ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ພາສາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ພາສາ » ເກັ່ງພາສາລາວມາທາງນີ້ເກັ່ງພາສາອັງກິດກະມາ.

ໜ້າທີ່ 2 ຈາກທັງໝົດ 2 ໜ້າ <<<12>>>


໔ ກະທູ້
໓໕໙ ໂພສ
ຊຳນານການເວັບບອດ
ເຈັບຫົວເລີຍ


໗໘ ກະທູ້
໑໒໑໓ ໂພສ
ຜູ່ເບິ່ງແຍງເວັບບອດ
ອ້າງເຖິງຂໍ້ຄວາມຈາກ juan ຂຽນວ່າ...
ຄຳວ່າຄິດ ເປັນພາສາທາງການ ຫຼື ວ່າພາສາຂຽນ ຫຼາຍກວ່າ
ແລະ ຄຳວ່າຄຶດນີ້ແມ່ນພາສາປາກເວົ້າ ທີ່ເຮົາຮ້ອງວ່າ Market language ເຊື່ງສ່ວນຫຼາຍຈະໃຊ້ຢູ່ຕາມທ້ອງຖີ້ນ

ດ້ວຍຄວາມເຄົາລົບທ່ານ Juan ໃຜເປັນຄົນຢັ້ງຢືນໃຫ້ນໍ້ອັນຄຳກ່າວອ້າງອັນນີ້?


໓໒ ກະທູ້
໒໓໘໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອີກກຸ່ມຄຳຫນຶ່ງ.. ທີ່ຕ້ອງໄດ້ອິງໃສ່ຫລາຍໆບ່ອນຄື..
ຈິດສຳນຶກ(Conscious mind), ຈິດໃຕ້ສຳນຶກ(Subconscious mind) ແລະ ຈິດໄຮ້ສຳນຶກ(Unconscious mind)

ອິງຕາມວັດຈະນານຸກວນເອເຊຍ
ຈິດສຳນຶກ : ນ. ເປັນສະພາບທາງຈິດແບບຫນຶ່ງ ຄຳນີ້ໃຊ້ໄວ້ເວົ້າທົ່ວໄປກ່ຽວກັບການໃຊ້ຄວາມຄິດຕໍ່ກັບສິ່ງໃດຫນຶ່ງ.
ຈິດໃຕ້ສຳນຶກ : ນ. ເປັນສະພາບທາງຈິດແບບຫນຶ່ງ ຄຳນີ້ໃຊ້ໄວ້ໃນເວລາທີ່ຕ້ອງການຢາກສັ່ງສອນໃຜຄົນໃດຄົນຫນຶ່ງ.
ຈິດໄຮ້ສຳນຶກ : ນ. ເປັນສະພາບທາງຈິດແບບຫນຶ່ງ ຄຳນີ້ໃຊ້ໄວ້ຖາກຖາງ, ສຽດສີ, ນິທາ.. ຄົນທີ່ບໍ່ມັກຂີ້ຫນ້າ.



ແຕ່ຖ້າອີງຕາມຫລັກຈິຕະວິທະຍາໃນທາງວິທະຍາສາດແລ້ວ
ຈິດສຳນຶກຫມາຍເຖິງສະພາວະຈິດທີ່ສາມາດຮັບຮູ້ວ່າຕົວເອງນັ້ນກຳລັງເຮັດຫຍັງຢູ່ ຮັບຮູ່ວ່າຕົວເອງກຳລັງຮູ້ສຶກຫຍັງຢູ່..
ຈິດໃຕ້ສຳນຶກຫມາຍເຖິງສະພາວະຈິດທີ່ສາມາດຮັບຮູ້ການກະທຳແລະຄວາມຮູ້ສຶກໄດ້ເປັນບາງຊ່ວງເວລາແລະບາງສ່ວນເທົ່ານັ້ນ..
ຈິດໄຮ້ສຳນຶກຫມາຍເຖິງສະພາວະຈິດທີ່ບໍ່ສາມາດຮັບຮູ້ວ່າຕົວເອງນັ້ນກຳລັງຮູ້ສຶກຫຍັງ ກຳລັງເຮັດຫຍັງຢູ່ເປັນຕົ້ນ..


໑໓ ກະທູ້
໑໑໕໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຜູ່ທາງເທິງຢ່າຟ້າວເປີດ ປະເດັນ ໃຫມ່ແມ໋ະ

ແຕ່ກະຂອບໃຈທີ່ມາເວົ້າສູ່ຟັງ

ຕອນນີ້ເອົາ ຄິດ ກັບ ຄຶດ ໃຫ້ມັນແຈ້ງກ່ອນ

ທ້າວທອງໃສ

໓໒ ກະທູ້
໒໓໘໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຕອນນີ້ກຳລັງແນມໃນມຸມມອງບ່ອນອີງ..
ວ່າ ຖ້າຫາກອີງໃສ່ຈຸດໃດຫນຶ່ງແລ້ວມັນຈະໄດ້ຄວາມຫມາຍທີ່ແຕກຕ່າງກັນ..


໙ ກະທູ້
໓໕໕ ໂພສ
ຊຳນານການເວັບບອດ
ຫາກະຮູ້

ມາຊ້າ ກັບກ່ອນ ຈ່າຍຜ່ອນ ກິນຫຼາຍ

໑໔ ກະທູ້
໓໐໑ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ PhoeniXTeN ຂຽນວ່າ...
ອີກກຸ່ມຄຳຫນຶ່ງ.. ທີ່ຕ້ອງໄດ້ອິງໃສ່ຫລາຍໆບ່ອນຄື..
ຈິດສຳນຶກ(Conscious mind), ຈິດໃຕ້ສຳນຶກ( ) ແລະ ຈິດໄຮ້ສຳນຶກ(Unconscious mind)

ອິງຕາມວັດຈະນານຸກວນເອເຊຍ
ຈິດສຳນຶກ : ນ. ເປັນສະພາບທາງຈິດແບບຫນຶ່ງ ຄຳນີ້ໃຊ້ໄວ້ເວົ້າທົ່ວໄປກ່ຽວກັບການໃຊ້ຄວາມຄິດຕໍ່ກັບສິ່ງໃດຫນຶ່ງ.
ຈິດໃຕ້ສຳນຶກ : ນ. ເປັນສະພາບທາງຈິດແບບຫນຶ່ງ ຄຳນີ້ໃຊ້ໄວ້ໃນເວລາທີ່ຕ້ອງການຢາກສັ່ງສອນໃຜຄົນໃດຄົນຫນຶ່ງ.
ຈິດໄຮ້ສຳນຶກ : ນ. ເປັນສະພາບທາງຈິດແບບຫນຶ່ງ ຄຳນີ້ໃຊ້ໄວ້ຖາກຖາງ, ສຽດສີ, ນິທາ.. ຄົນທີ່ບໍ່ມັກຂີ້ຫນ້າ.




ແຕ່ຖ້າອີງຕາມຫລັກຈິຕະວິທະຍາໃນທາງວິທະຍາສາດແລ້ວ
ຈິດສຳນຶກຫມາຍເຖິງສະພາວະຈິດທີ່ສາມາດຮັບຮູ້ວ່າຕົວເອງນັ້ນກຳລັງເຮັດຫຍັງຢູ່ ຮັບຮູ່ວ່າຕົວເອງກຳລັງຮູ້ສຶກຫຍັງຢູ່..
ຈິດໃຕ້ສຳນຶກຫມາຍເຖິງສະພາວະຈິດທີ່ສາມາດຮັບຮູ້ການກະທຳແລະຄວາມຮູ້ສຶກໄດ້ເປັນບາງຊ່ວງເວລາແລະບາງສ່ວນເທົ່ານັ້ນ..
ຈິດໄຮ້ສຳນຶກຫມາຍເຖິງສະພາວະຈິດທີ່ບໍ່ສາມາດຮັບຮູ້ວ່າຕົວເອງນັ້ນກຳລັງຮູ້ສຶກຫຍັງ ກຳລັງເຮັດຫຍັງຢູ່ເປັນຕົ້ນ..


ຂອບໃຈທີ່ເອົາຄວາມຮູ້ໃໝ່ໆມາ share. ໄປຄົ້ນມາແຕ່ໃສນໍ ແຮ່ ແຮ່ ແຮ່...
ຢູ່ໃນພາສາອັງກິດ Conscious mind,Unconscious mind ແລະ Subconscious mind ຄຳສັບເຫຼົ່ານີ້ຈະຢູ່ໃນໝວດ
ຄຳນາມທີ່ຈັບຕ້ອງບໍ່ໄດ້ຫຼືສຳພັດບໍ່ໄດ້ເຊິ່ງເອີ້ນວ່າ Abstract Noun.
ແຫ່ຼງຂໍ້ມູນ: http://oldintranet.lancsngfl.ac.uk/display/lit_sites/nouns_001/index.htm
http://www.chompchomp.com/terms/abstractnoun.htm

ເທບແຫ່ງພາສາລາວ


໑໔ ກະທູ້
໓໐໑ ໂພສ
ຊຳນານການເວັບບອດ
ເອີ...ໝູ່ຂ້ອຍຢາກແຈມນຳ ລາວຢູ່ປາເຊ. ລາວວ່າຄຶດນັ້ນແມ່ນໃຊ້ເວລາດົນກວ່າຄິດ, ຈະແບບວ່າໜັກແໜ້ນກ່າວຄິດຫັ້ນນະ
ຍົກຕົວຢ່າງວ່າ: ມີກິ໋ກໂທມາກິ໋ກຖາມວ່າຄິດຮອດກັນຢູ່ບໍນິ! ຂ້ອຍກະຕອບວ່າ
ເອີ ເອີ ເອີ ຄິດໆ ຫຼັງຈາກທີ່ວ່າງໂທລະສັບແລ້ວກະເຊົາຄິດ ( ກິ໋ກຜູ້ນີ້ຂ້ອຍບໍ່ຢາກສົນປານໃດ) ແຕ່ເມື່ອຄົນທີ່ຂ້ອຍສົນໃຈ
ແຮງອີຫຼີໂທມານິ.ໂອ...ແຕ່ບໍ່ທັນໂທມາກະຍັງຄຶດ ໂທມາແລ້ວກະຍັງລົມບໍ່ຢາກວາງ ວາງແລ້ວກະຍັງຄຶດອີກຢູ່. ຄັນບໍ່ໂທມານິ
ກະຍັງຊິໂທໄປນະ.

ເທບແຫ່ງພາສາລາວ


໔ ກະທູ້
໒໐໓ ໂພສ
ນັກການກະທູ້
ອື່ມມມ ບໍ່ຄ່ອຍແນ່ໃຈປານໃດ ເພາະກາບໍ່ໄດ້ເຄີຍສຶກສາດ້ານນີ້
ເອົາເປັນວ່າ ຂຈ ທີ່ເອົາມາແບ່ງປັນ ແລະ ສະມະຊິກທຸກໆຄົນທີ່ມາໃຫ້ຄວາມຮູ້ຕື່ມເນີ້

有自信不一定赢 没自信一定输

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄັນຊັ້ນ ໃນເນຶ້ອເພັງມີຈັ່ງຊີ້: ``ສ່ວນຕົວຂ້ານີ້ ຂໍຄິດແລະຄິດ ຄິດແຕ່ຮັກນາງຮັກຈົນຊົ່ວຟ້າດິນ``
ມັນຈະບໍ່ມີຄວາມໜາຍນານໆເລິກໆບໍ?


໑໔ ກະທູ້
໓໐໑ ໂພສ
ຊຳນານການເວັບບອດ
ອັນນີ້ລະຄິດວ່າເປັນຈຸດເລີ້ມຕົ້ນໃນການທີ່ຈະອະນຸລັກຮັກສາພາສາລາວເຮົາ.ຮູ້ຢູ່ແຕ່ວ່າອະນຸລັກແລະຊິອະນຸລັກຈັງໃດເມື່ອບໍ່ເຂົ້າໃຈຫຼືມີຂໍ້ສົງໃສ
ທີ່ຍັງບໍ່ທັນກະຈ່າງແຈ້ງກະຢາກໃຫ້ຫາວິທີທາງວິເຄາະຊ່ວຍກັນ if you don't mind ຄັນເຮົາບໍ່ວິເຄາະຊ່ວຍກັນລະໃຜຊິມາວິເຄາະໃຫ້ເຮົາ.
ຄັນເປັນໄປໄດ້ນິຂ້ອຍກະຢາກໄປຖາມຜູ້ທີ່ເພິ່ນແຕ່ງເພງນີ້ຄືກັນວ່າຍ້ອນຫຍ້ງ?

ເທບແຫ່ງພາສາລາວ


໓໒ ກະທູ້
໒໓໘໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ຮູ້ວ່າຈະເປັນກໍລະນີດຽວກັນກັບ “ຊ່ວຍ” ກັບ “ຊ່ອຍ” ຫລືບໍ່ ?
( ກ້າກກກ ກັກ ກັກ... ແຕກປະເດັນອີກລະເຮົາ )
ຢາກໃຫ້ແນມມຸມກວ້າງແບບປຽບທຽບກັນ..


໑໔ ກະທູ້
໓໐໑ ໂພສ
ຊຳນານການເວັບບອດ
ໄດ້ກ້ວາງສົມໃຈລະ. ຂ້ອຍກໍ່ວ່າຢູ່ , ຂ້ອຍກໍວ່າຢູ່, ຂ້ອຍກະວ່າຢູ່, ຂ້ອຍກໍ່ວ່າຢູ໋, ຂ້ອຍກໍວ່າຢູ໋, ຂ້ອຍກະວ່າຢູ໋. ບໍ່ອຶດດອກຈາ.


ເທບແຫ່ງພາສາລາວ


໒ ກະທູ້
໙໙ ໂພສ
ນັກການກະທູ້
ເຮົາໃຊ້ຄຳວ່າ ຄຶດວ່າຕະຫລອດ ຂ້ອຍຄຶດອັນນັ້ນຄຶດອັນນີ້

ສ່ວນຄິດໃຊ້ຕອນຍັງນ້ອຍ ຄິດແກ່ນຂາມ ເຫີ່ໆ
ມາຊ້າ ບໍ່ທັນສົນທະນານຳຊ້ຳ ອິອິ

ຝາກເຈົ້າຂອງກະທູ້ຫນ້ອຍນຶ່ງອັນນີ້ບໍ່ໄດ້ອ່ານລະອຽດເດີ້
ໄປເຫັນເຈົ້າຂອງກະທູ້ຂຽນວ່າ ອະນຸລັກ ຂຽນໃຫ້ຖືກຄວນຂຽນວ່າ ອະນຸຮັກເດີ້
ຂ້ອຍກໍ່ວ່າຢູ່ ອັນນີ້ກໍບໍ່ຖືກ ຄວນຂຽນວ່າ ຂ້ອຍກໍວ່າຢູ່
ເພາະ ກໍ່ ມັນມີຄວາມວ່າ ສ້າງຂຶ້ນ ກໍ່ຂຶ້ນ ກໍ່ສ້າງ

ສ່ວນກໍລະນີທີ່ທ່ານ Juan ເວົ້າຫັ້ນນະ ເຮົາກໍບໍ່ຮູ້ດອກວ່າພາກສ່ວນໃດໄປກຳນົດແຕ່ຍາມໃດ

ແຕ່ວ່າຕາມທີ່ເຮົາສັງເກດເຫັນຫລາຍໆໆໃນຫນັງສືພິມບ້ານ ເຮົາວ່າອີງຕາມມາດຕະຖານຂອງ ກະຊວງຖະແຫລ່ງຂ່າວແລະວັດທະນະທຳ ເຫັນວ່າໃຊ້ພາສາລາວຜິດຫລາຍ
ເຊັ່ນທີ່ເຫັນເລື້ອຍໆແມ່ນ ອຸປະຕິເຫດ ຂຽນໃຫ້ຖືກຄວນແມ່ນ ອຸບັດຕິເຫດ
ປະຈຸບັນ ໃຫ້ຖືກຕ້ອງແມ່ນ ປັດຈຸບັນ
ມະຫາກຳ ຂຽນໃຫ້ຖືກຕ້ອງແມ່ນ ມະຫະກຳ (ມະຫາກຳ ລອງແປກັນເບິ່ງແມະ ມະຫາ ແປວ່າຍິ່ງໃຫຍ່, ໃຫຍ່ຫລວງ ມະຫາກຳແປວ່າ ບາບກຳທີ່ໃຫຍ່ຫລວງ ເອີຕະຫລົກດີກ໋າກໆໆ)

ລະກະມີອີກຫລາຍໆຄຳສັບ ເຊັ່ນ: ໂລກທີ່ແປວ່າພະຍາດ ແທນທີ່ສິໃຊ້ ໂຣກ ເພິ່ນຜັດບໍ່ໃຫ້່ໃຊ້ອັນ ຖວ ຫັ້ນ ງົງນຳເພິ່ນ

ຊີວິດທີ່ມີແຕ່ນຳກະແສ ມີແຕ່ຫມົດເຫື່ອແຮງ
ບາງຄັ້ງສວນກະແສແນ່ ມັນກໍເຫມືອນໄດ້ອອກກຳລັງກາຍສະຫມອງ

໑໔ ກະທູ້
໓໐໑ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ PhoeniXTeN ຂຽນວ່າ...
ບໍ່ຮູ້ວ່າຈະເປັນກໍລະນີດຽວກັນກັບ “ຊ່ວຍ” ກັບ “ຊ່ອຍ” ຫລືບໍ່ ?
( ກ້າກກກ ກັກ ກັກ... ແຕກປະເດັນອີກລະເຮົາ )
ຢາກໃຫ້ແນມມຸມກວ້າງແບບປຽບທຽບກັນ..


PhoeniXTeN, ໂຕນີ້ຢາກແນະນໍາໃຫ້ເຈົ້າໄປຊອກຫາວັດຈະນະນຸກົມລາວ.ເອົາໂຕທີ່ຄັກໆໂລດເດີຫົວບັກໃຫຍ່ຫັ້ນລະຄັນໃນ“ຊ່ວຍ” ກັບ “ຊ່ອຍ” ທັງສອງຄຳນີ້ໂຕໃດທີ່ປະກົດຢູ່ໃນວັດຈະນະນຸກົມລາວສະແດງວ່າໂຕນັ້ນລະ.ສຳລັບ
ໂຕທີ່ບໍ່ໄດ້ປະກົດຢູ່ໃນວັດຈະນະນຸກົມນັ້ນສະແດງວ່າເປັນພາສາເວົ້າລະ.ຂ້ອຍຄິດວ່າ.ແຕ່ວ່າຄິດກັບຄຶດນິມັນມີຢູ່ໝົດສອງ.ພຽງແຕ່ມັນຢາກ
ສັບສົນໃນການໃຊ້ຫັ້ນນ່າ..

ເທບແຫ່ງພາສາລາວ


໑໔ ກະທູ້
໓໐໑ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ HITMII ຂຽນວ່າ...
ເຮົາໃຊ້ຄຳວ່າ ຄຶດວ່າຕະຫລອດ ຂ້ອຍຄຶດອັນນັ້ນຄຶດອັນນີ້

ສ່ວນຄິດໃຊ້ຕອນຍັງນ້ອຍ ຄິດແກ່ນຂາມ ເຫີ່ໆ
ມາຊ້າ ບໍ່ທັນສົນທະນານຳຊ້ຳ ອິອິ

ຝາກເຈົ້າຂອງກະທູ້ຫນ້ອຍນຶ່ງອັນນີ້ບໍ່ໄດ້ອ່ານລະອຽດເດີ້
ໄປເຫັນເຈົ້າຂອງກະທູ້ຂຽນວ່າ ອະນຸລັກ ຂຽນໃຫ້ຖືກຄວນຂຽນວ່າ ອະນຸຮັກເດີ້
ຂ້ອຍກໍ່ວ່າຢູ່ ອັນນີ້ກໍບໍ່ຖືກ ຄວນຂຽນວ່າ ຂ້ອຍກໍວ່າຢູ່
ເພາະ ກໍ່ ມັນມີຄວາມວ່າ ສ້າງຂຶ້ນ ກໍ່ຂຶ້ນ ກໍ່ສ້າງ

ສ່ວນກໍລະນີທີ່ທ່ານ Juan ເວົ້າຫັ້ນນະ ເຮົາກໍບໍ່ຮູ້ດອກວ່າພາກສ່ວນໃດໄປກຳນົດແຕ່ຍາມໃດ

ແຕ່ວ່າຕາມທີ່ເຮົາສັງເກດເຫັນຫລາຍໆໆໃນຫນັງສືພິມບ້ານ ເຮົາວ່າອີງຕາມມາດຕະຖານຂອງ ກະຊວງຖະແຫລ່ງຂ່າວແລະວັດທະນະທຳ ເຫັນວ່າໃຊ້ພາສາລາວຜິດຫລາຍ
ເຊັ່ນທີ່ເຫັນເລື້ອຍໆແມ່ນ ອຸປະຕິເຫດ ຂຽນໃຫ້ຖືກຄວນແມ່ນ ອຸບັດຕິເຫດ
ປະຈຸບັນ ໃຫ້ຖືກຕ້ອງແມ່ນ ປັດຈຸບັນ
ມະຫາກຳ ຂຽນໃຫ້ຖືກຕ້ອງແມ່ນ ມະຫະກຳ (ມະຫາກຳ ລອງແປກັນເບິ່ງແມະ ມະຫາ ແປວ່າຍິ່ງໃຫຍ່, ໃຫຍ່ຫລວງ ມະຫາກຳແປວ່າ ບາບກຳທີ່ໃຫຍ່ຫລວງ ເອີຕະຫລົກດີກ໋າກໆໆ)

ລະກະມີອີກຫລາຍໆຄຳສັບ ເຊັ່ນ: ໂລກທີ່ແປວ່າພະຍາດ ແທນທີ່ສິໃຊ້ ໂຣກ ເພິ່ນຜັດບໍ່ໃຫ້່ໃຊ້ອັນ ຖວ ຫັ້ນ ງົງນຳເພິ່ນ



ສະບາຍດີ HITMII, ຂອບໃຈເດີທີ່ມາ correct me ແລະກະໃຫ້ຄໍາແນະນຳທີ່ດີ.ມື້ໜ້າຂ້ອຍມີຄຳຖາມກ່ຽວກັບໂຕນີ້ຊິຖາມເຈົ້າອີກເດີໜ້ອຍໜຶ່ງ.
ຕອນນີ້ຂ້ອຍບໍ່ທັນມີວັດຈະນານຸກົມລາວ.

ເທບແຫ່ງພາສາລາວ


໑໐ ກະທູ້
໘໑ ໂພສ
ຂາປະຈຳເວັບບອດ
ຕາມຄວາມຄິດເຫັນຂອງ ຂພຈ.

ການໃຊ້ ຄຳວ່າ "ຄິດ" ກັບ "ຄຶດ" ທີ່ທຸກທ່ານກ່າວມານັ້ນ ຖືວ່າ ວິເຄາະອອກມາໄດ້ຫລາຍຮູບແບບກະວ່າໄດ້. ແຕ່ມັນກະຍັງຄົງຮູບຄຳຫລືຄວາມຫມາຍໄວ້ຢູ່ເນາະ ຂພຈ. ຂໍເສີມການນຳໃຊ້ ຫລືການນຳຄຳສັບມາໃຊ້ ເຮົາຕ້ອງເບິ່ງ ບໍລິບົດຂອງປະໂຫຍກອີກ ຖ້າທຽບໃສ່ພາສາອັງກິດແລ້ວແແມ່ນມີການແຍກຄວາມຫມາຍອອກມາໃຫ້ເຂົ້າໃຈໄດ້ ງ່າຍຂື້ນ.
ຕາມທີ່ ຂພຈ.ສັງເກດແລະໄດ້ນຳໃຊ້ໃນບາງສ່ວນ

ຄຳວ່າ "ຄິດ" (1)ຖ້າມັນຢູ່ໂຕດຽວ ຈະເຮັດຫນ້າທີ່ເປັນກິລິຍາຫລືຄຳກຳມະນັ້ນເອງ ຖ້າທຽບໃສ່ພາສາອັງກິດແມ່ນເຮັດຫນ້າເປັນ "Verb" ຈະມີຄວາມຫມາຍທີ່ຫນຶ່ງ ຄິດ.ເຂ່ຍຫລັງ ເອີ້ນ ຄິດຫລັງ ຕົວຢ່າງ ເອົານິ້ວມືຄິດຫມູ່ ເພື່ອເຕືອນໃຫ້ຕື່ນເມື່ອຕ້ອງການຢາກລົມນຳ, ເອົານິ້ວມືຄິດແກ່ນຂາມ (ອ້າງອີງ: ວັດຈະນານຸກົມພາສາລາວ ໂດຍ ສີວຽງແຂກ ກອນນິວົງ 2005) ຄວາມຫມາຍທີ່ສອງ ສາມາດໃຊ້ແທນຄຳວ່າ ຄຶດ ໄດ້ ກໍ່ຕໍ່ເມື່ອຄວາມຄິດນັ້ນ ໄດ້ຜ່ານການວິເຄາະອອກມາໄດ້ແລ້ວ ຫລືກຳລັງກະທຳຢູ່ (ອັນນີ້ ຂພຈ.ປຽບທຽບເອງ)
(2) ຄຳວ່າ "ຄິດ" ເປັນຄຳນາມ ກໍ່ຕໍ່ເມື່ອໄປຢູ່ກັບໂຕອື່ນ(ບໍ່ແມ່ນປະສົມເດີ) ເຊັ່ນ ຄວາມ + ຄິດ ເປັນ ຄວາມຄິດ, ແນວ + ຄິດ ເປັນ ແນວຄິດ ເຊິ່ງຄຳວ່າ ຄວາມຄິດ ແລະ ແນວຄິດ ເປັນຄຳນາມ ທີ່ສື່ເຖິງວ່າ ແນວຄວາມຄິດນັ້ນໄດ້ຜ່ານການກັ່ນກອງ ວິເຄາະຈົນເປັນທີ່ຍອມຮັບແລ້ວ ດັງທີ່ພວກມັກໄດ້ຍິນດັງແນວຄິດClassic ແນວຄວາມຄິດເລື່ອງຈິດວິເຄາະ ຂອງທ່ານ sigmund freud ຫລື ແນວຄິດລຳດັບຂັ້ນຄວາມຕ້ອງການຂອງທ່ານມາດສະໂລ Maslow (Hierarchy of Needs theory) ເປັນຕົ້ນ

ຄຳວ່າ "ຄຶດ" ເປັນ ກິລິຍາ ແປວ່າ ລະນຶກ ຄະນິງ ເອົາໃຈໃສຫາ ເອີ້ນ ຄຶດ ຫລື ຄິດ.

ປະໂຫຍກປຽບທຽບ
"ໃຫຍ່ມາແລ້ວ ໃຫ້ຄຶດເອົາ" ກັບຂໍ້ຄວາມທີ່ມັກລົງຕອນທ້າຍຂອງຈົດຫມາຍຮັກ ຫລືຈົດຫມາຍທີ່ສະແດງເຖິງຄວາມຄິດຮອດອື່ນໆ ທີ່ວ່າ "ດ້ວຍຄວາມຄິດຮອດແລະຄິດເຖິງ"

ສະນັ້ນ ການນຳໃຊ້ຄຳວ່າ ຄິດ ກັບ ຄຶດ ແມ່ນໃຫ້ເລືອກໃຊ້ໃຫ້ຖືກກັບບໍລິບົດ ແລະສະຖານະການເທົ່ານັ້ນເອງ ເມື່ອຖ້າປຽບກັບພາສາອັງກິດຫລືຕ່າງປະເທດອື່ນທີ່ເປັນຫມວດຫມູ່ ຫລືປະໂຫຍກຍາວນັ້ນ ບໍ່ອາດຈະກົມກື່ນກັບພາສາລາວທີ່ຄົບຖ້ວນໂດຍແທ້ແນ່ນອນ






Melodic Intervals

໑໔ ກະທູ້
໓໐໑ ໂພສ
ຊຳນານການເວັບບອດ
ຂອບໃຈຫຼາຍໆເດີ SkyLineສຳລັບໂຕທີ່ຍົກມາແລ້ວທັງ 2ປະເດັນເຊິ່ງປະເດັນທີ1ແມ່ນອະທິບາຍເຖິງຄວາມໝາຍຂອງຄິດທີ່ໝາຍເຖິງ
ເອົານິ້ວມືຄິດຫມູ່ ເພື່ອເຕືອນໃຫ້ຕື່ນເມື່ອຕ້ອງການຢາກລົມນຳ, ເອົານິ້ວມືຄິດແກ່ນຂາມ( ສຳລັບຄວາມໝາຍນີ້ຂ້ອຍເຂົາໃຈແລ້ວ
ເຊິ່ງຈະເຫັນຢູ່ໃນຮູບພາບທີ່ອ້າຍນິນລາວເອົາມາໃຫ້ເບິ່ງແລະລວມທັງກໍລະນີຂອງເຈົ້ານຳ)ປະເດັນທີ2ແມ່ນເວົ້າເຖິງຄວາມໝາຍອີກແງ່
ໜື່ງເຊິ່ງຄວາມໝາຍໃນແງ່ນີ້ຈະລວມເອົາຄວາມໝາຍຂອງຄິດກັບຄຶດຢູ່ນຳກັນເຊິ່ງເຮັດໃຫ້ຂ້ອຍສັບສົນໃນການນຳໃຊ້ແຕ່ເມື່ອເຫັນສິ່ງ
ທີ່ເຈົ້າເອົາມາ share ນັ້ນມີເຫດມີຜົນດີໂດຍສະເພາະໂຕທ່ອນ(2).ເມື່ອໄດ້ອ່ານແລ້ວເກີດມີຄຳຖາມຫຼາຍແຕ່ຄັນຈະເອົາຄຳຖາມເຫຼົ່ນັ້ນ
ມາ post ມັນກະຈະປັນການສໍ້ຊູຊີກັນໂພດ.ແຕ່ເຖິງຢ່າງໃດກະຢາກຖາມຢູ່ໜ້ອຍໜຶ່ງ.
1. ຢາຖາມວ່າສະເພາະໂຕທ່ອນ(2) ນັ້ນເປັນແນວຄວາມຄິດຂອງເພິ່ນເອງບໍ໋ຫຼືມາຈາກແຫຼ່ງຂໍ້ມູນອຶ່ນໆເຊັ່ນໜັ່ງສືຕ່າງໆຈຸດປະສົງທີ່ຖາມນັ້ນ
ແມ່ນຢາກຮູ້ແຫ່ຼງທີ່ມາແຕ່ຄັນເປັນແນວຄວາມຄິດຂອງເພິ່ນເອງ..okເປັນແນວຄວາມຄິດມີເຫດມີຜົນດີຢ່າງໜຶ່ງ.
2. "ໃຫຍ່ມາແລ້ວ ໃຫ້ຄຶດເອົາ" vs. "ໃຫຍ່ມາແລ້ວ ໃຫ້ຄິດເອົາ"?
ຄັນຫວ່າງມີເວລາກະເຂົ້າມາຕອບໃຫ້ຂ້ອຍແນ່ເດີ.

ເທບແຫ່ງພາສາລາວ


໔ ກະທູ້
໘໔ ໂພສ
ຂາປະຈຳເວັບບອດ
ແມ່ນໃດເນາະ ຂອ້ຍເຫັນດີນຳຢູ່ໃດ ແຕ່ກະຄືຍັງຄາໃຈຢູ່ຄືກັນ


໑໘ ກະທູ້
໑໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຢູ່ບ້ານຂ້ອຍມັກເວົ້າຄຳວ່າຄຶດ: ຄຶດວ່າຊິເຮັດແນວໃດ, ຄຶດໃຫ້ດີໆກ່ອນຊິເຮັດຫຍັງ? ແລະ ອື່ນໆ
ບາດຕອນຂ້ອຍຂຽນໃນໜັງສື ມັກຈະໃຊ້ຄຳວ່າຄິດເຊັ່ນ: ສະບາຍດີ ເພື່ອນທີ່ຮັກ ແລະ ຄິດຮອດຢູ່ສະເໝີ ທຳນອງນີ້ລະ

ແຕ່ກະບໍ່ເຂົ້າໃຈຄືກັນວ່າອັນໃດມັນຖືກແທ້

ສັບສົນຄືກັນ

ຄົນທຸກຄົນບໍ່ແມ່ນວ່າບໍ່ເຄີຍຜິດ...ຄົນທີ່ຜິດບໍ່ແມ່ນວ່າບໍ່ເປັນໃຊ້.....ຄົນທີ່ແພ້ບໍ່ແມ່ນແພ້ຕະຫຼອດໄປ...ຄົນທີ່ລົ້ມແລ້ວລຸກໃໝ່ຄືຍອດຄົນ

໔໐ ກະທູ້
໓໕໘ ໂພສ
ຊຳນານການເວັບບອດ
ຂ້ອຍຄິດວ່າ ຄຳວ່າ ຄິດ ມາຈາກພາສາໄທ ຄຳວ່າ ຄຶດ ເປັນພາສາບ້ານເຣົາທີ່ໄຊ້ມາໂດນແລ້ວ


໐ ກະທູ້
໒໒ ໂພສ
ຂາປະຈຳເວັບບອດ
(ຄິດ,ຄຶດ)ຫລາຍເຈັບຫົວ


໑໔ ກະທູ້
໓໐໑ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ bukpe ຂຽນວ່າ...
(ຄິດ,ຄຶດ)ຫລາຍເຈັບຫົວ



ໄປຫາກິນຢາແມ.

ເທບແຫ່ງພາສາລາວ


໑໔ ກະທູ້
໓໐໑ ໂພສ
ຊຳນານການເວັບບອດ
I'm that of the people who is interested in Lao words, and I'm really curious for their clarifying, too. The question brings about since I notice that the use of English verbs is not the same, that is, they're isolated into many groups for many rules of use such as the uses of verbs in the Present Simple Tense and the Present Continuous Tense. I'll talk about these types of verbs in the foregoing tenses because they're to the point I get an idea from. The reason why I bring up the 2 mentions is because I need to introduce a comparison between English verbs and Lao verbs.

As many of you who learn English may know well about the Present Simple Tense and the Present Continuous Tense. As we know that in the Present Continuous Tense, the ING form of verbs is a rule. However; English verbs are not the same, so the ING form of verbs is limited. In this case, verbs in English are divided into 3 groups: Normal Verb, Non-Continuous Verb, and Mixed Verb. Click here if you want more details about 'em. If you think you are good for 'em, don't click on it. If you click on it, I will wait for you to come back. If you don't, now let’s proceed our case. And now I will finalize the point.
I think “ຄິດ" and "ຄຶດ" are processed through the examples below.

"ຄິດ" is used when we use the brain ( thinking ).
+ເຈົ້າກຳລັງຄິດຫາຄຳຕອບ
+ເຈົ້າກຳລັງຄິດຫາວິທີທາງແກ້ໄຂບັນຫາ
Yeah, you're using your brain on a particular thing.

"ຄຶດ" is used when we mean a feeling.
+ຂ້ອຍຄຶດຮອດເຈົ້າ
"ຄຶດ" in this case, it comes from your feeling.
Do you know why you ຄຶດຮອດ someone? Yeah...maybe you fall in love with 'em. But i want to know exactly where your"ຄວາມຄຶດ"comes from. What is this situation ruled by?I don’t know how to explain to you about thinking and feeling because I'm not good at philosophy. Anyway, just try to have a look at this. Click here.

I have another example.

Your another girl calls you, she asks you on the phone "Hey, do you miss me today"? You replay by saying "Oh yeah yeah...I do." You talk with her for a short time, a mini-dialogue ends. After this, your concerned condition to her doesn’t remain. (This girl isn’t in your main attention). But when the one who is the girl you really love (she is in your main attention) calls you. Ah…I think before she calls you, you initially ຄຶດຮອດ her. Additionally, she calls you and you talk with her as you never want to terminate the call. Thought a long conversation on the phone ends, you still keep ຄຶດຮອດ her. If she doesn’t call you, I think you are the one who will call her first. Is it true?

# Thai language doesn’t exist "ຄຶດ", but "ຄິດ".

# Lao language exists both "ຄຶດ" and "ຄິດ".


# English verbs are not the same and divided into groups for many rules of use.

# In Lao verbs, it includes ມັກ "like" and ຮັກ "love" and both of their meanings seem not to be the same.

# Lao verbs are not the same and divided into groups for many rules of use. I’ll give some examples.

*Verbs of physical action are easily converted into nouns by employing ການ (kan, gaːn) in front of the verb.
ເດີນທາງ (deunthang, dɤntaːŋ) to travel (v.) nominalised into ການເດີນທາງ (kan deunthang, gaːn dɤntaːŋ) travel (n.)

*Abstract actions and adjectives use ຄວາມ (khwam, kʰwaːm) instead.
ດີ (di, diː) good (adj.) nominalised into ຄວາມດີ (khwam di, kʰwaːm diː) goodness (n.)

*The verb 'to be' can be expressed in many ways. In use as a copula, it is often dropped between nouns and adjectives. Compare English She is pretty and Lao ສາວງາມ (literally lady pretty). There are two copulas used in Lao, one for things relating to people (ເປັນ, pen, peːn) and one for objects and animals (ແມ່ນ, mèn, mɛːn).

• ນົກເປັນໝໍ (Nok pen mo, Nok peːn mɔː) Nok is a doctor.
• ແມວບໍ່ແມ່ນກົບ (mèw bo mèn gop, mɛːw bɔː mɛːn gop) The cat is not a frog.
For more information about this, Click here

The above examples are some examples about rules for Lao verbs. I’m not sure whether the case is in the same way with this or not? Thus, this is my question. Please don’t assume that I’m good in Lao language, and I don’t think so. I just want to make myself as clear as possible on the particular issue, and need all of you to help me release from it.

By the way, my boyfriend asked me "ຈົ້າຄິດຮອດຂ້ອຍຫຼືເຈົ້າຄຶດຮອດຂ້ອຍ"? Tell me now! I didn’t know why the hell he asked me like that. I thought I would give him the both answers, but unfortunately I was allowed one choice. I didn’t know how to say. If you were me, do you think what a better answer would be?

ເທບແຫ່ງພາສາລາວ


໑໕ ກະທູ້
໒໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ພາສາແຕ່ລະພາສາ ມີເອກະລັກສະເພາະຂອງໃຜມັນ, ບໍ່ມີພາສາໃດຄົບຖ້ວນທີ່ສຸດດອກ
ການຫາຄວາມຫມາຍຂອງພາສາລາວ (ບາງຄຳ) ໃຫ້ຖືກຕ້ອງທີ່ສຸດກັບຄວາມຫມາຍຂອງພາສາອັງກິດ ກໍແມ່ນເລື່ອງຍາກ
ບາງເທື່ອຄວາມຫມາຍຄ້າຍໆກັນ ແຕ່ຄວາມຫນັກແຫນ້ນ, ຄວາມເລິກເຊິ່ງພັດຕ່າງກັນ
ຄຳເວົ້າໃນພາສາອັງກິດຄືກັນ ບໍ່ແມ່ນຊິແປອອກມາເປັນພາສາລາວໄດ້ຈະແຈ້ງຫມົດທຸກໂຕ
ຄືທັງ 2 ຄຳທີ່ເປັນປະເດັນຂ້າງເທິງ... ຄວາມຈິງແລ້ວ ໃຊ້ຄຳໃດ ກໍມີຄວາມຫມາຍຄືກັນ
ມັນຂຶ້ນກັບແຕ່ລະທ້ອງຖິ່ນ, ຄວາມລຶ້ງເຄີຍ, ຄວາມເຫມາະສົມ, ຄວາມຮູ້ຈັກກະລະເທສະ.....
ສ່ວນການຈຳແນກຢ່າງຈະແຈ້ງວ່າຄວນໃຊ້ຄຳໃດໃນຍາມໃດນັ້ນ ແມ່ນຈິດສຳນຶກຂອງຄົນລາວທີ່ໃຊ້ພາສາລາວໃນຊີວິດປະຈຳວັນທຸກໆມື້ ຈະສາມາດຄັດເລືອກເອົາມາໃຊ້ໄດ້ເອງຢ່າງເຫມາະສົມ...

.........ການຮັບວ່າຕົນເອງເອງຜິດແລະຮູ້ຈັກຂໍໂທດຄືສິ່ງທີ່ມີກຽດ ການແກ້ໂຕເປັນເລື່ອງຂອງຄົນໂງ່ທີ່ຄິດວ່າຄົນອື່ນໂງ່...........

໑໔ ກະທູ້
໓໐໑ ໂພສ
ຊຳນານການເວັບບອດ
ຕອບPNT SPS : ອັນທີ່ວ່າເອົາ ຄິດ ກັບ ຄຶດ ມາເປັນປະເດັນນັ້ນເກີດມາຈາກຂໍ້ສົງໃສນັ້ນເອງ.ແລະຂໍ້ສົ່ງໃສນີ້ເອງຖ້າເປັນພາສາອັງກິດ
ຫຼືພາສາໄທປານນີ້ຂ້າພະເຈົ້າບໍ່ເອົາມາຖາມດອກ.ການທີ່ຈະເອົາປະເດັນນີ້ຂຶ້ນມາຖາມນັ້ນເກີດມາຈາກຂໍ້ສົງໃສຫຼາຍຄົນດ້ວຍກັນບໍ່ພຽງ
ແຕ່ຂ້າພະເຈົ້າເທົ່ານັ້ນແລະປະເດັນນີ້ເອງຊາວຕ່າງຊາດກໍໄດ້ເອົາໄປ discuss ກັນແລ້ວແຕ່ກໍເບິ່ງຄືຍັງບໍ່ທັນໄດ້ຂໍ້ສະຫຼຸບເທື່ອ. ດັ່ງ
ນັ້ນປະເດັນນີ້ເອງຂ້າພະເຈົ້າກະບໍ່ກະຈ່າງແຈ້ງເຊັ່ນກັນ.

ໂຕທີ່ວ່າ: “ພາສາແຕ່ລະພາສາ ມີເອກະລັກສະເພາະຂອງໃຜມັນ” ຂ້ອຍຄິດວ່າອັນນີ້ແມ່ນຄວາມເຈົ້າເວົ້າຫັ້ນລະ. ພາສາແຕ່ລະພາສາມີຄວາມຕ່າງກັນ
ແລະຄ້າຍຄືກັນທາງດ້ານຕົວອັກສອນ, ສຽງ,ການນຳໃຊ້ແລະອື່ນໆ.ແຕ່ ບາງພາສາຈະບໍ່ຕ່າງກັນໝົດແລະຈະບໍ່ຄືກັນໝົດ. ນັ້ນໝາຍເຖິງບາງພາສາ
ຈະບໍ່ຕ່າງກັນໝົດທຸກຢ່າງມັນຈະມີໂຕທີ່ຄ້າຍຄືກັນນຳ ແລະ ຈະບໍ່ຄືກັນໝົດແຕ່ຈະມີໂຕທີ່ຕ່າງກັນ ກັນນຳ. ລະດັບຄວາມແຕກຕ່າງແລະຄືກັນນັ້ນ
ແມ່ນຂຶ້ນກັບແຕ່ລະພາສານັ້ນເອງ.

ໂຕທີ່ວ່າ: “ບໍ່ມີພາສາໃດຄົບຖ້ວນທີ່ສຸດດອກ” ອືມ...ອັນນີ້ຂ້ອຍຢາກບອກວ່າແຕ່ລະປະເທດລ້ວນແຕ່ຈະຢາກໃຫ້ພາສາຂອງຕົນມີເອກະລັກຂອງ
ໃຜມັນມີພາສາທີ່ໃຊ້ເປັນມາດຕະຖານທົ່ວປະເທດທີ່ແນ່ນອນ (ເຊິ່ງພາສາລາວເຮົາຍັງບໍ່ທັນມີ). ເຮົາຈະສັງເກດເບິ່ງວ່າເມື່ອເຮົາມີຂໍ້ສົງໃສກ່ຽວພາສາອັງ
ກິດແລະຂໍ້ສົງໃສນັ້ນມັນກໍເບິ່ງຄືກະໄຂບໍ່ຍາກຖ້າເອົາໄປຊອກຫາໃນອິນເຕີເນັທ໌ ແລະເປັນຫຍັງຈຶ່ງແກ້ໄຂບໍ່ຍາກເນື່ອງຈາກພາສາເຂົາມີຫຼັກການ
ໃຊ້ທີ່ແນ່ນອນແລະເປັນທີ່ເຜີຍແຜ່ກັນຫຼາຍຕ່າງຈາກພາສາລາວທີ່ບໍ່ມີຫຼັກການໃຊ້ເອົາແນ່ເອົານອນຂອງຕົນເອງໄດ້ເນື່ອງຈາກມີຫຼາຍທ້ອງຖິ່ນທີ່
ໃຊ້ແຕກຕ່າງກັນ.

ໂຕທີ່ວ່າ: “ການຫາຄວາມຫມາຍຂອງພາສາລາວ (ບາງຄຳ) ໃຫ້ຖືກຕ້ອງທີ່ສຸດກັບຄວາຫມາຍຂອງພາສາອັງກິດ ກໍແມ່ນເລື່ອງຍາກບາງເທື່ອຄວາມ
ຫມາຍຄ້າຍໆກັນແຕ່ຄວາມຫນັແຫນ້ນ,ຄວາມເລິກເຊິ່ງພັດຕ່າງກັນຄຳເວົ້າໃນພາສາອັງກິດຄືກັນບໍ່ແມ່ນຊິແປອອກມາເປັນພາສລາວໄດ້ຈະ
ແຈ້ງຫມົດທຸກໂຕ ຄືທັງ 2 ຄຳທີ່ເປັນປະເດັນຂ້າງເທິງ...” ຢາກຕອບວ່າອັນນີ້ແມ່ນອີງໃສ່ຫຼັກການແປຈາກພາສາໜຶ່ງໄປເປັນອີກພາສາໜຶ່ງເຊິ່ງຈະ
ມີທິດສະດີໃນການແປທີ່ເປັນແນວຄວາມຄິດຂອງຫຼາຍທ່ານແລະຈະມີລັກສະນະການແປບໍ່ວ່າຈະເປັນການແປຕາມຫຼັກພາສາແລະແປຂ້າມວັດທະນະ
ທຳເຊິ່ງວັດທະນະທຳຂອງແຕ່ລະພາສາຈະບໍ່ຄືກັນ. ແລະບໍ່ວ່າການແປພາສາໃດກໍຕາມຕ່າງກໍລ້ວນແຕ່ຢາກໃຫ້ການແປນັ້ນເປັນການແປທີ່ໃກ້ຄຽງທີ່ສຸດ
ກັບພາສາຕົ້ນສະບັບ. ການຫາຄວາມຫມາຍຂອງພາສາລາວ (ບາງຄຳ) ໃຫ້ຖືກຕ້ອງທີ່ສຸດກັບຄວາຫມາຍຂອງພາສາອັງກິດກໍແມ່ນເລື່ອງທີ່ບໍ່ຍາກດອກ
ຖ້າຫາກເຂົ້າໃຈແລະມີຄວາມສາມາດໃນການນຳໃຊ້ພາສາຕົ້ນສະບັບແລະພາສາປາຍທາງ. ເຈົ້າເຄືຍແປພາສາອັງກິດເປັນພາສາລາວແປພາສາລາວ
ເປັນພາສາອັງກິດ.ແປພາສາຫວຽດເປັນພາສາລາວແປພາສາລາວເປັນພາສາຫວຽດ, ແປພາສາໄທເປັນພາສາລາວແປພາສາລາວເປັນພາສາໄທ
ຢູ່ບໍ່?ຄັນເຈົ້າເກັ່ງພາສາຫວຽດແລະພາສາລາວການແປກໍຈະບໍ່ຫຍຸ້ງຍາກແຕ່ກົງກັນຂ້າມກັບເຈົ້າບໍ່ເກັ່ງພາສາຣັດເຊຍແລະພາສາອີຣັກການແປພາສາ
ພາສາຣັດເຊຍໃຫ້ເປັນພາສາອີຣັກກໍ່ຈະເປັນເລື່ອງຍາກ. ແລະເລື່ອງນີ້ແມ່ນຄວາມຈິງແມ່ນບໍ່?ແລະອີກຢ່າງໜຶ່ງປຶ້ມວັດຈະນານຸກົມລາວອັງກິດກໍມີ.
ແລະໂຕທີ່ເຮັດວົງເລັບໄວ້ນັ້ນທີ່ຂຽນວ່າ(ບາງຄຳ) ນັ້ນ ອັນນີ້ເຂົ້າໃຈຢູ່ວ່າເຈົ້າຢາກໝາຍຄວາມວ່າມີບາງຄຳເທົ່ານັ້ນທີ່ຍາກ ບໍ່ໄດ້ໝາຍຄວາມເຖິງ
ຍາກທຸກໆຄຳ. ອ່າ....ອັນນີ້ຢາກຕອບວ່າ: ອັນນີ້ກໍອາດເປັນໄປໄດ້ຄືດັ່ງທີ່ເຈົ້າເວົ້າ ແຕ່ບາງຄຳທີ່ໝາຍເຖິງນັ້ນຄົງຈະບໍ່ໄດ້ໝາຍເຖິງ ຄິດ ກັບ ຄຶດ ແປ ເປັນພາສາອັງກິດດອກຕີບໍ 555. ເພາະວ່າຢູ່ໃນພາສາອັງກິດຄຳວ່າ think ແທ່ນໃຫ້ໄດ້ທັງຄິດກັບຄຶດໃນພາສາລາວຫາຄວາມຫມາຍຂອງພາສາລາວ
ໃຫ້ຖືກຕ້ອງທີ່ສຸດກັບຄວາຫມາຍຂອງພາສາອັງກິດ ກໍແມ່ນເລື່ອງກໍແມ່ນເລື່ອງທີ່ບໍ່ຍາກ. ຄັນຍາກສະແດງວ່າຜູ້ນັ້ນບໍ່ເກັ່ງພາສາອັງກິດແລະກໍບໍ່ເກັ່ງ
ພາສາລາວລະ. ດ້ວຍເຫດໃດຈຶ່ງວ່າບໍ່ຍາກນັ້ນອັນນີ້ແມ່ນເວົ້າເຖິງການແປພາສາໜຶ່ງໄປເປັນອີກພາສາໜຶ່ງຄືດັ່ງທີ່ຂ້ອຍໄດເວົ້າແລ້ວນັ້ນ

ທີ່ວ່າ “ການຫາຄວາມຫມາຍຂອງພາສາລາວ (ບາງຄຳ) ໃຫ້ຖືກຕ້ອງທີ່ສຸດກັບຄວາຫມາຍຂອງພາສາອັງກິດ ກໍແມ່ນເລື່ອງຍາກບາງເທື່ອຄວາມຫມາຍ
ຄ້າຍໆກັນແຕ່ຄວາມຫນັແຫນ້ນ,ຄວາມເລິກເຊິ່ງພັດຕ່າງກັນ” ຢາກຕອບວ່າ ອືມ...ອັນນີ້ຂ້ອຍຍັງບໍ່ທັນໄດ້ວິເຄາະເທື່ອເພາະບໍ່ທັນເຂົ້າໃຈວ່າ ຄວາມ
ຫນາແຫນ້ນ,ຄວາມເລິກເຊິ່ງທີ່ເຈົ້າວ່ານັ້ນມັນເປັນແບບໃດຍົກຕົວຢ່າງແນ່ໄດ້ບໍ່. ຄັນໄດ້ເຫັນລັກສະນະຂອງຕົວຢ່າງຈຶ່ງຊິຮູ້ຈັກວ່າມັນເປັນແນວໃດ
ແລະຊິວິເຄາະຈັງໃດ. ແລະຢາກໃຫ້ຮູ້ວ່າພາສາອັງກິດເປັນພາສາທີ່ມີການໃຊ້ທີ່ແນ່ນອນເປັນພາສາທີ່ເປັນທີ່ນິຍົມທີ່ສຸດໃນໂລກແລະຜູ້ທີ່ຄົ້ນຄ້ວາວິເຄາະ
ພາສາຂອງຕົນກໍລ້ວນແຕ່ເປັນຜູ້ທີ່ມີຄວາມຮູ້ຄວາມສາມາດພາສາກໍກາຍມາເປັນພາສາທີ່ມີຫຼັກການໃຊ້ທີ່ແນ່ນອນມີປຶ້ມຕຳລາພາສາອັງກິດໄດ້ຮັບການ
ຈັດພິມຂຶ້ນຢ່າງຫຼວງຫຼາຍ. ເມື່ອເປັນພາສາທີ່ມີຫຼັກການໃຊ້ທີ່ແນ່ນອນແລ້ວແລະມີເອກະສານອ້າງອີງຢ່າງຫຼວງຫຼາຍ.ບັນຫາທີ່ມີຂໍ້ສົງໃສກ່ຽວກັບການ
ນຳໃຊ້ກໍ່ຈະໄດ້ຮັບຄວາມກະຈ່າງແຈ້ງພຽງແຕ່ຊື້ປຶ້ມພາສາອັງກິດມາອ່ານຫຼືຖາມອາຈານພາສາອັງກິດ ຖ້າມັນບໍ່ມີຢູ່ໃນປື້ມກໍພິມຖາມ ທ່ານ google ຫຼື
ທ່ານ yahoo ກໍຈະໄດ້ຮູ້ໂດຍບໍ່ຍາກຖ້າຫາກຫຼິ້ນອິນເຕີເນັທ໌ເປັນ. ເຈົ້າບໍ່ເຊື່ອກໍລອງພິມຖາມທ່ານທັງສອງ ວ່າ synonym antonym ຂອງຄຳ
ນັ້ນຄຳນີ້ມີຫຍັງແດ່ ທ່ານ google ຫຼື ທ່ານ yahoo ພວກລາວກະຊິບອກເຈົ້າປັບໂລດລະແຕ່ຄັນບອກຊ້າກໍສະແດງວ່າເນັທ໌ມັນຊ້າ. ແລະຂໍ້ສອບ
ໃນພາສາອັງກິດທີ່ເຄຄຍເຫັນກໍປະກົດມີການໃຊ້ synonym ແລະ antonym ນຳເຊິ່ງບາງຄົນກໍຍັງເຮັດຂໍ້ສອບຜິດເນື່ອງຈາກບໍ່ຮູ້ຈັກຈຳ
ແນກຫຼືຈຳແນກໃນແບບທີ່ຜິດກັບຫຼັກພາສາ. ແລະແບບນີ້ຍັງບໍ່ທັນເຄີຍເຫັນໃນພາສາລາວ.

ສະຫຼຸບ: ອີງຕາມລັກສະນະການເວົ້າຂອງເຈົ້າແລ້ວກໍພໍຮູ້ໄດ້ວ່າເຈົ້າໃຊ້ຄິດກັບຄຶດຄືກັນ. ຫຼືອາດຈະຍັງບໍ່ແນ່ໃຈ. ແຕ່ຄິດວ່າເຈົ້າຄົງຈະໃຊ້ຄິດ
ກັບຄຶດຄືກັນແນ່ນອນຫຼາຍກວ່າເນື່ອງຈາກເຈົ້າຄິດວ່າພາສາລາວເປັນພາສາທີ່ບໍ່ຊັບຊ້ອນປານນັ້ນ. ໃຊ້ໄດ້ທັງສອງຢ່າງຂຶ້ນກັບແຕ່ລະທ້ອງຖິ່ນ. ແລະອີກຢ່າງໜຶ່ງເຈົ້າເຫັນຢູ່ໃນວັດຈະນະນຸມຂອງທ່ານມະຫາສີລານັ້ນເຊິ່ງເປັນວັດຈະນານຸກົມໃນສະໄໝກ່ອນປົດປ່ອຍອີກແລະຫຼັງປົດປ່ອຍພາສາກໍ
ໄດ້ຮັບການຜັນປ່ຽນລະເດ. ຢ່າລືມວ່າລັດຖະທຳມະນູນກໍມີການແກ້ໄຂໄດ້ແລະພາສາເອງກໍມີການແກ້ໄຂໄດ້ຄືດັ່ງທີ່ນັກປະຕິວັດໄດ້ເຮັດມານັ້ນ. ອືມ...ແລະເມື່ອມັນຢູ່ໃນວັດຈະນານຸກົມແບບນັ້ນແລ້ວກໍສະແດງວ່າເປັນອ້າງອີງໄດ້.ຄັນອ້າງອີງໄດ້ກໍສະແດງວ່າຕ້ອງເປັນສິ່ງທີ່ໃຫ້ຂໍ້ພິສູດໄດ້ທຸກຢ່າງຄັນ
ຊັ້ນເປັນຍັງເມື່ອມີຄຳຖາມຖາມມາລະຄືບໍ່ເຫັນໃຜຢາກຕອບ. ຄຳຖາມໂຕໃດຫັ້ນວ່າອ່ານເບິ່ງລະຊິຮູ້. ອີກຢ່າງໜຶ່ງກໍມີຫຼາຍທ້ອງຖິ່ນທີ່ໃຊ້ແຕກຕ່າງກັນ
ແລະກໍມີຫຼາຍຄຳທີ່ຢູ່ໃນວັດຈະນານຸກົມບໍ່ໄດ້ລະບຸໄວ້ ມີຄວາມສັບສົນໃນການໃຊ້ຫຼາຍຄັນຄິດວ່າໃຊ້ຈັ່ງໃດກໍໄດ້ແລ້ວບໍ່ມີການແກ້ໄຂດັດແປງຄຳຜິດ
ໃຫ້ກັນກໍຄົງຈະດີເພາະເມື່ອມີການແກ້ຄຳຜິດໃຫ້ກັນມັນກໍຍ່ອມມີຄຳຖາມໄປເລື້ຍໆຄັນພາສາລາວມັນເປັນຄືພາສາອັງກິດກໍຄົງຈະດີ. ຜູ້ທີ່ກຳນົດພາສາລາວ
ກຳນົດບໍ່ຖີ່ຖ້ວນ ມີຫຼັກການໃຊ້ທີ່ບໍ່ແນ່ນອນ. ຄັນມີຄົນຂຽນຜິດວ່າປະຈຸບັນກໍຈະມີຄົນມາດັດແປງແກ້ໄຂໃຫ້ຢູ່ດອກວ່າ ປັດຈຸປັນຈຶ່ງຈະຖືກຜູ້ທີ່ມາແກ້ໄຂ
ໃຫ້ກໍມີຄວາມໝັ້ນໃຈເພາະມີເອກກະສານອ້າງອີງທີ່ແນ່ນອນແລະເປັນທີ່ຍອມຮັບຄັນມີໂຕທີ່ມັນລຶກລັບຊັບຊ້ອນກວ່າ ປະຈຸບັນກັບປັດຈຸບັນກະຊິຍາກ
ຄືກັນຫັ້ນລະເພາະບໍ່ຮູ້ວ່າຊິໄປເອົາອ້າງອີງມາແຕ່ທາງໃດ. ຄັນກໍລະນີຄິດກັບຄຶດນັ້ນມັນຄືກັນກັບກໍລະນີຂອງປະຈຸບັນກັບປັດຈຸບັນມັນຄົງຈະດີ. ແຕ່ຂ້ອຍກໍໄດ້ຖາມຫຼາຍຄົນຢູ່ກ່ຽວກັບການໃຊ້ຄິດກັບຄຶດນັ້ນແລະຄົນທີ່ໃຊ້ຄິດກັບຄຶດຕ່າງກັນກໍມີຢ່າງຫຼວງຫຼາຍ. ພາສາໄທມີແຕ່ຄຳວ່າ ຄິດ ບໍ່ມີຄຳວ່າຄຶດ.

ແລະທັງໝົດນີ້ກໍແມ່ນມຸມມອງຂອງຂ້ອຍ. ທີ່ໄດ້ມອງບັນຫາແບບນີ້ນັ້ນເອງ.

ເທບແຫ່ງພາສາລາວ


໒໐ ກະທູ້
໑໓໖໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ປ່າໂທ ! ບໍ່ຄ່ອຍມີເວລາໄດ້ອ່ານນ້ອງເອີຍມື້ໜ້າເດີ

ເອົາເມຍຈົນແຕ່ໃຈດີ ດີກວ່າເອົາເມຍເສດຖີທີ່ຄິດທໍລະຍົດ
ຄຣິກຫາປະໂຫຍກກິນໃຈບ່ອນນີ້ ຢ່າລໍຊ້າ

໑໔ ກະທູ້
໓໐໑ ໂພສ
ຊຳນານການເວັບບອດ
ຂຽນໄປຈັ່ງຊັ້ນລະຈວນ...

ເທບແຫ່ງພາສາລາວ


໒໐ ກະທູ້
໑໓໖໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຕອບ au8ust ອັນທີ່ຂ້າພະເຈົ້າເວົ້າມາແມ່ນບໍ່ມີຂໍ້ອ້າງອີສ່ວນຕົວ ຂໍໂທດນຳຫຼາຍຮູ້ສືກວ່າມັນຜິດຫຼາຍ
ຄິດນີ້ມັນຈະບໍ່ມີໃນພາສາຂຽນ ມັນຈະແມ່ນຄຶດ ເພາະວ່າເວລາຄົນໃນເມືອງອ່ານຈະບໍ່ອອກສຽງຄຶດ ຈະອອກສຽງຄິດຫຼາຍກ່ວາແມ່ນບໍ່

ເອົາເມຍຈົນແຕ່ໃຈດີ ດີກວ່າເອົາເມຍເສດຖີທີ່ຄິດທໍລະຍົດ
ຄຣິກຫາປະໂຫຍກກິນໃຈບ່ອນນີ້ ຢ່າລໍຊ້າ

໑໖ ກະທູ້
໑໖໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄິດ,ຄຶດໄດ້ທັງສອງ

ໂຈນຫ້າຮ້ອຍສອງເທື່ອເປັນພັນ

ໜ້າທີ່ 2 ຈາກທັງໝົດ 2 ໜ້າ <<<12>>>