ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ພາສາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ພາສາ » ອາລຸນ/ອານຸ ຄືຕົວຢ່າງການສູນເສັຍເອກະລາດທາງພາສາ

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂ້າພະເຈົ້າ ໄດ້ຄົ້ນຫາຄຳວ່າ “ອະລຸນ” ໃນເວບທາງ google ພົບແຕ່ພຽງ ໓ ລາຍການ, ແຕ່ເມື່ອ ແລ້ວກໍ ປ້ອນຄຳວ່າ “ອາລຸນ” ປະກົດເຫັນຫຼວງຫຼາຍ ເຊັ່ນ “ຄົນທີ່ມີນາມສະກຸນ-ອາລຸນ” ແລະ “ຄົນທີ່ມີຊື່-ອາລຸນ” ເປັນຈຳ ນວນຫຼວງຫຼາຍ, ເມື່ອຂຽນຄຳວ່າ “ແສງອະລຸນ” ບໍ່ປາກົດມີຄຳນີ້ປະກົດເລີຍ, ເມື່ອຂຽນຄຳວ່າ “ແສງອາລຸນ” ກັບພົບຄຳນີ້ທັງຊື່, ນາມສະກຸນ ແລະຊື່ສະຖານທີ່ດ້ວຍ, ເມື່ອຊອກຄຳຄ້າຍຄຽງ ແລະຄຳເໝືອນ, ເຊັ່ນອະລຸນສະຫວັດ ຫຼືອາລຸນສະຫວັດ, ຫຼືອາລຸໂນໄທ ແລະອະລຸໂນໄທ ບໍ່ປາກົດຄຳເລົ່ານີ້ເລີຍ ອັນນີ້ກໍບໍ່ເປັນເລື່ອງແປກ ເນື່ອງຈາກເວບສາລະ ແລະຄວາມຮູ້ໃນພາສາລາວເຮົາຍັງບໍ່ທັນມີແຜ່ຫຼາຍ ແຕ່ຄຳທີ່ກ່າວມາຂ້າງເທິງນັ້ນ ແຕ່ສະກົດດ້ວຍໂຕ “ຣ” ອັນເປັນ ຮາກສັບເດີມນັ້ນ ຍິ່ງບໍ່ມີແນ່ນອນ ເພາະໂຕ “ຣ” ນີ້ ເຖິງວ່າຈະປະກາດໃຊ້ໃນໝວດອັກສອນລາວແລ້ວກໍຕາມ ແຕ່ວ່າ ບໍ່ມີສິດທິທີ່ຈະຂຽນພາສາ ລາວໄດ້.
ເມື່ອປ້ອນຄຳຄົ້ນຫາຄຳວ່າ “ອະນຸກັບອານຸ” ລົງໄປ ກໍພົບທັງສອງຄຳນີ້ທັງຊື່ຄົນ, ຊື່ສະກຸນ ແລະຊື່ສະຖານທີ່ ປາກົດຢູ່ຫຼາຍ ແຕ່ປາກົດວ່າຄຳ ວ່າ “ອານຸ” ຈະມີຫຼາຍກວ່າ.
ສະນັ້ນ, ເມື່ອປະມວນທັງສອງຄຳນີ້ ຄື “ອະລຸນ ແລະອະນຸ” ອັນເປັນຄຳຂຽນຖືກໃນຫຼັກໄວຍາກອນນັ້ນ, ເຫັນວ່າຄົນລາວເຮົາຍັງໃຊ້ຄຳ ທັງສອງນີ້ ຄົນລາວເຮົາຂຽນຜິດເປັນຈຳນວນຫຼາຍ ຍັງບໍ່ເວົ້າເຖິງ ຄຳເລົ່ານີ້ທີ່ຂຽນໃນໜັງສື ທັງຊື່, ທັງນາມສະກຸນ ແລະຊື່ສະຖານທີ່, ທັງສ່ວນຕົວ, ທາງການ ອັນນີ້ຍ່ອມສະແດງໃຫ້ເຫັນໝາກຜົນຂອງການໃຊ້ພາສາທີ່ຜິດຂອງຄົນລາວຈຳນວຫຼາຍ ອັນສືບເນື່ອງມາ ຈາກການຂາດຄວາມເອົາໃຈ ໃສ່ທາງພາສາຕະຫຼອດ ຮອດຜົນທີ່ໄວຍາກອນລາວກຳນົດໃຫ້ຂຽນຕາມສຽງ, ເມື່ອມີການກຳນົດໃຫ້ຂຽນຕາມສຽງແລ້ວ ຄຳວ່າ “ອາລຸນ ແລະ ອານຸ” ນັ້ນ, ເຖິງຖ້າຈະຜິດທາງໄວຍາກອນກໍຕາມ ແຕ່ບໍ່ຜິດຕາມສຽງ ເພາະເຮົາພົບວ່າ ຄົນລາວພາກເໜືອ ຫຼືຄົນລາວໃນທ້ອງຖິ່ນນັ້ນ ເຂົາກໍອອກ ສຽງຕາມປົກກະຕິຂອງເຂົາເຊັ່ນນັ້ນຢູ່ແລ້ວ ອີກອັນໜຶ່ງພາສາເວົ້ານັ້ນສາມາດປ່ຽນແປງໄດ້ ເມື່ອສັງຄົມປ່ຽນແປງ ແລະສະຖານທີ່ຂອງຄົນປ່ຽນແປງ ການສຶກສາປ່ຽນແປງໄດ້ ແຕ່ພາສາຂຽນນັ້ນຈະບໍ່ປ່ຽນແປງ ເພາະຖືກບັນທຶກໄວ້ໜັງສື ຕາບໃດປຶ້ມນັ້ນບໍ່ຂາດສິ້ນ ການຂຽນຜິດ ນັ້ນຈະຍັງປາກົດ ຕົວຢູ່ຢ່າງນັ້ນ, ນອກຈາກນັ້ນ ມັນຍັງໄດ້ແນະນຳພ່ຳສອນຄົນທີ່ອ່ານໃຫ້ຢຶດຖືເອົາແບບຜິດໆນັ້ນ ໄປ ອີກຫາກຄົນທີ່ບໍ່ເກ່ງຫຼັກໄວຍາກອນໄປອ່ານພົບ ເຂົ້າ ກໍຖືເປັນບົດຮຽນໄປຕະຫຼອດສືບລູກສືບຫຼານໄປໃນທາງຜິດໆ ຈົນຍາກທີ່ເອົາຄືນ ກູ້ຄືນໄດ້.
ກ່ຽວກັບຄຳວ່າ “ອະລຸນ-ອະນຸ” ນັ້ນ, ມີການໃຊ້ຜິດຫຼາຍ ເຊັ່ນ “ແສງອາລຸນ, ອາລຸນໃໝ່, ອາລຸນຮັກ, ອາລຸນສະຫວັດ, ອານຸຖາ, ອານຸພາກ, ອານຸພັນ, ອານຸມານ, ອານຸວົງ ແລະອື່ນ” ຄຳເຫຼົ່ານີ້ລ້ວນແຕ່ສະກົດດ້ວຍ “ອະ” ທັງນັ້ນ ຖ້າໃສ່ “ອາ” ດັ່ງທີ່ຍົກຕົວຢ່າງມານັ້ນນັບວ່າຜິດທັງຮູບ, ສຽງ ແລະຄວາມໝາຍຂອງພາສາລາວຢ່າງຍິ່ງ.
ປະໂຫຍກ ທີ່ຍົກມາທັງໝົດນັ້ນ ຈັກບໍ່ແປ ແລະອະທິບາຍທີ່ມາຂອງຄຳ ເນື່ອງຈາກວ່າ ໃນບົດຂຽນເລື່ອງນີ້ ບໍ່ໄດ້ຕັ້ງໃຈຂຽນໃຫ້ເປັນການຮຽນ ຫຼັກໄວຍາກອນ ແຕ່ຈະຍົກມາໃຫ້ເຫັນຄວາມເສື່ອມເສັຍຂອງພາສາລາວ ທີ່ຄົນລາວເຮົາເອງໃນຍຸກປັດຈຸບັນ ຍັງບໍ່ທັນສົນໃຈປົກປັກຮັກສາ ແລະພັດທະນາໃຫ້ຢູ່ຄູ່ລາວ ແລະຄູ່ໂລກຕໍ່ໄປ.
ບົດຂຽນບົດນີ້ ຈະບໍ່ແນະນຳໃຫ້ພາກສ່ວນກ່ຽວຂ້ອງພັດທະນາ ຫຼືເຮັດຫຍັງ ເພາະພາກສ່ວນກ່ຽວຂ້ອງຍ່ອມຮູ້ຈັກໜ້າທີ່ເອງແລ້ວ ແລະບົດ ຂຽນອື່ນໆ ໄດ້ແນະວິທີການຫຼາຍແລ້ວ, ພຽງຢາກແຕ່ຍົກໃຫ້ເຫັນວ່າ ພາສາລາວເຮົາ ກຳລັງກ້າວເຂົ້າໄປທາງເສື່ອມເປັນສ່ວນຫຼາຍ ທີ່ຍົກ ມານັ້ນເປັນພຽງຄຳ ທີ່ໃຊ້ “ອະນຸ-ກັບ-ອະລຸນ” ເທົ່ານັ້ນ ຍັງມີຄຳຫຼາຍຄຳ ທີ່ຂາດຕົກບົກຜ່ອງ ແລະສູນເສັຍເອກະລັກທາງຮູບສັບ, ສຽງ, ຄວາມໝາຍ ແລະວິທີໃຊ້, ພວກເຮົາຍັງຊິວ່າພາລາວຍັງສົມບູນຢູ່ອີກບໍ ?

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໔໒ ກະທູ້
໗໙໐ ໂພສ
ຊຳນານການເວັບບອດ
ບໍ່ມີຄຳເຫັນ ເພາະຕົກພາສາລາວ

K.Soubandith

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອືມມ໌
ສ່ວນໃຫຍ່ຄົນລາວ ຈະຕົກພາສາລາວຢູ່ແລ້ວ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໑ ກະທູ້
໔໓໘ ໂພສ
ຊຳນານການເວັບບອດ
ຂ້ອຍກະຕົກຄືກັນ ພາສາລາວ ມີຫຼາຍຄົນກໍ່ໃຊ້ຕ່າງກັນໄປຫຼາຍແນວ ຄວນຈະມີກຳນົດໃຫ້ແນ່ໆວ່າໂຕໃດຖືກແທ້ ຄວນຈະໃຊ້ໂຕໃດ

ບັນຫາຂອງພາສາລາວຍັງມີຫຼາຍບັນຫາທີ່ຍັງສັບສົນກັນຢູ່

何よりも真実を貴ぶ

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
- ກຳນົດໃຊ້ກະດີ ແຕ່ດີແທ້ແມ່ນຮຽນນຳໜັງສືລາວບູຮານ/ຜົນໜຶ່ງທີ່ໃຫ້ຄົນລາວອ່ອນພາສາລາວຄື
໑. ເຂົ້າໃຈວ່າໜັງສືທັມ ເປັນໜັງສືພຣະພຸດທະເຈົ້າ ຫຼືໜັງສືອິນເດັຍ.
໒. ເຂົ້າໃຈວ່າພາສາລາວ/ກັບໄທຍ໌ຕ່າງກັນ ແລະຕີຣາຄາວ່າ ພາສາອີສານເປັນພາສາໄທຍ໌.
໓. ບໍ່ສຶກສາພາສາໃນວັນນະຄະດີ.
-----------------
ບໍ່ລົງລອຍກັນເອງໃນໝູ່ຄົນລາວ ຕັ້ງແຕ່ອະດີດຮອດປັດຈຸບັນ ເພາະປັນຍາເຍົາ, ເພາະຮັກຊາດ ແບບບໍ່ໄດ້ສຶກສາເຫງົ້າກໍຂອງຄົນລາວຈິງຈັງ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
www.vientianemai.net/news.php?TopicID=4&NewsID=1002

www.vientianemai.net/news.php?TopicID=4&NewsID=863

www.vientianemai.net/news.php?TopicID=4&NewsID=344

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໔ ກະທູ້
໒໙໗໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂ້ອຍກະຕົກພາສາລາວຄືກັນ

ຊີວິດຄືບົດເພງ ເຮົາຕ້ອງບັນເລງເລື້ອຍໄປ

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຕົກກະຮຽນໃໝ່ ຮຽນເລື້ອຍໆໄປ

- ຍອມຮັບຮູ້

- ຍອມເປີດກວ້າງ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒