ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ພາສາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ພາສາ » ຄຳໃດທີ່ຖືກກັນແທ້ຊ່ອຍບອກແດ່ຜູ້ເກັ່ງພາສາລາວ

໔໑ ກະທູ້
໑໑໑ ໂພສ
ນັກການກະທູ້
ຂ້າພະເຈົ້າເຫັນຫຼາຍຄົນຂຽນຄຳເຫຼົ່ານີ້ແຕກຕ່າງກັນ ເຊິ່ງບໍ່ແນ່ໃຈວ່າຄຳໃດຖືກຄຳໃດຜິດ ຄຳເຫຼົ່ານີ້ຄື:
-ທຳມະ ກັບ ທັມມະ
-ກຳ ກັບ ກັມ
-ວິໃນ ກັບ ວິນັຍ.... ເປັນຕົ້ນ
ເຫັນສ່ວນຫຼາຍມັກໃຊ້ທຳມະ ສຳຫຼັບຂ້າພະເຈົ້າເອງ ໃຊ້ຄຳວ່າ ທັມມະ ເພາະໃຊ້ຕາມໜັງສືທັມໃນໃບລານ ເຊິ່ງຄິດວ່າໜ້າຈະຖືກ ພວກທ່ານເດ
ມີຄວາມເຫັນແນວໃດ?


໑໑໖ ກະທູ້
໔໑໑ ໂພສ
ຊຳນານການເວັບບອດ
ຖ້າຂຽນຕາມຫລັກໄວຍາກອນທຸກມື້ນີ້ ຄືຊິແມ່ນແນວນີ້
ທຳມະ
ກຳ
ວິໄນ (ບໍ່ແມ່ນ ວິໃນ ຫລື ວິນັຍ)

ຖ້າຂຽນຕາມຫລັກໄວຍາກອນ ທີ່ໃຊ້ຢູ່ວຽງຈັນ (ແລະ ຫລາຍແຂວງ) ກ່ອນການສ້າງຕັ້ງ ສປປລາວ ຄືຊິແມ່ນ
ທັມມະ
ກັມ ເຊັ່ນ ເວນກັມ ແລະ ກຳ ນີ້ ແມ່ນກຳມື
ວິນັຍ


໑໖ ກະທູ້
໑໒໓໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ທັມມະ , ທຳໃຈ
ເວນກັມ , ກຳລັງ
ວິນັຍ , ລະບຽບວິໄນ