ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ພາສາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ພາສາ » "ອັຖຖະຣົສ" ໃນບົດວັນນະກັມລາວ

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
- ອັຖຖະຣົສ ຄື ປະໂຫຍດທີ່ໄດ້ຈາກຣັດວັນນະກັມ, ວັນນະກັມລາວ ທຸກເຣື່ອງຈະມີອັຖຖະຣັສ ທີ່ເກີດຄວາມສົນໃຈ ຕິດໃຈແກ່ຜູ້ເບິ່ງ ຜູ້ຊົມ ຜູ້ອ່ານ ຜູ້ຟັງ ໃຫ້ຜເກີດຄວາມເພີດເພີນຈະເຮີນໃຈໄດ້ນັ້ນ ສະແດງບົດບາດໄປຕາມຈັງຫວະຂອງເຮື່ອງ ກ່າວຄື:
1. ບົດຮັກ.
2. ບົດໂສກ.
3. ບົດກ້າຫານ.
4. ບົດອັດສະຈັນ.
5. ບົດຕະຫຼົກ.
6. ບົດໜ້າຢ້ານກົວ.
7. ບົດຣະຫ້ອຍ.
8. ບົດກຽດຊັງ.
9. ບົດຄຽດແຄ້ນ
ທັງໝົດນີ້, ຮຽກວ່າ “ອັຖຖະຣົສ” ຄືສາຣະຖະ ຫຼືປະໂຫຍດ ທີ່ໄດ້ຮັບຈາກບົດວັນນະຄະດີ, ຜູ້ສະແດງ ຕ້ອງສະແດງໃຫ້ຜູ້ຊົມເຫັນເປັນເຣື່ອງຈິງ, ເປັນຕົ້ນວ່າບົດຮັກກໍຕ້ອງຮັກສຸດອົກສຸດໃຈ ຮັກເໝືອນຊິກິນໄດ້ ຮັບຈົນຫັຼບໄຫຼ ໃຝ່ຝັນ ຜູ້ຊົມກໍເກີດຄວາມກະສັນຮັກ ພໍໃຈໄປຕາມກັນ.
- ບົດວັນນະກັມລາວ ທີ່ນັກວິຈານວັນນະກັມບອກວ່າ "ເຣື່ອງພຣະເວດສັນດອນຈະເປັນບົດວັນນະກັມທີ່ມີຄົບທຸກຣົດ ດ້ວຍເຫດນັ້ນວັນນະກັມພຣະ ເວດຈຶ່ງເປັນອັມມະຕະ".

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໒໒ ກະທູ້
໒໗໔ ໂພສ
ນັກການກະທູ້
ເຫັນຄຳວ່າ "ອັຖຖະຣົສ" ເລີຍເຂົ້າມາສະແດງຄວາມຄິດເຫັນເພື່ອຊູກະທູ້ນີ້ຂຶ້ນ.


໓໔ ກະທູ້
໓໕໙ ໂພສ
ຊຳນານການເວັບບອດ
ຂອບໃຈ

ພັນທະຫົວໃຈ::

໘ ກະທູ້
໘໔໑ ໂພສ
ຊຳນານການເວັບບອດ
ໂດຍ ຂອບໃຈທີ່ເອົາມາແບ່ງປັນ