ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ພາສາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ພາສາ » ຄຳທຳນາຍພະພຸທທະເຈົ້າ

໔ ກະທູ້
໕໘ ໂພສ
ຂາປະຈຳເວັບບອດ

Thanks: ประกันภัยรถยนต์ เว็บสำเร็จรูป


ນີ່ແມ່ນຄຳທຳນາຍພະພຸທທະເຈົ້າກ່າຍຈາກຄັມພີໃບລານຂອງລ້ານນາ ເອົາມາໃຫ້ເບິ່ງກັນ ໃຈຄວາມຂອງຄຳທຳນາຍມີດັງນີ້



ປູນດີງືດລ້ຳ ອຶ່ງຂົບງູຕາຍ

ບ້ານເມືອງວຸ່ນວາຍ ຜູ້ຊາຍນຸ່ງຊິ້ນ

ຜູ້ເມຍຜີຕາຍ ຊ້ຳມາເຮັດປິ້ນ ເຮັດມານໃສ່ທ້ອງ

ປາແຫ້ງໃນໄຟ ຈັກໄປຢູ່ຕ້ອງ

ແທງອ່ຽນຊ່ອມບົນພູ

ນົກແອ່ນຟ້າຈັກຕາຍດ້ວຍເປືອກຄົມຫອຍ

ງົວແມ່ມອຍໄລ່ຂົບເສື້ອແຜ້ວ


ໄຜບໍ່ຮູ້ຄວາມໝາຍມື້ໜ້າຂ້ອຍຈະມາອະທິບາຍໃຫ້ຟັງເດີ້

ຮັກແພງ

ແລະນີ່ເປັນສຽງຂອງຂ້າພະເຈົ້າ
Recording2.mp3


໗ ກະທູ້
໗ ໂພສ
ຂາປະຈຳເວັບບອດ
ຈະຖ້າເບິ່ງຄວາມໝາຍນຳທ່ານ
ຟັງສຽງທ່ານແລ້ວຄືຊິຢູ່ເບື້ອງນັ້ນແມ່ນບໍ່?


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຫາກໍໄດ້ຟັງຄວາມລາວຈາກລ້ານນາ ຂອບໃຈນຳຫຼາຍໆທີ່ນຳມາໃຫ້ຮູ້ໃຫ້ເຫັນນຳ
ຫາກວ່າຢາກຈະຕິດຕໍ່ພົວພັນເພຶ່ອແລກປ່ຽນຄວາມຄິດເຫັນນຳກັນຈະເປັນການສ້າງຄວາມລຳບາກບໍ່?


໔ ກະທູ້
໕໘ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ ThaoK ຂຽນວ່າ...
ຫາກໍໄດ້ຟັງຄວາມລາວຈາກລ້ານນາ ຂອບໃຈນຳຫຼາຍໆທີ່ນຳມາໃຫ້ຮູ້ໃຫ້ເຫັນນຳ
ຫາກວ່າຢາກຈະຕິດຕໍ່ພົວພັນເພຶ່ອແລກປ່ຽນຄວາມຄິດເຫັນນຳກັນຈະເປັນການສ້າງຄວາມລຳບາກບໍ່?


ຢ່າເວົ້າແນວຊັ້ນເລີຍທ່ານ ບໍ່ເປັນການລຳບາກແຕ່ຢ່າງໃດ ຊ້ຳເປັນທີ່ນ່າຍິນດີຂອງຂ້າພະເຈົ້າ ນີ່ເປັນອີເມລ໌ຂອງຂ້າພະເຈົ້າເດີ້
rc211-v@hotmail.com ມີຫຍັງກະມາລົມກັນໄດ້ນະທ່ານ


ຮັກແພງ


໗໕ ກະທູ້
໒໐໘໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຍຍຍ

ຕາມຫາທີມເວີກເປົ້າໝາຍດຽວກັນເພື່ອເປັນມະຫາເສດຖີນຳກັນ

໙ ກະທູ້
໓໕໕ ໂພສ
ຊຳນານການເວັບບອດ
ເປັນຕາມ່ວນເນາະ

ມາຊ້າ ກັບກ່ອນ ຈ່າຍຜ່ອນ ກິນຫຼາຍ

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ພະຍາຍາມ-ສຶກສາໃຫ້ເຫັນເຖິງຄຳວ່າ "ລ້ານນາ-ລ້ານຊ້າງ"

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້

ນີ້ຄືຄວາມແຕກຕ່າງທີ່ຄົງເໝືອນ
-----------------
ອັກສອນທັມລ້ານນາ ກັບອັກສອນທັມລ້ານຊ້າງ ຫາກເຮົາສຶກສາກ່ອນປີ ພ.ສ ໒໓໕໐ ຄືນໄປ ເຮົາຈະເຫັນຮູບອັກສອນລ້ານນາ ຕ່າງຈາກຮູບອັກສອນ ທີ່ລ້ານນາ ໃຊ້ຢູ່ນີ້.

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໑ ກະທູ້
໗໗ ໂພສ
ຂາປະຈຳເວັບບອດ
ອ່ານບໍ່ອອກ


໖ ກະທູ້
໑໔ ໂພສ
ຂາປະຈຳເວັບບອດ


ປູນດີງືດລ້ຳ ອຶ່ງຂົບງູຕາຍ

ບ້ານເມືອງວຸ່ນວາຍ ຜູ້ຊາຍນຸ່ງຊິ້ນ

ຜູ້ເມຍຜີຕາຍ ຊ້ຳມາເຮັດປິ້ນ ເຮັດມານໃສ່ທ້ອງ

ປາແຫ້ງໃນໄຟ ຈັກໄປຢູ່ຕ້ອງ

ນຳອ່ຽນຄອງຄູ່ຢູ່ບົນພູ

ນົກແອ່ນຟ້າຈັກຕາຍດ້ວຍເປືອກຄົມຫອຍ

ງົວແມ່ມອຍໄລ່ຂົບເສື້ອແຜ້ວ


ຄືສິແມ່ນແນວນີ້ແຫຼະ


໐ ກະທູ້
໑໐໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຂົ້າໃຈແຕ່ຜູ້ຊາຍນຸ່ງຊິ້ນນິລະເຮົາ


໖ ກະທູ້
໑໔ ໂພສ
ຂາປະຈຳເວັບບອດ
ຜູ້ມີຄວາມຮູ້ຄຸນນະທຳສິຖືກຖິ້ມປາ ບໍ່ມີໃຜຟັງຄຳ ບ້ານເມືອງສິວຸ່ນວາຍ
ກະເທີຍສິແຕ່ງຢິງ ບໍ່ອາຍຮີດອາຍຜີ ເຮັດທ່າທາງສະດິ້ງ ສິແປງເພດໃຫ້ຄືແມ່ຍິງ
ເດັກເອົາກັນແຕ່ນ້ອຍ
ຄົນດີສິຖືກໃສ່ຮ້າຍ
ແມ່ຍິງສິໄດ້ລ້ຽງລູກແຕ່ຜູ້ດຽວ

ບໍ່ໄດ້ວ່າໃຜໄດ໊ ແຕ່ຄຳວ່າ ຜູ້ເມຍແປວ່າ ກະເທີຍ
ເຮົາແປຕາມເນື້ອຄວາມທີ່ປັນຍາສຶເຮັດໄດ້


໔ ກະທູ້
໕໘ ໂພສ
ຂາປະຈຳເວັບບອດ
555555555 parehan ທີ່ທ່ານແປນັ້ນກະມີສ່ວນຖືກແລ້ວລ່ະ ແລ້ວພາສາລ້ານນາທີ່ທ່ານພິມມານັ້ນພິມເອງຫຼືບໍ່ ມັນພິມຜິດເປັນບາງຄຳນະ ແຕ່ຫົວຂໍ້ນັ້ນທ່ານພິມຖືກລະມັນຕ້ອງອ່ານວ່າຄຳທຳນາຍ ແຕ່ຂອງຂ້ອຍພິມຫົວຂໍ້ຜິດເອງເດີ້ ມັນອ່ານຜິດເປັນກ໋ຳທຳນາຍ ສຽງຈະຕ່ຳ ຕ້ອງຂໍສູມາອະພັຍ ແຕ່ຈະຂໍແປເພິ່ມເຕິມເດີ້ ເອາອັນທຳອິດເລີຍນະ *ອຶ່ງຂົບງູຕາຍ* ທ່ານຈຳຂ່າວທີ່ສະຫະລັດບຸກອິລັກໄດ້ບໍ່ ອິ່ງກະແມ່ນ ຜູ້ກໍ່ການຮ້າຍ ເຊິ່ງ ມີອາວຸດ ແລະກຳລັງຄົນນ້ອຍກວ່າ ງູ ເຊິ່ງໝາຍເຖິງທະຫານຂອງສະຫະລັດອາເມລິກາ ແຕ່ຜູ້ກໍ່ການຮ້າຍ ສາມາດຂ້າ ທະຫານ ຂອງອາເມລິກາໄດ້ຫຼາຍຄົນ
ແລະຕໍ່ມາ ບັດທັດທີ່ສອງ *ບ້ານເມືອງວຸ່ຣວາຍ ພໍ່ຊາຍນຸ່ງຊິ້ນ* ມັນກະແປກົງຕົວຢູ່ແລ້ວ ຊາຍກ່າຍເປັນຍິງ
ບັດທັດທີ່ສາມ *ຜູ້ເມຍຜີຕາຍ ຊ້ຳມາຍ໊ຽະພິ້ນ ແປງພາມາໃສ່ທ້ອງ* (ຍ໊ຽະ ເປັນພາສາບ້ານຂ້ອຍ ກະແປວ່າ ເຮັດ ໃນພາສາລາວ) ແປວ່າ ຊາຍຍິງ
ທີ່ເຮັດຜິດຮີດຮອຍ ເອົາກັນຕັ້ງແຕ່ຍັງອາຍຸນ້ອຍ ບໍ່ທັນຮຽນຈົບເທື່ອກະທ້ອງมานສາແລ້ວ ວ່າຊັ້ນ ແລ້ວກະຄຳວ່າ *ປຫຼາແຫ້ງໃນໄຟ ຈັກໄພຢູ່ຖ້ອງ* ກະແປວ່າ ເດັກນ້ອຍຍັງບໍ່ທັນຈະໂຕເປັນສາວເທື່ອກະແຮ່ນຊິເອົາຜົວສາແລ້ວ ໄຜກະຢາກໄດ້ເມຍເດັກ ເໝືອນປາແຫ້ງທີ່ຍ່າງໄຟຍັງບໍ່ທັນສຸກເທື່ອ ກະຈະພາກັນຍຸ້ມກິນແລ້ວ
ຕັ້ງອ່ຽນຊ້ອມບົນດອຍ (ຕັ້ງແປວ່າແທງ ອ່ຽນກະແປວ່າ ປາໄຫຼ ດອຍແປວ່າພູ +ແທງປາໄຫຼ ບົນພູ) ທຳມະດາ ປາໄຫຼຕ້ອງຢູ່ໃນນ້ຳແມ່ນບໍ່ ແລ້ວປາໄຫຼລຳໂຕມັນຈະມື່ນຯລື່ນຯໃຊ້ສອງມືຈັບບໍ່ໄດ້ ຕ້ອງໃຊ້ຊ້ອມຫຼືສະໝວກແທງ ແຕ່ນີ່ພັດໄປຢູ່ບົນພູ ຄວາມໝາຍກະແປວ່າ ຜູ້ຮ້າຍເຮັດຜິດໃນປະເທດ ແລ້ວກະໜີອອກນອກປະເທດ ເພາະຄິດວ່າຄົນໃນປະເທດຄົງຈະຕາມຈັບໂຕບໍ່ໄດ້ ແຕ່ເພິ່ນກະມີກົດໝາຍສົ່ງໂຕຜູ້ຮ້າຍຂ້າມແດນແລ້ວ ກະເລີຍຈັບໄດ້
ແລ້ວບັດທັດຕໍ່ມາ *ນົກແອ່ນຟ້າຈັກຕາຍດ້ວຍເປືອກຄົມຫອຍ* ກະແປວ່າ ຄົນມີອຳນາດຫຼາຍບາດໃດກະຊ່າງ ມັນກະຍັງຖືກຄົນກຸ່ມນ້ອຍຯຍາດແຍ່ງອຳນາດໄດ້ສັນນັ້ນແລ ຍົກຕົວຢ່າງຂ່າວ ຄົນຮ້າຍເອົາມີດຈີ້ກັບຕັນໃຫ້ຂັບເຄື່ອງບິນຊົນຕຶກເວິລເທຣດເມື່ອຫຼາຍປີທີ່ແລ້ວຊັ້ນໄດ໋ 5555
ອັນສຸດທ້າຍ *ງົວແມ່ມອຍໄລ່ຂົບເສືອແຜ້ວ*
ແປວ່າ ຍິງຈະໄດ້ເປັນໃຫຍ່ຫຼາຍກວ່າຊາຍ ຫຼື ເມຍຈະໄດ້ເປັນຫົວໜ້າຄອບຄົວແທນຜົວ


໔ ກະທູ້
໕໘ ໂພສ
ຂາປະຈຳເວັບບອດ
ທ່ານ parehan ຟ້ອນທ໌ລ້ານນາທີ່ທ່ານພິມມານັ້ນງາມດີ ງາມຫຼາຍກວ່າຟ້ອນທ໌ລ້ານນາທີ່ຂ້ອຍມີ ທ່ານມີບໍ່ ທ່ານຈະກະລຸນາແບ່ງປັນໃຫ້ຂ້ອຍໄດ້ບໍ່ນໍ້ ຄົນຫຼໍ່


໖ ກະທູ້
໑໔ ໂພສ
ຂາປະຈຳເວັບບອດ
ຕາມນີ້ເລີຍທ່ານ eastlanna
http://art-culture.chiangmai.ac.th/fontlanna/LN_TILOK_V1_57.TTF ຄັນວ່າມັນບໍ່ຂຶ້ນດາວໂຫຼດ ໃຫ້ກົດ save as ມ່ອງ FILE ເດີ້
ອັນນີ້ຄູ່ມືການໃຊ້ http://art-culture.chiangmai.ac.th/fontlanna/dl_font_ln.php?fn=03HowtoTypingTheLNTilokVer1_57.pdf


໑ ກະທູ້
໗໗ ໂພສ
ຂາປະຈຳເວັບບອດ
ຂອບໃຈຫລາຍໆ


໔ ກະທູ້
໕໘ ໂພສ
ຂາປະຈຳເວັບບອດ
ຂອບໃຈທ່ານ parehan ຫຼາຍຯເດີ້ ສຳຫຼັບ ຟ້ອນທ໌ ແອລເອັນ-ຕິໂລກ ນີ້ນ່ະ ຂອງຂ້ອຍເປັນຟ້ອນທ໌ລ້ານນາເວິລດ໌ ຖ້າຈະແລກປ່ຽນກະໄດ້ດຽວຈະສົ່ງໃຫ້ນະ



Thanks: seo เทเวศประกันภัย


໓ ກະທູ້
໓໑໙໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບ້ານເມືອງຊິທຸກຮ້ອນ ມີໄພອີ່ຫຍັງຈັກຢ່າງ

strawberry

໓ ກະທູ້
໓໑໙໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບ້ານເມືອງຊິທຸກຮ້ອນ ມີໄພອີ່ຫຍັງຈັກຢ່າງ

strawberry

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄຳທຳນາຍ - ລາວລ້ານນາແທ້ ຈະເວົ້າວ່າ "ກຳທຳນາຍ" ສະນັ້ນ ເວລາຂຽນກໍໃຊ້ໂຕ "ຄ" ກະໄດ້ ໂຕ "ກ" ກະໄດ້, ຄົນສະໄໝໃໝ່ຈະໃຊ້ໂຕ "ກ" ເພາະອິງຕາມໄວຍາກອນໄທຍ໌, ຫາກໃສ່ໂຕ "ຄ" ຄົນຊຽງໃໝ່ ຈະອອກສຽງ ກຳຢູ່ດີ ເຊັ່ນກັບດອຍຕຸງ ເດີມແທ້ຕ້ອງໃສ່ໂຕ "ທ" ແຕ່ອອກສຽງຕຸງ ກົງກັບ "ທຸງ" ໃນພາສາລາວ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອັກສອນລ້ານນາເດີມ ແທ້ຈະເໝືອນກັບອັກສອນທັມລ້ານຊ້າງ ແຕ່ໄລຍະຫຼັງ ໒໐໐ ປີມານີ້ ລ້ານນາບາງສ່ວນໄດ້ແປງໄປທາງພະມ້າຫຼາຍກວ່າ, ເຊັ່ນດຽວກັບ ອັກສອນໄທຂືນ ແລະລື້ໃໝ່

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໖໘ ກະທູ້
໓໓໒໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ດີໆໆຊົມເຊີຍ

ພຣະພຸດທະອົງກ່າວໄວ້ : ຫາກກິເລດເຮັດໃຫ້ເຮົາລົ້ມຫຼຽວໄດ້ສັນໃດ ທັມມະກໍ່ເຮັດໃຫ້ເຮົາເລີ່ມຕົ້ນໃໝ່ໄດ້ສັນນັ້ນ !

໑໓ ກະທູ້
໒໕໒໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ເຂົ້າໃຈຫຍັງເລີຍ ບໍ່ເຄີຍບວດ


໑໑ ກະທູ້
໖໑໙ ໂພສ
ຊຳນານການເວັບບອດ
ເປັນພຸທພົຈນ໌ຂອງອົງຄ໌ສົມເດັຈພຣະສັມມາສັມພຸທເຈົ້າອີຫລີຫວ໋າຄືເປັນພາສາລ້ານນາທີ່ເກາະກ່າຍກັນແທ້ ທັ້ງໆທີ່ສມັຍພຸທກາລໃຊ້ພາສາ "ມະຄົທ" ບໍ່ແມ່ນຫວ໋າ *-*