ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ພາສາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ພາສາ » ການໃຊ້ພາສາລາວໃນອິນເຕີເນັດ

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>

໑໔ ກະທູ້
໓໐໑ ໂພສ
ຊຳນານການເວັບບອດ
ກ່ອນອື່ນໝົດຢາກບອກວ່າສິ່ງທີ່ຈະຂຽນດັ່ງຕໍ່ໄປນີ້ແມ່ນຈະຂຽນຕາມພຶດຕິກຳການໃຊ້ພາສາລາວຂອງຂ້າພະເຈົ້າທີ່ກຳ
ລັງໃຊ້ໃນພັນລາວແລະ website ລາວບ່ອນອື່ນໆ. ຄັນມີການໃຊ້ຄຳລາວທີ່ບໍ່ຖືກຕ້ອງແລະທ່ານຄິດວ່າຢາກດັດແປງ
ແກ້ໄຂໃຫ້ຖືກຕ້ອງຫຼືບໍ່ນັ້ນກະແລ້ວແຕ່ທ່ານເດີ.

ຕໍ່ມາແມ່ນຢາກບອກວ່າຮັບຮູ້ແລະເຂົ້າໃຈເຖິງຈຸດປະສົງຂອງທີມງານພັນລາວທີ່ຢາກຊຸກຍູ້ໃຫ້ຄົນລາວໂດຍສະເພາະ
ແມ່ນໄວລຸ້ນທີ່ເຂົ້າມາຫຼິ້ນພັນລາວໃຫ້ຮູ້ຈັກການນຳໃຊ້ພາສາລາວເພີ່ມຂື້ນ.ສັງເກດຈາກຄຳເວົ້າທີ່ວ່າ:
"ເກີດເປັນຄົນ
ລາວ ຈົ່ງຮູ້ໃຊ້ພາສາລາວ ເຮົາຄົນລາວຖ້າບໍ່ໃຊ້ພາສາລາວ ແລ້ວມັນຜູ້ໃດຈະມາໃຊ້ ພາສາເຮົາ"
ເຮັດຄືໃນໜັງ
ເລີຍນໍຕອນແມ່ທັບສັ່ງໃຫ້ລູກນ້ອງສູ້ເພື່ອຊາດ 555...

ຕໍ່ໄປເຂົ້າປະເດັນເລີຍເປັນປະເດັນທີ1.ອ່າ...ຂ້າພະເຈົ້າໄດ້ໄປ clickຫຼາຍບ່ອນຢູ່ໄດ໋ໄດ້ໄປເຫັນເວັບໄຊທ໌ລາວຫຼາຍ
ບອ່ນຢູ່ທີ່ໃຊ້ພາສາລາວທີ່ຂ້າພະເຈົ້າບໍ່ເຄີຍໃຊ້ແລ້ວກໍບໍ່ເຄີຍເຫັນ.clickບ່ອນນີ້ເດີຂ້ອຍຍົກຕົວຢ່າງໃຫ້ເວັບໜຶ່ງ.ນອກ
ຈາກນີ້ມັນມີຫຼາຍຢູ່ແຕ່ຍົກເອົາມາໃຫ້ເບິ່ງພຽງແຕ່ເວັບດຽວເພາະຄິດວ່າທຸກຄົນຄົງຈະເຄີຍເຫັນແລະເຂົ້າໃຈເຖິງບັນ
ຫານີ້ເຊັ່ນກັນ.ເມື່ອຂ້າພະເຈົ້າເຫັນພາສາທີໃຊ້ຢູ່ເວັບນັ້ນຂ້າພະເຈົ້າຄິດວ່າມັນ mixທາງພາສາໄທແລະພາສາລາວ
ທີໃຊ້ກ່ອນປົດປ່ອຍແລະກະແຈມພາສາອັງກິດອີກ (ອັນນີ້ນິມັນເປັນການສະກົດໃຫ້ໄດ້ໃກ້ຄຽງກັບຄຳທີ່ຢື່ມມານັ້ນເອງ
ອັນນີ້ແລະໂຕນິກະຊິເປັນປະເດັນທີ່ຈະເວົ້າຕໍ່ໄປອີກຈັກນ່ອຍກ່ອນ). ຄລິກໄປເບິ່ງໂລດຂ້ອຍຊິຖ້າຢູ່ນິລະບໍ່ໄປໃສດອກ.
ຄັນບໍ່ຄລິກກະມາຕໍ່ກັນເລີຍ.

ປະເດັນທີໜຶ່ງແມ່ນໄດ້ຜ່ານໄປແລ້ວແມ່ນເວົ້າເຖິງພາສາທີ່ຂ້ອຍບໍ່ເຄີຍເຫັນແລະກະບໍ່ເຄີຍໃຊ້.ມາເຂົ້າປະເດັນທີ2
ເຊິ່ງຢາກເວົ້າກ່ຽວກັບການຢືມຄຳໃນພາສາລາວ.ໃນທີ່ນີ້ຈະເວົ້າແຕ່ກ່ຽວກັບພາສາອັງກິດທີ່ກຳລັງມີອິດທິພົນຕໍ່ພາສາ
ເຮົາໃນທຸກມື້ນີ້.ປັດຈຸບັນນີ້ພາສາອັງກິດໄດ້ກາຍມາມີອິດທິພົນຕໍ່ພາສາລາວແລ້ວເມື່ອເວົ້າເຖິງກາຍຢຶມຄຳ.ໂຕນິຈະເວົ້າ
ເຖິງການໃຊ້ໂຕ"ຣ" ແລະ the return of ໂຕ "ຣ" ລວມທັງການໃຊ້ໂຕ ຼ ແລະໂຕ ໌.

ອ້າງອີງ:http://www.bailane.com/Blog/ToPrint.aspx?hid=18268
ເມື່ອເວົ້າເຖິງປະເດັນນີ້ແລ້ວເຮົາກໍຈະມາເວົ້າກັນເຖິງການຮັບຄຳຈາກພາສາອັງກິດມາໃຊ້.ການແປງຄຳທີ່ມາຈາກ
ພາສາອັງກິດ; ການແປງຄຳທີ່ວ່ານີ້ໝາຍເຖິງການປ່ຽນແປງກ່ຽວກັບຮູບຂອງຄຳດ້ວຍວິທີຕ່າງໆເຊັ່ນປ່ຽນແທນພະ
ຍັນຊະນະຕົ້ນຄຳ,ຕັດສ່ວນຂອງຄຳ,ຕື່ມສຽງວັນນະຍຸດ,ປ່ຽນຕົວສະກົດ...ເພື່ອໃຫ້ອອກສຽງໃນຄຳທີ່ຮັບມາໄດ້ສະດວກ
ແລະຄ່ອງກັບລະບົບສຽງພາສາຕົນ.
ອ້າງອີງ: ຈາກສຶກສາການຢືມຄຳໃນພາສາລາວຂອງທ່ານ.ສົມແສງ ໄຊຍະວົງໜ້າ 162-170(ປີ2005).ຄັນຢາກຮູ້
ລາຍລະອຽດໄປອ່ານຕື່ນ.ເມື່ອເວົ້າເຖິງການຮັບຄຳຈາກພາສາອັງກິດມາໃຊ້ແລ້ວມາມີບັນຫາວ່າຊິສະກົດຈັ່ງໄດ໋ເພື່ອ
ໃຫ້ໃກ້ຄຽງກັບພາສາອັງກິດ.ເຖິງແມ່ນວ່າມີກົດບອກວ່າການກ່າຍສຽງນັ້ນກໍບໍ່ໄດ້ໝາຍຄວາມວ່າຈະໃຫ້ໄດ້ທຸກສຽງ
ທຸກສ່ວນຂອງຄຳເດີມໃນພາສາອັງກິດແຕ່ໂດຍທົ່ງໄປຈະໃຫ້ໄດ້ຮູບຄຳ(word form)ຕາມເດີມ.ແຕ່ເຖິງຢ່າງໃດກໍ
ຕາມມີຫຼາຍຄົນຂຽນແຕກຕ່າງກັນ.ເຊັ່ນຄຳວ່າ E-mail ຂຽນວ່າ: ອີ່ແມວ , ອີເມວລ໌ແລະອີແມວລ໌.ໂຕນີ້ນຳ profile
ຄົນສ່ວນຫຼາຍຂຽນວ່າໂປຣໄຟລ໌ແນ່ນອນໂຕ ຣ ມັນແທນໃຫ້ໂຕ r ໃນພາສາອັງກິດຄັນຊັ້ນຂຽນວ່າ ໂປຼໄຟລ໌ແນວ
ນີ້ຜິດຢູ່ບໍ່ຄັນຜິດບັດໂຕນີ້ເດ protein ເຂົາຄືມາຂຽນວ່າ ໂປຼຕິນ( search ໃນກູເກີລ໌) ຄືບໍ່ເຫັນຂຽນວ່າ ໂປຣຕິນ
( ຖາມຫຼາຍນິບໍ່ຖືກຕີນຕິ 555)ມັນຈັ້ງໃດ໋ນໍ!! ຫຼືວ່າມັນໃຊ້ໄດ້ໝົດສອງ.ໂຕ ຣ ກັບໂຕອັນນິ ຼ ມັນໃຊ້ແທນກັນໄດ້.
ອັນທີ່ຈິງຢາກຮູ້ການນຳໃຊ້ໂຕ ຣ ,ໂຕ ຼ ແລະໂຕ ໌.

ບາດນີ້ແມ່ນເຂົ້າປະເດັນທີສາມ.ປະເດັນນີ້ຈະເວົ້າກ່ຽວກັບການໃຊ້ພາສາລາວໃນພັນລາວດັອດຄອມການຂຽນທີ່ບໍ່ຖືກ
ຕ້ອງຍັງມີໃຫ້ເຫັນຢູ່ຢ່າງຫຼວງຫຼາຍບໍ່ວ່າຈະເປັນຜູ້ທີ່ເກັ່ງພາສາລາວເອງກະຂຽນຜິດຜູ້ທີ່ບໍ່ເກັ່ງກະຂຽນຜິດລວມທັງຂ້າ
ພະເຈົ້ານຳນອກຈາກນີ້ແລ້ວຢູ່ໃນຫຼາຍເວັບໄຊທ໌ກະຍັງຂຽນຜິດເຊີ່ງເປັນເວັບທີ່ສອນກ່ຽວກັບພາສາລາວບໍ່ແມ່ນວ່າ
ຂ້າພະເຈົ້າເກັ່ງລະໄປວ່າເຂົາຜິດ.ໂຕບໍ່ເປັນຕາຜິດກະຍັງຜິດກະເລີຍຮູ້.ສາເຫດທີ່ເຮັດໃຫ້ຂຽນຜິດນັ້ນແມ່ນມາຈາກ
ການທີ່ບໍ່ໄດ້ກວດເບິ່ງກ່ອນເວົ້າງ່າຍໆກະວ່າລືມບາງຄັ້ງກໍຂຽນຜິດອີຫຼີຍ້ອນຮູ້ພາສາລາວບໍ່ເລິກເຊິ່ງອີກຢ່າງໜື່ງຂ້າພະ
ເຈົ້າຄິດວ່າການທີ່ຈະຂຽນໃຫ້ຖືກຕາມຫຼັກໄວຍະກອນໝົດຄິດວ່າຄົງຊິຍາກ.ຕາມຄວາມຄິດຂອງຂ້າພະເຈົ້າແລ້ວຄິດວ່າ
ບໍ່ມີໃຜດອກທີ່ວ່າສິ່ງທີ່ຂະເຈົ້າຂຽນມານັ້ນບໍ່ຜິດຈັກໂຕຜິດຫຼາຍຫຼືໜ້ອຍນັ້ນອັນນີ້ມັນອາດຊິຕ່າງຢູ່.ຍົກຕົວຢ່າງບາງຄັ້ງ
ຂ້ອຍກະຂຽນວ່າກະບາງຄັ້ງຂ້ອຍກໍຂຽນວ່າກໍເຊິ່ງການທີ່ຂຽນວ່າ"ຂ້ອຍກະວ່າແນວນັ້ນ" ອັນທີ່ຈິງມັນບໍ່ຖືກແມ່ນບໍ່ມັນຕ້ອງ
ຂຽນວ່າແນວນີ້ "ຂ້ອຍກໍວ່າແນວນັ້ນ" ເຈົ້າລອງເວົ້າວ່າ"ຂ້ອຍກໍວ່າແນວນັ້ນ"ກັບ"ຂ້ອຍກະວ່າແນວນັ້ນ"ໂຕໃດເວົ້າງ່າຍ
ກ່ວາກັນ.ມີອີກເຊັ່ນ: ບາງຄັ້ງກະເວົ້າວ່າ:ແມ່ງແວ້ວ, ແມ່ນແວ້ວເຊິ່ງຄຳເຫຼົ່ານີ້ມັນມາຈາກ"ແມ່ນແລ້ວ", ບໍ່ດ໋ອຍ ມາຈາກ
"ບໍ່ໃດ໋ ",ສົ່ງມາໃຫ້ແນ່ດາມາຈາກ"ສົ່ງມາໃຫ້ແນ່ເດີ".ການທີ່ເວົ້າອອກມາແບບນີ້ອັນທີ່ຈິງຄິດວ່າຜູ້ທີ່ເວົ້າແບບນີ້ນັ້ນເຂົາ
ຮູ້ຢູ່ດອກວ່າມັນຜິດແຕ່ເຂົາກະຍັງຢາກເວົ້າເພາະວ່າຄັນເວົ້າໃຫ້ຖືກຫຼັກໄວຍະກອນແລ້ວມັນສື່ອາລົມບໍ່ໄດ້ດີ.ຕົງຢ່າງ
ແມ່ງແວ້ວ, ແມ່ນແວ້ວ ຜູ້ເວົ້າຢາກສື່ອາລົມຂອງຕົນໄປກັບຄຳເວົ້າເຫຼົ່ານັ້ນໃນທຳນອງທີ່ແບບວ່າຢາກອອກຕາຫຼົກໆ
ໄປຈັ່ງຊັ້ນ,ໂຕທີ່ວ່າ "ບໍ່ດ໋ອຍ" ແລະກະ "ສົ່ງມາໃຫ້ແນ່ດາ" ນິແມ່ນຢາກສື່ໄປໃນທາງທີ່ໜ້າຮັກໜ້າຮັກ.ນອກຈາກນີ້ຍັງມີ
pa sa karaoke ທີ່ໃຊ້ກັນຫຼາຍ.ສາເຫດທີ່ຂະເຈົ້າໃຊ້ແບບນີ້ຂຽນນັ້ນແມ່ນຍ້ອນບໍ່ມີ font ລາວ,keyboard layout,
ຍ້ອນຄວາມລຶ້ງເຄີຍພິມລາວບໍ່ໄວກະເລີຍໄປໃຊ້ກາຣາໂອເກ໊ເອົາອີກຢ່າງໜຶ່ງແມ່ນຂີ້ຄ້ານພິມລາວແລະອື່ນໆ.ນອກຈາກ
ນີ້ແລ້ວຍັງມີພາສາໄທນຳອີກ.

ເຖິງຢ່າງໃດກໍຕາມການຂຽນຢູ່ໃນໄດອາຣີແລະການຂຽນກະທູ້ເຂົາຄົງຊິໃຫ້ເນັ້ນໄວຍະກອນຂຽນໃຫ້ເປັນທາງການແຕ່
ຄືຂ້າພະເຈົ້າຂຽນຢູ່ດ່ຽວນີ້ລະບໍ່ໄດ້ຄຳນຶງຖືງຫຼັກໄວຍະກອນຊ້ຳ ຮຸຮຸ ຮິ ຮິ...

ທັງໝົດທີ່ຂຽນມານີ້ມີຄວາມຄິດເຫັນແນວໃດກະຢ່າຊີລັງເລຂຽນມາບອກກັນແນ່.ນອກຈາກນີ້ແລ້ວມີເອກະສານອ້າງ
ອີງຫຼືແຫຼ່ງທີມາຈະຂອບໃຈເປັນຢ່າງຍິ່ງແຕ່ຖ້າບໍ່ມີກະບໍ່ເປັນຫຍັງ.

ເທບແຫ່ງພາສາລາວ

໒໐ ກະທູ້
໑໒໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອີກສາເຫດໜຶ່ງສ່ວນຫລາຍຂຽນຕາມພາກຕາມເຂດ (ເໜືອ,ກາງ,ໃຕ້) ເຊັ່ນວ່າ: ທາງສະຫວັນມັກ ຂຽນຫລືເວົ້າ ໄຟຟ້າ ເປັນ ໄພພ້າ ດັ່ງນີ້ເປັນຕົ້ນ..
ປາກເຊ: ຄວາຍດຳ ຄວາຍດ່ອນ ເປັນ ຄວາຍລຳ ຄວາຍລ່ອນ ດັ່ງນີ້ເປັນຕົ້ນ..
ສຳລັບ ຕົວ " ຣ " ອັນນີ້ກະຍັງຫຼາຍທີ່ບໍ່ຄ່ອຍໄດ້ໃຊ້ ເພາະວ່າເຮົາໃຊ້ຕົວ "ລ" ມາດົນແລ້ວ ກະເລີຍໃຊ້ໄປແຕ່ຊິໄດ້ຄວາມໝາຍຕາມເຄົ້າພາສານັ້ນຖືກບໍ່ຖືກບໍ່ຮູ້.ອິອິອິ
ເຊັ່ນຄຳວ່າ: ສາທາລະນະ ເຮົາໄປຊອກໃນ ວັຈນານຸກົມ ພາສາລາວ ໂດຍ:ມະຫາສີລາ ບໍ່ເຫັນ, ເຮົາຈະເຫັນແຕ່ ສາທາຣະນະ ແປວ່າ: ທົ່ວໄປ , ບໍ່ຈຳກັດ.
-------------------------
ຄືວ່າຫັ້ນລະເນາະ ເຈົ້າແລະຂ້ອຍຕ່າງກໍ່ຮັກພາສາ ແຕ່ກໍ່ພາກັນຂຽນຜິດ ສະນັ້ນຈຶ່ງວ່າຄ່ອຍທັກຄ່ອຍທ້ວງເອົາກັນນີ້ລະຈຶ່ງຊິຮູ້ບ່ອນຜິດບ່ອນຖືກ..

-----------------------------------------------------
ຣວຍ-ຈົນ:ສຸດທ້າຍກະມັບຫ່າຄືກັນຫັ້ນລະວາ

໗໘ ກະທູ້
໑໒໑໓ ໂພສ
ຜູ່ເບິ່ງແຍງເວັບບອດ
"ບໍ່ດ໋ອຍ" ກັບ "ສົ່ງມາໃຫ້ແນ່ດາ" <--- ບໍ່ເຄີຍເຫັນເດີ້ ຕະຫຼົກດີເນາະ ບໍ່ດ໋ອຍ ໆ ໆ 555

ອັນນັ້ນ ຢາກຈະບອກວ່າ ນອກຈາກຈະຂຽນຖືກຕາມຫຼັກພາສາແລ້ວ ກໍຢາກໃຫ້ຂຽນໃຫ້ຖືກຕາມຫຼັກການຂຽນນຳ; ມີຈຸດ, ມີຈ້ຳ, ມີຍະຫວ່າງ, ມີລົງແຖວໃໝ່, ມີແບ່ງວັກແບ່ງຕອນ, ໃຫ້ອ່ານໄດ້ງ່າຍ. ເຫັນບາງຄົນຂຽນລວດມາແຖວດຽວບໍ່ຍອມເຄາະແປ້ນພິມ enter ເລີຍ ອ່ານແລ້ວເຈັບຕັບເດີ້ພີ່ນ້ອງ

໑໔ ກະທູ້
໓໐໑ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ au8ust ຂຽນວ່າ...

Bor doi....song ma hai nae da. ມັນເປັນ slang ເຫັນເຂົາ chat ກັນນ້ອງກະຍັງໃຊ້ຢູ່.

ເທບແຫ່ງພາສາລາວ

໓ ກະທູ້
໓໑໙໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ au8ust ຂຽນວ່າ...
"ບໍ່ດ໋ອຍ" ກັບ "ສົ່ງມາໃຫ້ແນ່ດາ" <--- ບໍ່ເຄີຍເຫັນເດີ້ ຕະຫຼົກດີເນາະ ບໍ່ດ໋ອຍ ໆ ໆ 555

ອັນນັ້ນ ຢາກຈະບອກວ່າ ນອກຈາກຈະຂຽນຖືກຕາມຫຼັກພາສາແລ້ວ ກໍຢາກໃຫ້ຂຽນໃຫ້ຖືກຕາມຫຼັກການຂຽນນຳ; ມີຈຸດ, ມີຈ້ຳ, ມີຍະຫວ່າງ, ມີລົງແຖວໃໝ່, ມີແບ່ງວັກແບ່ງຕອນ, ໃຫ້ອ່ານໄດ້ງ່າຍ. ເຫັນບາງຄົນຂຽນລວດມາແຖວດຽວບໍ່ຍອມເຄາະແປ້ນພິມ enter ເລີຍ ອ່ານແລ້ວເຈັບຕັບເດີ້ພີ່ນ້ອງ

ແມ່ນລ່ະ
ເຊົາກິນເຫຼົ້າຫາກຊິເຊົາເດີ້ເຈັບຕັບນິ

strawberry

໙ ກະທູ້
໓໕໕ ໂພສ
ຊຳນານການເວັບບອດ
ຂໍປະກອບຄວາມຄິດເຫັນນຳເດີ້
ໂດຍສ່ວນຕົວເປັນຄົນຂີ້ຄ້ານ ເວຂາຂຽນໜັງສືບໍ່ມັກໃສ່ຈຸດໃສ່ຈຳ ເວົ້າງ່າຍໆຄືບໍ່ໄປຕາມຫຼັກໄວຍາກອນຫັ້ນແຫຼະ, ດົນໄປເລີຍກາຍເປັນຄວາມຊິນເຄີຍ ແລະ ໃນທີ່ສຸດກະລືມ ເມື່ອລືມກໍເລີຍເຮັດໃຫ້ບໍ່ກ້າໃຊ້ ເພາະຢ້ານໃຊ້ຜິດ.

ເລື່ອງພາສາຕ່າງປະເທດ ອັນນີ້ບໍ່ຮູ້ວ່າລັດຖະບານລາວ ເພິ່ນມອບໃຫ້ພາກສ່ວນໃດເປັນຜູ້ບັນຍັດສັບພາສາຕ່າງປະເທດເປັນພາສາລາວ ຫຼື ການຂຽນທັບສັບພາສາຕ່າງປະເທດ. ຫຼືວ່າຍັງບໍ່ທັນມີກະບໍ່ຈັກ ຫຼື ຖ້າມີແລ້ວກໍຄົງບໍ່ໄດ້ໂຄສະນາເຜີຍແຜ່ເທົ່າທີ່ຄວນ ເຮັດໃຫ້ຜູ້ທີ່ຈຳເປັນຕ້ອງໃຊ້ຄຳສັບເຫຼົ່ານີ້ໃຊ້ໄປຕາມຄວາມເຂົ້າໃຈ ແລະ ຄວາມເຄີຍຊິນຂອງໂຕເອງ.

(ຈົບແລ້ວ...ປາໂທ້ ! ເປັນເລື່ອງເປັນລາວຂະໜາດ)

ມາຊ້າ ກັບກ່ອນ ຈ່າຍຜ່ອນ ກິນຫຼາຍ

໖ ກະທູ້
໑໐໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໃຊ້ພາສາລາວດີທີ່ສຸດ

໓໒ ກະທູ້
໒໓໘໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ colorful ຂຽນວ່າ...
ໃຊ້ພາສາລາວດີທີ່ສຸດ

ເຂົ້າໃຈປະເດັນຢູ່ເບາະລະຫັ່ນ...

໖ ກະທູ້
໘໔໙ ໂພສ
ຊຳນານການເວັບບອດ
ພິມຜິດ ຍ້ອນຕິດນິໃສຂີ້ຄ້ານ

M99NOY

໒໐ ກະທູ້
໑໓໖໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອັນທີ່ນ້ອງສາວ ມີນີສະເກິດ ເວົ້າມາກາຖືກຢູ່ ເຮົາຢາກເວົ້າໃຫ້ຖືກໄວຍະກອນໝົດທຸກຄຳມັນກາບໍ່ຖືກໜົດກາຍ້ອນວ່າລາວເຮົາມີຫຼາຍຊົນເຜົ່າແລ້ວ ຍັງມີຫຼາຍພາກພື້ນທີ່ແຕກຕ່າງກັນ ສະນັ້ນການເວົ້າກໍ່ບໍ່ຢາກຄືກັນໜົດ ມີແຕ່ວ່າເວລາເວົ້າເວລາຂຽນຖ້າຢາກໃຫ້ຖືກຫຼັກໄວຍາກອນກໍ່ໃຫ້ຄິດ ເຖີງກາລະເທສະບ່ອນໃດຄວນເວົ້າ ແລະ ບ່ອນໃດບໍ່ຄວນເວົ້າ ແຕ່ສຳລັບຕົວ ຯ ຣ ຯ ແລ້ວມັນສຳຄັນທີ່ຂາດບໍ່ໄດ້ຍ້ອນມີການຫັນລີ້ນໄປນຳເວລາເວົ້າ ເມື່ອບໍ່ມີຕົວ ຣ ມັນກາຫັນລີ້ນບໍ່ໄດ້ ຊິເອົາຕົວໃດມາແທນກາຫັນບໍ່ໄດ້ ສະນັ້ນມັນຈິງຈຳເປັນ ການຂຽນນີ້ຖ້າອີງໃສ່ໄວຍາກອນຫຼາຍກາບໍ່ຢາກມ່ວນປານໃດ

ເອົາເມຍຈົນແຕ່ໃຈດີ ດີກວ່າເອົາເມຍເສດຖີທີ່ຄິດທໍລະຍົດ
ຄຣິກຫາປະໂຫຍກກິນໃຈບ່ອນນີ້ ຢ່າລໍຊ້າ

໙ ກະທູ້
໑໒໖໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສົງໃສສິໄດ້ລົງໄປຮຽນປະຖົມຄືນໃໝ່

໒ ກະທູ້
໙໐໕ ໂພສ
ຊຳນານການເວັບບອດ
ອັນນິ ບໍ່ຄ່ອຍເກັ່ງພາສາລາວປານໃດ!!! ບັງເອີ້ນວ່າຢູ່ຫ້ອງເລກ ອິອິ

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສະບາຍດີ,
ໄດ້ນຳວັກນີ້ອອກມາເພາະເຫັນວ່າມັນມີສິ່ງທີ່ຊັບຊ້ອນໃນວາທະຕ່າງໆ!

``ອ້າງອີງ: ຈາກສຶກສາການຢືມຄຳໃນພາສາລາວຂອງທ່ານ.ສົມແສງ ໄຊຍະວົງໜ້າ 162-170(ປີ2005).ຄັນຢາກຮູ້
ລາຍລະອຽດໄປອ່ານຕື່ນ.ເມື່ອເວົ້າເຖິງການຮັບຄຳຈາກພາສາອັງກິດມາໃຊ້ແລ້ວມາມີບັນຫາວ່າຊິສະກົດຈັ່ງໄດ໋ເພື່ອ
ໃຫ້ໃກ້ຄຽງກັບພາສາອັງກິດ.ເຖິງແມ່ນວ່າມີກົດບອກວ່າການກ່າຍສຽງນັ້ນກໍບໍ່ໄດ້ໝາຍຄວາມວ່າຈະໃຫ້ໄດ້ທຸກສຽງ
ທຸກສ່ວນຂອງຄຳເດີມໃນພາສາອັງກິດແຕ່ໂດຍທົ່ງໄປຈະໃຫ້ໄດ້ຮູບຄຳ(word form)ຕາມເດີມ.ແຕ່ເຖິງຢ່າງໃດກໍ
ຕາມມີຫຼາຍຄົນຂຽນແຕກຕ່າງກັນ.ເຊັ່ນຄຳວ່າ E-mail ຂຽນວ່າ: ອີ່ແມວ , ອີເມວລ໌ແລະອີແມວລ໌.ໂຕນີ້ນຳ profile
ຄົນສ່ວນຫຼາຍຂຽນວ່າໂປຣໄຟລ໌ແນ່ນອນໂຕ ຣ ມັນແທນໃຫ້ໂຕ r ໃນພາສາອັງກິດຄັນຊັ້ນຂຽນວ່າ ໂປຼໄຟລ໌ແນວ
ນີ້ຜິດຢູ່ບໍ່ຄັນຜິດບັດໂຕນີ້ເດ protein ເຂົາຄືມາຂຽນວ່າ ໂປຼຕິນ( search ໃນກູເກີລ໌) ຄືບໍ່ເຫັນຂຽນວ່າ ໂປຣຕິນ
( ຖາມຫຼາຍນິບໍ່ຖືກຕີນຕິ 555)ມັນຈັ້ງໃດ໋ນໍ!! ຫຼືວ່າມັນໃຊ້ໄດ້ໝົດສອງ.ໂຕ ຣ ກັບໂຕອັນນິ ຼ ມັນໃຊ້ແທນກັນໄດ້.
ອັນທີ່ຈິງຢາກຮູ້ການນຳໃຊ້ໂຕ ຣ ,ໂຕ ຼ ແລະໂຕ ໌.````

ໃນກໍຣະນີນີ້ ມັນມີຂື້ນຍ້ອນວ່າ ເຮົາບໍ່ມີກົດເກນກຳໝົດທີ່ຕາຍໂຕບອກແລະກະບໍ່ມີບັນດິດຜູ້ໃດມາອະທິບາຍໃຫ້ແຈ້ງຂາວແບບວ່າ ໝ້າມື ເປັນໝ້າມື ຫຼັງມື ເປັນຫຼັງມື. ໃນຫົວຂໍ້ທີ່ຂຽນ ຫຼາຍຄົນກະປ່ຽນສຽງໄປທາງ ສຽງແບບຝຣັ່ງເສດ ແລະກະມີຜູ້ກະອອກສຽງໄປທາງອັງກິດແລະກະມີອີກຫຼາຍໆຄົນທີ່ຂຽນຕາມແນວຄຶດຂອງໂຕເອງຫຼຶ ນຳຫຼັງຜູ້ອຶ່ນ-ຜູ້ອຶ່ນນັ້ນກະນຳກົ້ນຄວາມໄທທີ່ໄດ້ງິນໄດ້ຟັງໃນທິວິ, ໃນວິທຍຸ ເພາະ ພາສາໄທມາມີອິດທິພົນໃນຊີວີດປະຈຳວັນຂອງລາວເຮົາ.
ໃນກໍຣະນີເຊັ່ນຍນີ້ ຄຶດວ່າ ມີຄວາມອິດສາ ບັນດິດ ຊາວໄທ ທີ່ ສາມາດ ຕັ້ງຫຼັກໄວຍະກອນເຂົາເຈົ້າໄດ້ດີ!

( ຖາມຫຼາຍນິບໍ່ຖືກຕີນຕິ 555)
ສ່ວນ ປະໂຫຍກ ຂ້າງເທິງນີ້ ! ໂນ ຄອມເມັ໊ນ!!ໂດຍສະເພາະ`` ບໍ່ຖືກຕີນຕິ``

ຄຶດໄປວ່າ ມາເວົ້າມາຈາກັນດ້ວຍສັນທະວະໄມຕີກັນແຕ່!!!

໑໔ ກະທູ້
໓໐໑ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ ThaoK ຂຽນວ່າ...

http://www.activeboard.com/forum.spark?forumID=98894&p=3&topicID=15313956

ເທບແຫ່ງພາສາລາວ

໒໒ ກະທູ້
໒໕໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ພະຍາຍາມຄືກັນບາງຄຳແມ່ນບໍ່ຮູ້ອີ່ຫລີແຕ່ບາງຄຳກະຂຽນຜິດໂດຍບໍ່ຕັ້ງໃຈ

(◕‿◕) ♥ ກະແຕນ້ອຍ ♥ ຂີ້ດື້ (。◕‿◕。)
http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img] http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img]

໒໒ ກະທູ້
໒໕໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຮູ້ຈັກໃຊ້ພາສາລາວຫລາຍຂື້ນກໍ່ຍ້ອນມາຫຼີ້ນພັນລາວນີ້ແຫຼະ

(◕‿◕) ♥ ກະແຕນ້ອຍ ♥ ຂີ້ດື້ (。◕‿◕。)
http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img] http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img]

໙ ກະທູ້
໒໔໗ ໂພສ
ນັກການກະທູ້
ແມ່ນຄວາມກະແຕໃດ

໐ ກະທູ້
໒໔ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ KaTaeNoi ຂຽນວ່າ...
ຮູ້ຈັກໃຊ້ພາສາລາວຫລາຍຂື້ນກໍ່ຍ້ອນມາຫຼີ້ນພັນລາວນີ້ແຫຼະ

ແມ່ນແລ້ວ

໒໑ ກະທູ້
໑໐໖ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ KaTaeNoi ຂຽນວ່າ...
ຮູ້ຈັກໃຊ້ພາສາລາວຫລາຍຂື້ນກໍ່ຍ້ອນມາຫຼີ້ນພັນລາວນີ້ແຫຼະ

ສະແດງຍາມຮຽນບໍ່ຕັ້ງໃຈຮຽນວິຊາພາສາລາວ ແມ່ນບໍ່

໒ ກະທູ້
໕໓໘ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ Noukip ຂຽນວ່າ...
ສົງໃສສິໄດ້ລົງໄປຮຽນປະຖົມຄືນໃໝ່

ແນວນີ້ຕ້ອງໄປລົງທະບຽນຮຽນຄືນ

ຄວາມຈິງກັບຄວາມຝັນບໍ່ມີວັນຈະບັນຈົບກັນ

໑ ກະທູ້
໑໑໙ ໂພສ
ນັກການກະທູ້
ຈຂກທ ລືມຍະຫວ່າງ ເດີ ຕາລາຍເບິດ ເກືອບອ່ານບໍ່ຈົບ ແຕ່ວ່າ ດີຫຼາຍທີເອົາຄວາມຮູ້ໃໝ່ໆມາຝາກ

Yesterday is History, Tomorrow is Mystery and what's about Today?
( Today is a gift that's why we call it Present)

໑໔ ກະທູ້
໓໐໑ ໂພສ
ຊຳນານການເວັບບອດ
# ການນຳໃຊ້ໂຕ ຣ ແລະ ໂຕ ຼ
ມີໝູ່ຂອງຂ້າພະເຈົ້າຢູ່ຝັ່ງລາວ, ຢູ່ປາກເຊທີ່ເກັ່ງພາສາລາວໃຫ້ຂໍ້ມູນກ່ຽວກັບການໃຊ້ໂຕ “ຫຼ” ກັບໂຕ “ຫລ” ດັ່ງນີ້:
“ຫຼ” ກັບໂຕ “ຫລ” ໃຊ້ແທນກັນໄດ້. ດັ່ງນັ້ນໂຕຫ້ອຍ ຼ ນັ້ນຈຶ່ງມາຈາກໂຕ ລ ສັງເກດເບິ່ງ ໂຕຫ້ອຍ ຼ ກັບຫົວຂອງໂຕ ລ ຈະຄືກັນ. ເພາະສະນັ້ນເມື່ອຂຽນວ່າ ໂປຼໄຟລ໌ ກໍຈະເທົ່າກັບ ໂປລໄຟລ໌ ແລະໂປຼຕິນກໍຈະເທົ່າກັບໂປລຕິນ( ຄືກັນກັບ “ຫຼື” ເທົ່າກັບ “ຫລື” ນັ້ນເອງ). ການຂຽນແບບນີ້ຈະຖືກຕ້ອງເມື່ອອ້າງອີງເຖິງ
ແຕ່ກ່ອນທີ່ວ່າໃຫ້ຕັດໂຕ ຣ ອອກໄປນັ້ນເນື່ອງຈາກວ່າຄົນລາວໃນຕອນນັ້ນອອກສຽງໂຕ ຣ ຍາກ. ແຕ່ການຂຽນແບບນີ້ຈະຜິດເນື່ອງຈາກດ່ຽວນີ້ຍຸກໃໝ່ການ
ນຳໃຊ້ໂຕ ຣ ໄດ້ກັບຄືນມາຄົນລາວໄດຫຼຸດພົ້ນອອກຈາກການກືກໜັງສືແລະຊັບພະຍາກອນມະນຸດກໍໄດ້ຮັບການພັດທະນາເພາະສະນັ້ນ ຕ້ອງຂຽນແບບນີ້ ໂປຣໄຟລ໌ ບໍ່ແມ່ນ ໂປຼໄຟລ໌ແລະ ໂປຣຕິນ ບໍ່ແມ່ນ ໂປຼຕິນຈຶ່ງຈະຖືກຕ້ອງ.

# ການນຳໃຊ້ໂຕ ໌
ໂຕ ໌ ໃຊ້ເພື່ອເນັ້ນສຽງຄ່ອຍໆເຊິ່ງຈະໃຊ້ສະກົດກ່າຍສຽງຈາກພາສາຕ່າງປະເທດໂດຍສະເພາະແມ່ນພາສາອັງກິດ.
ຕົວຢ່າງ “ໂປໄຟ” ເມື່ອຂຽນແບບນີ້ຈະເປັນສຽງຕາມພາສາລາວເທົ່ານັ້ນ. ເມື່ອຕ່າງປະເທດຟັງແລ້ວຈະບໍ່ເຂົ້າໃຈ.
ແລະໝົດນີ້ກໍເວົ້າເຖິງພາສາລາວຍຸກໃໝ່ທີ່ຂ້າພະເຈົ້າໄດ້ໃຫ້ຄວາມສົນໃຈຢູ່ດ່ຽວນີ້.

ເມື່ອທ່ານໄດ້ອ່ານຂໍ້ມູນນີ້ແລ້ວທ່ານຄົງຈະຢາກຮູ້ວ່າເອົາມາແຕ່ບ່ອນໃດມີແຫຼ່ງທີ່ມາບໍ່ຫຼືວ່າເປັນພຽງແຕ່ຄວາມຄິດເຫັນເທົ່ານັ້ນ. ອ່າ..ແນ່ນອນຂ້າພະເຈົ້າ
ກໍຢາກຮູ້ເຊັ່ນກັນແລະກໍໄດ້ຖາມລາວເຊັ່ນກັນເຖິງທີ່ມາຂອງແຫຼ່ງຂໍ້ມູນ. ລາວກໍໄດ້ບອກວ່າເຄີຍອ່ານເຫັນຢູ່ໃນຫໍສະໝຸດເມືອງສຸຂຸມາ. ເມືອງສຸຂຸມາເປັນເມືອງ
ໜຶ່ງຢູ່ໃນແຂວງຈຳປາສັກ. ເຊິ່ງຕອນນັ້ນລາວໄດ້ມີໂອກາດໄປທ່ຽວຢູ່ບ່ອນນັ້ນ ມັນເປັນປຶ້ມຫົວບັກໃຫຍ່. ຂ້າພະເຈົ້າກໍໄດ້ຖາມຕື່ມວ່າຈື່ຊື່ຂອງ
ປຶ້ມຫົວນັ້ນໄດ້ບໍ່ລາວຕອບວ່າບໍ່ ແຕ່ເທົ່າທີ່ຈື່ໄດ້ບໍ່ແມ່ນຂອງທ່ານມະຫາສີລາ. ເລື່ອງນີ້ຍັງບໍ່ທັນເຄຼຍເທື່ອຖ້າຫາກໃຜທີ່ຮູ້ຊື່ປຶ້ມນັ້ນ.ເອົາມາບອກ
ຂ້າພະເຈົ້າແນ່ເດີ.

ເທບແຫ່ງພາສາລາວ

໓໒ ກະທູ້
໒໓໘໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເປັນຫຍັງບໍ່ບອກຫມູ່ເຈົ້າມາຫລິ້ນພັນລາວເລີຍ.

໐ ກະທູ້
໑໑໒ ໂພສ
ນັກການກະທູ້
ພາສາບອກຊາດ ມາລະຍາດບອກຕະກຸນ

໗໘ ກະທູ້
໑໒໑໓ ໂພສ
ຜູ່ເບິ່ງແຍງເວັບບອດ
ອ້າງເຖິງຂໍ້ຄວາມຈາກ miniskirt ຂຽນວ່າ...

ເມື່ອທ່ານໄດ້ອ່ານຂໍ້ມູນນີ້ແລ້ວທ່ານຄົງຈະຢາກຮູ້ວ່າເອົາມາແຕ່ບ່ອນໃດມີແຫຼ່ງທີ່ມາບໍ່ຫຼືວ່າເປັນພຽງແຕ່ຄວາມຄິດເຫັນເທົ່ານັ້ນ. ອ່າ..ແນ່ນອນຂ້າພະເຈົ້າ
ກໍຢາກຮູ້ເຊັ່ນກັນແລະກໍໄດ້ຖາມລາວເຊັ່ນກັນເຖິງທີ່ມາຂອງແຫຼ່ງຂໍ້ມູນ. ລາວກໍໄດ້ບອກວ່າເຄີຍອ່ານເຫັນຢູ່ໃນຫໍສະໝຸດເມືອງສຸຂຸມາ. ເມືອງສຸຂຸມາເປັນເມືອງ
ໜຶ່ງຢູ່ໃນແຂວງຈຳປາສັກ. ເຊິ່ງຕອນນັ້ນລາວໄດ້ມີໂອກາດໄປທ່ຽວຢູ່ບ່ອນນັ້ນ ມັນເປັນປຶ້ມຫົວບັກໃຫຍ່. ຂ້າພະເຈົ້າກໍໄດ້ຖາມຕື່ມວ່າຈື່ຊື່ຂອງ
ປຶ້ມຫົວນັ້ນໄດ້ບໍ່ລາວຕອບວ່າບໍ່ ແຕ່ເທົ່າທີ່ຈື່ໄດ້ບໍ່ແມ່ນຂອງທ່ານມະຫາສີລາ. ເລື່ອງນີ້ຍັງບໍ່ທັນເຄຼຍເທື່ອຖ້າຫາກໃຜທີ່ຮູ້ຊື່ປຶ້ມນັ້ນ.ເອົາມາບອກ
ຂ້າພະເຈົ້າແນ່ເດີ.

ຫົວນີ້ນິ?

໑໔ ກະທູ້
໓໐໑ ໂພສ
ຊຳນານການເວັບບອດ
ແມ່ນຫົວນັ້ນບໍ່? ຂ້ອຍບໍ່ຮູ້ເດ. ແລ້ວຫົວນັ້ນມັນມີເນື້ອຫາດຽວກັນຄືດັງທີ່ຂ້ອຍໄດຍົກມາຢູ່ບໍ່ ຄັນມີ..ເປີດໃຫ້ຂ້ອຍເບິ່ງແນ່.

ເທບແຫ່ງພາສາລາວ

໑໔ ກະທູ້
໓໐໑ ໂພສ
ຊຳນານການເວັບບອດ
ຕອບ PhoeniXTeN: ຊວນແລ້ວລາວວ່າມີແຕ່ຄົນເກັ່ງໆ. ຢ່າລະ.ລາວບໍ່ຄອຍຈະມີເວລາ 555

ເທບແຫ່ງພາສາລາວ

໗໘ ກະທູ້
໑໒໑໓ ໂພສ
ຜູ່ເບິ່ງແຍງເວັບບອດ
ອ້າງເຖິງຂໍ້ຄວາມຈາກ Miniskirt ຂຽນວ່າ...
ແມ່ນຫົວນັ້ນບໍ່? ຂ້ອຍບໍ່ຮູ້ເດ. ແລ້ວຫົວນັ້ນມັນມີເນື້ອຫາດຽວກັນຄືດັງທີ່ຂ້ອຍໄດຍົກມາຢູ່ບໍ່ ຄັນມີ..ເປີດໃຫ້ຂ້ອຍເບິ່ງແນ່.

ໄວ້ຫວ່າງ ໆ ຊິເປີດໃຫ້ເດີ້ ຕອນນີ້ຍັງບໍ່ທັນເທື່ອ

ອ້າງເຖິງຂໍ້ຄວາມຈາກ Miniskirt ຂຽນວ່າ...

ຕອບ PhoeniXTeN: ຊວນແລ້ວລາວວ່າມີແຕ່ຄົນເກັ່ງໆ. ຢ່າລະ.ລາວບໍ່ຄອຍຈະມີເວລາ 555

ໂອ.. ເສຍດາຍເນາະ ລາວໜ້າຈະມາເສວະນານຳກັນ

໑໔ ກະທູ້
໓໐໑ ໂພສ
ຊຳນານການເວັບບອດ
ມື້ໃດລະຊິຫວ່າງ.

ເທບແຫ່ງພາສາລາວ

໑໔ ກະທູ້
໓໐໑ ໂພສ
ຊຳນານການເວັບບອດ
ໂອ.. ເສຍດາຍເນາະ ລາວໜ້າຈະມາເສວະນານຳກັນ. ເສນຳຂ້ອຍແທນກະໄດ້ 555

ເທບແຫ່ງພາສາລາວ

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>