ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ພາສາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ພາສາ » ການກ່າວຄຳຕ້ອນຮັບ ແລະຄຳອຳລາ

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ການກ່າວຄຳຕ້ອນຮັບ ແລະຄຳອຳລາ

- ການກ່າວຄໍາທັກທາຍ ຕອນແຮກພົບ ຄົນລາວເຮົາປັດຈຸບັນນີ້ ວ່າ
ກ. ແຮກພົບ "ສະບາຍດີ"
ຂ. ອໍາລາ : "ສະບາຍດີ" ສະບາຍດີຊື່ໆມັນບໍ່ຄັກໃຈສ່ວນຫຼາຍຈະໃຊ້ຄໍາວ່າ "ສະບາຍດີ ບາຍໆໆ" ບາງຄົນຄັກເຂົ້າໄປກວ່ານັ້ນ "ສະບາຍດີ ບາຍໆຈູບໆໆໆ" ຮ່າໆໆໆໆໆໆໆໆໆ.


- ສ່ວນໂຄສົກ ທາງວິທະຍຸ, ໂທລະພາບ ຫຼືປາຖະກະຖາ ໂຄສະນາ ມັກຈະໃຊ້ຄໍາຄໍາວ່າ "ສະບາຍດີ"(ສັ້ນໆ) ແຕ່ເຂົາຈະອອກສຽງວ່າ "ສະບາຍຫຼີ" ທັງຂຶ້ນທັງລ່ອງເລີຍຮຽບຮ້ອຍໂຮງຮຽນຈີນ.

- ພາສາ ເປັນວັດທະນະທັມຂະແໜງໜຶ່ງຂອງວັດທະນະທັມລາວ ສະນັ້ນ, ຄົນລາວເຮົາແຕ່ກ່ອນ ຈຶ່ງມີການກ່າວຄໍາທັກທາຍ ແລະອໍາລາຍແຕກຕ່າງ ກັນຕາມສະຖານະ ແລະບຸກຄົນ.

ກ. ທັກທາຍ : "ສະບາຍດີ" ແລ້ວຈຶ່ງໃຊ້ຄໍາວ່າ "ຍິນຕ້ອນຮັບ" (ເບິ່ງຕາມໂອກາດສະຖານະ, ງານ ແລະບຸກຄົນ)ເປັນການທັກທາຍແບບສາມັນ.
ຂ. ອໍາລາ : ຈະໃຊ້ຄໍາວ່າ "ສຸກສໍາບາຍ ຫຼືສຸກສະບາຍ" (ໃນສະໄໝກ່ອນປົດປ່ອຍ ມີຄໍາຝຣັ່ງອັງກິດເຂົ້າມາແທນ ຄື "ບາຍໆໆ) ຄໍາວ່າ "ສຸກສໍາບາຍ ຫຼືສະບາຍດີ" ຈຶ່ງຖືກຫຼົງລືມໄປ ໃນສັງຄົມຊັ້ນສູງ ແລະສັງຄົມຄົນ ເມືອງ ຖືວ່່າເກ້ໄກ໊ທັນສະໄໝສຳລັບຜູ້ເວົ້າ ແຕ່ສັງຄົມທ້ອງຖິ່ນບາງທ້ອງຖິ່ນ ຍັງໃຊ້ຢູ່.


- ນອກຈາກນີ້ ຍັງໃຊ້ຄໍາວ່າ "ຢູ່ດີມີແຮງ, ຈະເລີນໆໆເດີ, ໄປດີມາດີເດີ, ຈົ່ງໄປດີມີໄຊ, ບາງຄົນໃຊ້ຄໍາວ່າ ໂຊກດີ(ຄຳດຽວສະບາຍທາດ)" ໃຫ້ແທນຄໍາວ່າ "ສຸກສະບາຍ" ສະນັ້ນເຮົາຈຶ່ງເຫັນຄໍາເວົ້າແບບສໍານວນວ່າ "ຢູ່ດີມີໄຊໄປດີມີໂຊກ ແລະຜູ້ຢູ່ຈົ່ງມີໄຊ ຜູ້ໄປຈົ່ງມີໂຊກ"

- ໃນອະດີດ ນອກຈາກໃຊ້ຄໍາຕ້ອນຮັບອໍາລາດັ່ງທີ່ກ່າວແລ້ວໃນຂ້າງຕົ້ນ ຍັງມີ ການກ່າວຄໍາຕ້ອນຮັບອໍາລາ ແບບພິເສດ ແລະຖືຕາມຣືກອີກ ຖືວ່າເປັນການ ກ່າວຄໍາຕ້ອນຮັບ ອໍາລາແບບພິເສດ ຄື

ກ. ຕ້ອນຮັບ : ສະຫວັດດີ (ປາລີ) ສະຫວັດສະດີ(ຕຣີ) (ສັນສະກຣິດ)
- ຕອນເຊົ້າ : ອະຣຸນສະຫວັດ (ປາລີ)
- ຕອນກາງເວັນ: ທີວາສະຫວັດ (ປາລີ)
- ຕອນກາງຄືນ: ຣາຕຣີສະຫວັດ(ປາລີ)
- (ບໍ່ປາກົດເຫັນການກ່າວຄໍາອໍາລາໃນເວລາແລງ ທີ່ຄວນເວົ້າວ່າ "ສາຍັນສະຫວັດ"(ປາລີ)
(ແຕ່ປັດຈຸບັນນີ້ ເຮົາເຂົ້າໃຈວ່າເປັນພາສາໄທຍ໌ ຈຶ່ງບໍ່ນິຍົມເວົ້າ ເຖິງຢ່າງໃດກໍຕາມ ເຖິງເຮົາບໍ່ເວົ້າເຮົາກໍຮຽນຮູ້ວັດທະນະທໍາການຕ້ອນຮັບອໍາລາແບບຊາດມີອາຣະຍະທໍາໄວ້ ກໍບໍ່ໜັກບໍ່ໜາສາຫັດອີສັງ)


ຂ. ຄໍາອໍາລາ ຫາກແມ່ນກ່າວປາຖັກກະຖາ ຫຼືໂຄສົກມັກຈະໃຫ້ຄຳວ່າ "ຂອບໃຈ" ຫຼື "ສະບາຍດີ" ຫາກແມ່ນການໄປພົບພໍ້ສັງສັນກັນ ມັກຈະວ່າ "ໄປກ່ອນດີ, ຢູ່ດີ ມີແຮງເດີ, ສຸກສະຫວັດດີ, ໂຊກກີ, ຂໍລາ, ຂາບລາ ແລະອື່ນໆ.

- ຕອນສະໄໝໂທລະພາບລາວຊ່ອງໜຶ່ງ(ທີ່ຈິງສະໄໝນັ້ນຢູ່ໝາຍເລກ ໙) ຈະໃຊ້ຄໍາວ່າ "ທໍລະທັດ" ຕໍ່ມາກໍໃຊ້ຄໍາວ່າ "ໂທລະທັດ" ມາເມື່ອ ໑໐ ມານີ້ ວ່າ ໂທລະພາບ" ການກ່າວຄໍາທັກທາຍສະໄໝທໍາອິດ ໃຊ້ຄໍາວ່າ "ສະບາຍດີ" (ບໍ່ນົບບໍ່ໄຫວ້ນັ່ງຄົກມົກຊື່ໆແລ້ວກໍປະກາດຂ່າວໄປເລີຍ, ບາງຄັ້ງກໍກ່າວຄຳ ທັກທາຍຕາມເວລາວ່າ "ສະບາຍດີຕອນເຊົ້າ" ແຕ່ຕອນແລງ ບໍ່ເຫັນວ່າ "ສະບາຍດີຕອນແລງ" ມັກຈະໃຊ້ຄໍາວ່າ "ສະບາຍດີ" ບາດຕົກກາງຄືນ ຕອນຈະປິດໂທລະພາບ ຈະໃຊ້ຄໍາວ່າ "ລາຕີສະຫວັດ" ສົງໃສມີຄົນຕິ ຈຶ່ງປ່ຽນມາໃຊ້ຄໍາວ່າ "ລາຕີສຸກສັນ" ກໍໜ້າຮັກກັນໄປອີກແບບໜຶ່ງ(ຊົມເຊີຍ ທີ່ສາມາດສ້າງຄໍາທີ່ສຸພາບ ແລະຖືກຕ້ອງມາໃຊ້)

ນອກນັ້ນ ຍັງພົບຄໍາວ່າ:
- ສະບາຍດີຕອນເຊົ້າ.
- ສະບາຍດີຕອນແລງ.
- ສະບາຍດີຕອນກາງຄືນ ກັບສະບາຍດີຕອນສວາຍ ສະບາຍດີຕອນທ່ຽງ ບໍ່ປາກົດເຫັນໃຜໃຊ້ເລີຍ"

ເມື່ອເຮົາມາເບິ່ງພາສາອັງກິດ ທີ່ຖືວ່າເປັນພາສາທີ່ແຄບ ມີຫຼາຍຄໍາ ທີ່ແປໄປໄດ້ ຫຼາຍຄວາມໝາຍ ແຕ່ການທັກທາຍ ແລະຄໍາອໍາລາກັນ ເຫັນວ່າມີຫຼາຍຄໍາທີ່ໃຊ້ ແຕກຕ່າງກັນ ແຕ່ຜູ້ຂຽນບໍເກ່ງເລື່ອງພາສາອັງກິດ ຈຶ່ງບໍ່ວ່າໃນທີ່ນີ້ ຈະໃຫ້ຜູ້ເກ່ງພາສາອັງກິດ ພາສາຝຣັ່ງ ແລະພາສາອື່ນວ່າເອງຈະດີກວ່າ.


- ສ່ວນການກ່າວຕ້ອນຮັບ ອໍາລາແບບສັງຄົມກະສັດ ມີອີກຕ່າງຫາກ ຈະບໍກ່າວໄວ້ໃນທີ່ນີ້ເພາະວ່າບ້ານເຮົາເລີກໃຊ້ລະບົບກະສັດແລ້ວ(ຫາກທ່ານໃກຢາກຊອກຮູ້ພິເສດ ໃຫ້ຊອກຫາເບິ່ງຕ່າງຫາກ)

- ສໍາລັບສັງຄົມພຣະສົງສະມະເນນ ກໍມີການກ່າວຄໍາຕ້ອນຮັບອໍາລາຕ່າງ ຫາກໄປອີກດັ່ງນີ້.
ກ. ການກ່າວຄໍາຕ້ອນຮັບ : "ນ້ອມນະມັດສະການ/ຂາບນະມັດສະການ" ກໍວ່າ (ພຣະຜູ້ພັນສາອ່ອນກ່າວຕໍ່ພຣະຜູ້ພັນສາແກ່),
- ພຣະຜູ້ໃຫຍ່ກ່າວຕ້ອນຮັບ "ນະມັດສະການ" ຫຼື ນ້ອມໄຫວ້ກະວ່າໄດ້.
ຂ. ສາມະເນນ: ນ້ອມນະມັດສະການ ຫຼືຂາບນະມັດສະການ
- ພຣະພິກຂຸຕອບ : ເທົ່າທີ່ພົບມັກຈະໃຊ້ຄໍາລາວ "ດີໆໆໆ"
ຄ. ເວລາຕອບຮັບ : ພຣະຜູ້ແກ່ມັກຈະວ່າ "ສາທຸ" ສ່ວນພຣະຜູ້ອ່ອນມັກຈະວ່າ "ສາທຸ ພັນເຕ"

ເວລາກ່າວຄໍາອໍາລາ "ມັກຈະໃຊ້ ຄໍາວັນທາ ຖືເປັນຄໍານອບນ້ອມ ຄື "ອຸກາສະ ວັນທາ ມິ ພັນເຕ ສັບພັງ ອັປປະຣາທັງ ຂະມະຖະເມ ພັນເຕ ມະຍັງກະຕັງ ປຸນຍັງ ສາມິນາ ອະນຸໂມ ທິຕັບພັງ ສາມິນາກະຕັງ ປຸນຍັງ ໄມຫັງທາຕັບພັງ ສາທຸ ສາທຸ ສາທຸ ອະນຸໂມທາມີ" (ເທົ່າທີ່ເຄີຍພົບ ແລະເຄີຍທໍາມາແລ້ວ ມັກ ຈະໃຊ້ທັງການກ່າວຄໍານອບນ້ອມຕອນເຂົ້າພົບ ແລະການຄໍາອໍາລາ ແຕ່ການ ກ່າວອໍາລາ ມັກຕະຕັດ "ອຸກາສະ" ອອກ ວ່າແຕ່ "ວັນທາມິ ພັນເຕ..." ໄປເລີຍ)

ຢ່າງໃດກໍຕາມ ທ່ານໃດເຫັນສົມຄວນ ຕາມສັງຄົມກໍວ່າໄປຕາມນັ້ນກ່ອນ ອັນ ນີ້ຂຽນໄວ້ໃຫ້ຮູ້ ຊື່ໆໆໆໆ ຢ່າວ່າກັນ.

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໗ ກະທູ້
໗໗ ໂພສ
ຂາປະຈຳເວັບບອດ
ອັນນີ້ຖືວ່າເປັນຄວາມຮູ້ ດີແລ້ວທີ່ທ່ານນຳມາລົງໃນນີ້



ຜຂ ຍັງໄດ້ຍິນຄຳອຳລາອີກຄຳໜື່ງວ່າ “ ໂຊກ A ”

ບຸນຄຸນເປັນຕ້ອງຊົດໃຊ້ ແລະ ຈຳເປັນທີ່ສຸດ ແຕ່ກໍ່ບໍ່ໝາຍຄວາມວ່າເຮົາຕ້ອງ ເປັນທາດຮັບໃຊ້ ເຂົາ[/size]

໑໐໘ ກະທູ້
໒໒໖໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເປັນສິ່ງທີ່ເຮົາ ສົມຄວນຈະຮຽນຮູ້ໄວ້
ຄືຄຳທັກທ່າຍ ຕອນເຊົ້າ ຕອນແລງ ແລະຄຳອຳລາ ຕາມວາລະຕ່າງໆ ທີ່ຄົນລາວເຮົາບໍ່ມັກໃຊ້
ຍ້ອນຄິດວ່າມັນ ເປັນ ສັບໄທ ຄືທ່ານວ່າ ແຕ່ທີ່ຈິງແລ້ວ ລາວ- ໄທ ຈັດຢູ່ ໃນໝວດພາສາ ດຽວ ກັນ ຄື ລາວ-ໄຕ
ຍ່ອມຈະມີຄວາມຄ້າຍຄືກັນ ແຕ່ຄົນລາວເຮົາບໍ່ນິຍົມໃຊ້ ກົງກັນຂ້າມກັບ ໄທ ທີ່ເຂົາໃຊ້ກັນຈົນເປັນວັດທະນະທຳປະເພນີ ແລະ ເຮົາຍັງພົບ
ເຫັນ ໃນສື່ ຕ່າງໆ ຂອງເຂົາອີກ ເລີຍພາກັນຄິດວ່າ ເປັນ ພາສາເຂົາ

ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ SumoGirl ຂຽນວ່າ...
ເປັນສິ່ງທີ່ເຮົາ ສົມຄວນຈະຮຽນຮູ້ໄວ້
ຄືຄຳທັກທ່າຍ ຕອນເຊົ້າ ຕອນແລງ ແລະຄຳອຳລາ ຕາມວາລະຕ່າງໆ ທີ່ຄົນລາວເຮົາບໍ່ມັກໃຊ້
ຍ້ອນຄິດວ່າມັນ ເປັນ ສັບໄທ ຄືທ່ານວ່າ ແຕ່ທີ່ຈິງແລ້ວ ລາວ- ໄທ ຈັດຢູ່ ໃນໝວດພາສາ ດຽວ ກັນ ຄື ລາວ-ໄຕ
ຍ່ອມຈະມີຄວາມຄ້າຍຄືກັນ ແຕ່ຄົນລາວເຮົາບໍ່ນິຍົມໃຊ້ ກົງກັນຂ້າມກັບ ໄທ ທີ່ເຂົາໃຊ້ກັນຈົນເປັນວັດທະນະທຳປະເພນີ ແລະ ເຮົາຍັງພົບ
ເຫັນ ໃນສື່ ຕ່າງໆ ຂອງເຂົາອີກ ເລີຍພາກັນຄິດວ່າ ເປັນ ພາສາເຂົາ


ເຂົ້າໃຈຖືກຕ້ອງແລ້ວແລ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໕ ກະທູ້
໑໑໖ ໂພສ
ນັກການກະທູ້
ມີຄວາມຮູ້ຫຼາຍ
ຂອບໃຈ


໑໖ ກະທູ້
໑໒໓໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສຸດຍອດເລີຍ


໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຮ່າ ໆໆໆ
ແມ່ນ ໆໆໆ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໑໑ ກະທູ້
໖໑໙ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ ariya ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ SumoGirl ຂຽນວ່າ...
ເປັນສິ່ງທີ່ເຮົາ ສົມຄວນຈະຮຽນຮູ້ໄວ້
ຄືຄຳທັກທ່າຍ ຕອນເຊົ້າ ຕອນແລງ ແລະຄຳອຳລາ ຕາມວາລະຕ່າງໆ ທີ່ຄົນລາວເຮົາບໍ່ມັກໃຊ້
ຍ້ອນຄິດວ່າມັນ ເປັນ ສັບໄທ ຄືທ່ານວ່າ ແຕ່ທີ່ຈິງແລ້ວ ລາວ- ໄທ ຈັດຢູ່ ໃນໝວດພາສາ ດຽວ ກັນ ຄື ລາວ-ໄຕ
ຍ່ອມຈະມີຄວາມຄ້າຍຄືກັນ ແຕ່ຄົນລາວເຮົາບໍ່ນິຍົມໃຊ້ ກົງກັນຂ້າມກັບ ໄທ ທີ່ເຂົາໃຊ້ກັນຈົນເປັນວັດທະນະທຳປະເພນີ ແລະ ເຮົາຍັງພົບ
ເຫັນ ໃນສື່ ຕ່າງໆ ຂອງເຂົາອີກ ເລີຍພາກັນຄິດວ່າ ເປັນ ພາສາເຂົາ


ເຂົ້າໃຈຖືກຕ້ອງແລ້ວແລ



ເຫັນດີນຳ *-*