ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ພາສາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ພາສາ » ຄິດຮອດຈຳປາແດງ

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຈຳປາແດງຈາກຕົ້ນ……..ສຽງຄົນຊ່າອຶກກະທຶກ
ເຈົ້າຊ່າງໄລລືມກົກ…………ກິ່ງເດີມດາເຄົ້າ
ພວກຜູ້ສາວຫຼືຄົນເຖົ້າ……ສອງສາມຊາວກໍນັ່ງເຈົ່າ
ເຫັນແຕ່ເຫງົ້າເກ່ເດ່ຮ້າງ………ເກສອນອ້າຢູ່ຖິ່ນໃດ ?

ເຈົ້າຜູ້ດວງດອກໄມ້…………ເຄີຍບານຢູ່ກາງໃຈ…..ຄົນລາວເຮົາ
ເກີດຢູ່ໃນວັງຫຼວງ...............ທ່າມກາງປະຊາເຊື້ອ
ສັງມາເຫຼືອແຕ່ພຽງຊິ້ນ...........ໄດ້ຍິນພຽງຕັ້ງແຕ່ຊື່
ຈຳປາແດງດວງລື............ຄືມາປະປ່ອຍຕົ້ນ......ໃຫ້ຄົນໄຫ້ຈົ່ມຫາ

ຫຼືຢາກເປັນດອກຟ້າ............ມາລາມິ່ງເມືອງແມນ...ຊັ້ນບໍ?
ຈຶ່ງແລ່ນຫນີປະກົກ............ປ່ອຍຮຽວຮາມເສົ້າ
ເຫຼືອແຕ່ເງົາງາມໄວ້..........ໃບຂຽວກໍລ້ວງຫຼົ່ນ
ກີບສີແດງຂຸຈາກຕົ້ນ..........ຍັງຫອມກຸ້ມທົ່ວນະຄອນ

ຍິນແຕ່ສຽງອອດອ້ອນ..........ອາວອນສົ່ງກະວີຫາ
ດອກຈຳປາທີ່ເຄີຍຄຽງ...........ຄູ່ນະຄອນພັດລາຕົ້ນ
ນ້ອງນີ້ບຸນຜລານ້ອຍ..............ເປັນຄົນພອຍເກີດຢູ່ປ່າ
ເປັນດອກໄມ້ທີ່ໄຮ້ຄ່າ........ບາກຫນ້າມາສູ່ບ້ານ.....ບານໄດ້ກໍບໍ່ຫອມ...ອ້າຍເອີຍ

ດອກຂະຍອມຂາດຊູ້...........ຢູ່ກາງປ່າໄພຫນາ
ມາເຫັນດວງຈຳປາ...........ທີ່ຊ່າລືໄກກໍ້າ
ຄ້ອຍຄໍ່າແລງລົງຄ້ອຍ.......ລອຍຕາມລົມໄກວແກວ່ງ
ຫອມກິ່ນຈຳປາແດງ......ກີບແຫ້ງຂຸກະແດ້ງ......ຍັງຫອມເລື້ອຍບໍ່ປ່ຽນແປງ....ນໍອ້າຍນໍ


ດອກໄມ້ປ່າ ຂຽນ
ຈາກບອກ
http://saithankavidhama.blogspot.com/2008/03/blog-post_432.html

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໑ ກະທູ້
໒໐ ໂພສ
ຂາປະຈຳເວັບບອດ
anh leo kid hod ban keu kun ,tae bor hou wa kwam mai lerk kong kone nii man neo dai?


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຜຂ ນີ້ ເຫັນຈຳປາແດງ ແຕ່ກ່ອນ ທີ່ສາວໆ(ໜູ່ນັກຮຽນນຳກັນເອົາມາຫ້ອຍໃສ່ຜົມ)
ທາງບ້ານຂ້ອຍເອີ້ນຈຳປາແດງ ບໍ່ແມ່ນດອກຈຳປາທີ່ ມີສີແດງ ເປັນດອກໄມ້ອີກພັນໝຶ່ງຕ່າງຫາກ.


໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ດອກຈຳປາແດງນີ້ຫອມເດີ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໙ ກະທູ້
໑໒໖໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຫອມແທ້ໆໃດ


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແມ່ນແທ້ແຕ່ກ່ອນຢູ່ບ້ານຂ້ອຍມີຫຼາຍແຕ່ດຽວນີ້ ບໍ່ຄ່ອຍຫາເຫັນ.
ມີກົກນ້ອຍໆກົກໝຶ່ງທີ່ປ້າໄດ້ເອົາມາແຕ່ໃສບຸມາປູກ ກະຂໍຮ້ອງໃຫ້ພຽນ
ຮັກສາຊາມໄດ້ມາຢາມອີກເທຶ່ອໃໜ່ ທັງຍັງໄດ້ຂໍຮ້ອງໃຫ້ເພຶ້ອນບ້ານພະຍາຍາມຮັກສາຕົ້ນ ຂະຍອມທີ່ຢູ່ທົ່ງນາແຄມບ້ານໃຫ້ເປັນມຸນມໍຣະດົກແກ່ບ້ານ ແລະກະທັ້ງ
ຕົ້ນດອກກາບແລະດອກເກດກໍໃຫ້ພາກັນພຽນຮັກສາ.
ຄາວມາຢາມຄັ້ງຫຼັງນີ້ໄປທ່ຽວຊອກຫາດອກສະໜັ່ງ ແຕ່ ຊ້ຳບໍ່ຮອດຍາມມັນກະເລິຍບໍ່ໄດ້ເຫັນ.


໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເອີ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໐ ກະທູ້
໗ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ຂຽນໄດ້ມ່ວນຫຼາຍ ຂພຈ ບໍ່ແນ່ໃຈວ່າຈຳປາແດງ ແມ່ນດອກແນວນີ້ບໍ່
[img][/img]


໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ konyaso ຂຽນວ່າ...
ຂຽນໄດ້ມ່ວນຫຼາຍ ຂພຈ ບໍ່ແນ່ໃຈວ່າຈຳປາແດງ ແມ່ນດອກແນວນີ້ບໍ່
[img][/img]


ຖືກຕ້ອງແລ້ວ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒