ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ພາສາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ພາສາ » ນັນທະນາການ ໝາຍເຖີງຫຍັງ? ມັນແມ່ນພາສາລາວ ຫຼື ວ່າພາສາບ້ານໃກ້ເຮືອນຄຽງ?

໘ ກະທູ້
໑໔໗ ໂພສ
ນັກການກະທູ້
ຂໍຄຳແນະນຳນຳຜູ້ຮູ້ແນເນາະ ! ຄຳວ່າ ນັນທະນາການ ໝາຍເຖີງຫຍັງ?


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
http://laodictionary.net/

ເບິ່ງໃນດິກເຊິນນາຣີຕາມລິ້ງນັ້ນ
ຂ້ອຍໃຊ້ບໍ່ເປັນນະ


໑໐໙ ກະທູ້
໙໑໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ກ້າສອນແຂ້ລອຍນ້ຳດອກ ແຕ່ເທົ້າທີ່ຮູ້ຄື:
ນັນທະນາການ ພາສາອັງກິດວ່າ "Recreation" ໝາຍເຖິງ ກິດຈະກຳຕ່າງໆທີ່ບຸກຄົນເຂົ້າຮ່ວມໃນເວລາວ່າງໂດຍບໍ່ມີການບັງຄັບ ຫຼືເຂົ້າຮ່ວມດ້ວຍຄວາມສະມັກໃຈ!!
ຖ້າບໍ່ຖືກກໍ່ຂໍອະໄພ!!!

ຂອບໃຈ!!


໓ ກະທູ້
໔໐ ໂພສ
ຂາປະຈຳເວັບບອດ
ນັນທະນາການ ເປັນພາສາປາລີ ໃຊ້ເປັນທາງການ ເຊ່ນ ກິດຈະກຳນັນທະນາການ ຫມາຍເຖິງ ຄວາມມ່ວນຊື່ນ ຄວາມບັນເທິງ ລັກສະນະຂອງນັນທະນາການຕ້ອງມີຮູບແບບຊັດເຈນ ວ່າຈະເຮັດຫຍັງ (ຮູບແບບບໍ່ຕາຍໂຕ)
ຖ້າບໍ່ເປັນທາງການ ກິດຈະກຳມ່ວນອົກມ່ວນໃຈ

ຖ້າບໍ່ສ້າງຄຳສັບຂື້ນມາໃຫມ່ສຳຫຼັບໃຊ້ສະເພາະຂອງເຮັາ ກະຈຳເປັນຕ້ອງຍືມຂອງຜູ້ອື່ນມາໃຊ້
ຄືກັນກັບ ຄຳວ່າ ວິໄສທັດ ຍຸດທະສາດ


໑໖ ກະທູ້
໑໖໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄວາມມ່ວນຊື່ນ

ໂຈນຫ້າຮ້ອຍສອງເທື່ອເປັນພັນ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ຈື່ລະ ແປວ່າຫຍັງນໍ? ປະມານວ່າ: ມອບແດ່ຂອງຂວັນແຫ່ງໄມຕີຈິດ ອິຫຍັງປະມານນີ້ລະ


໒໒ ກະທູ້
໒໗໔ ໂພສ
ນັກການກະທູ້
ຂໍໂທດ! ຜຂບໍ່ໄດ້ຮູ້ ແຕ່ຢາກຕອບ... ຖາມວ່າ ມັນແມ່ນພາສາລາວ ຫຼື ວ່າພາສາບ້ານໃກ້ເຮືອນຄຽງ? ຕອບວ່າພາສາລາວ ຫຼື ວ່າພາສາບ້ານໃກ້ເຮືອນຄຽງ
ກໍ່ມາຈາກເຄົ້າດຽວກັນ...
ເຄີຍໄດ້ຍິນຄຳເວົ້າວ່າ "ນຳເອົາເຄື່ອງຂອງມານັນທະນາການ..."
ຖ້າຈະໃຫ້ເປັນກິດຈະກຳ ຄືດ້ານເທິງວ່າມານັ້ນ ຕ້ອງໄດ້ຕື່ມກິດຈະກຳໃສ່ ເປັນ "ກິດຈະກຳນັນທະນາການ"
ລຳພັງ "ນັນທະນາການ" ບໍ່ໄດ້ຫມາຍເຖິງກິດຈະກຳຕ່າງໆໄດ້ ອາດຈະເປັນໄດ້ພຽງ ອາການທີ່ສະແດງອອກ
ເບິ່ງເຄົ້າຄຳສັບແລ້ວ "ການ" ຄືຊິແມ່ນມາຈາກ "ອາການ" ທີ່ໄດ້ສົນຖິ ຫຼື ສມາດກັບຄຳອື່ນມາ

ຜິດພາດຂໍອະໄພຍະໂທດນຳແດ່! ອິໆໆໆ



໑໐໙ ກະທູ້
໙໑໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Lem ຂຽນວ່າ...
ຂໍໂທດ! ຜຂບໍ່ໄດ້ຮູ້ ແຕ່ຢາກຕອບ... ຖາມວ່າ ມັນແມ່ນພາສາລາວ ຫຼື ວ່າພາສາບ້ານໃກ້ເຮືອນຄຽງ? ຕອບວ່າພາສາລາວ ຫຼື ວ່າພາສາບ້ານໃກ້ເຮືອນຄຽງ
ກໍ່ມາຈາກເຄົ້າດຽວກັນ...
ເຄີຍໄດ້ຍິນຄຳເວົ້າວ່າ "ນຳເອົາເຄື່ອງຂອງມານັນທະນາການ..."
ຖ້າຈະໃຫ້ເປັນກິດຈະກຳ ຄືດ້ານເທິງວ່າມານັ້ນ ຕ້ອງໄດ້ຕື່ມກິດຈະກຳໃສ່ ເປັນ "ກິດຈະກຳນັນທະນາການ"
ລຳພັງ "ນັນທະນາການ" ບໍ່ໄດ້ຫມາຍເຖິງກິດຈະກຳຕ່າງໆໄດ້ ອາດຈະເປັນໄດ້ພຽງ ອາການທີ່ສະແດງອອກ
ເບິ່ງເຄົ້າຄຳສັບແລ້ວ "ການ" ຄືຊິແມ່ນມາຈາກ "ອາການ" ທີ່ໄດ້ສົນຖິ ຫຼື ສມາດກັບຄຳອື່ນມາ

ຜິດພາດຂໍອະໄພຍະໂທດນຳແດ່! ອິໆໆໆ



ອະທິບາຍໄດ້ຈະແຈ້ງດີ!!!
ນັບຖື!!


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກະທູ້ນີ້ກໍ່ຖາມຄືກັນເລີຍສ້າງຂຶ້ນເມື່ອ 4 ເດືອນກ່ອນ ຄລິກອ່ານເລີຍ ອິອິ

ຫຼື ຕາມລິ້ງນີ້: http://urlder.com/qWll5Y

ອະພິນັນທະນາການ = ນ. ການສະແດງຄວາມຍິນດີອັນຍິ່ງ
ຈາກ: ວັຈນານຸກົມ ພາສາລາວ
ໂດຍ: ມະນີວົງ ເພັຽແກ້ວ.
ຫນ້າທີ 777.


໘ ກະທູ້
໑໔໗ ໂພສ
ນັກການກະທູ້
ຂອບໃຈຫຼາຍຯທຸກທ່ານທີ່ສະລະເວລາເຂົ້າມາຕອບກະທູ້ຂອງຂ້າພະເຈົ້າ