ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ພາສາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ພາສາ » ຄວາມໝາຍຂອງຄຳມູນ

໔ ກະທູ້
໓໔ ໂພສ
ຂາປະຈຳເວັບບອດ
ຕາມຫົວຂໍ້ເລີຍມີໃຜຮູ້ແດ່ວ່າຄຳມູນມີຄວາມໝາຍວ່າແນວໃດ, ມີທີ່ມາຄືແນວໃດ(ຕົ້ນກຳເນີດ)
ມີໃຜຮູ້ຊ່ວຍບອກແດ່ເດີ ຂອບໃຈລ່ວງໜ້າຫຼາຍໆໆ

໑໑໖ ກະທູ້
໔໑໑ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ Aja ຂຽນວ່າ...
ຕາມຫົວຂໍ້ເລີຍມີໃຜຮູ້ແດ່ວ່າຄຳມູນມີຄວາມໝາຍວ່າແນວໃດ, ມີທີ່ມາຄືແນວໃດ(ຕົ້ນກຳເນີດ)
ມີໃຜຮູ້ຊ່ວຍບອກແດ່ເດີ ຂອບໃຈລ່ວງໜ້າຫຼາຍໆໆ

ອັກຂະລະວິທີ

Lao Grammar

ຄວາມຫມາຍ || Définition / Definition

“ຄໍາມູນ” ຫມາຍເຖິງ ຄໍາເວົ້າ ທີ່ ມີ ມາ ເເຕ່ ດັ້ງເດີມ ໃນ ພາສາ ລາວ ເເລະ ມີ ມາ ກ່ອນ ກໍາເນີດ ຂອງ ພວກເຮົາ ນຶ່ງ ທີ່ ໄດ້ເກີດ ໃນ ຕະກຸນ ພາສາ ລາວ ເເລະ ກໍ ບໍ່ ໄດ້ເປັນ ຄໍາ ທີ່ ຖືກ ເເຕ່ງ ຂຶ້ນ ໃຫມ່ ນຶ່ງ

ຫມາຍຄວາມວ່າ ຄໍາ ຕ່າງໆ ເຫລົ່ານັ້ນ ເເມ່ນ ຄົນລາວ ເປັນ ຜູ້ ຜລິດຄິດເເຕ່ງ ຂຶ້ນ ເອງ ດ້ວຍເຫດນີ້ ເພິ່ນ ຈຶ່ງ ຮຽກ ມູນ ເພາະວ່າ ຄໍາລາວ ຕ່າງໆ ເຫລົ່ານັ້ນ ໄດ້ກາຍ ເປັນ ມູນ ເເລະ ເປັນ ມໍຣະດົກ ອັນ ເເທ້ຈິງ ຂອງ ຄົນລາວ ທັງຫມົດ ທັງປວງ ທີ່ ໄດ້ຕົກທອດ ຈາກ ບັນພະບຸຣຸດ ເປັນ ຕົ້ນ ມາ ຈົນ ເຖິງ ເທົ່າ ທຸກ ວັນ ນີ້ເອງ
ມັນ ອາດ ຈະ ເປັນ ຄໍາ ທີ່ ຢືມ ມາ ຈາກ ພາສາ ອື່ນ ເເຕ່ຫາກວ່າ ຄໍາເຫລົ່ານັ້ນ ໄດ້ກາຍມາ ເປັນ ພາສາ ລາວ ຢ່າງ ສົມບູນ ເເບບ ເເລ້ວ ດັ່ງ ຕົວຢ່າງ ຂ້າງລຸ່ມນີ້

ຂັນ ===> ທີ່ ມາ ຈາກ ຂັນທະ
ບາດ ===> ບາທະ
ບຸດ ===> ປຸຕຕະ
ບິດາ ===> ປິຕາ
ດາຣາ ===> ຕາຣາ
ສົງ ===> ສັງຄະ
ຈີວອນ ===> ຈີວະຣະ
ປາຖນາ
ວາສນາ
ຯລຯ
ຊຶ່ງ ສັບ ທັງຫລາຍ ດັ່ງກ່າວນີ້ ຂ້າພະເຈົ້າ ຈະ ບໍ່ ນໍາ ມາ ກ່າວ ໃນ ທີ່ນີ້ ມີ ເເຕ່ ໃຫ້ ຮູ້ຈັກ ວ່າ ຄໍາ ຊນິດໃດ ເປັນ ຄໍາມູນ ຊຶ່ງ ຫມາຍເຖິງ ຄໍາລາວ ເເທ້ ທີ່ ເພິ່ນ ໃຊ້ ໃນ ພາສາ ລາວ ມາ ໄດ້ ດົນ ເເລ້ວ

ຄໍາອະທິບາຍ || Explication / Explanation
ຄໍາມູນ ທີ່ ເປັນ ຄໍາລາວ ເເທ້ໆ ສ່ວນຫລາຍ ມັກ ຈະ ມີ ພຽງເເຕ່ ພຍາງດຽວ ເເລະ ຄໍາມູນ ທີ່ ເປັນ ຄໍາລາວ ເເທ້ ເຫມືອນກັນ ເເລະ ທີ່ ມີ ສອງ ພຍາງ ຈະ ມີ ສ່ວນນ້ອຍ ສ່ວນ ຄໍາມູນ ທີ່ ໄດ້ເເຕ່ງ ຂຶ້ນ ຈາກ ພາສາ ບາລີ ເເລະ ສັນສະກຣິດ ຈະ ມີ ສອງ ພຍາງ ຂຶ້ນໄປ ຢ່າງຕໍ່າສຸດ ເເຕ່ ບາງຄັ້ງ ບາງຄາວ ເຮົາ ກໍ ອາດ ຈະ ງົງ ໄປ ວ່າ ຄໍາໃດ ເເທ້ ເປັນ ຄໍາມູນ ເເລະ ຄໍາໃດ ທີ່ ບໍ່ ເປັນ ຄໍາມູນ ຍ້ອນ ສາຍເຫດ ການຂຽນ ທີ່ ບໍ່ ເປັນ ຣະບຽບ ຂອງ ຄົນລາວ ໃນ ປັດຈຸບັນ ນັ້ນເອງ ເເລະ ບໍ່ ຢູ່ ໃນ ຣະດັບ ມາຕຖານ ອີກດ້ວຍ ດັ່ງ ຕົວຢ່າງ ຂ້າງລຸ່ມນີ້ ຄື

“ຂັນ” ທີ່ ເປັນ ກິຣິຍາ ເປັນ ຄໍາມູນ ດັ່ງ ໄກ່ ຂັນ ເເລະ ນໍ້າ ຂັນ ເປັນຕົ້ນ

“ຂັນ” ທີ່ ເປັນ ນາມ ຫມາຍເຖິງ ພາຊນະ ຫລື ເຄື່ອງໃຊ້ ເເນວນຶ່ງ ດັ່ງ ຂັນເງິນ ຂັນຄໍາ ເປັນຕົ້ນ

“ຂັນ” ທີ່ ເປັນ ນາມ ດັ່ງ ດັບ ຂັນ ຊຶ່ງ ຂັນ ຄໍານີ້ ເປັນ ຄໍາ ທີ່ ໄດ້ຢືມ ຈາກ ພາສາ ບາລີ ຂັນທະ ເເຕ່ ເມື່ອ ເພິ່ນ ເເຜງ ມາ ເປັນ ຄໍາລາວ ເພິ່ນ ພັດ ຂຽນ ພຽງເເຕ່ ຂັນ ທີ່ ສະກົດ ດ້ວຍ ຕົວນໍ ( ◌ນ◌ ) ຢ່າງດຽວ ຂອງ ເເມ່ກັນ ອັນ ເປັນ ເຫດ ທີ່ ພາ ໃຫ້ ເດັກເລັກ ເດັກນ້ອຍ ເຂົ້າໃຈ ຍາກ ຖ້າ ເຮົາ ຂາດ ນາຍຄຣູ ເເລະ ຜູ້ຂຽນ ປຶ້ມ ທີ່ ມີ ຄວາມສາມາດ ອັນ ເເທ້ຈິງ

ຕົວຢ່າງ ຄໍາມູນ ທີ່ ມີ ເເຕ່ ພຍາງດຽວ
ອີງ ຕາມ ກົດ ຂອງ ການຂຽນ ວັຈນານຸກົມ ເເລ້ວ ເຮົາ ມີ ສິດ ຂຽນ ຄໍາມູນ ທີ່ ມີ ເເຕ່ ພຍາງດຽວ ເຂົ້າໃສ່ ໃນ ວັຈນານຸກົມ ສ່ວນ ຄໍາ ທີ່ ມີ ຈໍານວນ ພຍາງ ຫລາຍ ພຍາງ ນັ້ນ ຈະ ຕົກ ຢູ່ ໃນ ກໍຣະນີ ຄໍາປະສົມ ຄໍາສມາດ ຄໍາເເຜງ ເເລະ ຄໍາສົນທິ ເຮົາ ຈຶ່ງ ມີ ສິດ ຂຽນ ເຂົ້າໃສ່ ໃນ ວັຈນານຸກົມ ໄດ້

ພໍ່ ເເມ່ ອ້າຍ ເອື້ອຍ ນ້ອງ ລູງ ປ້າ ອາວ ອາ ນ້າ ລູກ ຫລານ ເຫລນ ຫລ້ອນ
ກູ ມຶງ ມັນ ຕູ ສູ ເສົາ ເຜືອ ເຂືອ ຂາ ຂ້ອຍ ເຈົ້າ ເພິ່ນ ລາວ ເຮົາ ກັນ ເຕງ ຮຽມ ຯລຯ
ນົກ ຫນູ ເປັດ ໄກ່ ຊ້າງ ມ້າ ງົວ ຄວາຍ ຫມາ ເເມວ ຫມັດ ເມັນ ເເລນ ເເຂ້ ຯລຯ
ເຮືອ ເຮືອນ ຊານ ຕ່າ ເເຫ ຂຽງ ຄົກ ມີດ ພ້າ ບ່ວງ ສ້ອມ ໂອ ບວຍ ສຽມ ຫລົ້ວ ຫລາວ ງ້າວ ໂຊ້ ຝອຍ ຯລຯ
ດິນ ນໍ້າ ລົມ ໄຟ ຝົນ ຟ້າ ຫ້ວຍ ຮ່ອງ ພູ ຜາ ຫຍ້າ ເຫລັກ ເງິນ ຄໍາ ຂາງ ກົ່ວ ຊືນ ຊີ ຯລຯ
ມ່ວງ ຜັກ ກ້ວຍ ອ້ອຍ ຯລຯ
ໄສ້ ພຸງ ມ້າມ ກ້າມ ຊີ້ນ ໄຂ ມັນ ຍ່ຽວ ຂີ້ ຜົມ ດູກ ເຂົາ ງາ ເລັບ ຯລຯ
ປ້າງ ໂປງ ເປະ ເຄ ໂລ້ ເລ່ວ ບອດ ຟາງ ຢັດ ຯລຯ
ເກັ່ງ ໄວ ຊ້າ ມ່ວນ ເຢັນ ຫນາວ ຮ້ອນ ຯລຯ
ໂທນ ເຄິ່ງ ດຽວ ປ່ຽວ ສູນ ( ທີ່ ໄດ້ ມາ ຈາກ ພາສາ ບາລີ ເເລະ ພາສາ ສັນສະກຣິດ ) ນຶ່ງ ສອງ ສາມ ສີ່ ຫ້າ ຫົກ ເຈັດ ເເປດ ເກົ້າ ສິບ ສິບເອັດ ຣ້ອຍ/ຮ້ອຍ ພັນ ຫມື່ນ ເເສນ ລ້ານ ໂກດ ( ທີ່ ມີ ເຄົ້າ ມາ ຈາກ ພາສາ ບາລີ ໂກຕິ ຊຶ່ງ ເເປວ່າ ສິບລ້ານ ) ກື້ ຕື້ ຕິ່ວ ຕົງ ຕັງ
ລົບ ບວກ ຄູນ ຫານ ສົມ ທົບ ຣວມ ( ຄໍາ ທີ່ ມີ ເຄົ້າ ມາ ຈາກ ພາສາ ບາລີ ກໍ ມີ ໃນ ທີ່ນີ້ ເເຕ່ ເພິ່ນ ໄດ້ປຽບ ເປັນ ພາສາ ລາວ ຢ່າງ ສົມບູນ ເເລ້ວ )
ຯລຯ

ຕົວຢ່າງ ຄໍາມູນ ທີ່ ມີ ສອງ ພຍາງ

ພໍ່ທວດ ເເມ່ທວດ ພໍ່ເຖົ້າ ພໍ່ຕູ້ ເເມ່ເຖົ້າ ເເມ່ຕູ້ ພໍ່ລູງ ເເມ່ປ້າ ພໍ່ອາວ ເເມ່ອາ ພໍ່ຕາ ເເມ່ນາຍ ນ້າບ່າວ ນ້າສາວ
ພວກກູ ພວກມຶງ ພວກມັນ ພວກສູ ເຜືອຂ້າ ເຂືອເຈົ້າ ຂາເຈົ້າ ພວກຂ້ອຍ ພວກເຈົ້າ ພວກເພິ່ນ ພວກເຮົາ ຯລຯ
ກະຮອກ ກະເເຕ ກະຕ່າຍ ກະເລັນ ກະຈິບ ກັບເເກ້ ຂີ້ກ້ຽມ ຕັກເເຕນ ( ອ່ານ ເປັນ ຕັກກະເເຕນ ກໍ ໄດ້ ເຫມືອນກັນ ) ຯລຯ
ກະຕ່າ ກະບຸງ ກະໂຊ້ ກະໂປະ ກະໂລ່ງ ກະປັ໊ອງ ຕະກຽງ ຂັ້ນໄດ ຫລັງຄາ ພາໂຕກ ຂີ້ຝອຍ ຯລຯ
ຂີ້ຕົມ ຂີ້ກົ່ວ ຂີ້ຊີ ຯລຯ
ຂີ້ກາກ ຂີ້ຫິດ ຂີ້ເຮື້ອນ ຂີ້ທູດ ຯລຯ
ຂີ້ຄຸຍ ຂີ້ອວດ ຂີ້ໂອ່ງ ຂີ້ໂມ້ ຫລິ້ນໂຕ ຖືໂຕ ຂີ້ເຫລົ້າ ຂີ້ເມົາ ຂີ້ລົ້ວ ຊູຊີ ຂີ້ສໍ້ ຂີ້ລັກ ຫີຄຽວ ໂຄັຍຄຽວ ຯລຯ
ຯລຯ

ຕົວຢ່າງ ຄໍາມູນ ທີ່ ມີ ສາມ ພຍາງ ຂຶ້ນ ໄປ

ສັມມະປິ ( ເຄົ້າບາລີ )
ສັມປິ ( ເຄົ້າບາລີ )
ສໍາມະປິ ( ເຄົ້າລາວ ເເລະ ຖ້າ ເປັນ ຄໍາລາວ ເເທ້ ມັນ ຕ້ອງ ຂຽນ ເເນວນີ້ )
ສລອກກອກ
ມະລົກຊົກເຊັກ
ມະໂລ່ງໂຄ່ງເຄ່ງ ( ໂຂ່ງເຂ່ງ ??? )
ອຶກກະທຶກ
ຯລຯ

ສລຸບຄວາມ || Conclusion
ເຖິງຢ່າງໃດ ກໍດີ ເຮົາ ບໍ່ ຮູ້ຈັກ ວ່າ ຄໍາໃດ ເເທ້ ທີ່ ໄດ້ຖືກ ປະສົມ ກັບ ຄໍາບາລີ ເເລະ ຄໍາສັນສະກຣິດ ຊຶ່ງ ປຽບ ເປັນ ຄໍາມູນ ໄດ້ ໃນ ພາສາ ລາວ ເນື່ອງຈາກ ວ່າ ການເເນະນໍາ ຂອງ ເພິ່ນ ຂາດ ຄວາມເເນ່ນອນ ນັ້ນເອງ

ເມື່ອ ເປັນ ດັ່ງນີ້ ເຮົາ ຈໍາເປັນ ຕ້ອງ ໄປ ພິສູດ ນໍາ ພາສາ ອື່ນ ເເລະ ຫລັງຈາກນັ້ນ ຜິວ່າ ເຮົາ ເອົາ ມາ ຂຽນ ເປັນ ຕົວຢ່າງ ໃນ ພາສາ ລາວ ມັນ ອາດ ຈະ ບໍ່ ເຫມາະສົມ ເເລະ ບໍ່ ສອດຄ່ອງ ໃນ ສິ່ງ ເພິ່ນ ໄດ້ຕີ ຄວາມຫມາຍ ໄປ ເເລ້ວ ສໍາລັບ ຄໍາມູນ ໃນ ພາສາ ລາວ

ກ່ຽວກັບ ເຣື່ອງນີ້ ໄວຍາກອນ ໄທຍ ກໍ ຂາດ ຄວາມເເນ່ນອນ ເຫມືອນກັນ ຫາກເເຕ່ວ່າ ເຂົາ ໃຊ້ ກົດເກນ ເເນວນຶ່ງ ຄື ຄໍາໃດ ທີ່ ສົມມຸດ ເປັນ ຄໍາມູນ ພຍາງຫນ້າ ຂອງ ຄໍານັ້ນ ຈະ ບໍ່ ມີ ຄວາມຫມາຍ ດັ່ງຕົວຢ່າງ ຂ້າງລຸ່ມນີ້ ຄື

ຕະກຽງ ຊຶ່ງ ພຍາງ ຕະ ບໍ່ ມີ ຄວາມຫມາຍ
ກະໂພກ ກະໂປະ ຊຶ່ງ ພຍາງ ກະ ບໍ່ ມີ ຄວາມຫມາຍ
ເເຕ່ວ່າ ກົດເກນ ອັນນີ້ ຈະ ສນອງ ຄວາມຕ້ອງການ ໄດ້ ຫລື ບໍ່ ເເລະ ຈະ ໃຫ້ ຄວາມພໍໃຈ ໄດ້ ຫລື ບໍ່ ໃນ ພາສາ ລາວ ອັນນີ້ ຄື ຄໍາຖາມ ທີ່ ເຮົາ ຄວນ ຖາມ ຕົນເອງ ສເມີ ເເລະ ມັນ ຍັງ ຈະ ເປັນ ສິ່ງ ທີ່ ເຮົາ ຄວນ ຊອກຫາ ຄໍາຕອບ ໃຫ້ ໄດ້ ເເທ້ ເເລນາ

ສະນັ້ນ ການຂຽນ ອັນໃດ ເຮົາ ຄວນ ເຮັດ ເປັນ ຕົວຢ່າງ ອັນ ເເນ່ນອນ ເເລະ ເເຈ່ມເເຈ້ງ ປະ ໄວ້ ທັງນີ້ ກໍ ເພື່ອ ເວັ້ນ ຄວາມເຂົ້າໃຈ ຜິດ ເເທ້ ເເລ
________________________________________________________________

ຂໍ້ມູນເທິງນີ້ ແມ່ນກ່າຍມາຈາກ ເວັບໄຊ ຕາມ link ທາງເທິງພຸ້ນ

ຂອບໃຈຫຼາຍໆໆເດີ ຮັກແພງ

໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມາຈອບເບິ່ງນຳ