ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ພາສາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ພາສາ » ການອ່ານນອກຈາກໃຫ້ຄວາມຮູ້ແລ້ວ ຍັງວັດເຖິງພູມຄວາມຮູ້ນຳອີກ

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
- ການອ່ານ ຖືວ່າເປັນພື້ນຖານທີ່ສຳຄັນຂອງການໄດ້ມາເຊິ່ງຄວາມຮູ້, ເພາະວ່າ ຄວາມຮູ້ຂອງມະນຸດທີຖືກຄົ້ນພົບ ແລະພັດທະນານາມາເປັນວິຊາການຂະແໜງຕ່າງໆນັ້ນ ແມ່ນຖືກບັນທຶກໄວ້ໃນໜັງສື ບໍ່ວ່າຈະເປັນໜັງສືຂອງຊາດໃດ ? ກໍລ້ວນມີຄວາມສຳຄັນຕໍ່ຜູ້ອ່ານແທບທັງນັ້ນ ເຊັ່ນຕົວຢ່າງໜັງສືລາວນັ້ນ ມີຄວາມສຳຄັນສຳລັບຄົນລາວເປັນ ອັນດັບແຮກ ຮອງລົງມາແມ່ນມີຄວາມສຳຄັນຕໍ່ຄົນຊາດອື່ນ ທີ່ສາມາດອ່ານ ຂຽນ ແລະຟັງອັກສອນ ແລະພາສາລາວໄດ້ ເຊັ່ນດຽວກັບພາສາຝຣັ່ງ ອັງກິດກໍມີຄວາມສຳ ຄັນສຳລັບຝຣັ່ງ ອັງກີດ ອັນດັບຮອງລົງມາກໍແມ່ນຄົນຊາດອື່ນໆ ທີ່ຮຽນຮູ້ພາສາ ແລະອັກສອນຂອງຝຣັ່ງ ອັງກິດນັ້ນ, ແຕ່ວ່າປັດຈະບັນນີ້ ພາສາ ແລະອັກສອນຝຣັ່ງອັງກິດ ນັ້ນພັດມີຄວາມສຳຄັນຕໍ່ຄົນທັງໂລກ ດ້ວຍເຫດໃດ ? ກໍເພາະຄົນທັງໂລກສາມາດຮຽນຮູ້ ແລະໃຊ້ພາສາສັງສອງນີ້ເປັນສ່ວນໃຫຍ່ ເຖິງວ່າດຽວນີ້ ຈີນ, ຣັດເຊັຍຈະພັດທະນາ ພາສາຂອງເຂົາໃຫ້ເປັນພາສາຕິດອັນດັບສາກົນກໍຍັງຕ້ອງສູ້ຊົນເປັນຢ່າງຍິ່ງໃນສະ ໄໝສົງຄາມເຢັນ, ເມື່ອສົາງຄາມເຢັນຜ່ານໄປ ຣະບົບເສດຖະກິດເຂົ້າມາແທນທີ່ ຮູ້ສຶກວ່າ ຈີນຈະໄດ້້ເປັນຜູ້ນຳໜ້າພາທາງທາງດ້ານເສດຖະກິດຂອງໂລກຂຶ້ນມາຊັກໃຊ້ ບັນດາປະຊາຄົມໂລກກໍເລີ່ມສົນໃຈເຂົ້າມາສຶກສາພາສາ ສາສນາ ແລະວັດທະນະທຳຈີນ ຕລອດທັງການສືສານທີ່ທັນສະໄໝທຸກຮູບແບບ ທຸກລະບັບຂຶ້ນ
ຢ່າງຂະຫຍັນຂັຍແຂງ ເມື່ອເປັນແນວນັ້ນລັດຖະບານຈີນເຫັນເປັນໂອກາດດີ ຈະພັດທະນາເສດຖະກິດສັງຄົມ ວັດທະນະທຳຕົນ ກ້າວເຂົ້າສູ່ລະດັບໂລກໄດ້ ມັນບໍ່ພຽງແຕ່ ກົ້ມໜ້າກົ້ມໜ້າກົ້ມຕາ ພັດທະນາພຽງແຕ່ເທັກໂນໂລຍີ ແລະວຽກງານເສດຖະກິດເທົ່ານັ້ນ ວຽກງານເສດຖະກິດສັງຄົມ ວັດທະນະທັມ ຮີດຄອງປະເພນີ ພາສາ ສາສນາ ການເມືອງ ການປົກຄອງ ແລະອື່ນຽຄຽງຄູ່ກັນໄປດ້ວຍ ສ່ວນເລື່ອງພາສາລັດຖະບານຈີນເຫັນໄດ້ຄວາມສຳຄັນລົງທືນໃສ່ແບບຮຽນພາສາຈືນຢ່າງໃຫຍ່ຫຼວງ ບໍ່ໝາຍຄວາມວ່າ ເຜີຍແຜ່ພາສາເຫຼົ່ານັ້ນສູ່ສັງຄົມຈີນທົ່ວໂລກເທົ່ານັ້ນ ແຕ່ໝາຍເຖິງເນັ້ນໃສ່ປະຊາກອນໂລກນັ້ນເປັນສຳຄັນ ເຖິງປານນັ້ນພາສາຝຣັ່ງອັງກິດ ໂດຍສະເພາະພາສາອັງກິດ ເນື່ອງຈາກເປັນພາສາມີຊົງອິດທິພົນມາກ່ອນ ກະບໍ່ແມ່ນຊິລ້າຖອຍ ຫຼືເສື່ອມອະນາດລົງ ພາສານີ້ໄດ້ກາຍເປັນພາສາ ສາກົນທີ່ຄວາມຄຸມວຽກງານເທັກໂນໂລຍີທີ່ທັນສະໄໝ.
- ດ້ວຍເຫດໃດກໍຕາມ ພາສາລາວເຮົາເປັນພາສາທີ່ເກົ່າແກ່ ແລະຢູ່ກັບຄົນລາວເຮົາມານານ ຄົນລາວເຮົາເອງກໍບໍ່ສະເພາະວ່າມີກັນຢູ່ໃນສະເພາະປະເທດລາວເຮົາ ເທົ່ານັ້ນ ເອົາສະເພາະແຕ່ຄົນລາວທີ່ໄປທຳມາຫາກິນຕ່າງປະເທດເທົ່ານັ້ນ ກໍຍັງຫຼວງຫຼາຍແລ້ວ ຫາກລວມເອົາຄົນເຊື້ອສາຍລາວ ດຳລົງຊີວິດຢູ່ຕາມຊາຍແດນລາວທັງໝົດ ຫາກຮູ້ພາສາລາວໄດ້ ກໍຍ່ອມຈະສ້າງສັນຄວາມພາກພູມໃຈໃຫ້ແກ່ພວກເຂົາໄດ້, ໂດຍສະເພາະອັກສອນລາວມີສອງແບບຄືອັກສອນລາວເດີມ(ອັກສອນທັມ) ແລະອັກ ສອນລາວບູຮານ ອັກສອນທັງສອງນີ້ໄດ້ຖືກບັນທຶກຈົດກ່າຍຄວາມຮູ້ເດີມຂອງລາວເຮົາໄວ້ ຫາກຄົນລາວເຂົ້າໃຈອ່ານອັກສອນເຫຼົ່ານີ້ໄດ້ ຍ່ອມຈະສາມາດຮູ້ໄດ້ເຖິງທາດ ແທ້ຂອງຄວາມເປັນມາຂອງລາວ ຊາດພູມ ແລະວິທີຄິດອັນເປັນລາວໆໄວ້ ຫາກເຮົາບໍ່ຮູ້ອັກສອນເຫຼົ່ານີ້ ນອກຈາກເຮົາບໍ່ຮູ້ພາສາຕົນເອງເອງແລ້ວ ເຮົາກໍຈະບໍ່ຮູ້ວິຊາຄວາມ ຮູ້ເດີມຂອງຕົນ ເຖິງວ່າໄປຮຽນຈົບຈາກຕ່າງປະເທດ ແລະມີຄວາມຮູ້ສູງພຽງໃດ ແຕ່ບໍ່ເຂົ້າໃຈຄວາມເປັນລາວ ແລະວັດທະນະທັມລາວກໍບໍ່ສາມາດທີ່ຈະພັດທະນາລາວ ເຮົາໃຫ້ພັດທະນາໄປຕາມຄັນລອງຄອງແນວທາງອັນຖືກຕ້ອງຂອງພັກ ແລະລັດໄດ້.
- ສະນັ້ນ, ພາຂອງລາວ ຈຶ່ງມີຄວາມສຳຄັນສຳລັບຄົນລາວ ຫາກຊາດອື່ນສາມາດອ່ານ ຂຽນ ແລະເຂົ້າໃຈພາສາລາວໄດ້ດີ ນອກຈາກເຂົາຈະເຂົ້າໃຈຄົນລາວ ແລ້ວຍັງສາມາດລົດຜ່ອນຄວາມເຄັ່ງຕືງໃນບັນຫາ ຄວາມບໍ່ຮູ້ບໍ່ເຂົ້າໃຈກັນກັນ.
- ນ້າທີ່ຂອງພາສາ ແລະອັກສອນ ແມ່ນເພື່ອການສື່ສານລະຫວ່າງຜູ້ສົ່ງກັບຜູ້ຮັບ ໂດຍອາໄສວັດຈະນະພາສາ ແລະອັກຂະຣະພາສາເປັນເຄື່ອງ ມີຄວາມຮູ້ຄວາມເຂົ້າ ໃຈຢ່າງໃດຢ່າງໜຶ່ງທີ່ຜູ້ສົ່ງຢາກສົ່ງສານໄປ, ເຖິງວ່າຜູ້ສົ່ງສານຈະສົ່ງດີປານໃດ ໃຊ້ຄວາມເວົ້າ ແລະວັດຖຸປະສົງດີປານໃດກໍຕາມ ຮູ້ຮັບບໍ່ສາມາດຮັບຂ່າວສານນັ້ນໄດ້ ກໍໄຮ້ຄ່າ ຍັງບໍ່ເທົ່ານັ້ນຍັງສາມາດຕີຣາຄາ ສິ່ງເປັນເລື່ອງຜິດ ແລະເສັຍຫາຍອີກຕ່າງຫາກ ດັ່ງທີ່ເຮົາເຄີຍໄດ້ຮັບບົດຮຽນຈາກຜົນກະທົບການແຕະຕ້ອງກັນເລື່ອງພາສາ ລະຫວ່າງໄທຍ໌-ລາວ ເຊິ່ງທາງຝ່າຍໄທຍ໌ຫາວ່າ ພາສາລາວບໍ່ສຳນວນ ແລະຕີຄາຄາພາສາລາວໄປໃນທາງຜິດໆ ອັນນັ້ນເພາະເຫດໃດ ? ກໍເພາະລະດັບຄວາມຮັບຮູ້ຂອງ ຄົນໄທຍ໌ທີ່ມີຕໍ່ພາສາລາວຢູ່ໃນລະດັບຕ່ຳນັ້ນເອງ ຈື່ງເກີດມີບັນຫາດັ່ງກ່າວ ອັນນີ້ເພາະເຫດໃດ ? ກໍເພາະວ່າເຮົາບໍໄດ້ເຜີຍແຜ່ ແລະສົ່ງເສີມພາສາຂອງຕົນໃຫ້ກວ້າງຂວາງ ສາມາກໃຫ້ຄົນອື່ນຮູ້ ແລະເຂົ້າໃຈພາສາຂອງເຮົາຢ່າງເລີກເຊິ່ງ ເຖິງວ່າພາສາລາວເອງ ຈະມີອິດທິພົນຕໍ່ສັງຄົມໄທຍມາກ່ອນກໍຕາມ ເຊັ່ນຄົນລາວອົບພະຍົບໄປຢູ່ໄທຍ໌ໃນ ເມື່ອ ໒໐໐ ປີ ແລະຄົນອີສານໃນພາກອີສານຂອງໄທຍ໌ ແລະຄົນລ້ານນາຈະໄດ້ພັດທະນາຢູ່ໃນໄທຍ ສົ່ງຜົນຕໍ່ການປ່ຽນແປງ ແລະພັດທະນາພາສາໄທຍ໌ທຸກລະບົບຄວາມ ເວົ້າ ແລະຄວາມໝາຍ ແຕ່ການເຂົ້າໄປຊົງອີດທິພົນຂອງພສາລາວບັນດາເຜົ່າເຫຼົ່ານີໃນໄທຍ໌ ກັບຖືກກົມກືນ ແປຮູບ ກາຍເປັນພາສາວັດທະນະທັມໄທຍ໌ທີ່ມີເອກະລັກ ໃນທີ່ສຸດພາສາ ແລະວັດທະນະທັມໄທຍ໌ ທີ່ໄດ້ຮັບອິກທິພົນຈາກພາສາ ແລະວັດທະນະທັມລາວນັ້ນໃນເມື່ອກ່ອນ ກັບມາຕີຖອຍພາສາ ແລະວັດທະນະທັມເດີມ ອັນເປັນ ພື້ນຖານວັດທະນະທັມຂອງເຂົາ ດ້ວຍລະບົບເສດຖະກິດ ສັງຄົມ ແລະວັດທະນະທັມ ຕະຫຼອດທັງການປົກຄອງທີ່ເໜືອກວ່າ ນັບແຕ່ປີ ໑໙໗໕ ເປັນຕົ້ນມາຄົນລາວຂາດ ການຕິດຕໍ່ກັບໄທຍ໌ໄລຍະໜຶ່ງ ກໍເໝືອນກັບຂາດການຕິດຕໍ່ກັບບັນດາຄົນທີ່ໃຊ້ພາສາລາວ ໃນພາກເໜືອໃນພາກອີສານຂອງໄທຍ໌ ເຮັດໃຫ້ພາໃນພາກອີສານ ຖືກແປຮູບ ປ່ຽນລະບົບໜ່ວຍສຽງ ແລະຂໍ້ຄວາມ ຫຼືຄວາມໝາຍບາງປະການ ເມື່ອຄົນລາວໄທຍ໌ ແລະພາກເໜືອ ພາກອີສານຂອງໄທຍ໌ໄດ້ກັບມາພົບກັນອີກຄັ້ງໃນໄລຍະຍຸກ ຂໍຸມູນທີ່ທັນສະໄໝ ກັບເຮັດໃຫ້ພາສາລາວໃນປະເທດລາວ ກັບພາສາລາວໄທຍ໌ພາກເໜືອພາກອີສານຂອງໄືຍປ່ຽນແປງຈາກກັນເລັກນ້ອຍ ທາງດ້ານໜ່ວຍຽງ ແລະຮູບ ປະໂຫຍກ ກໍເຮັດໃຫ້ຄົນລາວເຮົາເອງ ແຍກວ່ານັ້ນບໍ່ແມ່ນພາສາລາວ ມາເຖິງຈຸດເຮັດໃຫ້ພາສາວົງຕະ******ນລາວ ແບ່ງອອກເປັນ ໔ ພວກໃນ ໒ ປະເທດຢ່າງຂາດຂັ້ນ ແລະຈະແຈ້ງ ຄືພາສາລາວ, ພາສາໄທຍ໌, ພາສາອີສານ ແລະພາສາຄຳເມືອງ(ຂຽງໃໝ່).
- ຄວາມຈິງແລ້ວ ສຳນຽງພາສາ ແລະໜ່ວຍພາສານັ້ນ ຄົນລາວມີຄວາມແຕກຕ່າງກັນຢູ່ແລ້ວ ບໍ່ທັນນັບບັນດາຄົນທີ່ເວົ້າພາສາລາວໃນບັນດາ ໕ ປະເທດອ້ອມຂ້າງລາວ ເອົາສະເພາະພາສາທີ່ເວົ້າກັນໃນລາວເຮົານີ້ມີຫຼາຍສຳນຽງສຽງເວົ້າ ທັງຮູບປະໂຫຍກ ດັ່ງທີ່ເຮົາຮັບຮູ້ນຳກັນຢູ່ແລ່້ວວ່າ ທີ່ເມືອງລາວເຮົາແບ່ງເຂດພາອອກ ເປັນ ໓ ເຂດ ພາຄື ພາສາລາວກາງ, ພາສາລາວເໜືອ, ພາສາລາວໃຕ້ ໃນແຕ່ລະພາກ ຫຼືແຕ່ລະເຂດຂອງພາສານັ້ນ ຍັງມີພາສາໜ່ວຍຫຍ່ອຍທີ່ເປັນສຳນຽງສະເພາະຂອງ ແຕ່ລະກຸ່ມຄົນອີກ ເຊັ່ນໃນພາສາພາກໃຕ້ໃນ ໕ ແຂວງ ເຊັ່ນພາສາສະຫວັນ ກໍະມີສຳນຽງຕ່າງຫາກ ຮູບປະໂຫຍກບາງຮູບກໍມີສຽງຕ່າງຫາກ, ສາລະວັນເອງກໍມີ ສຽງນຽງກັນກັນອອກໄປ ອີກ ໒-໓ ແບບ, ພາສາໃນປາກເຊ ຈຳປາສັກ ປາກຊ່ອງ ອັດຕະປື ກໍມີສຳນຽງສຽງເວົ້າແຕກຕ່າງກັນອອກໄປ ເວົ້າສະເພາະໃນ ເມືອງໂຂງເອງ ກໍມີສຳນຽງສຽງເວົ້າແຕກຕ່າງກັນອອກໄປ ໒-໓ ສຽງ ອີກເຊັ່ນກັນ ນັ້ນຄືສຸນທະຣິຍະພາບຂອງສຳນວນ ສຳນຽງ ແລະເຄົ້າໂຄງປະໂຫຍກ ຂອງພາສາລາວເຖິງມີຄວາມ ຫຼາກຫຼາຍ ແຕ່ນັ້ນກໍຄືພາສາລາວ ເຖິງແມ່ນຄົນທີ່ເວົ້າພາສາລາວຢູ່ນອກປະເທດກໍຕາມ ຈະເວົາດ້ວນສຳນວນສຳນຽງໃດກໍຕາມ ຫາກເວົ້າສຽງເໝືອນຄົນລາວໃນບັນ ດາທ້ອງຖີ່ນນັ້ນ ກໍແມ່ນເຂົາເວົ້າພາສາລາວທັງນັ້ນ ເຊັ່ນຄົນທີ່ເວົ້າພາສາລາວໃນຊຽງແຕງ ລັດຕະນະຄີຣີ ເຖິງເຂົາຈະມີຮູບປະໂຫຍກ ແລະໜ່ວຍຽງຕ່າງໄປຈາກ ສຽງວຽງຈັນ ຫຼືສຽງປາກເຊ ກໍບໍ່ໄດ້ໝາຍວ່າເຂົາເວົ້າພາສາຂະເໝນນັ້ນເອງ.
- ສະນັ້ນ ເຖິງເວລາແລ້ວບໍ ? ທີ່ຈະເອົາໃຈໃສ່ພັດທະນາພາສາຂອງເຮົາຢ່າງຈິງຈັງ ຈະເອົາຮູບ ຫຼືລັກສະນະໃດ ກໍໃຫ້ເອົາກັນຈິງໆ ຈັງໆ ກ່ອນທີ່ມັນກະສວາຍເກີນ ແກ້ ເພາະເມື່ອເປີດວິທະຍຸຄັ້ງໃດ ທັງໆທີ່ບໍ່ແມ່ນວິທະຍຸລາວ ກໍຍັງມີສຽງຄົນລາວແບບແປກໆ ທັງຊື່ທຸລະກິດ ສັງຄົມ ແລະວັດທະນະທຳໄປໂຄສະນາຢູ່ໃນສະຖານີນັ້ນ ອັນນີ້ເຖິງເວລາທີ່ຄວນສຶກສາວິໄຈກັນແລ້ວຫຼືບໍ່ ?

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໑ ກະທູ້
໕໗໔ ໂພສ
ຊຳນານການເວັບບອດ
na ja therng ve la leo..

ຈຸດຢືນຂອງຄົນເຮົາແມ່ນ...ຝາ....

໕ ກະທູ້
໑໐໐ ໂພສ
ນັກການກະທູ້
ໄວ້ມື້ໜ້າຊິມາອ່ານຕໍ່ ຍາວໂພດ ອ່ານບໍ່ໝົດເທື່ອ ງິງິ

ຂ້ອຍແມ່ນ in2on!!

໑໐ ກະທູ້
໔໕໙ ໂພສ
ຊຳນານການເວັບບອດ
ຖືກຕ້ອງທີ່ສຸດ

ຊີວິດລິຂິດເອງ noOK

໓ ກະທູ້
໑໙໓ ໂພສ
ນັກການກະທູ້
ar bor tun mot tae kor ment hai kum lung jai kon kien
sout yot....


໓໐ ກະທູ້
໗໕໑ ໂພສ
ຊຳນານການເວັບບອດ
ຝາກໄວ້ກອ່ນ ມີ້ອື່ນອ່ານຕໍ່

ຊາຕານ ຄົງມີຄວາມຮັກແທ້ຖ້າຢູ່ໃນ ດີນແດນໃດຈັກແຫ່ງ

໓໐ ກະທູ້
໗໕໑ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ SATAN ຂຽນວ່າ...
ຝາກໄວ້ກອ່ນ ມີ້ອື່ນອ່ານຕໍ່


ຊາຕານ ຄົງມີຄວາມຮັກແທ້ຖ້າຢູ່ໃນ ດີນແດນໃດຈັກແຫ່ງ

໑ ກະທູ້
໕໗໔ ໂພສ
ຊຳນານການເວັບບອດ
ຖືກຕ້ອງທີ່ສຸດ

ຈຸດຢືນຂອງຄົນເຮົາແມ່ນ...ຝາ....

໑໑ ກະທູ້
໔໐໔ ໂພສ
ຊຳນານການເວັບບອດ
sood yod Ajarn , PHA SA BOK KUAM PEN XAD dai dee thee sood.

ເຮັດຜິດຊ້ຳຊາກໃນເລຶ່ອງດຽວກັນ.....ເຮົາຄືຄົນໂງ່

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ພາສາບອກຊາດ ມາຣະຍາດບອກຕະ******ລ ແມ່ນແລ້ວ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໙ ກະທູ້
໒໘໘ ໂພສ
ນັກການກະທູ້
ນັບຖືເລີຍ ທ່ານອະລິຍາ.ເວົ້າໄດ້ຄັກຫຼາຍ.
ໂດຍສະເພາະຄວາມຮັບຮູ້ຂອງຄົນຕ່າງປະເທດ(ໃກ້ບ້ານເຮົາ).
ທີ່ມີຄວາມຮັບຮູ້ກ່ຽວກັບເຮົາໜ້ອຍຫຼາຍ,ຈົນບາງຄັ້ງວ່າເຮົາເປັນບ້ານປ່າເມືອງເຖຶ່ອນ.
ບໍ່ແປກໃຈເລີຍ. ເພາະອາໃສການບອກເລົ່າຈາກຄົນອື່ນຕໍ່ໆໆກັນ(ຈາກຂ່າວອອນໄລ)
ແຕ່ບໍ່ໄດ້ຮູ້ຈາກຕົວຈິ່ງ(ບໍ່ເປີດຄວາມຮູ້ສຶກໃຫ້ມັນກວ້າງ,ຄິດວ່າໃນແງ່ຂອງຕົນເອງແລະການໄດ້ຍິນມາຈາກປາກຄົນອື່ນ)ເລີຍກ່າຍເປັນການດູຖູກປະເທດທີ່ດ້ອຍກວ່າຕົນເອງ ແລະໄປເຫິຕາມກະແສປະເທດທີ່ເຂົາພັດທະນາ,
(cOPYເຂົາເຈົ້າມາ,ແຕ່ລືມສັງເກດວ່າປະເທດຕົນບໍ່ໄດ້ເໝາະສົມຄືປະເທດອື່ນ ເລີຍກາຍເປັນນຳອັນສິ່ງບໍ່ດີເຂົ້າມາສັງຄົມຕົນເອງຊຳ). ຄວາມຮັບຮູ້ເຂົາມີໜ້ອຍຫຼາຍຖ້າທຽບກັບຄົນລາວເຮົາ
ເພາະລາວຍັງຮູ້ວ່າການດຳລົງຊີວິດຂອງຄົນອື່ນທີ່ຢູ່ຕ່າງປະເທດເປັນແນວໃດ.

ຈະເຫັນໄດ້ວ່າເລື່ອງທີ່ບໍ່ໜ້າເປັນເລື່ອງ,ກະຍັງເປັນເລື່ອງຈົນໄດ້.ເລື່ອງhI5 ທີ່ປະເທດອື່ນຫຼິ້ນມາກັນເປັນບັກຫຼາຍໆໆປີກະບໍ່ເຫັນຊິເຫດລອກກັນໄປເຮັດສິ່ງບໍ່ດີ,ແຕ່ປະເທດຕ່າງເອງກັບມີເຫດການຂາຍບໍລິການທາງເພດທາງhi5ດັ່ງກ່າວ. ຈົນກາຍເປັນຂ່າວໃຫຍ່ໂຕ. ເລື່ອງບໍ່ໜ້າຈະເປັນເລື່ອງກະເລີຍໄດ້ເປັນເລື່ອງຍ້ອນ.

ແມ່ນຫຍັງ,ເປັນຫຍັງ,ເລື່ອງຫຍັງ,ອິສັງ.....ໃຜຊິໄປຮູ້ຈັກ,ຫ໋ວະ!!!!!!

໙ ກະທູ້
໒໘໘ ໂພສ
ນັກການກະທູ້
ແຕ່ປະເທດ(ໃກ້ບ້ານເຮົາ)ກັບມີເຫດການຂາຍບໍລິການທາງເພດທາງhi5ດັ່ງກ່າວ. ຈົນກາຍເປັນຂ່າວໃຫຍ່ໂຕ. ເລື່ອງບໍ່ໜ້າຈະເປັນເລື່ອງກະເລີຍໄດ້ເປັນເລື່ອງຍ້ອນ.

***** ຖ້າມີຫຍັງຜິດພາດກະຂໍອະໄພ ໝູ່ເພື່ອນເດີ.

ແມ່ນຫຍັງ,ເປັນຫຍັງ,ເລື່ອງຫຍັງ,ອິສັງ.....ໃຜຊິໄປຮູ້ຈັກ,ຫ໋ວະ!!!!!!

໒ ກະທູ້
໑໑໓໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
กานอ่านแม่นความรู้รอบโต


໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
- ແມ່ນແລ້ວ November ການອ່ານເປັນບໍ່ເກີດຂອງປັນຍາ ຫາກອ່ານແລ້ວຍັງໂງ່ຢູ່ ຄົນອ່ານນັ້ນເຕັມໄປດ້ວຍກິເລສ
- VS ອັນນີ້ກະແມ່ນຄືກັນ ແຕ່ບໍ່ແມ່ນທັງໝົດ ນອກຈາກເປັນຄວາມຮູ້ຮອບໂຕແລ້ວ ຍັງເປັນຄວາມກົງຕົວດ້ວຍ, ຫາກຜູ້ອ່ານ ບໍ່ອ່ານ ຫຼືບໍ່ສຶກສາໂດຍ ຮອບ ກໍກາຍເປັນຄວາມຮູ້ "ຫຼອກຕົວກໍໄດ້" ດັ່ງ ທ່ານ November ວ່າມາເທິງນັ້ນ.

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ດີໆໆໆ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໗ ກະທູ້
໑໑໑ ໂພສ
ນັກການກະທູ້
ເຫັນຫຼາຍໂພດຄ້ານອ່ານ ອ່ານແຕ່ຫົວຂໍ້ກໍ່ຄົງຈະພໍລະ

ຢູ່ເສີຍໆກະງາມ/ຫລໍ່ແລ້ວ

໑໐໘ ກະທູ້
໒໒໖໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຍາວ ກວ່າ ເສັ້ນ ທາງສະຫັວນ ວຽງຈັນ ອີກ ເນາະ

ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ

໒໕ ກະທູ້
໒໘໘໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໂດຍຍຍ ການອ່ານມີຄວາມສຳຄັນອະຫຼີ

ປ.ລ ຂຽນບໍ່ຖືກຫຼາຍຄຳເດີ້ທ່ານ ຂຽນຍາວຫຼາຍເລີຍສັບສົນບໍ່ນໍ້ ອິອິ

I believe in the IMPOSSIBLE

໐ ກະທູ້
໒໔໘ ໂພສ
ນັກການກະທູ້
ຍັງອ່ານບໍ່ໝົດຊ້ຳ ມື້ໜ້າຊິເຂົ້າມາອ່ານຕໍ່