ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ພາສາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
- ຕິຕຽນເຕາະຕ່ອຍຕ້ອງ........................ຕຶກຕອງ
ໃຫ້ເຫັນທາງສອດສ່ອງ..........................ຈະແຈ້ງ
ເປັນແວ່ນແຍງເຍືອງສ່ອງ........................ທາງເດີນ
ເພື່ອໃຫ້ຊາດ ແລະຄົນຈະເຣີນ..................ກ້າວໜ້າ

- ການຕິຕຽນເຕາະຕ່ອຍຕ້ອງຕາມຄອງ.......ຄິດດູ
ຫາກແມ່ນທາງຕັກເຕືອນ.........................ເພື່ອຮູ້
ຕົນຕາຍພັນຊັ້ນຊາດຊົ່ວກັບກັນ..................ຕາມທ້ອນ
ຊາດຢ່າຕາຍຕາມຕ້ອຍສູນຊິ້ນ...................ເຊື່ອມສູນ

- ຕົນຈັກສູນເສັຍເຊື້ອວົງສາ.....................ເພາະໃບ້
ຊາດຕາຍຕາມນັ້ນ.................................ເສັຍສັກ
ຊາດຍືນຍົງຢູ່ໝັ້ນ...................................ຈະເຣີນ
ຄົນລາວຈະເຣີນຄູ່ໂລກກວ້າງປັນຍາກ້າວ.......ລາວຄົງ

- ຄຳຕິ ຕິເພື່ອກໍ່.....................................ຈົ່ງຮູ້
ຕິເພື່ອແລ້ວປູ້ຖົດຖອຍປັນຍາ..................ຢ່າຍອມ
ຕິເພື່ອສ້າງຄຸນຄ້ຳຄູນຄວາມຮູ້......................ຍອມຮັບ
ນັ້ນຄືປັນຍາຍອດຄົນລາວພ້ອມ.....................ເທີດທູນ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ນີ້ແມ່ນ ກອນວິດສຸມາລີບໍ ອາຈານ?


໗໕ ກະທູ້
໒໐໘໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໂອອອອອ

ຕາມຫາທີມເວີກເປົ້າໝາຍດຽວກັນເພື່ອເປັນມະຫາເສດຖີນຳກັນ

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແມ່ນຫັ້ນຕິ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຫາກໃນການຕິຕ້ອງ........ເຕຶອນກັນ
ຫາກມີແນວດີຝັ້ນ............ບໍ່ແກ້ງ
ບໍ່ໜາຍມຸ້ງໃຈໜັ້ນ...........ທິມແທງ
ເພຶ່ອຂັນຊິງແຂ່ງແຍ້ງ.......ແບ່ງຊັ້ນຕໍ່ກັນ ກໍວ່າດີ ແທ້ດາຍ.


໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ ThaoK ຂຽນວ່າ...
ຫາກໃນການຕິຕ້ອງ........ເຕຶອນກັນ
ຫາກມີແນວດີຝັ້ນ............ບໍ່ແກ້ງ
ບໍ່ໜາຍມຸ້ງໃຈໜັ້ນ...........ທິມແທງ
ເພຶ່ອຂັນຊິງແຂ່ງແຍ້ງ.......ແບ່ງຊັ້ນຕໍ່ກັນ ກໍວ່າດີ ແທ້ດາຍ.



ສຸດຍອດສຸດຍອດຮູ້........................ຕີຄວາມ
ສາທະຍາຍກວາມພາບລວມ...........ເກ່ງແທ້
ທັງຊຳນານສຳນວນກອນ...............ຄັກແນ່
ຈົ່ງຮັກສາແນວທາງແລະທາດແທ້....ໃຫ້ຍົງ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຈົ່ງບອກເຕຶອນໃຫ້ຮູ້............ຍາມເຫັນ
ບໍ່ມີໃຜເກິດເປັນ...............ນັກປຼາສ
ໃຫ້ຫ່ າງໝີຫຼີກເວັ້ນ...........ປະໜາດ
ຊ່ອຍບອກຄົນໃນຊາດ........ຢ່າຄິດຂ້ອງຮ່ຳຮອງ ຕໍ່ກັນ.


໑໒ ກະທູ້
໗໘໐ ໂພສ
ຊຳນານການເວັບບອດ
oh oh....cool

ສິ່ງທີ່ຢາກເຮັດຈົ່ງລົງມືເຮັດ ຢ່າປ່ອຍໃຫ້ໂອກາດຜ່ານໄປ

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບອກເຕືອນຫຼາຍແບບແທ້................ຄວນຈຳ
ເຕືອນແບບຈຳນຳ..........................ອ່ອນຊ້ອຍ
ເດືອນແບບເອົາຄ້ອນຕີ...................ຕະປູ
ເຕືອນແບບຟ້າຟາດຕ້ອງພູຜາ.........ແນ່ແທ້

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໑໗ ກະທູ້
໑໗໑ ໂພສ
ນັກການກະທູ້
ຂພຈ ຍັງບໍ່ເກັ່ງພາສາລາວປ່ານໃດ ຈະພະຍາຍາມອ່ານໄປທຳຄວາມເຂ້າໃຈໄປນຳ - - ພິມກໍ່ຍັງບໍ່ຖຶກ ຮ່າຮ່າ


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຫາກໃຜຖາມຢາກຮູ້..........ເພິ່ນວ່າ
ຈົ່ງໃຫ້ຂ່າວຂາວຄືຜ້າ.........ແທ້ໆ
ບໍ່ບິດເບຶອນຢ່າຫາ..............ຄຳແຜ່
ລ່າຍພາງຫາທາງແກ້..........ເຊຶ່ອງຂວັ້ນຄວາມຈິງ ທ່ານເອິຍ.


໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຕັກເຕືອນຕິດຕາມເລື່ອງ......................ຈົດຈຳ
ຄິດໄຄ່ຄວນຕາມຕິດຄິດນຳ.................,ເພື່ອຮູ້
ຈິດເຈດໃຈຕັ້ງຕໍ່ບໍ່ອື້ງອຳ.......................ພ່ຳສູ້
ຕັ້ງໃຈຢູ່ແນວທາງສູ້..............................ສຶກສາ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໑ ກະທູ້
໒໒໓ ໂພສ
ນັກການກະທູ້
ຮ່າຮ່າ....ມ່ວນເນາະ....


໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຫັດແຕ່ງ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒