ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ພາສາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ພາສາ » ກາມມະເທບ, ກາມມະລົມ ແລະ ກາມມະຄຸນ ແປວ່າຫຍັງ?

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຕາມທີ່ຖາມອາຈານມາ

ກາມມະເທບ ແລະ ກາມມະລົມ ແປວ່າ ອາລົມທາງເພດ
ກາມມະຄຸນ ແປວ່າ ຮ່ວມເພດ


ທ່ານໃດມີຄຳເຫັນຕ່າງ ປະກອບນຳເດີ


໑໐໘ ກະທູ້
໒໒໖໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມາຈອບ ນຳ

ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ SumoGirl ຂຽນວ່າ...
ມາຈອບ ນຳ


ແຕ່ກີ້ອາຈານຖາມຂ້ອຍວ່າ: ກາມມະເທບ, ກາມມະລົມ ແລະ ກາມມະຄຸນ ແປວ່າຫຍັງ?

ຂ້ອຍຕອບວ່າ: ຮູ້ແຕ່ກາມມະເທບ

ອາຈານຖາມຕໍ່ວ່າ: ກາມມະເທບແປວ່າຫຍັງ?

ຂ້ອຍຕອບວ່າ: ກາມມະເທບ ແປວ່າ ເທວະດານ້ອຍຖືທະນູຫົວໃຈຫັ້ນນະ!


ຄົນໝົດຫ້ອງພາກັນຫົວຂວັນ ໂອ


໑໑ ກະທູ້
໑໕໖ ໂພສ
ນັກການກະທູ້
ພາສາລາວຍາກນໍ ,ເປັນຄົນລາວຍັງແປຍາກ


໑໑ ກະທູ້
໑໕໖ ໂພສ
ນັກການກະທູ້
ໃຫ້ຄົນໄທມາແປໃຫ້ເບິ່ງ


໑໐ ກະທູ້
໖໒໗ ໂພສ
ຊຳນານການເວັບບອດ
ກາມະເທບ - ຄວາມສຸກຈາກການຮ່ວມເພດ
ກາມະລົມ - ອາລົມທາງເພດ
ກາມະຄຸນ - ການຮ່ວມເພດ

ມີຄວາມຮູ້ແຕ່ບໍ່ເຮັດຫຍັງໃຫ້ເກີດຜົນ ກໍ່ບໍ່ຕ່າງຫຍັງກັບຄົນໂງ່ຄົນໜຶ່ງ.

໒໘ ກະທູ້
໑໘໔ ໂພສ
ນັກການກະທູ້
^
^
^

ກາມະເທບ - ຄື ເທວະດາ ທີ່ດົນບັນດານກ່ຽວກັບກາມ,ຄວາມຮັກ,ຄວາມພໍໃຈ,................
ກາມະລົມ - ຄື ອາລົມກ່ຽວກັບຄວາມຮັກ,ຄວາມພໍໃຈ,ຄວາມຍິນດີໃນບາງສິ່ງ ,..............
ກາມະຄຸນ ຄື ຜົນຂອງກາມ ,ສຸກ,ພໍໃຈ,ຫຼົງໄຫຼ..................:


໕໗ ກະທູ້
໒໑໐໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກາມາເທບ = kamadeva = ເທບພະເຈົ້າແຫ່ງຄວາມຮັກ = the god of love, Cupid
ກາມາລົມ = kamatura = ອາລົມທາງເພດ = lustful mood
ກາມາຄຸນ = ສິ່ງປາດຖະໜາດ້ວຍວິນຍານທັງ5 = five sensual desires


໓ ກະທູ້
໔໐ ໂພສ
ຂາປະຈຳເວັບບອດ
ກາມະເທບ ສ່ວນຫຼາຍເຂົ້າໃຈກັນວ່າເປັນເທວະດານ້ອຍ ມີປີກ ຖືທະນູ ອັນນັ້ນເປັນກາມະໃນຕຳນານຂອງກຣີກໂລມັນ ເປັນ
ເທບພະເຈົ້າແຫ່ງຄວາມຮັກ ທີ່ຄອຍບັນດານຄວາມຮັກຂອງຫນຸ່ມສາວ ຄວາມເປັນມາຂອງເພິ່ນຍາວຫຼາຍ ເອາລິ້ງຄົ ແນບມານຳ http://th.wikipedia.org/wiki/%E0%B8%84%E0%B8%B4%E0%B8%A7%E0%B8%9B%E0%B8%B4%E0%B8%94 (ຂ້າພະເຈົ້າເຮັດແບບກດເຂົ້າເບິ່ງເລີຍບໍ່ເປັນ)ມີສອງອັນ http://th.wikipedia.org/wiki/%E0%B8%81%E0%B8%B2%E0%B8%A1%E0%B9%80%E0%B8%97%E0%B8%9E

ກາມະລົມ ບໍ່ແມ່ນການມີອາລົມທາງເພດຫຼືຮ່ວມເພດທໍນັ້ນ ແຕ່ໝາຍເຖິງ ອາລົມຮັກ ອາລົມປາດຖະຫນາ ອາລົມພອໃຈ ອາລົມຢາກໄດ້ໃນສິ່ງທີ່ ເຫັນ ໄດ້ຍິນ ໄດ້ກິ່ນ ໄດ້ກິນ ແລະໄດ້ສຳຜັດ (ແຕ່ວ່າການນຳໃຊ້ ສ່ວນຫຼາຍເຂົ້າໃຈກັນວ່າ ຫມາຍເຖິງມີອາລົມທາງເພດ)

ກາມະຄຸນ ມີ 5 ຢ່າງ ຄື ຮູບ ສຽງ ກິ່ນ ລົດ(ຣສ) ແລ້ວກະການສຳຜັດ ຍາມໜ່ວຍຕາເຫັນຮູບ ເກິດຄວາມພອໃຈ ເພິດເພິນ ມ່ວນຊື່ນ ເອິ້ນວ່າ ຮູປາລົມ ຫຼືອາລົມທາງຕາ (ກາມະລົມທາງຕາ ອື່ນໆ)

ທັ້ງ 3 ຄຳນີ້ ບໍ່ແມ່ນຄຳໄທ ແຕ່ເປັນພາສາ ບາລີ ລ້ວນໆ ເລຍ

ຈິງໆ ຍັງມີອີກ ກາມະພົບ ກາມະສຸກ
ຂໍຂອບໃຈ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແຕ່ລະຄໍາເຫັນຄັກຫຼາຍ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ o0o0 ຂຽນວ່າ...
ພາສາລາວຍາກນໍ ,ເປັນຄົນລາວຍັງແປຍາກ



ເຈົ້າແມ່ນຄົນໄທ ຫຼື ລາວ?


໔໑ ກະທູ້
໑໑໑ ໂພສ
ນັກການກະທູ້
ຕາມຄວາມເຂົ້າໃຈຂອງຂ້າພະເຈົ້ານັ້ນ ສາມຄຳເຫຼົ່ານີ້ກ່ຽວພັນກັນແນ່ນອນ ທຸກຄຳຈະມີຄຳນຳໜ້າດ້ວຍ “ກາມ” ຫຼື “ກາມະ” ທັ້ງສິ້ນ
ກາມະ+ເທບ= ກາມມະ+ເທພຫຼືເທວະ
ກາມະ+ລົມ= ກາມ+ອາລົມ
ກາມະ+ຄຸນ= ກາມະ+ຄຸນ
ຈະຂໍລອງວິເຄາະຕາມຄວາມຮູ້ອັນໜ້ອຍຂອງຂ້າພະເຈົ້າທີ່ມີເບິ່ງ
ກາມ ຫຼືກາມະ ໜ້າຈະເປັນພາສາບາລີສັນສະກິດ ເຊິ່ງແປວ່າ ຄວາມຕ້ອງການຕາມທຳມະຊາດຄວາມຮູ້ສຶກຄວາມຕ້ອງການທີ່ເປັນແບບນັ້ນເອງ
-ກາມະເທບ ຄຳນີ້ ກໍ່ໝາຍເຖິງເທບຫຼືເທວະດາແຫ່ງຄວາມຮັກທີ່ເອົາຄວາມຮັກທີ່ໄດ້ຈາກກາມະຕົວນີ້ເປັນຕົວສື່ໃນຕົວມະນຸດ ເຊິ່ງກາມະເທບນີ້
ມີໃນນະວະນິຍາຍແລະຄັມພີສາສນາຄຣິສຕ໌ແລະສາສນາພຣາມ-ຮິນດູ
-ກາມະລົມ ຄຳນີ້ກໍ່ໝາຍເຖິງອາລົມທາງຈິດຫຼືຄວາມຮູ້ສຶກອາລົມຄວາມປາດຖະໜາທີ່ມີຕໍ່ກາມວ່າເປັນແນວໃດເຊັ່ນ: ພໍໃຈ ສຸກ........ເປັນຕົ້ນ
-ກາມຄຸນ ຄຳນີ້ກໍ່ໝາຍເຖິງ ຄຸນທັງ 5 ທີ່ໄປສ້າງໃຫ້ເກີດກາມໂດຍອາໃສອີກຕົວກະທົບເຊິ່ງກັນແລະກັນຄື:
-ຕາກະທົບກັບຮູບ
-ສຽງໄດຍິນດ້ວຍຫູ
-ກິ່ນໄດ້ຮັບຮູ້ດ້ວຍດັງ
-ລົດ(ຣສ)ໄດ້ຮູ້ດ້ວຍລິ້ນ
-ກາຍຕ້ອງສຳພັດເພື່ອໃຫ້ເກີດຄວາມຮູ້ສຶກ
ແລະກາມຄຸນນີ້ກໍ່ອາດສາມາດເພີ່ມໄດ້ອີກຕົວຄື ໃຈຈະຮັບຮູ້ໄດ້ໂດຍທັມມາລົມ ລວມເປັນ 6 ເຊິ່ງໃນຫຼັກນີ້ກໍ່ກົງກັບຄຳວ່າ ອາຍະຕະນະ 12 ນັ້ນເອງ



໖໘ ກະທູ້
໓໓໒໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອືມ... ເຫັນດີຕາມນີ້ ແຮ່ໆເຮັດແບບບໍ່ເປືອງສະໜອງຄິດຫຍັງເລີຍເຮົາ ຮິຮິ

ພຣະພຸດທະອົງກ່າວໄວ້ : ຫາກກິເລດເຮັດໃຫ້ເຮົາລົ້ມຫຼຽວໄດ້ສັນໃດ ທັມມະກໍ່ເຮັດໃຫ້ເຮົາເລີ່ມຕົ້ນໃໝ່ໄດ້ສັນນັ້ນ !

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ພວກເຈົ້າຄືວ່າຮູ້ດີເນາະ ໄປຮຽນແຕ່ໃສຄຳສັບແນວນີ້