ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ພາສາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ພາສາ » (ກະທູ້ນອກເລື່ອງເມືອງລາວ)ວຽງຈັນມີສ່ວນໂຮມຊ່ວຍກອງທັພໂຍນົກ(ໄທ-ຍວນ)ຫຼືກອງທັພລາວລ້ານນາຕີເມືອງຊຽງແສນຂັບໄລ່ພະມ່າບໍ່

໔ ກະທູ້
໕໘ ໂພສ
ຂາປະຈຳເວັບບອດ
ມື້ນີ້ຊອກຫາອ່ານປະຫວັດການຟື້ນມ່ານ(ຂັບໄລ່ພະມ່າ)ເມືອງຊຽງແສນ(ເມືອງເກ່າຂອງຈັງຫວັດຊຽງຮາຍ) ແລະຂອງຫັວເມືອງລ້ານນາທັງມວລ ແຕ່ການບັນທຶກເອກກະສານຂອງໄທຍສະຢາມ ກັບບັນທຶກໃນຄັມພີໃບລານຂອງເມືອງຊຽງແສນຄືວ່າບໍ່ກົງກັນ ບັນທຶກຂອງໄທຍສຢາມໄດ້ກ່າວວ່າ

ໃນປີ ພ.ສ.2346 ກອງທັພຂອງເຈົ້າຟ້າເທພຫະຣິຣັກ ແລະພະຍາຍົມມະລາດ ຍົກຂຶ້ນໄປລ້ອມເມືອງຊຽງແສນ ຂະນະດຽວກັນກອງທັພ ຊຽງໃໝ່ ລຳປາງ ນ່ານ ວຽງຈັນ ກະຍົກທັພເຂົ້າໄປຕີເມືອງຊຽງແສນນຳເຊ່ນກັນ ໂຮມເປັນ 5 ກອງທັພ ກອງທັພທັງ 5 ລ້ອມອ້ອມເມືອງຊຽງແສນຈົນເຖິງເດືອນ 5 ປີຊວດ(ປີໜູ) ພ.ສ.2347 ລາດສະດອນໄທຍໃນເມືອງຊຽງແສນອົດຢາກຂ້າ ຊ້າງ ມ້າ ງົວ ຄວາຍກິນເກືອບຈະໝົດ ລາດສະດອນໄທຍຈຶ່ງເປັນກະບົດກັນ ເປິດປະຕູເມືອງຮັບເອົາກອງທັພໄທຍ ທະຫານໄທຍຂ້າຟັນພະມ່າແຕກໜີອອກຈາກເມືອງຊຽງແສນ ແລ້ວກະມ້າງເພ ຈູດເຜົາເມືອງຊຽງແສນ ເຈົ້າເມືອງຊຽງແສນເຊິ່ງເປັນພະມ່າໄດ້ຫຼົບໜີໄປໄດ້ ແຕ່ຂຸນນາງພະມ່າອີກຄົນຊື່ໂປ່ມະຍຸງ່ວນ(ໂປ່ ພາສາລ້ານນາແປວ່າຫົວໜ້າ)ໜີບໍ່ທັນກະເລີຍຖືກຈັບຕົວໄດ້ ແລ້ວທະຫານໄທຍກະຕ້ອນເອົາລາດສະດອນໄທຍໃນເມືອງຊຽງແສນອອກມາໄດ້ 23,000 ກວ່າຄົນ ແບ່ງອອກເປັນ 5 ສ່ວນ ແບ່ງອອກໄປໄວ້ ເມືອງ ຊຽງໃໝ່ ເມືອງລຳປາງ ເມືອງນ່ານ ເມືອງວຽງຈັນ ແລະກອງທັພຫຼວງຂອງໄທຍສະຢາມນຳໂປ່ມະຍຸງ່ວນພ້ອມທັງຄົວເຫຼົ່ານັ້ນອີກສ່ວນໄປໄວ້ທາງພາກກາງພູ້ນ



ແຕ່..........!!!!! ຍັງມີແຕ່ອິກເຕື່ມ
ໃນຄັມພີໃບລານທີ່ຂຽນເປັນອັກສອນທັມລ້ານນາທີ່ພໍໃນເມືອງຊຽງແສນຫັ້ນເພິ່ນພັດບໍ່ໄດ້ກ່າວເຖິງກອງທັພວຽງຈັນເລີຍ
ເພິ່ນກ່າວໄວ້ດັງນີ້
ກອງທັພໄທຍສະຢາມນັ້ນໄດ້ຜິດນ້ຳຜິດອາກາດ ລ່າງກາຍບໍ່ຖືກອາກາດໃນຂົງເຂຕທາງເມືອງລ້ານນາ ເຈົບປ່ວຍຍ້ອນພະຍາດໄຂ້ ລົ້ມຕາຍເປັນຈຳນວນຫຼາຍ ກະເລີຍໄດ້ຖອຍທັພກັບເມືອກຸງເທພພາກກາງໄປ ຍັງເຫຼືອໄວ້ແຕ່ກອງທັພລ້ານນາ 3 ເມືອງ ແມ່ນ ເມືອງ ຊຽງໃໝ່ ເມືອງລະຄອນ(ລຳປາງ) ແລເມືອງນ່ານ ລ້ອມຊຽງແສນໄວ້ ໂດຍມີເຈົ້າອົກ ເຈົ້າເມືອງຊຽງຂອງ ແລເຈົ້າເມືອງເທິງ ເຊິ່ງເປັນຂ້າລາດຊະການຊາວເມືອງຊຽງແສນຫັ້ນລ່ະເປັນຜູ້ເປິດປະຕູໃຫ້ກອງທັພລ້ານນາທັງ 3 ເມືອງເຂົ້າໄປຂ້າພະມ່າແລະມ້າງເພເມືອງຊຽງແສນ
ດັງໃນຄັມພີໃບລານຂຽນໄວ້ວ່າ
"ສັກກະຫຼາດໄດ້ 1166 ຕົວ ປີກາບໄຈ້ ເດືອນ 7 ຈຽງໃໝ່ ລະຄອນ(ລຳປາງ) ເມືອງນ່ານ ຍົກກຳລັງຂຶ້ນມາແວດວຽງຈຽງແສນ ເຖິງເດືອນ 9 ອອກ 5 ຄ່ຳ ຈຽງຂອງ ເທິງ ເຈົ້າອົກເປ໋ນເກ໊າ ຈາວຈຽງຂອງ ເທິງ ທັງມວລ ເປ໋ນຝ່າຍໃນ ໃຂປະຕູວຽງ ພາເອົາ ຈຽງໃໝ່ ລະຄອນ(ລຳປາງ) ເມືອງນ່ານ ເຂົ້າເຜົາວຽງໄດ້ແລ້ວ ເຖິງເດືອນ 9 ເປັງ ກໍ່ເອົາຕົວໄພຣ່ໄທຈາວຈຽງແສນທັງມວລ ລົງມາຂັບປັດນັບສ້ຽງ ບໍ່ຄ້າງຊັກຄົນ" ແລຄັມພີໃບລານອີກສະບັບຊື່ວ່າ "ຄຳມະເກົ່າເມືອງຈຽງແສນ" ໄດ້ກ່າວໄວ້ວ່າ

"ເມື່ອນັ້ນເຈົ້າອົກອັນເປັນຈາດເຈື້ອ ຈາວເມືອງຈຽງຂອງຫັ້ນເປ໋ນຝ່າຍໃນ ກໍ່ຂ້າລູກນ້ອງອັນຮູ້ຢູ່ຮັກສາປະຕູດິນຂໍ ຕາຍສ້ຽງແລ້ວ ກໍ່ໄຂປະຕູດິນຂໍ ເອົາເສິກເຂົ້າວຽງ ເດືອນ 9 ປະຖົມອອກ 8 ຄ່ຳ ວັນ 5 ໄທຍ ຣະວາຍສັນ ຍາມສາຍຟ້າຍົກ ເມືອງຈຽງແສນແຕກສ້ຽງປາງສຸດ ໂປ່ຊຸກມ່ານ(ມ່ານພາສາລ້ານນາກະໝາຍເຖິງພະມ່ານັ້ນລ່ະ) ກໍ່ພ່າຍໜີອອກວຽງໄປແລ ເປິ້ນບໍ່ທັນໄດ້ຕົວແລ ເປິ້ນໄດ້ຕົວມະຍຸງ່ວນ ນາຍຂວາ(ຂຸນນາງພະມ່າ ) ແລລູກເມຍ ໄພຣ່ໄທທັງມວລ ລົງໄປ ຈຽງໃໝ່ ລະຄອນ ແພ່ ນ່ານ ນັບສ້ຽງ(ທັງໝົດ) ຍັງຄ້າງແຕ່ດິນ ກັບນ້ຳແລ"



ຈາກຫຼັກຖານທັງຂອງໄທຍສະຍາມ ແລະຂອງລ້ານນາ ທ່ານຈະເຫັນວ່າ ຈະກົງກັນກະແຕ່ມື້ ເວລາ ແລະສະຖານທີ່ ແລະບຸຄຄົນໃນເມືອງຊຽງແສນເທົ່ານັ້ນ ແຕ່ທີ່ບໍ່ກົງກັນກະແມ່ນການກ່າວອ້າງວ່າມີກອງທັບຈາກວຽງຈັນມາຊ່ວຍ ແລະການເຂົ້າຕີເມືອງຊຽງແສນ ໂດຍທີ່ຂອງໄທຍສະຍາມເພິ່ນວ່າເພິ່ນນຳເຂົ້າໄປກ່ອນ ແລ້ວກອງທັພວຽງຈັນແລະກອງທັພລ້ານນາເຂົ້າມາສົມທົບ ແຕ່ຂອງລ້ານນາເອງກະບອກວ່າກອງທັບໄທຍສະຍາມເຈັບປ່ວຍເປັນໄຂ້ລົ້ມຕາຍ ບໍ່ທັນໄດ້ເຂົ້າຕີເມືອງຊຽງແສນຊ້ຳ ເລີຍຍົກກອງທັພເມືອກຸງເທພສາກ່ອນຍັງໄວ້ແຕ່ກອງທັພລ້ານນາທີ່ລ້ອມວຽງຊຽງແສນໄວ້ແລ້ວກະເຂົ້າຕີໄດ້ ຂ້ອຍກະເລີຍຢາກຖາມທ່ານທີ່ຮູ້ປະວັດຕຶສາດລາວວ່າ ວຽງຈັນເຄີຍມາຊ່ວຍ ໄທຍສະຍາມ ແລະລ້ານນາຂັບໄລ່ພະມ່າບໍ່ໃນປີ ພ.ສ.2346 ຫັ້ນນ່ະ ໄຜຮູ້ມາຕອບນຳແດ່


໐ ກະທູ້
໔໓ ໂພສ
ຂາປະຈຳເວັບບອດ
ວ່າແລ້ວເວົ້າເລື່ອງປະຫວັດນີ້ມີອາລົມທຸກເທື່ອ


໐ ກະທູ້
໑໘໖ ໂພສ
ນັກການກະທູ້
ເຊື່ອໄທຍໄຟໃໝ້ເລົ້າເຂົ້າ.


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ມີຄວາມຮອບຮຼ້ພຽງພໍ.
ແຕ່ວ່າ ຄຳວ່າ ຮາດສະດອນນີ້ ມັນຮາດບ່ອນໃດ?


໓ ກະທູ້
໓໑໙໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ເຄີຍຮູ້ມາກ່ອນເລີຍ

strawberry

໓ ກະທູ້
໓໑໙໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້

strawberry

໐ ກະທູ້
໑໐໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຮູ້ແຕ່ອານາຈັກລາວລ້ານຊ້າງ (ປະເທດລາວ)
ບໍ່ຮູ້ ລ້ານນາ


໔ ກະທູ້
໕໘ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ ThaoK ຂຽນວ່າ...
ບໍ່ມີຄວາມຮອບຮຼ້ພຽງພໍ.
ແຕ່ວ່າ ຄຳວ່າ ຮາດສະດອນນີ້ ມັນຮາດບ່ອນໃດ?



ຂໍໂທດນຳເດີ້ ພິມຜິດ ລາດສະດອນ ຫຼື ຣາດສະດອນ ຫັ້ນລ່ະ ດຽວຈະແກ້ໄຂ ຈ້າ


໔ ກະທູ້
໕໘ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ nuiiijang ຂຽນວ່າ...
ຮູ້ແຕ່ອານາຈັກລາວລ້ານຊ້າງ (ປະເທດລາວ)
ບໍ່ຮູ້ ລ້ານນາ


ລອງກອປປີ້ວິກິພີເດຍທັງສາມລິ້ງຫັ້ນແລ້ວໄປວາງຫນ້າເພຈໃໝ່ແລ້ວລອງອ່ານເບິ່ງແລ້ວຈະຮູ້ວ່າ ມ່ວນນນນນນນນນນ ຢາກເຜີຍແພ່ໃຫ້ຄົນທັງໂລກຮັບຮູ້ວວວວວວວວວວວວວວ

http://th.wikipedia.org/wiki/%E0%B8%AD%E0%B8%B2%E0%B8%93%E0%B8%B2%E0%B8%88%E0%B8%B1%E0%B8%81%E0%B8%A3%E0%B8%A5%E0%B9%89%E0%B8%B2%E0%B8%99%E0%B8%99%E0%B8%B2


http://th.wikipedia.org/wiki/%E0%B8%84%E0%B8%B3%E0%B9%80%E0%B8%A1%E0%B8%B7%E0%B8%AD%E0%B8%87


http://th.wikipedia.org/wiki/%E0%B8%95%E0%B8%B1%E0%B8%A7%E0%B9%80%E0%B8%A1%E0%B8%B7%E0%B8%AD%E0%B8%87


໙ ກະທູ້
໑໒໖໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເວົ້າມາລະມັນເຈັບຫົວໃຈ


໗໕ ກະທູ້
໒໐໘໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເລື່ອງເກົ່າເອົາມາເລົ່າໃຫມ່ມັນເຮັດໃຫ້ແຕກແຍກລ້າໆທາງທີ່ດີຄວານສຶກສາມັນໃນຖານະປະຫວັດສາດ ເປັນພໍ່ແຕ່ຢ່າເອົາອາລົມມາກ່ຽວຂ້ອງ


ມະນຸດປ່ຽນຊະຕາກຳແລະອາດິດທີ່ຜ່ານມາບໍ່ໄດ້ແຕ່ເຮັດໃຫ້ອະນາຄົດດີໄດ້ເນີ.......

ຕາມຫາທີມເວີກເປົ້າໝາຍດຽວກັນເພື່ອເປັນມະຫາເສດຖີນຳກັນ

໖ ກະທູ້
໑໐໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຢ່າມັນ ຜ່ານໄປແລ້ວ


໐ ກະທູ້
໗໓ ໂພສ
ຂາປະຈຳເວັບບອດ
ໂປ່ ພາສາລາວກະແປວ່າຫົວໜ້າຄືກັນເລີຍ


໑໖ ກະທູ້
໑໖໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໂປ່ໃນພາສາລາວແປວ່າຂີ້ໄກ່

ໂຈນຫ້າຮ້ອຍສອງເທື່ອເປັນພັນ

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຖິງ: ozone

ເຊື່ອໄທຍໄຟໃໝ້ເລົ້າເຂົ້າ.
------------------------------------------------
ແນວຄິດນີ້ ທຳລາຍລາວແນ່ນອນ ໃຫ້ລະວັງຄວາມຄິດເຊັ່ນຢ່າໃຫ້ມີໃນຫົວຄົນລາວຍຸກໃໝ່ເດັດຂາດ, (ການຟັງເປັນການສຶກສາທີ່ໄດ້ຜົນທີ່ສຸດ-ສຸດສຸສັງ ລະພະເຕ ປັນຍັງ ອ້າງຕາມພຸດທະພຸດ)

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໑ ກະທູ້
໗໗ ໂພສ
ຂາປະຈຳເວັບບອດ
ວ່າແລ້ວເວົ້າເລື່ອງປະຫວັດນີ້ມີອາລົມທຸກເທື່ອ
55555555+


໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມັນສະແດງໃຫ້ເຫັນວ່າ ລ້ານຊ້າງມີຄວາມຮັບຜິດຊອບຕໍ່ຊຽງແສນໂດຍກົງ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໖ ກະທູ້
໑໐໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອາດີດ


໔ ກະທູ້
໕໘ ໂພສ
ຂາປະຈຳເວັບບອດ
ທ່ານອາຈານ ບອກຜິດປະເດັນແລ້ວ ເພາະໃນໃບລານຂອງຊຽງແສນເອງບໍ່ໄດ້ລະບຸໄວ້ວ່າມີກອງທັບວຽງຈັນເຂົ້າຮ່ວມ ແຕ່ບັນທຶກຂອງໄທຍເພິ່ນວ່າໄວ້ວ່າມີກອງທັພລາວເຂົ້າຮ່ວມນຳ ແລ້ວຈະເຊື່ອໄຜດີນິ?


໐ ກະທູ້
໑໒໑ ໂພສ
ນັກການກະທູ້
ໃນພົງສາວະດານໄທ ບອກວ່າກອງທັບໄທທີ່ນຳໂດຍເຈົ້າຟ້າເທພຫະຣິຣັກ ຫຼານຂອງກະສັດໄທອັງທີ່ 1 ທີ່ປັກຄອງກຸງເທບ ຍົກໄປລ້ອມຊຽງແສນ ພ້ອມກັບທັບຊຽງໃໝ່ ນ່ານ ລຳປາງ ແລະວຽງຈັນ ແຕ່ທັບໄທຕ້ອງຍົກທັບຄືນກຸງເທບ ເພາະວ່າອົດຍາກແລະເປັນໄຂ້ລົ້ມຕາຍຫຼາຍ ຍັງແຕ່ກອງທັບເຈົ້າອນຸວົງ ຊາວຊຽງແສນທີ່ຖືກປົກຄອງໂດຍພະມ້າ ກໍ່ພາກັນຕີພວກພະມ້າແລະເປຶດປະຕູເມືອງ ຂັບໄລ່ພະມ້າອອກຈາກຊຽງແສນ ກວດຕ້ອນຄັວຊຽງແສນໄປຍູ່ ຊຽງໃໝ່ ນ່ານ ລຳປາງ ວຽງຈັນແລະສຮະບຸຮີ
ອັນນີ້ໜ້າຈະໜ້າເຊື່ອຖືອໄດ້ວ່າທັບວຽງຈັນໄປຕີຊຽງແສນນຳ ເພາະວ່າກະສັດໄທ(ຮາດຊະການທີ່ 1) ຍັງໂມໂຫແມ່ທັບໄທ(ຫຼານເພຶ່ນ)ວ່າບໍ່ຣູ້ເທ່າທັນລາວ (ໜາຍຖຶງທັບຊຽງໄໝ່ ນ່ານ ລຳປາງ ແລະວຽງຈັນ ເພາະເຣົດສງຄາມແຕ່ບໍ່ໄດ້ສຶນສົງຄາມຄືນກັບກຸງເທບເລີຍ ) ພະອັງກໍເລີຍສັ່ງຂັງຄຸກແມ່ທັບໄທເປັນການລງໂທດ