ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ພາສາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ພາສາ » ການໃຊ້ພາສາລາວໃນອິນເຕີເນັດ

ໜ້າທີ່ 2 ຈາກທັງໝົດ 2 ໜ້າ <<<12>>>


໗໘ ກະທູ້
໑໒໑໓ ໂພສ
ຜູ່ເບິ່ງແຍງເວັບບອດ
ອ້າງເຖິງຂໍ້ຄວາມຈາກ Miniskirt ຂຽນວ່າ...

# ການນຳໃຊ້ໂຕ ໌
ໂຕ ໌ ໃຊ້ເພື່ອເນັ້ນສຽງຄ່ອຍໆເຊິ່ງຈະໃຊ້ສະກົດກ່າຍສຽງຈາກພາສາຕ່າງປະເທດໂດຍສະເພາະແມ່ນພາສາອັງກິດ.
ຕົວຢ່າງ “ໂປໄຟ” ເມື່ອຂຽນແບບນີ້ຈະເປັນສຽງຕາມພາສາລາວເທົ່ານັ້ນ.




ລອງເປີດໃນພົດຈະນານຸກົມພາສາໄທ ຂອງເຂົາເຈົ້າວ່າ

การันต์ [การัน] น. ''ที่สุดอักษร'', ตัวอักษรที่ไม่ออกเสียง ซึ่งมีไม้ทัณฑฆาต
กํากับไว้ เช่นตัว ''ต์'' ในคําว่า ``การันต์'', (ปาก) เรียกตัวอักษรที่มี
ไม้ทัณฑฆาตกำกับ เช่น ล์ ว่า ล การันต์ ค์ ว่า ค การันต์.



ສະຫຼຸບແລ້ວມັນໃຊ້ເພື່ອລະບຸວ່າ ບໍ່ຕ້ອງອອກສຽງ ບໍ່ແມ່ນເພື່ອລະບຸວ່າໃຫ້ອອກສຽງຄ່ອຍ

ຖ້າ Miniskirt ຢາກລົມກັນເລື່ອງພາສາແທ້ ໆ ກໍຂໍໃຫ້ມີແນວອ້າງອີງທີ່ເປັນວິຊາການແດ່ທ້ອນ ຢ່າໃຊ້ອັດຕະໂນມັດຕອບຫຼາຍ


໒໒ ກະທູ້
໒໕໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມາຮອດ.໌ ລະເນາະ

(◕‿◕) ♥ ກະແຕນ້ອຍ ♥ ຂີ້ດື້ (。◕‿◕。)
http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img] http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img]





໒໒ ກະທູ້
໒໕໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສ່ວນຫລາຍນາມສະກຸນຄົນລາວມັກລົງທາຍດ້ວຍວົງ ແລະ ກະມີ ສ ກາຣັນຕາມຫລັງ
ເຊັ່ນ: ວົງສ໌ ຫລື ໄຊຍ໌,

(◕‿◕) ♥ ກະແຕນ້ອຍ ♥ ຂີ້ດື້ (。◕‿◕。)
http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img] http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img]





໙ ກະທູ້
໒໔໗ ໂພສ
ນັກການກະທູ້


໑໔ ກະທູ້
໓໐໑ ໂພສ
ຊຳນານການເວັບບອດ
au8ust: ຖ້າ Miniskirt ຢາກລົມກັນເລື່ອງພາສາແທ້ ໆ ກໍຂໍໃຫ້ມີແນວອ້າງອີງທີ່ເປັນວິຊາການແດ່ທ້ອນ ຢ່າໃຊ້ອັດຕະໂນມັດຕອບຫຼາຍ
ຕອບ: ຖ້າ au8ust ໄດ້ອ່ານສິ່ງທີ່ຂ້ອຍຂຽນຢ່າງຖີ່ຖ້ວນແລ້ວ au8ust ຊິໄດ້ຮູ້ວ່າຂ້ອຍຂຽນວ່າ:" ເມື່ອທ່ານໄດ້ອ່ານຂໍ້ມູນນີ້ແລ້ວທ່ານຄົງຈະຢາກ
ຮູ້ວ່າເອົາມາແຕ່ບ່ອນໃດມີແຫຼ່ງທີ່ມາບໍ່ຫຼືວ່າເປັນພຽງແຕ່ຄວາມຄິດເຫັນເທົ່ານັ້ນ. ອ່າ..ແນ່ນອນຂ້າພະເຈົ້າກໍຢາກຮູ້ເຊັ່ນກັນແລະກໍໄດ້ຖາມລາວ
ເຊັ່ນກັນເຖິງທີ່ມາຂອງແຫຼ່ງຂໍ້ມູນ. ລາວກໍໄດ້ບອກວ່າເຄີຍອ່ານເຫັນຢູ່ໃນຫໍສະໝຸດເມືອງສຸຂຸມາ. ເມືອງສຸຂຸມາເປັນເມືອງໜຶ່ງຢູ່ໃນແຂວງຈຳປາສັກ.
ເຊິ່ງຕອນນັ້ນລາວໄດ້ມີໂອກາດໄປທ່ຽວຢູ່ບ່ອນນັ້ນ ມັນເປັນປຶ້ມຫົວບັກໃຫຍ່. ຂ້າພະເຈົ້າກໍໄດ້ຖາມຕື່ມວ່າຈື່ຊື່ຂອງປຶ້ມຫົວນັ້ນໄດ້ບໍ່ລາວຕອບວ່າບໍ່
ແຕ່ເທົ່າທີ່ຈື່ໄດ້ບໍ່ແມ່ນຂອງທ່ານມະຫາສີລາ.ເລື່ອງນີ້ຍັງບໍ່ທັນເຄຼຍເທື່ອຖ້າຫາກໃຜທີ່ຮູ້ຊື່ປຶ້ມນັ້ນ.ເອົາມາບອກຂ້າພະເຈົ້າແນ່ເດີ."
ຖ້າຫາກ au8ust ໄດ້ອ່ານຢ່າງ carefully ແລ້ວ au8ust ຊິໄດ້ຮູ້ວ່າ ຂ້ອຍຂຽນຫຍັງແດ່. ຫຼື au8ust ໄດ້ອ່ານແລ້ວ au8ust ບໍ່ rememberກະພະຍາຍາມຝຶກຝົນຕົນເອງຢ່າຊິໃຫ້ຕົນເອງເປັນ forgetful

ແລະກ່ອນໜ້ານີ້ທີ່ຂ້ອຍຍັງບໍ່ທັນໄດ້ເອົາຂໍ້ມູນເຫຼົ່ານັ້ນມາ post ຖາມເພື່ອນໆກ່ຽວກັບແຫຼ່ງທີ່ມາທີ່ຂ້ອຍຢາກຮູ້ນັ້ນແລະຢາກໃຫ້ເພື່ອນໆຄັນຊ່ວຍບອກ
ໄດ້ກະບອກໃຫ້ເຮົາຮູ້ແນ່ ບໍ່ວ່າແຕ່ ໌ ຢ່າງດຽວລວມທັງໂຕ ຣ ແລະ ຼນຳ. ເປັນຫຍັງກ່ອນໜ້ານີ້ au8ust ບໍ່ເອົາມາ postໃຫ້ສຳມະຊິກພັນລາວໄດ້ຮູ້ແນ່ຫາ
ກວ່າສົງເສື່ອມຢາກໃຫ້ສຳມະຊິກພັນລາວໄດ້ຮູ້ກ່ຽວກັບພາສາລາວຄືບໍ່ເອົາມາໃຫ້ກັນຮູ້ແນ່.ກະຄືຢູ່ດ່ຽວນີ້ລະເຂົາບໍ່ຮູ້ຄືບໍ່ເອົາມາໃຫ້ເຂົາໄດ້ຮູ້ແນ່. ຫຼືວ່າເຈົ້າບໍ່
ຮູ້. ຫຼືຮູ້ແຕ່ບໍ່ຢາກບອກອັນນີ້ກະແລ້ວແຕ່ເທີລະ. ໂຕທີ່ເວົ້າເຖິງລວມມີ ໂຕ ຣ ແລະ ຼ. ແລະທີ່ au8ust ເອົາມາມີແຕ່ ໌ ໂຕອີຫນັງນິ ກາລັນວະເຂົາເອີ້ນ.
ບັດ ໂຕ ຣ ກັບ ໂຕຫ້ອຍ ຼ ເດ໋ ບໍ່ມີວະໃນປຶ້ມນັ້ນ?



ເທບແຫ່ງພາສາລາວ


໒ ກະທູ້
໙໙ ໂພສ
ນັກການກະທູ້
ຕາມທີ່ໄປອ່ານໆໆມາ ທຳອິດ Miniskirt ໄດ້ໄປລົມນຳຫມູ່ຜູ່ນຶ່ງມາ ແລະກໍບໍ່ຮູ້ວ່າຂໍ້ມູນນີ້ມັນຈິງຫລືເທັດແນວໃດກໍບໍ່ຮູ້ ເລີຍຢາກເອົາມາສົນທະນານຳກັນ ເພື່ອຄົນທີ່ຮູ້ ຫລືມີແຫລ່ງອ້າງອີງຈະໄດ້ມາຕອບ ສຸດທ້າຍ au8ust ກໍໄດ້ອ້າງອີງຂໍ້ມູນຈາກວັຈນານຸກົມມາຕອບເລື່ອງຄວາມຫມາຍຂອງ ໂຕກາຣັນ
ເມື່ອມີຫລັກຖານອ້າງອີງແລ້ວ ແທນທີ Miniskirt ຈະສະແດງຄຳເຫັນວ່າ ໂອ່ທີ່ແທ້ມັນເປັນແນວນີ້ເນາະ ຜັດມີການຕໍ່ປາກຕໍ່ຄວາມ ຂ້າພະເຈົ້າເລີຍງົງ ວ່າຈຸດປະສົງທີ່ມາຕັ້ງກະທູ້ສົນທະນານີ້ແມ່ນເພື່ອຫຍັງກັນແທ້
1. ເພື່ອຢາກຮູ້ຂໍ້ມູນທີ່ຖືກຕ້ອງ
2. ເພື່ອຢາກເອົາສິ່ງທີ່ໂຕເອງຄຶດວ່າຖືກມາຂຽນແລ້ວຢາກໃຫ້ຄົນອື່ນຄຶດວ່າອັນນີ້ຖືກຄືກັນ.

ຂ້າພະເຈົ້າບໍ່ເຂົ້າຂ້າງຝ່າຍໃດຝ່າຍນຶ່ງ ແຕ່ຂ້າພະເຈົ້າເຂົ້າຂ້າງຄວາມຖືກຕ້ອງ ອັນໃດຖືກກໍວ່າຖືກອັນໃດຜິດກໍວ່າຜິດ ໃຜມີຫລັກຖານກໍຕ້ອງເບິ່ງວ່າຫລັກຖານນັ້ນຫນ້າເຊື່ອຖືປານໃດ ດັ່ງຕົວຢ່າງຫລັກຖານອ້າງອີງທີ່ au8ust ຍົກມາກໍຖືວ່າຫນ້າເຊື່ອຖື ເພາະມະຫາສີລາ ວີຣະວົງ ເພິ່ນເປັນນັກປຣາດອາຈານ ທີ່ຄົ້ນຄວ້າພາສາລາວມາແຕ່ດົນ ແລະມີການຮຽບຮຽງຄຳສັບອອກມາ ວັຈນານຸກົມພາສາລາວ ໃນຮຸ່ນຫລັງໆມານີ້ສ່ວນໃຫຍ່ແມ່ນຖືເອົາເອກະສານຂອງ ມະຫາສີລາ ເປັນແຫລ່ງຄົ້ນຄວ້າຫມົດທັງນັ້ນ ດັ່ງນັ້ນຈຶ່ງຖືວ່າຫນ້າເຊື່ອຖື (ຫລືວ່າ Miniskirt ບໍ່ຮູ້ຈັກມະຫາສີລາຊ້ຳ ຫນ້າເສຍດາຍເນາະ ອົດສາສົນໃຈຄົ້ນຄວ້າພາສາລາວແຕ່ບໍ່ຮູ້ຊອກຂໍ້ມູນຄວາມເປັນມາກ່ອນ)
- ເພາະເຮົາກໍຄົນຫນຸ່ມນ້ອຍ ຄວາມຮູ້ບໍ່ຫລາຍ ແຕ່ກໍຢາກຄົ້ນຄວ້າ ຫາຄວາມຖືກຕ້ອງ ຢ່າງມີຫລັກການ ບໍ່ແມ່ນຄຶດວ່າຖືກແລ້ວກໍຖືກໂລດ

ຊີວິດທີ່ມີແຕ່ນຳກະແສ ມີແຕ່ຫມົດເຫື່ອແຮງ
ບາງຄັ້ງສວນກະແສແນ່ ມັນກໍເຫມືອນໄດ້ອອກກຳລັງກາຍສະຫມອງ

໑໔ ກະທູ້
໓໐໑ ໂພສ
ຊຳນານການເວັບບອດ
HITMII , ດຽວຈະມາຕອບ. ເຮັດບົດລາຍງານສົ່ງອາຈານກ່ອນ.

ເທບແຫ່ງພາສາລາວ


໑໔ ກະທູ້
໓໐໑ ໂພສ
ຊຳນານການເວັບບອດ
ວ່າຈຸດປະສົງທີ່ມາຕັ້ງກະທູ້ສົນທະນານີ້ແມ່ນເພື່ອຫຍັງກັນແທ້
1. ເພື່ອຢາກຮູ້ຂໍ້ມູນທີ່ຖືກຕ້ອງ
2. ເພື່ອຢາກເອົາສິ່ງທີ່ໂຕເອງຄຶດວ່າຖືກມາຂຽນແລ້ວຢາກໃຫ້ຄົນອື່ນຄຶດວ່າອັນນີ້ຖືກຄືກັນ

ຂໍ້ໜຶ່ງນະຖືກແລະ ຂໍ້ສອງນະປ່ຽນມາເປັນ ເພື່ອຢາກເອົາຂໍ້ໝູນມາຖາມເພື່ອນໆວ່າສິ່ງທີ່ເອົາມານັ້ນຖືກບໍ່ຫຼືຜິດໂດຍມີຈຸດ
ປະສົງຫຼັກຄືຢາກຮູ້ຄວາມຈິງ. ແລະຢາກຮູ້ວ່າປຶ້ມທີ່ເພື່ອນຂອງຂ້າພະເຈົ້ານັ້ນມີຢູ່ຈິງບໍ່ແລ້ວຊຶ່ປຶ້ມນະຊື່ປຶ້ມຫຍັງແລ້ວຊິໄປສັ່ງຊື້.
ສາເຫດທີ່ຢາກໃຫ້ເອົາຂໍ້ສອງທີ່ເຈົ້າຂຽນນັ້ນອອກກໍ່ຄືຂ້າພະເຈົ້າບໍ່ໄດ້ເປັນຄົນແນວນັ້ນ. ຂ້າບໍ່ແມ່ນປະເພດຄົນທີ່ຍຶດຖືຄວາມຄິດຂອງຕົນເປັນໃຫຍ່.
ຂ້າພະເຈົ້າບໍ່ມີເຈດຕະນາທີ່ຈະເຮັດແນວນັ້ນແຕ່ຢ່າງໃດ. ເພາະຂ້າພະເຈົ້າບໍ່ຄິດວ່າເຂົາຊິເຊື່ອເວົ້າຫຍັງແຕ່ຄວາມຄິດຂອງຂ້າພະເຈົ້າແຕ່
ເອົາຂໍ້ມູນມີທີ່ມາຄັກແນ່ຈາກປຶ້ມເຂົາຍັງບໍ່ເຊື່ອລະເຂົາຊິເຊື່ອຄວາມຄິດຂອງຂ້ອຍໄດ້ແນວໃດ. ແລະຂ້ອຍຈະບໍ່ເຮັດເຊັ່ນນັ້ນຢູ່ແລ້ວ.

ຂ້າພະເຈົ້າຕ້ອງເຮັດແບບນັ້ນທັງໆທີ່ຮູ້ວ່າຕ້ອງໄດ້ຮັບການໂຈມຕີຕິຕຽນຢາງໜັກເພາະວ່າບ່ມີເອກກະສານອ້າງອີງ. ຂ້າພະເຈົ້າຈຳເປັນອີຫຼີຖ້າບໍ່ເຮັດເຊັ່ນນັ້ນກໍຄົງຊິບໍ່ມີໃຜໃຫ້ຂໍ້ມູນແກ່ຂ້າພະເຈົ້າເຖິງແມ່ນວ່າຈະໄດ້ຮັບການຕິຕຽນກໍ່ຕາມເພາະ
ຄິດວ່າຄົນເຮົາກໍ່ຈະມັກຈັບຜິດກັນຢູ່ແລ້ວ. ຂ້າພະເຈົ້າເອົາສິ່ງທີ່ເພື່ອນຂອງຂ້າພະເຈົ້າເວົ້າມານຳສະເໜີຖ້າຫາກມັນ
ບໍ່ຖືກກະເພື່ອນຂ້າພະເຈົ້າພຸ້ນລະບໍ່ຖືກ.ຂອງລາວເວົ້າແນວນັ້ນເຊິ່ງຖືວ່າເປັນມຸມມອງໜຶ່ງທີ່ຊອກຫາຄວາມເປັນຈິງ.
ເພາະສະນັ້ນຂໍ້ສອງທີ່ເຈົ້າຂຽນນັ້ນປ່ຽນໃໝ່ສ່ຫຼືລຶບອອກກະໄດ້.

ເພາະບໍ່ເຮັດແບບນັ້ນກໍ່ບໍ່ມີໃຜໃຫ້ຂໍ້ມູນແກ່ຂ້າພະເຈົ້າ. ຂ້າພະເຈົ້າຄິດວ່າເຂົາບໍ່ຮູ້ເຂົາເລີຍບໍ່ບອກ ຫຼື ຮູ້ບາງໂຕ ພໍກະເທີນຄັນຊິບບອກກະຢ້ານໝູ່ວ່າບໍ່ເກັ່ງເພາະສະນັ້ນຖ້າຮູ້ໝົດລະອຽດມີເອກະສານອ້າງອີງຄົບປ່ານນີ້ເຂົາບອອກລະ.



ຊື່ເພິ່ນຂຽນວ່າ ມະຫາສິລາ ວີຣະວົງສ໌ ຕ້ອງຂຽນແນວນີ້ ບໍ່ແມ່ນ ມະຫາສີລາ ວີຣະວົງ ຂ້ອຍບໍ່ຮູ້ຈັກເພິ່ນຂ້ອຍຍັງຮູ້ເລີຍວ່າຂຽນແບບນີ້
ຂຽນຊື່ເພິ່ນບໍ່ຖືກດຽວເພິ່ນຊິຄຽດໃດ໋. ຂຽນແນວອື່ນຜິດບໍ່ແປງໃຫ້ເຈົ້າດອກເພາະຂ້ອຍບໍ່ເກັ່ງພາສາລາວແລະເພາະຄິດວ່າມື້ໜຶ່ງຂ້ອຍກະຄົງຊິຂຽນ
ຜິດຄືກັນຄືເຂົານັ້ນລະ.

ການທີ່ວ່າ au8ust ເອົາມາໃຫ້ນັ້ນລືມຂອບໃຈ. ຂໍໂທດນຳຫຼາຍໆ. ປົກກະຕິໃຜໃຫ້ຫຍັງແມ່ຂ້ອຍສອນໃຫ້ຂອບໃຈເພິ່ນຢູ່ແລ້ວ. ແຕ່ຕອນນັ້ນບໍ່ໄດ້ຂອບ
ໃຈຄົງແມ່ນລືມ. ອະ....ຂອບໃຈຫຼາຍໆ. ແຕ່ບາງຄັ້ງຄົນເຮົາກະມີລືມກັນແນ່ຫັ້ນລະ. ແຕ່ ຂໍ້ມູນທີ່ຂ້ອຍເອົາມາຝາກເຂົາກ່ຽວກັບ ກໍ່ ແລະ ກໍ ນັ້ນ ເຂົາບໍ່ຂອບໃຈ(ມີແຕ່ຜູ້ດຽວຂອບໃຈ) ຂ້ອຍຍັງບໍ່ໄດ້ວ່າຫຍັງຊ້ຳສົງໃສເຂົາລືມ ເຖິງແມ່ນວ່າຊິມີຄົນເວົ້າວ່າບໍ່ມີໃຜບອກໃຫ້ຂ້ອຍເອົາມາກະຕາມແລ້ວຊິໄປຂອບໃຈຫຍັງ
ອັນນີ້ກະບໍ່ໄດ້ວ່າກັນນ່າ. ຂ້ອຍເຕັມໃຈເອົາມາແລະເອົາມາໃຫ້ແບບເຕັມໃຈເພື່ອມາ discuss ນຳກັນ.

ໂຕທີ່ເຈົ້າວ່າ - "ເພາະເຮົາກໍຄົນຫນຸ່ມນ້ອຍ ຄວາມຮູ້ບໍ່ຫລາຍ ແຕ່ກໍຢາກຄົ້ນຄວ້າ ຫາຄວາມຖືກຕ້ອງ ຢ່າງມີຫລັກການ ບໍ່ແມ່ນຄຶດວ່າຖືກແລ້ວກໍຖືກໂລດ"
ນັ້ນເດັກນ້ອນເກັ່ງກວ່າຜູ້ໃຫຍ່ກໍ່ມີຫຼາຍທ່ານເອີຍ.



ເທບແຫ່ງພາສາລາວ


໓໘ ກະທູ້
໔໓໑໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມີແຕ່ຄຳເຫັນຍາວໆເນາະກະທູ້ນີ້

<-----ຄົນໃຈດີແຟນຄລັບ

ໜ້າທີ່ 2 ຈາກທັງໝົດ 2 ໜ້າ <<<12>>>