ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ພາສາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ພາສາ » ອັນນີ້ກະແມ່ນເຂົາຫຼິ້ນສຳບັດສຳນວນ(ເລື່ອງຈິງ)

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
- ວັນໜຶ່ງພະນັກງານສູນກາງລົງໄປສຳຫຼວດເບິ່ງຊ່ອງທາງ ແລະຄວາມເປັນໄປໄດ້ ທີ່ຈະສ້າງຂົວຂ້າມໃສ່ດອນ ການເຮັດຖນົນ ແລະການດຶງໄຟເຂົ້າບ້ານເດື່ອ, ພະນັກງານ ເຕົ້າໂຮມ ປະຊາຊົນມາຊຸມນຸມຫຼວງຫຼາຍທີ່ສາລາວັດ ເພື່ອເຜີຍແຜ່ເອກະສານ ຈົນຮອດເວລາເພນເປັນເວລາຮັບປະທານອາຫານທ່ຽງ ປະຊາຊົນ ພ້ອມທັງຄະນະບ້ານກໍກັບບ້ານໝົດ ຍັງເຫຼືອແຕ່ພະນັກງານທີ່ມາ ຈາກສູນກາງ ແລະໃນນັ້ນກໍຍັງມີພໍ່ເຖົ້າໝັ້ນ ທີ່ບໍ່ເມືອກຳລັງນັ່ງກິນເຂົ້າເຫຼືອເພນຄຣູບາຢູ່ ຈ້ວຍກ້ວຍໆໆໆ.

- ເລີຍເວລາເພນໄປແລ້ວ ບໍ່ເຫັນຄົນນຳອາຫານມາສົ່ງພະນັກງານຈັກຄົນເລີຍ ທາງພະນັກງານກໍຄອງຄອຍຢູ່ຈົນທ້ອງເລີ່ມຮ້ອງຈັບໄກ່ ເບິ່ງໂມງກໍໃກ້ຮອດບ່າຍໂມງແລ້ວ ພະນັກ ງານທັງໝົດຈຶ່ງໂສກັນວ່າ ບ໊ະສັງມາແປກແທ້ບ້ານນີ້ ບໍ່ເຫັນເອົາເຂົ້າປາອາຫານມາສົ່ງພະນັກງານ ພໍ່ເຖົ້າໝັ້ນ ກໍຍ່າງໄປຫາພະນັກງານເຫຼົ່ານັ້ນ ພະນັກງານຈາກສູນກາງກໍຖາມພໍ່ເຖົ້າ ໝັ້ນ ພ້ອມທັງຢາກຮ້າຍວ່າ ວ່າ

ພະງັກງານ: "ພໍ່ເຖົ້າ...ຄະນະບ້ານໄປໃສໝົດ".
ພໍ່ເຖົ້າໝັ້ນ: ເຂົາໄປກິນເຂົ້າ ຢູ່ບ້ານເຂົາພຸ້ນແລ້ວລູກເອີຍ"
ພະນັກງານ: ເຂົາຄືບໍ່ເຫັນເອົາເຂົ້າມາສົ່ງພະນັກງານເນາະ"
ພໍ່ເຖົ້າໝັ້ນ: ເຫັນເຂົາບອກວ່າ ພະງານນີ້ມີອັດຕາກິນ ກໍເລີຍນຶກວາພະນັກງານກິນອັດຕາ ບໍ່ກິນເຂົ້າເລີຍບໍ່ໄດ້ເອົາເຂົ້າມາສົ່ງ.
ພະນັກງານ: ບ໊ະ...ພວກເຮົາຫິວແລ້ວລະມື້ນີ້ ໃຜມີຫຍັງກິນກໍຫາກິນໄປກ່ອນ ມື້ແລງຕ້ອງວ່າກັນໃໝ່.

ພໍຕົກຕອນ ໒ ໂມງ ເປັນເວລາປະຊຸມໂມງແລງ ປະຊາຊົນກໍກັບມາຍັງວັດຢ່າງຫຼວງຫຼາຍທັງນ້ອຍທັງໃຫຍ່, ພໍຕົກຕອນແລງມາ ກໍເປີດກອງປະຊຸມກັນຕໍ່ ກ່ອນເປີດປະຊຸມ ແຕ່ພະນັກງານກໍເວົ້າໃສ່ໄມ ຕິຕຽນຊາວຄະນະບ້ານ ແລະຊາວບ້ານວ່າ "ພວກເຮົາໄປບ່ອນໃດກໍບໍ່ເຄີຍຫິວເຂົ້າ ບາດມາຮອດບ້ານເດື່ອກັບວ່າມາຫິວເຂົ້າເພນ".
ຈຶ່ງເວົ້າຕໍ່ໄປວ່າ:

- ພະນັກງານ: "ເປັນຫຍັງທ່ານບໍ່ເອົາເຂົ້າມາສົ່ງພະນັກງານ, ຂະນະນັ້ນເອງ ພໍ່ເຖົ້າໝັ້ນກໍລຸກຂຶ້ນ ແລ້ວຂໍໄມນຳພະນັກງານແລ້ວເວົ້າວ່າ"
- ພໍ່ເຖົ້າໝັ້ນ: "ພວກທ່ານບໍ່ແມ່ນພະນັກງານ, ພວກທ່ານເປັນພະນັກເວົ້າ ແລ້ວມາກິນເຂົ້າກັບພະນັກງານ, ພວກຂ້າພະເຈົ້າເປັນພະນັກງານຕົວຈິງ ທ່ານເປັນພຽງ ພະນັກເວົ້າ".

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໐ ກະທູ້
໙໖ ໂພສ
ຂາປະຈຳເວັບບອດ
herher

IlOvECompUteR

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ພະນັກເວົ້າ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໒ ກະທູ້
໙໐ ໂພສ
ຂາປະຈຳເວັບບອດ
ຮະ ຮະ ຮະ ຕະຫຼົກເນາະ

<td>
<a href="linkout.php?referal=http://istorelao.com" target="_blank"><img src="http://img.laoupload.com/images/0tmwxnslwc9c30g4dbp.jpg" onload="thumbImg(this)" alt="" width="430" height="88"><br>
ແນະນຳເວບມືຖືຂອງຄົນລາວເພື່ອຄົນລາວ</a></td>

໑໐ ກະທູ້
໒໖ ໂພສ
ຂາປະຈຳເວັບບອດ
ພໍ່ເຖົ້າໝັ້ນ
u sai ?  xi pai ha

Ph.D Poumy

໒໑ ກະທູ້
໒໕໙ ໂພສ
ນັກການກະທູ້
555

Quad core QX9770@3.2Ghz OC 4.5Ghz l Rampage Fomular X48 l 8G HyperX DDR2 1066mhz Native FBS 1333l ATI HD4850 DDR3 512mb OC 1100 mhz / be quiet! BQT E6-600W COOLER: Corsair H70

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
555555555555555555555

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ PhD ຂຽນວ່າ...
ພໍ່ເຖົ້າໝັ້ນ
u sai ?  xi pai ha



ໂອ...........ເພີ່ນຢູ່ບ້ານເດື່ອ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໗ ກະທູ້
໑໐໑ ໂພສ
ນັກການກະທູ້
ຂ້າງບ້ານເຮົານີ້ຕົວະ ຕູ້ໝັ້ນນີ້

*ความรู้ คือ อำนาจ**ถ้าไม่โง่ก่อน แล้วจะฉลาดได้ิอย่างไร*

໑ ກະທູ້
໔໖ ໂພສ
ຂາປະຈຳເວັບບອດ
ດີ ສົມມັນ ມາເວົ້າຕິຄົນອື່ນເຮັດຫຍັງ


໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Lucifer ຂຽນວ່າ...
ດີ ສົມມັນ ມາເວົ້າຕິຄົນອື່ນເຮັດຫຍັງ


ບໍ່ຈັກຊິຕອບກະທູ້ນີ້

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໙ ກະທູ້
໒໘໘ ໂພສ
ນັກການກະທູ້
ເໜືອຄຳບັນຍາຍເລີຍ ສຸດຍອດເດີ ພີ່ນ້ອງ

ແມ່ນຫຍັງ,ເປັນຫຍັງ,ເລື່ອງຫຍັງ,ອິສັງ.....ໃຜຊິໄປຮູ້ຈັກ,ຫ໋ວະ!!!!!!

໙ ກະທູ້
໒໘໘ ໂພສ
ນັກການກະທູ້
ເໜືອຄຳບັນຍາຍເລີຍ ສຸດຍອດເດີ ພີ່ນ້ອງ

ແມ່ນຫຍັງ,ເປັນຫຍັງ,ເລື່ອງຫຍັງ,ອິສັງ.....ໃຜຊິໄປຮູ້ຈັກ,ຫ໋ວະ!!!!!!

໐ ກະທູ້
໑ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
Sabiadee ,
Just want to know what kind of internet you using in lao, are they dial up or hight speed


໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
hight speed

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໒ ກະທູ້
໑໘໘ ໂພສ
ນັກການກະທູ້
ເອົ້າ

ຄຳຂໍໂທດອາດຈະບໍ່ໄດ້ຮັບການອະໄພສະເໝີໄປ

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເອົ້າອັນໃດ ?

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໔໒ ກະທູ້
໗໙໐ ໂພສ
ຊຳນານການເວັບບອດ
ຄືສິແມ່ນ ອິໆໆໆໆໆໆໆໆໆ

K.Soubandith

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ TTXNOTE ຂຽນວ່າ...
ຄືສິແມ່ນ ອິໆໆໆໆໆໆໆໆໆ


ແມ່ນອິຫຍັງນໍ ?

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໕ ກະທູ້
໒໗໓໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ວ່າຊັ້ນ
ພະນັກງານເວົ້າ



໔໑ ກະທູ້
໘໔໘ ໂພສ
ຊຳນານການເວັບບອດ
ຕະລົກ ປົນຕົວະ ຄັນບໍ່ຕົວະກາບໍ່ຕະລົກ ແຕ່ວາເປັນເລື່ອງຈິງວ່າຊັ້ນເພິ່ນຂຽນ