ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ພາສາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ພາສາ » ໄປມາເລເຊັຍ ໄດ້ຄຳລາວ ມາ 2 ຄວາມ

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
- ໄປທ່ຽວທີ່ໃດ ເວລາກັບມາຕ້ອງຫາຂອງຕ້ອນຍາດພີ່ນ້ອງຄົນຮັກຄົນແພງ, ຜູ້ນຳພາທ່ອງທ່ຽວຖາມວ່າ "ອາຈານຕ້ອງການຂອງຕ້ອນປະເພດໃດ ?" ກໍຕອບເຂົາໄປວ່າ "ຂອງພື້ນເມືອງທີ່ເປັນເອກະລັກຂອງຊາວມາເລ ແຕ່ຄົນລາວກໍໃຊ້ໄດ້" ເຂົາໄລ່ຊື່ຂອງພື້ນເມືອງມາເລມາຫຼວງຫຼາຍພາຍມາກ ທີ່ຜູ້ຂຽນຕິດອົກຕິດໃຈ 2 ຊື່ ຄື "ສລອງ ແລະບາຕິກ".
- (SARUNG TENUN) ສຣອງ ແມ່ນສະໂຣ່ງ ບ້ານເຮົາເຮົານີ້ເອງ, ສ່ວນບາຕິກ(BATIK)ນັ້ນແມ່ນສິ້ນແຕ້ມ, ບ້ານເຮົາ ເຊັ່ນກັນ.

- ພໍດີອອກຈາກຮ້ານອາຫານຈີນ ທີ່ເມືອງ ເຊແຣມບັນ(SEREMBAN) ທ່ານອາເລັກກໍພາພວກເຮົາໄປຂຶ້ນຕະຫຼາດ ເຊິງເປັນຫ້າງ 3 ຊັ້ນ ຈັດເປັນປະເພດຂອງຂາຍເປັນໂຊນໆໄປ ຕລາດນີ້ຈະຂາຍປະເພດເຄື່ອງນຸ່ງຫົ່ມ ແລະເຄື່ອງໃຊ້ຄົວເຮືອນບາງຢ່າງເທົ່ານັ້ນ ທັງຂອງພື້ນເມືອງແລ້ວທັນສະໄໝ, ເປົ້າໝາຍກໍແມ່ນໄປຫາຊື້ຜ້າ ສຣອງ(ບາງຄົນກໍອອກສຽງ ສໂຣງ) ແລະຜ້າບາຕິກ.

- ແຕ່ກໍບໍ່ໄດ້ຊື້ຢູ່ຕະຫຼາດນີ້ ຖາມລາຄາຕໍ່ ຢູ່ 12 ຣິງກິດມາເລ, ກໍໄປຕລາດໃໝ່ ຈຶ່ງຊື້ຢູ່ຕລາດສົດ ເພາະບາຕິກ ຕໍ່ລົງໄດ້ 10 ຣິງກິດ, ຜ້າສໂຣ່ງຕໍ່ລົງໄດ້ 15 ຣິງກິດ.

- ຫຼັງຈາກໄດ້ຜ້າແລ້ວ ຜູ້ຂຽນຍັງຕິດໃຈກັບຄຳວ່າ "ສໂຣ່ງ ກັບ ບາຕິກ" ໂດຍສະເພາະ ຊື່ນີ້ມັນມີທີ່ມາຈາກໃສ ? ທີ່ມັນຄືກັນກັບພາສາລາວນັ້ນກໍແມ່ນຄຳວ່າ "ສໂຣ່ງ", ຜູ້ຂຽນກໍຄິດໆ ແລະຖາມຄວາມໝາຍຈາກ ທ່ານອາເລັກ ຊາວຈີນມາເລເຊັຍຜູ້ນຳທ່ຽວ ເຂົາກໍອະທິບາຍບໍ່ໄດ້ຈະແຈ້ງປານໄດ້ມີແຕ່ບອກວ່າ "ເປັນຄຳມາເລ ແຕ່ຜ້າທັງສອງ ຢ່າງນີ້ທັງຊາຍ ແລະຍິ່ງນຸ່ງໄດ້ທັງສອງ".

- ຫຼັງຈາກນັ້ນ ທາງຜູ້ນຳທ່ຽວກໍພາໄປທ່ຽວພິພິດທະພັນ ບຸດາຢາ seramba, ຊື່ວ່າ TAMAN SENI BUDAYA NEEGIRI SEMBILAN ຈຶ່ງໄດ້ພົບກັບຄຳວ່າ "ສໂຣ່ງ ກັບບາຕິກ" ມີການພົວພັນກັບລາວມາເຫິງນານ ຍາກທີ່ຈະຫາຫຼັກຖານທາງໜັງສືມາອ້າງອີງ ໄດ້ແຕ່ຫຼັກຖານທາງວັດຖຸ ແລະພາສານີ້ເອງ.

- ເມື່ອພວກເຮົາເຂົ້າໄປພິພິທະພັນນັ້ນ ພໍດີເຮົາໄດ້ພົບກັບສິ່ງທີ່ເຂົາໄດ້ຄົ້ນພົບ ແລະຄົ້ນຄວ້າເລື່ອງກ່ຽວກັບຫີນ ຕັ້ງ ຕະຫຼອດທັງປະເພນີວັດທະນະທຳກັບຫີນຕັ້ງ, ເຮົາບໍ່ຮູ້ຄວາມໝາຍໃດໆເລີຍ ກ່ຽວກັບສິ່ງທີ່ພົບ ເພາະການ ວາງສະແດງໃນວັນນີ້ ບໍ່ມີຜູ້ບັນຍາຍ ເລີຍມີແຕ່ຄົນຍາມຄົນດຽວ ແລະເຂົາກະບໍ່ຫ້າມຖ່າຍຮູບດ້ວຍຈຶ່ງໄດ້ ແຕ່ຖ່ານຮູບເກັບກຳໄວ້ ໃນສິ່ງທີ່ຄາດວ່າຈະເປັນຂໍ້ມູນໄດ້ເທົ່ານັ້ນ, ໃນນັ້ນ ທີ່ພິພິທະພັນກາງແຈ້ງ ເຮົາພົບເຮືອນຮ້ານແບບດຽວກັບເຮືອນລາວ ທີ່ເຄີຍຢູ່ສະໄໝຍັງນ້ອຍ ເຊິ່ງເປັນເຮືອນພໍ່ເຖົ້າຂອງຜູ້ຂຽນເອງ ເມື່ອ 30 ປີຄືນຫຼັງ ແຕ່ພວກເຮົາຍັງບໍ່ທັນຂຶ້ນໄປ ທີ່ເຮືອນນັ້ນ.

- ເຮົາເຂົ້າໄປທຳອິດ ເຫັນແຜ່ນຫີນດັດແປງແບບທຳມະຊາດ ຕັ້ງຈຸ້ມກັບຢູ່ ຂ້າພະເຈົ້ານຶກເຖິງຫີນຕັ້ງແຂວງ ຫົວພັນທັນທີ, ໂອ.........ອັນດຽວກັບທີ່ເມືອງລາວເລີຍ ວັດທະນະທຳນີ້ມີເກີນ 3000 ປີແນ່ນອນ, ເປັນວັດທະນະທຳຫຼັກບ້ານ, ຫຼັກເມືອງ, ພູມບ້ານ ແລະບູຊາບວງສວາງວິນຍານ ໃນສາສນາຟ້າແຖນ ຫຼືສາສະໜາແຖນຟ້າ ເຮົາຮູ້ໃນປັດຈຸບັນນີ້ ແມ່ນວັດທະນະທຳແຫ່ງຊາວລາວບູຮານ ທີ່ຮຽກວ່າ ສາສນາຜີນັ້ນເອງ.

- ຜູ້ນຳເມັຍທ່ານທູດຖາມວ່າແມ່ນຫຍັງ ? ກໍຕອບໄດ້ໂລດວ່າ "ຫຼັກບ້ານຫຼັກເມືອງ ຂອງສາສນາແຖນ ໃນສັງ ຄົມຊົນລາວບູຮານ ເມື່ອ 2000-3000 ປີ, ຫາກເຮົາເຫັນຫຼັກຫີນແບບນີ້ ທີ່ໃດກໍຕາມຫາກພົບກັບຄ້ອງບັ້ງ ຕ້ອງເປັນວັດທະນະທຳດຽວກັບລາວແທ້ ຖ້າເບິ່ງເດີອາດຈະພົບກັບຄ້ອງບັ້ງ ເຊິ່ງຄົນລາວບາງທ່ານຮຽກວ່າ ຕັ່ງພະຍາແຖນນັ້ນ" ຂ້າພະເຈົ້າກໍສັ່ງໃຫ້ເດັກນ້ອຍ ເກັບພາບໄວ້ເທົ່າທີ່ພໍເກັບກຳໄດ້ ເມື່ອຍ່າງໄປຮອດສຸດທ້າຍ ຂອງຫ້ອງ ກໍເປັນດັ່ງທີ່ຂ້າພະເຈົ້າຄິດໄວ້ຢ່າງໜ້າງງຶດໃນນັ້ນ ເຮົາພົບກັບຄ້ອງບັ້ງ ຄາດວ່າເປັນ ຣຸ້ນທີ 3-4 ສະພາບແຕກຫັກ.

- ຂ້າພະເຈົ້າ ເວົ້າອອກມາຢ່າງບໍ່ຕ້ອງສົງໄສ ? ເປັນວັດທະນະທຳດຽວກັບລາວແທ້, ຂ້າພະເຈົ້າບອກຄົນທີ່ໄປ ນຳວ່າ "ເມືອງລາວບູຮານ ທີ່ຫຼວງພຣະບາງນັ້ນ ກ່ອນຈະມາເປັບເມືອງຊຽງທອງຮຽກວ່າເມືອງຊວາ ແລະທີ່ນອກຫຼວງພຣະບາງໄປທາງເໜືອ ກໍປາກົດເຫັນຄຳວ່າ ບ້ານຊວາ ປາກົດຢູ່ ໃນຫຼວງພຣະບາງ ກໍມີຊົນເຜົ່າກຶມມຸ ແລະພວກໄຕປາກົດຢູ່ຫຼວງຫຼາຍ ນີ້ແລ້ວວັດທະນະທຳພວກນີ້ ເຂົາຢູ່ປົນກັນ ຖືກວັດທະນະ ທຳດຽວກັນ ນັກປະຫວັດສາດລຸ້ນກ່ອນວ່າ ດອນຊວາ JAVA ເຂົາວ່າພວກຊົນຊາດເດີມໃນເມືອງຊວາ (ຫຼວງພຣະບາງ)ອົບພະຍົບໄປຢູ່ ເມື່ອໄຕລາວລົງມາຢຶດດິນແດນນີ້ເປັນເມືອງຂອງຕົນ".

- ເມື່ອປີ 2008 ພວກເຮົາຄົງຈຳໄດ້ວ່າ ທີ່ທົ່ງນາເງືອກນັ້ນທາງກົມຫໍພິພິທະພັນລາວ ກັບພວກສຳຫຼວດບໍ່ຄໍາ ພົບຄ້ອງບັ້ງລຸ້ນ 1 ທີ່ທົ່ງນາເງືອກ ເປັນຂ່າວທີ່ໂດ່ງດັງໃນຕ່າງປະເທດ, ຂ້າພະເຈົ້າຄິດວ່າ ນັກປະຫວັດສາດ ຣຸ່ນກ່ອນເວົ້າຖືກ ວ່າເກາະຊວານັ້ນ ແມ່ນຄົນມາຈາກແຜ່ນດິນໃຫຍ່ໃນສຸວັນນະພູມ ເຊິ່ງມີສູນກາງຢູ່ເມືອງລາວ ເພາະມັນມີວັດທະນະທຳດຽວກັນ ຄືວັດທະນະທຳຄ້ອງບັ້ງ, ອັນວ່າຄ້ອງບັ້ງລຸ້ນ 1 ນີິ້, ຕາມການລາຍງານສ່ວນຕົວໃຫ້ຜູ້ຂຽນຟັງ ໂດຍທ່ານວຽງແກ້ວ ສຸກສະຫວັດດີ ຮອງກົມພິິພິທະພັນ ຂອງລາວ ເມື່ອປີ 2011 "ເຮົາພົບຄ້ອງບັ້ງລຸ້ນ 1 ທີ່ສົມບູນສຸດແມ່ນທີ່ທົ່ງນາເງືອກ ແຂວງສະຫວັນນະເຂດ, ພົບສົມບູນແນ່ຈັກໜ່ອຍ ແມ່ນທີ່ສະຫວັນ ແລະຈຳປາສັກ ແລະທົ່ວປະເທດເຮົາພົບແລ້ວ 9 ໜ່ວຍ, ເຫຼືອນັ້ນບໍ່ສົມບູນ".

- ອັນນີ້ ເມື່ອເຮົາໄດ້ເຫັນເສົາຫີນ ແລະວັດທະນະທຳເສົາຫີນໃນພິພິທະພັນເມືອງເຊຣັມບັນ ແລະຮູບແທ້ທີ່ເຂົາ ຖ່າຍເຖິງການຈັດລຽງໄວ້ແລ້ວ ເຮົາກໍນຶກເຖິງເສົາຫີນພູມບ້ານພູມເມືອງທາງພາກເໜືອຂອງລາວ ທີ່ທາງທ່ານວຽງແກ້ວສຸກສະຫວັດດີເອົາໃຫ້ເບິ່ງພິຈາຣະນາເບິ່ງແລ້ວ ວັດທະນະທຳການຈັດລຽງແບບ ດຽວກັນເລີຍບໍ່ມີຜິດ ຄາດການວ່າວັດຖຸປະສົງຂອງວັດທະນະທຳຫີນນີ້ຄົງເປັນອັນດຽວກັນທີ່ພົບໃນເມືອງລາວ.

- ໃນປີ 2008-2009 ເມື່ອທາງການລາວຂຸດຖນົນເຊດຖາເຮົາກໍພົບພົບວັດທະນະທຳຫຼັກເມືອງ ຂອງເມືອງວຽງຈັນ ແຕ່ ຄ.ສ 1617 ອັນເປັນສະໄໝຂອງພະຍາເມືອງຈັນທະບູຣີ ໃນໄລຍະດຽວກັບພຣະເຈົ້າ ໂພທິສາລະຣາດລົງມາທຳການຟື້ນຟູເມືອງຈັນທະບູຣີ (ຂ້າພະເຈົ້າຄິດວ່າໃນສະໄໝນັ້ນ ພຣະເຈົ້າໂພທິສາລະຣາຊ ຄົງມາສຳຫຼວດເມືອງຈັນທະບູຣີ ໃຫ້ເປັນເມືອງຫຼວງ ເພາະພຣະຍາເມືອງຈັນທະບູຣີນັ້ນກໍເປັນຣາຊະ ບຸດຂອງພຣະ ອົງເອງຢູ່ແລ້ວຫຼັງຈາກພຣະອົງໄດ້ສົ່ງພຣະເຈົ້າໄຊຍະເຊດຖາໄປຄອງລ້ານນາແລ້ວ) ວັດທະນະທຳ ເອົາຫີນມາລຽນກັນເຮັດສານຫຼັກເມືອງ ໃນວຽງຈັນນີ້ ເປັນແບບວັດທະນະທຳລາວ ທີ່ສືບທອດມາຈາກເມືອງຊວາ ຫຼືຊຽງທອງ, ໃນນັ້ນ ທີ່ສິມວັດສີເມືອງ ເຮົາກໍພົບຫຼັກຫີນເຊັນດຽວກັບ ເຊິ່ງເປັນວັດທະນະທຳທາງໃຕ້ ເຊິ່ງເຮົາຮຽກວ່າວັດທະນະທຳ ສີໂຄດຈັນທະບູຣີ ຮ່ວມສະໄໝກັບວັດທະນະທຳອັງກໍຣ໌.

- ນອກຈາກນັ້ນ ເຮົາກໍພົບເຮືອນແບບວັດທະນະທຳລາວບູຮານ 1 ຫຼັງ, ເຮືອນທັງສອງຫຼັງນີ້ ແບບດຽວກັບ ເຮືອນວັດທະນະທຳລາວ ທີ່ຫາເບິ່ງໄດ້ຍາກ ເພາະເຮືອນແບບນີ້ເຊົານິຍົມສ້າງແລ້ວ, ບໍ່ສະເພາະແຕ່ຮູບເຮືອນ ທັງວິທິການສ້າງ ແລະເຕັກນິກນັ້ນກໍເໝືອນກັນ, ເຖິງວ່າເຮືອນໃນມາເລເຊັຍທີ່ຈຳລອງມາ ສ້າງໃໝ່ ມັນກໍສ້າງດ້ວຍ ແບບວິທີເກົ່າທັງໝົດ, ຂ້າພະເຈົ້ານຶກເຫັນສອງເລື່ອງ ຄື ນຶກເຫັນເຮືອນພໍໍ່ເຖົ້າຂອງຂ້າພະເຈົ້າ ທີ່ບ້ານດອນຂະເໝົາ ມີການປຸກ ແລະໃສ່ລວດລາຍແບບດຽວກັນກັບທີ່ມາເລນີເລີຍ ຕ່າງແຕ່ເຮືອນທີ່ມາເລເປັນແບບເຮືອນດ່ຽວ ແຕ່ເຮືອນຂອງພໍ່ເຖົ້າເປັນເຮືອນແຝດ ມຸງດ້ວຍໄມ້ ເຊິ່ງຜູ້ຂຽນກໍເຄີຍຢູ່ ແລະເຄີຍນອນກ່ອນ ທີ່ຈະ ຕົກທອດເປັນມໍລະດົດຂອງປ້າ ເອື້ອຍແມ່ຂອງຜູ້ຂຽນ ທີ່ມາເລເຊັຍມີສອງຫຼັງ ມຸງດ້ວຍໄມ້ ແລະມຸງດ້ວຍໃບຈາກ, ທີ່ດອນຂະເໝົາສະໄໝຍັງນ້ອຍນັ້ນ ບໍ່ແມ່ນສະເພາະ ເຮືອນຂອງພໍ່ເຖົ້າຜູ້ຂຽນເທົ່ານັ້ນ ເຮືອນຂອງຄົນອື່ນໆກໍມີລັກສະນະຄ້າຍເຊັ່ນນີ້ ມີລວດລາຍໃສ່ຄັກແນ່ ບາງເຮືອນກໍບໍ່ມີລວດລາຍທັງຫຼັງ ແຕ່ມີແຕ່ແຈເຮືອນ ໂດຍອີງຕາມຖານະເຈົ້າຂອງເຮືອນ ທີ່ມາເລເຊັຍ ເຂົາຄົງຈຳລອງ ເອົາເຮືອນທີ່ມີແບບສົມບູນທີ່ສຸດມາໄວ້.


- ສິ່ງທີ່ຂ້າພະເຈົ້າງຶດອັນໜຶ່ງ ຄື ປະຕູເຮືອນນັ້ນ ມີທັງໄຂ-ອັດ ຖືວ່າເປັນແບບທຳມະດາ ທີ່ໃດກໍມີ ແຕ່ວ່າ ທີ່ມາເລເຊັຍເຫັນແບບ ຊູດເລື່ອນ ເຊິ່ງເຮືອນຂອງພໍ່ເຖົ້າຂ້າພະເຈົ້າກໍເປັນແບບດຽວກັນນີ້ ງຶດກົງທີ່ວ່າມາເລ ເຊັຍກັບລາວສະໄໝນັ້ນ ມັນໄກກັນເຫຼືອເກີນ ເຫດໃດວັດທະນະທະທຳແບບນີ້ມັນຈຶ່ງເໝືອນກັນໄດ້ ລາວເຮົານີ້ ຢາກສົມຄວນທີ່ຈະລົງໄປມາເລເຊັຍໃນສະໄໝນັ້ນໄດ້ງ່າຍໆ ການຂ່າວການຄາວ ຄົມມະນາຄົມມັນຍຸ້ງຍາກພຽງໃດ ຫາກປັດຈຸບັນນີ້ ຜູ້ຂຽນບໍ່ງຶດແນ່ນອນ ເພາະຊາວໂລກດຽວນີ້ ເຂົາໃຊ້ພ້າດວງດຽວກັນ ກິນເຂົ້າຄົວດຽວກັນ, ແຕ່ເມື່ອກ່ອນນັັບແຕ່ 100 ປີກັບຫຼັງນັ້ນ ຍາກທີ່ມະນຸດຈະໄປມາຫາສູກັນ ແລະຖ່າຍທອດຄວາມຮູ້ສູ່ກັນໄດ້, ອັນນີ້ຂ້າພະເຈົ້າຈຶ່ງສະຫຼຸບວ່າ "ມະນຸດນັ້ນ ມີວິວັດທະນາການທາງຄວາມຄິດເໝືອນກັນ ຄວາມຄິດຄວາມຝັນຂອງມະນຸດນັ້ນແມ່ນເໝືອນກັນ, ມີຄວາມຄິດຫຼາຍຄວາມຄິດບໍ່ໄດ້ຖ່າຍທອດຈາກກັນ ແລະມີຄວາມຫຄິດຫຼາຍຄວາມຄິດໄດ້ທ່າຍທອດຈາກກັນ ຫາກສັງຄົມນັ້ນ ມີການພົວພັນກັນ" ເຮືອນຍົກພື້ນນີ້ ເຮົາເຂົ້າໃຈແຕ່ເປັນແຕ່ເຮືອນຄົນລາວເທົ່ານັ້ນ ເພາະເມື່ອ 666 ກວ່າປີ ພຣະເຈົ້າຟ້າງຸ່ມປະກາດວ່າ "ຢູ່ເຮືອນຮ້ານ ກິນເຂົ້າໜຽວ ຄ້ຽວປາແດກ ເປົ່າແຄນແມ່ນລາວ".

- ແລ້ວຖ້າເປັນເຊັ່ນນັ້ນ ຄົນມາເລເຊັນນັ້ນ ສ່ວນໜຶ່ງຕ້ອງມີວິວັດທະນາການມາຈາກລາວດິນແດນລາວ ຫຼືດິນແດນ ທີ່ເປັນແຜ່ນດິນໃຫຍ່ສຸວັນນະພູມແນ່ນອນ ແຕ່ຫາກເປັນການຍ້າຍໄປກ່ອນພຣະເຈົ້າ ຟ້າງຸ່ມ ຈະມາສະຖາປານາເມືອງຊວາໃຫ້ເປັນອານາຈັກລ້ານຊ້າງ.

- ນີ້ຄືຫຼັກຖານທີ່ເປັນວັດຖຸ ທີ່ຂ້າພະເຈົ້າພົບໃນມາເລເຊັຍ ອັນທີສອງກໍແມ່ນພົບທາງພາສາ ແລະກ່ຽວເນື່ອງກັບ ວັດທະນະທຳ.

- ວັດທະນະທຳລາວ ຍິງນຸ່ງສິ້ນ, ຊາຍນຸ່ງສະໂຣ່ງ ແລະຜ້າຫາງອື່ນໆ, ສ່ວນຜ້າສະໂຣ່ງນັ້ນສຳລັບຊາຍລາວ ຫາເບິ່ງໄດ້ຍາກແລ້ວ ຫາກຢາກເບິ່ງການນຸ່ງສະໂຣ່ງຕ້ອງໄປພະມ້າ, ຂະເໝນ, ວຽດນາມໃຕ້, ຊຽງຮຸ່ງ, ມາເລ ອິນໂດເນເຊັຍ, ສຳລັບສິ້ນນີ້ ຫາເບິ່ງໄດ້ງ່າຍໆ ເພາະຄົນລາວນຸ່ງສິ້ນທັງນັ້ນ ແຕ່ການນຸ່ງສິ້ນຂອງຄົນລາວ ມີຫຼາຍແບບອີງຕາມສົນຊາດຊົນເຜົ່າ ແຕ່ເປັນໜ້າເສັຍດາຍ ກະຊວງວັດທະນະທຳລາວ ຫຼືນັກວິຊາການລາວ ກຳນົດສິ້ນລາວແບບຕາຍໂຕໂພດ ຄື "ສິ້ນລາວຕ້ອງມີຫົວ ແລະມີຕີນ" ຫາກກຳນົດເຊັ່ນນີ້ ເປັນການຕັດຂາດ ວັດທະນະທຳສິ້ນ ທີ່ມີຄວາມຫຼາກຫຼາຍໃນສັງຄົມລາວລົງ, ບໍ່ແຕ່ສະເພາະທຳລາຍວັດທະນະທຳການນຸ່ງຖື ເທົ່ານັ້ນ ທັງຍັງທຳລາຍວັດທະນະທຳການຜະລິດລົງອີກ ເພາະຄົນຈະບໍ່ໃຊ້ ສິ້ນແບບທີ່ບໍ່ມີຕີນມີຫົວ ຫາກບໍ່ມີການຊົມໃຊ້ ສິ້ນມີ່ ລາຍຍ້ອມ ອາດຈະສູນພັນໄປໄດ້ ຍັງເຫຼືອແຕ່ສິ້ນທີ່ເປັນລາຍເກັບ ລາຍຂິກ, ເຊັ່ນດຽວກັບສິ້ນແບບບາຕິກ ໃນລາວເຮົາບໍ່ເຫັນມີການຜະລິດ ແຕ່ມີນຸ່ງເພາະມັນນຸ່ງງ່າຍ ສິ້ນນັ້ນມາຈາກໃສ ກໍຊື້ມາຈາກນອກປະເທດນັ້ນເອງ, ຄວາມຈິງສິ້ນບາຕິກນັ້ນ ກ່ອນໜ້າໜີຫຼາຍຮ້ອຍປີຄົງມີ ແຕ່ວ່າວັດທະນະທຳ ເຮົາມັນຂາຍຫາຍ ເພາະຄົນລາວກວດຕ້ອນລົງໄປໃຕ້(ດິນໄທຍ໌) ເມື່ອເກືອນ 300 ປີເປັນຕົ້ນມາ, ເຫດຜົນ ເພາະເຮົາພົບຫຼັກຖານການນຸ່ງສິນແບບບາຕິກ ເຊິ່ງເຮົາຮຽກວ່າ "ສິ້ນແຕ້ມ" ໃນພາສາລາວເຮົາ ໃນຊຸມຊົນ ໄຕລື້ ໄຕ ດຳ ໄຕແດງ ແລະພວກຈ້ວງ ໃນພາກເໜືອຂອງວຽດນາມກໍປະກົດມີ.

- ສະຫຼຸບໃຫ້ເຫັນວ່າ ວັດຖຸສິ່ງໃດ ບໍ່ຊົມໃຊ້ວັດຖຸສິ່ງນັ້ນບໍ່ພັດທະນາ, ທຸກສິ່ງທຸກຢ່າງກໍເຊັ່ນດຽວກັນ, ອັນນີ້ມັນກົງກັບ ທິດສະດີຂອງມາກ-ເລນິນວ່າ "ວັດຖຸເກີດຈາກການເຄື່ອນເໜັງຂອງແຮງງານ".

- ເມື່ອເຮົາເຂົ້າໃຈຫຼັກຖານທັງສອງແລ້ວ ເຮົາມາເຂົ້າໃຈກັບຄຳວ່າ "ສິ້ນແຕ້ມ" ກັບບາຕິກ ເປັນວັດຖຸອັນດຽວກັນ ເປັນຫຍັງຈຶ່ງມີຊືຕ່າງກັນ, ແລະຄຳວ່າ "ສະໂຣ່ງ" ທັງລາວທັງມາເລເວົ້າຄືກັນອ້ອຍຕ້ອຍ.

- ຄຳວ່າບາຕິກ "BATIK" ໃນພາສາມາເລ ບາງຄັ້ງກໍອອກສຽງວ່າ "ບາເຕ໊ະ" ຄຳວ່າ "ຕິກ" ນັ້ນໝາຍເຖິງຈຸດ, ຫຼືແຕ້ມ, ຫຼືມີຄວາມໝາຍວ່າ "ຈຸດນ້ອຍໆ ຫຼືນ້ອຍໆ" ໂດຍຂັ້ນຕອນທີ່ທຳນັ້ນ ເຂົາເອົາແພມາວາງໄວ້ແລ້ວ ເອົານໍ້າໄຂ ຫຼືທຽນໄປແຕ້ມໆເປັນລວດລາຍເປັນຈຸດໆໆໄວ້ນ້ອຍໆ ໃຫຍ່ໆຕາມລວຍລາຍ ແລ້ວກໍເອົາສີໄປແຕ້ມ ຫາກທີ່ຈຸດທີ່ມີໄຂ ຫຼືທຽນແຕ້ມໄວ້ນຳ້ສີຈະບໍ່ຊິມເຂົ້າເນື້ອຜ້າ, ເມື່ອເອົາໄປຕາກແດດຈົນສີແຫ້ງ ແລ້ວກໍເອົາມາຕົ້ມອີກຄັ້ງໜຶ່ງ ໄຂຈະລາຍລາຍໄປເຫຼືອແຕ່ເນື້ອຜ້າທີ່ງົດງາມ, ດຽວນີ້ເຂົາບໍ່ແຕ້ມ ເຂົາຈະພິມເອົາ.

- ທີ່ມັນກ່ຽວກັບພາສາ ຄຳວ່າ "ຕິກ" ໃນພາສາລາວເຮົາກໍນໍາມາໃຊ້ຫຼາຍ ເຊັ່ນ ຈຸດ, ຕິກ, ຈ້ຳ, ໝາຍຄວາມວ່າ ແຕ້ມລົງໃຫ້ເປັນຈຸດນ້ອຍຕາມກຳນົດ, ກໍໝາຍເຖິງແຕ້ມນັ້ນເອງ ດ້ວຍເຫດນັ້ນ ລາວເຮົາຈຶ່ງຮຽກວ່າ "ສິ້ນແຕ້ມ".

- ອັນໜຶ່ງ ໃນພາສາລາວເຮົາກໍມັກເວົ້າວ່າ "ໄປຕິກ" ຄືຄົນໄປບໍ່ຢູ່ບໍ່ເຊົານັ້ນ ຄືໄປຕິກ ໝາຍເຖິງໄປເລື້ອຍໆ ສ່ວນຂະເໝນກໍເວົ້າວ່າ "ໂກຕິກ" ແປວ່າໄປເລື້ອຍໆ ຫຼື "ຕິກ" ແປວ່າ ເລື້ອຍໆ.

- ສ່ວນວ່າສະໂຣ່ງ ອອກສຽງສະໂຣ້ງ, ທັງລາວ ແລະທັງມາເລ ແລະຄົນໃນພູມີພາກອາຊີໃຊ້ຮຽກເໝືອນກັນ ສະນັ້ນຄຳວ່າ "ສະໂຣ່ງ" ທັງວັດຖຸ ແລະພາສາ ເປັນວັດທະນະທຳລາວບູຮານ ທີ່ສືບທອດມາຈາກພາສາ ຂອງຊາວອາຊີທັງໝົດ.

- ແຕ່ເປັນໜ້າເສັຍດາຍ ດຽວນີ້ ຄົນລາວລືມຜ້ານີ້ໄປແລ້ວ ຍັງເຫຼືອຄົນນຸ່ງບໍ່ຫຼາຍປານໃດ ວັດທະນະທຳການ ເຮັດຜ້າສະໂຣ່ງ ອາດຊິຂາດຫາຍໄປ ຫຼືຂາດຫາຍໄປແລ້ວຈາກເມືອງລາວ, ພ້ອມໆກັບພາສາກໍຈະຫາຍໄປ ເໝືອນກັນ ເພາະດຽວນີ້ ຍ້ອນສະພາບການປ່ຽນແປງທາງອັກສອນ ພາສາກໍປ່ຽນແປງໄປນໍາ ເຊັ່ນ ຄົນດຽວນີ້ ຂຽນວ່າ "ຜ້າສະລົງ, ຜ້າສະຫຼົ້ງ, ຜ້າສະໂຫຼ້ງ, ຜ້າສະລົງ, ຜ້າສະລົ້ງ" ແຕກຕ່າງກັນໄປໂດຍບໍເອກະພາບ, ຜ້າສະຫຼົ້ງ ທີ່ພຣະສົງສາມະເນນນຸ່ງ ເຂົາຮຽກວ່າ "ຜ້າສະບົງ" ນັ້ນແລ.

ກົດເບິ່ງຮູບນີ້

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໔໒ ກະທູ້
໘໒໕ ໂພສ
ຊຳນານການເວັບບອດ
ອ່ອຍ


໑໑ ກະທູ້
໓໒໗ ໂພສ
ຊຳນານການເວັບບອດ
ຜ້າສະໂຫລ້ງ ພໍ່ຂ້ອຍນຸ່ງຈັກຕອກສານໄຊທຸກມື້


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຍາວເນາະ ແຕ່ບໍ່ມີຮູບເບິ່ງຊ້ຳ


໖໗ ກະທູ້
໓໓໑໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໝັ່ນພີມເນາະ ຍາວໆໆໆ

ພຣະພຸດທະອົງກ່າວໄວ້ : ຫາກກິເລດເຮັດໃຫ້ເຮົາລົ້ມຫຼຽວໄດ້ສັນໃດ ທັມມະກໍ່ເຮັດໃຫ້ເຮົາເລີ່ມຕົ້ນໃໝ່ໄດ້ສັນນັ້ນ !

໕ ກະທູ້
໒໗໒໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ລໍຖ້າເບິ່ງຮູບ



໑໓ ກະທູ້
໑໕໘ ໂພສ
ນັກການກະທູ້
ຂອບໃຈນຳເດີພຣະອາຈານ


໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Bearm2020 ຂຽນວ່າ...
ລໍຖ້າເບິ່ງຮູບ


[img]null[/img]ຮູບປະກອບ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໑໐໘ ກະທູ້
໒໒໖໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຍາວຫລາຍ
ຂອບໃຈທີ່ ແບ່ງປັນ ຍາກເບີ່ງຮູບ ເດ

ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ

໑ ກະທູ້
໕໗໐ ໂພສ
ຊຳນານການເວັບບອດ
ມື້ໜ້າຈິມາອ່ານຕໍ່ ອ່ານໄດ້ 40% 555


໐ ກະທູ້
໗ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ຢ່າລືມພວກຈາມເດີພໍ່ເຖົ້າ ພວກຈາມເຄີຍມີອິດທິພົນຢູ່ໃນດິນແດນແຖວນີ້ມາກ່ອນ
ກ່ອນຫວຽດນາມຈະມາຂັບໄລ່ພວກເຂົາໜີໄປມາເລເຊັຽ
ວັດພູຈຳປາສັກນັ້ນຂ້ອຍສັນນິຖານວ່າແມ່ນພວກຈາມເປັນຄົນສ້າງ ບໍ່ແມ່ນຂອມ
ພັນກວ່າປີກ່ອນ ທັງຈາມແລະຂອມເປັນຄູ່ແຂ່ງໃນພູມມິພາກນີ້ ເປັນຄູ່ຮັກຄູ່ແຄ້ນ
ເຖິງຈາມແລະຂອມຈະເປັນຄົນລະຊົນເຜົ່າ ເວົ້າຄົນລະພາສາ
ແຕ່ການມີອານາຈັກຕິດກັນເຮັດໃຫ້ວັດທະນະທັມແລະຄວາມເຊື່ອຖືຂອງທັງສອງອານາຈັກໄຫລວົນໄປສູ່ກັນແລະກັນ
ແມ່ນແຕ່ພຣະເຈົ້າສຸຣິຍະວໍຣະມັນທີ2ທີ່ສ້າງອັງກໍວັດກໍ່ມີເຊື້ອສາຍຈາມ
ຈາມ ແມ່ນຊົນເຜົ່າໜຶ່ງທີ່ມີຊາດພັນໃກ້ຄຽງກັບພວກມາເລທີ່ສຸດ ຄືດັ່ງລາວກັບໄທຍ
ຫຼັງຈາກຖືກພວກຫວຽດມາຍາດແຍ່ງອານາຈັກແລະພວກຈາມຖືກຫວຽດຂ້າຕາຍຢ່າຫຼວງຫຼາຍແລ້ວ
ຄົນຈາມທີ່ຍັງເຫຼືອໄດ້ແຕກໜີໄປຂະເໝນ ໄປສຢາມ ແລະໄປມາເລເຊັຽ
ດາຣາທີ່ໂດ່ງດັງຂອງມາເລເຊັຽຕອນນີ້ກໍ່ແມ່ນຄົນຈາມ
ວັດທະນະທັມກອງມະໂຫຣະທຶກນັ້ນມີຄວາມເຊື່ອວ່າແມ່ນວັດທະນະທັມຂອງພວກຈາມ
ແລະອານາຈັກສີໂຄດຕະບອງທີ່ແທ້ແລ້ວເຮີ່ມຕົ້ນແມ່ນອານາຈັກຂອງພວກຈາມສ້າງຂື້ນ
ບໍ່ແມ່ນແຍກພວກມາຈາກອານາຈັກທະວາຣະວະດີດັງທີ່ນັກໂບຮານນະຄະດີໄທຍພະຍາຍາມອ້າງຂື້ນມາເພື່ອໃຫ້ສອງອານາຈັກຜູກພັນກັນ
ສູນກາງອານາຈັກຢູ່ແຂວງສະຫວັນນະເຂດຕິດເຂດແຂວງຄຳມ່ວນ ດັ່ງທີ່ເປັນຂ່າວວ່າມີການຂຸດພົບເຄື່ອງຄຳໂບຮານຢູ່ເມືອງໄຊບຸລີ ສະຫວັນນະເຂດ
ແລ້ວຈຶ່ງຍົກຍ້າຍຫຍັບສູນກາງຂື້ນໄປທາງເໜືອທີ່ເປັນທ່າແຂກທຸກມື້ນີ້
ຈາມ ບໍ່ມີຊາດພັນທາງມະນຸດແລະວັດທະນະທັມກ່ຽວກັບລາວເລີຍ
ພວກເຂົາອາດຈະຫຼົງເຫຼືອວັດທະນະທັມບາງຢ່າງຖີ້ມໄວ້ໃຫ້ຄົນລາວຢູ່
ແຕ່ກໍ່ຖືກລາວກືນເປັນຂອງລາວແລ້ວຈົນບໍ່ຮູ້ວ່າອັນໃດເປັນຂອງຈາມຫລືຂອງຂອມ