ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ພາສາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ພາສາ » ພາລາວ ແລະ ພາສາໄທ ພາສາໄດເກີດກ່ອນກັນ......ໃ

ໜ້າທີ່ 2 ຈາກທັງໝົດ 3 ໜ້າ <<<123>>>


໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ທີ່ຈິງພາສາລາວ ພາສາໄທຍ໌ ໃຜເກີດກ່ອນເກີດຫຼັງບໍ່ສຳຄັນ ສຳຄັນວ່າຄົນລາວນັ້ນສາມາດເຂົ້າໃຈ ແລະຄວາມໝາຍຂອງພາສາທັງສອງນີ້ຫຼາຍນ້ອຍພຽງໃດ ?
- ການທີ່ຈະຮູ້ພາສາໃດເກີດກ່ອນ ເຮົາຕ້ອງຮູ້ຫຼັກຂອງສຽງ, ຂອງຄຳ ແລະປະໂຫຍກຂອງພາສາໄດ້ລະອຽດ ຈຶ່ງຈະເຮັດໃຫ້ເຮົາຮູ້ໄດ້ວ່າ ພາສາໃດເກີດກ່ອນ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໐ ກະທູ້
໑໒໑ ໂພສ
ນັກການກະທູ້
ຂພຈ ກໍ່ບໍ່ຣູ້ຄືກັນໃນເຮື່ອງນີ້ຍ່ອນບໍ່ເຄີຍສຶກສາເຮື່ອງພາສາເລີຍ ຣູັແຕ່ວ່າຈາລືກພ່ຂຸນຮາມຄຳແຫງ ເປົນຈາຮຶກພາສາໄທຍົທີ່ເກົ່າແກ່ທີສຸດເທົ່າທີ່ຄົນພົບ ເພິ່ນຊຽນວ່າເພິ່ນປະດຶດອັກສອນໄທຍົ ກໍບໍ່ຣູ້ຄືກັນວ່າເພຶ່ນລອກລຽນມາແຕ່ພາສາໄດ໋ ແຕ່ອາຈຊຶມາຈາກພາສາຄນທີ່ເຄີຍອຍູ່ບ່ອນນີ້ມາກກ່ອນຄືພວກ ມອນ ໃນເມືອງໄທຍົກໍບໍ່ໄດ້ມີໄຝຕັ້ງກະທູ້ນີ້ມາເວ່າກັນເລີຍ (ອາດຊຶມີ ແຕ່ ຊພຈບໍ່ເຄີຍເຫົນ) ອາດຊິເຫັນວ່າຫຼັກຖານທາງໂບຮານະຄະດີຂອງໄທຍົມັນບໍ່ຫຼາຍພໍ່ຊຶວຶເຄົາະໄດ້ ຫືວ່າບໍຍາກໃຫ້ເປົນປະເດົນການເມືອງ ກໍ່ບໍ່ຮູ້ຄືກັນເດີ


໖ ກະທູ້
໑໔ ໂພສ
ຂາປະຈຳເວັບບອດ
ເຮົາບໍ່ແນ່ໃຈ
ແຕ່ພາສາທາງເໜືອຂອງໄທເຮົາສັງເກດວ່າຈາກການພົບປະຂອງພາສາໄທບ້ານໄທປ່າ ເຊ່ນ ຂະໝຸ ລົ້ວະ ຖິ່ນ ມັນໄປຣ
ຄັນເຮົາເອົາມາໂຮມກັນມັນກໍ່ສິໄດ້ເປັນພາສາທາງເໜືອຂອງໄທພໍດີ

ເພາະເຮົາຄຶດວ່າພາສາເກີດຈາກ ຂະບວນການຂັ້ນທີ່໑ພາສາຊັບຊ້ອນນ້ອຍໄປຫຼາຍ ຂັ້ນທີ່໒ແລ້ວກໍ່ຈາກຊັບຊ້ອນຫຼາຍໆໄປເປັນພໍຊັບຊ້ອນ
ເພາະສະນັ້ນຕ້ອງເບີ່ງຄວາມຊັບຊ້ອນເຊິ່ງ ເຫັນວ່າພາສາໄທມີຄວາມຊັບຊ້ອນຫຼາຍກວ່າແຕ່ກໍ່ອາດສິຢູ່ຫຼັງຂະບວນການຂັ້ນທີ່໑ ຫຼື ໒ ກໍ່ໄດ້


໐ ກະທູ້
໑໒໘ ໂພສ
ນັກການກະທູ້
ບາລີແລະສັນສະກິດ


໐ ກະທູ້
໑໒໘ ໂພສ
ນັກການກະທູ້
ບາລີແລະສັນສະກິດ


໐ ກະທູ້
໑໒໘ ໂພສ
ນັກການກະທູ້
ແລັ່ມເລີ່ຍ


໑໐ ກະທູ້
໔໑໐ ໂພສ
ຊຳນານການເວັບບອດ
ບາລີແລະສັນສະກິດ ເປ້ນ ໂຕ ອັກສອນ ທີ່ ນຳພາສາເວົ້າ ຂອງໄທ ແລະ ລາວ ມາເປ້ນໂຕຫນັງສື / ແຕ່ພາສາເວົ້າ ນ່າຈະເປ້ນມາພ້ອມ ໆ ກັນ , ແຕ່ການ ປູງແຕ່ງ ພາສາ ຂອງໄທ ມີຈະຫລາກຫລາຍ ກວ່າ ພາສາລາວ ເພາະ ຫຍີບຍືມ ມາຜະສົມ ຫລາຍ ພາສາ / ພາສາລາວ ນ່າ ຈະມາຫຍຸດ ຊະງັກ ຍູ່ຊ່ວງໃດ໋ ຊ່ວງຫນື່ງ (ອັກສອນ ລາວ ເປ້ນຫຍັງ ຄື ມີ ແຄ່ 26 ໂຕ ຄືກັບ ຟະຫລັ່ງ ) ອັກສອນໄທ ເກິດຂື້ນ ສະໄຫນ ພໍ່ຂຸນລາມຄຳແຫງ ,,,5555 +++ ອາດແມ່ນ ກະໄດ້ ບໍແມ່ນກະໄດ້ ລໍພີສູດ ອິກຄລັ້ງ ,,, ຂ້ອຍກໍ້ເປ້ນຄົນໄທ ,,, ແຕ່່ຂ້ອຍ ກໍບໍແມ່ນ ຊາດນຶຍົມ ປານນັ້ນ ,,,,ເຊື່ອ ຕວາມຈີງ ແລະ ເຫ້ດຜົນ ທໍ່ນັ້ນ ,,,,,, ຮັບຟັງ ໄດ້ ສຳລັບ WIKI. ແຕ່່ ບໍ່ແມ່ນທັິ້ງຫມົດ 5555

ອັນໂຕຂ້າ ຄື ຊົນເຜົ່າ ອະສຸຮາ ວັນຂ້າງຫນ້າ ຈະຖ້າລົບກັບພະອິນ (ອະສຸຮາ ແປວ່າ ຜູ້ບໍ່ກິນເຫລ້າ ເດ້ ,,,)[b] [/b]

໙ ກະທູ້
໒໔໗ ໂພສ
ນັກການກະທູ້
ຄິດວ່າລາວ


໐ ກະທູ້
໑໘໖ ໂພສ
ນັກການກະທູ້
ເມື່ອກ່ອນໄທຍອ້າງວ່າພາສາໄທຍເກີດກ່ອນຍ້ອນວ່າມີຫີນສີລາຈາລຶກພາສາໄທຍຂອງຂຸນລາມກຳແຫງທີ່ເປັນ
ຜູ້ໃຫ້ກຳເນີດພາສາໄທຍ(ບໍ່ຈື່ວ່າປີໃດ).ຕໍ່ມາໄລຍະຫຼັງໆນີ້ ປະມານສິບປີກ່ອນ ຊ່ຽວຊານຝຮັ່ງແລະລາວໄດ້ຄົ້ນພົບຫີນສີຣາພາສາລາວທີ່ມີຄວາມເກົ່າແກ່ກ່ອນໄທຍ
ແລະໄດ້ພິມຢູ່ວາລະສານແຈກຢາຍຢູ່ເທິງຍົນລາວຊ່ວງນັ້ນ ເສຍດາຍບໍ່ໄດ້ເກັບໄວ້, ໄທຍເລີຍປາກບໍ່ອອກຮອດປະຈຸບັນ.
ບ້ານເຮົາບໍ່ຄ່ອຍໄດ້ໂຄສະນາເລື່ອງນີ້ປານໃດ ແຕ່ມັນເປັນການຄົ້ນພົບທີ່ມີຄວາມໝາຍຫຼາຍໃນເຊີງປະຫວັດສາດຂອງຊາດລາວ.
ນອກນັ້ນ,ເຄີຍໄດ້ຍິນຄູບາລາວເລົ່າວ່າວັດທຳມະກາຍໄທຍສົ່ງຄົນມາຊອກຊື້ໃບລານເກົ່າແກ່ຢູ່ຕາມວັດເພື່ອຈະໄປອ້າງວ່າແມ່ນຕົນເປັນຜູ້
ແປພຮະໄຕປີດົກ. ສະໃໝລ້ານຊ້າງຈະເລີນຮຸ່ງເຮືອງຫຼາຍດ້ານ,ຮວມທັງດ້ານສາດສະໜາ ຄູບາລາວໄດ້ແປພຮະໄຕປີດົກທີ່ເປັນພາສາ
ບາລີໄວ້ຫຼາຍ ແຕ່ຫນ້າເສຍດາຍທີ່ຫຼັງປົດປ່ອຍ ລ/ບບໍ່ໄດ້ເອົາໃຈໃສ່ ຈຳນວນຫຼາຍຖືກເຜົາຖີ້ມ ຈຳນວນຫນຶ່ງຖືກກ້ວນຊື້ຈາກໄທຍ.
ແລະນອກຈາກນັ້ນ,ຊ່ຽວຊານໄທຍຈຳນວນຫນຶ່ງໄດ້ໄປຊື້ປື້ມເກົ່າທີ່ຂຽນເລື່ອງປະຫວັດສາດຂອງລາວຢູ່ຊຽງຂວາງ
ໂດຍໃຫ້ນາຍຫນ້າລາວທີ່ເປັນພະນັກງານຂັ້ນສູງເປັນຜູ້ພາໄປ ທາງບ້ານເລີຍຂີນບໍ່ໄດ້ເລີຍຈຳເປັນໄດ້ຂາຍໃຫ້ໄທຍໄປ.... ເຂົາເຈົ້າຈົ່ມເສຍ
ດາຍຮອດປະຈຸບັນ ເພາະເປັນປື້ມທີ່ເກົ່າແກ່ທີ່ສືບທອດມາຫຼາຍລຸ້ນທີ່ຮັກສາໄວ້ນຳຫ້ອງການແຂວງ.
ບ້ານເຮົາຍັງບໍ່ໄດ້ເອົາໃຈໃສ່ຕໍ່ການຮັກສາຫຼັກຖານທາງປະຫວັດສາດ ເຮັດໃຫ້ປະເທດຂ້າງບ້ານສວຍໂອກາດມາຊື້ໄປເປັນຂອງຕົນ
ແລະອ້າງອີງໄດ້ວ່າເຮົາເຄີຍເປັນຂອງເຂົາ..........ແຮງເລົ່າແຮງຍາວ.
ຖ້າບ້ານໃຜມີປື້ມທີ່ມີຄວາມໝາຍດ້ານປະຫວັດສາດ,ເອກະສານເກົ່າແກ່,ໃບລານ,ເງີນຮາງຕ່າງກໍ່ຊ່ອຍກັນຮັກສາໄວ້ ເພື່ອອານາຄົດ
ລ/ບຈະຖືເລື່ອງນີ້ສຳຄັນຈະໄດ້ເກັບເຂົ້າຫໍພິພິດທະພັນໃຫ້ຄົນລຸ້ນໃໝ່ໄດ້ເບິ່ງ.ຈະໄດ້ບໍ່ຖືກຂ້າງບ້ານລັກເອົາໄປເປັນຂອງເຂົາໝົດ.


໐ ກະທູ້
໑໘໖ ໂພສ
ນັກການກະທູ້
ການແລກປ່ຽນຄວາມຄິດເຫັນເປັນສິ່ງທີ່ດີ,ໄດ້ຄວາມຮູ້,ແລະໄດ້ຂໍ້ມູນ.ເມື່ອໄດ້ຂໍ້ມູນແລ້ວກໍ່ຊ່ອຍກັນຊອກຫຼັກຖານມາອ້າງອີງພ້ອມ
ເທົ່າທີ່ຊອກໄດ້.
ຖ້າຈະໃຫ້ຢັ້ງຢືນວ່າພາສາໄທຍຫຼືລາວໂຕໃດເກີດກ່ອນ ຄິດວ່າບໍ່ແມ່ນຕັດສິນຈາກການແລກປ່ຽນຄວາມຄິດເຫັນ,ຖ້າຜູ້ໃດມີຮູບຫີນສີລາຈາລຶກ
ຂອງລາວແລະວາລະສານທີ່ເອື້ອຍກ່າວເຖິງກໍ່ເອົາມາໂພດສໃສ່,ບໍ່ຊັ້ນກໍ່ອາດຈະຂຽນບອກວ່າປະຈຸບັນເກັບໄວ້ຢູ່ໃສ,ເພາະເອື້ອຍອ່ານດົນແລ້ວບໍ່ຈື່
ວ່າໃນວາຮະສານໂຕນັ້ນເພີ່ນໄດ້ບອກບ່ອນເກັບຫີນສີລານັ້ນໄວ້ໃສຫຼືບໍ່,ແລ້ວກໍ່ຂຽນອາຍຸຫີນສີລາພາສາໄທຍຂອງຂຸນລາມກຳແຫງໃສ່,
ເທົ່ານີ້ກໍ່ຮູ້ລະເດ້ວ່າໃຜເກີດກ່ອນ. ຕອນນີ້ໃຫ້ໄດ້ແຕ່ຂໍ້ມູນມາເລົ່າສູ່ຟັງໄວ້ຊອກຫາຫຼັກຖານກັນຕື່ມເອງ.


໐ ກະທູ້
໗໓ ໂພສ
ຂາປະຈຳເວັບບອດ
ເອື້ອຍ ໂອໂຊນເວົ້າກະແມ່ນຄວາມຈິງ ເພາະນ້ອງເຄີຍໄດ້ຍິນເພິ່ນວ່າແນວນັ້ນເຊັ່ນກັນ
ສິລາຈາລຶກພາສາລາວທີ່ເອື້ອຍວ່ານັ້ນປະຈຸບັນນີ້ແມ່ນເກັບໄວ້ໃນພະຣາຊວັງຫຼວງພຣະບາງ
ສິລາຈາລຶກດັ່ງກ່າວໃນເມື່ອກ່ອນແມ່ນເກັບໄວ້ທີ່ວັດວິຊຸນລະລາດເມືອງຫຼວງພຣະບາງຖືກສ້າງຂືນໃນປີ ພ.ສ 1713(ດຽວນີ້ໄດ້840ປີ) ເຊິ່ງມີອາຍຸຫຼາຍກວ່າສິລາຈາລຶກຂອງຣາມຄຳແຫງທີ່ທາງໄທຍວ່າຣາມຄຳແຫງເປັນຜູ້ປະດິດໃນ ພ ສ1826 ຕັ້ງ 113ປີ.

ນີ້ແມ່ນຮູບຈຳລອງຕົວໜັງສືຂອງສິລາຈາລຶກລາວ


໒໐ ກະທູ້
໑໓໖໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂອບໃຈນຳທຸກໆໆທ່ານທີ່ໃຫ້ຂໍ້ມູນມາໃນຂ້າງເທີງນັ້ນ ນີ້ແລ໋ະຫຼັກຖານທີ່ມາຢັ້ງຢືນວ່າລາວເປັນປະເທດໜື່ງທີ່ມີພາສາເປັນຂອງຕົນເອງມາແຕ່ດັ່ງເດີມ

ເອົາເມຍຈົນແຕ່ໃຈດີ ດີກວ່າເອົາເມຍເສດຖີທີ່ຄິດທໍລະຍົດ
ຄຣິກຫາປະໂຫຍກກິນໃຈບ່ອນນີ້ ຢ່າລໍຊ້າ

໐ ກະທູ້
໒໑ ໂພສ
ຂາປະຈຳເວັບບອດ
ຂ່ອຍເພີ່ງເຂົ້າມາເຫັນກະທູ້ນີ້
ສະຮຸປແລ້ວ ພາສາທີ່ເກຶດກ່ອນໄຜ ຄື ພາສາອິສານ ຮາ ຮາ ຮາ


໒໑ ກະທູ້
໑໔໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ pranpa ຂຽນວ່າ...
ຂ່ອຍເພີ່ງເຂົ້າມາເຫັນກະທູ້ນີ້
ສະຮຸປແລ້ວ ພາສາທີ່ເກຶດກ່ອນໄຜ ຄື ພາສາອິສານ ຮາ ຮາ ຮາ


ກະພາສາລາວເດີມນີ້ລະ ແຕ່ຢ່າລືມວ່າອານາຈັກລາວລ້ານຊ້າງຖືກຕັດແບ່ງໂດຍບໍ່ເຕັມໃຈໃນອະດີດ

ຄິດດີ ເວົ້າດີ ເຮັດດີ

໑໖ ກະທູ້
໑໖໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ MahaHaipayok ຂຽນວ່າ...
ພາສາໃດເກີດກ່ອນວ່າຊັ້ນເບາະ?
ພາສາເວົ້າ ຫລື ພາສາຂຽນກັນແນ່? ບໍ່ປາກົດຫລັກຖານທີ່ພໍສາມາດຊີ້ຂາດໄດ້ ...
ແຕ່ສຳລັບພາສາຂຽນນັ້ນ ທາງຝ່າຍໄທອ້າງມາຕລອດວ່າລາວລອກລຽນແບບຕົວອັກສອນຈາກໄທ ໂດຍອ້າງເຖິງຫລັກສີລາຈາລຶກຫລັກທີ 1 ຂອງພໍ່ຂຸນຣາມຄຳແຫງ ທີ່ມີລັກສະນະແປກປະຫລາດກໍຄື ມີອາຍຸຍາວນານ ແຕ່ຫາກໍ່ພົບເຫັນໃນຣາຊສມັຍ ຣ.5 ເຊິ່ງຫລາຍ ໆ ສິ່ງ ຫລາຍ ໆ ຢ່າງກໍໂພ່ມາໃນຣ!ຊສມັຍນີ້! ...?...
ຫລັງຈາກທີ່ມີການຖອດຄຳອ່ານຈາກຫລັກສີລາຈາຣຶກໜຶ່ງໃນຫ້າຂອງວັດວິຊຸນນະຣາຊ ນະຄອນຫລວງພຣະບາງ ພໍໄດ້ໃຈຄວາມວ່າ ພາສາລາວໃນຫລັກສີລາຈາຣຶກນັ້ນ ມີອາຍຸແກ່ກວ່າຂອງ ຂຸນຣາມຄຳແຫງເຖິງ 128 ປີເລີຍທີ່ດຽວ; ຍິ່ງຫລັກສີລາຈາຣຶກທີ່ລຶບເລືອນລາງທີ່ພຣະທາດຫລວງຍິ່ງຊີ້ບອກວ່າພາສາຂຽນຂອງລາວອາດມີອາຍຸຣອດຣາວ ໆ 3.000 ປີເລີຍທີ່ດຽວ!
ຖ້າສັງເກດພາສາທີ່ປາກົດໃນຫລັກສີລາຈາຣຶກຂອງ ຂຸນຣາມຄຳແຫງ ມີການໃຊ້ສຣະ ໃx ແລະ ໄx ເຊິ່ງພາສາໄທຍ ຖ້າບໍ່ມີສຣະ ໄx ກໍຂຽນແລະເວົ້າຖືກຕ້ອງໄດ້, ແຕ່ຖ້າຄົນລາວ ຕັ້ງແຕ່ຜົງສາລີ, ຊຳເໜືອ, ຊຽງຂວາງ, ຫລວງພຣະບາງ, ນ້ຳທາ, ອຸດົມໄຊ, ບໍ່ແກ້ວ, ໄຊຍະບູຣີ, ແຂວງວຽງຈັນ ແລະ ສ່ວນໜຶ່ງຂອງບໍຣິຄຳໄຊ, ຮວມເຖິງ ພິຈິດ, ພິສນຸໂລກ ແລະ ເລີຍ ໃນປະເທດໄທຍເອງ ຖ້າບໍ່ມີສຣະ ໃx ຈະຂຽນບໍ່ຖືກຕ້ອງຕາມສຳນຽງເລີຍ. ສະນັ້ນ ຂຸນຣາມຄຳແຫງ ຄົງບໍ່ປະດິດອັກສອນເຫລືອໃຫ້ສັບສົນດອກ ຖ້າບໍ່ໄດ້ກ່າຍ ຫລື ຖອດແບບຈາກຕົ້ນພາສາອື່ນທີ່ໃຊ້ຂຽນສຳນຽງຕົນເອງໃຫ້ຖືກຕ້ອງ ... ນີ້ເປັນຂ້ໍສັງເກດທີ່ພໍມີຫລັກຖານທາງວິທະຍາສາດສົມຄວນ ເຊິ່ງມັນຕ້ອງໃຊ້ເວລາສຶກສາວິຈັຍຮ່ວມກັນ. ບັນດາມະຫາທັງຫລາຍ ເຊ່ນ: ມະຫາບຸນຍົກ, ມະຫາສີສະເຫວີຍ ແລະ ບຸກຄົນໜຶ່ງທີ່ມີຄວາມຊ່ຽວຊານ ແລະ ມີຊື່ສຽງໃນດ້ານນີ້ໃນປະເທດລາວເຮົາກໍຄື ອາຈານຫຸມພັນ ຣົຕນະວົງສ໌ ໄດ້ຂຽນບົດຄວາມກ່ຽວກັບພາສາລາວໄວ້ຫລາຍພໍສົມຄວນ ແນະນຳໃຫ້ຊອກຫາມາສຶກສາເພີ້ມຕື່ມ.


ມີເຫດຜົນ

ໂຈນຫ້າຮ້ອຍສອງເທື່ອເປັນພັນ

໕ ກະທູ້
໑໑໑ ໂພສ
ນັກການກະທູ້
ເກີດພ້ອມກັນແຕ່ພາສາໄທມາແຍກໂຕເທື່ອຫຼັງ ພາສາລາວແລະໄທມີຄຳຂະເໝນຫຼາຍ ແຕ່ໄທມີຫຼາຍກວ່າ


໒໕ ກະທູ້
໒໘໓ ໂພສ
ຊຳນານການເວັບບອດ
ພາສາຈີນເກິດກ່ອນ


໒ ກະທູ້
໘໗ ໂພສ
ຂາປະຈຳເວັບບອດ
ຂ້ອຍເກີດກ່ອນ

DexlaoS(Super(S))

໑໘ ກະທູ້
໒໐໖໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແອບອ່ານ............

ຢ່າອິດສາຄົນອື່ນ ແຕ່ຢູ່ແບບໃຫ້ຄົນອື່ນອິດສາ

໐ ກະທູ້
໘໖ ໂພສ
ຂາປະຈຳເວັບບອດ
ພາສາລາວເກີດກ່ອນ ພາສາລາວມີຕົ້ນກຳເນີດມາຈາກພາສາໄຕ phoum jai te dai keuth pen khon lao

Bad boy

໐ ກະທູ້
໘໖ ໂພສ
ຂາປະຈຳເວັບບອດ
ພາສາລາວເກີດກ່ອນ ພາສາລາວມີຕົ້ນກຳເນີດມາຈາກພາສາໄຕ phoum jai te dai keuth pen khon lao

Bad boy

໐ ກະທູ້
໘໖ ໂພສ
ຂາປະຈຳເວັບບອດ
ພາສາລາວເກີດກ່ອນ ພາສາລາວມີຕົ້ນກຳເນີດມາຈາກພາສາໄຕ phoum jai te dai keuth pen khon lao

Bad boy

໐ ກະທູ້
໘໖ ໂພສ
ຂາປະຈຳເວັບບອດ
ພາສາລາວເກີດກ່ອນ ພາສາລາວມີຕົ້ນກຳເນີດມາຈາກພາສາໄຕ phoum jai te dai keuth pen khon lao

Bad boy

໐ ກະທູ້
໘໖ ໂພສ
ຂາປະຈຳເວັບບອດ
ພາສາລາວເກີດກ່ອນ ພາສາລາວມີຕົ້ນກຳເນີດມາຈາກພາສາໄຕ phoum jai te dai keuth pen khon lao

Bad boy

໐ ກະທູ້
໘໖ ໂພສ
ຂາປະຈຳເວັບບອດ
ພາສາລາວເກີດກ່ອນ ພາສາລາວມີຕົ້ນກຳເນີດມາຈາກພາສາໄຕ phoum jai te dai keuth pen khon lao

Bad boy

໐ ກະທູ້
໘໖ ໂພສ
ຂາປະຈຳເວັບບອດ
ພາສາລາວເກີດກ່ອນ ພາສາລາວມີຕົ້ນກຳເນີດມາຈາກພາສາໄຕ phoum jai te dai keuth pen khon lao

Bad boy

໐ ກະທູ້
໘໖ ໂພສ
ຂາປະຈຳເວັບບອດ
ພາສາລາວເກີດກ່ອນ ພາສາລາວມີຕົ້ນກຳເນີດມາຈາກພາສາໄຕ phoum jai te dai keuth pen khon lao

Bad boy

໑໘ ກະທູ້
໒໐໖໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຜ່ານມາເສິຍໆໆ

ຢ່າອິດສາຄົນອື່ນ ແຕ່ຢູ່ແບບໃຫ້ຄົນອື່ນອິດສາ

໑໖ ກະທູ້
໑໒໓໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂ້ອຍກະຢາກຮູ້ຄືກັນ


໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຫນ້າຈະເກີດພ້ອມກັນເພາະມີຕົ້ນກຳເນີດ ມາຈາກພາສາບາລີ ແລະສັນສະກິດ


ໜ້າທີ່ 2 ຈາກທັງໝົດ 3 ໜ້າ <<<123>>>