ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ພາສາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>

໒ ກະທູ້
໖ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ຂໍປຶກສາແນ່ ເຮັດແນວໃດຈຶ່ງຈະຮຽນພາສາອັງກິດເກັ່ງ ? ຮຽນມາດົນແລ້ວແຕ່ກໍ່ຍັງເວົ້າບໍ່ໄດ້ຈັກເທື່ອ

໕ ກະທູ້
໒໗໓໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອັນນີ້ມັນກະເປັນທັກສະສ່ວນບຸກຄົນ
ຫາກໄປຮຽນຢູ່ໂຮງຮຽນແລ້ວກະຍັງບໍ່ໄດ້
ໄປແອບຮຽນນຳຄົນຕ່າງປະເທດໂລດກະຈົບ

໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
1.ອ່ານ Grammar ໃຫ້ເຂົ້າໃຈທຸກໂຕ ຈື່ວິທີນຳໃຊ້
2.ຈົດຄຳສັບທີ່ເຄີຍຮຽນແລ້ວອ່ານທຸກມື້
ເຮັດແບບນີ້ ຈັກ 3-5 ປີ ເຮັດວຽກໄດ້ໂລດ

໕໗ ກະທູ້
໒໑໐໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ່ານຫຼາຍໆ

໑໐໘ ກະທູ້
໒໒໖໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂອງກິນບໍກິນ ມັນເນົ່າ ຂອງເກົ່າບໍເລົ່າ ມັນລືມ

ຕໍ່ໃຫ້ ຕອນຮຽນ ເຈົ້າໄດ້ຄະແນນ ເຕັມຕະຫລອດ ແຕ່ ອອກນອກຫ້ອງບໍ່ໄດ້ ເວົ້າ ຈັກເທືອ່ ມັນບໍ່ມີ ມື້ເກັງດອກ

ເຮົາຄິດວ່າ ການຮຽນ ພາສາ ຕ່າງປະເທດ ບໍ່ວ່າ ຈະເປັນ ພາສາໃດ ກໍ່ ຕາມ ຫາກຢາກມີ ຄວາມຊຳນານ ແລ້ວ ເຮົາ ຕ້ອງ
ຫມັ່ນ ຝຶກ ເປັນປະຈຳ

ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ

^
^
ໂອ້ຄືເບິ້ນຫຼາຍເທື່ອແທ້ ຕັ້ງມັກເບິ້ນເນາະ

໒໒ ກະທູ້
໑໓໖໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຊອກຫມູ່ຕ່າງປະເທດ ຫາທາງລົມນຳເຂົາ ແລ້ວຂໍໃຫ້ເຂົາສອນ ຂ້ອຍກະເຄີຍເປັນແບບເຈົ້າ

ສຸລາ ບໍ່ໄດ້ເຮັດໃຫ້ໃຜເປັນວິລະບູຣຸດ ແຕ່ວ່າ ວິລະບູຣຸດກໍ່ຂາດສຸຣາບໍ່ໄດ້

໑໖ ກະທູ້
໑໘໘ ໂພສ
ນັກການກະທູ້
ເຄີຍຮຽນ study skill ບໍ່? ທັກສະ ຫຼືວິທີການຮຽນພາສາ.

Grammar ຮຽນເພື່ອຄວາມເຂົ້າໃຈ ບໍ່ຕ້ອງເກັບລາຍລະອຽດກໍ່ໄດ້ ເພາະເຮົາຕ້ອງມີປື້ມໄວ້ເປັນເອກະສານອ້າງອິງສະເໝີ.

Vocabulary ຮຽນ ແລະຈື່ໃຫ້ໄດ້ຫຼາຍເທົ່າທີ່ຈະຫຼາຍໄດ້. ຕົວຢ່າງການຮຽນຄຳສັບແບບ Advanced:
ຄຳວ່າ ກິນ eat ທ່ານຮູ້ຈັກດີ ແຕ່ຖ້າໄປອ່ານໜັງສືພີມ ທ່ານຈະພົບຄຳວ່າ: consume
ນອກຈາກນັ້ນຄຳວ່າ ກິນ ຍັງມີຢ່າງຫຼວງຫຼາຍເຊັ່ນ: ກິນແບບຟ້າວຟັ່ງ gobble something up/down, ກິນຄຳໃຫ່ຍໆ devour ເປັນຕົ້ນ.

ໃນນີ້ ການເວົ້າແລະການຂຽນແມ່ນຈັດໄດ້ວ່າ ສຳຄັນທີ່ສຸດໃນໜ້າວຽກ. ເພາະສະນັ້ນ ການເຝິກຝົນຕົວຈິງ ແລະການເຂົ້າໄປຢູ່ໃນສະພາບ
ແວດລ້ອມດັ່ງກ່ວາ ຈິ່ງສຳຄັນຫຼາຍ.

ອຸປະສັກໃນການຮຽນ:
1. ບໍ່ມັກອ່ານ
2. ບໍ່ກ້າສະແດງອອກ
3. ບໍ່ມັກສະແຫວງຫາ

ເວລາເຮົາເຫັນຄົນເວົ້າເກັ່ງໆ ບໍ່ຕ້ອງຄຶດຫງໍ້ວ່າເຂົາເຈົ້າຄືວ່າເກັ່ງແທ້. ເພາະເຮົາບໍ່ເຫັນເບື້ອງຫຼັງ ກ່ອນທີ່ເຂົາເຈົ້າຈະເກັ່ງແມ່ນຕ້ອງຜ່ານອຸປັກສັກ
ແລະຄວາມຫຍຸ້ງຍາກຫຼວງຫຼາຍ. ແຕ່ກ່ອນຕອນຮຽນໃໝ່ໆ ເຫັນຄົນເວົ້າມາເປັນຊຸດເຮົາກໍ່ງົງ ແລະ ຄິດວ່າເຂົາເຮັດໄດ້ຈັ່ງໃດວະ?

ດຽວນີ້ຟັງເຂົາເຈົ້າເວົ້າ ກໍ່ຄືຟັງພາສາລາວນີ້ແລະ. ເວລາຕອບກໍ່ຕອບແບບທຳມະຊາດ ບໍ່ຕ້ອງຄິດກັງວົນວ່າຈະໃຊ້ tense ໃດ ຫຼື ວ່າຢ້ານຜິດຫຼັກການ.

ຖ້າທ່ານມີ ອິນເຕີເນັດໃຊ້ ກໍ່ແມ່ນວ່າໂຊກດີແລ້ວ ເພາະອິນເຕີເນັດມີຫຼັກສູດທຸກຢ່າງ.

ປື້ມທີ່ຄວນມີ:

ວັດຈະນານຸກົມ ອັງກິດ-ອັງກິດ ທ່ານຕ້ອງຮຽນໃຊ້ເພື່ອຄວາມເປັນທຳມະຊາດເວລາຄິດຄວາມໝາຍ.
ວັດຈະນານຸກົມ ຄຳຄ້າຍຄືກັນ ແລະ ກົງກັນຂ້າມກັນ ຫົວນີ້ສຳຄັນຫຼາຍ ຕ້ອງມີ.
ປື້ມໄວຍາກອນ ເຫຼັ້ມໃຫ່ຍ ຫຼື Advanced English Grammar ແລະອື່ນໆ ເພື່ອຄວາມຫຼາກຫຼາຍ.
ສ່ວນການຟັງແລະເວົ້າ ແມ່ນນຳໃຊ້ ອິນເຕີເນັດ ເຂົ້າຊ່ວຍ.

ການຂຽນຕ້ອງເຝິກຝົນເອງ ແລ້ວໃຫ້ຄົນອື່ນຊ່ວຍອ່ານແກ້ໄຂແລະຕຳນິໃຫ້. ທ່ານອາດຈະເລີ່ມດ້ວຍ ການຂຽນເລື່ອງລາວກ່ຽວກັບຕົວເອງ ເປັນຕົ້ນ.

ຢ່າລືມເອົາຊະນະອຸປະສັກສາມຢ່າງຂ້າງເທິງ.

໑໙ ກະທູ້
໑໖໒ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ Leedonsouk ຂຽນວ່າ...

ຂອບໃຈທີແນກນຳ ເຮົາເປັນຄົນບໍມັກອ່ານ ຈະພະຍາຍາມ ຮິຮິຮິ

ບໍມີໃຜແຊງຄວາມໄວເຮົາເປັນເລີດ 555

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສູ້ໆໆໆ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໒ ກະທູ້
໖ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ຂອບໃຈເດີທຸກໆຄົນ ສຳລັບຄຳຄິດເຫັນດີໆ.......

໔໔ ກະທູ້
໓໗໗ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ xay22 ຂຽນວ່າ...
ຂໍປຶກສາແນ່ ເຮັດແນວໃດຈຶ່ງຈະຮຽນພາສາອັງກິດເກັ່ງ ? ຮຽນມາດົນແລ້ວແຕ່ກໍ່ຍັງເວົ້າບໍ່ໄດ້ຈັກເທື່ອ

ຮຽນໃນແບບຂອງຕົວເອງ(ວິທີຂອງຄົນອື່ນອາດຫນ້າເບື່ອ)
ຄິດວິທີຮຽນໃນແບບຂອງຕົວເອງ ມ່ວນທີ່ສຸດ ຈື່ດີທີ່ສຸດ
ເປີດໂລກສ່ວນຕົວ ເພື່ອຮຽນພາສາອັງກິດໂດຍສະເພາະ.
ຫມົກຫມຸ້ນ ນຳການຮຽນພາສາອັງກິດ ຈັກໄລຍະຫນຶ່ງເບິ່ງແມະ.
ຮຽນດ້ວຍວິທີທີ່ຫລາກຫລາຍ ເພື່ອຫລີກຫລ້ຽງຄວາມຫນ້າເບື່ອ ຈຳເຈ(ບົດຮຽນດຽວ, ແຕ່ອາດຮຽນຫລາຍວິທີ).

ໄປພິມຄົນຫາຄຳວ່າ English conversation ຢູ່ youtube ເຊັ່ນ
ວີດີໂອ ສອນ grammar http://www.engvid.com

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຮຽນແລ້ວຮຽນອີກ ຮຽນເລື້ອຍໆໄປ ມັກເວົ້າມັກລົມກັບຕ່າງປະເທດ

ຂ້ອຍໄດ້ແຕ່ທໍ່ນີ້

ໄປຊື່ໆ = go name name
ຫົວລ້ານ = head million
ອ່ານກິນ = read eat
ຕາຊັງ = eyes hate
ຕາຮັກ = eyes love
ມັກງ່າຍ = like easy

໑໑໖ ກະທູ້
໔໑໑ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ xay22 ຂຽນວ່າ...
ຂໍປຶກສາແນ່ ເຮັດແນວໃດຈຶ່ງຈະຮຽນພາສາອັງກິດເກັ່ງ ? ຮຽນມາດົນແລ້ວແຕ່ກໍ່ຍັງເວົ້າບໍ່ໄດ້ຈັກເທື່ອ

ອາຈານສອນເພິ່ນແນະນຳກ່ຽວກັບການເຝິກຫັດ ແອບໃຊ້ ແນວໃດແດ່ບໍ?

໑໑ ກະທູ້
໖໑໙ ໂພສ
ຊຳນານການເວັບບອດ
ສາເຫດທີ່ຄົນລາວເຮົາເວົ້າພາສາອັງກິດບໍ່ເກັ່ງເພາະວ່າຕິດແກຣມມາຣ໌ຫລາຍໂພດ
ຖ້າຢາກເວົ້າໃຫ້ເກັ່ງເວລາເວົ້າຢ່າໄປຕິດແກຣມມາຣ໌ຫລາຍ ຢາກເວົ້າຫຍັງເວົ້າໄປໂລດ ເຂົາຫາກຈະພະຍາຍາມເຂົ້າໃຈເຮົາເອງ ບໍ່ຕ່າງຫຍັງກັບເວລາທີ່ເຂົາເວົ້າພາວາລາວບໍ່ເກັ່ງນັ້ນລະເຮົາຍັງພຍາຍາມທຳຄວາມເຂົ້າໃຈ ຖ້າເຮັດແບບນີ້ຮັບຮອງເກັ່ງແນ່ນອນ

໙ ກະທູ້
໑໔໑ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ SumoGirl ຂຽນວ່າ...
ຂອງກິນບໍກິນ ມັນເນົ່າ ຂອງເກົ່າບໍເລົ່າ ມັນລືມ

ຕໍ່ໃຫ້ ຕອນຮຽນ ເຈົ້າໄດ້ຄະແນນ ເຕັມຕະຫລອດ ແຕ່ ອອກນອກຫ້ອງບໍ່ໄດ້ ເວົ້າ ຈັກເທືອ່ ມັນບໍ່ມີ ມື້ເກັງດອກ

ເຮົາຄິດວ່າ ການຮຽນ ພາສາ ຕ່າງປະເທດ ບໍ່ວ່າ ຈະເປັນ ພາສາໃດ ກໍ່ ຕາມ ຫາກຢາກມີ ຄວາມຊຳນານ ແລ້ວ ເຮົາ ຕ້ອງ
ຫມັ່ນ ຝຶກ ເປັນປະຈຳ

ຖືກຕ້ອງ
ແຕ່ອາຈານບາງຄົນຮຽນມາແຕ່ເມືອງນອກຍັງເວົ້າ ເກີໆ ກະໆ ກໍ່ມີ
ທີ່ສຳຄັນມັນຕ້ອງໄດ້ຝຶກ

໔໗ ກະທູ້
໖໘໙ ໂພສ
ຊຳນານການເວັບບອດ
ບໍ່ຍາກເລີຍພາສາອັງກິດງ່າຍນິດດຽວ ຂ້ອຍນີ້ບໍ່ມີໃຜສອນກະຍົງເວົ້ານຳໝູ່ໄດ້ ໄດ້ຄຳດຽວ I Love You

ເປັນຄົນດີຂອງສັງຄົມ-ເປັນລູກທີ່ດີຂອງພໍ່ແມ່

໕ ກະທູ້
໔໕ ໂພສ
ຂາປະຈຳເວັບບອດ
ປັດໃຈ 4 ຂອງການຮຽນກະມີຄື:
1. ການອ່ານ, 2 ການຟັງ, 3 ການຂຽນ, ແລະ 4 ການເວົ້າ.
ຖ້າທ່ານຂາດ 1 ໃນປັດໃຈດັ່ງກ່າວ ເຖິງໃຜຊິວ່າເກັ່ງ ແຕ່ຂ້າພະເຈົ້າຈະຮັບໄດ້ພຽງ 75%.
ສ່ວນຄາຖາຮຽນເກັ່ງແມ່ນ: ສຸ ຈິ ປຸ ລິ ທ່ອງໃຫ້ຫລາຍໆ ຖ້າບໍ່ເຂົ້າໃຈໃຫ້ໄປຖາມຄູບາຢູ່ວັດອົງຕື້ວ່າມັນແປວ່າຫຍັງ

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ...
ຮຽນແລ້ວຮຽນອີກ ຮຽນເລື້ອຍໆໄປ ມັກເວົ້າມັກລົມກັບຕ່າງປະເທດ

ຂ້ອຍໄດ້ແຕ່ທໍ່ນີ້

ໄປຊື່ໆ = go name name
ຫົວລ້ານ = head million
ອ່ານກິນ = read eat
ຕາຊັງ = eyes hate
ຕາຮັກ = eyes love
ມັກງ່າຍ = like easy

ຂໍເປັນສິດແນ່ໆໆ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໒ ກະທູ້
໑໖໗໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອັນນີ້ມັນກະເປັນທັກສະສ່ວນບຸກຄົນ

໒ ກະທູ້
໕໖ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ...
ຮຽນແລ້ວຮຽນອີກ ຮຽນເລື້ອຍໆໄປ ມັກເວົ້າມັກລົມກັບຕ່າງປະເທດ

ຂ້ອຍໄດ້ແຕ່ທໍ່ນີ້

ໄປຊື່ໆ = go name name
ຫົວລ້ານ = head million
ອ່ານກິນ = read eat
ຕາຊັງ = eyes hate
ຕາຮັກ = eyes love
ມັກງ່າຍ = like easy

ໄປຮຽນຢູ່ໃສມາຄືໃຊ້ງ່າຍແທ້ນໍ້

ສາຍນ້ຳບໍ່ຄອຍປາ ເວລາບໍ່ຄອຍຄົນ

໕ ກະທູ້
໒໗໓໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ IQ5138 ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ...
ຮຽນແລ້ວຮຽນອີກ ຮຽນເລື້ອຍໆໄປ ມັກເວົ້າມັກລົມກັບຕ່າງປະເທດ

ຂ້ອຍໄດ້ແຕ່ທໍ່ນີ້

ໄປຊື່ໆ = go name name
ຫົວລ້ານ = head million
ອ່ານກິນ = read eat
ຕາຊັງ = eyes hate
ຕາຮັກ = eyes love
ມັກງ່າຍ = like easy

ຂໍເປັນສິດແນ່ໆໆ

ເປັນນຳເດີ

໐ ກະທູ້
໕ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ອ້າງເຖິງຂໍ້ຄວາມຈາກ thim ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ xay22 ຂຽນວ່າ...
ຂໍປຶກສາແນ່ ເຮັດແນວໃດຈຶ່ງຈະຮຽນພາສາອັງກິດເກັ່ງ ? ຮຽນມາດົນແລ້ວແຕ່ກໍ່ຍັງເວົ້າບໍ່ໄດ້ຈັກເທື່ອ

ຮຽນໃນແບບຂອງຕົວເອງ(ວິທີຂອງຄົນອື່ນອາດຫນ້າເບື່ອ)
ຄິດວິທີຮຽນໃນແບບຂອງຕົວເອງ ມ່ວນທີ່ສຸດ ຈື່ດີທີ່ສຸດ
ເປີດໂລກສ່ວນຕົວ ເພື່ອຮຽນພາສາອັງກິດໂດຍສະເພາະ.
ຫມົກຫມຸ້ນ ນຳການຮຽນພາສາອັງກິດ ຈັກໄລຍະຫນຶ່ງເບິ່ງແມະ.
ຮຽນດ້ວຍວິທີທີ່ຫລາກຫລາຍ ເພື່ອຫລີກຫລ້ຽງຄວາມຫນ້າເບື່ອ ຈຳເຈ(ບົດຮຽນດຽວ, ແຕ່ອາດຮຽນຫລາຍວິທີ).

ໄປພິມຄົນຫາຄຳວ່າ English conversation ຢູ່ youtube ເຊັ່ນ
ວີດີໂອ ສອນ grammar http://www.engvid.com

ເຫັນດີກັບຄວາມເຫັນນີ້ເດີ່
ຄວາມເຫັນສ່ວນຕົວ
ໃຊ້ພົດຈະນານຸກົມຫຼາຍຫຼາຍ ໃຊ້ໂຕທີເປັນອັງກິດເເປອັງກິດເພາະຈະມີຕົວຢ່າງຫຼາຍ ລະເຫັນໂຕໃດມ່ວນມ່ວນກະຈົດໄວ້ສະຫມຸດສະເພາະ ມີເວລາລລະກະເບິ່ງ
ຄັນມີເວລາກະຫາຫນັງຕ່າງປະເທດມາເບິ່ງ

໐ ກະທູ້
໕໐ ໂພສ
ຂາປະຈຳເວັບບອດ
ອ່ານໄດອາຮີ ຂອງຂ້ອຍແລ້ວບໍ?

໑໒ ກະທູ້
໓໗໕ ໂພສ
ຊຳນານການເວັບບອດ
ກຮຸດມໍນຶງ ອິ ອິ ສອນເດີ້

ຄົນເຮົາເລືອກເກິດບໍ່ໄດ້....

໑໐໘ ກະທູ້
໒໒໖໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ kett ຂຽນວ່າ...
^
^
ໂອ້ຄືເບິ້ນຫຼາຍເທື່ອແທ້ ຕັ້ງມັກເບິ້ນເນາະ

ບໍ່ໄດ້ ມັກ ເບີ້ນດອກ ແຕ່ວ່າ ມັນ ກົດຜິດ ນຶກວ່າ ເນັດຄ້າງເລີຍ ກົດ ໃຫມ່ ຊັ້ນນະ

ບາດວ່າ ແລ້ວ ກະ ຄ້ານ ລຶບ ຕາມ ເຄີຍ

ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ

໑໐໘ ກະທູ້
໒໒໖໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ...
ຮຽນແລ້ວຮຽນອີກ ຮຽນເລື້ອຍໆໄປ ມັກເວົ້າມັກລົມກັບຕ່າງປະເທດ

ຂ້ອຍໄດ້ແຕ່ທໍ່ນີ້

ໄປຊື່ໆ = go name name
ຫົວລ້ານ = head million
ອ່ານກິນ = read eat
ຕາຊັງ = eyes hate
ຕາຮັກ = eyes love
ມັກງ່າຍ = like easy

ແບບນີ້ ກະມີ ເນາະ
ໄດ້ ຄຳສັບ ສຳນວນ ໃຫມ່ ອີກ

ຂອບໃຈ

ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ

໕໗ ກະທູ້
໒໑໐໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
Look go look come you read eat me
ເບິ່ງ ໄປ ເບິ່ງ ມາ ເຈົ້າ ອ່ານ ກິນ ຂ້ອຍ

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>