ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ພາສາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ພາສາ » ມາເວົ້າສັບທ້ອງຖິ່ນກັນບໍ?

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>


໑໑໖ ກະທູ້
໔໑໑ ໂພສ
ຊຳນານການເວັບບອດ
.
ມາເວົ້າສັບລາວລຸ່ມ (ບໍ່ແມ່ນລາວສູງ ລາວເທິງ) ທ້ອງຖິ່ນກັນບໍ່?



ຂ້ອຍຢາກຂໍເຊີນຊວນສະມາຊິກພັນລາວ ທີ່ຮູ້ສັບທ້ອງຖິ່ນຕ່າງໆ ທີ່ຄຶດວ່າຕ່າງຈາກສັບທີ່ຄົນວຽງຈັນເວົ້າ ເອົາມາລົງນີ້ ໃຫ້ຫລາຍຄົນຮູ້ນຳໄດ້ບໍ່?
ຂ້ອຍຊິເລີ່ມກ່ອນເດີ
- ໝາກເຜັດ, ໄທຊຳເຫນືອ ເອີ້ນໝາກເອືອດ, ໄທປາກເຊເອີ້ນໝາກພິກ.
- ບໍ່ມີ, ໄທຊຳເຫນືອວ່າ ເປິ, ຜູ່ໄທວ່າ ມິມີ
- ແວ່ນແຍງ, ໄທຊຳເຫນືອວ່າ ແກ້ວຢ້ຽມ
- ເຂົາງົວ ເຂົາຄວາຍ, ໄທຊຽງຂວາງວ່າ ເຫົາ.
Link


໑໐໙ ກະທູ້
໙໑໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໃຫ້ເວົ້າສະເພາະແຕ່ຊຳເໜືອບໍ?


໖ ກະທູ້
໙໗ ໂພສ
ນັກການກະທູ້
ຫມາກຊູ ຄົນສະຫວັນເອີ້ນວ່າຫມາກ ເຊີ່ເວີ່
ຜັກຊີນນາລີ່ ຄົນສະຫວັນເອີ້ນວ່າ ຕັ້ງຊ່າຍ

ໃຜສໍ້ລາດບັງຫລວງຂໍໃຫ້ມັນຈົ່ງຢ່າໄດ້ພົບກັບຄວາມສຸກກິນບໍ່ໄດ້ຢູ່ບໍ່ເປັນໃຫ້ມັນຮ້ອນມັນຮົນໃນອົກຄືກັບຖຶກໄຟລົນ

໖ ກະທູ້
໙໗ ໂພສ
ນັກການກະທູ້
ດຽວນີ້ແຍກບໍ່ອອກວ່າຄົນສະຫວັນນະເຂດແມ່ນຄົນຫວຽດນາມ
ຄົນໄທ
ຫລືຄົນລາວກັນແທ້
ເພາະເວລາຍ່າງເຂົ້າໄປຮ້ານອາຫານຫລືຮ້ານຂາຍເຄື່ອງຕ່າງໆ
ເວລາເຮົາຖາມລາຄາແມ່ນຈະລົງທ້າຍດ້ວຍຄຳວ່າ (ຈ໋ະ) ຫລື (ຍ໋ະ) ເປັນສ່ວນໃຫຍ່
ເປັນຕາອຸກໃຈແທນ

ໃຜສໍ້ລາດບັງຫລວງຂໍໃຫ້ມັນຈົ່ງຢ່າໄດ້ພົບກັບຄວາມສຸກກິນບໍ່ໄດ້ຢູ່ບໍ່ເປັນໃຫ້ມັນຮ້ອນມັນຮົນໃນອົກຄືກັບຖຶກໄຟລົນ

໑໐໙ ກະທູ້
໙໑໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຫວຽດວ່າຈ່າວ ລາວວ່າສະບາຍດີ
ຫວຽດວ່າອັນ ລາວເຮົາວ່າກິນ
ລາວວ່າຮັກ ແຕ່ຫວຽດພັດວ່າອຽວ
ລາວວ່າສ່ຽວ ຫວຽດພັດວ່າບ້ານ
ຄົງກໍ້ຍີ້ ລາວວ່າບໍ່ມີຫຍັງ
ລາວວ່າເມຍ ແຕ່ຫວຽດຮ້ອງ ເວີ້
ລາວເຮົາວ່າຢູ່ກະເດີ ຫວຽດພັດເວົ້າເອີເດົາ
ຢ່າລວມກັນເດີ້ມັນຊິຫຼົງ!


໑໑໖ ກະທູ້
໔໑໑ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ WWWGO ຂຽນວ່າ...
ໃຫ້ເວົ້າສະເພາະແຕ່ຊຳເໜືອບໍ?



ບໍ່ສະເພາະແຕ່ ສັບລາວລຸ່ມ ຊຳເຫນືອດອກ, ສັບລາວລຸ່ມ ຊຳໃຕ້ ກໍໄດ້

ຮວມທັງ ສັບລາວລຸ່ມ ແຕ່ຜົ້ງສາລີ ຮອດ ສີພັນດອນ ພຸ້ນເດີ


໑໑໖ ກະທູ້
໔໑໑ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ lanxang ຂຽນວ່າ...
ຫມາກຊູ ຄົນສະຫວັນເອີ້ນວ່າຫມາກ ເຊີ່ເວີ່
ຜັກຊີນນາລີ່ ຄົນສະຫວັນເອີ້ນວ່າ ຕັ້ງຊ່າຍ


ຄົນວຽງຈັນ ວ່າ ຜັກກະລ່ຳ ຄົນປາກເຊ ວ່າ ຜັກຊູ
ຄົນທາງໃຕ້ວ່າ ມ້າມ ຄົນວຽງຈັນ ວ່າ ແມ້ມ.
ຄົນວຽງຈັນ ວ່າ ໝາກອຶ, ຄົນຫລວງພະບາງວ່າ ໝາກຟັກຄຳ


໑໑໖ ກະທູ້
໔໑໑ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ lanxang ຂຽນວ່າ...
ດຽວນີ້ແຍກບໍ່ອອກວ່າຄົນສະຫວັນນະເຂດແມ່ນຄົນຫວຽດນາມ
ຄົນໄທ
ຫລືຄົນລາວກັນແທ້
ເພາະເວລາຍ່າງເຂົ້າໄປຮ້ານອາຫານຫລືຮ້ານຂາຍເຄື່ອງຕ່າງໆ
ເວລາເຮົາຖາມລາຄາແມ່ນຈະລົງທ້າຍດ້ວຍຄຳວ່າ (ຈ໋ະ) ຫລື (ຍ໋ະ) ເປັນສ່ວນໃຫຍ່
ເປັນຕາອຸກໃຈແທນ



ສົງໄສແມ່ນ ຂະເໝນ


໑໔ ກະທູ້
໒໙໒ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ lanxang ຂຽນວ່າ...
ຫມາກຊູ ຄົນສະຫວັນເອີ້ນວ່າຫມາກ ເຊີ່ເວີ່
ຜັກຊີນນາລີ່ ຄົນສະຫວັນເອີ້ນວ່າ ຕັ້ງຊ່າຍ

ແຕ່ຄົນປາກເຊເອີ້ນຫມາກເຊີ່ເວີ່ ວ່າ ຫມາກສະເວີ່
ຜັກຕັ້ງຊ່າຍ ວ່າ ຜັກຕັ້ງສ້າຍ


໗ ກະທູ້
໑໔໑ ໂພສ
ນັກການກະທູ້
ຫຍ້າຝຣັ່ງບ້ານພວກເຈົ້າເອິ້ນຫຍັງ?


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກັນຈິອູບປາກໄຕປຸ້ນບາງບ້ານຂອງແຂວງຫັວພັນ
ເຜີເຂົ້າເຈີມາຕອບກັນກະໄດ້, ເປັນຢອງເລີບໍ່ເຫັນເຫີງແລ້ວ ແຂ່ປ້ອມດອກແວ່?
ກັນເຊີຫັນຮໍແຮຢູ່, ວ່າງນີ້ເຊີບໍ່ໄດ້ໄປຕາງເລີ, ຢູ່ເຮືອນຢູ່ຢ້ານນຳຊຸມວ້າ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກັນເຫັນຈາໜຶ່ງຕາງາກຫາຍຕາໂຕກຄັອດ


໑໓ ກະທູ້
໑໕໘ ໂພສ
ນັກການກະທູ້
ປິ່ນໄປປິ່ນມາ ພາສາບ້ານຂ້ອຍວ່າ ອວ່າຍໄປອວ່າຍມາ ຄຳວ່າ ອວ່າຍ ມີຄວາມໝາຍເທົ່າກັບຄຳວ່າ ໝູນ,ວຽນ
ອ່ວຍ ຄຳນີ້ໝາຍຖິງເປິເປື໊ອນບໍ່ສະອາດ


໑໑໖ ກະທູ້
໔໑໑ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ...
ກັນຈິອູບປາກໄຕປຸ້ນບາງບ້ານຂອງແຂວງຫັວພັນ
ເຜີເຂົ້າເຈີມາຕອບກັນກະໄດ້, ເປັນຢອງເລີບໍ່ເຫັນເຫີງແລ້ວ ແຂ່ປ້ອມດອກແວ່?
ກັນເຊີຫັນຮໍແຮຢູ່, ວ່າງນີ້ເຊີບໍ່ໄດ້ໄປຕາງເລີ, ຢູ່ເຮືອນຢູ່ຢ້ານນຳຊຸມວ້າ


ແປເປັນສັບວຽງຈັນນຳແນ່ແມ
ລາງຄົນອາດບໍ່ເຂົ້າໃນສຽງໃນຟິມ

ແຂ່ປ້ອມ ແປວ່າ ສະບາຍດີ ແມ່ນບໍ່?


໑໑໖ ກະທູ້
໔໑໑ ໂພສ
ຊຳນານການເວັບບອດ
ໄທວຽງຈັນ ວ່າມັນຕົ້ນ ໄທຊຳເຫນືອວ່າ ມັນກໍ


ຂອບໃຈສະມາຊິກພັນລາວທຸກຄົນ ທີ່ມາປະກອບສ່ວນເດີ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Lao4Lao ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ...
ກັນຈິອູບປາກໄຕປຸ້ນບາງບ້ານຂອງແຂວງຫັວພັນ
ເຜີເຂົ້າເຈີມາຕອບກັນກະໄດ້, ເປັນຢອງເລີບໍ່ເຫັນເຫີງແລ້ວ ແຂ່ປ້ອມດອກແວ່?
ກັນເຊີຫັນຮໍແຮຢູ່, ວ່າງນີ້ເຊີບໍ່ໄດ້ໄປຕາງເລີ, ຢູ່ເຮືອນຢູ່ຢ້ານນຳຊຸມວ້າ


ແປເປັນສັບວຽງຈັນນຳແນ່ແມ
ລາງຄົນອາດບໍ່ເຂົ້າໃນສຽງໃນຟິມ

ແຂ່ປ້ອມ ແປວ່າ ສະບາຍດີ ແມ່ນບໍ່?


ກະນຶກວ່າຮູ້ຊັນດອກ ໃຫ້ົນອື່ນແປດີກວ່າ
ແປໃຫ້ສາ: ບໍ່ລະ ປ່ຽນໃຈລະ
ຊອກແປເອງ ອິອິອິ


໐ ກະທູ້
໑໐໕ ໂພສ
ນັກການກະທູ້
ວຽງຈັນ( ໄ) vs ຊຽງຂວາງ(ເີ)
ໄປໃສ= ໄປກະເລີ ( ຄົນຊຽງຂວາງ)
ບ້ານໃຕ້= ບ້ານເຕີ້
ຫົວສິງໄຄ= ຫົວສິງເຄີ
ໄປກິນເຝີ=ໄປກິນເຝີ ເປັນຫຍັງຄົນວຽງຈັນບໍ່ເວົ້າວ່າໄປກິນໄຝ 555555+


໕ ກະທູ້
໒໗໓໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Xaynoi ຂຽນວ່າ...
ຫຍ້າຝຣັ່ງບ້ານພວກເຈົ້າເອິ້ນຫຍັງ?


ເຊກອງເອີ້ນວ່າຫຍ້າຮືເຮາະ



໒໒ ກະທູ້
໑໑໘໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ລາວກາງ ວ່າ ເປັນຫຍັງ
ຍ້ອ ສະກົນນະຄອນ - ນະຄອນພະນົມ ວ່າ ເປັນພິສັງ
ພູໄທ ແຖວເຣນູ ວ່າ ເປັນພິເລີ້
ຍ້ອ ທ່າອຸເທນ ວ່າ ເປັນເຕີ

ເຫັນອ້າຍເປັນຕອກມັດກ້າ ດຳນາແລ້ວຢຽບໃສ່ຕົມ

໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຫມາກອໍ = ຫມາກນັດ
ພັດສະລັດ = ຜັກກາດວຽງ
ນົກອ້ຽງ = ນົກແກ້ວ
ຂີ້ແບ້ວ = ຂີ້ຕົວະ
ຊຳໃຕ້ ແລະ ຊຳເໜືອນໃດ...ຫລາຍໆໆໆໆໆ

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ...
ກັນຈິອູບປາກໄຕປຸ້ນບາງບ້ານຂອງແຂວງຫັວພັນ
ເຜີເຂົ້າເຈີມາຕອບກັນກະໄດ້, ເປັນຢອງເລີບໍ່ເຫັນເຫີງແລ້ວ ແຂ່ປ້ອມດອກແວ່?
ກັນເຊີຫັນຮໍແຮຢູ່, ວ່າງນີ້ເຊີບໍ່ໄດ້ໄປຕາງເລີ, ຢູ່ເຮືອນຢູ່ຢ້ານນຳຊຸມວ້າ


ຂໍແປໃຫ້ກໍ່ໄດ້...
ຂ້ອຍຊິຂໍເວົ້າຄົນບາງບ້ານຂອງແຂວງຫົວພັນ
ໃຜເຂົ້າໃຈມາຕອບຂ້ອຍກະໄດ້,ເປັນແນວໃດບໍ່ເຫັນດົນແລ້ວ ສະບາຍດີຢູ່ດອກບໍ?
ຂ້ອຍສະບາຍດີຢູ່,ຊ່ວງນີ້ບໍ່ໄດ້ໄປໃສ,ຢູ່ເຮືອນນຳລູກໆ...ປະມານນີ້ລະ

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໓ ກະທູ້
໓໒໐ ໂພສ
ຊຳນານການເວັບບອດ
ໂອຍ.........................

ສອຍໆ ຄຸສອງໜ່ວຍ ເປັນຫາບ

໘໐ ກະທູ້
໑໖໕ ໂພສ
ນັກການກະທູ້

_______________________________________________

໕ ກະທູ້
໒໗໓໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເລີ່ມງົງແລ້ວລະ



໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Myo ຂຽນວ່າ...


ມາຕໍ່າແອວຫົວແຮງແທ້ລະ...ຫ່າຫ່າຫ່າ ແປຖືກ 98% ແມ່ນບໍ່

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄວາມຈິງສະຫຼະເອີຕໍ່ໄປນີ້ກໍ່ຂຽນສະຫຼະໃອ ຫັ້ນລະ ແຕ່ສຳນຽງອອກວ່າສະຫຼະເອີ ເລີຍໃສ່ສະຫຼະເອີເດີ ມາອ່ານນຳກັນ:


( ເລື່ອງຈາກລາຍການກາບກອນຊວນຫົວໃນແຂວງຫົວພັນ)

2007 ນີ້ຝົນເອ້ນອງຫຼາຍ ມີຫຼາຍອັນເສຍຫາຍໃຫ້ກົນເມືອງລຸ່ມ ບໍ່ຈັກເຖົ້າຈັກໜຸ່ມປ້ອມກັນໂອຍໆ ຈາງເສຍດາຍໄຮ່ນາສວນຮົ້ວ ເສຍດາຍເຂົ້າ ໝູໝາເປັດໄກ່ ເສຍດາຍເຮືອນດາຍຢ້າວ ໄຫຼນ້ຳລ່ອງໄປ ນ້ຳເລີນ້ຳຈ້າງເອ້ກາຍເກີ ຈ້າງແມ່ນຝົນກະເລີຈ້າງນອງປານນີ້ ໄຫຼຮອດເຮືອນຮອດຢ້າວ ໝູໝາເປັດໄກ່ ໄຫຼຮອດເຮືອນ ຮອດໄຮ່ຮອດຮົ້ວ ນາເຂົ້າກໍ່ບໍ່ເຫຼືອ ຊຳເໜືອກໍ່ວ່າເຮັ່ງ ບໍ່ເຮປຸນປານປຽບ ທຽບໃສ່ເມືອງຊຳເຕ້ລ່າງຂ້າຕີງຕາຍ ງຳບໍ່ຫຼາຍກາງຄຽດ ນັບແຕ່ຂົວຫ້ວຍປຽດ ຫ້ວຍແກບຫ້ວຍຫາງ ຕາງປູຢາງກໍ່ຂາດໄປຫຼາຍບັ້ນ ແຕ່ຂົວອູ່ຂ້າມນ້ຳຢູ່ຕ່າໂຮງໝໍ ທລຍ ແຫ່ງຫາເອົາເຫີ້ ແຫ່ງໄດ້ເຊີ້ຕໍ້ 9 ເດືອນປາຍ ປຶດຂາດສາຍໄຫຼໄປເສຍລ້າ ບໍ່ກຸ້ມກ້າເຮົາໂສກຊີມັງ ກາຍວ່າຈັງຄັນແມ່ນກົນເອັດເຫີ້ ຈັ້ນໄປຈ້າງໄຕເຕີ້ມາເປີ່ບິດຄໍ ຈັ້ນໄປຈ້າງໄຕມໍມາເປີ່ບິດໄສ້ ອັນນີ້ເສີ່ເປີ່ບໍ່ໄດ້ຍ້ອນວ່າປໍ້ແຖນ ຜູ້ອ່ຽງເຮັ່ງບໍ່ເຮຕໍ່ແອ່ງເສົາ ຫາກເນົາຢູ່ຖຽງນາກາງດອນນ້ຳອ້ອມ ເຈີເບື້ອງຕົ້ນງ່ຳວ່າທຳມະດາ ເພາະຖຽງນາກໍ່ສູງປໍລ້າງ ຄ່ອມວ່າແລ້ວພວກໝູ່ເຂົາເມືອ ຍັງເຫຼືອແຕ່ແອ່ງເສົາຫາກຢູ່ ວ່າບໍ່ຊ້ານ້ຳຂຶ້ນຖ້ວມຕາດຖຽງນາ ຈັກຈິຫາວິທີຢອງເດີຈິ່ງເມືອເຮືອນໄດ້ ມາສະລິກເສີ່ກໍໄມ້ມາຂີ່ຕາງເຮືອ ງ່ຳວ່າຍຂຶ້ນຕາງເໜືອກ່າຍມັນບໍ່ລ້ອນ ຈຳເປັນຢ້ອນໄດ້ຕ່າວຫົວລົງ ມາວົງວຽນຢູ່ທີ່ວັງນ້ຳປູນ ໜ້ອຍໜຶ່ງນ້ຳວູ້ນວ້າວວັດອອກເສີ່ກາງໄລ ເຫັນຕໍ້ລົງໄຈໆປານເຮືອເຂົາແຂ່ງ ງ່ຳສະແວ້ງລົງຕ່າຈັນທອງ ຂ່າຍບໍ່ມີກອງນ້ຳນອງກັບຝັ່ງ ຟ້າວເອີ້ນສັ່ງປີ້ນ້ອງລົງເຕີ້ກ່ອນເນີ້ ບາດນີ້ຜູ້ຢາກຊ່ວຍກໍ່ມີຢູ່ເຕັມເຈີ ຂ່າຍບໍ່ມີເຜີວັດຄີງໃສ່ໄດ້ ຖ້າເຫີ້ຂີ່ກໍໄມ້ລົງເຕີ້ວອຍໆ ຈະຫຼອຍບຸນຍັງມີຮອດວັງຕາມວາດ ຫາດອ່າວກວ້າງບໍ່ອ້ຽວປານເລີ ນ້ຳວັງວຽນໄຫຼເຂົ້າຫາຝັ່ງ ຈັ່ງຂຶ້ນໄດ້ຢູ່ຈຳກອງ ອັນນີ້ເຂົາວ່າຢ່າຫ້າວລອງເຈີນອງກັບຝັ່ງ ຫຼາຍເຕືອຂຶ້ນບໍ່ໄດ້ຈິໄປປ່ອງຫວຽດນາມ ຄວາມບໍ່ໄດ້ຮຽນຢ້ານບໍ່ໄດ້ກິນເຂົ້າມີແຕ່ເວົ້າຊິນຈາວກັບແອັງ


໕ ກະທູ້
໑໑໖ ໂພສ
ນັກການກະທູ້
ພາສາລາວວ່າໝາກເພັດ - ພາສາຜູ້ໄທເອີ້ນ ວ່າ ມະແຕວ
ກິນຕົ້ມເຂົ້າປຽກ - ພາສາຜູ້ໄທວ່າ ຕົ້ມເຂົ້າເປະ
ກິນເຂົ້າກັບຫັຍງ - ພາສາຜູ້ໄທວ່າ ກິນເຂົ້າກັບພີເລີ້

ອິອິອິອິອິອິ ພໍສຳນີ້ກ່ອນເນາະ ...


໕ ກະທູ້
໑໑໖ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ...
ກັນເຫັນຈາໜຶ່ງຕາງາກຫາຍຕາໂຕກຄັອດ


ແປວາ່ແນວໃດນິສາວພາສຸກ ມີເຂົ້າເຈີ້ເບິ ອິອິອິອິອິອິ


໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ serd ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ PHAS0UK ຂຽນວ່າ...
ກັນເຫັນຈາໜຶ່ງຕາງາກຫາຍຕາໂຕກຄັອດ


ແປວາ່ແນວໃດນິສາວພາສຸກ ມີເຂົ້າເຈີ້ເບິ ອິອິອິອິອິອິ


ຂໍແປ...
ຂ້ອຍເຫັນຄົນຜູ້ຫນື່ງຫງາຍຫລັງຕົກລົງ...ປະມານີ້55555

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້


ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>