ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ພາສາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ພາສາ » ຫ້ອງຮຽນພາສາຍີ່ປຸ່ນ

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>


໑໖ ກະທູ້
໑໘໘ ໂພສ
ນັກການກະທູ້
ບໍ່ເກັ່ງ ແຕ່ຢາກແບ່ງປັນ. ຢາກຮູ້ຫຍັງຖາມເລີຍ. ຖ້າຕອບໄດ້ກໍ່ຈະຈັດໃຫ້.

ມາເລີ່ມກັນເລີຍ
ພາສາຍີ່ປຸ່ນ ມີພະຍັນຊະນະສອງແບບຄື: ຮີລະງະນະ ひらかな ແລະ ຄາຕາຄານະ カタカナ

ຕາງລາງ ຮີລາກະນະ


ຕາລາງ ຄາຕາຄານະ


໓໔ ກະທູ້
໔໒໑ ໂພສ
ຊຳນານການເວັບບອດ
よろしくね!

e+1=0

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ງົງເລີຍໆໆ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໑໖ ກະທູ້
໑໘໘ ໂພສ
ນັກການກະທູ້
ສະຫຼະໃນພາສາຍີ່ປຸ່ນ ມີ 5 ຕົວຄື:

1. あ ອ່ານອອກສຽງວ່າ: ອະ ສຽງອ່ານໃນພາສາອັງກິດແມ່ນ a
2. い ອ່ານອອກສຽງວ່າ: ອິ ສຽງອ່ານໃນພາສາອັງກິດແມ່ນ i
3. う ອ່ານອອກສຽງວ່າ: ອຸ ສຽງອ່ານໃນພາສາອັງກິດແມ່ນ u
4. え ອ່ານອອກສຽງວ່າ: ເອະ ສຽງອ່ານໃນພາສາອັງກິດແມ່ນ e
5. お ອ່ານອອກສຽງວ່າ: ໂອະ ສຽງອ່ານໃນພາສາອັງກິດແມ່ນ o


໑໖ ກະທູ້
໑໘໘ ໂພສ
ນັກການກະທູ້
ສຳນວນງ່າຍໆທີ່ມີປະໂຫຍດ:

ພາສາຍີ່ປຸ່ນ ຄຳສຽງ ຄຳອອກສຽງອັງກິດ ຄວາມໝາຍ
おはよう ໂອຮາໂຢະ ohayoo ສະບາຍດີ (ຕອນເຊົ້າ)
こんにちは  ຄອນນິຈິວະ konnichiwa ສະບາຍດີ (ຕອນສວຍ)
こんばんは      ຄອມບັງວະ kombanwa ສະບາຍດີ (ຕອນຄ່ຳ)
さよなら       ຊາໂຢນາລະ sayonara ລ່າກ່ອນ
よろしく        ໂຢໂລຊິກຸ yorosiku ຂໍຄວາມກະລຸນາ (ຝາກເນື້ອຝາກຕົວດ້ວຍ)

*ໝາຍເຫດ: おはよう ございます  ໂອຮາໂຢະ ໂງະຊາຍອິມາຊູ ສະບາຍດີຕອນເຊົ້າແບບສຸພາບ
よろしく おねがいします ໂຢໂລຊິກຸ ໂອເນງ່າຍອິຊິມາຊຸ ຝາກເນື້ອຝາກຕົວແບບສຸພາບ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ລາຍຕາເນາະ


໑໖ ກະທູ້
໑໘໘ ໂພສ
ນັກການກະທູ້
ສົງໄສໄປໄວເກີນໄປ. ເອົາເປັນວ່າເຮົາໄປຊ້ານຳກັນ

おはよう  ໂອຮາໂຢະ ສະບາຍດີ (ຕອນເຊົ້າ)

*おはよう ございます ໂອຮາໂຢະ ໂງະຊ່າຍອິມາສຊຸ ສະບາຍດີ (ຕອນເຊົ້າ) ແບບສຸພາບ


໐ ກະທູ້
໑໙ ໂພສ
ຂາປະຈຳເວັບບອດ
ເຄີຍຮຽນມາໜ້ອຍໜຶ່ງ ແຕ່ດົນແລ້ວ ລືມໝົດແລ້ວ ອິອິອິ


໒໕ ກະທູ້
໒໘໘໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄົງບັງວະ ອາອິໂນະໂມໂຕະ ທາໂກຍາກິ ໂອອິຊິ ເທັມປຸລະ ຢາກິໂຊບະ ຣາເມັງ ເດັສ

I believe in the IMPOSSIBLE

໒໒ ກະທູ້
໒໕໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມືດຕືບເລີຍເຮົາ ຊົງສິຍາກນໍ ຮູ້ແຕ່ຄໍາດຽວ ຊຶກີ້ ຊຶກີ້
ຈັກວ່າພິມຖືກບໍ່ຫຸ

(◕‿◕) ♥ ກະແຕນ້ອຍ ♥ ຂີ້ດື້ (。◕‿◕。)
http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img] http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img]





໖ ກະທູ້
໑໗໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
>>>>>>??????????????


໑໖ ກະທູ້
໑໘໘ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ peckii ຂຽນວ່າ...
ຄົງບັງວະ ອາອິໂນະໂມໂຕະ ທາໂກຍາກິ ໂອອິຊິ ເທັມປຸລະ ຢາກິໂຊບະ ຣາເມັງ ເດັສ



ມາເປັນຊຸດ ເລີຍວະນິ :)

ຄົມບັງວະ: ສະບາຍດີ (ຕອນຄ່ຳ)

ອາຢິໂນະໂມະໂຕະ: ແປ້ງນົວ

ທາໂກຢາກິ: ປິ້ງປາມຶກ

ໂອອິຊິ: ແຊບ

ແທມປຸລະ: ຊື່ອາຫານຍີ່ປຸ່ນ (ແຊບ)

ຢາກິໂຊບະ: ຂົ້ວໝີ່

ຣາເມັງ: ມີ່ໄວໆ



໑໖ ກະທູ້
໑໘໘ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ KaTaeNoi ຂຽນວ່າ...
ມືດຕືບເລີຍເຮົາ ຊົງສິຍາກນໍ ຮູ້ແຕ່ຄໍາດຽວ ຊຶກີ້ ຊຶກີ້
ຈັກວ່າພິມຖືກບໍ່ຫຸ



ໜ້າຈະແມ່ນ: ຊຸກິ ຊຸກິ: ມັກໆ


໑໖ ກະທູ້
໑໘໘ ໂພສ
ນັກການກະທູ້
ພາສາຍີ່ປຸ່ນທີ່ທຸກຄົນຮູ້ດີ, ເຮົາມາວິເຄາະກັນເລີຍ:

ອີຮິໂຕະໂມະ: ມັນບໍ່ແມ່ນຄືຈັ່ງວ່າ ຄວາມຈິງມັນອອກສຽງວ່າ: ອິອິໂຕະໂອໂມະ : ແຕ່ເວລາເວົ້າໄວມັນອອກສຽງວ່າ: ອີອີໂຕະໂມະ: ມີຄວາມໝາຍວ່າ: ດີຄືກັນ
ຕົວຢ່າງ:
ທ. ສົມຈັນ: ໄປທ່ຽວຕະຫຼາດເຊົ້າເທາະ. (ມໍນິງ ມາເກັດໂຕ ນິ ຄ່າຍຊຸລຸໂມໂນຊິມາສໂຊ)
ທ. ວັນນະ: ເອີ່...ດີຄືກັນ (ໂຊເລວະ ອິອິໂຕະໂອໂມະ)


໑໐໘ ກະທູ້
໒໒໖໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເບີ່ງຕາລາງແລະ ຕາລາຍເລີຍ
ເຄີຍເຮັດວຽກກັບ ຍີ່ປຸນມາ ຫ້າເດືອນ ນີ້ລະ
ໄດ້ ຍິນ ຢູ ສອງຄຳ ແຕ່ ບໍໄດ້ ໃສ່ໃຈ ຕອນນີ້ ເຫັນ ກະທູ້ ເລີຍ ຄິດອອກ
ໂຈໂຕະ...
ຊະໂຈ,,, ບໍ່ແນ່ໃຈ ອອກສຽງເດີ
ນາຍ ເວົ້າປະຈຳ ຈັກມັນແປວ່າຫັຍງ?

ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ

໑໐໘ ກະທູ້
໒໒໖໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເອີ ອີກປະໂຫຍກ ຕອນນັ້ນ ໄປກິນ ເຂົ້າ ທ່ຽງ ນາຍ ເວົ້າວ່າ
ໂອອິຊິ ເດຊືກ່າ ເຮົາເຂົ້າໃຈວ່າ ລາວຖາມວ່າ ອາຫານ ແຊບບໍ?
ເຮົາເຂົ້າໃຈຖຶກຫລືຜິດ???

ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ

໑໖ ກະທູ້
໑໘໘ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ SumoGirl ຂຽນວ່າ...
ເບີ່ງຕາລາງແລະ ຕາລາຍເລີຍ
ເຄີຍເຮັດວຽກກັບ ຍີ່ປຸນມາ ຫ້າເດືອນ ນີ້ລະ
ໄດ້ ຍິນ ຢູ ສອງຄຳ ແຕ່ ບໍໄດ້ ໃສ່ໃຈ ຕອນນີ້ ເຫັນ ກະທູ້ ເລີຍ ຄິດອອກ
ໂຈໂຕະ...
ຊະໂຈ,,, ບໍ່ແນ່ໃຈ ອອກສຽງເດີ
ນາຍ ເວົ້າປະຈຳ ຈັກມັນແປວ່າຫັຍງ?



ໂຈໂຕະ: ອອກສຽງໃຫ້ຖືກແມ່ນ: ໂຈດໂຕະ :ມີຄວາມໝາຍວ່າ: ຈັກໜ່ອຍ, ບຶດດຽວ

ຊະໂຈ: ຂຽນຖືກແລ້ວ: ຄວາມໝາຍກໍ່ຄື: ຫົວໜ້າ

ໂອອິຊິ ເດສຊຸກະ? ແປວ່າ: ແຊບບໍ່? (ທ່ານເດົາຖືກແລ້ວ)
ຕອບງ່າຍໆ: ໂອອິຊິ ເດສຊຸ.


໒໒ ກະທູ້
໒໕໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Leedonsouk ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ KaTaeNoi ຂຽນວ່າ...
ມືດຕືບເລີຍເຮົາ ຊົງສິຍາກນໍ ຮູ້ແຕ່ຄໍາດຽວ ຊຶກີ້ ຊຶກີ້
ຈັກວ່າພິມຖືກບໍ່ຫຸ



ໜ້າຈະແມ່ນ: ຊຸກິ ຊຸກິ: ມັກໆ


ຫວາ........... ຊັ້ນຄໍາວ່າ ຂ້ອຍມັກເຈົ້າວ່າຈັ່ງໃດ?
ຊຸກິ ຊຸກິ ເຈົ້າຫວາ

(◕‿◕) ♥ ກະແຕນ້ອຍ ♥ ຂີ້ດື້ (。◕‿◕。)
http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img] http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img]





໑ ກະທູ້
໑໒ ໂພສ
ຂາປະຈຳເວັບບອດ
ありがとう ອາລິກາໂຕະ ຂອບໃຈ


໕ ກະທູ້
໔໗໒ ໂພສ
ຊຳນານການເວັບບອດ
Binta ga itegao !
ອັນນີ້ແປວ່າ "ເຈັບຫົວ !"



ວ່າຊັ້ນຊະ

໑໖ ກະທູ້
໑໘໘ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ KaTaeNoi ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ Leedonsouk ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ KaTaeNoi ຂຽນວ່າ...
ມືດຕືບເລີຍເຮົາ ຊົງສິຍາກນໍ ຮູ້ແຕ່ຄໍາດຽວ ຊຶກີ້ ຊຶກີ້
ຈັກວ່າພິມຖືກບໍ່ຫຸ



ໜ້າຈະແມ່ນ: ຊຸກິ ຊຸກິ: ມັກໆ


ຫວາ........... ຊັ້ນຄໍາວ່າ ຂ້ອຍມັກເຈົ້າວ່າຈັ່ງໃດ?
ຊຸກິ ຊຸກິ ເຈົ້າຫວາ



ອານາະຕະ ໂອະ ຊຸກິເດສ: ຂ້ອຍມັກເຈົ້າ

ອານາຕະ ໂອະ ອາຍຊິເຕລຸ: ຂ້ອຍຮັກເຈົ້າ

ຫຼື ອາຍຊິເຕລຸ ກໍ່ໄດ້ຄືກັນເປັນພາສາເວົ້າ.


໑໐໘ ກະທູ້
໒໒໖໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມາຕອນນີ້ໄດ້ ຫລາຍຄຳ ເລີຍເນາະ

ຂອບໃຈທີ່ຕອບໃຫ້

ຍາກຖາມຕໍອີກວ່າ ການ ທັກທາຍແບບຍີ່ປຸ່ນນະ ເຂົາກົ້ມຫົວ ເລີຍສົງໃສວ່າ ມັນ ຄືກັບການ ນົບໄຫວ້ ຂອງລາວ ບໍ?
ທີ່ວ່າ ນົບຜູ້ນ້ອຍ ແລະຜູ້ ໃຫ່ຍ ຍໍມື ຕ່ຳສູງບໍຄືກັນ ແລ້ວ ເຂົາກົ້ມກັນ ແນວໃດຈັ່ງຖຶກ

ຄຳ ວ່າ ຊັງ ນິ ມີຄວາມໝາຍ ແນວໃດ? ຄື ໄດ້ຍິນ ວ່າ ໂອຊູກິ ຊັງ , ທາຄາມຸຣະ ຊັງ, ຊະໂຈ ຊັງ ໄດ້ຍິນປະຈຳ ແຕ່ບໍຮູ້ ບໍເຂົ້າໃຈ ນຳເຂົາ

ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ

໑໖ ກະທູ້
໑໘໘ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ SumoGirl ຂຽນວ່າ...
ມາຕອນນີ້ໄດ້ ຫລາຍຄຳ ເລີຍເນາະ

ຂອບໃຈທີ່ຕອບໃຫ້

ຍາກຖາມຕໍອີກວ່າ ການ ທັກທາຍແບບຍີ່ປຸ່ນນະ ເຂົາກົ້ມຫົວ ເລີຍສົງໃສວ່າ ມັນ ຄືກັບການ ນົບໄຫວ້ ຂອງລາວ ບໍ?
ທີ່ວ່າ ນົບຜູ້ນ້ອຍ ແລະຜູ້ ໃຫ່ຍ ຍໍມື ຕ່ຳສູງບໍຄືກັນ ແລ້ວ ເຂົາກົ້ມກັນ ແນວໃດຈັ່ງຖຶກ

ຄຳ ວ່າ ຊັງ ນິ ມີຄວາມໝາຍ ແນວໃດ? ຄື ໄດ້ຍິນ ວ່າ ໂອຊູກິ ຊັງ , ທາຄາມຸຣະ ຊັງ, ຊະໂຈ ຊັງ ໄດ້ຍິນປະຈຳ ແຕ່ບໍຮູ້ ບໍເຂົ້າໃຈ ນຳເຂົາ



ທ່ານຄິດຖືກແລ້ວ. ການກົ້ມຄຳນັບຂອງຄົນຍີ່ປຸ່ນ ແມ່ນການສະແດງຄວາມນັບຖືກ ແບບການນົບໄຫ້ວຂອງລາວເລີຍ, ຕ່າງແຕ່ວິທີການຊື່ໆ.
ພາສາຍີ່ປຸ່ນເອີ້ນການຄຳນັບນີ້ວ່າ: ໂອຈິງິ
ວິທີການຄຳນັບ: ຍິ່ງກົ້ມຫຼາຍ ຍິ່ງສະແດງເຖິງການເຄົາລົບນັບຖືຫຼາຍເທົ່ານັ້ນໆ.
ຕົວຢ່າງ: ພໍ່ແມ່ ແນະນຳລູກ ໃຫ້ແຂກພິເສດ ຫຼືຜູ້ໃຫ່ຍ ໃດໜຶ່ງຮູ້ຈັກ.
ແຂກຈະພຽງແຕ່ກົ້ມຫົວເບົາໆ ແຕ່ຜູ້ເປັນລູກທີ່ຖືກແນະນຳ ຫຼື ຜູ້ນ້ອຍ ແມ່ນຕ້ອງກົ້ມລົງພື້ນ ຫຼື ກາບພື້ນນັ້ນເອງ ເພື່ອສະແດງຄວາມເຄົາລົບຕໍ່ຜູ້ໃຫ່ຍ.

ສ່ວນຄຳວ່າ: ຊັງ ໃນພາສາຍີ່ປຸ່ນໝາຍເຖິງ ນາມ ທີ່ໃຊ້ເອີ້ນຜູ້ໃດຜູ້ໜຶ່ງເຊັ່ນ: ທ້າວ, ນາງ, ທ່ານ ເປັນຕົ້ນ.
ນອກຈາກນັ້ນກໍ່ມີຄຳວ່າ: ຈັ່ງ ສຳຫຼັບເອີ້ນ ເດັກນ້ອຍຍິງ ເຊັ່ນ: ຊຸໂມ ຈັ່ງ ເປັນຕົ້ນ.
ສ່ວນເດັກນ້ອຍຊາຍແມ່ນ: ກຸ່ງ ເຊັ່ນ: Leedonsouk ກຸ່ງ ເປັນຕົ້ນ.

ຂອບໃຈສຳຫຼັບຄຳຖາມ ແລະ ຄວາມສົນໃຈ.


໑໖ ກະທູ້
໑໘໘ ໂພສ
ນັກການກະທູ້
ເຊມາກູແຕະ : ເວົ້າໃຫ້ຖືກແມ່ນ : ເຊມ່າຍກຸເຕະ : ແປວ່າ: ເຖິງວ່າຈະແຄບ

ເຊັ່ນ: ເຖິງວ່າຫ້ອງຈະແຄບ ແຕ່ກໍ່ໜ້າຢູ່.


໓໔ ກະທູ້
໔໒໑ ໂພສ
ຊຳນານການເວັບບອດ
ນິຮົງໂກະວະໂອໂມຊິໂລຍຍຍ!

e+1=0

໒໓ ກະທູ້
໖໖໐ ໂພສ
ຊຳນານການເວັບບອດ
ເຮົາກຳລັງສິໄປຮຽນພາສາຢີ່ປຸ່ນຢູ່ພໍດີ...ດຽວອີກ 2 3 ມື້ມີມາຖາມຕອບແນ່ນອນ....

.ເຮີເຮີ



໒໓ ກະທູ້
໖໖໐ ໂພສ
ຊຳນານການເວັບບອດ
ຢາກໄດ້ຮູບໂຕທາງເທິງຫັ້ນນະສິເອົາຈັງໃດ ?

.ເຮີເຮີ



໗ ກະທູ້
໕໐໔ ໂພສ
ຊຳນານການເວັບບອດ
ອາລິກາໂຕະ...

ຮັກເຈົ້າເດີ...!!!

໐ ກະທູ້
໓ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
suki=ມັກ ແມ່ນບໍ່


໑໐໘ ກະທູ້
໒໒໖໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Leedonsouk ຂຽນວ່າ...
ເຊມາກູແຕະ : ເວົ້າໃຫ້ຖືກແມ່ນ : ເຊມ່າຍກຸເຕະ : ແປວ່າ: ເຖິງວ່າຈະແຄບ

ເຊັ່ນ: ເຖິງວ່າຫ້ອງຈະແຄບ ແຕ່ກໍ່ໜ້າຢູ່.



ຂອບໃຈ ກຳລັງວ່າຈະຖາມພໍດີ ເລີຍ ວ່າ ຄຳນີ້ ມັນມີ ໃນພາສາ ຍີ່ປຸ່ນ ບໍ ເພາະ ວ່າ ໄດ້ ຍິນ ໃນລາຍ ການ ຕະຫລົກ ມາ ນານ ຫບາຍປີ ແລ້ວ

ແຕ່ກໍ່ບໍ່ຮູ້ ວ່າ ມັນ ມີຄວາມໝາຍ ແນວ ໃດ? ແທ້ ແລະ ບໍ່ ຮູ້ ວ່າ ເປັນຄຳສັບ ຍີ່ປຸນ ແທ້ ບໍ? ຫລື ເວົ້າ ຫລິ້ນ ຊືາຯຯ

ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>