ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ພາສາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ພາສາ » ອ໊າາາກກກ ຄົນລາວສ່ວນຄືນຳໃຊ້ພາສາລາວແນວ ນີ້ຫວາ

ໜ້າທີ່ 2 ຈາກທັງໝົດ 2 ໜ້າ <<<12>>>


໑໓ ກະທູ້
໘໔ ໂພສ
ຂາປະຈຳເວັບບອດ
ເປັນເພາະວ່າບໍ່ຄ່ອຍໃສ່ໃຈກັນ, ບໍ່ຄ່ອຍໄດ້ອ່ານໜັງສື ວັນນະກັມລາວ, ຜູ້ໃຫຽ່ສ່ວນຫຼາຍໃນບ້ານເມືອງນີ້ກໍບໍ່ໃສ່ໃຈ ແລະ ບໍ່ຄ່ອຍຈະເກັ່ງໃນການໃຊ້ພາສາລາວປານໃດ, ເອົາພາສາຕລາດມາເປັນພາສາທາງການ, ປ່ອຍໃຫ້ຫຼາຍ ໆ ຄຳສັພທ໌ພາສາລາວບໍ່ຖືກນຳໃຊ້ ແລະ ຖືກຂັບໄລ່ໃຫ້ເປັນຂອງພາສາອື່ນໄປ; ອີກສ່ວນໜຶ່ງແມ່ນໄດ້ຮັບອິດທິພົນຈາກການຊົມໂທຣະທັດໄທຍ໌ຫຼາຍເກີນໄປ.


໑໑ ກະທູ້
໑໓໑ ໂພສ
ນັກການກະທູ້
ບ໌່ເຄີຍພູດໄທຫລືບໍ່ເຄີຍເວົ້າໄທ


໔໔ ກະທູ້
໓໗໗ ໂພສ
ຊຳນານການເວັບບອດ
ຊ່ອຍກັນເວົ້າພາສາລາວໃຫ້ຖືກເດີ້ພີ່ນ້ອງເຮົາ ບໍ່ຕ້ອງຖືກໄປຫມົດທຸກຄຳກໍ່ບໍ່ເປັນຫຍັງ, ແຕ່ຄຳງ່າຍໆປ່ຽນໄດ້ກໍ່ໃຫ້ປ່ຽນສາ.ຈະເລີນພອນ!


໑ ກະທູ້
໗໔ ໂພສ
ຂາປະຈຳເວັບບອດ
10,000 ເມື່ອເປັນເງິນກີບເຮົາຈະຮ້ອງວ່າ ສິບພັນ, ເມື່ອເປັນເງິນບາດເຮົາຈະຮ້ອງວ່າ ໜຶ່ງໝື່ນ


໒ ກະທູ້
໕໕ ໂພສ
ຂາປະຈຳເວັບບອດ
ອຸກໃຈ ແຕ່ທຸກພາສາກະປ່ຽນໄປຕາມຍຸກສະໄໝ

ວິທະຍາສາດຄວນຮູ້null

໐ ກະທູ້
໕ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ອ້າງເຖິງຂໍ້ຄວາມຈາກ darksider ຂຽນວ່າ...
ຮ້ອຍ (100) ກາຍເປັນ ລ້ອຍ (80% ຄົນລາວເວົ້າລ້ອຍແມ້ແຕ່ໃນໂທລະພາບຕອນໄປສຳພາດທ່ານນັ້ນທ່ານນີ້ກໍເວົ້າ ຫຼືຊິຖຽງ)
ມະເຮັງ ກາຍເປັນ ມະເລັງ
ລຶບ ກາຍເປັນ ລົບ
ຫຼິ້ນ ກາຍເປັນ ເລ່ນ
ຮ້ອງ (ຮ້ອງເພງ) ກາຍເປັນ ລ້ອງ
ບູຮານ ກາຍເປັນ ບູລານ
ກຽມ ກາຍເປັນ ຕຽມ
ກົງ ກາຍເປັນ ຕົງ
ລະຍັງມີອີກຫຼາຍຈື່ບໍ່ໄດ້ນ່ະ "ຖ້າຂ້ອຍເຂົ້າໃຈຜິດເອງກໍຂໍໂທດຂໍອາໄພນຳຫຼາຍໆເດີ :)"



ປະຢັດ ແຕ່ຂຽນວ່າ ປະຫຍັດ ອັນນີ້ຮັບບໍ່ໄດ້ຢ່າງແຮງ ເພາະພາສາລາວບໍ່ມີຄຳວ່າ ຫຍັດ ອອກສຽງຖືກແຕ່ຂຽນ ຫຍັດ


໐ ກະທູ້
໑ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
สวัสดีครับ ผมคนไทยอยากมีเพื่อนลาวครับ


໑ ກະທູ້
໑໓ ໂພສ
ຂາປະຈຳເວັບບອດ

ຄວາມຜິດມັນເກີດຈາກ ຄວາມເຄີຍຊິນ ແລະ ບໍ່ຮູ້ວ່າ ຄຳໃດຖືກ ຫລື ຜິດ


໘໕ ກະທູ້
໙໙໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຮ່ວມກັນ ນຳໃຊ້ສັບພາສາລາວໃຫ້ຖືກຕ້ອງ ແລະຂະຫຍາຍ ຄຳໃດທີ່ມີແລ້ວກໍ່ໃຊ້ພາສາບັນພະບູລຸດເຮົາເຊັ່ນ:

ເທົ່ານີ້ ບໍ່ໃຊ້ ແຄ່ນີ້,
ມະເຮັງ ບໍ່ໃຊ້ ມະເລັງ
ລຶບ ບໍ່ໃຊ້ ລົບ
ຫຼິ້ນ ບໍ່ໃຊ້ ເລ່ນ
ຮ້ອງ ບໍ່ໃຊ້ ລ້ອງ
ບູຮານ ບໍ່ໃຊ້ ບູລານ
ກຽມ ບໍ່ໃຊ້ ຕຽມ
ກົງ ບໍ່ໃຊ້ ຕົງ
ແລະອື່ນໆ . . . . . . . .

ແຕ່ຄຳວ່າ " ຈ໊າບ " ເປັນສັບທີ່ພັດທະນາ(ຂະຫຍາຍໃໝ່) ຂອງປະເທດເພື່ອນບ້ານ ເຮົາບໍ່ມີຖືວ່າຢືມມາໃຊ້ກໍ່ບໍ່ ເປັນຕາໜ່າຍປານໃດ( ໄມ່ໜ້າກຽດເທົ່າໃຣ)

ປະໂຫຍກຄຳເວົ້າວ່າ " ກ້າເວົ້າເນາະ" ຂອງລາວເດີ່ ຮາຮາຮາ







໘໕ ກະທູ້
໙໙໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ BongBong ຂຽນວ່າ...

ຄວາມຜິດມັນເກີດຈາກ ຄວາມເຄີຍຊິນ ແລະ ບໍ່ຮູ້ວ່າ ຄຳໃດຖືກ ຫລື ຜິດ


ຜ່ານມາ ໂທລະທັດບ້ານເຮົາກໍ່ມີແຕ່ຊ່ອງດຽວ ເບິ່ງແຕ່ ໂທລະທັດເພື່ອນບ້ານ ກໍ່ເລີຍຊິນເຄີຍ


໘ ກະທູ້
໖໘ ໂພສ
ຂາປະຈຳເວັບບອດ
ຢາກໃຫ້ຄົນລາວທຸກຄົນຮັກພາສາລາວ ແລະພູມໃຈໃນຊາດເກີດ

ທອມລາວຮັກດີ້ໄທ

໓ ກະທູ້
໑໖໘ ໂພສ
ນັກການກະທູ້
ພາສາກໍ່ຄືສິ່ງອື່ນໆທົ່ວໆໄປ, ມີມື້ເກີດ ມີມື້ເຕີບໃຫຍ່ຂະຫຍາຍຕົວ ມີມື້ເຂັ້ມແຂງ ແຂງແຮງ ວິວັດທະນາການ. ຄຽງຄູ່ກັນ, ພາສາກໍ່ຈະມີມື້ອ່ອນເພຍເປ້ຍລ່ອຍ ເຈັບໄຂ້ໄດ້ປ່ວຍ ບາງທີຕາຍໄປກະມີ. ຢ່າງເຊັ່ນ, ມີຄຳສັບໃດໜຶ່ງເກີດຂຶ້ນມາໃນຍຸກໜຶ່ງ ມີຄົນນຳໄຊ້ຫລາຍໃນຍຸກໆນັ້ນ ນັ້ນກໍ່ຄືຊ່ວງທີ່ແຂງແຮງຂອງຄຳສັບນັ້ນ ແຕ່ຕໍ່ມາຍຸກສະໃໝປ່ຽນໄປ ມີຄົນນຳໄຊ້ຄຳສັບນັ້ນໜ້ອຍກ່ວາ ຫລືຜິດພ້ຽນໄປ ນັ້ນຄືຊ່ອງທີ່ອ່ອນແອ ຂອງຄຳສັບນັ້ນ ບາງທີເຖິງຕອນທີບໍ່ມີຄົນນຳໄຊ້ເລີຍກະມີ ຄືສັບນັ້ນໄດ້ຕາຍໄປ. ການຕາຍຂອງຄຳສັບມັນກໍ່ບໍ່ໝາຍຄວາມວ່າຈະເປັນການບໍ່ດີສະເໝີໄປ ບາງຄຳສັບຕາຍໄປ ກໍ່ເພື່ອໃຫ້ການເກີດໃໝ່ຂອງຄຳສັບອື່ນໆ ເຊິ່ງກໍ່ຄືວິວັດທະນາການຂອງຄຳສັບນັ້ນເອງ. ທັງນີ້ ທັງນັ້ນ, ເພື່ອໃຫ້ພາສາທີ່ເປັນມູນມັງ ມໍລະດົກອັນປະເສີດແລະລ້ຳຄ່າທີ່ສຸດຂອງບັນພະບຸລຸດເຮົາໄດ້ມອບໄວ້ໃຫ້ພວກເຮົາໄດ້ເຕີບໃຫຍ່ຂະຫຍາຍຕົວ ເຂັ້ມແຂງ ແຂງແຮງ ແລະວິວັດທະນາການໄປໃນທາງທີ່ດີ ສອດຄ່ອງ ຖືກຕ້ອງ ມັນກໍ່ຂຶ້ນກັບ ແລະຝາກໄວ້ນຳຄົນລາວເຮົາທຸກໆຄົນເນາະ.
ອືມ, ຄິດວ່າຊິຂຽນໜ້ອຍດຽວຊັ້ນດອກ . . .


໒໕ ກະທູ້
໗໑ ໂພສ
ຂາປະຈຳເວັບບອດ
ຂໍໂທດເດີ... ຂໍເສີມແດ່ໜ້ອຍໜຶ່ງ.
ຜູ້ທີ່ມາຕອບໄດ້ຖືກຕ້ອງຄົງຕ້ອງຖາມຫາອາຈານ ພາສາລາວ ຫລື ວັດຈະນານຸກົມພາສາວລາວ
ຊື່ງຄິດວ່າປະຈຸບັນ ເກືອບບໍ່ມີຄົນຊື້ແລ້ວ... ເພາະມັນແພງ 2 ແສນປາຍກີບ.


ອ້າງເຖິງຂໍ້ຄວາມຈາກ darksider ຂຽນວ່າ...
ຮ້ອຍ (100) ກາຍເປັນ ລ້ອຍ (80% ຄົນລາວເວົ້າລ້ອຍແມ້ແຕ່ໃນໂທລະພາບຕອນໄປສຳພາດທ່ານນັ້ນທ່ານນີ້ກໍເວົ້າ ຫຼືຊິຖຽງ)
ມະເຮັງ ກາຍເປັນ ມະເລັງ
ລຶບ ກາຍເປັນ ລົບ
ຫຼິ້ນ ກາຍເປັນ ເລ່ນ
ຮ້ອງ (ຮ້ອງເພງ) ກາຍເປັນ ລ້ອງ
ບູຮານ ກາຍເປັນ ບູລານ
ກຽມ ກາຍເປັນ ຕຽມ
ກົງ ກາຍເປັນ ຕົງ
ລະຍັງມີອີກຫຼາຍຈື່ບໍ່ໄດ້ນ່ະ "ຖ້າຂ້ອຍເຂົ້າໃຈຜິດເອງກໍຂໍໂທດຂໍອາໄພນຳຫຼາຍໆເດີ :)"



໐ ກະທູ້
໑໗໗໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ພາສາລາວເວົ້າແບບໜິໍ່ງຂຽນແບບໜິໍ່ງ


໔໙ ກະທູ້
໒໙໘ ໂພສ
ຊຳນານການເວັບບອດ
ທ່ານທັງຫລາຍເວົ້າກະມີສ່ວນຖືກ
ແຕ່ຄົນລາວເວົ້າ ຮ້ອຍ ກາຍເປັນ ລ້ອຍ
ມັນກະປົກກະຕິ ສຳຄັນທີ່ ເວລາຂຽນ
ໃຫ້ຂຽນຕາມເຄົ້າ ໃຫ້ເວົ້າຕາມສຽງ ກະແລ້ວກັນ

ບ່ອນໃດມີຄວາມສຸກບ່ອນນັ້ນຕ້ອງມີທຸກ:

໐ ກະທູ້
໑໐໕ ໂພສ
ນັກການກະທູ້
ງົວລືມຕີນ


໑໒ ກະທູ້
໑໕໕ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ Hgsp ຂຽນວ່າ...
ຄຳວ່າ ລອ້ຍ ມີຄົນເວົ້າມາແຕ່ດົນແລວ້
ແຕ່ຄຳເວົ້າໃຫມ່ໆ ນັັ້ນຕີ ສົມຄວນຕອ້ງໄຫ້ປຽ່ນ
ເຊັ່ນກຽ່ວກັບ ອາຫານ ຢຳ ກໍວ່າ ຍຳ ຜັດກໍວ່າ ຂວົ້ ລວມມິດ ກໍວ່າ ປະສົມ
ເຂົ້າຂວັ້ ຂວົ້ຜັກລວມ ຈືນປາ ຍຳຜັກ .....

ກຽ່ວກັບລົດ ຮ້ານເອ້ລົດ ຕິດແວ່ນມືດ ເຮັດສີລົດ
ບໍ່ຄວນວົ້າເລີຍ ປະດັບຍົນ ຕິດຟີມກອ່ງແສງ ຕິດເຄື່ອງສຽງ


ເຈົ້າລອງອອກໄປແຖວບ້ານນອກທີ່ເຂົາເຈົ້າບໍ່ມີໂທລະທັດເຂົາເຈົ້າເວົ້າຮ້ອຍໝົດນ່ະຂ້ອຍວ່າມີແຕ່ຄົນໃນເມືອງເຮົາລະ ລ້ອຍ ເອງຕາມໂທລະທັດ


໑໒ ກະທູ້
໑໕໕ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ lllvern ຂຽນວ່າ...
ທ່ານທັງຫລາຍເວົ້າກະມີສ່ວນຖືກ
ແຕ່ຄົນລາວເວົ້າ ຮ້ອຍ ກາຍເປັນ ລ້ອຍ
ມັນກະປົກກະຕິ ສຳຄັນທີ່ ເວລາຂຽນ
ໃຫ້ຂຽນຕາມເຄົ້າ ໃຫ້ເວົ້າຕາມສຽງ ກະແລ້ວກັນ


ເອົາພາສາອ່ານຕອນ ປ.2 ເຮົາກະຮຽນຕາວາ ຂຽນເປັນຕົວເລກແລ້ວມາອ່ານກະຍັງອ່ານຮ້ອຍ ຂ້ອຍວ່າຄົນລາວເຫີ່ຕາມໄທຊື່ໆ
ເບິ່ງໃນວິຊາພາສາລາວໃນບົດຮຽນຫຍັງບໍ່ເຄີຍເຫັນເພິ່ນສອນວ່າອ່າ ລ້ອຍ ໄດ້ເລີຍມີແຕ່ເຮົາເວົ້າເອງ


໑໒ ກະທູ້
໑໕໕ ໂພສ
ນັກການກະທູ້
ຍອມຮັບວ່າເຈົ້າຂອງກໍເວົ້າລ້ອຍຄືກັນ ແຕ່ດຽວນີ້ກໍພະຍາຍາມເວົ້າຮ້ອຍໃຫ້ມັນຕິດປາກໄປໃຫ້ໄດ້ເຖິງວ່າໃຜບໍ່ເວົ້າກໍຕາມ ເວົ້າເອງນີ້ລະ ບໍ່ມັກເວົ້າດອກວ່າຮັກສາວັດທະນາທຳລາວຫັ່ນ ແຕ່ຊິປະຕິບັດເອົາສາ


໑໐ ກະທູ້
໖໒໗ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ tpt ຂຽນວ່າ...
ຕິດຟີມກອ່ງແສງ ກາວ່າ ຕິດແວ່ນມືດ
ຮ້ານປະດັບຍົນ ກາວ່າ ຮ໊ານເອ້ລົດ
ເຂົ້າຜັດ ກໍແມ່ນເຂົ້າຂົ້ວນັ້ນລະ
ກະດາດ ກາແມ່ນ ເຈັ້ຍ
ຕົ້ມຍຳລວມມິດ ກໍວ່າ ຕົ້ມແກງລວມ ກາໄດ້


ຄຳລາວມີບໍ່ອຶດ ມີແຕ່ຄຳເວົ້າງາມໆ ຍັງບໍ່ເອາມາໃຊ້


ເຂົ້າຜັດ = ຂົ້ວເຂົ້າ ບໍ່ແມ່ນເຂົ້າຂົ້ວ ເພາະເຂົ້າຂົ້ວແມ່ນໃສ່ລາບພຸ້ນ

ມີຄວາມຮູ້ແຕ່ບໍ່ເຮັດຫຍັງໃຫ້ເກີດຜົນ ກໍ່ບໍ່ຕ່າງຫຍັງກັບຄົນໂງ່ຄົນໜຶ່ງ.

໒໐ ກະທູ້
໑໒໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ລາວເຮົາມີພາສາຂອງຕົນເອງໄດ້ໃຊ້ ແຕ່ເມກາ ບໍ່ມີພາສາຕົນເອງໃຊ້
ສະນັ້ນເຮົາຕ້ອງຮັກສາພາສາລາວໄວ້ຢ່າໃຫ້ວິບັດ.

-----------------------------------------------------
ຣວຍ-ຈົນ:ສຸດທ້າຍກະມັບຫ່າຄືກັນຫັ້ນລະວາ

໑໔ ກະທູ້
໒໒໕໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຮະຮະ ຫມູ່ຂ້ອຍຍັງມັກເອິ້ນ ໂຮງຫມໍ ວ່າ ໂລງບານ


໗໘ ກະທູ້
໑໒໑໓ ໂພສ
ຜູ່ເບິ່ງແຍງເວັບບອດ
ອັນທີ່ຈິງ ເລື່ອງນີ້ເປັນເລື່ອງທີ່ລະອຽດອ່ອນ ແລະຕ້ອງໃຊ້ຄວາມເຂົ້າໃຈໃນຫຼາຍໆ ດ້ານປະກອບກັນ ຈຶ່ງຈະສາມາດແກ້ໄຂບັນຫາໄດ້.

ຕາມທີ່ຕົວຢ່າງບາງທ່ານຍົກມາ ເຊັ່ນຄຳວ່າ "ລຶບ" ແລະ "ລົບ" ນັ້ນ ຫາກພິຈາລະນາຕາມວັດຈະນານຸກົມພາສາລາວ ສະບັບຂອງມະຫາສິລາ ວີຣະວົງ ແລ້ວ ຈະເຫັນວ່າ ທັງສອງຄຳສັບນີ້ ສາມາດໃຊ້ໄດ້ຄືກັນ (ອ້າງອີງຈາກໜ້າທີ 313​ ແລະ 314 ໃນວັດຈະນານຸກົມສະບັບດັ່ງກ່າວ).

ນອກຈາກນັ້ນ ຄຳອື່ນໆ ເຊັ່ນຄຳ "ຫຼິ້ນ" ນັ້ນ ໃຊ້ໄດ້ເຊັ່ນດຽວກັບຄຳວ່າ "ເຫຼັ້ນ" (ອ້າງອີງຈາກຫນ້າທີ 345 ໃນວັດຈະນານຸກົມສະບັບທີ່ຍົກມາຂ້າງເທິງ). ເຊິ່ງກໍຈະເຫັນໄດ້ວ່າ ແທ້ຈິງແລ້ວຄຳສັບຫຼາຍໆ ຄຳໃນພາສາລາວນັ້ນ ໄດ້ມີການວິວັດທະນາການໄປຕາມແຕ່ລະຍຸກແຕ່ລະສະໄໝ ເຮັດໃຫ້ຫຼາຍຄົນລືມໄປວ່າບາງຄຳສັບເປັນຂອງພາສາລາວ ແລ້ວເຂົ້າໃຈຜິດວ່າເປັນຂອງພາສາອື່ນ ພຽງເພາະຕົນນັ້ນບໍ່ເຄີຍໃຊ້ ຫຼືສຶກສາມາກ່ອນ.

ມັນລະເປັນແນວນັ້ນຫັ້ນນາ... ບາດນີ້ມັນພັດເກີດບັນຫາຢູ່ບ່ອນວ່າ ໃນເມືອງມັນປ່ຽນໄປຕາມຍຸກສະໄໝແລ້ວ ເຮົາຈະເອົາອັນໃດມາເປັນມາດຕະຖານໃນກາງອ້າງອີງ? ຄຳຕອບຊ້ຳພັດວ່າຍັງບໍ່ຊັດເຈນ ບໍ່ທັນຈະແຈ້ງເທື່ອ ພາກສ່ວນທີ່ກ່ຽວຂ້ອງກໍຍັງບໍ່ມີຄຳຕອບທີ່ແນ່ນອນ ໂດຍສະເພາະຖ້າເຮົາສັງເກດເບິ່ງ ຈະເຫັນວ່າ ໃນປັດຈຸບັນມີວັດຈະນານຸກົມພາສາລາວອອກມາຈຳນວນຫຼາຍສະບັບ ເຊິ່ງແຕ່ລະສະບັບກໍຈະມີລາຍລະອຽດທີ່ແຕກຕ່າງກັນໄປ ເຮັດໃຫ້ສ້າງຄວາມບໍ່ເຂົ້າກັນຍິ່ງຂຶ້ນໄປຕື່ມ.



ໜ້າທີ່ 2 ຈາກທັງໝົດ 2 ໜ້າ <<<12>>>