ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ພາສາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ພາສາ » ສັບ slang ທີ່ພົບເຫັນກັນໃນການໃຊ້ພາສາລາວໃນອິນເຕີເນັທ໌

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>


໑໔ ກະທູ້
໓໐໑ ໂພສ
ຊຳນານການເວັບບອດ
ສັບ slang ທີ່ພົບເຫັນກັນໃນການໃຊ້ພາສາລາວໃນອິນເຕີເນັທ໌.
ບໍ່ມີຫຍັງເຮັດຊ່ວງນີ້ຫວ່າງກະເລີຍລວບລວມຄຳສັບທີ່ໄວລຸ້ນລາວທີ່ຫຼິ້ນອິນເຕີເນັທ໌ມັກໃຊ້.


# ອາເມກາ
ຄຳວ່າ "ອາເມກາ" ນັ້ນໄດ້ກາຍມາເປັນພາສາເວົ້າທີ່ໄດ້ຮັບການນິຍົມໃຊ້ແລະພົບເຫັນກັນຫຼາຍໃນພາສາເວົ້າແລະຢູ່ໃນ
ອິນເຕີເນັທ໌ກໍພົບເຫັນເຊັ່ນກັນ. ອາເມກາແມ່ນມາຈາກຄຳວ່າ ອາເມຣິກາ ຫຼື ອາເມລິການັ້ນເອງ. ເຊິ່ງຂຽນກ່າຍສຽງມາ
ຈາກຄຳວ່າ America ໃນພາສາອັງກິດເຊິ່ງມີຄວາມໝາຍໃນພາສາລາວແປວ່າປະເທດອາເມຣິກາ. ສາເຫດທີ່ເກີດມີ
ການໃຊ້ຄຳວ່າ ອາເມກາ ແທນທີ່ຈະໃຊ້ວ່າ ອາເມຣິກາ ຫຼື ອາເມລິກາ ກໍຍ້ອນວ່າຮູບຄຳເຕັມ ນັ້ນມີ 4
ພະຍາງດ້ວຍກັນ, ແຕ່ຄຳວ່າ ອາເມກາ ມີ 3 ພະຍ່າງ. ດັ່ງນັ້ນການອອກສຽງກໍຈະງ່າຍກວ່າກັນ. ແລະອີກຢ່າງໜຶ່ງແມ່ນຍ້ອນ
ມີການລື້ງເຄີຍເວົ້າຕິດປາກກັນມາແລະເວົ້າອີກຢ່າງໜຶ່ງກໍຄືຜູ້ທີ່ເວົ້າຄຳວ່າອາເມການັ້ນຈະມີລີ້ນຂີ້ຄ້ານ. ທັງໝົດນີ້ເຮັດ
ໃຫ້ອອກສຽງໄດ້ງ່າຍກວ່າຮູຍຄຳເຕັມ. ແຕ່ສິ່ງທີ່ໜ້າແປກກໍຄືເມື່ອເຮົາເວົ້າວ່າ ອາເມກາ ແຕ່ສຽງທີ່ອອກ
ມາຊ້ຳພັດຄ້າຍຄືກັນກັບຮູບຄຳເຕັມ. ເຊິ່ງເຮັດໃຫ້ຜູ້ຟັງສາມາດເຂົ້າໃຈໄດ້ວ່າໝາຍເຖິງ ອາເມຣິກາ ຫຼື ອາເມລິ
ການັ້ນເອງ. (ລອງເວົ້າແລ້ວກໍລອງຟັງເບິ່ງ).


# "ແລ້ວ" ປ່ຽນມາເປັນ "ແວ້ວ"
ຄຳວ່າ "ແລ້ວ" ປ່ຽນມາເປັນ "ແວ້ວ" ທີ່ພົບເຫັນໃນພາສາເວົ້າແລະໃນອິນເຕີເນັທ໌ເຊັ່ນກັນ (ສ່ວນຫຼາຍມັກພົບເຫັນໃນ
ກະດານຂຽນທີ່ຜູ້ຂຽນເລືອກທີ່ຈະບໍ່ຂຽນໃຫ້ຖືກຫຼັກໄວຍະກອນແຕ່ຈະໃຊ້ກະດານເປັນບ່ອນສົ່ງຜ່ານພາສາເວົ້າທີ່ຜູ້ເວົ້າຢາກ
ສື່ອອກມາ. ເວົ້າງ່າຍໆກໍຄືຖ່າຍທອດຄຳທີ່ເວົ້າຈາກປາກລົງໃນກະດານ ແລະ ກະດານທີ່ວ່ານັ້ນກໍໄດ້ແກ່ຂໍ້ຄວາມໃນໂທລະ
ສັບ, ກ່ອງຄັອມເມັນທ໌, ຂໍ້ຄວາມໃນໂປຣໄຟລ໌,ໂປຣແກຣມແຊທ໌, ຫ້ອງແຊັທ໌ຕ່າງໆເປັນຕົ້ນ. ເຊິ່ງການປ່ຽນແປງແບບນີ້ແມ່ນ
ເນື່ອງມາຈາກຜູ້ທີ່ເວົ້າຄຳນີ້ບໍ່ຢາກມີຂໍ້ຈຳກັດໃນການເວົ້າຕາມຄຳທີ່ຖືກຫຼັກໄວຍະກອນແລະຢາກສື່ອາລົມ ສື່ຄວາມຮູ້ສຶກໄປ
ນຳຄຳທີ່ຕົນຈິນຕະນາການຢາກໃຫ້ເປັນ. ເຊິ່ງອາລົມທີ່ວ່າໃນທີ່ນີ້ແມ່ນອາລົມໃນທຳນອງທີອາລົມດີແລະອອກທຳນອງທີ່
ຕາຫຼົກ. ເຊັ່ນ ເມື່ອຜູ້ເວົ້າມີອາລົມດີ ຫຼື ອາລົມທີ່ຢາກສື່ເຖິງຄວາມຕາຫຼົກມັກຈະປ່ຽນຄຳວ່າ "ແລ້ວ" ມາເປັນ "ແວ້ວ"
ຕົວຢ່າງ: ແມ່ນແວ້ວ. ຫຼື ມາແວ້ວ ເປັນຕົ້ນ.
ໝາຍເຫດ: ສິ່ງດັ່ງກ່າວບໍ່ໄດ້ໝາຍຄວາມວ່າຄົນທີ່ອາລົມດີຈະໃຊ້ແຕ່ຄຳດັ່ງກ່າວ. ການທີ່ບໍ່ປຽນຮູບຄຳຈາກ "ແລ້ວ"
ມາເປັນ "ແວ້ວ" ກໍໃຊ້ໄດ້ເຊັ່ນກັນ.


# "ໄດ໋" ປ່ຽນມາເປັນ "ດ໋ອຍ"
ຄຳທີ່ວ່າ "ດ໋ອຍ" ທີ່ມາຈາກ "ໄດ໋" ນັ້ນກໍຄືກັນກັບ "ແລ້ວ" ປ່ຽນມາເປັນ "ແວ້ວ" ທີ່ໄດ້ກ່າວມາແລ້ວນັ້ນ. ອາລົມທີ່ວ່າໃນທີ່
ນີ້ແມ່ນອາລົມດີ. ນອກຈາກນີ້ແລ້ວ ຜູ້ເວົ້າຈະຢູ່ໃນທຳນອງທີ່ຢາກສື່ຄວາມໜ້າຮັກໄປກັບຄຳເວົ້າແລະຢາກໃຫ້ຄວາມໜ້າ
ຮັກທີ່ສື່ໄປກັບຄຳເວົ້ານັ້ນມີຜົນຍ້ອນກັບສູ່ຕົວເອງເມື່ອຜູ້ຟັງຫຼືຜູ້ອ່ານໄດ້ຮູ້ຍິນຫຼືໄດ້ເຫັນກໍສາມາດຮູ້ສຶກໄດ້.
ຕົວຢ່າງ: ເອັມ: ສົ່ງຂໍ້ຄວາມມາຫາລິນດາວ່າ: ເຈົ້າໜ້າຮັກແທ້!
ລິນດາ: ສົ່ງຂໍ້ຄວາມຕອບ: ບໍ່ດ໋ອຍ ^^
ເຫຼົ່ານີ້ເປັນຕົ້ນ. ຄັນຢາກຮູ້ວ່າໜ້າຮັກສ່ຳດ໋ອຍກະລອງເວົ້າເບິ່ງນໍ. ຊິໄດ້ຮູ້ວ່າໜ້າຮັກຊ່ຳດ໋ອຍ ^^.


# "ບໍ່ຮູ້ລະ" ປ່ຽນມາເປັນ "ບຸລະ"
ຄືກັນກັບຂໍ້ "ໃດ໋" ປ່ຽນມາເປັນ "ດ໋ອຍ"ແລະ "ອາເມກາ" ທີ່ກ່າວມາຂ້າງເທິງນີ້. ແລະຂໍ້ນີ້ເອງກໍສື່ອາລົມໄດ້ໜ້າຮັກໂຄດໆ
ເລີຍ.
ຍົກຕົວຢ່າງ: ແທນທີ່ຈະເວົ້າວ່າ ຮຸ໋! ຈັກເວົ້າຫຍັງບໍ່ຮູ້ລະ ກໍກາຍມາເປັນ ຮຸ໋! ຈັກເວົ້າອີຫຍັງບຸລະ. ສື່ອາລົມໄດ້ໜ້າຮັກ
ໂຄດໆເລີຍ. ຢາກຮູ້ວ່າໜ້າຮັກສ່ຳໃດກະລອງເວົ້າເບິ່ງ 555. ໜ້າແປກອີກຄັ້ງກໍຄືເມື່ອເວົ້າວ່າ ບຸລະ ສຽງທີ່ອອກມາກໍຄ້າຍໆ
ຄືກັບບໍ່ຮູ້ລະ. ຜູ້ຟັງທີ່ຫຼືຜູ້ທີ່ໄດ້ອ່ານອ່ານທີ່ເປັນກຸ່ມ slang ກໍຟັງກັນເຂົ້າໃຈວ່າໝາຍເຖິງ "ບໍ່ຮູ້ລະ" ນັ້ນເອງ.


# "ເດີ" ປ່ຽນມາເປັນ "ດາ"
ຄືກັນກັບສາມຂໍ້ທີ່ໄດ້ເວົ້າມາ. ນອກຈາກນີ້ແລ້ວການທີ່ປ່ຽນຄຳວ່າ"ເດີ" ມາເປັນ "ດາ" ນັ້ນເຊິ່ງຜູ້ທີ່ເວົ້າຄຳນີ້ກໍຍັງສື່ໃຫ້ເຫັນ
ວ່າຜູ້ທີ່ເວົ້າຄຳນີ້ຄືກັນກັບຝຣັ່ງເວົ້າລາວບໍ່ຖ້ອງ.
ຕົວຢ່າງ: ກິນນຳແນ່ດາ, ກິນນຳກັນດາເປັນຕົ້ນເຊິ່ງການໃຊ້ແບບນີ້ກໍມັກພົບເຫັນໃນ pasa karaoke ເມື່ອຜູ້ຂຽນເລືອກ
ທີ່ຈະໃຊ້ສະກົດວ່າ der ຫຼາຍກ່ວາ da.


# "ຊ້ຳ " ປ່ຽນມາເປັນ "ຈ້ຳ"
ຂໍ້ນີ້ຄືກັນກັບຂໍ້ "ໄດ໋" ປ່ຽນມາເປັນ "ດ໋ອຍ" ແລະ "ແລ້ວ" ປ່ຽນມາເປັນ "ແວ້ວ".
ຕົວຢ່າງ: ບໍ່ໄດ້ຈ້ຳ = ບໍ່ໄດ້ຊ້ຳ,
ບໍ່ທັນເຫັນຈ້ຳ = ບໍ່ທັນເຫັນຊ້ຳ
ໝາຍເຫດ: "ຈ້ຳ "ໃນຄວາມໝາຍນີ້ບໍ່ໄດໝາຍເຖິງຈ້ຳເມັດແຕ່ເປັນພາສາເວົ້າທີ່ເຫັນໃຊ້ກັນ. ແລະຊ້ຳໃນຄວາມໝາຍ
ນີ້ກໍບໍ່ໄດ້ໝາຍເຖິງຊ້ຳທີ່ໝາຍເຖິງ "ເຮັດອີກ"


# "ຈຂກທ" ແລະ "ຂພຈ"
"ຈຂກທ" ເປັນຄຳຫຍໍ້ມາຈາກ "ເຈົ້າຂອງກະທູ້" ແລະ "ຂພຈ" ເປັນຄຳຫຍໍ້ມາຈາກ "ຂ້າພະເຈົ້າ" ເຊິ່ງຂຽນໃນຮູບແບບຫຍໍ້
ເພາະສະດວກໃນການຂຽນ, ແລະກາຍມາເປັນຮູບແບບການຂຽນຫຍໍ້ທີ່ເປັນເອກະລັກໄປແລ້ວ. ການຂຽນຫຍໍ້ແບບນີ້ບາງຄົນ
ອາດຍັງງົງຫຼືຍັງບໍ່ຮູ້ເນື່ອງຈາກຍັງບໍ່ທັນລຶ້ງເຄີຍ, ໂດຍສະເພາະຜູ້ທີ່ແອບຫຼິ້ນເນັທ໌
ໃໝ່ໆ.


# 555 ແລະ 555+
ສຳລັບຂໍ້ນີ້ທຸກໆຄົນຄົງຈະຄຸ້ນກັນດີ. 555 ມາຈາກຄຳວ່າ ຮ່າ ຮ່າ ຮ່າ ຫຼື hahaha nai pa sa karaoke. ເລກ 5
ໃນພາສາລາວຈະຂຽນວ່າ "ຫ້າ" ແລະຄຳນີ້ເອງທີ່ໄປມີສຽງຄ້າຍກັນກັບຄຳວ່າ ຮ່າ ຮ່າ ຮ່າ (ທີ່ເປັນຄຳທີ່ໃຊ້ເມື່ອຕອນ
ສະແດງອາລົມຂັນຫົວອອກມາໃຫ້ຜູ້ຟັງໄດ້ຮູ້ເຖິງອາລົມດັ່ງກ່າວໂດຍໃຊ້ຄຳດັ່ງກ່າວຂຽນລົງກະດານຂຽນເນື່ອງຈາກ
ຜູ້ເວົ້າແລະຜູ້ຟັງບໍ່ໄດ້ສື່ສານກັນທາງປາກ). ດັ່ງນັ້ນ ສັນຍາລັກເລກ 5 ຈຶ່ງເປັນຄຳທີ່ມາຈາກຄຳວ່າ "ຫ້າ" ແລະຄຳວ່າ
ຮ່າ ຮ່າ ຮ່າ ນັ້ນເອງ. ສ່ວນ 555+ ນັ້ນກໍຄືກັນກັບ 555ແຕ່ມີຄວາມໝາຍໜັກແໜ້ນກວ່າ 555. ເນື່ອງຈາກມີເຄື່ອງໝາຍ
+ ເຊິ່ງໝາຍເຖິງບວກຈຳນວນເລກ 5ເພິ່ມເຂົ້າໄປອີກນັ້ນເອງ. ຖ້າຫາກວ່າເລື່ອງຕາຫຼົກໃດຫຼືຄຳເວົ້າໃດທີ່ເຮັດໃຫ້ຜູ້ໄດ້
ອ່ານມີປະຕິກິລິຍາໂຕ້ຕອບດ້ວຍການພິມສັນຍາລັກ 555+ ນັ້ນ, ກໍສະແດງວ່າຄຳເວົ້ານັ້ນຫຼືເລື່ອງນັ້ນຕາຫຼົກຫຼາຍໆ. ຄຳ
ທີ່ກ່າວມານັ້ນເມື່ອປຽບທຽບກັນກັບພາສາອັງກິດແລ້ວ, ກໍຈະຄືກັນກັບຄຳວ່າ "lol" = "Laughing Out Loud" ນັ້ນເອງ.
ໝາຍເຫດ: ຈຳນວນຂອງເລກ 5 ແລະເຄື່ອງໝາຍ + ບໍ່ມີຈຳນວນທີ່ກຳນົດແນ່ນອນ. ແຕ່ລະຈຳນວນແມ່ນຂຶ້ນກັບອາ
ລົມຂອງຜູ້ທີ່ໂຕ້ຕອບຈະສະແດງອອກເຊິ່ງອາດຈະເປັນ 5, 55, 555, 555+ , 555555+, 555555555+++ ແລະ
ອື່ນໆ. ຕາມທີ່ສັງເກດຈະມັກນິຍົມໃຊ້ແຕ່ 55, 555 ແລະ 555+. ແລະເຫັນໃຊ້ແຕ່ເຄື່ອງໝາຍ (+) , ຍັງບໍ່ທັນເຫັນໃຊ້
ເຄື່ອງໝາຍ (x). 555x. ^^


# "ສະບາຍດີ" ປ່ຽນມາເປັນ "ບາຍດີ"
ຕັດຈາກ 3 ພະຍາງມາໃຫ້ເຫຼືອ 2 ພະຍາງ ເພື່ອສະດວກໃນການຂຽນ. ເມື່ອເຫັນກໍເຂົ້າໃຈໂລດວ່າມາຈາກຄຳວ່າ "ສະບາຍ
ດີ" ນັ້ນເອງ.


# ໝາຍເຫດ: ຄຳທີ່ສື່ອາລົມທີ່ໄດ້ກ່າວມາຂ້າງເທິງນັ້ນຈະເວົ້າແຕ່ລັກສະນະໂດຍພື້ນຖານແຕ່ຄຳດັ່ງກ່າວເມື່ອ
ວິເຄາະເລິກໆລົງໄປອີກສາມາດສືອາລົມອື່ນໄດ້ອີງຕາມຜູ້ທີ່ຢາກສື່ອອກໄປ.


ວັດທະນະທຳການໃຊ້ສັບອິນເຕີເນັທ໌ຫຼືພາສາເວົ້າໃນພາສາລາວເກີດຂຶ້ນເນື່ອງຈາກຄົນລາວໂດຍສະເພາະໄວລຸ້ນຢາກຜັນ
ປ່ຽນຮູບແບບຄຳໃນພາສາລາວທີ່ຖືກໄວຍະກອນໄປເປັນຄຳຮູບແບບອື່ນຕາມຈິນຕະນາການຂອງຕົນ ກ່າວຄືບໍ່ຢາກມີຂໍ້
ຈຳກັດໃນການເວົ້າຕາມຄຳທີ່ຖືກຫຼັກໄວຍະກອນແລະຢາກສື່ອາລົມສື່ຄວາມຮູ້ສຶກໄປນຳຄຳທີ່ຕົນຈິນຕະນາການເຊິ່ງເມື່ອ
ຂຽນຖືກຫຼັກໄວຍະກ່ອນຈະສື່ບໍ່ໄດ້. ເຖິ່ງແມ່ນວ່າຈະມີການຜັນປ່ຽນຮູບເຊິ່ງສະກົດຕ່າງຈາກຄຳເດີມກໍຕາມ, ແຕ່ກໍຍັງຄົງສຽງ
ທີ່ຄ້າຍກັນກັບສຽງເດີມໄວ້ເຊິ່ງເຮັດໃຫ້ຜູ່ອ່ານຫຼືຜູ້ຟັງເຂົ້າໃຈ. ສ່ວນຫຼາຍການຜັນປ່ຽນແບບນີ້ມັກຈະຕັດພະຍາງອອກຈາກ
ຫຼາຍພະຍາງໃຫ້ໜ້ອຍລົງ, ໃຫ້ຂຽນສະດວກແລະເວົ້າສະດວກ. ຂ້າພະ
ເຈົ້າຄິດວ່າພາສາທີ່ໃຊ້ຂຽນໃນພື້ນທີ່ເຊັ່ນພາກ Introductory ໃນ website ທີ່ໃຊ້ຂຽນແນະນຳເວັບໄຊທ໌ຂອງຕົນ, ພາ
ສາທີ່ໃຊ້ຂຽນເລື່ອງໃນກະທູ້, ໄດອາຣີ ໃນກະດານຂຽນເຫຼົ່ານີ້ຈະເປັນພາສາທີ່ໃຊ້ຂຽນໃຫ້ຖືກໄວຍະກອນ, ສ່ວນບ່ອນອື່ນໆ
ເຊັ່ນ ຫ້ອງແຊທ໌, ບ່ອນຄັອມເມັນທ໌, ຂໍ້ຄວາມໃນໂປຣໄຟລ໌ ແລະໂປຣແກຣມແຊທ໌ຕ່າງໆຈະໃຊ້ພາສາເວົ້າເອົາ. ເຊິ່ງບ່ອນ
ນີ້ເອງທີ່ຜູ້ຂຽນເລືອກທີ່ຈະບໍ່ຂຽນໃຫ້ຖືກຫຼັກໄວຍະກອນແຕ່ຈະໃຊ້ກະດານເປັນບ່ອນສົ່ງຜ່ານພາສາເວົ້າທີ່ຜູ້ເວົ້າຢາກສື່ອອກ
ມາ. ເວົ້າງ່າຍໆກໍຄືຖ່າຍທອດຄຳທີ່ເວົ້າຈາກປາກລົງໃນກະດານ. ແລະນັ້ນກໍຄືພາສາອິນເຕີເນັທ໌ນັ້ນເອງ. ແລະອິນເຕີເນັທ໌
ກໍໄດ້ສ້າງວັດທະນະທຳໃໝ່ໆນັ້ນເອງ


ສິ່ງທີ່ຂຽນມານັ້ນກະຂຽນຕາມທີ່ໄດ້ເຄີຍເຫັນໄວລຸ້ນລາວໃຊ້ເປັນສ່ວນຫຼາຍ. ຖ້າຫາກຍັງເຫັນມີຄຳອື່ນອີກຢູ່ບ່ອນໃດທີ່ຄິດວ່າ
ໃຊ້ກັນຫຼາຍ ກໍເອົາມາ postໃສ່ດ້ານລຸ່ມນີ້ໄດ້. ບາງຄົນອາດຮູ້ດີກ່ຽວກັບສິ່ງທີ່ຂ້ອຍໄດ້ຂຽນມານີ້. ຂ້ອຍກະຂຽນໄປຈັ່ງຊັ້ນ
ລະ. ສາເຫດທີ່ຂຽນນັ້ນແມ່ນໄດ້ແຮງບັນດານໃຈມາຈາກວ່າ ມີມື້ໜຶ່ງມີຝຣັ່ງຜູ້ໜຶ່ງລາວສົນໃຈສາວລາວໄວລຸ້ນຜູ້ໜຶ່ງ. ທັງສອງ
ແຊທ໌ກັນ, ຝຣັ່ງຜູ້ນັ້ນລາວກະເວົ້າລາວໄດ້ຢູ່ໄດ໋ ພາສາໂອເກະລາວກະພໍຮູ້ຢູ່ລາວແອບຮຽນລາວເດແລະກະເຮັດວຽກຢູ່ລາວດົນ
ຝຣັ່ງທີ່ເຄີຍເຫັນມານິກະມີແຕ່ລາວນິລະເກັ່ງພາສາລາວແນ່. ແຕ່ສາວລາວໄວລຸ້ນຜູ້ນັ້ນຍິງແຕ່ slang ລາວພິມໂອເກະ ສົ່ງໃສ
ຢາກເຮັດເສັ້ນລາວ. ບາງຄັ້ງລາວກະບໍ່ຄ່ອຍຈະເຂົ້າໃຈປານໃດລາວກະເລີຍມາຖາມຂ້ອຍ. ໂຕໃດທີ່ຂ້ອຍຮູ້ຂ້ອຍກະບອກລາວ. ແລະອີກຢ່າງໜຶ່ງເມື່ອເວົ້າເຖິງ 555ເຮັດໃຫ້ນຶກເຖິງຕອນທີ່ເຄີຍແຊທ໌ກັນກັບນະບ່າວຢູ່ອາເມກາ. ແຊທ໌ໄປແຊທ໌ມາໂຕເອງຢາກ
ຫົວລາວເວົ້າ ກະເລີຍລືມໄປພິມ 555 ສົ່ງໄປ, ລາວກະມຶດຄາວໜຶ່ງແລ້ວລາວກະວ່າ what? what do you mean by 555?
Lottery? ຂ້ອຍກະເລີຍວ່າອ້າວ!ໄປກັນໃຫຍ່ 555.

________________
++Kujaslang++



ເທບແຫ່ງພາສາລາວ


໗໘ ກະທູ້
໑໒໑໓ ໂພສ
ຜູ່ເບິ່ງແຍງເວັບບອດ
ເວົ້າເລື່ອງຂຽນໂຕຫຍໍ້ລະຢາກຫົວ ຕອນນັ້ນມີຄົນສົ່ງ SMS ມາ ເຂົາສົ່ງມາເປັນ Karaoke ກໍຕອບເປັນພາສາອັງກິດໄປ ເພາະວ່າບໍ່ລຶ້ງພິມ Karaoke ຕອບໄປຕອບມາ ມີຕອນນຶ່ງເຂົາສົ່ງຫຍັງມາບໍ່ຈັກ ຮູ້ສຶກວ່າ ເປັນເລື່ອງທີ່ແປກ ໜ້າຕົກໃຈ ກໍເລີຍສົ່ງຕອບໄປວ່າ “omg” ພຽງເທົ່ານັ້ນລະ ເຂົາກໍຕອບກັບມາທັນທີວ່າ “ເວົ້າບໍ່ສຸພາບ” (ແນ່ນອນວ່າສົ່ງມາເປັນ karaoke)

ຕອນນັ້ນອ່ານຂໍ້ຄວາມແລ້ວງົງ ເອ໊ະ ແມ່ນຫຍັງບໍ່ສຸພາບ -_-?

ຄຶດໄປປະມານ 2 ວິ ຈຶ່ງຮູ້ວ່າໂຕຫຍໍ້ “omg” ນັ້ນຄົນທີ່ບໍ່ຮູ້ພາສາອັງກິດ ຈະບໍ່ເຂົ້າໃຈວ່າມັນຫຍໍ້ມາຈາກ “Oh! my god” ເພາະໃນພາສາ Karaoke ເຂົາເຈົ້າແປວ່າ “ໂອ ມຶ ງ”

ນັ້ນເອງ -_-'


໑໔ ກະທູ້
໓໐໑ ໂພສ
ຊຳນານການເວັບບອດ
555555555++++++

ເທບແຫ່ງພາສາລາວ


໗ ກະທູ້
໙໔໒ ໂພສ
ຊຳນານການເວັບບອດ
ຈຂກທດຸນໍ້

ຄົນອືນຫລອກບໍເຈັບເທົ່າຕົວເອງຫລອກຕົວເອງ

໐ ກະທູ້
໑໐໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂອບໃຈດ້າ ຈຂກທ ທີ່ເອົາມາລົງນະ ກາຕະລົກດີເນາະ ຂພຈບໍ່ໄດ້ສັງເກດຈ້ຳ ຄຳພວກນິ
ນ້ານນ ເວົ້າລະກະຢືມຂອງເພີ່ນມາເວົ້າ ແວ້ວ ເຮົາ


໓໒ ກະທູ້
໒໓໘໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ miniskirt ຂຽນວ່າ...
ແທນທີ່ຈະເວົ້າວ່າ ຮຸ໋! ຈັກເວົ້າອີຫຍັງບໍ່ຮູ້ລະ ກໍກາຍມາເປັນ ຮຸ໋! ຈັກເວົ້າອີຫຍັງບຸລະ


^
^
ເລື່ອງຈິງເບາະຫັ່ນ..
--------------------------
ເຮົາວ່າຫມາຍເຖິງ ຈັກເວົ້າອີຫຍັງບຸລະຫັ່ນ ຟັງບໍ່ທັນ ຫລື ຈັກເວົ້າອີຫຍັງບຸລະຫັ່ນ ບໍ່ເຂົ້າໃຈ

ສອງອັນທາງລຸ່ມນິ ເຮົາກະໃຊ້...
# " ຊ້ຳ " ປ່ຽນມາເປັນ " ຈ້ຳ "
# " ສະບາຍດີ " ປ່ຽນມາເປັນ " ບາຍດີ "


໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຫັນໃນຂໍ້ຄວາມ.. dr = ເດີ້..ແທນທີ່ຈະແມ່ນ ດ໋ອກເຕີ້..
eieie = ອິອິ ຕິເບາະ..
ืnop = ແທນທີ່ຈະເປັນນົບ ແຕ່ມັນເປັນ ໂນ! = ບໍ່


໓໒ ກະທູ້
໒໓໘໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຈຂກທ ລືມຢ່າງຫນຶ່ງ..
ລືມແປຄຳວ່າ slang

--------------------------------------
ດຽວແປໃຫ້ເລີຍ slang ຫມາຍເຖິງຄຳສັບທີ່
ບໍ່ເປັນທາງການ ໃຊ້ກັນຕາມກຸ່ມຄົນໃດຫນຶ່ງ
ຄຳສັບພາສາອັງກິດບາງຄຳມີທັງຄວາມຫມາຍ
ທີ່ເປັນທາງການ ແລະ ຄວາມຫມາຍທີ່ເປັນ
slang


໒໐ ກະທູ້
໑໓໖໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໜ້າຍົກຍ້ອງ ຊ່າງສ້າງສັນດີເນາະ ລວບລວມໄດ້ເກັ່ງຫຼາຍ

ເອົາເມຍຈົນແຕ່ໃຈດີ ດີກວ່າເອົາເມຍເສດຖີທີ່ຄິດທໍລະຍົດ
ຄຣິກຫາປະໂຫຍກກິນໃຈບ່ອນນີ້ ຢ່າລໍຊ້າ

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກະພໍໄດ້ເຂົ້າໃຈແນ່ແລ້ວບາດນີ້ພາສາ ຈັ່ງຊີ້!

ແຕ່ຫາກວ່າພໍ ຈະເວົ້າຫຍັງໄດ້ຕຶ່ມ ຄຶ ມີຄວາມສົງສັຍ ການໃຊ້ໂຕ ໝ ກັບໂຕ ໜ; ມີຫຼາຍໆຄົນຂຽນແບບດຽວກັນນີ້ ຫຼຶວ່າເປັນຍ້ອນ ໃນ ປຸ່ມດຽວກັນແຕ່ຂື້ນກັບ ວ່າຕ້ອງກົດປຸ່ມ Shift + ເພຶ່ອໃຫ້ເປັນ ໂຕ ໝ !!
ໃຊ້ໂຕໜ ແທນບ່ອນໂຕ ໜ .


໑໔ ກະທູ້
໓໐໑ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ bell ຂຽນວ່າ...
ເຫັນໃນຂໍ້ຄວາມ.. dr = ເດີ້..ແທນທີ່ຈະແມ່ນ ດ໋ອກເຕີ້..
eieie = ອິອິ ຕິເບາະ..
ืnop = ແທນທີ່ຈະເປັນນົບ ແຕ່ມັນເປັນ ໂນ! = ບໍ່



ນົບ ນັ້ນເມື່ອສະກົດເປັນພາສາໂອເກ໊ລາວແລ້ວຈະສະກົດວ່າ Nob ໂຕ b ແທນໃຫ້ໂຕ
" ບ " ໃນພາສາລາວແຕ່ເຖິງຢ່າງໃດກໍຕາມຄົນທີ່ໃຊ້ພາສາໂອເກ໊ມັກຈະສະກົດຈັ່ງໃດກໍໄດ້ໂດຍຢາກອຽງໄປທາງອັງກິດໂດຍຄິດວ່າ
ເມຶ່ອສະກົດແລ້ວມີສຽງທີ່ອ່ານຄືໃນພາສາອັງກິດລະກະຄິດວ່າ ok ເນື່ງຈາກ ໂຕ b ແລະ p ໃນພາສາອັງກິດເມື່ອສະກົດເປັນພາສາໂອເກ໊ໃນ
ພາສາລາວຈະແທນສຽງໂຕ ບ ໄດ້ທັງສອງ.
ສ່ວນໂຕທີ່ວ່າ nop = ແທນທີ່ຈະເປັນນົບ ແຕ່ມັນເປັນ ໂນ! = ບໍ່ ອັນນີ້ຜູ້ທີ່ຂຽນຢາກໝາຍເຖິງ Nope ນັ້ນເອງ ເຊິ່ງໃນພາສາອັງກິດ Nope
ແປວ່າ A negative reply, no; ເຊິ່ງແປວ່າ"ບໍ່" ນັ້ນເອງ. ຜູ້ຂຽນບໍ່ຢາກຕື່ມຕົວ e ເພາະຄິດວ່າຢາກຫຍໍ້ຄຳລົງເພາະຄິດວ່າສະດວກໃນການໃຊ້
ແລະຢາກໃຫ້ຄຳນັ້ນເປັນການສະກົດທີ່ເປັນເອກະລັກນັ້ນເອງ.
ຍົກຕົວຢ່າງ ໃນພາໂອເກ໊ "berng" ເຊິ່ງແປວ່າ "ເບິ່ງ" ນັ້ນ ກໍຈະຫຍໍ້ໃຫ້ເຫຼືອແຕ່ "bg" ໂດຍການຕັດ ໂຕ "ern " ອອກ. ກໍລະ
ນນີ້ຢູ່ໃນກໍລະນີດຽວກັນກັບ omg ທີ່ໝາຍຄວາມວ່າ "ໂອ*********" . meung ຫຼື mueng ເປັນຄຳເຕັມຂອງ "mg" = ********* (ເບິ່ງໂຕທີ່ Mr ນິນ ເອົາມາສະເໜີ)

ເທບແຫ່ງພາສາລາວ


໑໔ ກະທູ້
໓໐໑ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ ThaoK ຂຽນວ່າ...
ກະພໍໄດ້ເຂົ້າໃຈແນ່ແລ້ວບາດນີ້ພາສາ ຈັ່ງຊີ້!

ແຕ່ຫາກວ່າພໍ ຈະເວົ້າຫຍັງໄດ້ຕຶ່ມ ຄຶ ມີຄວາມສົງສັຍ ການໃຊ້ໂຕ ໝ ກັບໂຕ ໜ; ມີຫຼາຍໆຄົນຂຽນແບບດຽວກັນນີ້ ຫຼຶວ່າເປັນຍ້ອນ ໃນ ປຸ່ມດຽວກັນແຕ່ຂື້ນກັບ ວ່າຕ້ອງກົດປຸ່ມ Shift + ເພຶ່ອໃຫ້ເປັນ ໂຕ ໝ !!
ໃຊ້ໂຕໜ ແທນບ່ອນໂຕ ໜ .



ໜ ກັບ ໝ ຈະຕ່າງກັນ. ຢາກພິມໂຕ ໜ ກໍຕ້ອງ ກົດ Shift + ນ. ຢາກພິມໂຕ ໝ ກໍຕ້ອງ ກົດ Shift + ມ. ຄັນເຫັນມີການໃຊ້ໂຕ ໝ ແທນ ໂຕ ໜ
ຫຼືໂຕ ໜ ແທນໂຕ ໝ ກໍສະແດງວ່າ ຜູ້ ພິມ ພິມຜິດ. ການຂຽນກໍເຊັ່ນກັນ.

ເທບແຫ່ງພາສາລາວ


໑໔ ກະທູ້
໓໐໑ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ PhoeniXTeN ຂຽນວ່າ...
ຈຂກທ ລືມຢ່າງຫນຶ່ງ..
ລືມແປຄຳວ່າ slang

--------------------------------------
ດຽວແປໃຫ້ເລີຍ slang ຫມາຍເຖິງຄຳສັບທີ່
ບໍ່ເປັນທາງການ ໃຊ້ກັນຕາມກຸ່ມຄົນໃດຫນຶ່ງ
ຄຳສັບພາສາອັງກິດບາງຄຳມີທັງຄວາມຫມາຍ
ທີ່ເປັນທາງການ ແລະ ຄວາມຫມາຍທີ່ເປັນ
slang



ອ່ານເບິ່ງດີໆ

ເທບແຫ່ງພາສາລາວ


໑໔ ກະທູ້
໓໐໑ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ PhoeniXTeN ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ miniskirt ຂຽນວ່າ...
ແທນທີ່ຈະເວົ້າວ່າ ຮຸ໋! ຈັກເວົ້າອີຫຍັງບໍ່ຮູ້ລະ ກໍກາຍມາເປັນ ຮຸ໋! ຈັກເວົ້າອີຫຍັງບຸລະ


^
^
ເລື່ອງຈິງເບາະຫັ່ນ..
--------------------------
ເຮົາວ່າຫມາຍເຖິງ ຈັກເວົ້າອີຫຍັງບຸລະຫັ່ນ ຟັງບໍ່ທັນ ຫລື ຈັກເວົ້າອີຫຍັງບຸລະຫັ່ນ ບໍ່ເຂົ້າໃຈ

ສອງອັນທາງລຸ່ມນິ ເຮົາກະໃຊ້...
# " ຊ້ຳ " ປ່ຽນມາເປັນ " ຈ້ຳ "
# " ສະບາຍດີ " ປ່ຽນມາເປັນ " ບາຍດີ "



ບໍ່ຮູ້ລະ ຄ້າຍທີ່ສຸດກັບ ບຸລະ ແລະ ບໍ່ຮູ້ລະ ສືສື່ ບໍ່ມີ "ຫັ້ນ" ຄັນຢາກຕື່ມຫັ້ນໃສກະບໍ່ເປັນຫຍັງ ຄວາມໝາຍກະອັນດຽວກັນ. ແຕ່ຢ່າລືມວ່າພາສາ
slang ລາວ ມັກຈະຫຍໍ້ຄຳໃຫ້ສັ້ນລົງ. ບຸລະ ກັບ ບຸລະຫັ້ນ ໂຕໃດທີ່ເວົ້າງ່າຍກ່ວາກັນລະ?

ເທບແຫ່ງພາສາລາວ


໑໔ ກະທູ້
໓໐໑ ໂພສ
ຊຳນານການເວັບບອດ
ເວົ້າເລື່ອງ slang ມື້ວານນີ້ ນ້ອງ ຂ້ອຍວ່າ "ແມງ" . ຂ້ອຍກະງົງວ່າແມ່ນຍັງ ຂ້ອຍວ່າແມງໄມ້ອີຫຍັງແທ່ແທ້ລາວໝາຍຄວາມວ່າ "ແມ່*********" 555 ເຊິ່ງໂຕນີ້
ກໍພົບເຫັນໃນພາສາໄທໃນການເວົ້າ. ເຊິ່ງວ່າ ແມ້ ແລ້ວມີສຽງສະຫຼະ ອຶງ ຄ່ອຍໆໃນຄໍ ລອງເວົ້າໄວໆ ເບິ່ງນໍ 555 ຢ່າມາເວົ້າໃສຂ້ອຍໄດ໋ລະ.

ເທບແຫ່ງພາສາລາວ


໑໘ ກະທູ້
໑໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄຳວ່າ ບຸ ຫຼື ບຸລະ ເປັນພາສາທ້ອງຖິ່ນບ້ານຂ້ອຍເລີຍ ໃຊ້ກັນແບບນີ້ມາຕະຫຼອດ ເຊັ່ນ: ຈັກເວົ້າຫຍັງບຸ ຫຼື ຈັກເວົ້າຫຍັງບຸລະ
ຈັກແມ່ນຫຍັງບຸ?(ບຸໃນທີ່ນີ້ບໍ່ແມ່ນໝາຍເຖິງ ຄວາຍບຸຮົ້ວເດີ້)

ຄົນທຸກຄົນບໍ່ແມ່ນວ່າບໍ່ເຄີຍຜິດ...ຄົນທີ່ຜິດບໍ່ແມ່ນວ່າບໍ່ເປັນໃຊ້.....ຄົນທີ່ແພ້ບໍ່ແມ່ນແພ້ຕະຫຼອດໄປ...ຄົນທີ່ລົ້ມແລ້ວລຸກໃໝ່ຄືຍອດຄົນ

໓໒ ກະທູ້
໒໓໘໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Miniskirt ຂຽນວ່າ...
ອ່ານເບິ່ງດີໆ


ບໍ່ເຫັນ...


໗໘ ກະທູ້
໑໒໑໓ ໂພສ
ຜູ່ເບິ່ງແຍງເວັບບອດ
ມີແນວຢາກແນະນຳໜ້ອຍນຶ່ງ ຖ້າ Miniskirt ຢາກສົນທະນາເລື່ອງພາສາລາວແບບຈິງ ໆ ຈັງ ໆ ຢາກໃຫ້ຊອກວັດຈະນານຸກົມພາສາລາວມາອ້າງອີງນຳ ຢ່າໃຊ້ປະສົບການຕັດສິນ ບໍ່ຊັ້ນພວກເຮົາຈະໄດ້ອາຈານພາສາລາວເພີ່ມອີກຄົນ (ເຊິ່ງຕອນນີ້ກໍມີຫຼາຍເກີນຢູ່ແລ້ວ 55)

ຄຳວ່າ ບຸ ນັ້ນ ໃນວັດຈະນານຸກົມເພິ່ນວ່າແບບນີ້



ມັນມີຄຳສັບຫຼາຍຢ່າງໃນພາສາລາວທີ່ຂ້າພະເຈົ້າເອງກໍບໍ່ຮູ້ວ່າມັນມີ ຫຼືບໍ່ຮູ້ວ່າ ແທ້ຈິງແລ້ວມັນສະກົດແນວໃດແທ້ ເຊັ່ນຄຳວ່າ “ກໍ” ບໍ່ໃສ່ໄມ້ເອກ ບາງຄົນອ່ານແລ້ວຄຶດວ່າ ຂ້າພະເຈົ້າພິມຜິດ ແຕ່ບໍ່ແມ່ນດອກທ່ານ ຂ້າພະເຈົ້າພິມຕາມແບບສະກົດທີ່ເພິ່ນລະບຸໄວ້ໃນວັດຈະນານຸກົມ ແຕ່ກີ້ເພິ່ນຂຽນແນວນີ້ແທ້. ຄຳວ່າ “ກໍ່” ມີໄມ້ເອກ ໝາຍເຖິງກໍ່ເຮືອນ ກໍ່ສ້າງ ມັນຄົນລະຄວາມໝາຍກັບ “ກໍ” ທີ່ບໍ່ມີໄມ້ເອກ. ອັນນີ້ເປັນຕົວຢ່າງນ້ອຍ ໆ ທີ່ຍົກຂຶ້ນມາ.

ນອກຈາກນັ້ນແລ້ວ ກໍຍັງມີຄຳສັບອື່ນ ໆ ອີກຫຼາຍ ທີ່ເຮົາຍັງບໍ່ຮູ້ ຫຼືຮູ້ບໍ່ດີພໍ ຈຶ່ງຂໍຮຽກໃຫ້ເຮົາພວກເຮົາໄວໜຸ່ມລາວ ຊ່ວຍກັນສຶກສາຢ່າງລະອຽດ ຈະແຈ້ງ ມີລະບຽບຄັກແນ່ ຮູ້ຈັກໃຊ້ຫຼັກການອ້າງອີງທີ່ຖືກຕ້ອງ ຈຶ່ງຈະເປັນຜົນດີຕໍ່ພາສາລາວເຮົາຢ່າງແທ້ຈິງ!


໓໒ ກະທູ້
໒໓໘໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Miniskirt ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ PhoeniXTeN ຂຽນວ່າ...
ເຮົາວ່າຫມາຍເຖິງ ຈັກເວົ້າອີຫຍັງບຸລະຫັ່ນ ຟັງບໍ່ທັນ ຫລື ຈັກເວົ້າອີຫຍັງບຸລະຫັ່ນ ບໍ່ເຂົ້າໃຈ


ບໍ່ຮູ້ລະ ຄ້າຍທີ່ສຸດກັບ ບຸລະ ແລະ ບໍ່ຮູ້ລະ ສືສື່ ບໍ່ມີ "ຫັ້ນ" ຄັນຢາກຕື່ມຫັ້ນໃສກະບໍ່ເປັນຫຍັງ ຄວາມໝາຍກະອັນດຽວກັນ. ແຕ່ຢ່າລືມວ່າພາສາ
slang ລາວ ມັກຈະຫຍໍ້ຄຳໃຫ້ສັ້ນລົງ. ບຸລະ ກັບ ບຸລະຫັ້ນ ໂຕໃດທີ່ເວົ້າງ່າຍກ່ວາກັນລະ?



ກະນິເດະ ຈາກ ຈັກເວົ້າອີຫຍັງບຸລະຫັ່ນ ຟັງບໍ່ທັນ ຫລື ຈັກເວົ້າອີຫຍັງບຸລະຫັ່ນ ບໍ່ເຂົ້າໃຈ
ມາເປັນ ຈັກເວົ້າອີຫຍັງບຸລະ... ກະສັ້ນລົງລະເດະ

------------------------------------------------------------------

ແລ້ວ '' ຈັກເວົ້າອີຫຍັງບໍ່ຮູ້ລະ '' ທິ່ ຈຂກທ ບອກ ແປວ່າຫຍັງລະ...


໓໒ ກະທູ້
໒໓໘໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ au8ust ຂຽນວ່າ...
ມີແນວຢາກແນະນຳໜ້ອຍນຶ່ງ ຖ້າ Miniskirt ຢາກສົນທະນາເລື່ອງພາສາລາວແບບຈິງ ໆ ຈັງ ໆ ຢາກໃຫ້ຊອກວັດຈະນານຸກົມພາສາລາວມາອ້າງອີງນຳ ຢ່າໃຊ້ປະສົບການຕັດສິນ ບໍ່ຊັ້ນພວກເຮົາຈະໄດ້ອາຈານພາສາລາວເພີ່ມອີກຄົນ


see good..


໑໔ ກະທູ້
໓໐໑ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ au8ust ຂຽນວ່າ...
ມີແນວຢາກແນະນຳໜ້ອຍນຶ່ງ ຖ້າ Miniskirt ຢາກສົນທະນາເລື່ອງພາສາລາວແບບຈິງ ໆ ຈັງ ໆ ຢາກໃຫ້ຊອກວັດຈະນານຸກົມພາສາລາວມາອ້າງອີງນຳ ຢ່າໃຊ້ປະສົບການຕັດສິນ ບໍ່ຊັ້ນພວກເຮົາຈະໄດ້ອາຈານພາສາລາວເພີ່ມອີກຄົນ (ເຊິ່ງຕອນນີ້ກໍມີຫຼາຍເກີນຢູ່ແລ້ວ 55)

ຄຳວ່າ ບຸ ນັ້ນ ໃນວັດຈະນານຸກົມເພິ່ນວ່າແບບນີ້




ມັນມີຄຳສັບຫຼາຍຢ່າງໃນພາສາລາວທີ່ຂ້າພະເຈົ້າເອງກໍບໍ່ຮູ້ວ່າມັນມີ ຫຼືບໍ່ຮູ້ວ່າ ແທ້ຈິງແລ້ວມັນສະກົດແນວໃດແທ້ ເຊັ່ນຄຳວ່າ “ກໍ” ບໍ່ໃສ່ໄມ້ເອກ ບາງຄົນອ່ານແລ້ວຄຶດວ່າ ຂ້າພະເຈົ້າພິມຜິດ ແຕ່ບໍ່ແມ່ນດອກທ່ານ ຂ້າພະເຈົ້າພິມຕາມແບບສະກົດທີ່ເພິ່ນລະບຸໄວ້ໃນວັດຈະນານຸກົມ ແຕ່ກີ້ເພິ່ນຂຽນແນວນີ້ແທ້. ຄຳວ່າ “ກໍ່” ມີໄມ້ເອກ ໝາຍເຖິງກໍ່ເຮືອນ ກໍ່ສ້າງ ມັນຄົນລະຄວາມໝາຍກັບ “ກໍ” ທີ່ບໍ່ມີໄມ້ເອກ. ອັນນີ້ເປັນຕົວຢ່າງນ້ອຍ ໆ ທີ່ຍົກຂຶ້ນມາ.

ນອກຈາກນັ້ນແລ້ວ ກໍຍັງມີຄຳສັບອື່ນ ໆ ອີກຫຼາຍ ທີ່ເຮົາຍັງບໍ່ຮູ້ ຫຼືຮູ້ບໍ່ດີພໍ ຈຶ່ງຂໍຮຽກໃຫ້ເຮົາພວກເຮົາໄວໜຸ່ມລາວ ຊ່ວຍກັນສຶກສາຢ່າງລະອຽດ ຈະແຈ້ງ ມີລະບຽບຄັກແນ່ ຮູ້ຈັກໃຊ້ຫຼັກການອ້າງອີງທີ່ຖືກຕ້ອງ ຈຶ່ງຈະເປັນຜົນດີຕໍ່ພາສາລາວເຮົາຢ່າງແທ້ຈິງ!



ຄຳວ່າ ກໍ ກັບກໍ່ ນັ້ນມັນແມ່ນແບບນັ້ນຢູ່ແລ້ວ...ຄືເຈົ້າວ່າຫັ້ນລະເຮົາກະເຄີຍໄດ້ເວົ້າກັນແລ້ວບໍ່ແມ່ນບໍ່

ແກ້ໄຂໃຫ້ແຕ່ໂຕດຽວນິວະ 555

ກະຄື Miniskirt ວ່າຫັ້ນລະ ຄັນຊິໃຫ້ແປງໝົດຄຳທີ່ Miniskirt ຂຽນມານັ້ນມັນບໍ່ອຶດດອກຈ່າໂຕຜິດ. ແລະກະຂອງຜູ້ອື່ນໆ ນຳກະຄືກັນ. Miniskirt
ສົນໃຈກ່ຽວກັບພາສາລາວຫຼາຍ ເອົາຈິງເອົາຈັງແນ່ນອນຢູ່ແລ້ວ. ເອົາມາ share ກັນແບບນີ້ລະ Miniskirt ມັກ. ເພາະສ່ວນຫຼາຍບໍ່ເຫັນໃຜຈະມັກ
ເອົາເອກະສານມາອ້າງອີງນຳ. ແຕ່ການທີ່ຈະໃຫ້ Miniskirt ເອົາເອກະສານອ້າງອີງທີ່ກ່ຽວຂ້ອງກັບເນື່ອຫາທີ່ Miniskirt ໄດ້ຂຽນນັ້ນ Miniskirt
ກະຢາກເອົາມາອ້າງອີງຖ້າຫາກເຈົ້າເຫັນຢູ່ໃສ່ທີ່ຄິດວ່າຈະເປັນເອກະສານອ້າງອີງຄືດັ່ງທີ່ຂ້ອຍໄດ້ຂຽນນັ້ນ..ເອົາມາໃຫ້ເບິ່ງແດ່. ຄວາມຄິດໃໝ່ກະຢາກນຳເອົາມາສະເໜີ.ໃຫ້ມາໄດ້ discuss ນຳກັນແລະຍັງຊິໄດ້ discuss ອີກຫຼາຍຢູ່ລະບໍ່ຕ້ອງຫ່ວງ. ສຳລັບເອກະສານອ້າງອີງກ່ຽວກັບພາສາລາວນັ້ນ 555 ກະພວກທ່ານຫັ້ນລະເປັນ. ອືມ....ໄປເອົາມາຈາກ
ວັດຈະນານຸກົມລາວໃດຂອງມະຫາສີລາຫັ້ນບໍ່ນອກຈາກວັດຈະນານຸກົມຂອງທ່ານມະຫາສີລາແລ້ວ ຂອງຜູ້ອື່ນມີຢູ່ວະ. ມີຜູ້ມາແກ້ຄຳຜິດໃຫ້ນິ
Miniskirt ມັກຫຼາຍ Miniskirt ຈະບໍ່ຄະຕິຄິດເຄືອງໃຈຜູ້ທີ່ມາແກ້ຄຳຜິດໃຫ້ແຕ່ຢ່າງໃດ.

ຈຳແນກໃຫ້ໄດ້ວ່າອັນໃດເປັນ slang ອັນໃດເປັນຄຳທີ່ຖືກໃນໄວຍະກອນກໍຈະດີ.. ຂ້ອຍຈະຂຽນວ່າ ບຸ ນັ້ນເນື່ອງຈາກຍັງບໍ່ທັນຮູ້ແນ່ຊັດວ່າແມ່ນ ບຸ໊
ທີ່ເຈົ້າເອົາມາອ້າງອີງ. ແລະຂ້ອຍກະຍັງຂຽນອີກວ່າ ບຸ໋ ສາເຫດທີ່ຂຽນແບບນີ້ນັ້ນເຈົ້າລອງໄປອ່ານເບິ່ງສິ່ງທີ່ຂ້ອຍຂຽນອ່ານໃຫ້ລະອຽດດາ.

ແລະໂຕອັນນີ້ ໊ ນັ້ນ ເອີ້ນອີຫຍັງລະ..ໄມຈັດຕະວາວະ ເອີ ໂຕນີ້ລະ Miniskirt ຊິເອົາມາ discuss ໃນກະທູ້ຕໍ່ໄປ.

ເທບແຫ່ງພາສາລາວ


໗໘ ກະທູ້
໑໒໑໓ ໂພສ
ຜູ່ເບິ່ງແຍງເວັບບອດ
ອັນນັ້ນ.. ຢາກຈະບອກວ່າ Miniskirt ພິມລາວໝົດກໍໄດ້ ບໍ່ຈຳເປັນຕ້ອງ english ຄຳ laos ຄຳ because ຄົນໃນພັນລາວສ່ວນຄືຊິອ່ານພາສາລາວໄດ້ better than ພາສາອັງກິດ ຫຼືທ່ານອື່ນ ໆ ມີ idea ອື່ນຕື່ມບໍ່ນໍ້? ກ່ຽວກັບການໃຊ້ພາສາອັງກິດປົນພາສາລາວ ເພາະວ່າ in reality ນັ້ນ ພາສາລາວກໍຄົບຖ້ວນດີຢູ່ besides ພວກຄຳສັບ technical ຕ່າງ ໆ ອາດຈະຕ້ອງ borrow ມາຈາກພາສາອື່ນແດ່ ຫຼືອ້າງອີງເພື່ອໃຫ້ໄດ້ລົດຊາດດັ້ງເດີມຂອງຄຳສັບທີ່ຍົກມາ.

ກໍຫວັງວ່າຈະ get ນໍ້ ອິອິ...

ເລື່ອງແຫຼ່ງອ້າງອີງຫັ້ນ ເອົາຈາກວັດຈະນານຸກົມເຫຼັ້ມອື່ນກໍໄດ້ ແຕ່ອັນທີ່ຈິງບາງເຫຼັ້ມເຂົາກໍອ້າງອີງຈາກວັດຈະນານຸກົມຂອງມະຫາສິລາຯ ຄືກັນ ແຕ່ເຫດທີ່ອ້າງອີງຂອງມະຫາສິລາຯ ເປັນຫຼັກ ກໍດ້ວຍເຫດວ່າ ເພິ່ນເປັນຜູ່ຄົ້ນຄວ້າເລື່ອງນີ້ມາດົນກວ່າໝູ່ (ປີ ພ.ສ. 2503 ກົງກັບປີ ຄ.ສ. 1960) ລຸ້ນຫຼັງກໍຄົ້ນຄວ້າຕໍ່ຈາກຂອງເພິ່ນ.

ປ.ລ. ຄຳວ່າ “ຈ້ຳ” ທີ່ລົງທ້າຍນັ້ນ ບາງທີ ອາດຈະເປັນໄປໄດ້ວ່າ ຍ້ອນໂຕ ຈ ກັບໂຕ ຊ ມັນຢູ່ໃກ້ກັນໃນແປ້ນພິມດີດ ບາງຄົນພິມໄວລືມເບິ່ງ ເວລາພິມ ຊ້ຳ ກາຍເປັນ ຈ້ຳ ແລ້ວຄຶດວ່າ ໜ້າຮັກດີ ກໍເລີຍພິມຕໍ່ໄປຕິ 55


໐ ກະທູ້
໓໓ ໂພສ
ຂາປະຈຳເວັບບອດ
ກ ໜ ຣ


໐ ກະທູ້
໒໘ ໂພສ
ຂາປະຈຳເວັບບອດ
ສຳລັບເຮົາ 555+ = ຫ້າ ຫ້າ ຫ້າ ສົມ (ສົມ ນ ໜ ຫັ່ນແຫລະ)
+ ບາງຄົນເອີ້ນ ສົມ ແມ່ນບໍ່? 555+

ເຄີຍເຈິບໍ່ມີຄົນສົ່ງ SMS ມາແລ້ວພິມວ່າ
h y u? ປົກຕິມັນກໍແປວ່າ ເຮັດຫຍັງຢູ່? (ຕິເບາະ)
ແຕ່ຄັນຢາກຕີຄວາມຫມາຍເປັນແນວອື່ນກໍໄດ້ນິ
ຮຽນຫຍັງຢູ່? ຫລືໄປຈົນຮອດ how's your underwear?
ພະຍາຍາມພິມໃຫ້ມັນເຕັມໆນັ້ນລະບັນດາທ່ານເອີ່ຍ
ການພິມເຮັດໃຫ້ເປັນເຫດ ເຈິມາຫລາຍແລ້ວ ຖ້າໃຜບໍ່ຢາກເຈິກໍລະວັງໄວ້ XD

ໝາຍເຫດ: ພິມເຕັມບໍ່ເຕັມມັນຂຶ້ນກັບ ຄສທນ ຂອງແຕ່ລະຄົນ


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເປັນຄະຕິແລະມີປະໂຫຍດໃນການໂອ້ໂລມກັນຈັ່ງຊີ້.
ຫຼາຍຄົນກະມີແນວມາອ້າງອິງໄດ້ແຕ່ກະມີອີກໃຜໆທີ່ຫາແນວອ້າງອິງບໍ່ມີແຕ່
ກະຄຶດວ່າບໍ່ ປະຖີ້ມເຊິ່ງຄວາມມີເຫດຜົນທັງຫມົດໄປ.
ແລ້ວ ທາງ ພັນລາວບໍ່ມີໂຄງການທີ່ຈະນຳເອົາ ວັກຈະນານຸກົມພາສາລາວເຂົ້າມາໃຫ້ໄດ້ໃຊ້ແນ່ຫຼຶບໍ່?


໗໘ ກະທູ້
໑໒໑໓ ໂພສ
ຜູ່ເບິ່ງແຍງເວັບບອດ
ຕອບລຸງເທົາ ຕ້ອງຖ້າຖາມເບິ່ງກ່ອນ ວ່າເພິ່ນຊິໃຫ້ນຳເນື້ອຫາມາເຜີຍແຜ່ໄດ້ໃນລັກສະນະໃດແດ່ ຖ້າເຮັດໄດ້ ກໍຄ່ອຍວ່າກັນວ່າຈະດຳເນີນການແນວໃດ.


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້

ແຕ່ຫາກວ່າພໍ ຈະເວົ້າຫຍັງໄດ້ຕຶ່ມ ຄຶ ມີຄວາມສົງສັຍ ການໃຊ້ໂຕ ໝ ກັບໂຕ ໜ; ມີຫຼາຍໆຄົນຂຽນແບບດຽວກັນນີ້ ຫຼຶວ່າເປັນຍ້ອນ ໃນ ປຸ່ມດຽວກັນແຕ່ຂື້ນກັບ ວ່າຕ້ອງກົດປຸ່ມ Shift + ເພຶ່ອໃຫ້ເປັນ ໂຕ ໝ !!
ໃຊ້ໂຕໜ ແທນບ່ອນໂຕ ໜ .

ໜ ກັບ ໝ ຈະຕ່າງກັນ. ຢາກພິມໂຕ ໜ ກໍຕ້ອງ ກົດ Shift + ນ. ຢາກພິມໂຕ ໝ ກໍຕ້ອງ ກົດ Shift + ມ. ຄັນເຫັນມີການໃຊ້ໂຕ ໝ ແທນ ໂຕ ໜ
ຫຼືໂຕ ໜ ແທນໂຕ ໝ ກໍສະແດງວ່າ ຜູ້ ພິມ ພິມຜິດ. ການຂຽນກໍເຊັ່ນກັນ.

ໄດ້ບອກໄວ້ໃນ ກະທູ້ທີ່ ຂຽນກ່ຽວກັບບັນຫານີ້ແລ້ວ ແຕ່ ຍ້ອນວ່າ ຂ້ອຍໃຊ້ຣະບົບ Linux ການຂຽນ ໂຕ ຫນ ຫຼຶ ຫມ ນີ້ ມາປ່ຽນ ໃນຣະບົບ ຕ່າງຫາກ, ເພາະໃນຫນ້າຈໍຂອງຂ້ອຍນັ້ນ ທຸກຢ່າງເປັນດັ່ງທີ່ຂ້ອຍຕ້ອງການຢາກຂຽນ :ຫມາ ກະເປັນ
ຫມາ ຫນ້າ ກະ ເປັນຫນ້າ ແຕ່ບາດມາ ຫາເຈົ້າເທິງຈໍຂອງເຈົ້າພັດເປັນໄປທາງອຶ່ນຈ້ອຍ!!!
ບາດນີ້ກະເລີຍຄຶນມາໃຊ້ ຫນ ຫມ ເພຶ່ອກັນຄວາມເຂົ້າໃຈຜິດ.
ຈົ່ງເບິ່ງນີ້ ທີ່ກ່າຍອອກມາ ຈາກບົດສົນທະນາຂ້າງເທິງ: ໜ້າຮັກດີ ກໍເລີຍພິມ!
ແລະຢາກຫົວແຕ່ລາງເທຶ່ອກະຢາກຮ້າຍເພາະຄຶດວ່າຜູ້ອຶ່ນຂຽນຜິດແທນທີ່ຈະເປັນຫນ້າຮັກ ເປັນຫມ້າ ຮັກ!!


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂອບໃຈຫຼານ ນິນ ທີ່ຕອບຂໍ້ຂ້ອງໃຈແລະກໍຈະຄອຍເບິ່ງຜົນງານ.
ລູງຄຶດວ່າຍາມນີ້ ການຂີດຂຽນພາສາເຮົາບໍ່ທັນມີກົດເກັນທີ່ຕາຍໂຕກະຄຶດວ່າຄົງບໍ່ມີບັນຫາຫຍັງຕິເບາະ!
ແຕ່ ວ່າທັງຫມົດມັນກະອະນິຈັງວັທສັງຄະລາ ຫັ້ນ ລະນໍ!!
ຍາມບໍ່ມີລົມກະ ພະຍາຍາມເປົ່າເອົາໃຫ້ມີລົມ.
ແຕ່ໄດ້ງິນວ່າທາງຣັຖບານໄດ້ ພະຍາຍາມຊອກຫາບັນດິດລາວກ່ຽວກັບພາສາສາດ-ລາວ
ທີ່ຫຼົງເຫຼຶອຢູ່ໃນທົ່ວໂລກໃຫ້ມາຊ່ອຍກັນແກ້ໄຂບັນຫານີ້ຢູ່ ບໍ່ແມ່ນບໍ?
ຕາມຂ່າວເປົ່າປິວຫັ້ນດອກ ວ່າ.
ຫາກເປັນໄປໄດ້ ກະ ສາທຸນຳ.


໑໐ ກະທູ້
໑໙໓ ໂພສ
ນັກການກະທູ້
ຊ້ຳ ກັບ ຈ້ຳ


ນ່າຈະແມ່ນພິມຜິດຫລາຍກວ່າ ແຕ່ເບິ່ງໄປເບິ່ງມາ ມັນດູດີ ປັນຍາອ່ອນເລີຍໃຊ້ ຕິບເບາະ

ອິກຄຳ1ແມ່ນ ບຸ ເຫີໆໆໆ ອັນນີ້ຂ້ອຍງົງ ບໍ່ຮູ້ແປວ່າຫຍັງ 5555+

ໂຄດຫລຸດຍຸກເລີຍ

<img src="http://uphoup.com/image-2D9D_4C8B6A12.jpg" width="338" height="50">

໑໔ ກະທູ້
໓໐໑ ໂພສ
ຊຳນານການເວັບບອດ
ຕອບau8ust: ອັນນີ້ ກະໂປ່ງສັ້ນຢາກແນະນຳໃຫ້ເຈົ້າຂອງເວັບໄຊທ໌ reconsider ການໃຊ້ພາສາຢູ່ໃນພັນລາວແນ່. ອືມ..ຄົງຊິກຳລັງຄິດຢູ່ດອກ
ຫາກແຕ່ວ່າຄິດຍັງບໍ່ທັນອອກ. ເພາະຖ້າບໍ່ມີຄວາມເປັນເອກະສັນກັນມັນກໍຈະມີການໃຊ້ແບບນີ້ລະ, ບໍ່ມີຫຼັກການຄືພາສາລາວປັດຈຸບັນນີ້ລະ. ຕ້ອງກຳ
ນົດວ່າຄວນຈະອະນຸຍາດໃຫ້ໃຊ້ພາສາໃດແນ່ແລະບໍ່ອະນຸຍາດໃຫ້ໃຊ້ພາສາໃດແນ່ໃນພັນລາວ. ແລະອະນຸຍາດຈັ່ງໃດບໍ່ອະນຸຍາດຈັ່ງໃດ.tu ຄິດ
ວ່າຄັນບໍ່ອະນຸຍາດກໍຕ້ອງເດັດຂາດໂລດ.ໂຕໜຶ່ງກໍບໍ່ໃຫ້ໃຊ້ຄັນໃຜໃຊ້ກະ go to a jail ເອິ໋! ບໍ່ແມ່ນເຈົ້າຈັບເຂົາບໍ່ໄດ້ດອກເຈົ້າ bo ມີສິດ to do dat.ແຕ່ສິດຂອງເຈົ້າທີ່ເຮັດໄດ້ກໍຄື band ຜູ້ທີ່ລະເມີດ ຫຼື block / lock ກະທູ້ໄວ້ແລະອື່ນໆທີ່ເປັນສິດອຳນາດທີ່ເຈົ້າຂອງເວັບໄຊທ໌ຈະເຮັດໄດ້ ເຮັດແບບນີ້ພິລະຈັ່ງຊິຊິຊິໄດ້ ຊິໄດ້ຜົນ. ຄິດວ່າ u ຄົງຊິບໍ່ຢາກເຮັດແບບນັ້ນດອກ ^^
ສາເຫດທີ່ tu use english ຄຳ lao ຄຳ ນັ້ນກໍຍ້ອນວ່າໄດ້ໄປອ່ານເຫັນເຈົ້າຂອງເວັບເວົ້າວ່າເວັທ໌ໄຊທ໌ນີ້ເຈົ້າຂອງເວັບເປັນຜູ້ສ້າງສ່ວນທີ່ເຫຼືດ
ນັ້ນແມ່ນສຳມະຊິກພັນລາວເປັນຜູ້ສ້າງຂຶ້ນມາແລະກໍບໍ່ໄດ້ເຫັນຂຽນບອກໄວ້ວ່າຫ້າມໃຫ້ສະມາຊິກພັນລາວໃຊ້ພາສາອັງກິດໂຕດຽວກໍບໍ່ໃຫ້ໃຊ້.
ໃຫ້ໃຊ້ໄດ້ແຕ່ພາສາລາວເທົ່ານັ້ນ. ຂ້ອຍກໍບໍ່ໄດ້ຜິດເດ. ແລະອີກຢ່າງໜຶ່ງ ມີຂໍ້ຄວາມຂຽນໄວ້ອີກວ່າເຫຼືອນັ້ນແມ່ນຂອງສຳມະຊິກພັນລາວ
ເປັນຜູ້ສ້າງ.ນັ້ນສະແດງວ່າ ກະທູ້ນີ້ໜ້ານີ້ ກໍແມ່ນຂອງຂ້ອຍຕິຊັ້ນ 5555ແລ້ວກ່ອນຊິສະໝັກເປັນສຳມະຊິກຂ້ອຍກໍໄດ້ອ່ານແລ້ວຍອມຮັບກ່ອນ
ຈະເປັນສຳມະຊິກແລະຂໍ້ຄວາມຢູ່ບ່ອນນັ້ນກໍບໍໄດ້ລະບຸໄວ້ວ່າບໍ່ໃຫ້ໃຊ້ພາສາອັງກິດຈັກໂຕຂ້ອຍກະບໍ່ໄດ້ຜິດເດ.

ການທີ່ໃຊ້ຄຳໃນພາສາອັງກິດແນ່ແລະຄຳລາວແນ່ນັ້ນຂ້ອຍກໍເຄີຍໄດ້ອ່ານໜັງສືເຫຼັ້ມໜຶ່ງຢູ່ ເຂົາເວົ້າວ່າ ຢູ່ໃນການ lecture , ໃນກອງປະຊຸມແລະບ່ອນ
ອື່ນໆ ການທີ່ເວົ້າອັງກິດນຳລາວນຳກໍບໍ່ໄດ້ຜິດດອກແຕ່ຈະບໍ່ເໝາະສົມເມື່ອໃຊ້ສັບພາສາອັງກິດຫຼາຍຈົນເກີນໄປແລະບໍ່ໃຫ້ໃຊ້ຄຳສັບທີ່ເຂົ້າໃຈຍາກອີກ .ແນ່ນອນຜູ້ທີ່ເກັ່ງພາສາອັງກິດກໍຈະເຂົ້າໃຈແຕ່ຕ້ອງຄຳນຶງເຖິງຜູ້ທີ່ບໍ່ຮູ້ເພາະເຂົາຈະບໍ່ເຂົ້າໃຈ. ດັ່ງນັ້ນຈຶ່ງບໍ່ໃຫ້ໃຊ້ສັບອັງກິດຫຼາຍຈົນເກີນໄປ. ຂພຈ ກໍຄິດ
ວ່າ ການທີ່ໃຊ້ຄຳສັບອັງກິດຫຼາຍເກີນໄປນັ້ນມັນຈະເບິ່ງບໍ່ເໝາະສົມຟັງເບິ່ງຂັດໆຈັ່ງໃດກະບຸລະແຕ່ກົງກັນຂ້າມກັບຜູ້ທີ່ໃຊ້ເປັນຈະເປັນການບໍລິຫານສະເໜ່
ອີກຢ່າງໜຶ່ງ.
ສະຫຼຸບໃຊ້ໃຫ້ຖືກກາລະເທຊະ ຖືກກາລະເທຊະຢູ່ບ່ອນໃດນັ້ນວະ ກະຄືທີ່ຂ້ອຍໄດ້ນຳໃຊ້ຢູ່ໃນອີນເຕີເນັທ໌ນີ້ລະເພາະຄິດວ່າຄົນທີ່ຫຼິ້ນສ່ວນຫຼາຍຂະເຈົ້າກໍຍ່ອມ
ຢາກຮັບຮູ້ໂລກໃໝ່ໆແລະຜູ້ທີ່ມັກຊອກຮູ້ແນ່ກໍຈະນັ່ງຫຼິ້ນອິນເຕີເນັດທ໌ຢູ່ຫັ້ນລະໝົດມື້ໝົດເວັນ. ແລະອີກຢ່າງໜຶ່ງຜູ້ທີ່ຫຼິ້ນເອງເຂົາກະຊິຮູ້ພາສາອັງກິດບໍ່ ໜ້ອຍກະຫຼາຍລະ ສັບ slang ພາສາອັງກິດທີ່ຄິດວ່າເອົາມານຳໃຊ້ແລ້ວຄັກຫຼືເທ້ຈັ່ງໃດລະ. ແລະເມື່ອເອົາມານຳໃຊ້ແລ້ວກໍຈະເຮັດໃຫ້ degree ຂອງຕົນເພີ່ມຂຶ້ນ. ແລະເປັນເລື່ອງທີ່ບໍ່ແປກເລີຍທີ່ຈະມີຄົນສະແຫວງຫາມັນບໍ່ໜ້ອຍກະຫຼາຍຫຼະ. ເພາະວ່າ knowledge is power . ຄັນມີການຂຽນທີ່ມີ slang ອັງກິດແນ່ ຄຳສັບອັງກິດແນ່ປົນກັບຄຳລາວແນ່ແລ້ວເຮັດໃຫ້ບໍ່ເຂົ້າໃຈແຕ່ ຄັນຜູ້ອ່ານສົນໃຈຢາກຮູ້ໃນສິ່ງທີ່ຜູ້ຂຽນໄດ້ຂຽນ ກະໄປຊອກແປເອົາຕິວະ! ເຂົາຂຽນຂ້ອຍບໍ່ເຂົ້າໃຈຂ້ອຍຍັງໄປຊອກແປເອົາ. ຂຽນໄວ້ໃສ່ກະດ້ານມີເວລະຊອກຍາມໃດກະໄດ້ບໍ່ຄືກັບການເວົ້າ. ແຕ່ຄັນບໍ່ສົນໃຈສິ່ງທີ່ຜູ້ຂຽນໄດ້ຂຽນເພາະຄິດວ່າຂີ້ຄ້ານບໍ່ຢາກໄດ້ຄວາມຮູ້ກະເລື້້ອງຂອງເຈົ້າ dog.
ຕາບໃດທີ່ບໍ່ມີຂໍ້ບັງຄັບໃຫ້ໃຊ້ໃດ້ແຕ່ພາສານັ້ນພາສານີ້ຂ້ອຍກະຊິຂຽນຢູ່ນີ້ລະຄັນບໍ່ໃຊ້ ຂ້ອຍກະຊິລືມມັນ.ຄັນຊິໃຫ້ໄປໃຊ້ຢູ່ບ່ອນອື່ນ..ບອ່ນອື່ນຂ້ອຍ
ກະໃຊ້ມາໝົດລະ ແລະກະອີກຢ່າງໜື່ງບໍ່ມີພຽງແຕ່ພາສາອັງກິດທີ່ຂ້ອຍຂຽນພາສາໄທຂ້ອຍກະຂຽນຄືກັນ.ຄັນມີຂໍ້ບັງຄັບທີ່ຊັດເຈນແລະເປັນທີ່ຍອມຮັບ
ເມື່ອເອົາໄປຈັດຕັ້ງປະຕິບັດຂ້ອຍກະຊິບໍ່ເຮັດ ຕາມຢູ່ dork.

ອັນທີ່ຈິ່ງສ່ວນຫຼ່າຍຜູ້ຫຼິ້ນອິນເຕີເນັດທ໌ຄິດວ່າ ເຂົາກະພໍຮູ້ພາສາອັງກິດຫຼາຍຢູ່ດອກ. ຂ້ອຍກະບໍ່ແມ່ນຊິໄດ້ເກັ່ງມາແຕ່ທາງໃດກະຊອກຮູ້ຄືກັນແລະຄິດວ່າ
ໃຊ້ຢູ່ບອ່ນນີ້ກະຄົງຊິເໝາະສົມຄັນຊິໃຫ້ຂ້ອຍໄປໃຊ້ slang ກັບຜູ້ເຖົ້າຜູ້ແກ່ຂ້ອຍກະບໍ່ເຮັດລະນໍ. ການທີ່ຂຽນອັງກິດສັບລາວແນ່ຄິດວ່າມັນກະບໍ່ເສຍຫາຍ
ປານໃດດອກຄັນໃຊ້ໃຫ້ເໝາະສົມແລະ ມັນກະຊິບໍ່ເຮັດໃຫ້ຄົນລາວລືມພາສາຂອງຕົນຍ້ອນພາສາອັງກິດດອກ.ພາສາໄທເຮົາແຫ່ງຮູ້ແລະໃຊ້ຫຼາຍ
ກວ່າພາສາ
ອັງກິດເຮົາກະຍັງບໍ່ໄດ້ລືມພາສາລາວເລີຍ ຢ່າງໜ້ອຍກະຄິດສາວ່າໃຫ້ມັນປະດັບເວັບໄຊທ໌ໃຫ້ຊາວໂລກໄດ້ຮູ້ແນ່ວ່າ Lao people use English.


ສຳລັບການຂຽນຂອງຂ້ອຍແລ້ວຢູ່ໃນກະດານທີ່ຂ້ອຍຄິດວ່າຕ້ອງໃຊ້ພາສາເວົ້າການຂຽນຂອງຂ້ອຍກະແລ້ວແຕ່ອາລົມທີ່ຢາກຂຽນມື້ໃດທີ່ຢາກ
ຂຽນອັງກິດປົນນຳຂ້ອຍກໍຈະຂຽນມື້ໃດທີ່ບໍ່ຢາກຂຽນກໍຈະບໍ່ຂຽນ. ແລະກະຢາກຮູ້ຢູ່ວ່າເຈົ້າຂອງເວັບໄຊທ໌ຊິມີຂໍ້ບັງຄັບໃນການໃຊ້ພາສາຢູ່ໃນພັນ
ລາວແນວໃດແດ່.ແລະສຸດທ້າຍ ຢາກຖາມວ່າເຈົ້າຂອງເວັບໄຊທ໌ເດບໍ່ເຄີຍພິມອັງກິດປົນລາວແນ່ບໍ່...
ອືມ...ເຈົ້າອາດຈະໃຊ້ໜ້ອຍດຽວສະແດງວ່າຂ້ອຍໃຊ້ຫຼາຍໂພດຊັ້ນ...ສະແດງວ່າຂ້ອຍເກັ່ງກວ່າເຈົ້າ..555+ ^^


ເທບແຫ່ງພາສາລາວ


ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>