ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ພາສາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ພາສາ » ຈຸດບົກຜ່ອງ ຂອງຜູ້ເຮັດປະຕິທິນຂາຍ

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
- ແມ່ອອກພໍ່ອອກ: ພຣະອາຈານ ຂ້ານ້ອຍຢາກປຸກເຮືອນກ່ອນປີໃໝ່ໄດ້ບໍ ?
- ພຣະອາຈານ: ຖ້າເຄື່ອງ, ອຸປະກອນ, ຊ່າງ, ແບບ ແລະໃບອະນຸຍາດອອກແລ້ວປຸກໄດ້ເລີຍບໍ່ມີບັນຫາ.
- ແມ່ອອກ: ຢາກໄດ້ວັນດີກ່ອນ ຂ້ານ້ອຍ.
- ພຣະອາຈານ: ວັນດີມີທຸກວັນ ຫາກພ້ອມແລ້ວກະປຸກໄດ້ເລີຍ.
- ພໍ່ອອກ: ເຂົາວ່າປຸກເຮືອນຕ້ອງຫາວັນດີກ່ອນ ຈຶ່ງປຸກໄດ້
- ພຣະອາຈານ: ເອົາວັນດີແບບພຸດ ຫຼືແບບໂຫລາສາດ ແບບວັດທະນະທັມລາວລະ ?
- ພໍ່ແມ່ອອກ: ເອົາແບບພຸດ ຫັ້ນແລ້ວຂ້ານ້ອຍ.
- ພຣະອາຈານ: ຄັນເອົາແບບພຸດ ແມ່ນບໍ່ຍາກ ພ້ອມວັນໃດ ກໍປຸກໂລດ "ຣືກດີ, ຍາມດີ, ສະຫວ່າງດີ, ຮຸ່ງດີ ບຸກຄົນດີ ແລ້ວແມ່ນດີ" ຫາລະຮີບປຸກ ຄັນຊິມົນພຣະໄປພາປຸກ ຫຼີ້ກເວັນວັນສີນ ເພາະເພີ່ນເຂົ້າກັມ ຄັນຊິຫາແບບໂຫຣາສາດນັ້ນ ນັບແຕ່ວັນນີ້ເປັນຕົ້ນ ໄປປຸກບໍ່ໄດ້ແມ່ອອກ.
- ແມ່ອອກ: ເປັນຫຍັງຂ້ານ້ອຍ ?
- ພຣະອາຈານ: ເພາະວ່າ ໃນຕໍາລາໂຫຣາສາດບູຮານລາວກວ່າໄວ້ວ່າ "ເດືອນຫ້າຫ້າມປຸກເຮືອນ ຈະເກີດຄວາມທຸກຮ້ອນໃນ ບໍ່ສະບາຍໃຈ ມັກອຸກອັ່ງທັ່ງທວງ".
- ແມ່ອອກ: ຂ້ານ້ອຍ ຢາກປຸກກ່ອນປີໃໝ່ນີ້.
- ພຣະອາຈານ: ຫາກຖືຕາມຣືກພຸດປຸກໄດ້ ແຕ່ຫາກຖືຕາມຣືກໂຫຣາສາດ ແລະວັດທະນະທໍາລາວທ່ານຫ້າມປຸກ ທ່ານຖືຣືກໃດລະ ?
- ພໍ່ອອກ: ເອົາແຕ່ພຣະອາຈານວ່າ ອາຈານວ່າວັນໃດດີ ກະເອົາໂລດ.
- ພຣະອາຈານ: ຄັນຊັ້ນໃຫ້ປຸກອອກໃໝ່ ໙ ຄໍ່າເດືອນ ໕ ທັນບໍ ?
- ແມ່ອອກ ຫຼຽວເບິ່ງໜ້າພໍ່ອອກ ແລ້ວກໍບອກວ່າ ຄືຊິບໍ່ທັນເພາະວ່າໃບອະນຸຍາດບໍ່ທັນອອກ ເລີຍໄປໄດ້ບໍ ?
- ພຣະອາຈານ: ເອົາຂຶ້ນ ໑໔ ຄໍ່າໄດ້ບໍ ?
- ພໍ່ອອກ: ຄືຊິບໍ່ໄດ້ ເພາະໃບອະນຸຍາດບໍ່ທັນອອກ ກະວ່າວັນທີ ໗ ເມສາ ຈຶ່ງຊິອອກ.
- ພຣະອາຈານ: ຄັນຊັ້ນກໍເອົາ ວັນທີ ໗ ເມສາຫັ້ນໂລດ ແຮມ ໑ ຄໍ່າປຸກດີ.
- ແມ່ອອກ: ຂ້ານ້ອຍບໍ່ຢາກໄດ້ເດືອນແຮມ (ອັນນີ້ກະຄາອີກ ຢາກໄດ້ແຕ່ເດືອນຂຶ້ນ ເດືອນແຮມພັດບໍ່ເອົາ).
- ພຣະອາຈານ: ເດືອນແຮມບັນຊິເປັນອີສັງລະ ?
- ແມ່ອອກ: ຈັກແລ້ວເຂົາວ່າມັນຊິແຮມ.
- ພຣະອາຈານ: (ນຶກໃນໃຈ) ອັນນີ້ກະຖືຜິດອີກແລ້ວ, ບໍ່ຢາກໄດ້ເດືອນແຮມກໍເອົາປີໃໝ່ແລ້ວ ອອກໃໝ່ ໙ ຄໍ່າເດືອນ ໖ ດີທີ່ສຸດ.
(ອັນີ້ກະແປກຢາກໄດ້ເດືອນຂຶ້ນ ພັດວຽກງານບໍ່ພ້ອມ ບັດວຽກງາມພ້ອມ ກັບພັດບໍ່ມັກເດືອນແຮມ ອັນນີ້ກະທິດສະນຶກ)
- ພໍ່ອອກ: ເຂົາວ່າຫຼັງປີໃໝ່ປຸກເຮືອນບໍ່ໄດ້.
- ພຣະອາຈານ: ເປັນຫຍັງຊິປຸກບໍ່ໄດ້.
- ແມ່ອອກ: ເຂົາວ່າເປັນປີມະໂຣງ ປຸກເຮືອນບໍ່ໄດ້.
- ພຣະອາຈານ: ໂອ..ໂອຍ...ທີ່ແທ້ກໍຢ້ານປີມະໂຣງນີ້ເອງ, ວັນນີ້ວັນທີທໍ່ໃດແລ້ວ ແລະວັນນີ້ຈັກຄໍ່າແລ້ວພໍ່ອອກແມ່ອອກວ່າ.
- ແມ່ອອກ: ຈັກແລ້ວ ? (ອັນນີ້ງຶດ-ອົດສາຢ້ານປີມະໂຣງ ແຕ່ບໍ່ຮູ້ຮອດປີ)
- ພຣະອາຈານ: ວັນນີ້ວັນທີ ໒໖ ເດືອນມິນາ ໒໐໑໒ ກົງກັບອອກໃໝ່ ໔ ຄໍ່າເດືອນ ໕ ແລ້ວ ປີມະໂຣງເຂົ້າມ ໕ ເດືອນກັບ ໔ ວັນແລ້ວ.
- ພໍ່ອອກ: ບໍ່ແມ່ນປີເຖາະບໍ ພຣະອາຈານ ?
- ພຣະອາຈານ: ໃຜວ່າ ?
- ແມ່ອອກ: ໃນປະຕິທິນວ່າ,
- ພຣະອາຈານ: ໄປເອົາປະຕິທິນລາວ ໒-໓ ສະບັບມາເບິ່ງລ້ວນແຕ່ບອກວ່າເປັນປີເຖາະກັນທັງນັ້ນ ? (ໂອຍ....ຄາແມ່ອອກພໍ່ອອກເລີຍ ຫຼັກຖານມັນຊີ້ຊັດ)
- (ຄວາມຈິງແລ້ວ ປີຈັກກະລາສີ ລາວຖືປິ ຊວດ, ສລູ, ຂານ, ເຖາະ.......ຈົນຮອດກຸນ ໄລ່ຮອບວຽນມີ ໑໒ ປີ ຫາກໄລ່ຕາມປີລາວເດີມ ກໍມີ ໃຈ້ ເປົ້າ ຍີ ເໝົ້າ ສີ ໃສ້ ສະງ້າ ເມັດ ສັນ ເຮົ້າ ເສັດ ໃຄ້ ໃນປະຕິທິນລາວວຽງຈັນ ມັກກ່າວເຖິງ ສ່ວນປະຕິທິນລາວ ສະບັບວັດປ່າໂພນເພົາ ກໍແມ່ນໃຊ້ເຕັມຮູບແບບ, ຄວາມຈິງແລ້ວປີລາວແບບຈັກກະລາສີນີ້ນັ້ນ ຈະສິ້ນສຸດເມື່ອເດືອນ ໑໒(ລາວ) ດັບ ໑໕ ຄໍ່າ ແລ້ວຂຶ້ນປີໃໝ່ ເມື່ອ ອອກໃໝ່ ໑ ຄໍ່າເດືອນຈຽງ ແລ້ວປ່ຽນປີເຖາະມາເປັນປີມະໂຣງ ສະນັ້ນມາຮອດວັນນີ້ ວັນທີ ໒໖ ເດືອນເມສາ ປີ ໒໐໑໒ ກົງກັບອອກໃໝ່ ໔ ຄໍ່າເດືອນ ໕ ໝາຍຄວາມວ່າ ປີມະໂຣງຜ່ານມາແລ້ວ ໕ ເດືອນກັບອີກ ໔ ວັນແລ້ວຈຶ່ງຖາມບໍ່ອອກວ່າ)
- ພຣະອາຈານ: ພວກເຮົາເຈົ້າທ່ານນັ່ງທັບປີມະໂຣງມາແລ້ວຕັ້ງ ໕ ເດືອນ ພວກເຮົາຍັງຈະຢ້ານປີມະໂຣງຢູ່ອີກບໍ ?
- ແມ່ອອກ: ແລ້ວເຮົາຈະຖືແບບໄທຍ໌ ຫຼືຈະຖືແບບລາວ.
- ພຣະອາຈານ: ຖືແບບລາວ ກະຖືແບບໄທຍ໌ກະຖື ເພາະການນັບປະຕິທິນແບບຈັນທະຣະຄະດີ ຖືຄໍ່ານີ້ ທັງລາວ, ໄທຍ໌, ຂະເໝນ, ແມ່ນໃຊ້ແບບດຽວກັນ ສ່ວນໃນປະຕິທິນທີ່ທາງບໍລິສັດຫ້າງຮ້ານພິມອອກຂາຍ ແຈກນັ້ນເຂົາກໍເຂົ້າໃຈວ່າປີມະໂຣງເຂົ້າມາແລ້ວ ເຂົາຂຽນລົງແບບບໍ່ຮູ້, ທີ່ຈິງໃນປະຕິທິນນັ້ນ ມະໂຣງ ບໍ່ແມ່ນປີເຖາະດັ່ງທີ່ເຂົາຂຽນ.
- ພໍ່ອອກແມ່ອອກ: ຄັນຊັ້ນຫຼັງປີໃໝ່ ກະເອົາຂ້ານ້ອຍ ແຕ່ປີມະໂຣງປຸກເຮືອນໃດຢູ່ແມ່ນບໍ ? ຂ້ານ້ອຍ ?
- ພຣະອາຈານ: ຫາກທ່ານຍັງຖືຣືກຖືຍາມຢູ່ ອາຈານກະມີຕໍາຣາໃຫ້ທ່ານເບິ່ງ ຫາກທ່ານພ້ອມທຸກຢ່າງປຸກເດືອນ ໕ ກ່ອນປີໃໝ່ ກະໄດ້ ບໍ່ວ່າຫຍັງ ?
- ໃນທີ່ສຸດ ພໍ່ອອກແມ່ອອກກໍຕົກລົງໄປປຸກເດືອນ ໖ ຫຼັງປີໃໝ່ (ເຫດທີ່ເຂົາຕົກລົງ ເພາະກຽມຫຍັງກະບໍ່ພ້ອມ ຄັນແມ່ນເຂົາພ້ອມ ເຂົາຄົງປຸກເດືອນ ໕) ເລື່ອງຈິງເຣື່ອງນີ້ ຍ່ອມສອນໃຫ້ຄົນເຮົາເຫັນວ່າ:
໑. ຈະເຮັດງານໃຫຍ່ ແຕ່ກະກຽມງານບໍ່ພ້ອມກໍເສັຍການ;
໒. ຖືຣືກງາມຍາມດີ ແຕ່ບໍ່ປະກອບດ້ວຍປັນຍາ ກໍເສັຍຄົນ ເສັຍງານ ເສັຍເວລາ.
໓. ພາກສ່ວນມີໜ້າທີ່ຮັບຜິດຊອບຕໍ່ສັງຄົມແທ້ໆ ເຊັ່ນຜູ້ນໍາເອົາປະຕິທິນມາຈໍໜ່າຍ ຈ່າຍແຈກ ກັບບໍ່ມີຄວາມຮູ້.
໔. ສັງຄົມຂາດການສຶກສາທັງທາງຈາຮີດ ປະເພນີ ວັດທະນະທໍາ ແລະຄວາມຮູ້ທາງພຸດທະສາສນາ ຄື
- ຖືຮີດຄອງ ແຕ່ບໍ່ມີຄວາມຮູ້ເຣື່ອງຮີດຄອງ.
- ຖືວັດທະນະທໍາ ແຕ່ບໍ່ມີຄວາມຮູ້ດ້ານວັດທະນະທໍາ.
- ຖືພຸດທະສາສະໜາບໍ່ແທ້ ເພາະມີແຕ່ຄວາມຢ້ານກົວ ແລະຖືມຸງຄຸນຕື່ນຂ່າວ.
- ເພາະສັງຄົມຖືຊ້າຍຈັດຂວາໂພດ ບາງຝ່າຍກໍຖືວ່າຮີດຄອງ, ສາສະໜາ ແລະໂຫຣາສາດຕ່າງໆ ເປັນເລື່ອງງົມງວາຍ ຈຶ່ງບໍ່ໃສ່ໃຈສຶກສາ ແທ້ ບາດເກີດບັນຫາມາ ກໍພາກັນຢ້ານກົວ ແບບໄຮ້ປັນຍາ ເປັນກະຕ່າຍຕື່ນຕູມ, ຝ່າຍທີ່ເຊື່ອຮີດ ເຊື່ອຄອງ ເຊື່ອສາສະໜາກັບບໍ່ສຶກສາ ເອົາ ຄວາມຮູ້ແທ້ຂອງວຽກງານດັ່ງກ່າວຢ່າງເຖິງແກ່ນແທ້.
- ເໝືອນກັບຄົນລາວຈໍານວນຫຼວງຫຼາຍ ຮັກຊາດ ແຕ່ບໍ່ຮູ້ຄວາມເປັນຊາດ ກໍອາດຈະເຮັດໃຫ້ຊາດພັງທະລາຍໄດ້.
- ສະນັ້ນ, ຈຶ່ງຮຽກຮ້ອງໃຫ້ຝ່າຍກ່ຽວຂ້ອງແກ້ໄຂບັນຫາສະເພາະໜ້າໂດຍດ່ວນ ຄື ສະເໝີໃຫ້ພາກສ່ວນກ່ຽວຂ້ອງ ຄື ກະຊວງຖະແຫຼງ ວັດທະນະທໍາ ແລະທ່ອງທ່ຽງ ໂດຍສະເພາະກົມພິມຈໍາໜ່າຍ ແນວລາວສ້າງຊາດ ແລະອົງການພຸດທະສາສນາສໍາພັນລາວ ກໍານົດກົດ ດໍາລັດຈະແຈ້ງໃຫ້ສໍານັກພິມ, ໂຮງພິມກວດກາ ເບິ່ງໃບອະນຸຍາດ ແລະກວດກາເບິ່ງປະຕິທິນປີ ໒໐໑໓ ທີ່ຈະອອກໃນປີໜ້ານັ້ນ ເບິ່ງຈະ ແຈ້ງເລື່ອງການກໍານົດປີລາວລົງໃນປະຕິທິນ ຈົ່ງສຶກສາ ແລະກໍານົດໃຫ້ຮູ້ວ່າ.
- ການປ່ຽນປີລາວ ແບບຈັກກະລາສີ ຊວດ ຫຼືປີໃຈ້......ຮອດກຸນນັ້ນ ເຂົາປ່ຽນ ເດືອນຈຽງ ອອກໃໝ່ ໑ ຄໍ່າເປັນຕົ້ນມາ ບໍ່ແມ່ນປ່ຽນມື້ສັງຂານ.
- ການປ່ຽນຈຸລະສັງກາດນັ້ນ ແມ່ນປ່ຽນວັນສັງຂານຂຶ້ນ ຄືຫຼັງວັນເນົາ.
- ການປ່ຽນຄິດຕະສັງກາດ ແມ່ນປ່ຽນວັນທີ ໑ ມັງກອນ.
- ການປ່ຽນພຸດທະສັງກາດນັ້ນ ເປັນແຮມ ໑ ຄໍ່າເດືອນ ໖ ໃຫ້ກໍານົດໃນປະຕິທິນຈະແຈ້ງ ບໍ່ດັ່ງນັ້ນ ປະຊາຊົນເຂົາຈະເຊື່ອ ຕາມຫຼັກຖານນັ້ນ ແລ້ວຈະເກີດມີບັນຫາຄວາມສົງໄສຕາມມາ ດັ່ງທີ່ປະສົບມາແລ້ວແລ.
- ອັນໜຶ່ງ ຄວນມີການສຶກສາວິຊາໂຫຣາສາດ ແລະດາຣາສາດ ໃນການສຶກສາແບບບັງຄັບ ເພື່ອປູພື້ນຖານຂອງຄວາມຮູ້ດ້ານນີ້ໃຫ້ມວນຊົນຮູ້ ອັນຄວນບໍ່ຄວນ ບໍ່ດັ່ງນັ້ນຫາກເຮົາບໍ່ສຶກສາໃຫ້ແຈ້ງ ຄົນລາວຍິ່ງຈະງົມງວາຍໜັກເຂົ້າໄປ ເພາະເຂົາບໍ່ຮູ້ ຕິເຂົາກະບໍ່ໄດ້, ຫາກສັງຄົມລາວ ຍັງເຊື່ອແບບມຸງຄຸນຕື່ນຂ່າວເຊັ່ນນີ້ ຜົນກະທົບບໍ່ສະເພາະແຕ່ວຽກງານວັດທະນະທໍາເທົ່ານັ້ນ ມັນເປັນຜົນກະທົບໄປຮອດວຽກງານເສດຖະກິດ ການເມືອງ ການປົກຄອງ ແລະອື່ນໆດ້ວຍ ຫາກເຮົາບໍ່ຟ້າວສ້າງຄວາມເຂົ້າໃຈຢ່າງໄວວາ ແລະທັນການ.

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໑໐໘ ກະທູ້
໒໒໖໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຈັບຫົວ ແທນ ພຣະ ເດເນາະ
ພໍ່ ອອກແມ່ ອອກ ແບບນີ້ ກະມີ

ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ

໔໗ ກະທູ້
໖໘໙ ໂພສ
ຊຳນານການເວັບບອດ

ເປັນຄົນດີຂອງສັງຄົມ-ເປັນລູກທີ່ດີຂອງພໍ່ແມ່

໖໘ ກະທູ້
໓໓໒໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບອກແລ້ວວ່າຄວາມເຊື່ອກັບສາສນາມັນບໍ່ຄືກັນນນນນ ອ໋ອຍຍຍນໍ..ເຄີຍຟັງພຣະອາຈານອົງໜຶ່ງເພີ່ນເວົ້າວ່າ ມີແມ່ອອກມາຫາແລ້ວຖາມພຣະອາຈານເພີ່ນວ່າ:
ແມ່ອອກ : ຂ້ານ້ອຍຢາກຂື້ນເຮືອນໃໝ່ສິເຮັດແນວໃດ (ຄວາມໝາຍເພີ່ນແມ່ນຢາກໃຫ້ພຣະບອກວ່າວັນໃດດີບໍ່ດີປະມານນັ້ນລະ).
ພຣະອາຈານ: ເພີ່ນຕອບບໍ່ຕອບ ແຕ່ປ່ຽນເປັນຖາມແມ່ອອກຄືນວ່າ: ເຮືອນແປງຂັ້ນໄດແລ້ວໆບໍ່?
ແມ່ອອກ : ແປງແລ້ວໆໆຂະນ້ອຍ.
ພຣະອາຈານ : ຖ້າແປງແລ້ວໆກະຂື້ນໄດ້ເລີຍ...
ແມ່ອອກ: ????????? 55555+++

ພຣະພຸດທະອົງກ່າວໄວ້ : ຫາກກິເລດເຮັດໃຫ້ເຮົາລົ້ມຫຼຽວໄດ້ສັນໃດ ທັມມະກໍ່ເຮັດໃຫ້ເຮົາເລີ່ມຕົ້ນໃໝ່ໄດ້ສັນນັ້ນ !

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຜູ້ເຮັດປະຕິທິນຂາຍນັ້ນ ເຂົາໄດ້ຂຽນໄວ້ຈະແຈ້ງແຕ່ເດືອນ 1 ມາຮອດເດືອນ 4 ເປັນປີຖະ ຫຼັງຈາກນັ້ນຈຶ່ງເປັນປີມະໂຣງ ເຮັດໃຫ້ຄົນແຕກຕື່ນປີມະໂຣງຈະ ມາພາກັນຂຶ້ນເຮືອນໃໝ່ ແຕ່ງງານໃໝ່ອຶກກະທຶກ ບາດແລ້ວ ທີ່ເຂົາແຕ່ງງານ ຫຼືຂຶ້ນເຮືອນໃໝ່ນັ້ນ ເປັນເປັນມີມະໂຣງເຄິ່ງໂຕແລ້ວ.

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໒໐ ກະທູ້
໑໒໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຮາາາາາາາາາາາາ ຈັ່ງແມ່ນຫຍຸ້ງເນາະ .!ອັນຖືເລີກຖືຍາມນີ້ກະດາຍ ..
ໝູ່ຂະນ້ອຍເມື່ອທ່ຽວລາວຫາກະກັບມາກະເວົ້າແບບນີ້ລະ ມາບອກຂະນ້ອຍວ່າ ຖ້າຊິເອົາເມັຍລະເອົາໃຫ້ມັນທັນບໍ່ໃຫ້ຮອດປີມະໂລງເດີ ມັນບໍ່ດີ..
ຂະນ້ອຍກະວ່າ ໂອ້ ແມ່ນຄວາມ ບໍ່ດີແທ້ ເພາະວ່າ:
1. ບໍ່ມີໃຜຊິມາເອົາ.
2. ບໍ່ມີເງິນຊິໄປເອົາ( ຖ້າມີ )
........ອິອິອິ

-----------------------------------------------------
ຣວຍ-ຈົນ:ສຸດທ້າຍກະມັບຫ່າຄືກັນຫັ້ນລະວາ

໕ ກະທູ້
໒໗໓໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເວນກຳພໍ່ອອກແມ່ອອກແບບນີ້



໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ ETarBank ຂຽນວ່າ...
ຮາາາາາາາາາາາາ ຈັ່ງແມ່ນຫຍຸ້ງເນາະ .!ອັນຖືເລີກຖືຍາມນີ້ກະດາຍ ..
ໝູ່ຂະນ້ອຍເມື່ອທ່ຽວລາວຫາກະກັບມາກະເວົ້າແບບນີ້ລະ ມາບອກຂະນ້ອຍວ່າ ຖ້າຊິເອົາເມັຍລະເອົາໃຫ້ມັນທັນບໍ່ໃຫ້ຮອດປີມະໂລງເດີ ມັນບໍ່ດີ..
ຂະນ້ອຍກະວ່າ ໂອ້ ແມ່ນຄວາມ ບໍ່ດີແທ້ ເພາະວ່າ:
1. ບໍ່ມີໃຜຊິມາເອົາ.
2. ບໍ່ມີເງິນຊິໄປເອົາ( ຖ້າມີ )
........ອິອິອິ


ໂອແຜ່ລາມໄປຮອດຕ່າງປະເທດແລ້ວບໍນີ້ 55555555555555555

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒