ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ພາສາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ພາສາ » ເກັ່ງພາສາລາວມາທາງນີ້ເກັ່ງພາສາອັງກິດກະມາ.

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>

໑໔ ກະທູ້
໓໐໑ ໂພສ
ຊຳນານການເວັບບອດ
ໂຕເອງເປັນຄົນມັກ click ແນ່ clickໄປ click ມາໄປເຫັນ forum ໜຶ່ງເຊິ່ງເປັນ forum ຕ່າງປະເທດພວກເຂົາ discuss ກັນ. ຢາກຮູ້ບໍວ່າຂະເຈົ້າ
discuss ກ່ຽວກັບຫັຍງ..ຂະເຈົ້າ discuss ກັນກ່ຽວກັບພາສາລາວ!!!ໂອໂຫ່ພາສາລາວໂກອິນເຕີ.ກະທູ້ແມ່ນເວົ້າກ່ຽວກັບຄວາມແຕກຕ່າງລະຫ່ວາງ
"ຄິດກັບຄຶດ"ນັ້ນເອງ.ແຕ່ລະອັນໃຊ້ແຕກຕ່າງກັນແນວໃດ໋.ພວກຕ່າງປະເທດຂະເຈົ້າເປັນຄົນຊ່າງຄິດຊ່າງວິເຄາະເພາະສະນັ້ນຈຶ່ງບໍ່ແປກເລີຍທີ່ຈະ
ມີຄຳຖາມນີ້ຂຶ້ນມາເມື່ອພວກເຂົາຢາກຮູ້ຢາກເຫັນກ່ຽວກັບພາສາເຮົາ.ເມື່ອໄດ້ອ່ານເບິ່ງແລ້ວກໍ່ໄດ້ຮູ້ວ່າສ່ວນຫຼາຍພວກເຂົາໃຫ້ຄວາມແຕກຕ່າງລະ
ຫ່ວາງ"ຄິດກັບຄຶດ"ດັ່ງຕໍ່ໄປນີ້:
+ ຄິດນັ້ນຈະໃຊ້ເມື່ອເຈົ້າໃຊ້ຄວາມຄິດເຊິ່ງໃນພາສາອັງກິດຮຽກວ່າ(use the brain).ຄວາມຄິດໃນທີ່ນີ້ແມ່ນໝາຍເຖິງຄິດໄລ່ເລກ, ຄິດຫາວິທີທາງແກ້ໄຂບັນຫາແລະການໃຊ້ຄວາມຄິດຕ່າງໆທີ່ກ່ຽວຂ້ອງກັບພາກສ່ວນສະໝອງ.
+ ສ່ວນຄຶດນັ້ນພວກເຂົາໃຫ້ເຫດຜົນວ່າ: ຄຶດນັ້ນແມ່ນໃຊ້ເມື່ອເຈົ້າຄຶດເຊິ່ງຈັດຢູ່ໃນໝວດຄຳກຳມະທີ່ສະແດງເຖິງພາວະຂອງຈິດໃຈເຊິ່ງໃນພາສາ
ອັງກິດເອີ້ນຄຳກຳມະນີ້ວ່າ ( verb that expresses state of mind) ຍົກຕົວຢ່າງ: "ຂ້ອຍຄຶດຮອດເຈົ້າ".ໃນທີ່ນີ້ການທີ່ຄຶດຮອດໃຜຄົນໃດຄົນໜຶ່ງ
ຄຶດແມ່ນຢູ່ໃນພາກສ່ວນຂອງຈິດໃຈ (mind).
ເມື່ອເປັນແນວນີ້ແລ້ວຈຶ່ງເຮັດໃຫ້ຂ້າພະເຈົ້າເກີດມີຂໍ້ສົງໃສແລະຄຳຖາມວ່າຄວນຈະໃຊ້"ຂ້ອຍຄຶດຮອດເຈົ້າ"ຫຼື"ຂ້ອຍຄິດຮອດເຈົ້າ"ຫຼືໃຊ້ໄດ້ທັງສອງ
ຢ່າງ.ຈະໃຊ້ວ່າ"ຂ້ອຍຄິດຫາວິທີແກ້ໄຂບັນຫາ"ຫຼື"ຂ້ອຍຄຶດຫາວິທີແກ້ໄຂບັນຫາ"ຫຼືໃຊ້ໄດ້ທັງສອງຢ່າງ.ຂໍ້ສົງໃສແລະຄຳຖາມດັ່ງກ່າວໄດ້ເກີດຂຶ້ນ
ເນື່ອງຈາກຍັງບໍ່ທັນຮູ້ຄຳຕອບທີ່ແນ່ນອນຕາບໃດທີ່ຍັງບໍ່ທັນຮູ້ຄຳຕອບທີ່ແນ່ນອນຂໍ້ສົງໃສແລະຄຳຖາມດັ່ງກ່າວກໍ່ຈະຍັງຄົງມີຢູ່.ສຳລັບຂ້າພະເຈົ້າ
ເອງຄິດວ່າສິ່ງທີ່ຂະເຈົ້າເວົ້າມາອາດເປັນໄປໄດ້ຂ້າພະເຈົ້າເຫັນດີກັບພວກເຂົາແລະສິ່ງທີ່ເຮັດໃຫ້ຂ້າພະເຈົ້າເຫັນດີກັບພວກເຂົານັ້ນກໍ່ແມ່ນມາຈາກ
ຫຼັກໄວຍະກອນພາສາອັງກິດນັ້ນເອງເຊິ່ງຫຼັກໄວຍະກອນພາສາອັງກິດກໍເປັນສິ່ງທີ່ແບບວ່າຊັບຊ້ອນພໍສົມຄວນເຊິ່ງໃນທີ່ນີ້ຂ້າພະເຈົ້າຈະຍົກເອົາຕົວ
ຢ່າງ Present Simple Tense ແລະ Present Continuous Tense ມາເວົ້າເຊິ່ງມັນຈະກ່ຽວຂ້ອງກັບປະເດັນທີ່ເຮົາກຳລັງເວົ້າຢູ່ດ່ຽວນີ້.ໃຜທີ່
ຮຽນພາສາອັງກິດຢູ່ຄົງຈະຮູ້ດີກ່ຽວກັບ Present Simple Tense ແລະ Present Continuous Tense ນໍວ່າແຕ່ລະອັນໃຊ້ແຕກຕ່າງກັນແນວ
ໄດ໋ເມື່ອໄດ໋ທີ່ໃຊ້ Present Simple Tense ແລະ ເມື່ອໄດ໋ຄວນໃຊ້ Present Continuous Tense ທຸກຄົນຄົງຮູ້ດີ.ເຮົາຮູ້ຢູ່ວ່າການໃຊ້ Present Continuous Tense ແມ່ນໃຊ້ໃນເຫດການທີ່ກຳລັງເຮັດກຳລັງກະທຳເຊິ່ງ verb (ຄຳກຳມະ) ຕ້ອງເຕີມ ing.ແຕ່ໃນພາສາອັງກິດ verb ທຸກໂຕກໍ່
ບໍ່ແມ່ນຈະຄືກັນໝົດເພາະສະນັ້ນຈິ່ງເຮັດໃຫ້ການເຕີມ ing ມີຂໍ້ຈຳກັດ.ໃນກໍລະນີນີ້ verbໃນພາສາອັງກິດແບ່ງອອກເປັນ 3 ໝວດດ້ວຍກັນ: Normal Verb, Non-Continuous Verb ແລະ Mixed Verb.

1.) Normal Verb (ເຊິ່ງເປັນ verb ທີ່ສະແດງເຖິງການເຮັດການກະທຳທົ່ວໄປ)

+ I usually read this article.

+ I'm reading this article.

2.) Non-Continuous Verb (ເຊິ່ງເປັນ verb ທີ່ບໍ່ສະແດງເຖິງການເຮັດການກະທຳ. verb ເຫຼົ່ານີ້ເປັນ verb ທີ່ສະແດງເຖິງຄວາມຮັບຮູ້
(sense), ຄຳຄິດເຫັນ (opinion), ຄວາມເຊື່ອ (believe), ອາລົມ (emotion) ເປັນຕົ້ນ.

+ I think you're right. ( correct) "think"ໃນທີ່ນີ້ເປັນ verb ທີ່ສະແດງເຖິງຄວມຄິດເຫັນ(opinion), ຄວາມເຊື່ອ (believe)ເຊິ່ງຢູ່ໃນ
ປະເພດNon-Continuous Verb ຕາມຫຼັກແກຣມມາຈຶ່ງໃຊ້ກັບ Present Simple Tense.

+ I'm thinking you're right (not correct)"think"ໃນທີ່ນີ້ເປັນ verb ທີ່ສະແດງເຖິງຄວມຄິດເຫັນ(opinion), ຄວາມເຊື່ອ (believe)ເຊິ່ງຢູ່ໃນປະເພດ Non-Continuous Verb ຕາມຫຼັກແກຣມມາບໍ່ສາມາດຕື່ມ ing ກັບຄຳນີ້ໄດ້ກ່າວຄືເມື່ອໃຊ້ກັບPresent Continuous Tenseຈະບໍ່ຖືກຕ້ອງ

3.) Mixed Verb( ເຊິ່ງເປັນ verb ທີ່ເປັນໄດ້ທັງ Normal Verb ແລະ Non-Continuous Verb ຂຶ້ນຢູ່ກັບມັນຖືກໃຊ້ໄປໃນຄວາມໝາຍໃດ)

+ You're thinking about the answer (Normal Verb)

+ I think you're good in Lao language.(Non-Continuous Verb)

ທ່ານສາມາດຊອກຂໍ້ມູນເພີ້ນເຕີມກ່ຽວກັບ Normal Verb, Non-Continuous Verb ແລະ Mixed Verb.ຄລິກຢູ່ບ່ອນນີ້.ເຫດຜົນທີ່ຍົກເອົາ Present Simple Tense ແລະ Present Continuous Tense
ຂຶ້ນມາເວົ້ານັ້ນແມ່ນຢາກສື່ໃຫ້ເຫັນກ່ຽວກັບໄວຍະກອນພາສາອັງກິດເຊິ່ງມີການແບ່ງແຍກຄຳໃນການໃຊ້ຖ້າຫາກໄວຍະກອນພາສາລາວ
ເຮົາມີການແບ່ງແຍກຄຳໃນການໃຊ້ທີ່ຄືກັບພາສາອັງກິດແບບນີ້ແລ້ວນັ້ນກໍ່ໝາຍຄວາມວ່າການໃຊ້ "ຄິດກັບຄຶດ" ທີ່ໄດ້ກ່າວມາຂ້າງເທິງ
ນີ້ແມ່ນຖືກຕ້ອງ.ຂ້າພະເຈົ້າກະບໍ່ໄດ້ເກັ່ງພາສາລາວມາແຕ່ທາງໃດ໋ດອກເສັງພາສາລາວກະໄດ້ຄະແນນບໍ່ດີເມື່ອໄດ້ຄະແນນບໍ່ດີກະຢາກໄດ້ດີນຳ
ເຂົາຫັ້ນລະດັ່ງນັ້ນຈຶ່ງເອົາມາ post...discuss ກັນກັບເພື່ອນໆ.ເຫັນຕ່າງປະເທດເອົາພາສາລາວໄປ discuss ກະຮູ້ສຶກພູມໃຈຢູ່...ແຕ່ຈະ
ພູມໃຈໄປກ່ວານັ້ນຖ້າສາມາດໃຫ້ຄຳຕອບທີ່ແນ່ນອນແກ່ພວກເຂົາທີ່ບໍ່ແມ່ນເຈົ້າຂອງພາສາ.

KNOWLEDGE IS POWER

ເທບແຫ່ງພາສາລາວ

໘ ກະທູ້
໒໔໑ ໂພສ
ນັກການກະທູ້
ຮຽນມາຕັ້ງແຕ່ຕອນເປັນເດັກນ້ອຍລ່ະ

ຍັງງູໆປາໆຢູ່ຄືເກົ່າ

ຂ້ອຍນິນ່ະ

໙ ກະທູ້
໒໑໙ ໂພສ
ນັກການກະທູ້
ຂະນາດມາຢູ່ບໍມັນຍັງເວົ້າບໍ່ເປັນເທືອ

ມີດຕະພາບຖ້າບໍ່ໄດ້ຮັບການເອົາໃຈໃສ່ໃນທີ່ສຸດກໍຈະຫ່ຽວແຫ້ງແລະສູນສິ້ນໄປ ການສ້າງມິດ ເຖີງຈະຍາກພຽງໄດ ກໍຍັງດີ່ກ່ອນສ້າງສັດຕູ.

໑໒ ກະທູ້
໗໘໐ ໂພສ
ຊຳນານການເວັບບອດ
yao ka nat..poo jao

ສິ່ງທີ່ຢາກເຮັດຈົ່ງລົງມືເຮັດ ຢ່າປ່ອຍໃຫ້ໂອກາດຜ່ານໄປ

໑໔ ກະທູ້
໓໐໑ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ OleTer ຂຽນວ່າ...
yao ka nat..poo jao

ຂໍໂທດເດີທີ່ຂຽນຍາວໄປແຕ່ມັນຈຳເປັນອີຫຼີຕ້ອງໄດ້ລວບລວມເນື້ອຫາໃຫ້ໄດ້ຄົບຖ້ວນເພາະຢາກໃຫ້ວິເຄາະ discuss ກັນລົງເລິກຫຼາຍໆແນ່ນ່າ..
ເພາະຢາກຮູ້ອີຫຼີ!! ຂໍໂທດນຳເດີທຸກໆຄົນ.

ເທບແຫ່ງພາສາລາວ

໓໒ ກະທູ້
໒໓໘໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Miniskirt ຂຽນວ່າ...

ບໍ່ຍາວດອກເຮົາວ່າ...
ກະພໍດີອ່ານ...........

໓໒ ກະທູ້
໒໓໘໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຫນ້າຄິດຢູ່ໄດ໋.. ເອະ.. ຫລືຈະຕ້ອງໃຊ້ຄຳວ່າຫນ້າຄຶດຢູ່ໄດ໋...
ແລ້ວນອກຈາກປະໂຫຍກທີ່ວ່າ “ຂ້ອຍຄຶດຮອດເຈົ້າ” ແລ້ວ
ມັນສາມາດສ້າງເປັນປະໂຫຍກອື່ນໄດ້ບໍ່.....................
ແລ້ວ forum ທີ່ເຈົ້າຂອງກະທູ້ໄປອ່ານມາແມ່ນອ່ານຢູ່ເວັບໃດ..

໗໘ ກະທູ້
໑໒໑໓ ໂພສ
ຜູ່ເບິ່ງແຍງເວັບບອດ
ໂອ ພີ່ນ້ອງ ພາສາລາວບໍ່ຍາກແບບນັ້ນເດີ້

ມື້ນີ້ຄ້ານພິມ ເອົາຮູບແທນຊະ

ຈາກປື້ມວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌

໑໓ ກະທູ້
໑໑໕໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ au8ust ຂຽນວ່າ...
ໂອ ພີ່ນ້ອງ ພາສາລາວບໍ່ຍາກແບບນັ້ນເດີ້

ມື້ນີ້ຄ້ານພິມ ເອົາຮູບແທນຊະ

ຈາກປື້ມວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌

ໃສຮູບ??

ທ້າວທອງໃສ

໙ ກະທູ້
໑໒໖໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້

໑ ກະທູ້
໔໓໘ ໂພສ
ຊຳນານການເວັບບອດ

何よりも真実を貴ぶ

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແຕ່ໃດມາກະບໍ່ໄດ້ຮິ່ນຕອງຄັກປານນີ້ ໃນຄຳສອງຄຳນີ້.ໃນການວິໄຈທີ່ຍົກມາເວົ້ານີ້ ກະຈ່າງແຈ້ງດີ.
ແຕ່ທຸກຍາມໃດ ຢູ່ບ້ານເຮົາ``ຜູ້ໃດກະເປັນບັນດິດ``ທາງພາສາລາວກະດຶງໄປຕາມແນວທາງຂອງຕົນ
ຈົນຮອດປັດຈຸບັນຍິ່ງໄປກັນໃຫຍ່ ການຂຽນທີ່ໃຊ້ສະກົດຕາມສຽງແບບບໍ່ມີຂື່ມີຂາງ ກະວ່າໄດ້.
ກະຢາກຮູ້ນຳຄືກັນວ່າເອົາມາຈາກແວບໃດນໍ.
ຄິດວ່າ/ຄຶດວ່າ ຄຳສອງຄຳນີ້ ເຮົາພາກັນໃຊ້ຢ່າງຜິດໆຖຶກໆ ຕາມຄວາມບໍ່ຮູ້ເທົ້າເຖິງການ ກະຊິມາ
ຖຶວ່າເຮົາພາກັນໃຊ້ຜິດຫຼຶຈັ່ງໃດນັ້ນກະບໍ່ຖຶກ. ທາງທີ່ດີຢາກໃຫ້ບັນດິດໃນ ກົມການສຶກສາ ດ້ານພາສາລາວມາແກ້ຄົງ
ຈະດີຫາກວ່າພໍມີເວລາ.

໑໔ ກະທູ້
໓໐໑ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ PhoeniXTeN ຂຽນວ່າ...
ຫນ້າຄິດຢູ່ໄດ໋.. ເອະ.. ຫລືຈະຕ້ອງໃຊ້ຄຳວ່າຫນ້າຄຶດຢູ່ໄດ໋...
ແລ້ວນອກຈາກປະໂຫຍກທີ່ວ່າ “ຂ້ອຍຄຶດຮອດເຈົ້າ” ແລ້ວ
ມັນສາມາດສ້າງເປັນປະໂຫຍກອື່ນໄດ້ບໍ່.....................
ແລ້ວ forum ທີ່ເຈົ້າຂອງກະທູ້ໄປອ່ານມາແມ່ນອ່ານຢູ່ເວັບໃດ..

Hey, phoeniXTeN.what's up?.........ໄປເຫັນ forum ນັ້ນກະໄດ້ດົນເຕີບລະກະໄດ້ bookmark ມັນໄວ້ຢູ່ໄດ໋ແຕ່ນ້ອງມັນລົງວິນໂດໃໝ່ໂຕທີ່ຂ້ອຍບຸກມາກໄວ້ບັກຫຼາຍໆໜຶ່ງລວມທັງໂຕນິນຳໄປໝົດ.url ມັນນິກະບໍ່ຈື່ນ້າ.ຄັນ
ຂ້ອຍຈື່ນິແນ່ນອນຂ້ອຍເອົາມາໃສ່ເປັນແຫຼ່ງທີ່ມາຂອງຂໍ້ມູນແນ່ນອນ.ມັນສາມາດສ້າງເປັນປະໂຫຍກອື່ນໄດ້ບໍ່ຫັ້ນບໍ໋? ອ່າ....ເທົ່າທີ່ຈື່ພໍພາງໆໄດ້ນິ
ເດີກະມີຢູ່ແຕ່ເວົ້າໄປກັນໃຫ່ຍເລີຍ...ບາງຄົນວ່າຢູ່ແຖວບ້ານນອກກັບໃນເມືອງນິໃຊ້ "ຄິດກັບຄຶດ"ຕ່າງກັນ.ນອກຈາກນີ້ແລ້ວເຂົາເອົາ"ຄິດກັບຄຶດ"
ໃນພາສາລາວປຽບທຽບກັນກັບ"ຄິດກັບຄຶດ"ໃນພາສາໄທ.

ເທບແຫ່ງພາສາລາວ

໑໔ ກະທູ້
໓໐໑ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ au8ust ຂຽນວ່າ...
ໂອ ພີ່ນ້ອງ ພາສາລາວບໍ່ຍາກແບບນັ້ນເດີ້

ມື້ນີ້ຄ້ານພິມ ເອົາຮູບແທນຊະ

ຈາກປື້ມວັຈນານຸກົມພາສາລາວ ໂດຍ ມະຫາສິລາ ວີຣະວົງສ໌

ຂ້ອບໃຈເດີທ່ານ au8ust. ຂ້ອຍເຫັນໃນຮູບນີ້ມີ "ຄິດ" ຢູ່ສອງແບບໂຕທີ1ນິແມ່ນເອົາເລັບມືຫລືນິ້ວມືຂ່ຽນຄ່ອຍໆເພື່ອໃຫ້ເຊົາຄັນຫຼືເພື່ອ
ເຕືອນໃຫ້ຮູ້ເມື່ອຄີງ (ວ່າໄປຈັ່ງຊັ້ນຫາກໍ່ຮູ້ຍິນ).ໂຕທີສອງນິສື່ໃຫ້ເຫັນວ່າຄິດກັບຄຶດໃຊ້ແທນກັນໄດ້ເພາະເຫັນຢູ່ໃນວົງເລັບຂຽນວ່າ
(ຄິດກໍວ່າ).ແຕ່ຢູ່ໃນພາສາລາວມັກ( like) ກັບຮັກ (love) ມັນຄືບໍ່ຄືກັນນໍ.ຂໍຖາມແນ່ໄວຄັນມື້ໜຶ່ງຜູ້ສາວເຈົ້າຖາມເຈົ້າວ່າ "ເຈົ້າຄຶດຮອດຂ້ອຍຫຼື
ເຈົ້າຄິດຮອດຂ້ອຍຕອບມາດຸ?" ເຈົ້າອາດຈະອາດຈະບອກລາວທັງສອງຢ່າງແຕ່ໃນກໍລະນີທີ່ແບບວ່າກໍລະນີທີ່ແບບວ່າລາວໃຫ້ເຈົ້າເລືອກ
ໄດ້ຄຳຕອບດຽວເຈົ້າຄິດວ່າໂຕໃດທີ່ເຈົ້າຄິດວ່າເໝາະສົມທີ່ສຸດສຳລັບເຈົ້າທີ່ຈະຕອບອອກໄປ?

ເທບແຫ່ງພາສາລາວ

໗໘ ກະທູ້
໑໒໑໓ ໂພສ
ຜູ່ເບິ່ງແຍງເວັບບອດ
ຢາກຕອບໃຫ້ຢູ່ ... ແຕ່ອ່ານແລ້ວສັບສົນຫຼາຍ ຂຽນບໍ່ມີວັກບໍ່ມີຕອນ ໃຊ້ຈຸດໃຊ້ຈ້ຳບໍ່ຖືກບ່ອນ

ເຈັບຫົວ

໑໔ ກະທູ້
໓໐໑ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ au8ust ຂຽນວ່າ...
ຢາກຕອບໃຫ້ຢູ່ ... ແຕ່ອ່ານແລ້ວສັບສົນຫຼາຍ ຂຽນບໍ່ມີວັກບໍ່ມີຕອນ ໃຊ້ຈຸດໃຊ້ຈ້ຳບໍ່ຖືກບ່ອນ

ເຈັບຫົວ

ບໍ່ເປັນຫຍ້ງຈ່າ...ຂອບໃຈເດີທີ່ Reply me.

ເທບແຫ່ງພາສາລາວ

໗໘ ກະທູ້
໑໒໑໓ ໂພສ
ຜູ່ເບິ່ງແຍງເວັບບອດ
ຫຍັງ ສະກົດແບບນີ້ ບໍ່ແມ່ນ ຫ້ຍງ
ຂອບໃຈ ບໍ່ມີໄມ້ໂທຢູ່ ຂອບ
reply me ເວົ້າເປັນລາວກໍໄດ້ -_-'

ເຈົ້າຂອງກະທູ້ບໍ່ໄດ້ຢູ່ລາວແມ່ນບໍ່ນໍ້?

໑໔ ກະທູ້
໓໐໑ ໂພສ
ຊຳນານການເວັບບອດ
ເປັນຄົນລາວແຕ່ໄປຢູ່ Thailand. ເອິ໋...ໄທ. ລືມໄປ 555

ເທບແຫ່ງພາສາລາວ

໓໑ ກະທູ້
໒໓໕໐ ໂພສ
ທີມງານພັນລາວ
ຄຶດ ກັບ ຄິດ ແຍກກັນບໍ່ອອກ??

ດຣາມ່າເອີຍ...ຈົງຊັບຊ້ອນຍິ່ງຂຶ້ນ

໗໘ ກະທູ້
໑໒໑໓ ໂພສ
ຜູ່ເບິ່ງແຍງເວັບບອດ
ອໍ່.. ສົມພໍ ອືມ ໆ ແຕ່ບໍ່ເປັນຫຍັງ ໝັ່ນເຂົ້າພັນລາວເລື້ອຍ ໆ ຫາກຊິລຶ້ງພາສາລາວຄືນໃໝ່ດອກ :P

໑໔ ກະທູ້
໓໐໑ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ au8ust ຂຽນວ່າ...
ອໍ່.. ສົມພໍ ອືມ ໆ ແຕ່ບໍ່ເປັນຫຍັງ ໝັ່ນເຂົ້າພັນລາວເລື້ອຍ ໆ ຫາກຊິລຶ້ງພາສາລາວຄືນໃໝ່ດອກ :P

ຄິດຢູ່ ຄຶດຢູ່.

ເທບແຫ່ງພາສາລາວ

໐ ກະທູ້
໗໓ ໂພສ
ຂາປະຈຳເວັບບອດ
thanks for sharing^^

໑໓ ກະທູ້
໑໑໕໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Miniskirt ຂຽນວ່າ...
ເປັນຄົນລາວແຕ່ໄປຢູ່ Thailand. ເອິ໋...ໄທ. ລືມໄປ 555

ໄປຢູ່ໄທກະເລືຍເວົ້າ ໄທ໊ໄທ

ທ້າວທອງໃສ

໑໓ ກະທູ້
໑໑໕໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຕາມຄວາມຄິດທອງໃສ ເອື້ຍ ຄວາມຄຶດທອງໃສ

ທັງສອງຄຳສາມາດໃຊ້ໄດ້ທັງສອງ ຂຶ້ນກັບທ້ອງຖິ່ນແຕ່ລະເຂດເວົ້າ ແຕ່ຄວາມໝາຍຄືກັນ

ພາສາມັນມີການປ່ຽນຮູບ ປ່ຽນອັກສອນ ຕາມການເວລາ ນັ້ນຄືການວິວັດທະນາການຂອງພາສານັ້ນເອງ

ທ້າວທອງໃສ

໑໔ ກະທູ້
໓໐໑ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ THAOthongsai ຂຽນວ່າ...
ຕາມຄວາມຄິດທອງໃສ ເອື້ຍ ຄວາມຄຶດທອງໃສ

ທັງສອງຄຳສາມາດໃຊ້ໄດ້ທັງສອງ ຂຶ້ນກັບທ້ອງຖິ່ນແຕ່ລະເຂດເວົ້າ ແຕ່ຄວາມໝາຍຄືກັນ

ພາສາມັນມີການປ່ຽນຮູບ ປ່ຽນອັກສອນ ຕາມການເວລາ ນັ້ນຄືການວິວັດທະນາການຂອງພາສານັ້ນເອງ

ທັງສອງຄຳສາມາດໃຊ້ໄດ້ທັງສອງ ຂຶ້ນກັບທ້ອງຖິ່ນແຕ່ລະເຂດເວົ້າ ແຕ່ຄວາມໝາຍຄືກັນ.ອັນທີ່ກ່າວມານີ້ເວົ້າເຖິງພາສາເວົ້າ
ຫຼືພາສາຂຽນຫຼືທັງສອງ. ຄັນເວົ້າເຖິງພາສາຂຽນນິເຮັດໃຫ້ຂ້ອຍຄິດເຖິງ British English and American English.ຄັນເປັນແບບນີ້ກະໂອເຄ.
ພາສາລາວເຮົາໃຊ້ປັນທາງການທີ່ເປັນເອກະພາບທົ່ວປະເທດ, ທີ່ປະກົດຢູ່ໃນເອກະສານລັດຖະການນະໂຕໄດ໋ ?ລະເຂົາຍຶດຖືເອົາທ້ອງຖິ່ນ
ໄດ໋ເປັນຫຼັກ ວຽງຈັນ, ຊຳເໜຶອ,ຫຼວງພະບາງ,ສະຫວ້ນນະເຂດ, ຈຳປາສັກ...?

ຫນ້າຄິດ.. ເອະຫລືຈະຕ້ອງວ່າຫນ້າຄຶດ..
ຖ້າອີງໃສ່ຫລັກວິທະຍາສາດເຂົ້າໄປອີກຍິ່ງຕ້ອງໄດ້ຄິດໄດ້ຄຶດຫນັກເຂົ້າໄປອີກ..
ເຫມືອນກັບຄຳວ່າ.. ເຜັດ
ຄຳວ່າເຜັດໃນໄວຍະກອນລາວລະບຸໄວ້ວ່າເປັນຄຳຄຸນນາມບອກລົດຊາດ
ແຕ່ຖ້າອີງໃສ່ວິທະຍາສາດແລ້ວ ເຜັດບໍ່ແມ່ນລົດຊາດ ແຕ່ເປັນອາການອອກຮ້ອນໃນປາກ..

ສຳລັບທີ່ຖາມມາ ໃຫ້ຜູ່ຮູ້ແທ້ຕອບເດີ້

ຄວາມຮູ້ຍັງບໍ່ເຖິງຂັ້ນຍັ້ງຢືນໄດ້ວ່າເພິ່ນກຳນົດເອົາຄຳໃດປັນຄຳໃຊ້ທາງລັດຖະການ ແລະ ເອົາຄຳເວົ້າທ້ອງຖິ່ນໃດເປັນຫລັກ

ແຕ່ຖ້າເອົາຕາມຄວາມເຂົ້າໃຈຂອງທອງໃສ ຄິດວ່າ ຄຳວ່າ "ຄິດ"ໜ້າຈະເປັນທາງການກວ່າຄຳວ່າ "ຄຶດ"

ໂອ່ແມ່ນວະ....ເອີໝາກເຜັດມັນມີສານທີ່ເຮັດໃຫ້ປາກເຮົາມີອາການອອກຮ້ອນນໍ.

ເທບແຫ່ງພາສາລາວ

໒໐ ກະທູ້
໑໓໖໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄຳວ່າຄິດ ເປັນພາສາທາງການ ຫຼື ວ່າພາສາຂຽນ ຫຼາຍກວ່າ
ແລະ ຄຳວ່າຄຶດນີ້ແມ່ນພາສາປາກເວົ້າ ທີ່ເຮົາຮ້ອງວ່າ Market language ເຊື່ງສ່ວນຫຼາຍຈະໃຊ້ຢູ່ຕາມທ້ອງຖີ້ນ

ເອົາເມຍຈົນແຕ່ໃຈດີ ດີກວ່າເອົາເມຍເສດຖີທີ່ຄິດທໍລະຍົດ
ຄຣິກຫາປະໂຫຍກກິນໃຈບ່ອນນີ້ ຢ່າລໍຊ້າ

໑໔ ກະທູ້
໓໐໑ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ THAOthongsai ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ Miniskirt ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ THAOthongsai ຂຽນວ່າ...
ຕາມຄວາມຄິດທອງໃສ ເອື້ຍ ຄວາມຄຶດທອງໃສ

ທັງສອງຄຳສາມາດໃຊ້ໄດ້ທັງສອງ ຂຶ້ນກັບທ້ອງຖິ່ນແຕ່ລະເຂດເວົ້າ ແຕ່ຄວາມໝາຍຄືກັນ

ພາສາມັນມີການປ່ຽນຮູບ ປ່ຽນອັກສອນ ຕາມການເວລາ ນັ້ນຄືການວິວັດທະນາການຂອງພາສານັ້ນເອງ

ທັງສອງຄຳສາມາດໃຊ້ໄດ້ທັງສອງ ຂຶ້ນກັບທ້ອງຖິ່ນແຕ່ລະເຂດເວົ້າ ແຕ່ຄວາມໝາຍຄືກັນ.ອັນທີ່ກ່າວມານີ້ເວົ້າເຖິງພາສາເວົ້າ
ຫຼືພາສາຂຽນຫຼືທັງສອງ. ຄັນເວົ້າເຖິງພາສາຂຽນນິເຮັດໃຫ້ຂ້ອຍຄິດເຖິງ British English and American English.ຄັນເປັນແບບນີ້ກະໂອເຄ.
ພາສາລາວເຮົາໃຊ້ປັນທາງການທີ່ເປັນເອກະພາບທົ່ວປະເທດ, ທີ່ປະກົດຢູ່ໃນເອກະສານລັດຖະການນະໂຕໄດ໋ ?ລະເຂົາຍຶດຖືເອົາທ້ອງຖິ່ນ
ໄດ໋ເປັນຫຼັກ ວຽງຈັນ, ຊຳເໜຶອ,ຫຼວງພະບາງ,ສະຫວ້ນນະເຂດ, ຈຳປາສັກ...?

ສຳລັບທີ່ຖາມມາ ໃຫ້ຜູ່ຮູ້ແທ້ຕອບເດີ້

ຄວາມຮູ້ຍັງບໍ່ເຖິງຂັ້ນຍັ້ງຢືນໄດ້ວ່າເພິ່ນກຳນົດເອົາຄຳໃດປັນຄຳໃຊ້ທາງລັດຖະການ ແລະ ເອົາຄຳເວົ້າທ້ອງຖິ່ນໃດເປັນຫລັກ

ແຕ່ຖ້າເອົາຕາມຄວາມເຂົ້າໃຈຂອງທອງໃສ ຄິດວ່າ ຄຳວ່າ "ຄິດ"ໜ້າຈະເປັນທາງການກວ່າຄຳວ່າ "ຄຶດ"

ເຂົ້າໃຈຢູ່ຈາ...ແຕ່ສິ່ງທີ່ຖາມນັ້ນກະຖາມຄວາມຄິດເຫັນຫັ້ນລະຈ່າ..ໂຕເອງກະເລີຍລືມຂຽນວ່າ"ຕາມຄວາມຄິດເຫັນຂອງເພິ່ນ"ໃສ່. ໃຜຊິຮູ້
ນໍບັດຫ່າຜູ່ຮູ້ແທ້ອາດແມ່ນເພິ່ນກໍເປັນໄດ້.

ເທບແຫ່ງພາສາລາວ

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>