ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ພາສາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ພາສາ » ພື້ນຖານໃນການຂຽນ (ກາບ) ກອນ.

ໜ້າທີ່ 3 ຈາກທັງໝົດ 8 ໜ້າ <<<12345678>>>


໑໑ ກະທູ້
໔໐໔ ໂພສ
ຊຳນານການເວັບບອດ
ແນ່ນອນ ອ້າຍຕ້ອງເຊັຽນາງໝູ ເອີ໊ຍPeckii ຢູ່ແລ້ວ...

ເຮັດຜິດຊ້ຳຊາກໃນເລຶ່ອງດຽວກັນ.....ເຮົາຄືຄົນໂງ່

໑໓ ກະທູ້
໒໕໒໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ mianone ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ sounyong ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ peckii ຂຽນວ່າ...
ຂຽນກອນບໍ່ເປັນ ແຕ່ຈື່ແຕ່ສູດມັນນະ

ກາງ ເອກ ໂທ .....................ກາງ ເອກ ໂທ ກາງ
ກາງ ກາງ ກາງ.....................ເອກ ກາງ ກາງ ໂທ
ກາງ ກາງ ໂທ ..................... ກາງ ກາງ ກາງ ເອກ
ກາງ ເອກ ໂທ ...................... ກາງ ໂທ ເອກ ກາງ

ຈື່ໄດ້ແຕ່ສ່ຳນີ້ລະ


ເອົາສູດແປັກກີ້ມາໃຊ້ເດີ
ຟັງເດີ......ສາວງາມແສນອ່ອນນ້ອມ..............ຫອມຫວນມ່ວນໜ້າບານ
.........ຫວານທັງຈິດມິດທັງໃຈ.....................ໃສ່ຊຸດງາມຊາຍແສນຍ້ອງ
.........ລອງມາແນມຈໍ້ຈັ້ນ..............................ແສນງາມໝົດທຸກທ່າ
.........ພາໃຈຊາຍຫວ່ານຍີ້ມ..........................ນຳນ້ອງຜູ້ອ່ອນຫວານ.....ແທ້ນາ
ໄດ້ຢູ່ຫວາ ພະຍາຍາມສຸດໆ ລະໄດນິ


ເຂົ້າທ່າແລ້ວເດຈ່ອຍ ຍັງອີກໜ້ອຍນື່ງ ແຕ່ບັນຫາທີ່ເຈົ້າເອົາສູດPackii ມາໄຊ້ ໂດຍບໍ່ໃດ້ຮັບອະນຸຍາດ
ລະວັງລາວຊິຟ້ອງເຈົ້າຈົນວ່າອຸດຈະຣະແຕກ...


ແປັກກີ້ອະນຸຍາດແລ້ວ


໒໕ ກະທູ້
໒໘໘໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແມ່ນຫຍັງ ແມ່ນຫຍັງ ແມ່ນຫຍັງງງງງງ


ວັອທ ແຮັບ ເພິ້ນ ??

ບໍ່ມາຈອບ ມື້-2ມື້ ນິມີນິນທາວ່າລັບຫຼັງກັນລະຫວະ ????

@ ອ້າຍເມຍນອນ: ຕົບຫົວລະລູບຫຼັງເດີ້ ອ້າຍເມຍນອນ ເຊຍເປັກ ແຕ່ວ່າເປັກເປັນໝູ ນະ
@ ທ້າວແບ້ຫົວເຖີກ : ໃຜໆໆ ໃຜແພ້ໃຜ ກະເຈົ້າເອີ້ນວ່າ ຖອຍຕັ້ງຫຼັກເຟີ້ຍ ບໍ່ໄດ້ໂວຍອີ໊ກກກກກກກກກກກ
@ ຈ່ອຍ: ເປັກຍັງບໍ່ທັນໄດ້ອານຸຍາດເດີ້ ດຽວນີ້ກຳລັງປະກອບເອກະສານ ຊິໄປຟ້ອງຈ່ອຍໃຫ້ຕັບແຕກ ອຸຈາລະແຕກນຳພຸ້ນລະ 555

I believe in the IMPOSSIBLE

໑໑ ກະທູ້
໔໐໔ ໂພສ
ຊຳນານການເວັບບອດ
ຂໍໂທດນຳນ້ອງ peCkIi ຫຼາຍໆ ອ້າຍຕິດພະຍາດນຳເຂົາມາ...

ເຮັດຜິດຊ້ຳຊາກໃນເລຶ່ອງດຽວກັນ.....ເຮົາຄືຄົນໂງ່

໑໑ ກະທູ້
໔໐໔ ໂພສ
ຊຳນານການເວັບບອດ
ບໍ່ຕ້ອງຢ້ານເດີຈ່ອຍຄັນຫາກ peCkIi ລາວຊິຟ້ອງ , ອ້າຍຊິພາໃປຫາປູ່ຂອງອ້າຍເພີ່ນເປັນຫົວໜ້າສານ...

ເຮັດຜິດຊ້ຳຊາກໃນເລຶ່ອງດຽວກັນ.....ເຮົາຄືຄົນໂງ່

໔໒ ກະທູ້
໒໖໐໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
@ນາງໝູຫື່ນຫົວລ້ານແງ່:

ຂັ້ນບໍ່ໄດ້ໂວຍໃດ໋ຫັ້ນນະ...............................ແພ້ລະຍັງມາວ່າຕັ້ງຫຼັກ

ນາງໝູຫື່ນເອີ້ຍ....................................ຈັ່ງແມ່ນເຈົ້າບໍ່ຮູ້ຈັກ

ເບິ່ງຄັກໆແມະ....................................ວ່າຕາຫິບເກັ່ງຊ່ຳໃດ

ຖ້າເພິ່ນຍັງບໍ່ພໍໃຈ..................................ກະມາດວນກັນຕໍ່ໂລດ!!!!! ໝູເອີ້ຍ!!!!

(ເວົ້າຊື່ໆກະເປັນກອນເສີຍ) 555555555555555555




໑໓ ກະທູ້
໒໕໒໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ peckii ຂຽນວ່າ...
ແມ່ນຫຍັງ ແມ່ນຫຍັງ ແມ່ນຫຍັງງງງງງ


ວັອທ ແຮັບ ເພິ້ນ ??

ບໍ່ມາຈອບ ມື້-2ມື້ ນິມີນິນທາວ່າລັບຫຼັງກັນລະຫວະ ????

@ ອ້າຍເມຍນອນ: ຕົບຫົວລະລູບຫຼັງເດີ້ ອ້າຍເມຍນອນ ເຊຍເປັກ ແຕ່ວ່າເປັກເປັນໝູ ນະ
@ ທ້າວແບ້ຫົວເຖີກ : ໃຜໆໆ ໃຜແພ້ໃຜ ກະເຈົ້າເອີ້ນວ່າ ຖອຍຕັ້ງຫຼັກເຟີ້ຍ ບໍ່ໄດ້ໂວຍອີ໊ກກກກກກກກກກກ
@ ຈ່ອຍ: ເປັກຍັງບໍ່ທັນໄດ້ອານຸຍາດເດີ້ ດຽວນີ້ກຳລັງປະກອບເອກະສານ ຊິໄປຟ້ອງຈ່ອຍໃຫ້ຕັບແຕກ ອຸຈາລະແຕກນຳພຸ້ນລະ 555


ພໍດີເລີຍແປັກກີ້ ຈ່ອຍບໍ່ໄດ້ຂີ້20ປີແລ້ວ


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກະເປັນໄປນໍ!

ກາພກອນເກັ່ງແທ້ໆ............ນໍໜູ່ຊຸມສາວ
ທັງບ່າວແວງດາດອມ...........ຢອກກັນແຊວເຈັ້ງໆ
ເໜືອນດັ່ງເພັງຂານຮ້ອງ.......ຄຸຍກັນມ່ວນໆ
ຊວນກັນຫຼີ້ນໜາກກ້ອມ.......ກະຂໍເຂົ້າຮ່ວມວົງແນ່ເດ?


໒໕ ກະທູ້
໒໘໘໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
@ ອ້າຍເມຍນອນ: ອ້າຍຕິດພະຍາດແບ້ບ້າມາໃດ໋ຫັ້ນ ຮີບໄປສັກຢາກັນບາດທະຍັກໄວ້ແມະ

@ ຈ່ອຍ: ຕາຢ້ານເດີ້ ລຳໄສ້ຈ່ອຍບໍ່ແມ່ນເນົ່າໃນລະຫວາຫັ້ນ

@ ລຸງເທົາ: ມາຢູ່ຂ້າງເປັກເດີ້ລຸງ ຊ່ອຍກັນຈັດການແບ້ບ້າ

I believe in the IMPOSSIBLE

໒໕ ກະທູ້
໒໘໘໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອັນວ່າທ້າວແບ້ບ້າ...................ຕາກະບໍ່ມືນ
ຕື່ນມາກະຂີ້ໃສ່ຄຸ..................... ຍ້ອນວ່າຫຼັບຕາຖ່າຍ
ເມື່ອເວລາຍາມບ່າຍ................. ຕາເວັນເຈີດຈ້າສ່ອງໜ້າຜາກ
ຢາກບອກແຕ່ບໍ່ກ້າບອກ...............ເທື່ອໜ້າຊິໄປໃສກາງແຈ້ງກະໃສ່ໝວກກັນນ໋ອກແນ່ ຢ່າຊຸຂ້າກະເຈົ້າທາງອ້ອມແບບນ້ານນນນນນນ

I believe in the IMPOSSIBLE

໔໒ ກະທູ້
໒໖໐໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຊັ້ນແຫຼະ!!!

ເວລາໝູຫື່ນຈົນມຸມ...ຈະມັກຫາພັກພວກມາຕິດອະຫິວານຳ!!!

555555555555




໒໕ ກະທູ້
໒໘໘໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຂົາອະຫິວາ ເພິ່ນກະຂີ້ກະຕືກໂຕແປຫົວເຖີກແລ້ວລະເຖົ້າເອີ້ຍຍຍຍຍຍ

I believe in the IMPOSSIBLE

໔໒ ກະທູ້
໒໖໐໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ່ອຍ....ນາງຂີ້ກະຕືກໂຕກົມຫົວລ້ານແງ່ເອີ້ຍ!!!!



໐ ກະທູ້
໓ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ມ່ວນດີເນາະ ມີສາລະດີອີກ
ຂອບໃຈຫລາຍໆເດີ


໐ ກະທູ້
໓ ໂພສ
ມືໃໝ່ຮຽນໃຊ້ເວັບບອດ


໔໒ ກະທູ້
໒໖໐໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
* ຕໍ່ໄປນີ້ຈະເປັນກອນ..........................ປາບໝູຫື່ນ!!

ທັງເວັນຄືນ........................ຝືນຄວາມຈິງຢູ່ຕະຫຼອດ!!

ຈະແນວໃດ.........................ມື້ນີ້ໝູ ຕ້ອງບໍ່ລອດ!!

ຈັບມາທອດ....ມາປິ້ງ....ມາປິ່ນ....ໃຫ້ແຊບແທ້ເດ.......ທ່ານເອີຍ!!!!!

** ເຖິງໝູຫື່ນຈະຫົວລ້ານແງ່....................ກະຊ່າງ!!!!

ໂອ້ຍນ້ອງນາງ...........................ໝາກຈົກເຈົ້າໃຫຍ່ໜັກໜາ!!!!

ປ່ຽນຊື່ໃໝ່ເປັນ ອຸນຈິຊັງ.........................ກະຍັງບໍ່ຄັກເທື່ອນະ!!!!!

ເອົາຊື່ນີ້ອີກຊະ...........................ຂີ້ກະຕືກໂຕກົມຫົວລ້ານແງ່!!!!! ເອີຍ!!!!

ແຫ່ໆໆໆໆ ຈົບກອນດັບເບີ້ນ!!!!!




໒໕ ກະທູ້
໒໘໘໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ທ້າວແບ້ເຖົ້າຫົວລ້ານເຖີກ...........ຢ່າມາເປີດວິກເປີດຜົມໂຊວຢູ່ນີ້
ຢາກໂຊວຫົວເຖີກໃຫ້ສາວ...........ແຕ່ຜົມກະບໍ່ມີ
ຮູ້ລະແຫຼະ.........ວ່າໄປນັ່ງຄຽດລັກຂີ້ໃສ່ຄຸຫັ້ນນ່າ
ອັນລະວ່າຕົນໄດ້ຊື່ໃໝ່ເນາະ.......... ທ້າວ ຂີ້ ຢອງ ຄຸ

I believe in the IMPOSSIBLE

໔໒ ກະທູ້
໒໖໐໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ peckii ຂຽນວ່າ...
ທ້າວແບ້ເຖົ້າຫົວລ້ານເຖີກ...........ຢ່າມາເປີດວິກເປີດຜົມໂຊວຢູ່ນີ້
ຢາກໂຊວຫົວເຖີກໃຫ້ສາວ...........ແຕ່ຜົມກະບໍ່ມີ
ຮູ້ລະແຫຼະ.........ວ່າໄປນັ່ງຄຽດລັກຂີ້ໃສ່ຄຸຫັ້ນນ່າ
ອັນລະວ່າຕົນໄດ້ຊື່ໃໝ່ເນາະ.......... ທ້າວ ຂີ້ ຢອງ ຄຸ



ກອນເທີ...ເລີ້ມຈະບໍ່ມີການເກາະກ່າຍ

ສຳພັດນອກໃນ ບໍ່ມີແລ້ວ!!! 55555555




໒໕ ກະທູ້
໒໘໘໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກະເຈົ້າເອີ້ນວ່າ ກອນສຳຜັດ ກຳລັງພາຍໃນເວີ້ຍ

ມັນຈຶ່ງບໍ່ເຫັນຢູ່ທັງສຳຜັດນອກ ແລະ ສຳຜັດໃນນະ


I believe in the IMPOSSIBLE

໑໑ ກະທູ້
໔໐໔ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ ThaoK ຂຽນວ່າ...
ກະເປັນໄປນໍ!

ກາພກອນເກັ່ງແທ້ໆ............ນໍໜູ່ຊຸມສາວ
ທັງບ່າວແວງດາດອມ...........ຢອກກັນແຊວເຈັ້ງໆ
ເໜືອນດັ່ງເພັງຂານຮ້ອງ.......ຄຸຍກັນມ່ວນໆ
ຊວນກັນຫຼີ້ນໜາກກ້ອມ.......ກະຂໍເຂົ້າຮ່ວມວົງແນ່ເດ?[/quo

ລູງເທົາເອີຍເຂົ້າມາໂລດ........ເບີ່ງຄົນໂສດເຂົາລົມກັນ
ມີແຕ່ຄວາມຫັນສາ............ມ່ວນເລີຍບໍ່ມີເສົ້າ
ເບີ່ງເຂົາອຳກັນຫຼີ້ນ.......ແຊວໆຈັ່ງແມ່ນມ່ວນ
ຊວນລູງເທົາຮ່ວມຈໍ້......ນຳນ້ອງນຸ່ງຫຼານແນ່ເດີ

ເຮັດຜິດຊ້ຳຊາກໃນເລຶ່ອງດຽວກັນ.....ເຮົາຄືຄົນໂງ່

໑໑ ກະທູ້
໔໐໔ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ peckii ຂຽນວ່າ...
@ ອ້າຍເມຍນອນ: ອ້າຍຕິດພະຍາດແບ້ບ້າມາໃດ໋ຫັ້ນ ຮີບໄປສັກຢາກັນບາດທະຍັກໄວ້ແມະ

@ ຈ່ອຍ: ຕາຢ້ານເດີ້ ລຳໄສ້ຈ່ອຍບໍ່ແມ່ນເນົ່າໃນລະຫວາຫັ້ນ

@ ລຸງເທົາ: ມາຢູ່ຂ້າງເປັກເດີ້ລຸງ ຊ່ອຍກັນຈັດການແບ້ບ້າ



ແລ້ວຊິໃຫ້ອ້າຍໃປສີດຢານຳໃຜ ຄັນບໍ່ແມ່ນ pecKiI ສີດໃຫ້...

ເຮັດຜິດຊ້ຳຊາກໃນເລຶ່ອງດຽວກັນ.....ເຮົາຄືຄົນໂງ່

໑໑ ກະທູ້
໔໐໔ ໂພສ
ຊຳນານການເວັບບອດ
ຝ່າຍtahipVTE ຫົວເຖີກ........ກໍ່ເສີກກັບpeckii
ທາງທ້າວຈ່ອຍບອກວ່າ20ປີບໍ່ໃດ້ຂີ້.....ແຕ່peckii ຊິຟ້ອງສານ
ບອກໃຫ້ຫັດຂຽນກອນ.......ເອົາແຕ່ນອນກັບຮະຮານ
ຖຽງກັນຈົນປາຍບານ ເອີ໊ຍ ບານປາຍເລີຍບໍ່ໃດ້ຫັດຂຽນກອນ
.......................ກະຕິກາໃໝ່..........................
...................ຊິວ່າຈັ່ງໃດກ່ະໃດ້ ແຕ່ຕ້ອງໃຫ້ເປັນກອນ......

ເຮັດຜິດຊ້ຳຊາກໃນເລຶ່ອງດຽວກັນ.....ເຮົາຄືຄົນໂງ່

໒໕ ກະທູ້
໒໘໘໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂຽນກອນບໍ່ເປັນນະ

I believe in the IMPOSSIBLE

໒ ກະທູ້
໔໓ ໂພສ
ຂາປະຈຳເວັບບອດ
ສາວລາວງາມຫລາຍ
ຢ່າງກາຍວ່ານາງຟ້າ
ຫັນໜ້າວ່ານາງງາມ
ເວົ້ານຳວ່ານາງເອກ...
ແຕ່ງໄດັຊ່ຳນີ້


໑໑ ກະທູ້
໔໐໔ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ natoomwan ຂຽນວ່າ...
ສາວລາວງາມຫລາຍ
ຢ່າງກາຍວ່ານາງຟ້າ
ຫັນໜ້າວ່ານາງງາມ
ເວົ້ານຳວ່ານາງເອກ...
ແຕ່ງໄດັຊ່ຳນີ້


ຂໍຕໍ່ໃຫ້ອີກຈັກໜ້ອຍເດີ....
ພະເອກເລີຍສົນໃຈ
ເວົ້າໃປເຂົາບໍ່ສົນ
ເຮົາຄົນຮູບບໍ່ຫຼໍ່
ນາມສະກຸນພໍ່ກ່ະບໍ່ດັງ
ສາວຊັງເພາະເຮົາຈົນ
ສາວສົນແຕ່ຄົນລວຍ
ຄົນຊວຍເລີຍເບິດສິດ
ພຽງແຕ່ຄິດກໍຜິດຫວັງ
..............ຕໍ່ໆກັນໃປແນ່ເດີ...

ເຮັດຜິດຊ້ຳຊາກໃນເລຶ່ອງດຽວກັນ.....ເຮົາຄືຄົນໂງ່

໑໑ ກະທູ້
໔໐໔ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ peckii ຂຽນວ່າ...
ຂຽນກອນບໍ່ເປັນນະ


ຖືກຫຼືຜິດກ່ະຢ່າ
ຂໍແຕ່ວ່າພະຍາຍາມ
ບໍ່ເຂົ້າໃຈເພີ່ນໃຫ້ຖາມ
ເລື່ອງເງີນຄຳບໍ່ໃຫ້ຈ່າຍ

ເຮັດຜິດຊ້ຳຊາກໃນເລຶ່ອງດຽວກັນ.....ເຮົາຄືຄົນໂງ່

໑໓ ກະທູ້
໒໕໒໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ mianone ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ ThaoK ຂຽນວ່າ...
ກະເປັນໄປນໍ!

ກາພກອນເກັ່ງແທ້ໆ............ນໍໜູ່ຊຸມສາວ
ທັງບ່າວແວງດາດອມ...........ຢອກກັນແຊວເຈັ້ງໆ
ເໜືອນດັ່ງເພັງຂານຮ້ອງ.......ຄຸຍກັນມ່ວນໆ
ຊວນກັນຫຼີ້ນໜາກກ້ອມ.......ກະຂໍເຂົ້າຮ່ວມວົງແນ່ເດ?[/quo

ລູງເທົາເອີຍເຂົ້າມາໂລດ........ເບີ່ງຄົນໂສດເຂົາລົມກັນ
ມີແຕ່ຄວາມຫັນສາ............ມ່ວນເລີຍບໍ່ມີເສົ້າ
ເບີ່ງເຂົາອຳກັນຫຼີ້ນ.......ແຊວໆຈັ່ງແມ່ນມ່ວນ
ຊວນລູງເທົາຮ່ວມຈໍ້......ນຳນ້ອງນຸ່ງຫຼານແນ່ເດີ


ລູງແລະຫຼານ.............................................ລົມກັນຮອດໃສແລ້ວ
ເຫັນເວົ້າແຊ່ວ...........................................ຊົມສາວຄືຈະມ່ວນ
ລູງກະຊວນຫຼານກະຊວນ...........................ລົມສາວໜ້າຈໍ້ຈັ້ນ
ລົມສາວກະສາວຄົນດຽວກັນ.......................ໂອຍສະຫວັນ ລູງຫຼານຍາດສາວກັນ ແທ້ນາ



໔໒ ກະທູ້
໒໖໐໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ mianone ຂຽນວ່າ...
ຝ່າຍtahipVTE ຫົວເຖີກ........ກໍ່ເສີກກັບpeckii
ທາງທ້າວຈ່ອຍບອກວ່າ20ປີບໍ່ໃດ້ຂີ້.....ແຕ່peckii ຊິຟ້ອງສານ
ບອກໃຫ້ຫັດຂຽນກອນ.......ເອົາແຕ່ນອນກັບຮະຮານ
ຖຽງກັນຈົນປາຍບານ ເອີ໊ຍ ບານປາຍເລີຍບໍ່ໃດ້ຫັດຂຽນກອນ
.......................ກະຕິກາໃໝ່..........................
...................ຊິວ່າຈັ່ງໃດກ່ະໃດ້ ແຕ່ຕ້ອງໃຫ້ເປັນກອນ......



"ຝ່າຍtahipVTE ຫົວເຖີກ........ກໍ່ເສີກກັບpeckiiຫົວລ້ານແງ່"

ທ່ານເມຍນອນຫນ້າຈະເລີ່ມຈັ່ງຊີ້ກະບໍ່!!! Eieieieiei




໑໑ ກະທູ້
໔໐໔ ໂພສ
ຊຳນານການເວັບບອດ
ເລີ້ມກັນໃໝ່ໃປຕັ້ງຫຼັກໃຜຊິແນ່
ຫົວລ້ານແງ່ຫຼືຫົວເຖີກ

ເຮັດຜິດຊ້ຳຊາກໃນເລຶ່ອງດຽວກັນ.....ເຮົາຄືຄົນໂງ່

໔໒ ກະທູ້
໒໖໐໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເອົາຫົວລ້ານແງ່ກ່ອນເລີຍອ້າຍ!!!!



ໜ້າທີ່ 3 ຈາກທັງໝົດ 8 ໜ້າ <<<12345678>>>