ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ພາສາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ພາສາ » ສະມາຄົມນັກສຶກສາ-ຫຼືສະມາຄົນລາວຢູ່ຕ່າງປະເທດ ຄວນຈະມີ

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>


໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
- ສະໄໝຮຽນຢູ່ມະຫາວິທະຍາໄລບາງກອກ ຫຼັງຈາກພວກເຮົາຈັດຊຸມນຸມນັກສຶກສາສົງລາວຂຶ້ນແລ້ວ ພວກເຮົາກໍຈັດກອງປະຊຸມສະໄໝ ສາມັນຂອງຊຸມຊຸມເຮົາ ໂດຍເຊີນອະທິການບໍດີ ຄະນະບໍດີ ຄຣູອາຈານ ແລະບັນດາແຂກຕ່າງໆ ທີ່ສຳຄັນມາຮ່ວມດ້ວຍ: ເຮັດໃຫ້ບັນຄະນະແຂກຕ່າງໆ ມີຄວາມຍິນດີ ແລະສົນໃຈນຳຊຸມນຸມເຮົາ ເຖິງວ່າຊຸມນຸມນີ້ຈະເປັນສະມາຄົມຂະໜາດນ້ອຍ ທີ່ຮຽກວ່າ "ຊຸມນຸມ" ກໍຕາມ ແຕ່ມີພະລັງ ເທົ່າກັບ ສະມາຄົມ ສະມາພັນ ຫຼືອົງກອນໃຫຍ່ໆອື່ນໆ ຫຼາຍຄົນທີ່ສາຮ່ວມໃນງານເວົ້າເປັນສຽງດຽວກັບວ່າ "ເທົ່າທີ່ເກີດເປັນປະເທດໄທຍ໌ມານີ້ ບໍ່ມີສະມາພັນ, ສະມາຄົມໃດ ທີ່ເປັນຕົວແທນຂອງຄົນລາວໃນສຍາມເລີຍ ເທົ່າທີ່ຮູ້ມີຊຸມນຸມນັກສຶກສາລາວໃນໄທຍ ແລະສະມາຄົມນັກສຶກສາສົງລາວໃນໄທຍ໌ເທົ່ານີ້ ເວົ້າ ລາວແລ້ວ ຄືສາມາຄົມຂອງຄົນລາວ ບໍ່ມີຢູ່ເມືອງໄທຍ໌ເລີຍ" ທີ່ຄະນະພວກເຮົາຈັດຕັ້ງຊຸມນຸມ ທີ່ຊື່ວ່າ "ລາວ" ຂຶ້ນໃນໄທຍ໌ໄດ້ເຂົາມີຄວາມຍິນດີ ດ້ວຍສະເພາະ ແຂກທີ່ມີກຽດ ທີ່ຖືກເຊີນ ມາຈາກທາງພາກອີສານນີ້ ເຂົາດີໃຈຈົນຫາສິ່ງປຽບປານບໍ່ໄດ້ ດັ່ງຕົວຢ່າງ ພຣະອາຈາຣຍ໌ມະຫາບຸນເຖິງ(ບຸນຖຶງ) ສຸຕິນທະໂຣ ເປັນພຣະຊາວແຂວງສຸຣິນ ຕຳແໜ່ງຫົວໜ້າກິດຈະການນັກສຶກສາ ມະຫາວິທະຍາໄລສົງແຫ່ງໜຶ່ງ ກໍຖືກນິມົນໄປຮ່ວມໃນງານວັນເປິດ ຊຸມນຸມນັກສຶກສາສົງລາວໃນໄທຍ໌ ທ່ານກ່າວຕອນໜຶ່ງພໍສະຫຼຸບເນື້ອຄວາມໄດ້ວ່າ "ຂ້າພະເຈົ້າ ມີຄວາມພາກພູມໃຈທີ່ສຸດ ທີ່ເຫັນນັກສຶກສາລາວ ແລະນັກສຶກສາສົງລາວ ພາຍໃຕ້ການອຸປະຖັມໂດຍ ທູດການສຶກສາລາວ ໄດ້ຈັດຕັ້ງຊຸມນຸມນັກສຶກສາລາວ ແລະສຶກສາສົງລາວຂຶ້ນໃນໄທຍ໌ ເພາະໃນບັນດາປະເທດອ້ອມຂ້າງລາວ ມີໄທຍ໌ ພະມ້າ ທັງທີ່ມີຄົນລາວຢູ່ ບໍ່ຄ່ອຍມີສະມາຄົມຂອງຄົນລາວເລີຍ ໂດຍສະເພາະ ທີ່ປະເທດໄທຍ, ຄວາມຈິງເຖິງຜູ້ຂ້າຈະເປັຍຄົນສຸຣິນ ແຕ່ມີເຊື້ອສາຍລາວ ຢາກຈະຕັ້ງສາມາຄົມຄົນລາວ ກະບໍ່ໄດ້ ຕັ້ງສະມາຄົມຂຶ້ນຄັ້ງໃດ ກໍໄດ້ແຕ່ຊື່ວ່າ "ຊາວອີສານ" ທັງໆ ທີ່ອີສານກໍແມ່ນເຊື້ອສາຍລາວ ແຕ່ກໍເປັນໄປບໍ່ໄດ້ ເມື່ອຄົນລາວແທ້ໆຕັ້ງຂຶ້ນໄດ້ ກໍຊົມເຊີຍ ແລະໃຫ້ນ້ອງນຸ່ງລູກຫຼາຍ ເຜີຍແຜ່ ຊື່ສຽງ ແລະກຽດຕິພູມຂອງຄົນລາວໃຫ້ກວ້າງຂວາງ ສ້າງຄວາມເຂົ້າໃຈໃຫ້ແກ່ຄົນໄທຍ໌ ເຮັດໃຫ້ຄົນໄທຍ໌ເຂົ້າໃຈຄວາມເປັນລາວໃຫ້ກວ້າງ ຂວາງ ໂດຍສະເພາະເນັ້ນເຖິງ ປະເພນີ, ວັດທະນະທັມ, ສາສນາ, ພາສາລາວ ແລະຊ່ວຍເຫຼຶອກັນແລະກັນເຖິດ.........."
- ບໍ່ສະເພາະທ່ານພຣະມະບຸນເຖິງເທົ່ານັ້ນ ໄດ້ເຜີຍຄວາມໃນໃຈເລື່ອງນີ້ ໃຜໆ ກໍເວົ້າໃນລັກສະນະດຽວກັນນີ້ ເມື່ອມາຟັງເບິ່ງ ຄຳເວົ້າຄຳນີ້ ຄົນອີສານທັງຫຼາຍກໍສຳນຶກໃນຄວາມເປັຊເຜົ່າພັນ ຢູ່ບໍ່ໜ້ອຍ ແຕ່ສະຖານະການບໍ່ເອື້ອອຳນວຍ ກໍເລີຍຕັ້ງໄດ້ແຕ່ສະມາຄົມຊາວອີສານ ເທົ່ານັ້ນ ເມື່ອຂ້າພະເຈົ້າໄປທ່ຽວພະນົມເປັນ ກໍໄດ້ຍິນຄຳໜຶ່ງອີກຈາກຄົນຂະເໝນເຊື້ອສາຍລາວເວົ້າວ່າຈັ່ງຊີ້ "ຢາກໃຫ້ອາຈານຊ່ວຍເຼຫຼືອດ້ານທຶນຮອນໃຫ້ ພວກຂະນ້ອຍ ຢາກສ້າງສະມາຄົມລາວໃນຂະເໝນ ເນື່ອງຈາກວ່າຢູ່ຂະເໝນກໍມີຄົນເຊື້ອສາຍລາວຈຳນວນຫຼາຍແສນ ທຸກຊົນເຜົ່າເຂົາມີສະມາຄົນ ຂອງເຂົາໝົດ ເຊັ່ນ ສະມາຄົນຊາວຈາມ, ສະມາຄົມຊາວຈີນ, ສະມາຄົມຊາວຫວຽດນາມ ຍັງບໍ່ທັນມີແຕ່ສະມາຄົມຊາວລາວ" ເອີຟັງແລ້ວກໍໜ້າຄິດເນາະ.
- ກັບເຂົ້າມາເວົ້າເລື່ອງຊຸມນຸມນັກສຶກສາສົງລາວໃນໄທຍ໌ຂະນະນັ້ນ ໄດ້ທຳໜ້າທີ່ຂອງຕົນ ໃນດ້ານປະສານງານ ກັບຄົນລາວທັງໝົດ ໂດຍສະເພາະນັກສຶກສາລາວໃນໄທຍ໌ ເນັ້ນໃສ່ພຣະສົງແລ້ວ ເຮົາຍັງໄດ້ທຳງານວຽກງານເຜີຍແຜ່ສາສນາ, ພາສາ ແລະວັດທະນະທັມລາວ ພາຍໃຕ້ການນຳພາຂອງທູດການສຶກສາລາວໃນໄທຍ໌ ໂດຍສະເພາະແມ່ນໄດ້ປະສານສົມທົບກັບທູດວັດທະທັມອື່ນໆ, ນອກຈາກນັ້ນ ຄະນະພວກເຮົາ ຊຸດໜຶ່ງ ຊຸດສອງ ແລະຊຸດສາມນັ້ນ ໄດ້ຮັບເຊີນໃຫ້ໄປຈັດນິທັດສະການ ແລະຮ່ວມງານ ທີ່ອົງກອນ ແລະມະຫາວິທະຍາໄລຕ່າງໆ ໄດ້ຈັດຂຶ້ນ ໂດຍແມ່ນຈັດນິທັດສະການກ່ຽວກັບລາວ ເຮັດໃຫ້ຄົນໄທຍ໌ສ່ວນໃຫຍ່ ທີ່ບໍ່ຮູ້ ແລະບໍ່ເຂົ້າໃຈລາວປານໃດໃນສະໄໝນັ້ນ ເຫັນຄວາມຈຳເປັນ ແລະເຂົ້າໃຈລາວ ສິ່ງໜຶ່ງທີ່ພົບໃນຄວາມເຂົາໃຈຂອງຄົນລາວ ທີ່ມີຕໍ່ລາວສະໄໝປີ ໑໙໙໒ ກັບໄປນັ້ນ ຄົນໄທຍ໌ໃນພາກອື່ນໆ ຈະເຂົ້າໃຈວ່າ "ລາວ" ກໍຄືຄົນອີສານ ການທີ່ຈະໄປເມືອງລາວແມ່ນງ່າຍສຸດ ຄື ພຽງແຕ່ຂີ່ລົດໄປພາກເໜືອແລວລ້ຽວຂວາ ທີ່ໂຄຣາດກໍຮອດເມືອງລາວແລ້ວ ໝາຍຄວາມວ່າເຂົາເຂົ້າໃຈວ່າ "ພາກອີສານຄືລາວ" ແຕ່ເມື່ອເຮົາເອົາວຽກງານສາສນາ ແລະວັດທະນະທັມໄປເຜີຍແຜ່ແລ້ວ ເຂົາຈະຮູ້ວ່າ ປະເທດລາວແທ້ໆ ມີເອກຣາດຢູ່ໃນໂລກ ຄື ສປປ.ລາວ.
-


(ຍັງມີຕໍ່)

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໖ ກະທູ້
໒໐໔ ໂພສ
ນັກການກະທູ້
ສຸດຍອດ ຂໍສະແດງຄວາມຍິນດີ ຊົມເຊີຍ ແລະ ພາກພູມນຳເດີ


໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຮົາໄປຮຽນຢູ່ໃສ ບໍ່ວ່າ ເມືອງເຈັກ ເມືອງແກວ ແມ່ນກະທັງມີພຽງ ໕ ຄົນກໍຕ້ອງຣວມກຸ່ມກັນໃຫ້ໄດ້ (ບໍ່ແມ່ນຣວມກັນກິນເຫຼົ້າ) ຣວມກຸ່ມກັນປຶກສາຫາຣື ຊ່ວຍເຫຼືອເຊິ່ງກັນແລະກັນ ນັ້ນແລ້ວຄືການໍ່ວຍຊາດ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໙ ກະທູ້
໑໒໖໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແມ່ນແລ້ວ


໓໑ ກະທູ້
໒໓໕໐ ໂພສ
ທີມງານພັນລາວ
ຢູ່ນີ້ກະມີຢູ່ທຸກບ່ອນ, ວ່າແຕ່ ເປັນຫຍັງ ຕ້ອງເອີ້ນເຂົາ ເຈັກ ເຂົາ ແກວ?

ດຣາມ່າເອີຍ...ຈົງຊັບຊ້ອນຍິ່ງຂຶ້ນ

໖ ກະທູ້
໓໖໖ ໂພສ
ຊຳນານການເວັບບອດ
ງົງໆໆໆບໍ່ຮູ້ ເຈັກ ເຂົາ ແກ້ວ

ຄົນໄກບ້ານ........ຍາກກັບບ້ານເດ່

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຈີນນັ້ນ ເມື່ອກ່ອນເຂົາຮຽກ ເຈັກ

ຫວຽດເມື່ອກ່ອນເຂົາຮຽກ ແກວ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໓໑ ກະທູ້
໒໓໕໐ ໂພສ
ທີມງານພັນລາວ
ໄດ້ຍິນວ່າ ຖືເປັນຄຳ ດູຖູກ ເຊື້ອຊາດເຂົາ

ດຣາມ່າເອີຍ...ຈົງຊັບຊ້ອນຍິ່ງຂຶ້ນ

໙ ກະທູ້
໓໕໕ ໂພສ
ຊຳນານການເວັບບອດ
ສ່ວນຫຼາຍຊຸມແຊວກັນຫຼາຍກວ່າ....ແຮະໆ

ມາຊ້າ ກັບກ່ອນ ຈ່າຍຜ່ອນ ກິນຫຼາຍ

໐ ກະທູ້
໑໒໘ ໂພສ
ນັກການກະທູ້
ຈັງຊັ້ນເນາະ...


໓ ກະທູ້
໓໐໕ ໂພສ
ຊຳນານການເວັບບອດ
ມີ Japan Alumni Of Lao (JAOL)

//ໂລກສອນໃຫ້ມະນຸດຮູ້ຈັກການປ່ຽນແປງ ແຕ່....ໂລກກໍ່ພັດສອນໃຫ້ມະນຸດຮູ້ຈັກຜູກພັນ

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເວົ້າເບິ່ງວ່າ Japan Alumni Of Lao (JAOL) ໄດ້ດຳເນີນການຫຍັງ ?

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໓ ກະທູ້
໓໐໕ ໂພສ
ຊຳນານການເວັບບອດ
JAOL ກະມີການຄັດເລືອກປະທານທຸກໆ2ປີ ມີງານພົບປະສະມາຊິກປະຈຳປີທຸກປີ ມີMailing List ສະມາຊິກສາມາດແລກປ່ຽນຄວາມຄິດເຫັນໄດ້,,ມີກິດຈະກຳພາຍໃນ ການແຂ່ງຂັນກິລາ.ກິດຈະກຳພາຍນອກ ຊ່ວຍເຫຼືອສັງຄົມຖ້າມີໂອກາດ ເຊັ່ນຜ່ານມາກໍ່ໄປບໍລິຈາກຊ່ວຍໂຮງຮຽນທຸກຍາກ,ແປປື້ມເດັກນ້ອຍ,ນອກນັ້ນກໍ່ມີNewsletter,Website ນຳອີກ ປະຈຸບັນມີສະມາຊິກທີ່ລົງທະບຽນເປັນທາງການປະມານ 150ຄົນແລ້ວ..
ລາຍລະອຽດເພີ້ມເຕີມແມ່ນ JAOL WEB ນອກນັ້ນກະ ຍັງມີການພົວພັນກັບສະພາອາດີດນັກສຶກສາຈາກຍີ່ປຸ໋ນໃນເຂດອາຊີຕາເວັນອອກສຽງໃຕ້ນຳອີກ...

//ໂລກສອນໃຫ້ມະນຸດຮູ້ຈັກການປ່ຽນແປງ ແຕ່....ໂລກກໍ່ພັດສອນໃຫ້ມະນຸດຮູ້ຈັກຜູກພັນ

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຊົມເຊີຍ!!


໑໓ ກະທູ້
໔໐໒ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ Diow ຂຽນວ່າ...
ໄດ້ຍິນວ່າ ຖືເປັນຄຳ ດູຖູກ ເຊື້ອຊາດເຂົາ


ແມ່ນຄວາມດ່ຽວ ຂ້ອຍເຄີຍເວົ້າວ່າແກວໆ ໝູ່ຄົນຫວຽດເຂົາບໍ່ພໍໃຈປານໃດຫນະ

ຫວານຕົ້ນຈືດປາຍ

໑໓ ກະທູ້
໔໐໒ ໂພສ
ຊຳນານການເວັບບອດ
ຕາມທີ່ຂ້ອຍຮູ້ບໍ່ວ່າຢູ່ຫວຽດຢູ່ຈີນກໍ່ມີສະມາຄົມນັກສຶກສາລາວໝົດໃດ

ຫວານຕົ້ນຈືດປາຍ

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຮັດຫຍັງໃຫ້ຈີນໃຫ້ຫວຽດຮູ້ນຳແນ່(ຢ່າວ່າເຂົາບໍ່ເຊີນ)

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Phetmanivone ຂຽນວ່າ...
JAOL ກະມີການຄັດເລືອກປະທານທຸກໆ2ປີ ມີງານພົບປະສະມາຊິກປະຈຳປີທຸກປີ ມີMailing List ສະມາຊິກສາມາດແລກປ່ຽນຄວາມຄິດເຫັນໄດ້,,ມີກິດຈະກຳພາຍໃນ ການແຂ່ງຂັນກິລາ.ກິດຈະກຳພາຍນອກ ຊ່ວຍເຫຼືອສັງຄົມຖ້າມີໂອກາດ ເຊັ່ນຜ່ານມາກໍ່ໄປບໍລິຈາກຊ່ວຍໂຮງຮຽນທຸກຍາກ,ແປປື້ມເດັກນ້ອຍ,ນອກນັ້ນກໍ່ມີNewsletter,Website ນຳອີກ ປະຈຸບັນມີສະມາຊິກທີ່ລົງທະບຽນເປັນທາງການປະມານ 150ຄົນແລ້ວ..
ລາຍລະອຽດເພີ້ມເຕີມແມ່ນ JAOL WEB ນອກນັ້ນກະ ຍັງມີການພົວພັນກັບສະພາອາດີດນັກສຶກສາຈາກຍີ່ປຸ໋ນໃນເຂດອາຊີຕາເວັນອອກສຽງໃຕ້ນຳອີກ...


ຄັນເວົ້າຈັ່ງຊີ້ ແລ້ວເຮັດຜ່ານມາແລ້ວແມ່ນດີຫຼາຍ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໓໑ ກະທູ້
໒໓໕໐ ໂພສ
ທີມງານພັນລາວ
ກະ ຕອນບຸນປີໃຫມ່ລາວ ບາງຄົນກະອາດຈະຮູ້ວ່າ ຈີນໃຫ້ຄວາມສຳຄັນກັບໄທຫລາຍກວ່າລາວ ປີໃຫມ່ລາວແຕ່ ລະເທື່ອຈີນ ຈະຈັດງານໃສ່ຊື່ວ່າປີໃຫມ່ໄທ ຢ່າງດຽວ ໃຜຮຽນຢູ່ຈີນ ກໍຮູ້ແກ່ໃຈດີ ມັນຫນ້ານ້ອຍໃຈ ແຕ່ປີນີ້ ການຈັດຕັ້ງກຸ່ມຄົນລາວຢູ່ໂຮງຮຽນຕົນເອງນັ້ນ ຢາກປ່ຽນໃຫມ່ ໄດ້ລົມນຳຫລາຍພາກສ່ວນກະມີບັນຫາຫລາຍຂັ້ນຕອນເຕີບ ແຕ່ປີນີ້ ໄດ້ຈັດງານໃນຊື່ ບຸນປີໃຫມ່ລາວ ໂດຍມີໄທຮອງມາອັນດັບສອງ ເບີ່ງຮູບພາບໄດ້ຢູ່ນີ້

http://punlao.com/Diow/albums/5536

ດຣາມ່າເອີຍ...ຈົງຊັບຊ້ອນຍິ່ງຂຶ້ນ

໑໒ ກະທູ້
໗໘໐ ໂພສ
ຊຳນານການເວັບບອດ
ຢູ່ປັກກິ່ງກະມີຄືກັນ ມ່ວນໆ ຮິຮິ

ສິ່ງທີ່ຢາກເຮັດຈົ່ງລົງມືເຮັດ ຢ່າປ່ອຍໃຫ້ໂອກາດຜ່ານໄປ

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄົນລາວເຮົາຢູ່ ໕ ປະເທດອ້ອມຮອບລາວ ແຕ່ຄົນລາວບໍ່ມີສະມາຄົມໃນ ໕ ປະເທດນີ້/ນັກສຶກສາລາວ ເຮັດຈັ່ງໃດຊິໃຫເຄົນລາວ ໃນ ໕ ປະເທດນັ້ນ ສະເພາະເຂົາຕັ້ງຫຼັກປັກຖານຢູນັ້ນ ໄດ້ສ້າງສະມາຄົມຄຕົນເອງຂຶ້ນໄດ້ລະ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໑໓ ກະທູ້
໔໐໒ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ ariya ຂຽນວ່າ...
ຄົນລາວເຮົາຢູ່ ໕ ປະເທດອ້ອມຮອບລາວ ແຕ່ຄົນລາວບໍ່ມີສະມາຄົມໃນ ໕ ປະເທດນີ້/ນັກສຶກສາລາວ ເຮັດຈັ່ງໃດຊິໃຫເຄົນລາວ ໃນ ໕ ປະເທດນັ້ນ ສະເພາະເຂົາຕັ້ງຫຼັກປັກຖານຢູນັ້ນ ໄດ້ສ້າງສະມາຄົມຄຕົນເອງຂຶ້ນໄດ້ລະ



ເປັນຫຍັງເຈົ້າຄືວ່າ ຢູ່5ປະເທດອ້ອມຮອບລາວ ບໍ່ມີສະມາຄົມນັກສຶກສາລາວ ຮູ້ໄດ້ຈັ່ງໃດ ???!!

ຫວານຕົ້ນຈືດປາຍ

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ OUY ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ ariya ຂຽນວ່າ...
ຄົນລາວເຮົາຢູ່ ໕ ປະເທດອ້ອມຮອບລາວ ແຕ່ຄົນລາວບໍ່ມີສະມາຄົມໃນ ໕ ປະເທດນີ້/ນັກສຶກສາລາວ ເຮັດຈັ່ງໃດຊິໃຫເຄົນລາວ ໃນ ໕ ປະເທດນັ້ນ ສະເພາະເຂົາຕັ້ງຫຼັກປັກຖານຢູນັ້ນ ໄດ້ສ້າງສະມາຄົມຄຕົນເອງຂຶ້ນໄດ້ລະ



ເປັນຫຍັງເຈົ້າຄືວ່າ ຢູ່5ປະເທດອ້ອມຮອບລາວ ບໍ່ມີສະມາຄົມນັກສຶກສາລາວ ຮູ້ໄດ້ຈັ່ງໃດ ???!!


ມີແຕ່ຄົນເວົ້າລາວ-ແຕ່ບໍ່ມີສະມາຄົມລາວຢູ່ ເຊັ່ນຢູ່ຈີນ ຄົນເວົ້າລາວມີ ແຕ່ບໍ່ມີສະມາຄົມລາວ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໓໑ ກະທູ້
໒໓໕໐ ໂພສ
ທີມງານພັນລາວ
ເປັນຫຍັງສິບໍ່ມີ

ດຣາມ່າເອີຍ...ຈົງຊັບຊ້ອນຍິ່ງຂຶ້ນ

໐ ກະທູ້
໑໒ ໂພສ
ຂາປະຈຳເວັບບອດ
ໂຍ່ວໆໆໆໆໆໆໆ ບໍ່ທຳມະດາເນາະອາຈານ ວານໃຫ້ອາຈານຕອບແດ່ ວ່າເພີ່ນນີ້ແມ່ນນິສິດມະຫາຈຸລາບໍ່ນໍ້ ແລ້ວຖ້າແມ່ນເພີ່ນນັ້ນເປັນພຸດທະສາດບັນດິດລຸ້ນໃດ ແຕ່ຂ້ອຍເປັນພຸດທະສາດບັນດິດລຸ້ນ 52 ນ່າ ຂອບໃຈໆໆ


໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຣຸ້ນ ໔໕ ຄະນະສັງຄົມສາດ (ເສດຖະສາດ)
- ວິຊາປະຫວັດສາດ ແລະພາສາ ຕະຫຼອດວິຊາອື່ນໆ ໄດ້ຈາກເມືອງລາວທັງນັ້ນ, ການຮຽນຕ່າງປະເທດ ເຮົາຕ້ອງມີພື້ນຖານທຸກຢ່າງທີ່ແໜ້ນຈາກ ປະເທດເຮົາກ່ອນ, ຫາກເຮົາບໍ່ມີພື້ນຖານການສຶກສາທີ່ແໜ້ນ, ມິຄວາມສຳນຶກທີ່ພ້ອມແລ້ວ ເຮົາຈະພົບກັນບັນຫາການສຶກສາ ແລະແລ້ວເຮົາຈະຮຽນຢາກທີ່ສຸດ.

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໐ ກະທູ້
໑໒໘ ໂພສ
ນັກການກະທູ້
ອຶ່ມ


໐ ກະທູ້
໑໒ ໂພສ
ຂາປະຈຳເວັບບອດ
ອໍ້ໆໆ ຍີນດີໆ ສະແດງວ່າເພີ່ນເປັນສິດອ້າຍ ແຫະໆໆ ສຳນັກດຽວກັນ ຂ້າພະເຈົ້າກະ ຄະນະສັງຄົມສາດ(ເສດຖະສາດ) ຄືກັນ ສ່ວນຫລາຍພຣະນິສິດລາວກະມາຮຽນສາຂານີ້ຫລາຍ ແມ່ນຕາມທີ່ອາຈານບອກ ຖ້າບໍ່ມີພື້ນຖານການສືກສາແລະຄວາມສຳນືກທີ່ດີແລ້ວ

ການມາຮຽນທີ່ນີ້ມີປັນຫາແນ່ນອນ ຕ້ອງແບ່ງແຍກໃຫ້ອອກວ່າອັນໃດເລື່ອງສ່ວນລວມແລະອັນໃດຄວນເຂົ້າໃຈ


໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ວ່າແຕ່ ຮຽນຢູ່ເຈັກ-ແກວ-ຈາປອນ-ອ໊ອດຊີ ແລະອື່ນໆໆ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໔໐ ກະທູ້
໑໒໗໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມີຄືກັນ

~Vਕਆpïrєی™~

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>