ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ພາສາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ພາສາ » ບັນຫາພາສາລາວໃນຍຸກເທັກໂນໂລຢີ

໘໐ ກະທູ້
໑໖໕ ໂພສ
ນັກການກະທູ້
ເນື່ອງຈາກວ່າ ພາສາລາວໃນມືຖືລຸ້ນຕ່າງໆຍັງບໍ່ທັນຮອງຮັບໄດ້ທົ່ວເຖິງ, ຄົນລາວຈຳນວນບໍ່ໜ້ອຍກໍຫັນໄປໃຊ້ພາສາໄທ, ພາສາຄາລາໂອເກະ ແລະ ພາສາອັງກິດຈຳນວນໜຶ່ງແທນພາສາລາວ, ຈິ່ງເຮັດໃຫ້ການນຳໃຊ້ພາສາລາວສັບສົນໃນບາງຄັ້ງ, ບາງທີກໍອ່ານເດົາໄປ, ອັນທີ່ໜ້າເສົ້າໄປກວ່ານັ້ນແມ່ນເຮັດໃຫ້ຄົນຕ່າງຊາດຫົວຂວັນເຢາະເຢີ້ຍເອົາຊ້ຳວ່າ: ຄົນລາວບໍ່ໃຊ້ພາສາລາວ.

_______________________________________________

໗໘ ກະທູ້
໑໒໑໓ ໂພສ
ຜູ່ເບິ່ງແຍງເວັບບອດ
ດຽວນີ້ກໍດີກວ່າແຕ່ກ່ອນຫຼາຍແລ້ວ ທຸກມື້ນີ້ມືຖືຖືກໆ​ກໍຮອງຮັບພາສາລາວ (ເຊັ່ນມືຖືຈາກລາວໂທລະຄົມ ແລະຢູນິເທວ) ພວກມືຖືລະດັບແພງໆ ແບບ iPhone ຫຼືບໍ່ແພງແບບ Android ທີ່ເປັນຮຸ່ນໃໝ່ໆ ກໍຮອງຮັບພາສາລາວ (ໂດຍສະເພາະ Android 4.4 ຂຶ້ນໄປຈະຮອງຮັບທັງການຂຽນແລະອ່ານ)

ແຕ່ເໜືອສິ່ງອື່ນໃດແມ່ນການປະຊາສຳພັນໃຫ້ຄົນທົ່ວໄປຮັບຮູ້ວ່າມີລະບົບພາສາລາວທີ່ຮອງຮັບແລ້ວນັ້ນລະ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ au8ust ຂຽນວ່າ...

ແມ່ນແລ້ວປັດຈຸບັນໄຄກວ່າແຕ່ກ່ອນ ຫວັງວ່າຕໍ່ໄປມືຖືທຸກລຸ້ນຈະຮອງຮັບພາສາລາວໄດ້ຫມົດ

໘໐ ກະທູ້
໑໖໕ ໂພສ
ນັກການກະທູ້
ແມ່ນໆ

_______________________________________________

໑໓ ກະທູ້
໒໘໑ ໂພສ
ນັກການກະທູ້
ແມ່ນໆ ດີນໍ

ຮ່າກວ່າທຸກເທື່ອ

໐ ກະທູ້
໑໗໗໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ພາສາລາວ

໑໘ ກະທູ້
໒໗໕ ໂພສ
ນັກການກະທູ້
ຖືກໆ.ລາວເຮັດລາວໃຊ້ລາວໄດ້ລາວຈະເລິນ

໔ ກະທູ້
໘໙ ໂພສ
ຂາປະຈຳເວັບບອດ
ຂ້ອຍມີຫມູ່ຕ່າງປະເທດຄົນມາຈາກຫລາຍປະເທດ ກະເຈົ້າກະບໍ່ໄດ້ຫົວຂວັນຫຍັງໃດລະທີ່ບາງຂ້ອຍໃຊ້ພາສາໄທລົມກັບຄົນໄທ ຫລືໃຊ້ພາສາໄທສົ່ງຊໍ້ຄວາມລົມກັບຄົນລາວທີ່ບໍ່ຄ່ອຍເກັ່ງຄາລາໂອເກະ ຫລືຄາລາໂອແກະລົມກັບຄົນລາວ ກະເຈົ້າແປກໃຈຍ້ອງວ່າດີ ວ່າເວົ້າອ່ານຂຽນໄດ້ຫລາຍແບບຫລາຍພາສາ ຫລາຍກວ່າຫົວຂວັນ ແຕ່ຖ້າມືຖືແຕ່ລະລຸ້ນຮອງຮັບການອ່ານແລະຂຽນພາສາລາວຢ່າງສົມບູນກະຄືຊິດີຫລາຍຄືຫລາຍຄົນວ່ານັ້ນແຫລະ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ 93 ຂຽນວ່າ...

ແມ່ນແລ້ວ ແຕ່ຄົນທີ່ຫົວຂວັນແມ່ນຄົນທີ່ຈົງໃຈດູຖູກ

໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມືຖືຫລຸ້ນໃໝ່ຕອນນີ້ 100% ອ່ານ ແລະພີມພາສາລາວໄດ້ຫມົດແລ້ວ
Android 4.4+
iPhone
Lumia

໔໔ ກະທູ້
໓໗໗ ໂພສ
ຊຳນານການເວັບບອດ
Android 4.0.4 ກະສາມາດເຮັດໃຫ້ພິມ, ອ່ານພາສາລາວໄດ້
ຂໍອະທິບາຍຫຍໍ້:
-root ເຄື່ອງໂທລະສັບດ້ວຍໂປຣແກຣມຄອມKingo Rootໂດຍທີ່ຄອມຕ້ອງເຊື່ອມຕໍ່ອິນເຕີເນັດ(ການຣູດໂທລະສັບອາດເຮັດໃຫ້ຫມົດປະກັນ)ປຸ່ມດຽວຈົບ.
-ໂດຍທີ່ໂທລະສັບຈະຕ້ອງເຊື່ອມຕໍ່ກັບຄອມແລະໂຫມດ Debugging Mode ໃນໂທລະສັບຈະຕ້ອງຖືກເປີດເອົາໄວ້ ຖອດເມັມພ້ອມ.
-ຫາກKingo Rootຄົ້ນຫາໂທລະສັບບໍ່ເຈີພາຍໃນ3ນາທີໃຫ້ໃຊ້

Adb ຊ່ວຍຕິດຕັ້ງໄດຣເວີ(ໃນຄະນະທີ່ເຄື່ອງເຊື່ອມຕໍ່ຄອມຢູ່).
-ຣູດເຄື່ອງໂທລະສັບດ້ວຍ Kingo Root ແລ້ວ ໂທລະສັບຈະປິດເປີດໃຫມ່ຂຶ້ນມາບໍ່ຕ້ອງຕົກໃຈ.
-ຕິດຕັ້ງແອັບ font changer ໃນໂທລະສັບ ມັນຈະສ້າງໂຟນເດີ font_changer ຂຶ້ນເອງໃນໂທລະສັບ.
-ຫາດາວໂຫລດຟ້ອນ droidsans.ttf ໄປໄວ້ໃນໂຟນເດີ font_changer (ໂດຍໃຊ້ແອັບ root explorer ກັອບປີ້ໄປໃສ່) ເພື່ອເຮັດໃຫ້ແອັບfont changer ມອງເຫັນແລະສາມາດຕິດຕັ້ງຟ້ອນດັ່ງກ່າວ.
-ແອັບ font changer ຖາມຫາແອັບ BusyBox ກໍ່ໃຫ້ດາວໂຫລດ ເປີດ ແລະ ຕິດຕັ້ງ BusyBox ໃຫ້ຈົນສຳເລັດ.
-ເປີດແອັບ font changer ແລ້ວເລືອກຕິດຕັ້ງ droidsans.ttf ທີ່ເຫັນຢູ່ນັ້ນ. ໂທລະສັບຈະປິດເປີດໃຫມ່ຂຶ້ນມາເອງ.

ຂ້າງເທິງແມ່ນ ເຮັດໃຫ້ສະມາດໂຟນອ່ານພາສາລາວໄດ້, ສ່ວນດ້ານລຸ່ມນີ້ແມ່ນເຮັດໃຫ້ພິມພາສາລາວໄດ້

-ສຸດທ້າຍຕິດຕັ້ງແອັບຄີບອດເສີມ MultiLing Keyboard ຫລື Multiling O Keyboard ເຮັດຕາມຂັ້ນຕອນແອັບ MultiLing Keyboard ນັ້ນ ມັນຈະພາທ່ານໄປຫາໂຫລດ
ຟ້ອນ ລາວ ແລະ ໄທ ກໍ່ໃຫ້ຊອກໄປຕາມມັນຈົນສຳເລັດ.

ວ່າຈະຂຽນຫນ້ອຍດຽວວ່າຊັ້ນ ສຸດທ້າຍກະບັກຫລາຍໆ.

໔໔ ກະທູ້
໓໗໗ ໂພສ
ຊຳນານການເວັບບອດ
Android ເວີຊັນອື່ນກະຣູດໄດ້, ຣູດເພື່ອເປັນແອດມິນ ຕົວຢ່າງວ່າ ສາມາດໃຊ້ແອັບເສີມຖອນແອັບທີ່ຫ້າມຖອນໄດ້
ສາມາດຕິດຕັ້ງຣອມROM ໃຫມ່ໃສ່ໂທລະສັບ(ເຊັ່ນດຽວກັບການຕິດຕັ້ງວິນໂດວ໌ໃຫມ່ໃສ່ຄອມນັ້ນແຫລະ)
ສາມາດຕິດຕັ້ງແອັບລົງໃນເມັມ(ສ້າງ ext ແບ່ງສ່ວນໃນເມັມສຳຫລັບຕິດຕັ້ງແອັບ).
ສາມາດເຮັດ swap memory (ຢ່າງຫນ້ອຍ Jellybean ແອນດຣອຍ 4.2 ຂຶ້ນໄປ)ເພື່ອແບ່ງສ່ວນຫນຶ່ງຂອງເມັມມາເປັນແຣມRAM
(ແນະນຳເປັນເມັມ class 10ຈະດີກວ່າ)
ສາມາດເລັ່ງ ຫລຸດ cpu ແລະ ຄວາມສາມາດອື່ນໆ

໔໔ ກະທູ້
໓໗໗ ໂພສ
ຊຳນານການເວັບບອດ
ຂໍອະໄພນຳຫລາຍໆ
ໃຊ້ Kingo Root, ຄອມຈະຕ້ອງເຊື່ອມຕໍ່ອິນເຕີເນັດນຳ.

໗໘ ກະທູ້
໑໒໑໓ ໂພສ
ຜູ່ເບິ່ງແຍງເວັບບອດ
ໄດ້ຍິນວ່າ Windows Phone 8.1 ມີແປ້ນພິມພາສາລາວມານຳແລ້ວ http://mobiletalk.tv/official-laokeyboard-windows-phone/

໔ ກະທູ້
໘໙ ໂພສ
ຂາປະຈຳເວັບບອດ
iOS ອ່ານໄດ້ ແຕ່ພິມຍັງບໍ່ໄດ້ ຖ້າບໍ່ໂຫລດແອັບ ຫລືບໍ່ jailbreak ແລະຫວັງວ່າ iOS ໂຕໃຫມ່ຄົງຈະຍັດຄີບອດມາໃຫ້

໐ ກະທູ້
໗ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ອ້າງເຖິງຂໍ້ຄວາມຈາກ 93 ຂຽນວ່າ...
ຂ້ອຍມີຫມູ່ຕ່າງປະເທດຄົນມາຈາກຫລາຍປະເທດ ກະເຈົ້າກະບໍ່ໄດ້ຫົວຂວັນຫຍັງໃດລະທີ່ບາງຂ້ອຍໃຊ້ພາສາໄທລົມກັບຄົນໄທ ຫລືໃຊ້ພາສາໄທສົ່ງຊໍ້ຄວາມລົມກັບຄົນລາວທີ່ບໍ່ຄ່ອຍເກັ່ງຄາລາໂອເກະ ຫລືຄາລາໂອແກະລົມກັບຄົນລາວ ກະເຈົ້າແປກໃຈຍ້ອງວ່າດີ ວ່າເວົ້າອ່ານຂຽນໄດ້ຫລາຍແບບຫລາຍພາສາ ຫລາຍກວ່າຫົວຂວັນ ແຕ່ຖ້າມືຖືແຕ່ລະລຸ້ນຮອງຮັບການອ່ານແລະຂຽນພາສາລາວຢ່າງສົມບູນກະຄືຊິດີຫລາຍຄືຫລາຍຄົນວ່ານັ້ນແຫລະ

ເຂົາບໍ່ຫົວຂວັນຕ່ໜ້າຢ່າຄຶດວ່າເຂົາບໍ່ຫົວລັບຫຼັງເດີ
ພໍໂຕ້ຖຽງຜິດໃຈກັນ ເຂົາຍົກຄວາມໃນໃຈທີ່ເຂົາບໍ່ເຄີຍເວົ້າມາດູຖູກເຈົ້າຈົນໝົດໃສ້ໝົດພຸງ
ບາງເທື່ອ ເຂົາເວົ້າດູຖູກເຮົາກໍ່ແມ່ນຄວາມເຂົາຫັ້ນແຫຼະ
ຈິດສຳນຶກຊາດນິຍົມຂອງຄົນລາວສ່ວນຫຼາຍຈະຖືກໃຊ້ແບບຜິດໆ
ຈະຕິແຕ່ເຂົາຝ່າຍດຽວກໍ່ບໍ່ຖືກດອກ

໑໕ ກະທູ້
໑໗໓ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ au8ust ຂຽນວ່າ...
ດຽວນີ້ກໍດີກວ່າແຕ່ກ່ອນຫຼາຍແລ້ວ ທຸກມື້ນີ້ມືຖືຖືກໆ​ກໍຮອງຮັບພາສາລາວ (ເຊັ່ນມືຖືຈາກລາວໂທລະຄົມ ແລະຢູນິເທວ) ພວກມືຖືລະດັບແພງໆ ແບບ iPhone ຫຼືບໍ່ແພງແບບ Android ທີ່ເປັນຮຸ່ນໃໝ່ໆ ກໍຮອງຮັບພາສາລາວ (ໂດຍສະເພາະ Android 4.4 ຂຶ້ນໄປຈະຮອງຮັບທັງການຂຽນແລະອ່ານ)

ແຕ່ເໜືອສິ່ງອື່ນໃດແມ່ນການປະຊາສຳພັນໃຫ້ຄົນທົ່ວໄປຮັບຮູ້ວ່າມີລະບົບພາສາລາວທີ່ຮອງຮັບແລ້ວນັ້ນລະ

ຍັງແຕ່ Land rower

ກຕຟ ບໍ່ແມ່ນໄກ່ຕາຟາງ. ກຕຟ ແມ່ນ ລັດວິສາຫະກິດ ກໍ່ສ້າງແລະຕິດຕັ້ງໄຟຟ້າ ຜູ້ເຮັດແທ້ທຳຈິງ ໃນການສະຫນອງໄຟຟ້າສູ່ຊົນນະບົດ. ຊົນນະບົດລາວ ສ່ວນໃຫຍ່ ແມ່ນພວກນີ້ ເປັນຜູ້ຕິດຕັ້ງ. http://ecicompany.wordpress.com/about/

໑໑ ກະທູ້
໖໑໙ ໂພສ
ຊຳນານການເວັບບອດ
ເຫັນການຂຽນຂອງຄົນລາວບາງຄົນຂຽນຜິດຫລາຍ
ເຊັ່ນຄຳວ່າ ຂຽນ ເຫັນຂຽນເປັນ ຂງນ ເນື່ອງຈາກຄວາມເຄີຍຊິນຈາກການຂຽນຈາກຄີຍ໌ບອຣ໌ດພາສາໄທ