ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ພາສາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ພາສາ » ຫຼັກຖານ ການຕັ້ງຖິ່ນຖານຂອງຊຸມຊົນລາວຖືກຄົ້ນພົບອີກແລ້ວຫຼັກຖານໜຶ່ງ(ໃຜມັກເຣື່ອງຈິງເຊີນທາງນີ້)

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຕາມຂ່າວທາງ ນສພ ວຽງຈັນໃໝ່ ວ່າພົບຫຼັກຖານການຂຸດພົ້ນທອງ-ຄຳ ຢູ່ເຊໂປນ (ເບິ່ງຂ່າວທາງ ນສພ ວຽງຈັນໃໝ່) ແລ້ວຜູ້ຂຽນກໍ ເກີດເບິ່ງບົດຂຽນ ແລະວິເຄາະສະຖານະການ ເຮັດໃຫ້ຫຼັກຖານນີ້ເປັນຈິງຂຶ້ນ ເຊິນອ່ານທີ່ຜູ້ຂຽນໄດ້ຂຽນໄວ້ແຕ່ Tuesday, 16. December 2008, 07:01:04 ໃນບລ໊ອກ ສາຍເຊລຳເພົາ.
----------------------------------------------------------------------------------------------------------------------------------

ຮ່ອງຮອຍການຕັ້ງຖິ່ນຖານຂອງຊົນຊາດລາວບູຮານ
໑. ການຕັ້ງຖິ່ນຖານ.
ຈາກຫຼັກຖານບູຮານຄະດີ ເປັນທີ່ເຊື່ອຖືໄດ້ວ່າຊຸມຊົນລາວບຸຮານ ຫຼືຊຸມຊົນບູຮານທີ່ປາກົດຕົວ ໃນດິນແດນລາວ ແລະດິນແດນສອງຝາກຝັ່ງແມ່ນຳ້ຂອງ (ຝັ່ງລາວ-ໄທຍ) ນັບເປັນເວລາແຕ່ ໔.໐໐໐ ເຖິງ ໑.໐໐໐ ປີ.
ການຂຸດພົບຊາກວັດທະນະທຳຫຼາຍແຫຼ່ງ ແລະແຫຼ່ງວັດທະນະທັມໃຫຍ່ໆ ຄື ແຫຼ່ງວັດທະນະ ທຳບ້ານຊຽງ ເຊິ່ງຢູ່ໃນລ່ອງແມ່ນຳ້ສົງຄາມ ຊີ້ໃຫ້ເຫັນວ່າຊຸມຊົນບູຮານທີ່ມີວິວັດທະນາການທາງເທັກ ໂນໂລຊີທີ່ເກົ່າແກ່ ທີ່ສຸດແຫ່ງໜຶ່ງຂອງໂລກ ແລະຂອງອາຊີ ເຊິ່ງວັດທະນະທຳບ້ານຊຽງນີ້ ມີອາຍຸ ໔.໐໐໐ ປີ, ສາມາດຫຼອມສຳຣິດມາເຮັດເປັນເຄື່ອງມືຕ່າງໆໄດ້ ວັດທະນະທັມບ້ານຊຽງນີ້ ໄດ້ກະຈ່າຍຕົວ ແລະສືບທອດໄປເຖິງວັດທະນະທຳນາດີ(ກິ່ງອຳເພີໜອງນາຄຳ) ບ້ານໂນນນົກທາ (ອຳເພີພູວຽງ) ບ້ານໂນນເມືອງ (ອຳເພີຊຸມແພ) ແລະໂນນໄຊ (ອຳເພີຂອນແກ່ນ ຈັງຫວັດຂອນແກ່ນ).
ວັດທະນຳທຳເຫຼົ່ານີ້ ໄດ້ປາມີສ່ວນພົວພັນກັນໂດຍກົງ ກັບແຫ່ຼງວັດທະນະທຳເຫົຼ່າປາໂກ ເມືອງໄຊທານີ ນະຄອນຫຼວງວຽງຈັນ, ເຊິ່ງໄດ້ກະຈາຍຕົວຢູ່ບໍລິເວນລ່ອງງື່ມ, ສິ່ງທີ່ເຫັນໄດ້ຈະແຈ້ງ ນອກຈາກສຳລິດແລ້ວ ສິ່ງທີ່ເໝືອນກັນກໍຄື ເຄື່ອງປັ້ນດິນເຜົາລາຍເຊືອກ ແລະສີຕ່າງໝ ແມ່ນມີວິວັດ ທະນາການໃນຍຸກດຽວກັນ.
ຊຸມຊົນອີກຊຸມຊົນນໜຶ່ງທີ່ມີການພົວພັນໂດຍກົງ ກັບວັດທະນະທຳເຫຼົ່າປາໂກ ແລະບ້ານຊຽງ ເຖິງວ່າຈະຢູ່ໃນພື້ນທີ່ທີ່ໄກອອກໄປກໍຕາມ ຄື ວັດທະນະທຳກຸ່ມແມ່ນຳ້ຊີ ແລະແມ່ນຳມູນ ໃນເຂດຈັງ ຫວັດບູຣີຣັມ, ມະຫາສາຣະຄາມ, ຮ້ອຍເອັດ, ສຸຣິນ ຈົນເຖິງອຸບົນລຣາຊະທານີ ເຊິ່ງມີການພົວພັນກັບ ແຫຼ່ງວັດທະນະທຳຈຳປາສັກ ເຊິ່ງເຊື່ອກັນວ່າເປັນວັດທະນະທຳບູຮານຫຼາຍພັນປີ, ແຫຼ່ງວັດທະນະທຳ ເຫຼົ່າ ນີ້ປາກົດເຫັນເຄື່ອງປັ້ນດິນເຜົາ ທີ່ມີສີຂາວເນື້ອບາງ ແລະເຜົາດ້ວຍໄຟທີ່ມີຄວາມຮ້ອນສູງ ມີທັງລາຍແຕ້ມສີ, ລາຍເຊືອກທາບທັບ ແລະແບບຈຸບນຳ້ຕົມສີແດງ ທັງຍັງມີການຂີດເສັ້ນ ໔-໕ ເສັ້ນ ໃນຊັ້ນດິນຕ່ຳສຸດ ມັກຈະພົບພາຊະນະດິນ, ເຜົາແບບໜ້າ ເນື້ອບໍ່ລະອຽດບໍ່ມລາຍແຕ້ມສີ.
ສະໄໝນີ້ ຈະຮຽກວ່າວັດທະນະທະນະທຳ ສີໂຄຕະປຸຣະ ແລະເຊດຖະປູຣະຢູ່ໃນລະຫວ່າງພຸດ ທະສະຕະວັດທີ ໑໒ ກັບໄປ, ເຊິ່ງພົວພັນໂດຍກົງກັບວັດທະນະທຳເຫຼົ່າປາໂກ ເຊິ່ງເຮົາຈະຮຽກວ່າ ວັດທະນະທຳຈັນທະປຸຣະ ພຸດທະສະຕະວັດທີ ໓-໖, ວັດທະນະທຳບັນດາເຂດແຄ້ວນເຫຼົ່ານີ້ ໄດ້ຮັບວັດ ທະນະທຳຮີນດູໃນໃນເຂດ ໃນກ່ອນພຸດທະສະຕະວັດ ຈົນຮອດສະຕະວັດທີ ໓ ແລະມີການຜະສົມ ຜະ ສານກັບວັດທະນະທຳພຸດໃນພຸດທະສະຕະວັດທີ ໖ ຫາພຸດທະສະຕະວັດທີ ໑໒ ຜັນຂະຫຍາຍມາ ເລື້ອຍໆ ວັດທະນະທຳນີ້ຍັງສົ່ງຜົນໄປຍັງບໍຣິເວນດິນແດນທະວາຣະວະດີ ມີການພົວພັນກັນໂດຍກົງ ຈຶ່ງເກີດແຫຼ່ງຊຸມຊົນຂຶ້ນຕາມເສັ້ນທາງແຫ່ງວັດທະນະທຳດັ່ງກ່າວຢ່າງໜາແໜ້ນ ໃນແຂວງໄຊຍະພູມ, ຂອນແກ່ນ, ມະຫາສາຣະຄາມ, ກາລະສິນ, ຮ້ອຍເອັດ, ຍະໂສທອນ ແລະອຸບົນ, ເຊິ່ງພົບຊຸມຊົນຂະ ໜາດໃຫຍ່ ໃນບໍຣິເວນຝັ່ງຂອງກຳ້ຕາເວັນອອກ ໃນລ່ອງແມ່ນຳ້ເຊບັ້ງໄຟ, ສາຍພູຫີນປູນ ເຊິ່ງເປັນສິ່ງ ທີ່ ລາວເຮົາພົບຫຼັກຖານໃໝ່ ທີ່ສະໜັບສະໜູນທິດສະດີນີ້ ເມື່ອປີ ຄ.ສ ໒໐໐໘, ເຄື່ອງເງິນ ເຄື່ອງຄຳບ້ານ ໜອງເຮືອທອງ, ສີມາຫີນສະໄໝສີໂຄດຕະບອງຕອນຕົ້ນ, ໜອງບູຮານ ແລະຄູເມືອງບູຮານ ໃນຝັ່ງ ແມ່ນຳ້ເຊບັງໄຟ ຝັ່ງໃຕ້, ອັນເປັນເມືອງບູຮານ ເພາະໃນວັດຖຸເຫຼົ່ານີ້ ເປັນຕົ້ນແມ່ນພາພານເງິນ ແລະໂອຄຳ ຈະເຫັນອັກສອນສະໄໝປັນລະວະ, ວັດຖຸບູຮານເຫຼົ່ານີ້ ມີລາຍບູຮານ ເຊິ່ງບໍ່ແມ່ນລາຍຂອງ ຂອມ ແລະເປັນລາຍທີ່ມີສ່ວນຄ້າຍກັບລາຍລາວ ມີຄວາມລະອຽດ ແລະປາຍແຫຼມ, ນອກຈາກນັ້ນຍັງ ມີເພັດນິນຈີນດາ ປະດັບກະອູບ, ໃນປີດຽວກັນນັ້ນ ຍັງໄດ້ພົບເມືອງບູຮານທີ່ເມືອງເຊໂປນ ຮຽກວ່າທົ່ງ ນາເງືອກ ມີຄ້ອງບັ້ງລຸ້ນ ໑ ເປັນວັດທະທຳໄຕລາວບູຮານ ຮ່ວມສະໄໝສີໂຄຕະປຸຣະ.
ວັດທະນະທຳ ສີມາຫີນ, ພາຊະຫີນ, ພາຊະນາເຄືອງປັ້ນດິນເຜົາ, ວິຫານ, ສະຖູບ, ເຈດີ ເຫຼົ່ານີ້ ພົບຢູ່ຫຼາຍເມືອງສຳຄັນເທິງສອງຟາກຝັ່ງແມ່ນຳ້ຂອງ.
ຝັ່ງຂອງຕາເວັນຕົກ ມີຄື.
໑. ເມືອງກາຫຼົງທີ່ອຳເພີຄອນສະຫວັນ ຈັງຫວັດໄຊຍະພູມ.
໒. ເມືອງບູຮານທີ່ວັດພຣະທາດບ້ານເກິ້ງທີ່ອຳເພີພູຂຽນ ຈັງຫວັດໄຊຍະພູມ.
໓. ເມືອງກັນທະຣະວິໄຊອຳເພີກັນທະຣະວິໄຊ ມະຫາສະລະຄາມ.
໔. ເມືອງຊຽງຫຽນອຳເພີມະຫາສາຣະຄາມ
໕. ເມືອງຟ້າແດດສູງຍາງອຳເພີກົມມະລາໄສ ແຂວງຮ້ອຍເອັດ.
໖. ເມືອງຈັມປາຂັນອຳເພີສຸວັນນະພູມ ຈັງຫວັດຮ້ອຍເອັດ.
໗. ເມືອງນະຄອນຈຳປາສີອຳເພີນາດູນ ຈັງຫວັດມະຫາສາຣະຄາມ.
ນະຄອນຈຳປາສີ ເປັນນະຄອນຂະໜາດໃຫຍ່ ໃນສະໄໝສີໂຄຕະປຸຣະ ມີຄູນຳ້ອ້ອມຮອບ ແລະ ມີການຢູ່ອາໄສສືບຕໍ່ມາເຖິງສີໂຄຕະບູຣີ, ຊາຍຟອງບູຣີ ຈົນຮອດສະໄໝລົບບູຣີ, ຊຽງແສນ, ເມືອງດັ່ງ ກ່າວມີເຈດີສະໄໝສີໂຄຕະບູຣີ, ຊາຍຟອງບູຣີ ຈົນຮອດສະໄໝລົບບູຣີ, ຊຽງແສນຫຼວງຫຼາຍ(ສະໄໝນີ້ ທາງໄທຍ໌ວ່າສະໄໝທວາຣວະດີ) ກາງເມືອງມີເນີນສາສນາສະຖານ ກໍ່ດ້ວຍສີລາແດງ ຊາວບ້ານຮຽກ ວ່າສາລານາງຂາວ, ເປັນທີ່ພົບສີລາຂອມທີ່ກ່າວເຖິງພຣະນາມກະສັດ ພຣະບາດກັມຣະເຕັງອັນ ສີວໍຣະມັນເທວພ ເຊິ່ງອາດໝາຍເຖິງພຣະເຈົ້າໄຊຍະວໍຣະມັນທີ ໕ ຫຼືພຣະເຈົ້າໄຊຍະວໍຣະມັນທີ ໖ ກໍເປັນໄດ້, ເຊິ່ງພຣະນາມກະສັດທັງສອງນີ້ ແມ່ນເປັນກະສັດໃນຍຸກທີ່ຂອມເຮືອງອຳນາດມາເຖິງສີໂຄ ຕະບູຣີ, ຈັນທະບູຣີ, ແລະຊາຍຟອງບູຣີໃນລ່ອງນຳ້ເຊບັງໄຟ ແລະນຳ້ງື່ມ.
ສະໄໝສີໂຄດຕະບູຣີ, ຈັນທະບູຣີ ແລະຊາຍຟອງນັ້ນ ມີການຂະຫຍາຍວັດທະນະທຳຂອມມາ ຍັງລ່ອງແມ່ນຳ້ຊີ, ມູນ ສ່ວນໃຫ່ເຂົ້າມາທາງສາຍພູເຂົາພະນົມດົງຮັກ ນັບຕັ້ງແຕ່ພຸດທະສະຕະວັດທີ ໑໖ ຫຼືນັບແຕ່ສະໄໝພຣະເຈົ້າສຸຣິຍະວໍຣະມັນທີ ໑ ເປັນຕົ້ນມາ ທັງມີປາກົດບູຮານສະຖານ ທີ່ເປັນ ສາສະໜາສະຖານສີລາແລງ ຢູ່ເປັນໄລຍະຕັ້ງແຕ່ບໍຣິເວນນຳ້ລ່ອງນຳ້ມູນ ຜ່ານໄປທາງແຂວງໄຊະພູມ ຂອນແກ່ນ ມະຫາສະຣະຄາມ ຮ້ອຍເອັດ ເຊິ່ງວັດທະນະທັມຂອມສະໄໝນີ້ ມີສູນກາງຢູ່ ໔ ແຫ່ງຄື ເສດຖະປຸຣະ(ຈຳປາສັກ ເມືອງເກົ່າພຣະພີນ) ໄດ້ຂະຫຍາຍຕົວໃນລ່ອງແມ່ນຳ້ຊີມູນ ສ່ວນສູນກາງ ຂອງຂອມ ທີ່ຊາຍຟອງປຸຣະ(ເມືອງຫາດຊາຍຟອງ)ນີ້, ໄດ້ຂະຫຍາຍຕົວຢູ່ໃນລ່ອງແມ່ນຳ້ງີ່ມ ເຊບັງໄຟ, ນຳ້ເຊບັງຫຽງ, ນຳ້ເຊໂດນ ແລະນຳ້ເຊກອງ, ນຳ້ສົງຄາມ ແຖວມະຫາສາຣະຄາມ, ອຸດອນທານີ, ວຽງ ຈັນຮອດສາຍພູເພັດຊະບູນ ຂ້າມດົງພະຍາໄຟໄປຍັງດິນແດນຂອງ ທະວາຣະວະດີ ຂອງພວກມອນ, ສ່ວນສູນກາງຂອມທີ່ລົບບູຣີນັ້ນໄດ້ຂະຫຍາຍໄປທົ່ວພາກເໜືອຂອງໄທຍປັດຈຸບັນ ໄດ້ພົບຫຼັກຖານປະ ສາດຂອມສະໄໝນີ້ທັງທີ່ຢູ່ໃນລົບບູຣີ ຕະຫຼອດເມືອງເໜືອ, ສ່ວນສູນກາງຂອມທີຊຽງແສນ ແລະສຸວັນ ນະໂຄມຄຳນັ້ນ ແມ່ນຂະຫຍາຍຕົວຢູ່ໃນພາກເໜືອຂອງໄທຍ໌ ແລະລາວ, ສ່ວນວັດທະນະທັມຂອມໃນ ເມືອງຊວາ(ຫຼວງພຣະບາງ) ນັ້ນ ມີຫຼັກຖານຖານຢູ່, ຫຼັກຖານເມືອງຂອງຂອມໃນສູນກາງຊຽງແສນ, ສຸວັນນະໂຄມຄຳ ແລະເມືອງຊວານີ້ ມີຫຼັກຖານປາກົດຢູ່ແຕ່ຍັງບໍ່ມີຄວາມເດັ່ນຊັດ.
ການຂະຫຍານຕົວຂອງຂອມໃນຊາຍຟອງນີ້ ເຊື່ອວ່າສູນກາງສຳຄັນທີ່ຊາຍຟອງ ເມືອງຈາກໄດ້ ພົບຫຼັກຖານການສ້າງໂຮງໝໍທີ່ເມືອງຫາດຊາຍຟອງ ແລະມີຮູບຂອງກະສັດໄຊຍະວໍຣະມັນ ທີ່ນັ້ນ (ເບິ່ງຮູບທີ່ກົມມະລຽນພຣະທາດຫຼວງ) ເຈດີ ແລະສະຖູບທີ່ຊາຍຟອງສະໄໝນີ້ຍັງປາກົດຮາກຮາກ ຖານຢູ່, ແລ້ວຈຶ່ງຂະຫຍາຍຕົວໄປຍັງເມືອງວຽງຄຸກ, ເມືອງໜອງຫານ້ອຍ, ໜອງຫານຫຼວງ ຈົນເຖິງ ຮ້ອຍເອັດ, ເມືອງບູຮານເຫຼົ່ານີ້ພົວັນກັນໂດຍກົງກັບເມືອງຈັນທະບູຣີ, ເມືອງເກົ່າບ້ານເກິນ, ເມືອງເກົ່າ ວຽງຄຳ(ປາກະຍຸງ) ເມືອງເກົ່າໃນເມືອງທ່າແຂກ ຄືເມືອງຕຸມພະວາງຟ້າຮ່ວນ(ໜອງເຮືອທອງ) ແລະເມືອງເວີນຊາ ໃນລ່ອງນຳ້ເຊບັງໄຟ, ອາດກ່ຽວພັນອຳນາດໄປຮອດເມືອງເກົ່າເຊໂປນ(ທົ່ງນາ ເງືອກດ້ວຍ).
- ທົ່ງນາເງືອກນັ້ນ ເປັນສະຖານທີ່ພົບ ຄ້ອງບັ້ງຣຸ້ນໜຶ່ງ(ຄ້ອງບັ້ງຣຸ່ນໜຶ່ງ ເປັນຄ້ອງບັ້ງທີ່ໃຊ້ໃນພິທີກັມຂອງສາສນາແຖນຟ້າ ທີ່ສາບສຸນ ເປັນສາສນາຂອງຊົນເຜົ່າລາວ ເຊິ່ງມີອາຍຸແຕ່ ໒໐໐໐ ປີກັບໄປ-ປັດຈຸບັນຢູ່ພິພິດທະພັນປະຕິວັດ ເປັນໜ່ວຍທີ ໗ ທີ່ພົບຢູ່ລາວ ເຊິ່ງສົມບູນ ແລະເປັນໜ່ວຍສົມບູນທີ່ສຸດ ໃນຈຳນວນ ໑໓ ໜ່ວຍທີ່ພົບໃນລາວ) ຄ້ອງບັ້ງນີ້ໄດ້ປະກົດຕົວ ທີ່ທົ່ງນາເງືອກ ອັນເປັນທີ່ດຽວກັບສະຖານທີ່ຂຸດຄຳ-ທອງ ເຊໂປນ, ເມື່ອເຮົາພົບຄ້ອງບັ້ງ ທີ່ຝັງລົງດີເລີດ ເຖິງ ໒ ແມັດກວ່າເຊັ່ນນີ້ ມັນບໍ່ແມ່ນເລື່ອງທັມມະດາເລີບ, ການພົບຄ້ອງບັ້ງ ເກົ່າເຊັ່ນນີ້ ມັນເປັນຫຼັກຖານສຳຄັນສຳລັບການຢັ້ງຢືນການຂະຫຍາຍຕົວຂອງຄົນເຊື້ອຊາດລາວ ແລະຄົນທີ່ນັບຖືສາສນາແຖນຟ້າ ຍິ່ງມັນຝັງຢູ່ເລີກເດີນກວ່າ ໒ ແມັດ ມັນບິ່ງບອກ ອາຍຸການຂອງຊຸມຊົນທີ່ເປັນເຈົ້າຂອງໆມັນດ້ວຍ, ອີກຢ່າງໜຶ່ງເຮົາຍ່ອມວິເຄາະໄດ້ອີກວ່າ ຄ້ອງບັ້ງນັ້ນມັນໄດ້ມາຢູ່ທີ່ນີ້ໄດ້ຈັ່ງໃດ ? ເຈົ້າຂອງຂອງມັນເປັນໃຜ ? ເຂົາມາເຮັດຫຍັງຢູ່ ທີ່ນີ້ ? ຫຼືວ່າທີ່ນີ້ເຄີຍເປັນເມືອງຫຼວງຂອງຊຸມຊົນບູຮານມາກ່ອນ ຫຼືເປັນພຽງຊຸມຊົນ ເຈົ້າຂອງຄ້ອງບັ້ງ ທີ່ເຂົ້າມາສ້າງນິຄົມ ເພື່ອຂຸດຄົ້ນທອງ-ຄຳ, ຫາກເຮົາຄົ້ນຄວ້າໄປເລື້ອຍໆ ເຣົາຈະເຫັນວ່າ ທີ່ນີ້ຫາກບໍ່ເປັນເມືອງຫຼວງຂອງຊົນຊາດລາວ-ຂອມ-ຈາມ ແລະອື່ນໆແລ້ວ ຊຸມຊົນນີ້ກໍແມ່ນ ຊຸມຊົນຂອງເຈົ້າຂອງບໍ່ຄຳ, ເມື່ອເປັນເຊັ່ນນັ້ນ ນອກຈາກເຮົາຈະພົບ ຄວາມຈະເລີນຂອງຊຸມຊົນລາວບູຮານແລ້ວ ເຮົາຍັງພົບຫຼັກຖານວ່າ "ລາວຫຼືຄົນບູຮານທີ່ນີ້ ເຂົາມີຄວາມຊຳນານດ້ານວິທະຍາສາດມາຮ່ວມ ໒໐໐໐ ປິແລ້ວ" ດັ່ງເຮົາຈະເຫັນຫຼັກ ຖານໃນຄ້ອງບັ້ງນັ້ນ ຄື.
໑. ວິທະຍາສາດ ການຂຸດຄົ້ນ ແລະຜລິດທອງ-ຄຳ.
໒. ວິຊ້າງຫຼໍ່ຫອມທອງ.
໓. ວິຊາສີລປະກັມ.
- ນອກຈາກນັ້ນ ຍັງເຫັນເຖິງ ອະຣະຍະທັມລາວ ທີ່ກ່ຽວພັນກັບການດຳຣົງຊີວິດ ການສັງຄົມ ວັດທະນະທັມ ແລະສາສນາດ້ວຍ, ຫາກທາງການໄດ້ມີການຄົ້ນຄວ້າຕໍ່ໄປວ່າ ເຂົາພົບຫຼັກຖານການຂຸດຄົ້ນທອງ-ຄຳ ໃນສະຖານທີດັ່ງກ່າວແລ້ວໃນອະນາຄົດນັ້ນ ເຮົາຈະພົບຫຼັກຖານຕໍໄປກວ້າງຂວາງ ແລະຄວບຄຸມໄປຮອດ ພາກໃຕ້ຂອງໄທຍ໌ ພຸ້ນວ່າ ອິກທິພົບ ຄ້ອງບັ້ງນັ້ນ ໄດ້ມີສູນກາງຢູ່ທີ່ເມືອງສີໂຄດ ທວາຣາລະວະດີ-ສີວິໄຊ ເປັນພຽງເມືອງທ່າຂອງອະນາຈັກສິໂຄຕະບອງ ເຊິ່ງສູນກາງຂອງສຸວັນນະພູມນັ້ນບໍ່ອື່ນໄກ ຄື ສີໂຄດຕະບອງ ໜອງເຮືອທອງ ຫຼືທ່າແຂກເກົ່ານັ້ນເອງ.
------------------------------------------------
my.opera.com/neuang/blog/show.dml/2825982

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໙ ກະທູ້
໒໑໙ ໂພສ
ນັກການກະທູ້
ຂອບໃຈທີ່ເອົາມາໃຫ້ອ່ານເດີເປັນຄວາມຮູ້

ມີດຕະພາບຖ້າບໍ່ໄດ້ຮັບການເອົາໃຈໃສ່ໃນທີ່ສຸດກໍຈະຫ່ຽວແຫ້ງແລະສູນສິ້ນໄປ ການສ້າງມິດ ເຖີງຈະຍາກພຽງໄດ ກໍຍັງດີ່ກ່ອນສ້າງສັດຕູ.

໑໓ ກະທູ້
໙໐໕ ໂພສ
ຊຳນານການເວັບບອດ
ພິມອອກມາກ່ອນຈັ່ງຊິອ່ານ ! ຊັ້ນບໍ່ໄຫວເຈັບຕາແທ້ແຫຼະ! ຫຼາຍໂພດ

ມີພຽງຮັກແທ້ໃຜແນ່ຊິມາເອົາ

໙ ກະທູ້
໑໒໖໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຈົ້າຂອງກະທູ້ມີຄວາມຕັ້ງໃຈໃນການພິມຫຼາຍເນາະ (ນັບຖື)


໗໗ ກະທູ້
໑໑໑໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຍາວຍາວວວວວວວວວວວວວວວວ

ເຫັນຄົນພິມຕັ້ງໃຈພິມປານນີ້ ກະຕ້ອງໄດ້ຫາເວາລາມາອ່ານຄັກໆກ່ອນ

Do Evil ....Receive Evil
٩(͡@_@)۶ ..... ٩(-̮̮̃-̃)۶......٩(̾●̮̮̃̾•̃̾)۶
ດີທຸກຍ່າງ $ ຍົກເວັ້ນ $ ສັນດານ

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ທັງຄົ້ນຄວ້າພ້ອມ ທັງພິມພ້ອມ ຢາກໃຫ້ພີ່ນ້ອງເຮົາເຫັນຄວາມ ຍິ່ງໃຫຍ່ຂອງລາວ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໙ ກະທູ້
໒໘໘ ໂພສ
ນັກການກະທູ້
ໂອ.....ອ່ານຈົບແລ້ວ @..@

ເວລາເລື່ອນເມົາລົງມາເກືອບຊອກບ່ອນອ່ານຕົວເກົາບໍ່ເຫັນ (ແຕ່ກະອ່ານຈົບໄດ້ເດີ)



ສັງເກດວ່າຫຼັງຈາກອ່ານບົດຈົບຂອງຜູ້ຂຽນ...ສິ່ງທີ່ຄົ້ນພົບສ່ວນຫຼາຍແມ່ນພົບຢູ່ຝັ່ງໄທຫຼາຍເນາະ

ແລ້ວຄົ້ນພົບໄດນິ,ກະເຈົ້າເອົາໄປໄວ້ໃສ່?

ຢາກເຫັນຮູບເນາະ ຈະດີຖ້າມີໃຫ້ເບິ່ງ

ແມ່ນຫຍັງ,ເປັນຫຍັງ,ເລື່ອງຫຍັງ,ອິສັງ.....ໃຜຊິໄປຮູ້ຈັກ,ຫ໋ວະ!!!!!!

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ November ຂຽນວ່າ...
ໂອ.....ອ່ານຈົບແລ້ວ @..@
ເວລາເລື່ອນເມົາລົງມາເກືອບຊອກບ່ອນອ່ານຕົວເກົາບໍ່ເຫັນ (ແຕ່ກະອ່ານຈົບໄດ້ເດີ)

ສັງເກດວ່າຫຼັງຈາກອ່ານບົດຈົບຂອງຜູ້ຂຽນ...ສິ່ງທີ່ຄົ້ນພົບສ່ວນຫຼາຍແມ່ນພົບຢູ່ຝັ່ງໄທຫຼາຍເນາະ
ແລ້ວຄົ້ນພົບໄດນິ,ກະເຈົ້າເອົາໄປໄວ້ໃສ່?
ຢາກເຫັນຮູບເນາະ ຈະດີຖ້າມີໃຫ້ເບິ່ງ


ຜູ້ອ່ານຕ້ອງອ່ານໃຫ້ເປັນດ້ວຍ ຫາກບໍ່ເຂົ້າໃຈການອ່ານກໍຈະຕີຄວາມໝາຍຜິດໄດ້

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໑໓ ກະທູ້
໑໑໕໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຍາວວວວວວວວວວວວວວວວວວວວວວວວວວວວວວວວວ

ອ່ານແລ້ວບໍ່ຄ່ອຍເຂົ້າໃຈ

ຂໍແບບຫຍໍ້ຯ ໄດ້ໃຈຄວາມ

ຂອບໃຈຫລາຍຯ

ທ້າວທອງໃສ

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ THAOthongsai ຂຽນວ່າ...
ຍາວວວວວວວວວວວວວວວວວວວວວວວວວວວວວວວວວ
ອ່ານແລ້ວບໍ່ຄ່ອຍເຂົ້າໃຈ
ຂໍແບບຫຍໍ້ຯ ໄດ້ໃຈຄວາມ
ຂອບໃຈຫລາຍຯ


ຄັນຂໍແບບຫຍໍ້ມັນກະກົງຕົວໂພດ ຄື ແຕ່ຄົນລາວເຮົາເວລາຮຽນມບໍ່ຢາກອ່ານ ບາດຂຽນລາຍງານກ ຈຶ່ງແລ່ນຫາຂໍ້ມູນ ເອົາຈັ່ງຊີ້ຄັນຢາກຮູ້ບົດສັ້ນໆ ກະຊິສະຫຼອງໃຫ້ຄື.
- ຫຼັກຖານການຄົນພົບຄ້ອງບັ້ງ ບໍ່ຄຳເຊໂປນ ກັບສົມບັດຢູ່ໜອງເຮືອທອງນັ້ນ ເຮັດໃຫ້ເຫັນເຖິງ ວ່າຄົນລາວຕັ້ງຖິ່ນຖານຢູ່ອຸສາຄະເນນີ້ມາກ່ອນ ແລະມີສູນກາງຂອງເມືອງຢູ່ ເຊບັ້ງໄຟ, ແລະມີອານາເຂດກວ້າງຂວາງນັບແຕ່ ຝັ່ງທະເລຕາເວັນຕົກ ຮອດທະເລຕາເວັນອອກ ເຊິ່ງຫຼັກຖານສະໜັບສະໜູນນັ້ນ ມີຫົວເມືອງບູຮານທີ່ກ່າວແລ້ວ, ໃນບົດຂຽນຂອງຜູ້ຂ້າໄດ້ຄາດຄະເນວ່າ "ຫາກເຮົາພົບຄ້ອງບັ້ງຢູ່ບໍ່ຄຳເຊໂປນ ນັ້ນໝາຍຄວາມວ່າ ຄົນລາວເຮັດຄຳໄດ້ແລ້ວ ສະນັ້ນແຫຼ່ງຂຸດຄຳ ຕ້ອງແມ່ນບໍ່ຄຳເຊໂປນ ຫາກເຮົາມີການຂຸດຄົ້ນຕໍ່ໄປ ກໍຈະເຫັນຫຼັກຖານນັ້ນ ແລະແລ້ວ ນສພ ວຽງຈັນໃໝ່ໄດ້ອອກຂ່າວໄປແລ້ວ ສະແດງວ່າບົດຄວາມນີ້ ຂ້າພະເຈົ້າສັນນິຖານຖືກຕ້ອງ.

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໔໐ ກະທູ້
໑໒໗໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຫາກະຮູ້ ຂຈ ຫລາຍໆ

~Vਕਆpïrєی™~

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຮູ້ສຶກຊ້າ ດີກວ່າບໍ່ຮູ້ສຶກເລີຍ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໒໐ ກະທູ້
໑໓໖໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ ariya ຂຽນວ່າ...
ຮູ້ສຶກຊ້າ ດີກວ່າບໍ່ຮູ້ສຶກເລີຍ



ອາຈານດີຫຼາຍທີ່ນຳເອົາຄວາມຮູ້ກ່ຽວກັບລາວທຸກຢ່າງອອກມາເພີຍແຜ່ໃຫ້ຄົນທີ່ຍັງບໍ່ທັນເຂົ້າເຖີງ ຊົມເຊີຍຢ່າງຍີ່ງເດີ ຕັ້ງໃຈ ແລະ ໝຸ້ງໝັ້ນຕໍ່ໄປ

ເອົາເມຍຈົນແຕ່ໃຈດີ ດີກວ່າເອົາເມຍເສດຖີທີ່ຄິດທໍລະຍົດ
ຄຣິກຫາປະໂຫຍກກິນໃຈບ່ອນນີ້ ຢ່າລໍຊ້າ

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂອບໃຈ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໗ ກະທູ້
໙໔໒ ໂພສ
ຊຳນານການເວັບບອດ
ອ່ານໂຕຫຍໍ້ເອົາຈັງເຂົ້າໃຈໄວ້ ອິອິ

ຄົນອືນຫລອກບໍເຈັບເທົ່າຕົວເອງຫລອກຕົວເອງ

໑ ກະທູ້
໗໖ ໂພສ
ຂາປະຈຳເວັບບອດ
ຍາວແທ້!!!! ນັບຖືໃນຄວາມພະຍາຍາມທີ່ພິມເພື່ອໃຫ້ພວກເຮົາໄດ້ອ່ານກັນ
ດຽວໄປອ່ານເປັບ


໑ ກະທູ້
໗໖ ໂພສ
ຂາປະຈຳເວັບບອດ
ລາຍຕາ ໄປປຣິ້ນອອກມາກ່ອນ


໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ MiiNii ຂຽນວ່າ...
ລາຍຕາ ໄປປຣິ້ນອອກມາກ່ອນ


ເປັນການສຶກສາທີ່ມີເຫດຜົນທີ່ສຸດ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໓໐ ກະທູ້
໗໕໑ ໂພສ
ຊຳນານການເວັບບອດ
ອ່ານໄດ້ເຄີງຫນື່ງ

ຊາຕານ ຄົງມີຄວາມຮັກແທ້ຖ້າຢູ່ໃນ ດີນແດນໃດຈັກແຫ່ງ

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ SATAN ຂຽນວ່າ...
ອ່ານໄດ້ເຄີງຫນື່ງ


ດີກວ່າບໍ່ອ່ານ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒