ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ພາສາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ພາສາ » ສົນໃຈພາສາລາວ.

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ພາສາລາວ ຖ້າສອນຄົນຕ່າງປະເທດເຂົາກໍ່ງົງຫຼາຍເຕີບຢູ່ບ່ອນຄຳທີ່ໃຊ້ປົນໆກັນເຊັ່ນ:

ຕົວຢ່າງ: ຄຳວ່າ

ເຂົ້າ= ເຂົ້າກິນ, ເຂົ້າປະຕູ, ເຂົ້າໆອອກໆ...

ຄຳ = ເງິນຄຳ, ຄຳໆບາຍໆ....

ລາວ = ປະເທດລາວ, ລາວບໍ່ໄປ, ລາວມາເຮືອນ. ຄຳນີ້ລະສົນໃຈຫຼາຍ ສົມມຸດວ່າ:

ສົມມຸດມີໝູ່ຄົນຕ່າງປະເທດເປັນໝູ່ເຮົາ, ເຮົາລະໄປລົມຄົນລາວນຳກັນ, ໝູ່ລາວເຮົາລະຖາມເຖິງໝູ່ຄົນຕ່າງປະເທດວ່າ: ລາວມາແລ້ວຫວາ?
ຕອບ: ລາວຢູ່ໃສ ລາວບໍ່ແມ່ນຄົນລາວ, ຄືບໍ່ເວົ້າວ່າ: ໄທມາແລ້ວຫວາ? ຫຼື ຫວຽດມາແລ້ວບໍ? ຫຼື ຈີນ ຫຼື ອື່ນໆໆໆ

ຄືບໍ່ໃຊ້ຄຳວ່າ ເພິ່ນ ແທນ ຄຳວ່າ ລາວ ເນາະ ງົງໆ

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໃຊ້ໄດ້ຫລາຍແນວ
ລາວ ກະຄືກັນ ເປັນຄຳແທນນາມກະໄດ້ ຄືເຈົ້າວ່າຫັ້ນແຫລະ ເອັ່ນ: ລາວໄປໃສແລ້ວ ?

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ່ອຍໆ ລືມເປີດສົດ ຫະຫະໆ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໕ ກະທູ້
໒໗໓໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ພາສາລາວອຸດົມສົມບູນ

໑໐ ກະທູ້
໖໒໗ ໂພສ
ຊຳນານການເວັບບອດ
ເລື່ອງມີຢູ່ວ່າ: ມີສອງສ່ຽວເດີນທາງຈາກນະຄອນຫຼວງວຽງຈັນໄປສະຫວັນນະເຂດດ້ວຍລົດສ່ວນຕົວຄົນລະຄັນ
ຄົນໜຶ່ງຂັບໄວ ແລະ ຄົນສອງຂັບຊ້າກວ່າ. ພໍຄົນໜຶ່ງເຖິງບ້ານ ກໍ່ໂທລະສັບຫາ ຄົນສອງ
ຄົນໜຶ່ງ: ສ່ຽວຮອດໃສແລ້ວ?
ຄົນສອງ : ຮອດຄຳມ່ວນ
ຄົນໜຶ່ງ: ມຶງຍັງຄຳມ່ວນຢູ່ຫັ້ນຫວະ, ກູຮອດສະຫວັນແຕ່ດົນແລ້ວ.
ຄຳນາມເດີ ຢ່າເຂົ້າໃຈວ່າແມ່ນຄຳ ກິຣິຍາ. ເພາະມັນຈະແຕກຕ່າງຄວາມໝາຍນະ.

ມີຄວາມຮູ້ແຕ່ບໍ່ເຮັດຫຍັງໃຫ້ເກີດຜົນ ກໍ່ບໍ່ຕ່າງຫຍັງກັບຄົນໂງ່ຄົນໜຶ່ງ.

໑໑ ກະທູ້
໓໒໗ ໂພສ
ຊຳນານການເວັບບອດ
ຊິເຮັດແນວໃດໄດ້ແນວ ພາສາລາວ ຕັ້ງເປັນແບບນີ້. ຖ້າຄົນຕ່າງປະເທດບໍ່ຢາກງົງເຂົາກໍ່ຕ້ອງຮຽນຮູ້ໃຫ້ເກັ່ງ

໑໑ ກະທູ້
໓໒໗ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ chitvilay ຂຽນວ່າ...
ເລື່ອງມີຢູ່ວ່າ: ມີສອງສ່ຽວເດີນທາງຈາກນະຄອນຫຼວງວຽງຈັນໄປສະຫວັນນະເຂດດ້ວຍລົດສ່ວນຕົວຄົນລະຄັນ
ຄົນໜຶ່ງຂັບໄວ ແລະ ຄົນສອງຂັບຊ້າກວ່າ. ພໍຄົນໜຶ່ງເຖິງບ້ານ ກໍ່ໂທລະສັບຫາ ຄົນສອງ
ຄົນໜຶ່ງ: ສ່ຽວຮອດໃສແລ້ວ?
ຄົນສອງ : ຮອດຄຳມ່ວນ
ຄົນໜຶ່ງ: ມຶງຍັງຄຳມ່ວນຢູ່ຫັ້ນຫວະ, ກູຮອດສະຫວັນແຕ່ດົນແລ້ວ.
ຄຳນາມເດີ ຢ່າເຂົ້າໃຈວ່າແມ່ນຄຳ ກິຣິຍາ. ເພາະມັນຈະແຕກຕ່າງຄວາມໝາຍນະ.

ມີຄວາມໝາຍເນາະ

ກຳລັງ ຄຳມ່ວນໆ ຢູ່ວ່າຕິ

໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ພາສາລາວຂ້ອຍວ່າ ບໍ່ສົມບູນນະ ເອົາແຕ່
- ໄx , ໃx ຕ່າງປະເທດຄືຊິງົງວ່າອ່ານຄືກັນ ຈັກຊິຂຽນໂຕໃດ ຂ້ອຍຄົນລາວແທ້ໆຍັງຮູ້ບໍ່ໝົດ.
- ຕົວ "ຣ" ກະເອົາອອກ ພາສາໃດຊິບໍ່ມີຫັນລີ້ນ .
.......

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໄx ໃx ອາໃສວ່າ ສະຫຼະ ໃx ພາກເໜືອຈະອອກສຽງ ເອີ

໒໒ ກະທູ້
໒໗໔ ໂພສ
ນັກການກະທູ້
ເຮົາຕ້ອງຮູ້ວ່າຄຳໆນັ້ນມັນເຮັດຫນ້າທີ່ຫຍັງ, ມັນໄປຂະຫຍາຍຄຳໃດໃນປະໂຫຍກນັ້ນໆ. ໃນພາສາບ້ານເພິ່ນກໍ່ຄືກັນ ເຊັ່ນ ຄຳວ່າ "for" ຖ້າເປັນຄຳຕໍ່ກໍ່ຄວາມຫມາຍນຶ່ງ ແລະຄຳເຊື່ອມກໍ່ຄວາມຫມາຍນຶ່ງ...

"ປະເທດ" ເປັນພາສາປາລີ ກໍ່ຄືປະເທດທົ່ວໆໄປ ຕ້ອງໄດ້ເອົາຄຳວ່າ ລາວ, ໄທ ຫຼື ຈີນ ... ມາຂະຫຍາຍຄວາມຕື່ມ ເພື່ອໃຫ້ມີຄວາມຫມາຍຄົບຖ້ວນ ເຊັ່ນ "ປະເທດລາວ " ໃນນີ້ "ລາວ"ເຮັດຫນ້າທີ່ຂະຫຍາຍ "ປະເທດ" ສ່ວນ "ລາວບໍ່ໄປ" ກັບ "ລາວມາເຮືອນ" ຄຳວ່າ "ລາວ" ເປັນຄຳແທນນາມເຮັດຫນ້າທີ່ເປັນປະທານໃຫ້ກິລິຍາ "ບໍ່" ກັບ "ມາ"

໒໒ ກະທູ້
໒໗໔ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ luffy ຂຽນວ່າ...
ພາສາລາວຂ້ອຍວ່າ ບໍ່ສົມບູນນະ ເອົາແຕ່
- ໄx , ໃx ຕ່າງປະເທດຄືຊິງົງວ່າອ່ານຄືກັນ ຈັກຊິຂຽນໂຕໃດ ຂ້ອຍຄົນລາວແທ້ໆຍັງຮູ້ບໍ່ໝົດ.
- ຕົວ "ຣ" ກະເອົາອອກ ພາສາໃດຊິບໍ່ມີຫັນລີ້ນ .
.......

ຕາມຄວາມເຂົ້າເຈີ (ໃຈ) ຂອງຕົນເອງ

ໄມ້ມ້ວນ (ໃx) ກໍ່ເອົາຕາມສຽງໄທເຫນືອຫຼືໄທຜູ່ໄທ ອອກສຽງ ເອີ ເຊັ່ນ: ແມ່ນເຜີ (ແມ່ນໃຜ), ຢູ່ເກີ້ (ຢູ່ໃກ້), ໄປກະເລີ (ໄປໃສ), ໄທບ້ານເຕີ້ (ໄທບ້ານໃຕ້), ນ້ຳເສີ (ນ້ຳໃສ), ເອົາໃສ່ (ເອົາເສີ່), ເອົາໃຫ້ (ເອົາເຫີ້)...

ສ່ວນໄມ້ມາຍ (ໄx) ເປັນຕາເສຍດາຍທີ່ດຽວນີ້ເຮົາປະຖິ້ມການເຄົ້າການຂຽນແບບປາລີ "ໄx" ຈະເອົາຕາມການຂຽນແບບປາລີ ເຊັ່ນ: ປັດຈັຍ (ປັດໄຈ), ວິຈັຍ (ວິໄຈ), ວິທະຍາລັຍ (ວິທະຍາໄລ), ພວງມາລັຍ (ພວງມາໄລ)...

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ chitvilay ຂຽນວ່າ...
ເລື່ອງມີຢູ່ວ່າ: ມີສອງສ່ຽວເດີນທາງຈາກນະຄອນຫຼວງວຽງຈັນໄປສະຫວັນນະເຂດດ້ວຍລົດສ່ວນຕົວຄົນລະຄັນ
ຄົນໜຶ່ງຂັບໄວ ແລະ ຄົນສອງຂັບຊ້າກວ່າ. ພໍຄົນໜຶ່ງເຖິງບ້ານ ກໍ່ໂທລະສັບຫາ ຄົນສອງ
ຄົນໜຶ່ງ: ສ່ຽວຮອດໃສແລ້ວ?
ຄົນສອງ : ຮອດຄຳມ່ວນ
ຄົນໜຶ່ງ: ມຶງຍັງຄຳມ່ວນຢູ່ຫັ້ນຫວະ, ກູຮອດສະຫວັນແຕ່ດົນແລ້ວ.
ຄຳນາມເດີ ຢ່າເຂົ້າໃຈວ່າແມ່ນຄຳ ກິຣິຍາ. ເພາະມັນຈະແຕກຕ່າງຄວາມໝາຍນະ.

ຫະຫະໆ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໕ ກະທູ້
໒໗໓໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຊາວເກົ້າ=29
ເກົ້າຜົມ

໑໐໙ ກະທູ້
໙໑໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໝໍ້ແຫກແຕກກະໂປະ, ນ້ຳໃນໄຟຟືນ​, ສະແຕກແດກຫ້າ, ເຂົ້າໜຽວຈ້ຳປາແດກ ແຊບບໍ່ໃຫ້ເວົ້າ, ເດິກໆ ດື່ນໆ, ກາງຄ່ຳຍ່ຳຄືນ, ໝາກໄມ້ ໝາກຕອກ....

ຝລັ່ງງົງ ແຕ່ຂ້ອຍຮັກພາສາລາວຂອງຂ້ອຍ!!!

໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄົນລາວກັບຄົນລາວກໍ່ຍັງງົງກັນແລ້ວໂດຍສະເພາະແມ່ນການລົມກັນລະຫ່ວາງ
ຄົນທາງໃຕ້ກັບຄົນທາງເໜືອບາງຢ່າງກໍ່ຍັງບໍ່ເຂົ້າໃຈກັນຫລືເຂົ້າໃຈຜິດກໍ່ມີ..

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໕ ກະທູ້
໒໗໓໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
^
^
^
ແມ່ນໆໆ

໐ ກະທູ້
໙໑໐ ໂພສ
ຊຳນານການເວັບບອດ
ກະຕ້ອງຖາມຜູ້ກໍຕັ້ງລະບອບໃຫມ່ພຸ່ນແຫລ່ະ ເມື່ອກ່ອນພາສາລາວເຮົາເປັນແນວໃດເຮົາກະຮູ້ດີ...

There's a thin line between Life and Death, I wish for a Miracle to happen...

໔໙ ກະທູ້
໒໙໘ ໂພສ
ຊຳນານການເວັບບອດ
ຖາມຫຍັງຖາມຂ້ອຍກະໄດ້

ບ່ອນໃດມີຄວາມສຸກບ່ອນນັ້ນຕ້ອງມີທຸກ:

໒ ກະທູ້
໕໕ ໂພສ
ຂາປະຈຳເວັບບອດ
ມິປັນຫາທຸກພາສາຫັ່ນລະ

ວິທະຍາສາດຄວນຮູ້null