ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ພາສາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ພາສາ » ພື້ນຖານໃນການຂຽນ (ກາບ) ກອນ.

ໜ້າທີ່ 8 ຈາກທັງໝົດ 8 ໜ້າ <<<12345678>>>


໕ ກະທູ້
໒໗໓໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ປ໋າ
ມີແຕ່ຄົນແຕ່ງກອນມ່ວນໆເນາະ



໐ ກະທູ້
໑໒໑ ໂພສ
ນັກການກະທູ້
ddd


໑໖ ກະທູ້
໑໘໘ ໂພສ
ນັກການກະທູ້
ອາກາດເຢັນຕອນເຊົ້າ..........ຍາມເຮົາຢູ່ຫຼັງຄວາຍ
ລົມກໍ່ໂຊຍໆພັດ..................ປະສານສຽງນົກຮ້ອງ
ພາຍໃຕ້ທ້ອງຟ້າກ້ວາງ.........ຫຼັບສະບາຍຫາຍຫ່ວງ
ດວງຈິດທ່ຽວເລາະຫຼີ້ນ.........ເຊືອບນິ້ງຫຼັບສະບາຍ


໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Leedonsouk ຂຽນວ່າ...
ອາກາດເຢັນຕອນເຊົ້າ..........ຍາມເຮົາຢູ່ຫຼັງຄວາຍ
ລົມກໍ່ໂຊຍໆພັດ..................ປະສານສຽງນົກຮ້ອງ
ພາຍໃຕ້ທ້ອງຟ້າກ້ວາງ.........ຫຼັບສະບາຍຫາຍຫ່ວງ
ດວງຈິດທ່ຽວເລາະຫຼີ້ນ.........ເຊືອບນິ້ງຫຼັບສະບາຍ

ຈັ່ງແມ່ນດີນໍ!

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໑໖ ກະທູ້
໑໘໘ ໂພສ
ນັກການກະທູ້
ຄັດຈາກຕົ້ນສະບັບ
ສະໄຫມເປັນນັກຮຽນ ຂຽນກອນໄວ້ຈຳນວນຫນຶ່ງ ດຽວນີ້ບໍ່ໄດ້ຂຽນແລ້ວ ເພາະບໍ່ຮູ້ຊິຂຽນໃຫ້ໃຜອ່ານ.


໑໓ ກະທູ້
໒໕໒໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ PmP5138 ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ Leedonsouk ຂຽນວ່າ...
ອາກາດເຢັນຕອນເຊົ້າ..........ຍາມເຮົາຢູ່ຫຼັງຄວາຍ
ລົມກໍ່ໂຊຍໆພັດ..................ປະສານສຽງນົກຮ້ອງ
ພາຍໃຕ້ທ້ອງຟ້າກ້ວາງ.........ຫຼັບສະບາຍຫາຍຫ່ວງ
ດວງຈິດທ່ຽວເລາະຫຼີ້ນ.........ເຊືອບນິ້ງຫຼັບສະບາຍ

ຈັ່ງແມ່ນດີນໍ!


ລະວັງຕົກຫຼັງຄວາຍເດີ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ peckii ຂຽນວ່າ...
ຂຽນກອນບໍ່ເປັນ ແຕ່ຈື່ແຕ່ສູດມັນນະ

ກາງ ເອກ ໂທ .....................ກາງ ເອກ ໂທ ກາງ
ກາງ ກາງ ກາງ.....................ເອກ ກາງ ກາງ ໂທ
ກາງ ກາງ ໂທ ..................... ກາງ ກາງ ກາງ ເອກ
ກາງ ເອກ ໂທ ...................... ກາງ ໂທ ເອກ ກາງ

ຈື່ໄດ້ແຕ່ສ່ຳນີ້ລະ


ອ້າວກະດຽວວ່າແນວນີ້ບໍ່ແມ່ນຫວາ?

ກາງ ເອກ ໂທ .....................ກາງ ເອກ ກາງ ກາງ
ກາງ ກາງ ກາງ.....................ເອກ ກາງ ກາງ ໂທ
ກາງ ກາງ ໂທ ..................... ກາງ ກາງ ກາງ ເອກ
ກາງ ເອກ ໂທ ...................... ກາງ ໂທ ເອກ ກາງ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ peckii ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ tahipVTE ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ peckii ຂຽນວ່າ...
ຂຽນກອນບໍ່ເປັນ ແຕ່ຈື່ແຕ່ສູດມັນນະ

ກາງ ເອກ ໂທ .....................ກາງ ເອກ ໂທ ກາງ
ກາງ ກາງ ກາງ.....................ເອກ ກາງ ກາງ ໂທ
ກາງ ກາງ ໂທ ..................... ກາງ ກາງ ກາງ ເອກ
ກາງ ເອກ ໂທ ...................... ກາງ ໂທ ເອກ ກາງ

ຈື່ໄດ້ແຕ່ສ່ຳນີ້ລະ



ໝູເອີ້ຍໝູຫື່ນ..................................ເຈົ້າຕື່ນແຕ່ເຊົ້າ

ເພື່ອເຂົ້າພັນລາວ..................................ມາອາຈຶກກຶ໋ຍກະທູ້

ເຈົ້າເປັນຄົນຮູ້..................................ແຕ່ຊູ້ບໍ່ມີ

ຄັນຊັ້ນເອົາຈັ່ງຊີ້..................................ມາເປັນກິກກັບຂ້ອຍ

ບໍ່ໄດ້ເວົ້າລອຍໆ..................................ຕອບຂ້ອຍໄວແມະ!

ຢ່າມາອໍ້ແອ້..................................ແນ່...ສຸດທ້າຍກະຕົກລົງ!!!

>>> ຈົບກອນ <<<





ແບ້ເອີ້ຍ.............ແບ້ຫົວເຖີກ
ໜ້າຜາກເຕີກ......ຜະຫຼອກປອກເປີກຈົນຈະໝົດຫົວ
ໄປປົວໄປປູກຜົມ.....ກະຄົງຈະບໍ່ຂຶ້ນລະ
ໃຜຈະຕົກລົງນຳແບ້.......ເຂົາຈະໄປຫາ *ຂີ້ດື້* ຫັ້ນຕີ໊ ກ໊າກໆໆໆ




໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ peckii ຂຽນວ່າ...
ອັນວ່າທ້າວແບ້ບ້າ...................ຕາກະບໍ່ມືນ
ຕື່ນມາກະຂີ້ໃສ່ຄຸ..................... ຍ້ອນວ່າຫຼັບຕາຖ່າຍ
ເມື່ອເວລາຍາມບ່າຍ................. ຕາເວັນເຈີດຈ້າສ່ອງໜ້າຜາກ
ຢາກບອກແຕ່ບໍ່ກ້າບອກ...............ເທື່ອໜ້າຊິໄປໃສກາງແຈ້ງກະໃສ່ໝວກກັນນ໋ອກແນ່ ຢ່າຊຸຂ້າກະເຈົ້າທາງອ້ອມແບບນ້ານນນນນນນ


ສະແດງວ່າແປັກກີ້ໄປຈອບຕະຫຼອດໃດຫັ້ນເນາະ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເວລາຫວ່າງແລ້ວ......................ມາແອ້ວແຕ່ງກອນ
ຄັນບໍ່ອອນຊອນ.........................ຢ່າວ່າກັນເດີອ້າຍ
ມາກ່າວເຖີງຝ່າຍກ້ຳ...................ກ້ຳຝ່າຍນາງນົກ
ມັນໄດ້ຕົກນ້ຳ...........................ຊ້ຳໃຈຍ້ອນນາຍພານຍິງ


໑໐ ກະທູ້
໖໒໗ ໂພສ
ຊຳນານການເວັບບອດ
ບໍ່ໄດ້ໂທ . . . ຢ່າຫາວ່າ . . . ບໍ່ຄິດຮອດ
ຄິດຕະຫຼອດ .ຢ່າຫາວ່າ . . . ບໍ່ສົນໃຈ
ບໍ່ໄດ້ໂທ . . . ຢ່າຟ້າວວ່າ . . ບໍ່ຫ່ວງໄຍ
ບໍ່ຢູ່ໃກ້ . . . . ກະຢູ່ໃນໃຈ . . ຕະຫຼອດເວລາ

( ພໍໄດ້ຢູ່ບໍສໍ່ານີ້ນະ )

ມີຄວາມຮູ້ແຕ່ບໍ່ເຮັດຫຍັງໃຫ້ເກີດຜົນ ກໍ່ບໍ່ຕ່າງຫຍັງກັບຄົນໂງ່ຄົນໜຶ່ງ.

໑໐ ກະທູ້
໖໒໗ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ ThaoK ຂຽນວ່າ...
ຂໍເອົາກອນໃໝ່ທີ່ແອບຂຽນມາໃຫ້ອ່ານຫຼີ້ນນຳກັນ
ເປັນກອນແປດທີ່ເພິ່ນເອີ້ນວ່າ ກົລບົທ ມ້າທຽມຣົຖ:

``ໂສກາແທ້....ແພຮັກ.........ພາກໄກກັນ
ໄກກັນເກິນ....ເດິ່ນຮັກ........ປັກເຂດໃຫ້
ເຂດໃຫ້ຢູ່.......ຮ່ວມຫໍ........ຄໍຄຽງໃຈ
ຄຽງໃຈຮັກ......ພັກພ້ອມ.....ຢູ່ດອມກັນ

ດອມກັນສ້າງ....ທາງຄິດ......ຕິດນິສັຍ
ນິສຍັເກົ່າ........ເຊົາແລ້ວ.....ແນວຄິດນັ້ນ
ຄິດນັ້ນຊວນ.....ປ່ວນໃຫ້......ໃຈກະສັນ
ກະສັນຮອດ......ຍອດຮັກ......ພັດພາກມາ

ພາກມາໄກ.......ໃຈຍິ່ງ..........ສິງຄະນຶງ
ຄະນຶງເຫັນ.......ເພັນໃຈ........ອ້າຍໄກໜ້າ
ໄກໜ້າໜີ.........ພີ່ຍັງ...........ຮັກຮຽກຫາ
ຮຽກຫາໄທ້.......ໄກຕາ.........ສຸດອາລັຍ..``


ຂຽນໄດ້ດີຫຼາຍ
ຊົມເຊີຍ ໆໆໆໆ

ມີຄວາມຮູ້ແຕ່ບໍ່ເຮັດຫຍັງໃຫ້ເກີດຜົນ ກໍ່ບໍ່ຕ່າງຫຍັງກັບຄົນໂງ່ຄົນໜຶ່ງ.

໑໐ ກະທູ້
໖໒໗ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ PhEnGPuAn ຂຽນວ່າ...
ຕັ້ງໃຈວ່າຈະແຕ່ງ ຄິດໄປຄິດມາ ຄິດບໍ່ອອກ ເລີຍໄດ້ແບບນີ້

ເຫັນຊາວນາ ຢ່າດູຖູກວ່າຕ່ຳຕ້ອຍ
ເພາະຢ່າງຫນ້ອຍ ເຂົາກໍຄອຍເຮັດນາໃຫ້ຄວາຍກິນ
ຄົນກັບຄວາຍນັ້ນ ມັນກິນຕ່າງນິດໄສ
ຄວາຍໄດ້ກິນແລ້ວຫນີ ຄົນດີໆກິນແລ້ວນືກເຖິງບຸນຄຸນ.......................ຈົບ




ເຫັນຊາວນາກໍ່າຄໍ້າ . . . . . ຜີວບໍ່ຜ່ອງສົດໃສ
ແຕ່ນໍ້າໃຈໃສງາມ . . . . . .ຜ່ອງພັນພົງເຊື້ອ
ຢາດເຫື່ອລິນລົງພື້ນ . . . . ປະສົມດິນໃຫ້ເປັນຝຸ່ນ
ເປັນຄົນ ຄັນບໍ່ເຫັນຄຸນຄ່າເຂົ້າ ໃຫ້ເຂົາເອີ້ນວ່າຫຍັງ ດີນໍ?

ມີຄວາມຮູ້ແຕ່ບໍ່ເຮັດຫຍັງໃຫ້ເກີດຜົນ ກໍ່ບໍ່ຕ່າງຫຍັງກັບຄົນໂງ່ຄົນໜຶ່ງ.

໑໖ ກະທູ້
໑໘໘ ໂພສ
ນັກການກະທູ້
ແນວຄົນບໍ່ແມ່ນເຊື້ອ..................ຕະກຸນຊາດຈັບປາກກາ
ໃຈຫາກພາມືຂຽນ......................ຮ່ຳຮຽນນຳປື້ມ
ດື່ມເອົາຄວາມຮອບຮູ້.................ນຳຄູຫລາຍທ່ານ
ຫວ່ານໄວ້ບົນຫນ້າເຈ້ຍ...............ໃຫ້ສິດໄດ້ໄຕ່ຕາມ
ຍາມເມື່ອບັນຫາຂ້ອງ..................ຄາຈ່ອງໃນໃຈ
ຂຽນຕໍ່ໄປບໍ່ເປັນ.........................ໃຈເຢັນເຂົ້າໄວ້
ອ່ານຕໍ່ໄປເລື້ອຍໆ......................ເຊົາເມື່ອຍແລ້ວກໍ່ອ່ານ
ອ່ານໆຢູ່ຈັ່ງຊັ້ນ..........................ບໍ່ມີວັນຫນ່າຍເປັນ
ເຫັນຄົນອື່ນຂຽນໄດ້....................ຂຽນດີຂຽນເກັ່ງ
ບັນເລັງປາຍປາກກາ..................ວາດລີລາການໃຊ້
ຕົວອັກສອນປະສົມເຂົ້າ...............ເປັນຄຳເວົ້າເລິກເຊິ່ງ
ອ່ານເບິ່ງແລ້ວຄຶດຫງໍ້..................ເພີ່ນຄຶດພໍ້ໄດ້ຈັ່ງໃດ


໔໙ ກະທູ້
໒໙໘ ໂພສ
ຊຳນານການເວັບບອດ
ກາບບໍ່ແມ່ນກອນ

ບ່ອນໃດມີຄວາມສຸກບ່ອນນັ້ນຕ້ອງມີທຸກ:

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ chitvilay ຂຽນວ່າ...
ບໍ່ໄດ້ໂທ . . . ຢ່າຫາວ່າ . . . ບໍ່ຄິດຮອດ
ຄິດຕະຫຼອດ .ຢ່າຫາວ່າ . . . ບໍ່ສົນໃຈ
ບໍ່ໄດ້ໂທ . . . ຢ່າຟ້າວວ່າ . . ບໍ່ຫ່ວງໄຍ
ບໍ່ຢູ່ໃກ້ . . . . ກະຢູ່ໃນໃຈ . . ຕະຫຼອດເວລາ

( ພໍໄດ້ຢູ່ບໍສໍ່ານີ້ນະ )



ຈັ່ງແມ່ນຄັກໆ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Leedonsouk ຂຽນວ່າ...
ແນວຄົນບໍ່ແມ່ນເຊື້ອ..................ຕະກຸນຊາດຈັບປາກກາ
ໃຈຫາກພາມືຂຽນ......................ຮ່ຳຮຽນນຳປື້ມ
ດື່ມເອົາຄວາມຮອບຮູ້.................ນຳຄູຫລາຍທ່ານ
ຫວ່ານໄວ້ບົນຫນ້າເຈ້ຍ...............ໃຫ້ສິດໄດ້ໄຕ່ຕາມ
ຍາມເມື່ອບັນຫາຂ້ອງ..................ຄາຈ່ອງໃນໃຈ
ຂຽນຕໍ່ໄປບໍ່ເປັນ.........................ໃຈເຢັນເຂົ້າໄວ້
ອ່ານຕໍ່ໄປເລື້ອຍໆ......................ເຊົາເມື່ອຍແລ້ວກໍ່ອ່ານ
ອ່ານໆຢູ່ຈັ່ງຊັ້ນ..........................ບໍ່ມີວັນຫນ່າຍເປັນ
ເຫັນຄົນອື່ນຂຽນໄດ້....................ຂຽນດີຂຽນເກັ່ງ
ບັນເລັງປາຍປາກກາ..................ວາດລີລາການໃຊ້
ຕົວອັກສອນປະສົມເຂົ້າ...............ເປັນຄຳເວົ້າເລິກເຊິ່ງ
ອ່ານເບິ່ງແລ້ວຄຶດຫງໍ້..................ເພີ່ນຄຶດພໍ້ໄດ້ຈັ່ງໃດ


ຈັ່ງແມ່ນເກັ່ງໆໆ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໑໓ ກະທູ້
໒໕໒໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້


ໜ້າທີ່ 8 ຈາກທັງໝົດ 8 ໜ້າ <<<12345678>>>