ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ພາສາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ພາສາ » ຄຳວ່າ "ພຣະ" ມີທີ່ມາ

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄຳວ່າ "ພຣະ" ມີທີ່ມາ
ເຮົາມັກຮຽກອັນໃດສູງໆບໍ່ວ່າແຕ່ສິ່ງທີ່ມີຊີວິດ ຫຼືບໍ່ມີ ເຊິ່ງມີສັກດານຸພາບ ແລະໜ້າເຄົາຣົບຢຳແຢງນັ້ນ ມັກຮຽກວ່າ "ພຣະ" ເຊັ່ນ
- ພຣະເຈົ້າມະຫາຊີວິດ
- ພຣະເຈົ້າຟ້າງຸ່ມ
- ພຣະເຈົ້າໄຊຍະເຊດຖາທິຣາດ
- ພຣະເຈົ້າອະນຸວົງ
- ພຣະເຫວດສັນດອນ.
- ພຣະລັກພຣະຣາມ
- ພຣະທາດຫຼວງ
- ພຣະພຸດທະເຈົ້າ
- ພຣະພິກຂຸ
- ພຣະສົງ.
- ພຣະພູມ
- ພຣະພຣົມ
- ພຣະອິນທຣາ.
ທັງໝົດນີ້ ຄັນໄປຕັດພຣະອອກ ເພື່ອຕ້ອງການຄວາມສັ້ນ ຮຽກໃຫ້ງ່າຍຂຶ້ນຢ່າງດຽວ ສັກສີ ແລະອຳນາດຂອງສັກດານຸ ພາບລົດລົງແນ່ນອນ ເຊັ່ນ
- ພຣະບາດສົມເດັດພຣະເຈົ້າຟ້າງຸ່ມມະຫາຣາດ ຄັນເຮົາມັກງ່າຍໆ ເວົ້າໃຫ້ສັ້ນໆ ວ່າ "ເຈົ້າຟ້າງຸ່ມ ຫຼືພຣະຍາຟ້າງຸ່ມ" ເທົ່່ານັ້ນ ເພື່ອຄວາມສະບາຍຂອງພວກເຮົາໃນຍຸກນີ້ ສັກດານຸພາບຂອງພຣະອົງມັນກະລົດລົງ, ອຳນາດອະທິປະໄຕຂອງລາວໃນສະໄໝນັ້ນມັນກະລົດລົດລົງ ແລ້ວເຮົາ ຈະຂຽນປະຫວັດສາດວ່າລ່ວເຮົາເຄີຍຍິ່ງໃຫຍ່ໄດ້ຈັ່ງໃດ ໃນເມື່ອຖານັນດອນສັກຂອງຂອງເຈົ້າຜູ້ປົກຄອງລາວ ທີ່ສ້າງອຳນາດອະທິປະໄຕລາວໃນສະໄໝນັ້ນມີພຣະຍົດເປັນພຽງ "ເຈົ້າຟ້າ ຫຼືພຣະຍາຟ້າ" ເທົ່ານັ້ນ, ໃນະຂະນະດຽວກັນນັ້ນອານາຈັກອ້ອມຂ້າງຂອງລາວ ເປັນພຣະຍາ ເປັນພຣະເຈົ້າໝົດແລ້ວ ເຊັ່ນ ອະຍຸທຍາມີ "ພຣະເຈົ້າອູ່ທອງ ຫຼືສົມເດັດພຣະເຈົ້າອູ່ທອງມະຫາຣາດ(ໃນວົງກະສັດຣາມາ-ຕົ້ນຕະ******ນວົງ) ທີ່ອານາຈັກສຸໂຂໄທ ນັ້ນຖານັນດອນກະສັດ ໄດ້ພັດທະນາຈາກຂຸນ ມາເປັນພຣະເຈົ້າ ພຣະຍາແລ້ວ ຄື "ພຣະທັມມະຣາຊາເລີໄທ" ຫາກເຮົາ ຮຽກພຣະນາມຂອງພຣະເຈົ້າຟ້າງຸ່ມພຽງແຕ່ "ເຈົ້າຟ້າ ຫຼືພຣະຍາຟ້າ" ມັນກໍຂັດກັບປະຫວັດສາດວ່າ "ພຣະເຈົ້າຟ້າງຸ່ມເປັນ ເອກະທິກະຣາດ ທີ່ອານາຈັກອື່ນເກງຂາມ ຍ່ອມສົ່ງສ່ວຍສົງນາງມານ້ອມໄຫວ້ ເຕຊານຸພາບໄດ້ (ອັນນີ້ເລື່ອງຂອງພຣະ)
ພຣະເຈົ້າອະນຸວົງເຊັ່ນກັນ ພຣະອົງເປັນເອກອັກທິກະຣາດ ຄຽງຄູ່ກັບກະທັດກຸງເທບ (ພຣະປິ່ນເກົ້າ) ເຊິ່ງມີພຣະ ຍົດວ່າ "ພຣະບາດສົມເດັດພຣະປິ່ນເກົ້າ່ເຈົ້າຢູ່ຫົວ, ແຕ່ເຮົາມາຮຽກ ວິຣະກະສັດເຮົາວ່າ "ເຈົ້າອະນຸ" ລ້າໆ ຖານັນດອນສັດອັດເອກະທິກະຣາດ ເຊິ່ງສະແດງເຖິງຄວາມເປັນເອກະຣາດຂອງລາວມັນກະລົດລົງ ກັບໝ້ອງ.
ສະນັ້ນ ຄຳວ່າ "ພຣະ" ມັນຈຶ່ງມີຄວາມໝາຍສູງ ບາດນີ້ມາເບິ່ງເລື່ອງຂອງພາສາ ທີ່ມາຂອງຄຳວ່າ "ພຣະ"
- ພຣະ ສັບເດີມວ່າ "ວຣ" ແປງ "ວ" ເປັນ "ພ" ໄດ້ພາສາປາລີ ມີຮູບ "ພຣ" ອ່ານວ່າ "ພອນ" ໃນພາສາລາວ, ແລະ ອ່ານວ່າ "ພຣະ" ກໍໄດ້ ດ້ວຍເຫດນັ້ນ ຄຳວ່າ
"ວຣ" ຄຳດຽວໃນພາສາປາລີນີ້ ເມື່ອມາແປງໃຊ້ເປັນພາສາລາວແລ້ວ ໄດ້ດັ່ງນີ້

໑. ພຣະ = (ປະເສີດ) ໃຊ້ຮຽກຊື່ຂອງສິ່ງທີ່ສູງທັງຄົນ ແລະສິ່ງຂອງ
໒. ວໍຣະ = ປະເສີດ ເຊັ່ນ ວໍຣະພາຣະພຸດທະສາສນາ
໓. ພຣ = ໃຊ້ຮຽກຄຳພອນ ຫຼືໃຫ້ພຣະ
໔. ບໍວຣ= ກໍຄືສຶ່ງທີ່ປະເສີດ.

ເຫຼົ່ານີ້ເປັນຕົ້ນ
ທ່ານໃດມີຄວາມຮູ້ເພີ່ມຕື່ມ ແລະເຫັນຕ່າງເຊີນອອກຄວາມເຫັນໄດ້

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໑ ກະທູ້
໕໗໔ ໂພສ
ຊຳນານການເວັບບອດ
uhm..

ຈຸດຢືນຂອງຄົນເຮົາແມ່ນ...ຝາ....

໑໗ ກະທູ້
໘໐໐ ໂພສ
ຊຳນານການເວັບບອດ
ໂອ໋


໒ ກະທູ້
໑໒໙ ໂພສ
ນັກການກະທູ້
ມີຄວາມສຳຄັນຫລາຍເດີ້...ຂໍສະຫນັບສະຫນູນ
ບັອບເປັນເຍົາວະຊົນທີ່ໃຫ້ຄວາມສຳຄັນ
ກ່ຽວກັບປະເພນີວັດທະນາທຳຫລາຍ..ຂໍໃຫ້ຈະເລີນໆໆໆໆໆ


໐ ກະທູ້
໑໒ ໂພສ
ຂາປະຈຳເວັບບອດ
ແຕ່ມີອີກຢ່າງ ພຣະ ແປຄວາມຫມາຍຂອງພຣະພຸດທະເຈົ້າ ວ່າ ຜູ້ຂໍ ແຕ່ວ່າການຂໍ ແລ້ວແຕ່ຜູ້ທີ່ຈະໃຫ້


໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ keo2009 ຂຽນວ່າ...
ແຕ່ມີອີກຢ່າງ ພຣະ ແປຄວາມຫມາຍຂອງພຣະພຸດທະເຈົ້າ ວ່າ ຜູ້ຂໍ ແຕ່ວ່າການຂໍ ແລ້ວແຕ່ຜູ້ທີ່ຈະໃຫ້



ภิกขุ (ພິກຂຸ) ຜູ້ຂໍ
ພຣະ ແປວ່າປະເສີດ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໑໘ ກະທູ້
໑໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໂອ້ ຫາກໍ່ຮູ້ອີກແລ້ວເຮົາ ດີໆ ຕໍ່ໄປຊິບໍ່ເອີ້ນເຈົ້າຟ້າງຸ່ມລ້າໆລະ ຊິເອີ້ນ ພຣະເຈົ້າຟ້າງຸ່ມ

ຄົນທຸກຄົນບໍ່ແມ່ນວ່າບໍ່ເຄີຍຜິດ...ຄົນທີ່ຜິດບໍ່ແມ່ນວ່າບໍ່ເປັນໃຊ້.....ຄົນທີ່ແພ້ບໍ່ແມ່ນແພ້ຕະຫຼອດໄປ...ຄົນທີ່ລົ້ມແລ້ວລຸກໃໝ່ຄືຍອດຄົນ

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແມ່ນແລ້ວ ຮຽກຫຍັງ ເອີ້ນຫຍັງ ກໍເອີ້ນ ກໍຮຽກສູງໆເອົາໄວ້ ມັນຈຶ່ງມີສັນຍາລັກ ເອກະລັກ ແລະເອກະລາດ ຄັນເຮົາມັກງ່າຍ ບູຮານວ່າຈັກໄດ້ຍາກ ເສັຍສັນຍາລັກ ເອກລັກ ແລະເອກະລາດດ້ວຍ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໑໔ ກະທູ້
໒໙໘ ໂພສ
ຊຳນານການເວັບບອດ
...


໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໐ ກະທູ້
໑໔໕໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໂອ ຈັ່ງແມ່ນຍາວໆໆ


໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຍາວໆໆໄວ້

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒