![]() |
![]() |
![]() |
![]() |
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
|
![]() ວອນຜູ້ຮູ້ຊ່ວຍອະທິບາຍໃຫ້ແດ່ວ່າທີ່ມາຂອງພະຍາງອັດພະຍາງໄຂມັນເປັນຈັງໃດ ແລະ ເປັນຫຍັງຈື່ງເອີ້ນພະຍາງອັດພະຍາງໄຂ ຂອບໃຈລ່ວງໜ້າຫຼາຍໆໆ |
|
![]() ມາເປີດສົດ 555+
ມີຫົວໃຈແຕ່ ໄຣ້ຄວາມຮູ້ສືກ
|
|
![]() ອີ່ປາວ່າ: ກ່ອນອື່ນຕ້ອງເຂົ້າໃຈກ່ອນວ່າ“ພະຍາງ” ແມ່ນຫຍັງ ? ພະຍາງແມ່ນສຽງເວົ້າທີ່ເປັ່ງອອກມາພ້ອມກັບສຽງສະລະ, ພະຍັນຊະນະ ແລະ ວັນນະຍຸດ ອາດມີຄວາມໝາຍຫລືບໍ່ມີຄວາມໝາຍກໍໄດ້ເຊັ່ນ: ລິ, ຈຸ, ນາ, ໄຮ່, ສວນ…ສ່ວນຄວາມໝາຍຂອງພະຍາງ(ໄຂ)ເປີດແມ່ນ: ພະຍາງທີ່ປະກອບດ້ວຍສຽງຂອງພະຍັນຊະນະຕົ້ນ ຫລື ຕົວເຄົ້າ + ສຽງສະລະ+ ສຽງວັນນະຍຸດ ຕົວຢ່າງ: ກູ, ກາ, ປາ, ປ້າ, ນ້າ…ສ່ວນຄວາມໝາຍຂອງພະຍາງ(ອັດ)ປິດແມ່ນ: ພະຍາງທີ່ປະກອບດ້ວຍສຽງຂອງພະຍັນຊະນະຕົ້ນ ຫລື ຕົວເຄົ້າ + ສຽງສະລະ+ ສຽງວັນນະຍຸດ+ສຽງພະຍັນຊະນະສະກົດ(ຕົວສະກົດ) ຕົວຢ່າງ: ເດັກ, ຫລິ້ນ,ເມືອບ້ານ ດັ່ງນີ້ເປັນຕົ້ນ. (ພໍເຂົ້າໃຈບໍ່ນໍ້...555 ນຸ້ນກໍງົງ) |
|
![]() ບໍ່ຮູ້
ຢ່າອິດສາຄົນອື່ນ ແຕ່ຢູ່ແບບໃຫ້ຄົນອື່ນອິດສາ
![]() ![]() ![]() |
|
![]() ອ້າງເຖິງຂໍ້ຄວາມຈາກ kpsaioudom ຂຽນວ່າ... ອີ່ປາວ່າ: ກ່ອນອື່ນຕ້ອງເຂົ້າໃຈກ່ອນວ່າ“ພະຍາງ” ແມ່ນຫຍັງ ?ພະຍາງແມ່ນສຽງເວົ້າທີ່ເປັ່ງອອກມາພ້ອມກັບສຽງສະລະ, ພະຍັນຊະນະ ແລະ ວັນນະຍຸດ ອາດມີຄວາມໝາຍຫລືບໍ່ມີຄວາມໝາຍກໍໄດ້ເຊັ່ນ: ລິ, ຈຸ, ນາ, ໄຮ່, ສວນ…ສ່ວນຄວາມໝາຍຂອງພະຍາງ(ໄຂ)ເປີດແມ່ນ: ພະຍາງທີ່ປະກອບດ້ວຍສຽງຂອງພະຍັນຊະນະຕົ້ນ ຫລື ຕົວເຄົ້າ + ສຽງສະລະ+ ສຽງວັນນະຍຸດ ຕົວຢ່າງ: ກູ, ກາ, ປາ, ປ້າ, ນ້າ…ສ່ວນຄວາມໝາຍຂອງພະຍາງ(ອັດ)ປິດແມ່ນ: ພະຍາງທີ່ປະກອບດ້ວຍສຽງຂອງພະຍັນຊະນະຕົ້ນ ຫລື ຕົວເຄົ້າ + ສຽງສະລະ+ ສຽງວັນນະຍຸດ+ສຽງພະຍັນຊະນະສະກົດ(ຕົວສະກົດ) ຕົວຢ່າງ: ເດັກ, ຫລິ້ນ,ເມືອບ້ານ ດັ່ງນີ້ເປັນຕົ້ນ. (ພໍເຂົ້າໃຈບໍ່ນໍ້...555 ນຸ້ນກໍງົງ) ຂອບໃຈທ່ານອາຈານທີ່ນຳມາແບ່ງປັນ...
ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?
|
|
![]() ອ້າງເຖິງຂໍ້ຄວາມຈາກ kpsaioudom ຂຽນວ່າ... ອີ່ປາວ່າ: ກ່ອນອື່ນຕ້ອງເຂົ້າໃຈກ່ອນວ່າ“ພະຍາງ” ແມ່ນຫຍັງ ?ພະຍາງແມ່ນສຽງເວົ້າທີ່ເປັ່ງອອກມາພ້ອມກັບສຽງສະລະ, ພະຍັນຊະນະ ແລະ ວັນນະຍຸດ ອາດມີຄວາມໝາຍຫລືບໍ່ມີຄວາມໝາຍກໍໄດ້ເຊັ່ນ: ລິ, ຈຸ, ນາ, ໄຮ່, ສວນ…ສ່ວນຄວາມໝາຍຂອງພະຍາງ(ໄຂ)ເປີດແມ່ນ: ພະຍາງທີ່ປະກອບດ້ວຍສຽງຂອງພະຍັນຊະນະຕົ້ນ ຫລື ຕົວເຄົ້າ + ສຽງສະລະ+ ສຽງວັນນະຍຸດ ຕົວຢ່າງ: ກູ, ກາ, ປາ, ປ້າ, ນ້າ…ສ່ວນຄວາມໝາຍຂອງພະຍາງ(ອັດ)ປິດແມ່ນ: ພະຍາງທີ່ປະກອບດ້ວຍສຽງຂອງພະຍັນຊະນະຕົ້ນ ຫລື ຕົວເຄົ້າ + ສຽງສະລະ+ ສຽງວັນນະຍຸດ+ສຽງພະຍັນຊະນະສະກົດ(ຕົວສະກົດ) ຕົວຢ່າງ: ເດັກ, ຫລິ້ນ,ເມືອບ້ານ ດັ່ງນີ້ເປັນຕົ້ນ. (ພໍເຂົ້າໃຈບໍ່ນໍ້...555 ນຸ້ນກໍງົງ) ເຈົ້າໆໆ ຂອບໃຈຫຼາຍໆໆເດີ |