ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ພາສາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ພາສາ » ຟັງສຽງຈົ່ມ: ເປັນຫ່ວງເຖິງອານາຄົດເພງລາວ

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>

໒ ກະທູ້
໗໐ ໂພສ
ຂາປະຈຳເວັບບອດ
ຂ້າພະເຈົ້າເປັນຄົນໜຶ່ງທີ່ມັກຟັງເພງລາວ ເຊິ່ງບໍ່ແມ່ນມັກແບບບັງເອີນ ແຕ່ຫາກແມ່ນມັກດ້ວຍສາຍເລືອດ
ບໍ່ວ່າສຽງຂັບສຽງລຳ ຫຼື ເພງລາວທັງຍຸກເກົ່າຍຸກໃໝ່ ແມ່ນມັກຟັງ ແລະ ສາມາດຮ້ອງນຳໄດ້ເກືອບໝົດທຸກເພງ

ໃນໄລຍະຜ່ານມາ ເວລາຂ້າພະະເຈົ້າອອກພົບປະສັງຄົມຕ່າງໆ ບໍ່ວ່າຈະຢູ່ສະຖານທີ່ໃດໆກໍຕາມ ແມ່ນປະກົດເຫັນວ່າ
ຄົນລາວເຮົາ ໂດຍສະເພາະໄວໜຸ່ມທັງຫຼາຍ ບໍ່ຢາກຟັງເພງລາວ, ຜ່ານເຫດການຕໍ່ໄປນີ້ ເຮັດໃຫ້ຂ້າພະເຈົ້າອົດ ທີ່ຈະເອົາມາເລົ່າສູ່ຟັງເພື່ອສົນທະນານຳບໍ່ໄດ້ ບາງທີມີຄົນທີ່ຍັງມີຄວາມຄິດຄືຂ້າພະເຈົ້າຫຼົງເຫຼືອຢູ່ເຊັ່ນກັນ.

ມື້ໜຶ່ງຂ້າພະເຈົ້າພ້ອມໝູ່ເພື່ອນ ໄດ້ນັດກັນອອກກິນເຂົ້ານອກບ້ານ ໂດຍນັດເອົາຮ້ານອາຫານແຫ່ງໜຶ່ງໃນນະຄອນຫຼວງ
ວຽງຈັນ, ນັບຕັ້ງແຕ່ກ້າວຂາເຂົ້າຮ້ານຈົນເຖິງກ້າວຂາອອກ ບໍ່ປະກົດມີເພງລາວໃຫ້ຟັງແມ່ນແຕ່ເພງດຽວ, ຊ້ຳບໍ່ໜຳທາງ
ຮ້ານຍັງເອົານັກຮ້ອງສຽງດີມາດີດກິຕ້າຮ້ອງເພງພາສາເພື່ອນບ້ານໃຫ້ຟັງ ເຊິ່ງພວກກ່ຽວກໍຮ້ອງເພງໄດ້ດີຄືກັບເຈົ້າຂອງ
ພາສາອ້ອຍຕ້ອຍ ອີກທັງໄວໜຸ່ມໄວແກ່ທັງຫຼາຍຕົບມືພືຜ້າຊົມເຊີຍເອົາແທ້ເອົາວ່າ ແຖມຍັງຮ້ອງນຳກົ້ນເຂົາໄດ້ເກືອບໝົດ
ທຸກຄົນ. ດ້ວຍສາຍເລືອດລາວ ແລະ ຄວາມມັກໃນເພງລາວ ຂ້າພະເຈົ້າຂຽນເຈ້ຍນ້ອຍໄປຂໍຟັງເພງລາວ ຢູ່ດົນເຕີບແຕ່ກໍ
ບໍ່ໄດ້ຍິນຈັກເທື່ອ ຈິ່ງທ້ວງຖາມນາງສາວເສີບວ່າເພິ່ນເອົາໃຫ້ນັກດົນຕີແລ້ວບໍ, ສາວເສີບຕອບຂ້ອຍສັ້ນໆວ່າ:
... ເຂົາເຈົ້າຫຼິ້ນບໍ່ໄດ້ອ້າຍ! ອັນນີ້ເຂົາຫລິ້ນແຕ່ໂຟກຊອງ ຫຼິ້ນແຕ່ເພງໄທນະ.,. ຂ້າພະເຈົ້າຈັກແນວໃດບໍ່ເຄີຍໃຈຮ້າຍໃຫ້
ສາວເສີບຈັກເທື່ອມື້ນັ້ນໄດ້ຈັດໃຫ້ເພິ່ນຄືນວ່າ:... ຫ້ວຍ! ຢູ່ປະເທດລາວ ຂໍຟັງເພງລາວບໍ່ໄດ້ຟັງ ມັນເປັນຈັ່ງໃດຫວາ?
ພວກເຈົ້າຫາວ່ານິແມ່ນເມືອງໄທຊັ້ນຕິ? ສາວຄົນນັ້ນຕອບວ່າຊິໄປຂໍໃຫ້ເພິ່ນເປີດເພງໃຫ້, ນັ່ງຢູ່ດົນເຕີບໝົດໄລຍະດົນຕີ
ໂຟກຊອງໂຟກແຊັງຂອງເຂົາແລ້ວ ເຂົາກໍເອົາແຜ່ນຊີດີມາເປີດໃຫ້ແຂກຟັງແທນ ຂ້ອຍຄິດວ່າບາດນິແຫຼະຄົງຈະໄດ້ຍິນບໍ່
1 ກະ 2 ເພງທີ່ໄດ້ຂໍໄປ ແຕ່ນັ່ງຕໍ່ອີກດົນເຕີບກໍບໍ່ມີສຽງເພງລາວຈັກເພງ, ເຫັນສາວເສີບຄົນເກົ່າຍ່າງກາຍມາ ຂ້ອຍກໍທ້ວງ
ຖາມຄືນອີກ ແລະ ໄດ້ຄຳຕອບແບບສະຫຼຸບຈົບຂ່າວຫຍໍ້ໆຈາກນາງວ່າ:...ບໍ່ມີນະອ້າຍ, ບໍ່ມີແຜ່ນເພງລາວ... ໄດ້ຍິນແນວ
ນັ້ນຂ້າພະເຈົ້າຈ່າຍເງິນແລ້ວຊວນໝູ່ໜີໄວບໍ່ຊ້າ ເພາະເໝັນຂີ້່ໜ້າພວກລືມກຳພືດເຈົ້າຂອງແຮງ.

ບໍ່ແມ່ນຂອງຄ່ອຍເດີ້ພີ່ນ້ອງ! ພົບເຫດການແນວນີ້ມາຫຼາຍຄັ້ງແລ້ວ ແຕ່ຄັ້ງນີ້ເຫັນວ່າໜັກສົມຄວນ ໝົດຮ້ານອາຫານບັກໃຫຍ່
ບໍ່ມີແຜ່ນເພງລາວຈັກແຜ່ນ ແລະ ບໍ່ມີນັກຮ້ອງທີ່ເປັນຄົນລາວ (ແທ້) ຈັກຄົນ. ຂ້າພະເຈົ້າຄິດຄຽດ ແລະ ອຸກອັ່ງເປັນຫ່ວງເປັນ
ໄຍນຳອານາຄົດເພງລາວມາຫຼາຍມື້ແລ້ວ ມື້ນີ້ພໍດີມີເວລາຫວ່າງຂໍເລົ່າໃຫ້ຟັງແດ່ເທາະ!! ມັນໂພດ ແລະ ໂພດໆ ອີ່ຫຼີແລ້ວ
ວັດທະນະທຳລາວເຮົານິນະ.

ເຫັນຂ້າພະເຈົ້າຈົ່ມ ແລະ ມັກຟັງໝໍລຳແນວນີ້ ຢ່າຫາວ່າຂ້າພະເຈົ້າເຖົ້າແລ້ວເດີ້! ຂ້າພະເຈົ້າກໍເປັນໄວໜຸ່ມຄືກັນ ອາຍຸ 21 ປີ
ແຕ່ຂ້າພະເຈົ້າສັງເກດເຫັນວ່າ ໄວໜຸ່ມອາຍຸປະມານຂ້າພະເຈົ້າ ແລະ ນ້ອງນຸ່ງທັງຫຼາຍນີ້ ສ່ວນຫຼາຍບໍ່ຟັງແລ້ວເພງລາວ,
ບໍ່ຟັງແລ້ວສຽງແຄນສຽງຂັບສຽງລຳ, ນັ່ງກິນເບຍຮ່ວມວົງຢູ່ນຳກັນ ເປີດເພງລາວຟັງກໍຜິດກັນຍ້ອນ ເພາະເພິ່ນຫາວ່າຟັງບໍ່
ໄດ້ໃຈຊິຂາດວ່າຊັ້ນ! ບາດຈັງຫວະຮິບຮອບເທັກໂນຂຶ້ນແລ້ວລະແມ່ນແຕກກັນວຶ້ນໆ... ໂອ່ເດ.. ອານາຄົດເພງລາວເອີ້ຍ!!

ສະຫາຍ ດາວແດງ

໖໘ ກະທູ້
໓໓໒໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກ່ອນອື່ນກະຂໍຊົມເຊີຍນຳທ່ານຫຼາຍໆເດີທີ່ຍັງຮັກສາວັດທະນະທຳຂອງລາວໄວ້ຢູ່ ກະໜ້າຫັນໃຈຄືກັນຕໍ່ໄປວັດທະນະທຳລາວອາດຈະເສື່ອມສູນຍ້ອນບັນຫາແນວນີ້ລະ ເວົ້າມາລະອຸກໃຈນຳ

ພຣະພຸດທະອົງກ່າວໄວ້ : ຫາກກິເລດເຮັດໃຫ້ເຮົາລົ້ມຫຼຽວໄດ້ສັນໃດ ທັມມະກໍ່ເຮັດໃຫ້ເຮົາເລີ່ມຕົ້ນໃໝ່ໄດ້ສັນນັ້ນ !

໒໓ ກະທູ້
໑໒໖ ໂພສ
ນັກການກະທູ້
ລອງ ເປີດ TV ຊ່ອງ3 ລາວ ຕອນ10ໂມງ ເຊົ້າ ເບິ່ງ ຈະເຫັນລາຍການຂອງຂ້າພະເຈົ້າເປັນລາຍການດຽວ ຊື່ວ່າ ລາຍການ ສະເຫນ່ງເພງລາວ ເປັນລາຍການທີ່ ສົ່ງເສີມເພງລາວເຂົ້າສູ່ສາກົນຢູ່ ເພງທີ່ດັງໆ ກະຊິແມ່ນ ເພງ ຂີ້ໂມ້ ຕໍ່ມາກະ ປາຄໍ່ໃຫຍ່

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂ້າພະເຈົ້າກະມັກຄືກັນເພງລາວໆໆ
ໂດຍສະເພາະລູກທົ່ງບ້ານນາ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Virus2011 ຂຽນວ່າ...
ກ່ອນອື່ນກະຂໍຊົມເຊີຍນຳທ່ານຫຼາຍໆເດີທີ່ຍັງຮັກສາວັດທະນະທຳຂອງລາວໄວ້ຢູ່ ກະໜ້າຫັນໃຈຄືກັນຕໍ່ໄປວັດທະນະທຳລາວອາດຈະເສື່ອມສູນຍ້ອນບັນຫາແນວນີ້ລະ ເວົ້າມາລະອຸກໃຈນຳ

...............ຊົມໆໆໆເຊີຍໆໆໆໆ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໒໐ ກະທູ້
໑໒໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ນ້ຳຖ້ວມຖິນເພຍ, ສາວບ້ານເວີນ,ເບຍລາວ,ກິນດອງນ້ອງບໍ່ຂ່າວ,ສາວເຊໂນ(ດຳນາໂນນ) ແລະ ຫລາຍໆເພງທີ່ຂາດບໍ່ໄດ້ໃນເວລາເມົາ ຮາາາາ..

-----------------------------------------------------
ຣວຍ-ຈົນ:ສຸດທ້າຍກະມັບຫ່າຄືກັນຫັ້ນລະວາ

໑໑໖ ກະທູ້
໔໑໑ ໂພສ
ຊຳນານການເວັບບອດ
ໃນກໍລະນີນີ້ ຫລື ກໍລະນີອື່ນ ເປັນຫຍັງ ຄົນລາວຈຶ່ງນິຍົມ ເພງໄທ ຫລາຍກວ່າ ເພງໂຕເອງ?

ເພງໄທ ໄດ້ຮັບຄວາມນິຍົມ ໃນຄົນລາວ ໝູ່ໃດ (ອາຍຸ, ທ້ອງຖິ່ນ, ລະດັບເສດຖະກິດ)ແລະ ທຸລະກິດແບບໃດ ຂະໜາດໃດຫລາຍ?

໐ ກະທູ້
໑໑ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ Lao4Lao ຂຽນວ່າ...
ໃນກໍລະນີນີ້ ຫລື ກໍລະນີອື່ນ ເປັນຫຍັງ ຄົນລາວຈຶ່ງນິຍົມ ເພງໄທ ຫລາຍກວ່າ ເພງໂຕເອງ?

ເພງໄທ ໄດ້ຮັບຄວາມນິຍົມ ໃນຄົນລາວ ໝູ່ໃດ (ອາຍຸ, ທ້ອງຖິ່ນ, ລະດັບເສດຖະກິດ)ແລະ ທຸລະກິດແບບໃດ ຂະໜາດໃດຫລາຍ?

ເຫັນດີ

ນ້ຳເບຍ ຄືສາຍເລືອດ

໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຢາກໃຫ້ເພງລາວຢູ່ໄດ້ ທັງຄົນຮ້ອງ ແລະຄົນສ້າງ ອັນດັບແລກລັດຖະບານຕ້ອງເອົາຈິງກັບການລະເມີດລິຂະສິດ ກວດລ້າງແຜ່ນຊີດີປອມທີ່ມີຢູ່ເກື່ອນບ້ານ ເກື່ອນເມືອງໃຫ້ຄ່ອຍໆໝົດໄປ ເພງລາວຢູ່ໄດ້ແນ່ນອນ...

໒ ກະທູ້
໗໐ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ laxtalong ຂຽນວ່າ...
ລອງ ເປີດ TV ຊ່ອງ3 ລາວ ຕອນ10ໂມງ ເຊົ້າ ເບິ່ງ ຈະເຫັນລາຍການຂອງຂ້າພະເຈົ້າເປັນລາຍການດຽວ ຊື່ວ່າ ລາຍການ ສະເຫນ່ງເພງລາວ ເປັນລາຍການທີ່ ສົ່ງເສີມເພງລາວເຂົ້າສູ່ສາກົນຢູ່ ເພງທີ່ດັງໆ ກະຊິແມ່ນ ເພງ ຂີ້ໂມ້ ຕໍ່ມາກະ ປາຄໍ່ໃຫຍ່

ເຄີິຍເບິ່ງຢູ່ເດີ້!! ຊົມເຊີຍນຳເຈົ້າທີ່ຍັງຮັກສາຄວາມເປັນລາວໄວ້ ແລະ ຊ່ວຍສົ່ງເສີມມັນອີກຊ່ອງທາງໜຶ່ງ.. ແຕ່ຂ້ອຍຄິດວ່າມັນມີຜົນຕໍ່ໄວໜຸ່ມ
ລາວໃນປະຈຸບັນໜ້ອຍໂພດ.. ເຖິງເຮົາຈະພະຍາຍາມສົ່ງເສີມຫຼາຍເທົ່າໃດ ກໍບໍ່ສາມາດເຮັດໃຫ້ໄວໜຸ່ມພວກນິຫັນມານິຍົມເພງລາວແທ້ໆໄດ້
ດອກ.. ຂ້ອຍຍອມຮັບວ່າຄົນທີ່ມັກ ແລະ ຮັກເພງລາວຍັງມີ ເຊັ່ນດຽວກັບຂ້າພະເຈົ້າ ແລະ ທ່ານເອງ ແລະ ອີກຄົນອື່ນໆ.. ແຕ່ເວົ້າໄດ້ຢ່າງເຕັມ
ສົບເຕັມປາກເລີຍວ່າ ຄົນຈຳພວກຄືເຮົານີ້ມັນມີໜ້ອຍລົງເຕັມທີແລ້ວ.

ຮັກແພງ.

ສະຫາຍ ດາວແດງ

໕ ກະທູ້
໒໗໓໒ ໂພສ

ຕິດຕາມມາຕະຫຼອດໃດ໋ຫັ້ນນະ
ເປັນປຟນຄລັບມາຫຼາຍປີແລ້ວ

໐ ກະທູ້
໑໑໒ ໂພສ
ນັກການກະທູ້
ຢາກໄດ້ຍີນ ຄົນລາວ ຮ້ອງເພັງດວງຈຳປາ ມ່ວນອອນຊອນ ເຫມືອນ ຕ່າງຊາດເອົາໄປຮ້ອງຈັກເທື່ອ ແລ້ວຊາດນີ້ ກະຊິຖືວ່າ ສົມຫວັງ ຢ່າງທີ 2 ລະ !
ແຕ່ຜ່ານມາ ກະມີ ສິນລະປະກອນສູນກາງ ແລະ ສິດທິພອນ ທີ່ຮ້ອງໄດ້ດີ ແຕ່ກະຍັງຄິດວ່າ ບໍ່ທໍ່ເພິ່ນເທື່ອ ທັງການອອກສຽງ ແລະ ດົນຕຮີ !

໒ ກະທູ້
໗໐ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ Lao4Lao ຂຽນວ່າ...
ໃນກໍລະນີນີ້ ຫລື ກໍລະນີອື່ນ ເປັນຫຍັງ ຄົນລາວຈຶ່ງນິຍົມ ເພງໄທ ຫລາຍກວ່າ ເພງໂຕເອງ?

ເພງໄທ ໄດ້ຮັບຄວາມນິຍົມ ໃນຄົນລາວ ໝູ່ໃດ (ອາຍຸ, ທ້ອງຖິ່ນ, ລະດັບເສດຖະກິດ)ແລະ ທຸລະກິດແບບໃດ ຂະໜາດໃດຫລາຍ?

ກໍລະນີນີ້ ຫຼື ກໍລະນີອື່ນ ຄົນລາວນິຍົມເພງໄທຫຼາຍກ່ວາ ແລະ ເພງເກົາຫຼີ ເພງຮິບຮ໋ອບຕ່າງປະເທດຫຼາຍກ່ວາເພງໂຕເອງ
ຂ້າພະເຈົ້າຕອບດ້ວຍປະສົບການຕົວຈິງສະຫຼຸບໄດ້ດັ່ງນີ້:
- ເພງໄທໄດ້ຮັບຄວາມນິຍົມໃນຄົນລາວເກືອບທຸກຄົນ ນັບຕັ້ງແຕ່ໄວອາຍຸກາງຄົນລົງມາຮອດເດັກນ້ອຍອານຸບານ, ຍົກເວັ້ນໄວອາຍຸ
60 ປີຂຶ້ນໄປ. ສັງເກດເຫັນໄດ້ຄົນລາວຈຳພວກໄວອາຍຸກາງຄົນ ລະຫວ່າງ 60 - 40 ປີ ໄດ້ຮັບອິດທິພົນຈາກເພງໄທຍຸກສະໄໝຂອງ
ສາຍັນ ສັນຍາ ຫຼື ພຸ່ມພວງ ດວງຈັນ ດັ່ງນີ້ເປັນຕົ້ນ. ແຕ່ເພງໄທຈະມີອິດທິພົນໜ້ອຍສຳລັບກຸ່ມໄວອາຍຸນີ້ ເພາະພວກເພິ່ນຢູ່ໃນໄລຍະ
ເລີ່ມຕົ້ນຂອງອິດທິພົນເພງໄທ. ຖັດລົງມາແມ່ນກຸ່ມໄວອາຍຸ 25 - 40 ປີ ພວກນິຈະໄດ້ຮັບອິດທິພົນເພງໄທຈາກຍຸກທອງຂອງ ເບີດ ທົງ
ໄຊ ແລະ ເສກ ໂລໂຊ ລວມເຖິງອິດທິພົນຂອງເພງເພື່ອຊີວິດ ແລະ ລູກທົ່ງໄທອີກຈຳນວນໜຶ່ງ, ກຸ່ມອາຍຸນີ້ເຖິງຈະມັກເພງໄທ ແຕ່ຍັງ
ສັງເກດເຫັນເຂົາເຈົ້າຮ້ອງເພງລາວ ແລະ ຍັງຮັກເພງລາວຢູ່, ຖັດລົງມາແມ່ນກຸ່ມ 25 ປີລົງມາ ເຫັນວ່າເລີ່ມມີອິດທິພົນຫຼາຍ
ເກີນຄວນແລ້ວ.. ພວກນິຈະນິຍົມເພງໄທ, ເພງເກົາຫຼີ, ເພງພາສາອັງກິດ, ອື່ນໆ ຫຼາຍກ່ວາເພງລາວ ເພາະສັງເກດມາຫຼາຍກໍລະນີ
ແລ້ວ ກຸ່ມອາຍຸລະຫວ່າງນີ້ ສ່ວນຫຼາຍເມື່ອມີເພງລາວເປີດຂຶ້ນ ເຂົາເຈົ້າຈະບອກໃຫ້ໄປປ່ຽນເປັນເພງໃໝ່ ເປັນແນວນີ້ສືບຕໍ່ກັນມາ ເຊິ່ງ
ຂ້າພະເຈົ້າກໍບໍ່ຮູ້ສາເຫດວ່າເປັນຍ້ອນເຫດໃດ ທັງໆທີ່ເພງລາວເຮົາມັນກໍມີສະເໜ່ ແລະ ແອບແຝງດ້ວຍວັດທະນະທຳອັນດີງາມຂອງ
ລາວເຮົາ. ໂດຍສະເພາະແມ່ນກຸ່ມອາຍຸ 20 ປີລົງມານີ້ ເຫັນວ່າເຂົາເຈົ້າຟັງແຕ່ເພງໄທ ແລະ ເພງສາກົນຫຼາຍທີ່ສຸດ ສັງເກດເຫັນໄດ້
ເບິ່ງເພງຢູ່ໂທລະສັບມືຖືຜູ້ໃດ ຊອກຫາລາຍຊື່ເພງລາວບໍ່ມີຈັກເພງ.

- ເລື່ອງທ້ອງຖິ່ນ ເມື່ອກ່ອນເຫັນວ່າຄົນທ້ອງຖິ່ນເຂດຊົນນະບົດຈະຍັງຮັກສາເພງລາວໄວ້ໄດ້ດີ ແຕ່ດຽວນິຫັນປ່ຽນສິ້ນເຊ່ີງ ຂ້າພະເຈົ້າຍັງ
ຈື່ໄດ້ຕອນລົງໄປເກັບກຳຂໍ້ມູນຢູ່ບ້ານນາລ້ອງ ເມືອງບໍລິຄັນ ແຂວງບໍລິຄຳໄຊ ເຫັນເດັກນ້ອຍປະຖົມທັກທາຍດ້ວຍພາສາໄທໂລດວ່າ: ມາ
ທຳອະໄລ ເຊິ່ງຂ້າພະເຈົ້າຕົກສະເງີ້ກັບບາດ ຫຼັງຈາກນັ້ນແມ່ນເຫັນໝູ່ນັກຮຽນຊາຍຮ້ອງເພງປະກອບລະຄອນເລື່ອງ ຄົມແຝກ ເຮັດໃຫ້
ຂ້ອຍຕົກສະເງີ້ອີກບາດໜຶ່ງ ເຊິ່ງເຫດການແນວນີ້ສະແດງໃຫ້ເຮົາເຫັນ ແລະ ພໍສະຫຼຸບໄດ້ວ່າ: ປະຈຸບັນທຸກທ້ອງຖິ່ນໃນທົ່ວປະເທດ ແມ່ນ
ມີໄຟຟ້າຊົມໃຊ້ເປັນສ່ວນຫຼາຍແລ້ວ ເມື່ອມີໄຟຟ້າໃຊ້ ກໍຈະມີໂທລະພາບ ແລະ ວິທະຍຸ ເຄື່ອງຫຼິ້ນຊີດີລົງໄປຢູ່ຫັ້ນນຳ ແລະ ເມື່ອມີວັດຖຸຈຳ
ນວນນີ້ລົງໄປແລ້ວ ເພງໄທກໍຈະອາໄສພາຫະນະດັ່ງກ່າວນີ້ແຫລະສົ່ງອິດທິພົນໃຫ້ເດັກນ້ອຍຢູ່ຊົນນະບົດຄືແນວນັ້ນ.

- ສ່ວນເລື່ອງລະດັບຂະໜາດຂອງທຸລະກິດ ດຽວນິແມ່ນຕອບສັ້ນໆໂລດວ່າ ນັບຕັ້ງແຕ່ຮ້າຍຂາຍສຽບເອັນນ້ອຍແຄມທາງ ຈົນຮອດພັດຕະ
ຄານຮ້ານອາຫານຫຼູຫຼາ ເກືອບວ່າທຸກຮ້ານແມ່ນເປີດເພງາລາວບໍ່ຮອດ 30% ຫຼື ອາດບໍ່ເປີດເລີຍ ຄືເຫດການທີ່ຂ້າພະເຈົ້າໄດ້ພົບພໍ້ມານັ້ນ
ແລ້ວ.

ຮັກແພງ.

ສະຫາຍ ດາວແດງ

໒ ກະທູ້
໗໐ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ Thy ຂຽນວ່າ...
ຢາກໃຫ້ເພງລາວຢູ່ໄດ້ ທັງຄົນຮ້ອງ ແລະຄົນສ້າງ ອັນດັບແລກລັດຖະບານຕ້ອງເອົາຈິງກັບການລະເມີດລິຂະສິດ ກວດລ້າງແຜ່ນຊີດີປອມທີ່ມີຢູ່ເກື່ອນບ້ານ ເກື່ອນເມືອງໃຫ້ຄ່ອຍໆໝົດໄປ ເພງລາວຢູ່ໄດ້ແນ່ນອນ...

ເລື່ອງລິຂະສິດເປັນບັນຫາສຳຄັນ ແຕ່ຫາກບໍ່ແມ່ນບັນຫາຕັດສິນວ່າຈະເຮັດໃຫ້ຄົນລາວທຸກຄົນຮັກເພງລາວ ແລະ ເຮັດໃຫ້ເພງ
ລາວຢູ່ໄດ້, ບັນຫາຕັດສິນສຳລັບເລື່ອງນີ້ແມ່ນເລື່ອງຈິດຕະສາດ ເລື່ອງຄ່ານິຍົມທີ່ຜິດພາດຂອງຄົນລາວຍຸກໃໝ່ເຮົານິເອງເປັນ
ອັນຕັດສິນ. ເພາະວ່າ:
- ຖ້າຄົນລາວທຸກຄົນບໍ່ຮັກເພງລາວ ແລ້ວໄປເສບສົບກັບເພງຕ່າງປະເທດເກີນຄວນ ເຖິງຈະເອົາໃຈໃສ່ປ້ອງ
ກັນລິຂະສິດໄດ້ດີຫຼາຍເທົ່າໃດ ກໍບໍ່ມີຄົນຊື້ຟັງ.
- ກົງກັນຂ້າມ, ຖ້າຄົນລາວທຸກຄົນຮັກເພງລາວ, ຟັງເພງລາວ ເຖິງແມ່ນຈະມີການລະເມີດລິຂະສິດກໍຕາມ ເມື່ອມີຄົນນິຍົມຊົມຊອບ
ຫຼາຍເທົ່າໃດແລ້ວ ນັກຮ້ອງນັກລຳກໍຈະຢູ່ໄດ້ດ້ວຍປັດໃຈທາງອ້ອມອື່ນໆເຊັ່ນ: ການອອກສະແດງຮັບໃຊ້ສັງຄົມ ແລະ ອື່ນໆ ເຊິ່ງ
ດຽວນິນັກຮ້ອງນັກລຳເພງລາວລູກທົ່ງທັງຫຼາຍ ແມ່ນອາໄສປັດໃຈດັ່ງກ່າວນີ້ແທນການຂາຍແຜ່ນສຽງເປັນຫຼັກ. ແຕ່ເວົ້າແນວນີ້
ບໍ່ແມ່ນຖືເບົາຫັນຫາລິຂະສິດ ເຊິ່ງເປັນບັນຫາສຳຄັນຈະຕ້ອງໄດ້ເອົາໃຈໃສ່ ຫາກຍົກໃຫ້ເຫັນວ່າມັນບໍ່ເປັນສິ່ງຕັດສິນເທົ່ານັ້ນ.

ຮັກແພງ.

ສະຫາຍ ດາວແດງ

໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Daodeng ຂຽນວ່າ...

ແຕ່ຖ້າວ່າຕະຫລາດມີແຕ່ແຜ່ນແທ້ນະລາຄາກະເປັນພາກບັງຄັບໃຫ້ຄົນລາວຫັນມາຟັງເພງລາວໃນໂຕຄືກັນ ໃນຄະນະທີ່ເພງໄທແຜ່ນລະ 199 - 500 ບາດ ຕໍ່ແຜ່ນ ແຕ່ແຜ່ນກ໋ອບນີ້ຕິລະ 5,000 kip\\\\3ແຜ່ນ ລະແມ່ນໃຜສິບໍ່ຊື້ຟັງ???
ຊ້ຳບໍ່ພໍແຜ່ນດຽວນະມີເກືອບທຸກຄ້າຍເພງທີ່ດັງໆ

໑໑໖ ກະທູ້
໔໑໑ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ Daodeng ຂຽນວ່າ...
......
ຈື່ໄດ້ຕອນລົງໄປເກັບກຳຂໍ້ມູນຢູ່ບ້ານນາລ້ອງ ເມືອງບໍລິຄັນ ແຂວງບໍລິຄຳໄຊ ເຫັນເດັກນ້ອຍປະຖົມທັກທາຍດ້ວຍພາສາໄທໂລດວ່າ: ມາ
ທຳອະໄລ....

ປາດທິໂທ ບ້ານເຮົາ ໜັກສົມຄວນນໍ!

ຂອບໃຈ ທີ່ ດາວແດງ ມາຕອບຄຳຖາມຂ້ອຍ ຢ່າງລະອຽດ

ຮັກແພງ

໘໐ ກະທູ້
໕໖໐ ໂພສ
ຊຳນານການເວັບບອດ
ຂ້າພະເຈົ້າມັກ ບ່າວວຽງຈັນ ຮັກສາວຫົວພັນ, ກັບສາວບໍ່ແກ້ວ ເຫີ ໆໆ ມ່ວນຂະຫນາດ

໒ ກະທູ້
໗໐ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ Thy ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ Daodeng ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ Thy ຂຽນວ່າ...
ຢາກໃຫ້ເພງລາວຢູ່ໄດ້ ທັງຄົນຮ້ອງ ແລະຄົນສ້າງ ອັນດັບແລກລັດຖະບານຕ້ອງເອົາຈິງກັບການລະເມີດລິຂະສິດ ກວດລ້າງແຜ່ນຊີດີປອມທີ່ມີຢູ່ເກື່ອນບ້ານ ເກື່ອນເມືອງໃຫ້ຄ່ອຍໆໝົດໄປ ເພງລາວຢູ່ໄດ້ແນ່ນອນ...

ເລື່ອງລິຂະສິດເປັນບັນຫາສຳຄັນ ແຕ່ຫາກບໍ່ແມ່ນບັນຫາຕັດສິນວ່າຈະເຮັດໃຫ້ຄົນລາວທຸກຄົນຮັກເພງລາວ ແລະ ເຮັດໃຫ້ເພງ
ລາວຢູ່ໄດ້, ບັນຫາຕັດສິນສຳລັບເລື່ອງນີ້ແມ່ນເລື່ອງຈິດຕະສາດ ເລື່ອງຄ່ານິຍົມທີ່ຜິດພາດຂອງຄົນລາວຍຸກໃໝ່ເຮົານິເອງເປັນ
ອັນຕັດສິນ. ເພາະວ່າ:
- ຖ້າຄົນລາວທຸກຄົນບໍ່ຮັກເພງລາວ ແລ້ວໄປເສບສົບກັບເພງຕ່າງປະເທດເກີນຄວນ ເຖິງຈະເອົາໃຈໃສ່ປ້ອງ
ກັນລິຂະສິດໄດ້ດີຫຼາຍເທົ່າໃດ ກໍບໍ່ມີຄົນຊື້ຟັງ.
- ກົງກັນຂ້າມ, ຖ້າຄົນລາວທຸກຄົນຮັກເພງລາວ, ຟັງເພງລາວ ເຖິງແມ່ນຈະມີການລະເມີດລິຂະສິດກໍຕາມ ເມື່ອມີຄົນນິຍົມຊົມຊອບ
ຫຼາຍເທົ່າໃດແລ້ວ ນັກຮ້ອງນັກລຳກໍຈະຢູ່ໄດ້ດ້ວຍປັດໃຈທາງອ້ອມອື່ນໆເຊັ່ນ: ການອອກສະແດງຮັບໃຊ້ສັງຄົມ ແລະ ອື່ນໆ ເຊິ່ງ
ດຽວນິນັກຮ້ອງນັກລຳເພງລາວລູກທົ່ງທັງຫຼາຍ ແມ່ນອາໄສປັດໃຈດັ່ງກ່າວນີ້ແທນການຂາຍແຜ່ນສຽງເປັນຫຼັກ. ແຕ່ເວົ້າແນວນີ້
ບໍ່ແມ່ນຖືເບົາຫັນຫາລິຂະສິດ ເຊິ່ງເປັນບັນຫາສຳຄັນຈະຕ້ອງໄດ້ເອົາໃຈໃສ່ ຫາກຍົກໃຫ້ເຫັນວ່າມັນບໍ່ເປັນສິ່ງຕັດສິນເທົ່ານັ້ນ.

ຮັກແພງ.

ແຕ່ຖ້າວ່າຕະຫລາດມີແຕ່ແຜ່ນແທ້ນະລາຄາກະເປັນພາກບັງຄັບໃຫ້ຄົນລາວຫັນມາຟັງເພງລາວໃນໂຕຄືກັນ ໃນຄະນະທີ່ເພງໄທແຜ່ນລະ 199 - 500 ບາດ ຕໍ່ແຜ່ນ ແຕ່ແຜ່ນກ໋ອບນີ້ຕິລະ 5,000 kip\\\\\\\\3ແຜ່ນ ລະແມ່ນໃຜສິບໍ່ຊື້ຟັງ???
ຊ້ຳບໍ່ພໍແຜ່ນດຽວນະມີເກືອບທຸກຄ້າຍເພງທີ່ດັງໆ

ຄວາມໝາຍຂອງທ່ານ ແມ່ນຢາກໃຫ້ເພງລາວລາຄາຖືກລົງຊັ້ນບໍ? ຊ່ວຍອະທິບາຍຕື່ມ.

ຮັກແພງ

ສະຫາຍ ດາວແດງ

໐ ກະທູ້
໑໗໗໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອີໍ່ມໜ້າເຫັນໃຈນໍາກັນ

໒ ກະທູ້
໗໐ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ Laotai ຂຽນວ່າ...
ຂ້າພະເຈົ້າມັກ ບ່າວວຽງຈັນ ຮັກສາວຫົວພັນ, ກັບສາວບໍ່ແກ້ວ ເຫີ ໆໆ ມ່ວນຂະຫນາດ

ຂ້າພະເຈົ້າກໍມັກຫຼາຍເຊັ່ນດຽວກັນ ໂດຍສະເພາະສາວຫົວພັນ ແລະ ສາວບໍ່ແກ້ວ ໄປເຫັນມາແລ້ວສົມຄຳເພງເພິ່ນຊ່າແທ້ເດີ້!! :)

ສະຫາຍ ດາວແດງ

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຫັນໃຈເຫັນໃຈ!!

ແລະກະເປັນເຣື້ອງທີ່ໝ້າເສົ້າມານານ ໆແລ້ວ
ແຕ່ຍາມໃດກະພາກັນຕົບມືພືຜ້າສນັບສນູນມາຕຼອດ!
ຜຂວ່າ ເຫດການແບບນີ້ມັນ ເສັຍມາແຕ່ ປີ ເຈັດສີບຫ້າພຸ້ນ!!
ຍາມວ່າໃນປະເທດເຮົາພາກັນຫ້າມບໍ່ໃຫ້ແຕ່ງແລະຟັງ ເພັງລາວເກົ່າ!າການແຕ່ງໃໜ່ມີແຕ່ເພັງສັລເສີນການປະຕິວັດ ແລະສົເສີມພັກແລະຣັຖ!!!
ຄົນລາວແຕ່ປາງນັ້ນມາ ກະພາກັນຫັນໄປຟັງເພັງໄທຍ໌ໃນວິທຍຸແລະໂທຣະທັດຕໍ່ມາ!!
ມັນຮົ່ວມາແຕ່ຂື່!!
ແລ້ວເພັງລາວກະມີແຕ່ແນວແບບນັ້ນ!ມັນກະເບື່ອບໍ່ຢາກຟັງຄົນເຮົາໃນແຕ່ລະຍຸກແຕ່ລະສມັຍມັນກະໃຊ້ຊິວີດຄືກັນ ຕ້ອງມີຮັກ,ມີມ່ວນ ມີຊື່ນ
ຫາກມີແຕ່ຍ້ອງຍໍແລະສັລເສີນຄວາມເພີ້ຝັນອັນບໍ່ມີຄວາມຈິງຄືໃນຊິວີດ ມັນກະເປັນແບບນີ້!
ແລ້ວທ່ານ ຣັຖມົນຕຣີ ກະຊວງ ສິລປະແລະວັທນະທັມ ກະຄົງນອນ ເຕັງ ຫຳໂຕເອັງຢູ່ຕຊ່ໄປຫັ້ນລະຕິ
ແມ່ນແຕ່ທ່ານ ບົວເງິນນັກຂຽນເພັງປະຕິວັດຢ່າງຫ້າວຫັນກະຍັງເອົາເພັງເກົ່າຂອງສມັຍເກົ່າມາຮ້ອງຂາຍກິນ!!
ແລ້ວຊິຕິໃຜລະ?

໒ ກະທູ້
໗໐ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ ThaoK ຂຽນວ່າ...

ຂ້າພະເຈົ້າບໍ່ຕິພັກຕິລັດຫຍັງໝົດ ເພາະເພິ່ນກະສຸດແຕ່ວ່າວາງມາດຕະການ ວາງກົດລະບຽບ ແລະ ໂຄສະນາອົບຮົມເອົາແທ້ເອົາວ່າ
ແຕ່ຂ້າພະເຈົ້າຕິໄວໜຸ່ມໄວສາວຄົນລາວເຮົານິເອງ ທີ່ຂາດສະຕິຄວາມເປັນຊາດ ຫັນໄປນິຍົມວັດທະນະທຳຂອງເພິ່ນ ແລ້ວທັບຖົມຂອງ
ຕົວເອງຢ່າງບໍ່ລະອາຍໃຈ. ອັນສອງມາແມ່ນຕິຜູ້ປະກອບການຮ້ານອາຫານຕ່າງໆ ທີ່ເຫັນແກ່ຜົນປະໂຫຍດລາຍໄດ້ເກີນຄວນ ແລ້ວບໍ່ຄຳ
ນຶງເຖິງຜົນເສຍຫາຍທາງດ້ານວັດທະນະທຳຂອງຕົນ, ບັນຫານີ້ລັດໄດ້ວາງກົດລະບຽບໄວ້ໃຫ້ແລ້ວວ່າ ຮ້ານອາຫານບັນເທີງຕ່າງໆແມ່ນ
ໃຫ້ຫຼິ້ນເພງຕ່າງປະເທດບໍ່ໃຫ້ກາຍ 30% ແຕ່ກັບກາຍເປັນເປີດເພງລາວບໍ່ກາຍ 30% ເພາະເອົາໃຈລູກຄ້າເພິ່ນມັກຟັງແຕ່ເພງໄທ.
ຈະຕິວ່າລັດຖະບານບໍ່ເບິ່ງ ອັນນິຂ້າພະເຈົ້າວ່າບໍ່ແມ່ນຍ້ອນລັດ ແຕ່ຫາກແມ່ນຍ້ອນປະຊາຊົນຂາດຄວາມເປັນເຈົ້າຕ່າງຫາກ.

ຮັກແພງ.

ສະຫາຍ ດາວແດງ

໒໓ ກະທູ້
໑໒໖ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ Daodeng ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ laxtalong ຂຽນວ່າ...
ລອງ ເປີດ TV ຊ່ອງ3 ລາວ ຕອນ10ໂມງ ເຊົ້າ ເບິ່ງ ຈະເຫັນລາຍການຂອງຂ້າພະເຈົ້າເປັນລາຍການດຽວ ຊື່ວ່າ ລາຍການ ສະເຫນ່ງເພງລາວ ເປັນລາຍການທີ່ ສົ່ງເສີມເພງລາວເຂົ້າສູ່ສາກົນຢູ່ ເພງທີ່ດັງໆ ກະຊິແມ່ນ ເພງ ຂີ້ໂມ້ ຕໍ່ມາກະ ປາຄໍ່ໃຫຍ່

ເຄີິຍເບິ່ງຢູ່ເດີ້!! ຊົມເຊີຍນຳເຈົ້າທີ່ຍັງຮັກສາຄວາມເປັນລາວໄວ້ ແລະ ຊ່ວຍສົ່ງເສີມມັນອີກຊ່ອງທາງໜຶ່ງ.. ແຕ່ຂ້ອຍຄິດວ່າມັນມີຜົນຕໍ່ໄວໜຸ່ມ
ລາວໃນປະຈຸບັນໜ້ອຍໂພດ.. ເຖິງເຮົາຈະພະຍາຍາມສົ່ງເສີມຫຼາຍເທົ່າໃດ ກໍບໍ່ສາມາດເຮັດໃຫ້ໄວໜຸ່ມພວກນິຫັນມານິຍົມເພງລາວແທ້ໆໄດ້
ດອກ.. ຂ້ອຍຍອມຮັບວ່າຄົນທີ່ມັກ ແລະ ຮັກເພງລາວຍັງມີ ເຊັ່ນດຽວກັບຂ້າພະເຈົ້າ ແລະ ທ່ານເອງ ແລະ ອີກຄົນອື່ນໆ.. ແຕ່ເວົ້າໄດ້ຢ່າງເຕັມ
ສົບເຕັມປາກເລີຍວ່າ ຄົນຈຳພວກຄືເຮົານີ້ມັນມີໜ້ອຍລົງເຕັມທີແລ້ວ.

ຮັກແພງ.

ເຈົ້າເຊື່ອບໍ່ວ່າໄວລຸ້ນສຳພວກເຮົານິ ບໍ່ແມ່ນຍ້ອງລາຍການຂ້ອຍເດີ້ ສ່ວນຫລາຍແລ້ວໄວລຸ້ນທີ່ຢູ່ໃນເມືອງສ່ວນຫລາຍເຖິງ80 % ບໍ່ສົນໃຈໃນເພງ ລູກທົ່ງເດາະ ແຕ່ຜູ້ທີ່ສົນໃຈກັບເປັນໄວລຸ້ນທີ່ຢູ່ນອກຕົວເມືອງ ມີເຖິງ 95% ພຸ້ນຕວະ ຈາກທີ່ຂ້າພະ້ຈົາເຄີຍພົບມາ

໒໓ ກະທູ້
໑໒໖ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ Bearm ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ laxtalong ຂຽນວ່າ...
ລອງ ເປີດ TV ຊ່ອງ3 ລາວ ຕອນ10ໂມງ ເຊົ້າ ເບິ່ງ ຈະເຫັນລາຍການຂອງຂ້າພະເຈົ້າເປັນລາຍການດຽວ ຊື່ວ່າ ລາຍການ ສະເຫນ່ງເພງລາວ ເປັນລາຍການທີ່ ສົ່ງເສີມເພງລາວເຂົ້າສູ່ສາກົນຢູ່ ເພງທີ່ດັງໆ ກະຊິແມ່ນ ເພງ ຂີ້ໂມ້ ຕໍ່ມາກະ ປາຄໍ່ໃຫຍ່

ຕິດຕາມມາຕະຫຼອດໃດ໋ຫັ້ນນະ
ເປັນປຟນຄລັບມາຫຼາຍປີແລ້ວ

ໂອະ ໂອ ແມ່ນ ຊຳເບາະ ອິອິອິອິ ^^

໑໑໖ ກະທູ້
໔໑໑ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ Daodeng ຂຽນວ່າ...
..... ບັນຫານີ້ລັດໄດ້ວາງກົດລະບຽບໄວ້ໃຫ້ແລ້ວວ່າ ຮ້ານອາຫານບັນເທີງຕ່າງໆແມ່ນ
ໃຫ້ຫຼິ້ນເພງຕ່າງປະເທດບໍ່ໃຫ້ກາຍ 30%.....

ຮັກແພງ.

ໂອ ພັກ ລັດ ໄດ້ວາງກົດລະບຽບ ໄວ້ແນວນີ້ບໍ?
ຄັນຮ້ານໃດ ບໍ່ປະຕິບັດຕາມ ຊິຖືກລົງໂທດ ຖືກປັບໃໝບໍ? ຄັນວ່າ ມີການປັບໃໝ ລັດຖະບານ ກະຄືຊິມີລາຍໄດ້ຕື່ມຫລາຍນໍ ເພາະ ຫລາຍຮ້ານບໍ່ພາກັນປະຕິບັດ

໐ ກະທູ້
໑໑໒ ໂພສ
ນັກການກະທູ້
ອາຫານໄດແຊບ ຄົນກະມັກກິນ !
ເຄື່ອງດື່ມໄດ ຄັກ ຄົນກະມັກດື່ມ ນີ້ເປັນກົດເກນທຳມະຊາດ !
ວົງການເພັງລາວ ເສຍຫລັກ ມາເປັນເວລາດົນນານ ເນັ້ນຮັບໃຊ້ເປົ້າຫມາຍໃດຫນຶ່ງ ຂາດລັກສະນະມະຫາຊົນ ຈຶ່ງເຮັດໃຫ້ມັນບໍ່ຈະເລີນ
ແລະ ເກືອບວ່າ ຕາຍໄປພຸ້ນລະ. ແຕ່ 4-5 ປີມານີ້ ກະມີທ່າກ້າວ ຢ່າງໄວວາ ຍ້ອນຖອດຖອນໄດ້ຈຸດບົກຜ່ອງຜ່ານມານັ້ນ ຈົນເຮັດໃຫ້ສິນລະປິນຫລາຍຄົນ ພົ້ນເດັ່ນ ແລະ ໂກອິນເຕີໄປແລ້ວກະມີ ຂໍຊົມເຊີຍເດີ້ ! . ແຕ່ ຈະເຮັດໃຫ້ ທັງຫມົດໄດ້ຮັບການຕອບສະຫນອງຈາກຜູ້ຟັງທັນທີ ມັນກະເປັນໄປບໍ່ໄດ້ ສິນລະປິນສ່ວນ ຫລາຍຕ້ອງໄດ້ອອກແຮງຕື່ມ ກ່ອນຊິນຳເພັງອອກຕະຫລາດ ຕ້ອງໄດ້ໃຫ້ທ່ານອາຈານລຽບລຽງເນື້ອຮ້ອງໃຫ້ສອດ ຄ່ອງກັບທຳນອງຕື່ມ(ຈ່າຍຕື່ມຢ່າຫນຽວຫລາຍ) ໂດຍສະເພາະ ເພງສະຕິງເອົາແຕ່ຊິເວົ້າໃສ່ດົນຕຮີ ບາງເພັງເຂີນກັນກັບ ທຳນອງປານໂສ້ງຢ້ານຂີ້ ! ຄັນໄດ້ຟັງເທື່ອຫນຶ່ງບໍ່ຄັກແລ້ວ ກະບໍ່ຢາກໃຫ້ໃຜມາເປີດຢູ່ໄກ້ອີກລະ ຂ້ອຍນະ !
ສ່ວນລູກທົ່ງນັ້ນ ເຮັດໄດ້ດີແລ້ວ ແຕ່ເນື້ອຫາ ກະຍັງບໍ່ກວ້າງຂວງ ມຸ່ງເນັ້ນແຕ່ເລື່ອງເນື້ອໃນ ໃຫ້ຕີຄວາມປັນເລື່ອງລາມົກໄດ້ ລະວ່າຄັກ! ອີກກັບສາວບ້ານນັ້ນ ບ້ານນີ້ ຈົນເກືອບຊິຄົບຫມົດທຸກໆບ້ານໃນ ສປປລາວລະ ! ບາດເວົ້າເຖິງຄວາມຮັກ ກະແຮ່ງຄັບແຄບ ຍາມໄດ ກະ ອ້າຍນີ້ທຸກຫລາຍ ຈົນບໍ່ມີອັນຊິກິນ ລົດບໍ່ມີຂີ່ ແຕ່ຢາກໃຫ້ສາວມັກ ມີສາວໄດບໍ່ ? ຂໍຄວາມກະລຸນາເຖາະ ! ຮຶ ! ຟັງແລ້ວ ຫນ້າສົມເພດຊ້ຳ ທັງເພິ່ນທັງໂຕ ແລ້ວເຮັດແນວໃດຊິໃຫ້ໄດ້ຮັບຄວາມນິຍົມ ຈາກຜູ້ຟັງ ທີ່ມີຄວາມຫລາກຫລາຍອາຊີບ ຫລາກຫາຍຊົນຊັ້ນວັນນະ. ສ່ວນຂ້ອຍ ກະເປັນພຽງຜູ້ບໍລິໂພກເພັງ ທີ່ບໍ່ຢາກໃຫ້ຜູ້ຜະລິດເພັງເອົາປຽບເທົ່ານັນ! ຊິໃຫ້ແຕ່ງເປັນ ຮ້ອງມ່ວນ ຄືສິນລະປິນ ກະບໍ່ມີຄວາມສາມາດລະ ໄດ້ແຕ່ຕຳນິນີ້ລະ ! ແລະ ຝັນໄຝ່ ຢາກໃຫ້ວົງການເພັງລາວ ກ້າວຫນ້າທຽມທັນຊາດອື່ນເຂົາ !
ຄັນເວົາເຖິງກິລາ ກະວ່າແຮງບໍ່ເຖິງ ທຶນບໍ່ມີ ແຕ່ສິນລະປະ ນີ້ ສຽງຮ້ອງກະມີໃນຕົວ ກິຕ້າກະມີຂອງດີຄືເພີ່ນ ເຄື່ອງສຽງ ແລະ ຫ້ອງອັດ ກະດີຫມົດແລ້ວ ! ສູ້ເດີ້ ເລົ່າສິນລະປິນຜູ້ກ້າທັງຫລາຍ !

໑໐໘ ກະທູ້
໒໒໖໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ຄອຍຟັງປານໃດ
ແຕ່ ກໍ່ເຫັນວ່າ ເພງສະໄຫມນີ້ ຂ້ອນຂ້າງໄດ້ ຮັບ ອິດທິພົນ ຈາກ ເພງສາກົນ

ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ

໑໑໖ ກະທູ້
໔໑໑ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ elghteenagain ຂຽນວ່າ...
.....ດົນຕຣີ ກະໃຫ້ມັນອອກຈາກກອບແດ່ ເຫັນຜ່ານມາຫັ້ນ ຄັນແມ່ນລຳວົງ ເສບແບບດຽວກະຮ້ອງຕໍ່ກັນໄດ້ເປັນ 100 ເພັງ ບໍ່ມີຂໍ້ແຕກຕ່າງກັນເລີຍ....

ຄວາມເວົ້າທາງເທິງນີ້ ແມ່ນກ່າຍມາຈາກ ບົດສຳຫລວດ ທີ່ຂ້ອຍຕັ້ງຂຶ້ນເດີ.

ຂ້ອຍກະຢາກວ່າ ຄືເຈົ້າຢູ່. ການເສບ ດົນຕີລາວ ຂອງຫລາຍວົງ ຍັງບໍ່ທັນມີການປະດິດຄິດສ້າງຫລາຍ.
ເວົ້າເລື່ອງເພງບ້ານນານີ້ ຂ້ອຍວ່າ ເພງຄາວທ່ານບົວເງິນ ແມ່ນມີ ຫລາຍລົດຊາດ (ສຽງເສບ) ທີ່ຕ່າງກັນ.

໑໖ ກະທູ້
໑໘໘ ໂພສ
ນັກການກະທູ້
ບັນຫາຫຼັກແມ່ນເລື່ອງລົດຊາດເພງ
ເພງໄທ ມີຄົບທຸລົດຊາດທຸກແນວ: ລູກທົ່ງ, ຣ໋ອກ, ສະຕິງ, ຮິບຮອບ ແລະອື່ນໆສາລະພັດ
ນອກຈາກນັ້ນຍັງມີເນື້ອຫາແລະທຳນອງທີ່ເປັນມືອາຊີບອີ່ຫຼີ ແບບວ່າຫາບ່ອນຕິບໍ່ມີ
ຍາມມີບັນຫາທໍ້ແທ້ ກໍ່ມີເພງແນວໃຫ້ກຳລັງໃຈສູ້ຊີວິດ
ຍາມອົກຫັກກໍ່ມີເພງປອມໃຈໃຫ້ກຳລັງໃຈ
ມີເພງສົ່ງເສີມຄວາມຮັກ
ເລົ່າເລື່ອງຊີວິດຈິງ ແລະ ບັນຫາຕ່າງໃນສັງຄົມທຸກແນວ

ຂ້າພະເຈົ້າບໍ່ໄດ້ຍ້ອງຊາດອື່ນກ່ວາຊາດຕົວເອງ ແຕ່ຍົກປະເດັນມາໃຫ້ເຫັນວ່າບັນຫາມັນແມ່ນຫຍັງກັນແທ້.

ຕົວຢ່າງຖ້າຢາກຟັງເພງແນວໃຫ້ກຳລັງໃຈຢູ່ບ້ານເຮົາຄົງຈະຫາກຍາກ ຫຼືບໍ່ມີ ເພາະບໍ່ມີຄ້າຍເພງໃດຊິເຮັດຫຼາຍ

ສ່ວນຫຼາຍກໍ່ຕ້ອງແມ່ນເລື່ອງຄວາມຮັກ ແລະກໍ່ຕ້ອງແມ່ນເລື່ອງອົກຫັກ ຫຼື ໂທດຜູ້ຊາຍ, ໂທດຜູ້ຍິງ ສັບໄປສັບມາບໍ່ຈົບ

ສັງເກດວ່າແນວເພງເພື່ອຊີວິດບ້ານເຮົາຍັງບໍ່ຄ່ອຍໄດ້ຮັບການສົ່ງເສີມ

ຢາກໃຫ້ມີການສົ່ງເສີມຄວາມຄິດສ້າງສັນທາງການຂຽນເພງ ເພາະເນື້ອໃນເພງນີ້ແລະແມ່ນຈຸດຂາຍ

ສ່ວນດົນຕີເຫັນວ່າເຮົາບໍ່ນ້ອຍໜ້າໃຜຢູ້ແລ້ວ

ສຳຫຼັບຂ້າພະເຈົ້າເອງແມ່ນມັກແນວເພງເພື່ອຊິວີດກ່ວາໝູ່ ຟັງແລ້ວມີແຮງສູ້ຊີວິດ ແຕ່ຫາຟັງເພງລາວຍາກແລະບໍ່ຄ່ອຍມີຄວາມຫຼາກຫຼາຍ

ກໍ່ເລີຍຈຳເປັນຕ້ອງໄດ້ຫາຟັງເພງຕ່າງປະເທດ.

ຄວາມຈິງແລ້ວສຸດທີ່ຢາກຟັງເພງລາວ

໕ ກະທູ້
໒໗໓໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ laxtalong ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ Bearm ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ laxtalong ຂຽນວ່າ...
ລອງ ເປີດ TV ຊ່ອງ3 ລາວ ຕອນ10ໂມງ ເຊົ້າ ເບິ່ງ ຈະເຫັນລາຍການຂອງຂ້າພະເຈົ້າເປັນລາຍການດຽວ ຊື່ວ່າ ລາຍການ ສະເຫນ່ງເພງລາວ ເປັນລາຍການທີ່ ສົ່ງເສີມເພງລາວເຂົ້າສູ່ສາກົນຢູ່ ເພງທີ່ດັງໆ ກະຊິແມ່ນ ເພງ ຂີ້ໂມ້ ຕໍ່ມາກະ ປາຄໍ່ໃຫຍ່

ຕິດຕາມມາຕະຫຼອດໃດ໋ຫັ້ນນະ
ເປັນແຟນຄລັບມາຫຼາຍປີແລ້ວ

ໂອະ ໂອ ແມ່ນ ຊຳເບາະ ອິອິອິອິ ^^

ກະແມ່ນລະເນາະ

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>