ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ພາສາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ພາສາ » ຄຳບູຮານວ່າ "ຫາບບໍ່ໜັກ, ຕັກບໍ່ເຕັມ, ເຄັມບໍ່ຈືດ, ມືດບໍ່ແຈ້ງ" ໝາຍຄວາມວ່າແນວໃດ ?

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄຳບູຮານວ່າ "ຫາບບໍ່ໜັກ, ຕັກບໍ່ເຕັມ, ເຄັມບໍ່ຈືດ, ມືດບໍ່ແຈ້ງ" ໝາຍຄວາມວ່າແນວໃດ ?
ຫາບບໍ່ໜັກ = ຄືບຸນ ແລະວິຊາຄວາມຮູ້
ຕັກບໍ່ເຕັມ = ຄວາມໂລບ ຢາກໄດ້ບໍ່ມີເຕັມຈັກເທື່ອ ໄດ້ແລ້ວກໍໄດ້ອີກ
ເຄັມບໍ່ຈີດ = ຄຸນງາມຄວາມດີ ທີ່ທຳແລ້ວ.
ມືດບໍ່ແຈ້ງ = ໄດ້ແກ່ຄວາມບໍ່ຮູ້ແຈ້ງ ຫຼືອະວິຊຊາ ແລະຄວາມຫຼົງໄຫຼມົວເມົາ ແລະຄວາມອວດໂຕໂອຫັງ .

ເຊິ່ງອະທິບາຍໃຫ້ໄດ້ເນື້ອຄວາມ ດັ່ງລຸ່ມນີ້

໑. ຫາບບໍ່ໜັກ: ໄດ້ແກ່ບຸນ ຫຼືວິຊາຄວາມຮູ້ຕ່າງໆ ທີ່ມີຢູ່ຢ່າງບໍ່ຈັກໝົດສິ້ນ ຄົນຜູ້ສະແຫວງຫາເອງ ກໍບໍ່ຈຳເປັນຕ້ອງແບບຫາບ ເມື່ອໄດ້ມາແລ້ວກໍບໍ່ໄດ້ແບກ ຫາບຫຼືຖືໄວ້ກະບໍ່ໜັກ ມີແຕ່ອຸດົມສົມບູນເພີ່ມພູນຂຶ້ນໃນໃນຊີວິດ ແນວຄິດແລະການກະທພຂອງເຂົາຄົນນັ້ນ, ກາຍເປັນຜູ້ມີມັນສະໝອງ ແລະອຸດົມສົມບູນພອກພູນປັນ ຍາຂຶ້ນຕື່ມຊັກໃຊ້ ເມື່ອເຖິງຄາວເອົາອອກມາໃຊ້ກໍໃຊ້ໄດ້ເລີຍ ບໍ່ມີອັນຍາກອັນຊາ ຫຼືຜູ້ມີບຸນບຸນນັ້ນມັນກະຢູ່ຄູຕົວເຮົາບໍ່ໜັກບໍ່ໜາ ຜູ້ມີບຸນກໍເບົາກາຍເບົາໃຈ ເມື່ອໄພມາເຖິງບຸນນັ້ນກໍປົກປ້ອງຄຸ້ມຄອງໄດ້ ສະນັ້ນຄວາມຮູ້ວິຊາການ ແລະບຸນຍະສົມພານນີ້ຫາກບໍ່ໜັກ.

໒. ຕັກບໍ່ເຕັມ: ໄດ້ແກ່ຄວາມໂລບ ອັນເປັນຄວາມຕ້ອງຢາກໄດ້ໂດຍບໍ່ມີທີ່ສິ້ນສຸດ ມະນຸດເຮົາຍິ່ງມີ ຍິ່ງຢາກໄດ້ໂດຍບໍ່ມີເມືອງພໍ ອັນນີ້ເຮົາບໍ່ຈຳເປັນຕ້ອງອະທິ ບາຍໃຫ້ຫຼາຍ ເພາະປະສົບການທີ່ພວກເຮົາເຈົ້າທ່ານປະສົບພົບພໍ້ກັນທຸກວັນນີ້ ກໍຫຼາຍເກີນທີ່ຈະບັນຍາຍແລ້ວ.

໓. ເຄັມບໍ່ຈືດ: ໄດ້ແກ່ຄຸນງາມຄວາມດີ ທີ່ບຸກຄົນໄດ້ທຳໄວ້ດີແລ້ວ ຍ່ອມສາມາດຄົງທົນຢູ່ຢ່າງນັ້ນເໝືອນດັ່ງເກືອຮັກສາຄວາມເຄັມສັນໃດ, ເຄັມໃນທີ່ນີ້ ໝາຍເຖິງ ຄົນທີ່ດີ ແລະຄົນທີ່ທຳບຸນໄວ້ແລ້ວ ແມ່ນສະພາວະການຈະປ່ຽນແປງໄປເຊັ່ນໃດ ຄົນຜູ້ນັ້ນຈະບໍ່ອັນຕະຣະທານໄປກັບສະພາບການ ປ່ຽນແປງ ດັ່ງກັບເກືອ ທີ່ຢູ່ໃນຖົງ ກັບເກືອທີ່ແທລົງຈອກນຳ້ແລ້ວ ມັນກໍຍັງມີຄວາມເຄັມຢູ່ ຫຼາຍຫຼືນ້ອຍ ກໍຢູ່ທີ່ປະຣິມານຂອງເກືອ ແລະນຳ້.

໔. ມືດບໍ່ແຈ້ງ: ໄດ້ແກ່ຄວາມບໍ່ຮູ້ແຈ້ງ ຫຼືອະວິຊຊາ ແລະຄວາມຫຼົງໄຫຼມົວເມົາ ແລະຄວາມອວດໂຕໂອຫັງ ນອກຈາກບໍ່ສາມາດທີ່ຈະໃຫ້ຜູ້ນັ້ນ ເຫັນແຈ້ງໃນທັມ ໃນຊີວິດແລ້ວ ຍັງຕ້ອງທຳລາຍໃຫ້ຄົນຜູ້ນັ້ນຕ້ອງເສື່ອມຊາມ ແລະອັນຕະຣະທານໄປໃນທີ່ສຸດໄດ້, ບໍ່ສະເພາະແຕ່ຕົວເຂົາ ຄອບຄົວ ສັງຄົມ ແລະປະເທດຊາດບ້ານເມືອງ ກໍຈັກຕ້ອງຕົກຕ່ຳລຳພອຍໄປກັບຄວາມມືດບອຂອງເຂົາດ້ວຍ.

- ທັງໝົດນີ້ ຈຶ່ງເປັນອະມະຕະວາຈາ ທີ່ຄົນລາວບູຮານໄດ້ຝາກໄວ້ຢ່າງປິດສະໜາ ສອນລູກສອນຫຼານລາວໃຫ້ການເປັນຄົນມີຄວາມຮູ້ປົກປ້ອງຕົນ ຄົນ ແລະຊາດມາໄດ້ເຫິງນານ ຫາກຄົນປັດຈຸບັນຍັງບໍ່ທັນມອງເຫັນຄຳບູຮານເລັກໆນ້ອຍນີ້ວ່າເປັນຂອງດີແລ້ວ ລາວເຮົາກໍຈະກາຍເປັນພຽງແຕ່ຊື່ປະດັບໂລກ ໂດຍປາສະຈາກຄຸນນະໂຫຍດໃດໆ ຫາກຄົນລາວຍັງເຫັນວ່າຄົນບູຮານ ແລະຄະຕິບູຮານເປັນຂອງລ້າສະໄໝແລ້ວ ບໍ່ນຳເອົາສິ່ງເລົ່ານີ້ມາວິໄຈ ວິຈານ ເພື່ອພັດທະນາຕົນ ຄົນ ແລະຊາດແລ້ວ ມີແຕ່ປ່ອຍໃຫ້ອະວິຊາ ຕັນຫາ ແລະຄວາມມືດບອດເຂົ້າຄອບງຳ ຊາດລາວເຮົາຄົງຈະເປັນສິ່ງທີ່ຊາດອື່ນດູຖູກເອົາໄວ້ ແລ້ວມີແຕ່ຄຽດແຕ່ບໍ່ຈັກຄິດ ຊີວິດກໍເສົ້າໝອງ ແລ້ວລະນານວນນາ.

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໒ ກະທູ້
໕໓໘ ໂພສ
ຊຳນານການເວັບບອດ
ooohhh

ຄວາມຈິງກັບຄວາມຝັນບໍ່ມີວັນຈະບັນຈົບກັນ

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ທີ່ໃຫ້ມານັ້ນ ຄືຄວາມຈິງ ທີ່ຄິດອອກມາຈາກສະໝອງ ບໍ່ແມ່ນຄວາມຝັນແມ່ນແຕ່ໜ້ອຍດຽວ(ທີ່ນຳມາສະເໜີນັ້ນ ຄືຣົດແຫ່ງພາສາລາວ ຫາກບໍ່ໃຄ່ ຄວນມັນກໍມືດແປດດ້ານ ຕົກຢູ່ໃນປິດສະໜາແຫ່ງພາສາ ຂໍ້ທີ ໔ ນັ້ນແລ)

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໑ ກະທູ້
໕໗໔ ໂພສ
ຊຳນານການເວັບບອດ
yeahhhhhhh..

ຈຸດຢືນຂອງຄົນເຮົາແມ່ນ...ຝາ....

໗໘ ກະທູ້
໑໒໑໓ ໂພສ
ຜູ່ເບິ່ງແຍງເວັບບອດ
ອ້າງເຖິງຂໍ້ຄວາມຈາກ ariya ຂຽນວ່າ...
ທີ່ໃຫ້ມານັ້ນ ຄືຄວາມຈິງ ທີ່ຄິດອອກມາຈາກສະໝອງ ບໍ່ແມ່ນຄວາມຝັນແມ່ນແຕ່ໜ້ອຍດຽວ(ທີ່ນຳມາສະເໜີນັ້ນ ຄືຣົດແຫ່ງພາສາລາວ ຫາກບໍ່ໃຄ່ ຄວນມັນກໍມືດແປດດ້ານ ຕົກຢູ່ໃນປິດສະໜາແຫ່ງພາສາ ຂໍ້ທີ ໔ ນັ້ນແລ)



ອັນນັ້ນ ອັນຂໍ້ຄວາມກ້ອງຄຳວ່າ Signature ອັນນັ້ນເປັນລາຍເຊັນ ບໍ່ກ່ຽວກັບເນື້ອຫາທີ່ຂຽນເດີ້ ດຽວຊິຫລົງຄຶດວ່າ M33 ຕອບແນວນັ້ນ ຄວາມຈິງລາວຕອບສັ້ນ ໆ ແຖວດຽວ ແຕ່ລາຍເຊັນສອງແຖວ

ກ່ຽວກັບລາຍເຊັນ ເບິ່ງໃນ http://punlao.com/webboard/settings


໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ທົດລອງໃຊ້ລາຍເຊັນ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂອບໃຈ ທ່ານເດືອນ ໘ ສ່ວນ MightyM33 ຕອບໃຫ້ແລ້ວເດີວ່າ ຄວາມຝັນເປັນເຊັ່ນໃດ ?

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ ariya ຂຽນວ່າ...
ທີ່ໃຫ້ມານັ້ນ ຄືຄວາມຈິງ ທີ່ຄິດອອກມາຈາກສະໝອງ ບໍ່ແມ່ນຄວາມຝັນແມ່ນແຕ່ໜ້ອຍດຽວ(ທີ່ນຳມາສະເໜີນັ້ນ ຄືຣົດແຫ່ງພາສາລາວ ຫາກບໍ່ໃຄ່ ຄວນມັນກໍມືດແປດດ້ານ ຕົກຢູ່ໃນປິດສະໜາແຫ່ງພາສາ ຂໍ້ທີ ໔ ນັ້ນແລ)


ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ MightyM33 ຂຽນວ່າ...
ooohhh

ເວົ້າຢອກເດີ
ຄວາມຝັນຈັ່ງໃດມັນກໍຝັນ, ຫຼັບຝັນບໍ່ເຖິງວັນມັນກໍສິ້ນສຸດ ຫາກຢືນຝັນນັ້ນບໍ່ມີວັນສິ້ນສຸດ

ອິອິອິ ເວົ້າຢອກ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໒ ກະທູ້
໑໘໘ ໂພສ
ນັກການກະທູ້
​ເຫ່​ເຫ່

ອ້າງເຖິງຂໍ້ຄວາມຈາກ au8ust ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ ariya ຂຽນວ່າ...
ທີ່ໃຫ້ມານັ້ນ ຄືຄວາມຈິງ ທີ່ຄິດອອກມາຈາກສະໝອງ ບໍ່ແມ່ນຄວາມຝັນແມ່ນແຕ່ໜ້ອຍດຽວ(ທີ່ນຳມາສະເໜີນັ້ນ ຄືຣົດແຫ່ງພາສາລາວ ຫາກບໍ່ໃຄ່ ຄວນມັນກໍມືດແປດດ້ານ ຕົກຢູ່ໃນປິດສະໜາແຫ່ງພາສາ ຂໍ້ທີ ໔ ນັ້ນແລ)



ອັນນັ້ນ ອັນຂໍ້ຄວາມກ້ອງຄຳວ່າ Signature ອັນນັ້ນເປັນລາຍເຊັນ ບໍ່ກ່ຽວກັບເນື້ອຫາທີ່ຂຽນເດີ້ ດຽວຊິຫລົງຄຶດວ່າ M33 ຕອບແນວນັ້ນ ຄວາມຈິງລາວຕອບສັ້ນ ໆ ແຖວດຽວ ແຕ່ລາຍເຊັນສອງແຖວ

ກ່ຽວກັບລາຍເຊັນ ເບິ່ງໃນ http://punlao.com/webboard/settings


ຄຳຂໍໂທດອາດຈະບໍ່ໄດ້ຮັບການອະໄພສະເໝີໄປ

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແມ່ນອີຫຼີ ໃຜມາຂໍໂທດ ບໍ່ເຄີຍໃຫ້ໃຜເລີຍ ອິອິ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໑໒ ກະທູ້
໙໑ ໂພສ
ນັກການກະທູ້
ຊີວິດຂອງຂ້ອຍ


໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໒ ກະທູ້
໑໖໗໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້


໐ ກະທູ້
໑໔໕໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຮາໆໆໆໆ


໔ ກະທູ້
໘໙ ໂພສ
ຂາປະຈຳເວັບບອດ
A men...


໐ ກະທູ້
໒໖໒ ໂພສ
ນັກການກະທູ້
ຂອບໃຈ ຫຼາຽໆ!!!


໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Amthone ຂຽນວ່າ...
ຂອບໃຈ ຫຼາຽໆ!!!


ດີໆໆໆ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໖ ກະທູ້
໑໐໖ ໂພສ
ນັກການກະທູ້
ມັກຄຳວ່າບຸນ