງມາມ່ວນແຕ່ຕົ້ນຈົນທ້າຍ.............ນ້ຳຕານຫຼາຍມົດມາຕອມຕໍ່.......(ອິອິ)
ນ້ອງໄປປັດມົດກ່ອນເດີອ້າຍ............ມັນມາຫຸ້ມຕອມຄອມນີ້ແລ້ວ ຮາຮາໆໆໆໆ

໒ ກະທູ້
໑໖໗໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້

໑໑ ກະທູ້
໔໐໔ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ...

ຄັນແມ່ນວ່າເອົາໃປເຮັດເປັນກອນລຳ ກ່ະພໍປານລົດໄກ້ຊິເບິດນ້ຳມັນ ແລ່ນຂື້ນເນີນພູນີ້ແຫຼ໊ະ...

ເຮັດຜິດຊ້ຳຊາກໃນເລຶ່ອງດຽວກັນ.....ເຮົາຄືຄົນໂງ່

໑໓ ກະທູ້
໒໕໒໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄຳວ່າກອນ..................ເວົ້າງ່າຍແຕ່ຂຽນຍາກ
ເວົ້າຄ່ອງປາກ...............ບາດຂຽນພັດບໍ່ເກາະກາຍ
ບາງຄົນມົ້ວ...................ຕົວະຂຽນປ່ຽນສະໄຕລ໌
ບໍ່ໄດ້ເວົ້າໃຫ້ໃຜ.............ເວົ້າໃຫ້ຕົວເອງທີ່ແຕ່ງກອນບໍ່ເປັນ...ນີ້ແລ້ວ

໑໑ ກະທູ້
໔໐໔ ໂພສ
ຊຳນານການເວັບບອດ
ເກືອບໃດ້ແລ້ວເດຈ່ອຍ ລອງຂຽນຕື່ມອີກຈັກໜ່ອຍເບີ່ງດຸ໊

ເຮັດຜິດຊ້ຳຊາກໃນເລຶ່ອງດຽວກັນ.....ເຮົາຄືຄົນໂງ່

໑໓ ກະທູ້
໒໕໒໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
.....ຊາຍນີ້ປຽບດັ່ງການົກຕູນ້ອຍ..............ບໍ່ສົມກື່ງໂກງຄຳ
ໂຕກາແພງຕາດຳ.................................ບໍ່ສົມຄຳຫຼາຍຕື້
ຍ້ອນວ່າຊາຍເປັນ.................................ບໍ່ສົມກື່ງຍີງລາວ.....ນີ້ແລ້ວ

ໄດ້ຢູ່ຫວາ ແຕ່ບໍ່ຄົບວັກເດີ ອິອິອິອິ

໑໓ ກະທູ້
໒໕໒໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
.....ຊາຍນີ້ປຽບດັ່ງການົກຕູນ້ອຍ..............ບໍ່ສົມກື່ງໂກງຄຳ
ໂຕກາແພງຕາດຳ.................................ບໍ່ສົມຄຳຫຼາຍຕື້
ຍ້ອນວ່າຊາຍເປັນລື້.................................ບໍ່ສົມກື່ງຍີງລາວ.....ນີ້ແລ້ວ

ໄດ້ຢູ່ຫວາ ແຕ່ບໍ່ຄົບວັກເດີ ອິອິອິອິ

໒ ກະທູ້
໒໒໓ ໂພສ
ນັກການກະທູ້
ອ້າຍຜູ້ຄົນຕ່ຳຕ້ອຍ.....................ການສືກສາບໍ່ສູງສັກ
ແຕ່ຫາກໃຈອ້າຍມັກ...................ເລື່ອງຂຽນກອນແຕ່ງແຕ້ມ
ເຖິງວ່າກອນບໍ່ມ່ວນແມ້ງ..............ສາວພັນລາວຢ່າຟ້າວຫັນຫຼັງໃສ່
ອົດສາອ່ານກອນທີ່ຫ່ວຍຮ້າຍ.........ໃຫ້ຕົວອ້າຍຊື່ນໃຈ ແດ່ເດີ

ແບບນີ້ພໍໄດ້ຢູ່ບບໍ່ ??? ອິອິອິ

໑໑ ກະທູ້
໔໐໔ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ sounyong ຂຽນວ່າ...
.....ຊາຍນີ້ປຽບດັ່ງການົກຕູນ້ອຍ..............ບໍ່ສົມກື່ງໂກງຄຳ
ໂຕກາແພງຕາດຳ.................................ບໍ່ສົມຄຳຫຼາຍຕື້
ຍ້ອນວ່າຊາຍເປັນລື້.................................ບໍ່ສົມກື່ງຍີງລາວ.....ນີ້ແລ້ວ

ໄດ້ຢູ່ຫວາ ແຕ່ບໍ່ຄົບວັກເດີ ອິອິອິອິ

ບໍ່ເຂົ້າໃຈຊ້ຳ ຈະວ່າແມ່ນສັບທ້ອງຖີ່ນກ່ະບໍ່ແມ່ນ ຫຼືວ່າເຈົ້າພີມຜິດ ?...

ເຮັດຜິດຊ້ຳຊາກໃນເລຶ່ອງດຽວກັນ.....ເຮົາຄືຄົນໂງ່

໑໑ ກະທູ້
໔໐໔ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ sonesak ຂຽນວ່າ...
ອ້າຍຜູ້ຄົນຕ່ຳຕ້ອຍ.....................ການສືກສາບໍ່ສູງສັກ
ແຕ່ຫາກໃຈອ້າຍມັກ...................ເລື່ອງຂຽນກອນແຕ່ງແຕ້ມ
ເຖິງວ່າກອນບໍ່ມ່ວນແມ້ງ..............ສາວພັນລາວຢ່າຟ້າວຫັນຫຼັງໃສ່
ອົດສາອ່ານກອນທີ່ຫ່ວຍຮ້າຍ.........ໃຫ້ຕົວອ້າຍຊື່ນໃຈ ແດ່ເດີ

ແບບນີ້ພໍໄດ້ຢູ່ບບໍ່ ??? ອິອິອິ

ຊິແປງໃຫ້ໜ້ອຍນື່ງລອງເບີ່ງເດີ :
ອ້າຍຜູ່ຄົນຕ່ຳຕ້ອຍ...................ສືກສາບໍ່ສູງສັກ
ແຕ່ຫາກໃຈຊາຍມັກ...................ເລື່ອງກອນຂຽນແຕ້ມ
ເຖິງວ່າກອນບໍ່ມ່ວນແມ້ງ..............ສາວພັນລາວຢ່າຟ້າວຫັນຫຼັງໃສ່
ອົດສາອ່ານກອນທີ່ຫ່ວຍຮ້າຍ.........ໃຫ້ຕົວອ້າຍຊື່ນໃຈ ແດ່ເດີ

ເຮັດຜິດຊ້ຳຊາກໃນເລຶ່ອງດຽວກັນ.....ເຮົາຄືຄົນໂງ່

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແຕ່ງບໍ່ເປັນ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໐ ກະທູ້
໗໕ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ mianone ຂຽນວ່າ...
ຕົວຢ່າງໃນການຂຽນກາບ...

ກອນສາວພາສຸກ
ຂ້ອຍຊິກ່າວ....ເລື່ອງສາວພາສຸກ
ຈັກແມ່ນລູກ...ສາວໃຜບຸນຄ້ຳ
ງາມອ່ຳຖ່ຳ....ຜູ່ລ່າວລັກແຍງ
ແກ້ມລາວແດງ...ປານໝາກຜິພ່ວນ ອິ ອິ
ເວົ້າກໍມ່ວນ...ຮອຍຍີ້ມກໍຫວານ
ປານນ້ຳຕານ...ມົດຕອມຍືດໆ
ຄວາມປະພືດ...ຂອງລາວກໍດີ
ມີມັຍຕຣີ...ນຳພີ່ນຳນ້ອງ
ວາດງາມຄ່ອງ...ຕາມແບບສາວລາວ
ແຕ່ລາວເຫງົາ...ຍ້ອນລາວຂາດຄູ່ ອິ ອິ
ມີແຕ່ໝູ່...ຍັງບໍ່ມີແຟນ
ບ່າວຕ່າງແດນ...ທຽວມາເວົ້າມ່າຍ
ແລ້ວກໍລ່າຍ...ເຮັດໃຫ້ລາວເຫງົາ
ບ່າວພັນລາວ...ປອບໃຈລາວແນ່ ອິ ອິ

*ລອງຂຽນເບີ່ງແມ໊ ການຂຽນກອນໆນື່ງນັ້ນບໍ່ຍາກຄືຈັ່ງທ່ານຄິດ.

ໄປຕວະໃຫ້ລາວດີໃຈ ອີລະເຈົ້ານິ ເວົ້າຄວາມຈິງໂລດລາວບໍ່ຮ້າຍດອກ

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂ້ອຍແຕ່ງບໍ່ເປັນຊ້ຳ ຜູ້ນ້ອຍດ້ອຍປັນຍາ
ມີແຕ່ນ້ຳຕານອງ ເມື່ອອ່ານກອນຂອງເຈົ້າ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໑໑ ກະທູ້
໔໐໔ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ vanasinh ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ mianone ຂຽນວ່າ...
ຕົວຢ່າງໃນການຂຽນກາບ...

ກອນສາວພາສຸກ
ຂ້ອຍຊິກ່າວ....ເລື່ອງສາວພາສຸກ
ຈັກແມ່ນລູກ...ສາວໃຜບຸນຄ້ຳ
ງາມອ່ຳຖ່ຳ....ຜູ່ລ່າວລັກແຍງ
ແກ້ມລາວແດງ...ປານໝາກຜິພ່ວນ ອິ ອິ
ເວົ້າກໍມ່ວນ...ຮອຍຍີ້ມກໍຫວານ
ປານນ້ຳຕານ...ມົດຕອມຍືດໆ
ຄວາມປະພືດ...ຂອງລາວກໍດີ
ມີມັຍຕຣີ...ນຳພີ່ນຳນ້ອງ
ວາດງາມຄ່ອງ...ຕາມແບບສາວລາວ
ແຕ່ລາວເຫງົາ...ຍ້ອນລາວຂາດຄູ່ ອິ ອິ
ມີແຕ່ໝູ່...ຍັງບໍ່ມີແຟນ
ບ່າວຕ່າງແດນ...ທຽວມາເວົ້າມ່າຍ
ແລ້ວກໍລ່າຍ...ເຮັດໃຫ້ລາວເຫງົາ
ບ່າວພັນລາວ...ປອບໃຈລາວແນ່ ອິ ອິ

*ລອງຂຽນເບີ່ງແມ໊ ການຂຽນກອນໆນື່ງນັ້ນບໍ່ຍາກຄືຈັ່ງທ່ານຄິດ.

ໄປຕວະໃຫ້ລາວດີໃຈ ອີລະເຈົ້ານິ ເວົ້າຄວາມຈິງໂລດລາວບໍ່ຮ້າຍດອກ

ຂ້ອຍກ່ະຈັກຈັ່ງໃດ໋ ເວົ້າຄວາມຈີງບໍ່ເປັນນ່ະ...

ເຮັດຜິດຊ້ຳຊາກໃນເລຶ່ອງດຽວກັນ.....ເຮົາຄືຄົນໂງ່

໑໑ ກະທູ້
໔໐໔ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ PhEnGPuAn ຂຽນວ່າ...
ຂ້ອຍແຕ່ງບໍ່ເປັນຊ້ຳ ຜູ້ນ້ອຍດ້ອຍປັນຍາ
ມີແຕ່ນ້ຳຕານອງ ເມື່ອອ່ານກອນຂອງເຈົ້າ

ແນ໊ະ ຂື້ນຕົ້ນມາກໍມີເຄົ້າໂລດ ລອງຂຽນດີໆເບີ່ງອ້າຍວ່າເຈົ້າຕ້ອງມີອະນາຄົດນ່າ

ເຮັດຜິດຊ້ຳຊາກໃນເລຶ່ອງດຽວກັນ.....ເຮົາຄືຄົນໂງ່

໒໕ ກະທູ້
໒໘໘໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂຽນກອນບໍ່ເປັນ ແຕ່ຈື່ແຕ່ສູດມັນນະ

ກາງ ເອກ ໂທ .....................ກາງ ເອກ ໂທ ກາງ
ກາງ ກາງ ກາງ.....................ເອກ ກາງ ກາງ ໂທ
ກາງ ກາງ ໂທ ..................... ກາງ ກາງ ກາງ ເອກ
ກາງ ເອກ ໂທ ...................... ກາງ ໂທ ເອກ ກາງ

ຈື່ໄດ້ແຕ່ສ່ຳນີ້ລະ

I believe in the IMPOSSIBLE

໑໑ ກະທູ້
໔໐໔ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ peckii ຂຽນວ່າ...
ຂຽນກອນບໍ່ເປັນ ແຕ່ຈື່ແຕ່ສູດມັນນະ

ກາງ ເອກ ໂທ .....................ກາງ ເອກ ໂທ ກາງ
ກາງ ກາງ ກາງ.....................ເອກ ກາງ ກາງ ໂທ
ກາງ ກາງ ໂທ ..................... ກາງ ກາງ ກາງ ເອກ
ກາງ ເອກ ໂທ ...................... ກາງ ໂທ ເອກ ກາງ

ຈື່ໄດ້ແຕ່ສ່ຳນີ້ລະ

ເຄີຍໃດ້ອ່ານໄດຯຂອງນ້ອງແລ້ວ ຮູ້ສືກວ່າຂຽນໃດ້ດີຫຼາຍ ທັງການໄຊ້ສັບແລະສຳນວນກໍດີເຂົ້າໃຈງ່າຍ
ໜ້າຈະລອງຂຽນກອນລອງເບີ່ງ ຈັ່ງໃດ໋ກໍຕ້ອງອອກມາດີນ່າອ້າຍວ່າ.

ເຮັດຜິດຊ້ຳຊາກໃນເລຶ່ອງດຽວກັນ.....ເຮົາຄືຄົນໂງ່

໔໒ ກະທູ້
໒໖໐໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ peckii ຂຽນວ່າ...
ຂຽນກອນບໍ່ເປັນ ແຕ່ຈື່ແຕ່ສູດມັນນະ

ກາງ ເອກ ໂທ .....................ກາງ ເອກ ໂທ ກາງ
ກາງ ກາງ ກາງ.....................ເອກ ກາງ ກາງ ໂທ
ກາງ ກາງ ໂທ ..................... ກາງ ກາງ ກາງ ເອກ
ກາງ ເອກ ໂທ ...................... ກາງ ໂທ ເອກ ກາງ

ຈື່ໄດ້ແຕ່ສ່ຳນີ້ລະ

ໝູເອີ້ຍໝູຫື່ນ..................................ເຈົ້າຕື່ນແຕ່ເຊົ້າ

ເພື່ອເຂົ້າພັນລາວ..................................ມາອາຈຶກກຶ໋ຍກະທູ້

ເຈົ້າເປັນຄົນຮູ້..................................ແຕ່ຊູ້ບໍ່ມີ

ຄັນຊັ້ນເອົາຈັ່ງຊີ້..................................ມາເປັນກິກກັບຂ້ອຍ

ບໍ່ໄດ້ເວົ້າລອຍໆ..................................ຕອບຂ້ອຍໄວແມະ!

ຢ່າມາອໍ້ແອ້..................................ແນ່...ສຸດທ້າຍກະຕົກລົງ!!!

>>> ຈົບກອນ <<<

໑໑ ກະທູ້
໔໐໔ ໂພສ
ຊຳນານການເວັບບອດ
ສຸດຍອດນ້ອງ tahipVTE ຂຽນໃດ້ຖືກຕ້ອງ.
ແຕ່ອ້າຍບໍ່ເຂົ້າໃຈຄົນທີ່ຊື່ໝູຫື່ນ ນ້ອງໝາຍເຖີງຄົນທີ່ໃສ່ເສື້ອຂາວໃສ່ແວ່ນນັ້ນຫວ໋າ ?...

ເຮັດຜິດຊ້ຳຊາກໃນເລຶ່ອງດຽວກັນ.....ເຮົາຄືຄົນໂງ່

ໜ້າທີ່ 1 ຈາກທັງໝົດ 8 ໜ້າ <<<12345678>>>