ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ພາສາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ພາສາ » ເປັນຫຍັງເພິ່ນຈຶ່ງບໍ່ອະນຸຍາດໃຫ້ຮ້ອງເພງ...

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>

໑໔ ກະທູ້
໓໐໑ ໂພສ
ຊຳນານການເວັບບອດ
ຂ້ອຍຈື່ໄດ້ວ່າຕອນຍັງນ້ອຍຂ້ອຍໄປຮຽນບໍ່ທັນກະເລີຍຖືກລົງໂທດດ້ວຍການໃຫ້ຮ້ອງເພງເຊິ່ງຕອນນັ້ນຍັງຮຽນຢູ່
ຊັ້ນປະຖົມປໍ3ຢູ່. ຕອນທຳອິດດ້ວຍຄວາມເຂີນອາຍກະເລີຍບໍ່ທັນຢາກກ້າຮ້ອງໜ້າກະເລີ້ມແດງເນື່ອງຈາກຄວາມເຂີນອາຍ
ຕອນຍັງນ້ອຍຂ້ອຍກະຈັກອາຍເປັນຄືກັນໃດ໋..ພໍໃຫຍ່ມາລະບໍ່ຈັກອາຍ..ເອີຍ..ບໍ່ແມ່ນ. ອະພໍລະເຂົ້າເລື້ອງເລີຍສາ..555

ຕອນນັ້ນນາຍຄູໃຫ້ສິດໃຫ້ອຳນາດໄດ້ຮ້ອງເພງອີຫຍັງກະໄດ້. ບໍ່ແມ່ນຂອງ LOG ໃດ໋ຕອນນັ້ນຍັງບໍ່ທັນມີ LOG. ເພງອີຫຍັງກະໄດ້ຫ້ນນະແຕ່ບໍ່ແມ່ນຂອງ LOG . ແລະອີກຢ່າງໜື່ງເພິ່ນວ່າຄັນມີຄວາມສາມາດຢາກຮ້ອງເພງສາກົນ..
ກະຮ້ອງໄດ້ເດີ.ດ້ວຍຄວາມດີໃຈທີ່ຈະໄດ້ຮ້ອງເພງທີ່ຕົນມັກກຳລັງອ້າປາກຊິເວົ້ານາຍຄູກະຂັດຈັງຫວະປັບໂລດ
ວ່າບໍ່ໄດ້..ຂ້ອຍກະວ່າ..ອ້າວ! ບໍ່ທັນໄດ້ເວົ້າຫຍັງຊ້ຳມາວາບໍ່ໄດ້ຊະງັ້ນ.

ນາຍຄູວ່າຮູ້ແລ້ວລະວ່າເຈົ້າຊິຮ້ອງເພງໄທຫັ້ນ. ຮ້ອງບໍ່ໄດ້ກາຍນັ້ນຮ້ອງໄດ້ໝົດ.! ຕອນນັ້ນພາສາຕ່າງປະເທດກະ
ເວົ້າໄດ້ແຕ່ພາສາດຽວຄືພາສາໄທ (ຂ້ອຍກະເກັ່ງຄືກັນໄດ໋ຂ້ອຍເວົ້າໄດ້ 555). ກະເລີຍສົງໃສຈຶ່ງຖາມວ່າ..ອ້າວ!ນາຍຄູ
ເປັນຫຍັງຈຶ່ງຮ້ອງບໍ່ໄດ້ເພງໄທກະເພງສາກົນຄືກັນ..ນາຍຄູ່ຊ້ຳພັດຮ້ອງໃສ່ຂ້ອຍວ່າ ກະຍັງວ່າບໍ່ໄດ້ບໍ່ໄດ້ ເອ໋! ຂ້ຽວຮ້ອງ
ໄວໆເອົາເພງຫຍັງກະເອົາແຕ່ບໍ່ໃຫ້ເອົາເພງໄທ. ກະຢືນເກົາຫົວຄາວໜຶ່ງ (ບໍ່ໄດ້ມີເຫົາໄດ໋ເກົາສຶສື່ຂ້ອຍບໍ່ໄດ້ສົກກະປົກ)
ບໍ່ຮູ້ຈັກຊິຮ້ອງເພງຫຍັງ ບຸ໋!. ເພງທີ່ຂ້ອຍຮູ້ແນ່ຄຸ້ນແນ່ກະມີແຕ່ເພງດອກຈຳປາແລະເພງຊາດ. ເພງດອກຈຳປາກະຮ້ອງບໍ່
ໄດ້ຊ້ຳສຸດທ້າຍກະເລີຍໄດ້ຮ້ອງເພງຊາດລາວ.ໄຄແນ່ຮ້ອງແລ້ວເຂົາກະຕົບມືໃຫ້ຢູ່.ເລື່ອງທີ່ເລົ່າມານັ້ນເປັນເລື່ອງຈິງອີຫຼີ.
ນັບແຕ່ນັ້ນມາຈົນຮອດປັດຈຸບັນນີ້ຍັງບໍ່ທັນຮູ້ເທື່ອວ່າສິ່ງດັ່ງກາວປ່ຽນແປງລະບໍ່?
ຄັນບໍ່ທັນປ່ຽນລະເປັນຫຍັງຈຶ່ງບໍ່ໃຫ້ຮ້ອງເພງໄທ?

ເທບແຫ່ງພາສາລາວ

໐ ກະທູ້
໑໐໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
555555+ ເກັ່ງແລ້ວແລະທີ່ສາມາດຮ້ອງເພງໄທໄດ້ນະ
ຂ້ອຍເອງອ່ານໄທກະຍັງບໍ່ເປັນຊ້ຳຕອນນັ້ນ ເພາະວ່າຫັດອ່ານເນື້ອຮ້ອງ Rapter ຢູ່

໑໔ ກະທູ້
໓໐໑ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ nuiiijang ຂຽນວ່າ...
555555+ ເກັ່ງແລ້ວແລະທີ່ສາມາດຮ້ອງເພງໄທໄດ້ນະ
ຂ້ອຍເອງອ່ານໄທກະຍັງບໍ່ເປັນຊ້ຳຕອນນັ້ນ ເພາະວ່າຫັດອ່ານເນື້ອຮ້ອງ Rapter ຢູ່

ຂ້ອຍຮ້ອງໄດ້ຢູ່ ເພາະເບິ່ງໃນໂທລະທັດໄທເດ.

ເທບແຫ່ງພາສາລາວ

໑໔ ກະທູ້
໓໐໑ ໂພສ
ຊຳນານການເວັບບອດ
ຕອບໃຫ້ແນ່ບໍ່ຕ້ອງຢ້ານໄປຜິດການເມືອງດອກ. ປະຊາຊົນເປັນເຈົ້າຢູ່ແລ້ວ 555. ປະຊາຊົນໃຊ້ສິດອອກຄຳເຫັນໄວໆ ^^

ເທບແຫ່ງພາສາລາວ

໐ ກະທູ້
໑໐໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຕອນນັ້ນ ບໍ່ໄດ້ສົນໃຈກັບໂທທັດໄທປານໃດ
ສົນໃຈແຕ່ ຈອນນີ້ ຫຼຸຍ ນະ

໑໔ ກະທູ້
໓໐໑ ໂພສ
ຊຳນານການເວັບບອດ
ຈອນນີກັບຫຼຸຍວະ..ເອີ.ຂ້ອຍກະມັກຄືກັນ. ບໍ່ສົນກັບໂທລະທັດໄທລະເຈົ້າເຫັນຈອນນີ້ ຫຼຸຍ ໄປໂຜ່ຢູ່ຊ້ອງໃດ. ບໍ່ໄດ້ເບິ່ງຂະເຈົ້າໃນໂທລະທັດວ່າຊັ້ນ.

ເທບແຫ່ງພາສາລາວ

໓໒ ກະທູ້
໒໓໘໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄືບໍ່ຖາມເພີ່ນເບິ່ງ

໑໓ ກະທູ້
໑໑໕໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມັນເປັນເລື່ອງທີ່ລະອຽດອ່ອນຫລາຍ ຮ໋ະໆ

ທ້າວທອງໃສ

໐ ກະທູ້
໒໘ ໂພສ
ຂາປະຈຳເວັບບອດ
ເຈົ້າຈື່ໄດ້ບໍ່ວຽງຈັນຖືກເຜົາປີໃດ? ເອົາເລື່ອງນີ້ມາເວົ້າດຽວກະຜິດກັນ ເຮິເຮິ

໗ ກະທູ້
໙໔໒ ໂພສ
ຊຳນານການເວັບບອດ
ຂ້ອຍກໍ່ຢາກຮູ້ຄືກັນ ວ່າຈັງໃດຜູ້ຮູ້ມາຕອບແນ່ເດີ້

ຄົນອືນຫລອກບໍເຈັບເທົ່າຕົວເອງຫລອກຕົວເອງ

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ຮູ້ ເພາະບໍ່ໄດ້ຜ່ານ ປະສົບການນີ້ມາກ່ອນ.
ເຫັນໃຈ!!

໑໕ ກະທູ້
໒໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ apl ຂຽນວ່າ...
ເຈົ້າຈື່ໄດ້ບໍ່ວຽງຈັນຖືກເຜົາປີໃດ? ເອົາເລື່ອງນີ້ມາເວົ້າດຽວກະຜິດກັນ ເຮິເຮິ

ລາວເກີດບໍ່ທັນດອກ..

.........ການຮັບວ່າຕົນເອງເອງຜິດແລະຮູ້ຈັກຂໍໂທດຄືສິ່ງທີ່ມີກຽດ ການແກ້ໂຕເປັນເລື່ອງຂອງຄົນໂງ່ທີ່ຄິດວ່າຄົນອື່ນໂງ່...........

໒໐ ກະທູ້
໑໓໖໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໜ້າຈະຮ້ອງໄດນາເພັງໄທນາ ເຮົາກໍ່ສາມາດຮ້ອງເພັງວຽດເພັງຈີນຍັງໄດ້ ພາສາໄທກໍ່ແມ່ນພາສາຕ່າງປະເທດຄືກັນ
ເຮັດແນວນີ້ມັນບໍ່ຖືກຕ້ອງປານໃດ ເຂົາເຈົ້າກາຮ້ອງເພັງລາວບາດວ່າລາວແບນເພັງໄທ.

ເອົາເມຍຈົນແຕ່ໃຈດີ ດີກວ່າເອົາເມຍເສດຖີທີ່ຄິດທໍລະຍົດ
ຄຣິກຫາປະໂຫຍກກິນໃຈບ່ອນນີ້ ຢ່າລໍຊ້າ

໒໐ ກະທູ້
໑໓໖໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ PNT ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ apl ຂຽນວ່າ...
ເຈົ້າຈື່ໄດ້ບໍ່ວຽງຈັນຖືກເຜົາປີໃດ? ເອົາເລື່ອງນີ້ມາເວົ້າດຽວກະຜິດກັນ ເຮິເຮິ

ລາວເກີດບໍ່ທັນດອກ..

ມັນເປັນອາດີດໄປແລ້ວ ເລື່ອງຂອງຄົນລຸ້ນຫຼັງເຮົາຄວນລືມໄປໄດ້ແລ້ວ ພໍໃຫ້ອະໄພຫາໃຫ້ອະໄພສາ ເຮົາມາຫັນໜ້າເຂົ້າຫາກັນ ສາມັກຄີກັນໃຫມ່ແລກປ່ຽນຄວາມຮັກແພງກັນຊິບໍ່ດີກ່ວາບໍ. ຄັ້ນຊິເວົ້າແລ້ວເຮົາຍັງຈົມຢູ່ໃນອາດີດຢູ່ປະເທດອື່ນເພີ່ນພັດທະນາໄປໃສໝົດແລ້ວເຮົາຍັງງົມໆທາວໆນຳເລື່ອງຂອງຄົນລູ້ນຫຼັງຢູ່ ເພີ່ນຍັງເວົ້າວ່າອາດີດບໍ່ສຳຄັນ ປະຈຸບັນສຳຄັນກວ່າ

໓໓ ໂພສ
ຂາປະຈຳເວັບບອດ
ຈັງໃດກໍ່ຮັກ

໐ ກະທູ້
໑໐໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Miniskirt ຂຽນວ່າ...
ຈອນນີກັບຫຼຸຍວະ..ເອີ.ຂ້ອຍກະມັກຄືກັນ. ບໍ່ສົນກັບໂທລະທັດໄທລະເຈົ້າເຫັນຈອນນີ້ ຫຼຸຍ ໄປໂຜ່ຢູ່ຊ້ອງໃດ. ບໍ່ໄດ້ເບິ່ງຂະເຈົ້າໃນໂທລະທັດວ່າຊັ້ນ.

555555 ວ່າຊັ້ນບາດນິ

໑໔ ກະທູ້
໓໐໑ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ juan ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ PNT ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ apl ຂຽນວ່າ...
ເຈົ້າຈື່ໄດ້ບໍ່ວຽງຈັນຖືກເຜົາປີໃດ? ເອົາເລື່ອງນີ້ມາເວົ້າດຽວກະຜິດກັນ ເຮິເຮິ

ລາວເກີດບໍ່ທັນດອກ..

ມັນເປັນອາດີດໄປແລ້ວ ເລື່ອງຂອງຄົນລຸ້ນຫຼັງເຮົາຄວນລືມໄປໄດ້ແລ້ວ ພໍໃຫ້ອະໄພຫາໃຫ້ອະໄພສາ ເຮົາມາຫັນໜ້າເຂົ້າຫາກັນ ສາມັກຄີກັນໃຫມ່ແລກປ່ຽນຄວາມຮັກແພງກັນຊິບໍ່ດີກ່ວາບໍ. ຄັ້ນຊິເວົ້າແລ້ວເຮົາຍັງຈົມຢູ່ໃນອາດີດຢູ່ປະເທດອື່ນເພີ່ນພັດທະນາໄປໃສໝົດແລ້ວເຮົາຍັງງົມໆທາວໆນຳເລື່ອງຂອງຄົນລູ້ນຫຼັງຢູ່ ເພີ່ນຍັງເວົ້າວ່າອາດີດບໍ່ສຳຄັນ ປະຈຸບັນສຳຄັນກວ່າ

ໃນສະໄໝເຈົ້າອະນຸວົງຫັ້ນວະ. ມັນເປັນປະຫວັດສາດລະເດ. ການເຮັດສົງຄາມມັນກະເປັນແບບນີ້ລະ.

ເທບແຫ່ງພາສາລາວ

໐ ກະທູ້
໑໘໖ ໂພສ
ນັກການກະທູ້
ເພາະວ່າໄທຍເປັນປະເທດທີ່ເຜົາວຽງຈັນ,ເຜົາວັດວາອາຮາມ,ປຸ້ນເອົາຊັບສິນເຄື່ອງມີຄ່າຂອງລາວໄປແລະ
ໃຫ້ຄວາມຮ່ວມມືກັບອາເມລິກາມາຕີຂ້າຄົນລາວທີ່ເຂົາເຈົ້າຮ້ອງວ່າປະເທດອ້າຍນ້ອງກັນ,
ຍ້ອນວ່າປະເທດໄທຍມັກດູຖູກລາວແລະສອນປະຫວັດສາດຜິດໆໃຫ້ຄົນໄທຍວ່າລາວເປັນເມືອງ1ຂອງໄທຍ
ມາກ່ອນ ເຮັດໃຫ້ຄົນໄທຍມັກດູຖູກຄົນລາວ ຮອດປະຈຸບັນ. ທັງໆທີ່ປະເທດຕົນເອງມາຮຸກຮານຍຶດບ້ານເມືອງລາວແທ້ໆ
ດັ່ງນັ້ນ,ຄູເຮັດຖືກແລ້ວທີ່ບໍ່ສົ່ງເສີມໃຫ້ຄົນລາວໄປຮ້ອງຫຼືເຮີ່ກັບໄທຍ.
ປ.ລ: ປະເທດອື່ນອາດຈະເຄີຍຮຸກຮານແລະຂ້າຄົນລາວຄືກັນ ແຕ່ເຂົາບໍ່ໄດ້ສອນຄົນເຂົາໃນສິ່ງທີ່ຜິດ ເຂົາກໍ່ຂຽນບອກວ່າ
ເຂົາເຄີຍຮຸກຮານຫຼືບາງປະເທດອາດຈະບໍ່ເວົ້າເຖິງເລີຍ.
ຈິງຢູ່ວ່າອະດີດແກ້ໄຂບໍ່ໄດ້ ຄວນຈະຢູ່ນຳປະຈຸບັນ, ແຕ່ໃນເມື່ອຄົນໄທຍທີ່ເຄີຍເຮັດຊົ່ວນຳລາວເຮົາຍັງບໍ່ເຊົາ
ດູຖູກລາວຄືແນວນີ້ ພວກເຮົາຄົນລາວກໍ່ຄວນມີໃຈນຳກັນ ບໍ່ຄວນສົ່ງເສີມຫຼືເຮີ່ນຳເຂົາ.

໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Miniskirt ຂຽນວ່າ...
ຕອບໃຫ້ແນ່ບໍ່ຕ້ອງຢ້ານໄປຜິດການເມືອງດອກ. ປະຊາຊົນເປັນເຈົ້າຢູ່ແລ້ວ 555. ປະຊາຊົນໃຊ້ສິດອອກຄຳເຫັນໄວໆ ^^

ປະຊາທິປະໄຕ..ມີແຕ່ໃນຊື່ປະເທດເທົ່ານັ້ນແຫຼະ..

ຂ້ອຍທັນຍຸກ D2B ນ່ະ..ມັກສຸດຯຯຯຯຯຯຯຯຯຯຯຯຯຯຯຯ

໒໐ ກະທູ້
໑໓໖໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ ozone ຂຽນວ່າ...
ເພາະວ່າໄທຍເປັນປະເທດທີ່ເຜົາວຽງຈັນ,ເຜົາວັດວາອາຮາມ,ປຸ້ນເອົາຊັບສິນເຄື່ອງມີຄ່າຂອງລາວໄປແລະ
ໃຫ້ຄວາມຮ່ວມມືກັບອາເມລິກາມາຕີຂ້າຄົນລາວທີ່ເຂົາເຈົ້າຮ້ອງວ່າປະເທດອ້າຍນ້ອງກັນ,
ຍ້ອນວ່າປະເທດໄທຍມັກດູຖູກລາວແລະສອນປະຫວັດສາດຜິດໆໃຫ້ຄົນໄທຍວ່າລາວເປັນເມືອງ1ຂອງໄທຍ
ມາກ່ອນ ເຮັດໃຫ້ຄົນໄທຍມັກດູຖູກຄົນລາວ ຮອດປະຈຸບັນ. ທັງໆທີ່ປະເທດຕົນເອງມາຮຸກຮານຍຶດບ້ານເມືອງລາວແທ້ໆ
ດັ່ງນັ້ນ,ຄູເຮັດຖືກແລ້ວທີ່ບໍ່ສົ່ງເສີມໃຫ້ຄົນລາວໄປຮ້ອງຫຼືເຮີ່ກັບໄທຍ.
ປ.ລ: ປະເທດອື່ນອາດຈະເຄີຍຮຸກຮານແລະຂ້າຄົນລາວຄືກັນ ແຕ່ເຂົາບໍ່ໄດ້ສອນຄົນເຂົາໃນສິ່ງທີ່ຜິດ ເຂົາກໍ່ຂຽນບອກວ່າ
ເຂົາເຄີຍຮຸກຮານຫຼືບາງປະເທດອາດຈະບໍ່ເວົ້າເຖິງເລີຍ.
ຈິງຢູ່ວ່າອະດີດແກ້ໄຂບໍ່ໄດ້ ຄວນຈະຢູ່ນຳປະຈຸບັນ, ແຕ່ໃນເມື່ອຄົນໄທຍທີ່ເຄີຍເຮັດຊົ່ວນຳລາວເຮົາຍັງບໍ່ເຊົາ
ດູຖູກລາວຄືແນວນີ້ ພວກເຮົາຄົນລາວກໍ່ຄວນມີໃຈນຳກັນ ບໍ່ຄວນສົ່ງເສີມຫຼືເຮີ່ນຳເຂົາ.

ປະເທດອື່ນເຂົາກໍ່ເປັນກັນທັງນັ້ນໃນອາດີດນາ ເຈົ້າເຄີຍອ່ານເລື່ອງສົງຄາມໂລກຄັ້ງທີ່ໜື່ງ ທີ່ສອງບໍ ຫຼັງຈາກແລ້ວສົງຄາມແລ້ວ ປົວແປງບາດແຜສົງຄາມແລ້ວເຂົາກໍ່ມາຫັນໜ້າພົ່ວພັນກັນແໝ້ນກວ່າເກົ່າ ແລກປ່ຽນຄວາມຮູ້ເຊີ່ງກັນ ແລະ ກັນ ຊ່ວຍເຫຼືອກັນແລະກັນ ເຫັນໄດ້ຄືບັນດາປະເທດຢູໂຣບ, ອາເມກາ ແລະ ຫຼາຍໆປະເທດທີ່ມີການພັດທະນາໄປແລ້ວ

ເອົາເມຍຈົນແຕ່ໃຈດີ ດີກວ່າເອົາເມຍເສດຖີທີ່ຄິດທໍລະຍົດ
ຄຣິກຫາປະໂຫຍກກິນໃຈບ່ອນນີ້ ຢ່າລໍຊ້າ

໒໐ ກະທູ້
໑໓໖໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເບີ່ງໃກ້ໆຄືປະເທດວຽດນາມອ້າຍນ້ອງເຮົາ ຫຼັງຈາກແລ້ວສົງຄາມອິນດູຈິນແລ້ວວຽດບໍ່ໄດ້ຄຽດຫຍັງໃຫ້ອາເມກາເລີຍ ຄົນວຽດທີ່ອອກຈາກປະເທດຕົນໄປອາໃສນຳອາເມກາ , ຝະຣັງ ( ພວກທີ່ເປັນລູກແຫຼ້ງຕີນມືອາເມກາ ) ຫຼັງຈາກສົງຄາມ*********ນສຸດວຽດບໍ່ໄດ້ລະບຸບັນຊີດຳຕໍ່ກັບປະຊາຊົນດັ່ງກ່າວເລີຍ ເຂົາສາມາດມາຢາມມາທ່ຽວໄດ້ຕາມສະບາຍເລີຍ ອັນນີ້ເວົ້າເລື່ອງການພົວພັນກັນມີຫຍັງແບ່ງປັນກັນ ການຄ້າການລົງທືນ ແລະ ການຊ່ວຍເຫຼືອຕ່າງໆ ( ການຊ່ວຍເຫຼືອບໍ່ມີສະເພາະແຕ່ປະເທດເທົ່ານັ້ນ ປະຊາຊົນຍັງໄດ້ເງີນຈາກພີ່ນ້ອງທີ່ຢູ່ຕ່າງປະເທດ ) ແລະ ອາເມກາບໍ່ໄດ້ກີດກັ້ນສີນຄ້າຫຍັງທີ່ວຽດສົ່ງຂາຍໃນອາເມກາ ຫຼື ຕະຫຼາດໂລກ ຍ້ອນແນວນີ້ແຫຼະ ລາວຫາກໍ່ໄດ້ ສິດທີການຄ້າຍົກເວັ້ນພາສີຈາກອາເມກາຍ້ອນວ່າເຮົາເຮັດດັ່ງໄທກັບລາວນີ້ແຫຼະ

ເອົາເມຍຈົນແຕ່ໃຈດີ ດີກວ່າເອົາເມຍເສດຖີທີ່ຄິດທໍລະຍົດ
ຄຣິກຫາປະໂຫຍກກິນໃຈບ່ອນນີ້ ຢ່າລໍຊ້າ

໓໑ ກະທູ້
໒໐໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຢາກຮ້ອງເພງ

໐ ກະທູ້
໑໘໖ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ juan ຂຽນວ່າ...
ເບີ່ງໃກ້ໆຄືປະເທດວຽດນາມອ້າຍນ້ອງເຮົາ ຫຼັງຈາກແລ້ວສົງຄາມອິນດູຈິນແລ້ວວຽດບໍ່ໄດ້ຄຽດຫຍັງໃຫ້ອາເມກາເລີຍ ຄົນວຽດທີ່ອອກຈາກປະເທດຕົນໄປອາໃສນຳອາເມກາ , ຝະຣັງ ( ພວກທີ່ເປັນລູກແຫຼ້ງຕີນມືອາເມກາ ) ຫຼັງຈາກສົງຄາມ*********ນສຸດວຽດບໍ່ໄດ້ລະບຸບັນຊີດຳຕໍ່ກັບປະຊາຊົນດັ່ງກ່າວເລີຍ ເຂົາສາມາດມາຢາມມາທ່ຽວໄດ້ຕາມສະບາຍເລີຍ ອັນນີ້ເວົ້າເລື່ອງການພົວພັນກັນມີຫຍັງແບ່ງປັນກັນ ການຄ້າການລົງທືນ ແລະ ການຊ່ວຍເຫຼືອຕ່າງໆ ( ການຊ່ວຍເຫຼືອບໍ່ມີສະເພາະແຕ່ປະເທດເທົ່ານັ້ນ ປະຊາຊົນຍັງໄດ້ເງີນຈາກພີ່ນ້ອງທີ່ຢູ່ຕ່າງປະເທດ ) ແລະ ອາເມກາບໍ່ໄດ້ກີດກັ້ນສີນຄ້າຫຍັງທີ່ວຽດສົ່ງຂາຍໃນອາເມກາ ຫຼື ຕະຫຼາດໂລກ ຍ້ອນແນວນີ້ແຫຼະ ລາວຫາກໍ່ໄດ້ ສິດທີການຄ້າຍົກເວັ້ນພາສີຈາກອາເມກາຍ້ອນວ່າເຮົາເຮັດດັ່ງໄທກັບລາວນີ້ແຫຼະ

ສົງຄາມສະໃໝແຕ່ກີ້ໃຜກໍ່ຂ້າກໍ່ແກງກັນແມ່ນແທ້ ແຕ່ຫຼັງສົງຄາມແລ້ວ ເຂົາບໍ່ຕົວະຄົນເຂົາແລະສອນຄົນເຂົາໃຫ້ດູຖູກ
ປະເທດທີ່ຕົນເອງໄປຂ້າໄປແກງຄືໄທຍເຮັດ ມັນຕ່າງກັນບ່ອນນັ້ນແລະ. ຊັ້ນເຈົ້າກະປ່ອຍໃຫ້ໄທຍດູຖູກເຈົ້າຕໍ່ຊະ.

໑໘ ກະທູ້
໑໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ juan ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ PNT ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ apl ຂຽນວ່າ...
ເຈົ້າຈື່ໄດ້ບໍ່ວຽງຈັນຖືກເຜົາປີໃດ? ເອົາເລື່ອງນີ້ມາເວົ້າດຽວກະຜິດກັນ ເຮິເຮິ

ລາວເກີດບໍ່ທັນດອກ..

ມັນເປັນອາດີດໄປແລ້ວ ເລື່ອງຂອງຄົນລຸ້ນຫຼັງເຮົາຄວນລືມໄປໄດ້ແລ້ວ ພໍໃຫ້ອະໄພຫາໃຫ້ອະໄພສາ ເຮົາມາຫັນໜ້າເຂົ້າຫາກັນ ສາມັກຄີກັນໃຫມ່ແລກປ່ຽນຄວາມຮັກແພງກັນຊິບໍ່ດີກ່ວາບໍ. ຄັ້ນຊິເວົ້າແລ້ວເຮົາຍັງຈົມຢູ່ໃນອາດີດຢູ່ປະເທດອື່ນເພີ່ນພັດທະນາໄປໃສໝົດແລ້ວເຮົາຍັງງົມໆທາວໆນຳເລື່ອງຂອງຄົນລູ້ນຫຼັງຢູ່ ເພີ່ນຍັງເວົ້າວ່າອາດີດບໍ່ສຳຄັນ ປະຈຸບັນສຳຄັນກວ່າ

ແຕ່ໜ້າຈະຮູ້ໄວ້ແນ່ກະດີໃດ໋ ວ່າໃຜເຄີຍເຮັດໃຫ້ເຮົາເຈັບເຮົາຈຶ່ງບໍ່ຕ້ອງເຈັບຊ້ຳໆອີກຫັ້ນນາ

ຄົນທຸກຄົນບໍ່ແມ່ນວ່າບໍ່ເຄີຍຜິດ...ຄົນທີ່ຜິດບໍ່ແມ່ນວ່າບໍ່ເປັນໃຊ້.....ຄົນທີ່ແພ້ບໍ່ແມ່ນແພ້ຕະຫຼອດໄປ...ຄົນທີ່ລົ້ມແລ້ວລຸກໃໝ່ຄືຍອດຄົນ

໑໘ ກະທູ້
໑໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ ozone ຂຽນວ່າ...
ເພາະວ່າໄທຍເປັນປະເທດທີ່ເຜົາວຽງຈັນ,ເຜົາວັດວາອາຮາມ,ປຸ້ນເອົາຊັບສິນເຄື່ອງມີຄ່າຂອງລາວໄປແລະ
ໃຫ້ຄວາມຮ່ວມມືກັບອາເມລິກາມາຕີຂ້າຄົນລາວທີ່ເຂົາເຈົ້າຮ້ອງວ່າປະເທດອ້າຍນ້ອງກັນ,
ຍ້ອນວ່າປະເທດໄທຍມັກດູຖູກລາວແລະສອນປະຫວັດສາດຜິດໆໃຫ້ຄົນໄທຍວ່າລາວເປັນເມືອງ1ຂອງໄທຍ
ມາກ່ອນ ເຮັດໃຫ້ຄົນໄທຍມັກດູຖູກຄົນລາວ ຮອດປະຈຸບັນ. ທັງໆທີ່ປະເທດຕົນເອງມາຮຸກຮານຍຶດບ້ານເມືອງລາວແທ້ໆ
ດັ່ງນັ້ນ,ຄູເຮັດຖືກແລ້ວທີ່ບໍ່ສົ່ງເສີມໃຫ້ຄົນລາວໄປຮ້ອງຫຼືເຮີ່ກັບໄທຍ.
ປ.ລ: ປະເທດອື່ນອາດຈະເຄີຍຮຸກຮານແລະຂ້າຄົນລາວຄືກັນ ແຕ່ເຂົາບໍ່ໄດ້ສອນຄົນເຂົາໃນສິ່ງທີ່ຜິດ ເຂົາກໍ່ຂຽນບອກວ່າ
ເຂົາເຄີຍຮຸກຮານຫຼືບາງປະເທດອາດຈະບໍ່ເວົ້າເຖິງເລີຍ.
ຈິງຢູ່ວ່າອະດີດແກ້ໄຂບໍ່ໄດ້ ຄວນຈະຢູ່ນຳປະຈຸບັນ, ແຕ່ໃນເມື່ອຄົນໄທຍທີ່ເຄີຍເຮັດຊົ່ວນຳລາວເຮົາຍັງບໍ່ເຊົາ
ດູຖູກລາວຄືແນວນີ້ ພວກເຮົາຄົນລາວກໍ່ຄວນມີໃຈນຳກັນ ບໍ່ຄວນສົ່ງເສີມຫຼືເຮີ່ນຳເຂົາ.

ເຫັນດີນຳ

ຄົນທຸກຄົນບໍ່ແມ່ນວ່າບໍ່ເຄີຍຜິດ...ຄົນທີ່ຜິດບໍ່ແມ່ນວ່າບໍ່ເປັນໃຊ້.....ຄົນທີ່ແພ້ບໍ່ແມ່ນແພ້ຕະຫຼອດໄປ...ຄົນທີ່ລົ້ມແລ້ວລຸກໃໝ່ຄືຍອດຄົນ

໗໕ ກະທູ້
໒໐໘໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂ້ອຍຮ້ອງໄດ້ແຕ່ເພງຫາກິນ (ໂຕກາຕ່າຍໂຕກາຕ່າຍ ຫາງປ້ອມປ້ອມ ດັງຄ້ອມມ້ອນກິນກະດູກຂຽວອ່ອນ ພວກເຮົາຮັກໂຕກະຕ່າຍແທ້ເອີ່ຍ

ຕາມຫາທີມເວີກເປົ້າໝາຍດຽວກັນເພື່ອເປັນມະຫາເສດຖີນຳກັນ

໗໕ ກະທູ້
໒໐໘໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຫນ່ອຍຫນ່ອຍຫນ່ອຍຫນ່ອຍ) ....ລືມ

ຈົບ

ຕາມຫາທີມເວີກເປົ້າໝາຍດຽວກັນເພື່ອເປັນມະຫາເສດຖີນຳກັນ

໐ ກະທູ້
໓໓ ໂພສ
ຂາປະຈຳເວັບບອດ
ຄິດວ່າເຫດຜົນໜ້າຈະແມ່ນເພື່ອສົ່ງເສີມການໃຊ້ພາສາລາວ, ອານຸລັກວັດທະນະທຳລາວ ໃນໂຮງຮຽນຫຼາຍກວ່າ
ປະຫວັດສາດ, ການເມືອງ ກໍອາດມີສ່ວນ
ເຜົາວຽງຈັນເປັນອາດີດໄປແລ້ວ, ສົງຄາມຢູ່ໃສກໍເປັນແບບນີ້ກະແມ່ນ ແຕ່ຖ້າຄົນທີ່ຖືກຂົ່ມຂືນ ຖືກຂ້າແບບໂຫດຮ້າຍປ່າເຖື່ອນໃນສົງຄາມເປັນຍາດຕິພີ່ນ້ອງໃຜ...ຊິໃຫ້ລືມກັນງ່າຍໆຄົງເປັນໄປບໍ່ໄດ້

໐ ກະທູ້
໓໓ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ juan ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ PNT ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ apl ຂຽນວ່າ...
ເຈົ້າຈື່ໄດ້ບໍ່ວຽງຈັນຖືກເຜົາປີໃດ? ເອົາເລື່ອງນີ້ມາເວົ້າດຽວກະຜິດກັນ ເຮິເຮິ

ລາວເກີດບໍ່ທັນດອກ..

ມັນເປັນອາດີດໄປແລ້ວ ເລື່ອງຂອງຄົນລຸ້ນຫຼັງເຮົາຄວນລືມໄປໄດ້ແລ້ວ ພໍໃຫ້ອະໄພຫາໃຫ້ອະໄພສາ ເຮົາມາຫັນໜ້າເຂົ້າຫາກັນ ສາມັກຄີກັນໃຫມ່ແລກປ່ຽນຄວາມຮັກແພງກັນຊິບໍ່ດີກ່ວາບໍ. ຄັ້ນຊິເວົ້າແລ້ວເຮົາຍັງຈົມຢູ່ໃນອາດີດຢູ່ປະເທດອື່ນເພີ່ນພັດທະນາໄປໃສໝົດແລ້ວເຮົາຍັງງົມໆທາວໆນຳເລື່ອງຂອງຄົນລູ້ນຫຼັງຢູ່ ເພີ່ນຍັງເວົ້າວ່າອາດີດບໍ່ສຳຄັນ ປະຈຸບັນສຳຄັນກວ່າ

ໃຫ້ອະໄພ ບໍ່ໄດ້ໝາຍຄວາມວ່່າຕ້ອງລືມອາດີດ
ການບໍ່ລືມອາດີດ ບໍ່ໄດ້ໝາຍຄວາມວ່າເຮົາຈະບໍ່ກ້າວໄປໃນອານາຄົດ
ແຕ່ເຮົາຈະກ້າວໄປດ້ວຍຄວາມລະມັດລະວັງ ເພື່ອໃຫ້ໝັ້ນໃຈວ່າເຮົາຈະບໍ່ກ້າວໄປຫາຄວາມຜິດພາດເໝືອນທີ່ເຄີຍເກີດຂຶ້ນໃນອາດີດ

ແມ່ນບໍ່ລະ

໑໔ ກະທູ້
໓໐໑ ໂພສ
ຊຳນານການເວັບບອດ
ເອ໋... ບໍ່ເຫັນເຈົ້າຂອງເວັບມາແຈມແນ່ນໍ. ສົງໃສສົງໃສ.......

ເທບແຫ່ງພາສາລາວ

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>