ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ພາສາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ພາສາ » ເພງຈຳປາມາລາລາວ

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເພງຈຳປາມາລາລາວ
- ດວງດອກຈຳປາ------------------------ມາລາຫຼາກສີ
ເນົາຢູ່ດິນແດນປະຖະພີ--------------------ຂອງລາວລ້ານຊ້າງ
ລາວພາກພູມໃຈຈຳປາວິໄລ----------------ຊາດລາວມຸ້ງຫວັງ
ເຖິງແມ່ຂອງຈະ ແຍກສອງ​ຝັ່ງ--------------ກໍລົ້ນລັ່ງດ້ວຍມີດໄມຕຣີ

- ຊາດວິໄລ------------------------------ສົດໄສດ້ວຍປະເພນີ
ວັດທະນະທັມຮີດສິບສອງຄອງສີບສີ່--------ບົ່ງບອກຊີ້ຊາດລາວຈະເລີນ
ພາສາປາກເວົ້າ---------------------------ໂຮມເຕົ້າຊາດລາວສັນເສີນ
ເຊື້ອຊາດລາວບໍ່ແຍກທາງເດີນ-------------ແມ່ນ້ຳຂອງຈະເລີນຄູ່ໂລກວັດທະນາ

- ດວງດອກຈຳປາ------------------------ມີຄຸ່ນຄ່າຕໍ່ຫົວໃຈລາວ
ມີດວງດອກສີສັນຫຼາກພັນພົງສາ------------ເໝືອນລາວເຮົານີ້ໜາ ມີວົງສາຫຼາຍເຊື້ອຊາດພັນ
ໄທເໜືອໄທໃຕ້ໄທໃດໆ-------------------ກໍລາວດຽວກັນ
ຊາດພູມສີສັນບໍ່ໄດ້ແບ່ງກັນ----------------ເວົ້າຈາພາສາລາວຄົງໝັ້ນ ລາວທັງນັ້ນຢ່າໄດ້ລືມເລີຍ

- ດວງດອກຈຳປາ------------------------ມາລາລາວນີ້
ສ້າງສັນສັກສີ-----------------------------ໃຫ້ມີຄຸນຄ່າ
ຮ່ວມສ້າງຮ່ວມພັດທະນາ-------------------ຮ່ວມປະກາດສັກດາ
ໃຫ້ລາວຄູ່ຟ້າ------------------------------ຊົ່ວໂລກວັດທະນານິລັນການ


-------------------------------------------ແຕ່ງເວລາ ໐໙:໒໐ ໂມງ ຈົບເວລາ ໐໙:໓໕ ໂມງ ຂອງວັນທີ ໒໖/໐໖/໒໐໐໙ ບໍ່ສງວນສິດ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໑໗ ກະທູ້
໑໗໑ ໂພສ
ນັກການກະທູ້
ໄຜຮ້ອງມ່ວນແດ່ ຍາກຟັງ ຕະກ່ອນມີຜູ້ຮ້ອງໃຫ້ຟັງ ດຽວນີ້ລາວບໍ່ຍູ່ແລ້ວ ອດຟັງ


໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໃຜຢາກເອົາໄປຮ້ອງເອົາໄປເລີຍ ແຕ່ຕ້ອງບອກຊື່ຜູ້ແຕ່ງແນ່

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໓໑ ກະທູ້
໒໐໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້


໓໑ ກະທູ້
໒໐໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກະຣຸນາ ເບິ່ງຄຶນ...ນີ້ໜາມີວົງ..
........ໝັ້ນລາວ..

ແຖວ ທີສິບ ກັບ ສິບສອງ!!


໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂອບໃຈທີ່ແນະນຳ ແຕ່ໄດ້ຍະຫວ່າງໃຫ້ແລ້ວ ແຕ່ຄົງໄວ້ແບບນັ້ນ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໗ ກະທູ້
໙໔໒ ໂພສ
ຊຳນານການເວັບບອດ
ໃພເປັນພູ້ແຕ່ງເພັງນີ້ລະ ຄັນແມ່ນໃພຮູ້ມາບອກແນ່ເດີ້
ຂອບໃຈນຳພ້ອມ

ຄົນອືນຫລອກບໍເຈັບເທົ່າຕົວເອງຫລອກຕົວເອງ

໘ ກະທູ້
໒໔໑ ໂພສ
ນັກການກະທູ້
ຍາກຟັງເດ້ ແຕ່ວ່າບໍ່ໄດ້ຍິນສຽງວະ 55+ ອ່ານຍາກຕາກະລາຍໆໆ ຕາກະນ້ອຍໆ


໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອະຣິຍະ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒