ກະທູ້ມາໃໝ່ | ຫມວດ | ກະດານແຫ... » ພາສາ |
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ເລື່ອງແຫຼ່ງອ້າງອີງຫັ້ນ ເອົາຈາກວັດຈະນານຸກົມເຫຼັ້ມອື່ນກໍໄດ້ ແຕ່ອັນທີ່ຈິງບາງເຫຼັ້ມເຂົາກໍອ້າງອີງຈາກວັດຈະນານຸກົມຂອງມະຫາສິລາຯ ຄືກັນ ແຕ່ເຫດທີ່ອ້າງອີງຂອງມະຫາສິລາຯ ເປັນຫຼັກ ກໍດ້ວຍເຫດວ່າ ເພິ່ນເປັນຜູ່ຄົ້ນຄວ້າເລື່ອງນີ້ມາດົນກວ່າໝູ່ (ປີ ພ.ສ. 2503 ກົງກັບປີ ຄ.ສ. 1960) ລຸ້ນຫຼັງກໍຄົ້ນຄວ້າຕໍ່ຈາກຂອງເພິ່ນ. ຕອບ au8ust: ຢາກຂຽນຫຼາຍຢູ່ແຕ່ຂີ້ຄ້ານເອົາເປັນວ່າພາສາລາວໄດ້ຮັບການດັດແປງແກ້ໄຂ. ມີການສັບສົນໃນການໃຊ້......
ເທບແຫ່ງພາສາລາວ
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ປ.ລ. ຄຳວ່າ “ຈ້ຳ” ທີ່ລົງທ້າຍນັ້ນ ບາງທີ ອາດຈະເປັນໄປໄດ້ວ່າ ຍ້ອນໂຕ ຈ ກັບໂຕ ຊ ມັນຢູ່ໃກ້ກັນໃນແປ້ນພິມດີດ ບາງຄົນພິມໄວລືມເບິ່ງ ເວລາພິມ ຊ້ຳ ກາຍເປັນ ຈ້ຳ ແລ້ວຄຶດວ່າ ໜ້າຮັກດີ ກໍເລີຍພິມຕໍ່ໄປຕິ 55 ຕອບ au8ust: ອ່າ.....ຄົງຊິບໍ່ສາມັກຄີພາກັນຜິດດອກ ສິ່ງທີ່ເອົາມາຂຽນນັ້ນ ກ່ຽວກັບຈ້ຳນັ້ນ ບໍ່ໄດ້ເອົາ ມາຈາກພຶດຕິກຳຂອງຜູ້ໃຊ້ພຽງແຕ່ຜູ້ດຽວ. ເຮົາຕ້ອງໄດ້ໃຊ້ເຫດໃຊ້ຜົນປຽບທຽບໃນຫຼາຍໆແງ່..ເພາະສະນັ້ນເປັນໄປບໍ່ໄດ້ເລີຍທີ່ຄົນຫຼາຍຄົນຈະມີພຶດຕິກຳທີ່ວ່າພິມຜິດຄືກັນໝົດແລະໂຕ ຈ ກັບໂຕ ຊ ກໍມີ ໂຕ ຂ ຂັ້ນໄວ້ຄົນທີ່ວາງມືບົນແປ້ນ keyboard ທີ່ຖືກຕ້ອງຈະຮູ້ໄດ້ວ່າມັນຢູ່ບ່ອນຕ່າງກັນແລະສ່ວນຜູ້ທີ່ພິມບໍ່ໄວ້ກໍຈະໄປຊ້ອກຫາເບິ່ງວ່າ ໂຕ ຊ ມັນ ຢູ່ ບ່ອນໃດ ໂຕ ຈ ຢູ່ໃສ່ເຊິ່ງຈະໄດ້ໃຊ້ເວລາໃນການສັງເກດເພາະສະນັ້ນເມື່ອໃຊ້ເວລາສັງເກດແບບນັ້ນຍິ່ງເປັນໄປບໍ່ໄດ້ເລີຍວ່າຊິບໍ່ຮູ້ວ່າ ຊິກົດໂຕ ຈ ຢູ່ ບ່ອນໃດ ແລະຊິກົດໂຕ ຊ ຢູ່ບ່ອນໃດຄັນໃຊ້ເວລາໃນການກົດຢູ່ແນວນັ້ນຍັງກົດບໍ່ຖືກກະຕາບອດລະ 555 . ມັນຈະບໍ່ເປັນແບບນັ້ນ ນອກເສຍຈາກຈົງໃຈຢາກໃຫ້ມັນເປັນ.ແລະຄິດວ່າ ຂພຈເອງກໍເປັນໜຶ່ງໃນນັ້ນທີ່ ໃຊ້ຈ້ຳແທນຊ້ຳຄືທີ່ວ່າຄືກັນເປັນບາງຄັ້ງອີງຕາມອາລົມທີ່ຢາກໃຊ້ແລະ ຂພຈກະໄດ້ຖາມຕົວເອງ ນຳວ່າ ເອ໋ ບໍ່ແມ່ນພິມຜິດບໍ່ ຕົວຂອງຂ້ອຍມັນກະຕອບວ່າ ບໍ່ກູບໍ່ໄດ້ພິມຜິດ. ກູຕັ້ງຢາກພິມແບບນັ້ນ.ໃນການສືບຫາຜູ້ທີ່ກະ ທຳຜິດມາລົງໂລດນັ້ນເຊິ່ງຈະຕ້ອງໄດ້ອາໄສຫຼັກຖານແລະການວິເຄາະທີ່ຖີ່ຖ້ວນຈຶ່ງຈະຈັບຜູ້ກະທຳຜິດມາລົງໂທດໄດ້. ຂ້ອຍຄິດວ່າຄັນໄປວິເຄາະ ແນວນັ້ນແລ້ວຄົງຊິຈັບຜູ້ກະທຳຜິດບໍ່ໄດ້ຈັກເທື່ອດອກ.^^
ເທບແຫ່ງພາສາລາວ
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ເຄີຍເຈິບໍ່ມີຄົນສົ່ງ SMS ມາແລ້ວພິມວ່າ h y u? ປົກຕິມັນກໍແປວ່າ ເຮັດຫຍັງຢູ່? (ຕິເບາະ) ແຕ່ຄັນຢາກຕີຄວາມຫມາຍເປັນແນວອື່ນກໍໄດ້ນິ ຮຽນຫຍັງຢູ່? ຫລືໄປຈົນຮອດ how's your underwear? ພະຍາຍາມພິມໃຫ້ມັນເຕັມໆນັ້ນລະບັນດາທ່ານເອີ່ຍ ການພິມເຮັດໃຫ້ເປັນເຫດ ເຈິມາຫລາຍແລ້ວ ຖ້າໃຜບໍ່ຢາກເຈິກໍລະວັງໄວ້ XD ໝາຍເຫດ: ພິມເຕັມບໍ່ເຕັມມັນຂຶ້ນກັບ ຄສທນ ຂອງແຕ່ລະຄົນ ຕອບ Defago: ຕາມຄວາມຄິດຂອງຂ້ອຍ.. ການທີ່ຈະຖືວ່າ slang ໄດ້ມັນກໍຕ້ອງເປັນວັດທະນະທຳເຊິ່ງເປັນທີ່ນິຍົມກັນໃຊ້ຫຼາຍເປັນທີ່ຍອມຮັບແລະໃຊ້ສືບຕໍ່ໆກັນ ໄປແນ່ນອນເນື່ອງຈາກພາສາມັນມີຫຼາຍຮູບແບບເຊິ່ງສາມາດສະກົດບໍ່ມີຂໍ້ຈຳກັດແຕ່ສິ່ງສຳຄັນຄືຂຶ້ນຢູ່ກັບການຍອມຮັບແລະນິຍົມໃຊ້ເພາະຂພຈຄິດວ່າ slang ໃນພາສາລາວແລະພາສາອັງກິດມັນຈະບໍ່ຄືກັນໝົດເຊິ່ງ slang ໃນພາສາອັງກິດ ບໍ່ມີພາສາໂອເກ໊ຄືກັບພາສາລາວ, ພາສາອັງກິດມີ slang ທີ່ popular ທົ່ວໂລກເປັນທີ່ນິຍົມແລະຮັບຮູ້. Slang ໃນພາສາອັງກິດສາມາດໃຊ້ໃນເນື້ອຮ້ອງເພງໄດ້ໂດຍຈະມັກພົບເຫັນໃນເພງ hip hop ຕ່າງຈາກພາສາລາວແລະພາສາໄທທີ່ຕ້ອງໃຊ້ພາສາທີ່ຖືກຫຼັກໄວຍະກອນໃຊ້ສຽງໃຫ້ຖືກຕ້ອງ.ຂ້ອຍພໍຈະເຂົ້າໃຈຢູ່ດອກເຈົ້າຢາກໝາຍຄວາມວ່າການ ໃຊ້ແນວນີ້ນັ້ນມັນຈະບໍ່ມີຫຼັກການຕາຍໂຕຢາກສະກົດແລະໝາຍຄວາມວ່າແນວໃດກໍໄດ້ ເພາະພາສາໂອເກ໊ຈະໃຊ້ຕົວອັກສອນອັງກິດຂຽນ. ໂຕນີ້ h y u? ເຊິ່ງ h ຈະມີສຽງຄ້າຍໆກັບຄຳວ່າ ເຮັດ ໃນຄຳລາວ y ທີ່ຂຽນຫຍໍ້ມາຈາກ yung/yang ແປວ່າ ຫຍັງ ເຊິ່ງຈະຕັດເອົາແຕ່ໂຕ y ຂະຕ່າງກັບໃນກໍລະນີ berng ທີ່ມັກຂຽນວ່າ bg ເຊິ່ງຕັດ ern ອອກເອົາແຕ່ bg . ແຕ່ເປັນຫຍັງໃນກໍລະນີຂອງ y ທີ່ຂຽນຫຍໍ້ມາຈາກ yung/yang ຈຶ່ງບໍ່ຂຽນວ່າ yg ເຊິ່ງຕັດ ສ່ວນທີເຫຼືອອອກຄືກັນກັບໃນກໍລະນີຂອງ berng = bg . ກໍເນື່ອງຈາກວ່າເຖິງແມ່ນວ່າໃນກໍລະນີນີ້ມັນເປັນແບບນີ້ເມື່ອໃນກໍລະນີອື່ນມັນຈະເປັນແບບອື່ນ. U ມາຈາກ you/yoo ແປວ່າຢູ່ ແລະ u , you ແລະ yoo ລ້ວນແຕ່ມີສຽງຄ້າຍຄຳວ່າ ຢູ່. ເພາະສະນັ້ນເລືອກເອົາ u ເພາະສັ້ນກ່ວາ. ເອົາທັງໝົດມາລວມກັນເປັນ h y u ? ລວມທັງໝົດເປັນເອກະລັກໃນການໃຊ້. ພາສາໂອເກ໊ມັນຈະບໍ່ເປັນລະບົບຄືພາສາທີ່ມີໄວຍະກອນມີຫຼັກການໃນການໃຊ້ຄຳແລະຫຼັກການອື່ນໆຄືພາສາທີ່ເຮົານຳໃຊ້ກັນໃດ໋. ພາສາໂອເກ໊ແລ້ວແຕ່ຜູ້ທີ່ຈະສະກົດມັນບໍ່ອຶດດອກຢາກສະກົດໄປແນວໃດກະໄດ້. ແລ້ວແຕ່ຈິນຕະນາການໃຜມັນ. ແຕ່ຈິນຕະນາການໃດໜຶ່ງບໍ່ໄດ້ຮັບການນິຍົມໃຊ້ຢ່າງຫຼວງຫຼາຍກໍຈະບໍ່ສາມາດເອີ້ນວ່າ slang ໄດ້. ຄຳວ່າ abແບ໋ວ ໃນພາສາໄທບໍ່ຮູ້ວ່າມາຈາກຈິນຕະນາການຂອງໃຜແລະຖ້າຫາກຈິນຕະນາການນັ້ນບໍ່ໄດ້ຮັບການນິຍົມໃຊ້ກັນຫຼາຍມັນກໍຄົງຊິບໍ່ໄດ້ໂດ່ງດັງຈົນຈິນ ຕະຫຼາເອົາໄປຮ້ອງເປັນເພງດອກແລະພວກເຮົາກໍຮູ້ກັນດີ
ເທບແຫ່ງພາສາລາວ
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ເລີ່ມເມື່ອຍນຳ Miniskirt ຂຽນຍາວ ແຕ່ຈັບໃຈຄວາມບໍ່ຄ່ອຍໄດ້ວ່າຕ້ອງການນຳສະເໜີຫຍັງແທ້. ເນື່ອງຈາກມີການແຕກປະເດັນອອກເປັນຫຼາຍຢ່າງ ດັ່ງນັ້ນ ຈະຂໍຍົກຂຶ້ນມາເລື່ອງນຶ່ງກ່ອນຄືເລື່ອງທີ່ວ່າ ຂຽນ ຈ້ຳ ກັບ ຊ້ຳ ສະລັບກັນ. ອັນເລື່ອງນີ້ ຢາກໃຫ້ Miniskirt ເປີດໃຈໃຫ້ກວ້າງ ໆ. ມີເລື່ອງຈະເລົ່າໃຫ້ຟັງ ເລື່ອງເຄີຍເກີດຂຶ້ນໃນພາສາໄທ. ມີຄຳສັບນຶ່ງວ່າ เทพ ຕໍ່ມາມີຄົນພິມຜິດວ່າ เมพ ແລ້ວຄົນອື່ນເຫັນກໍຮູ້ຢູ່ວ່າແມ່ນພິມຜິດ ແຕ່ຄຶດວ່າຄັກດີ ກໍເລີຍຮຽນແບບກັນ ຈົນດຽວນີ້ມີຄຳສັບວ່າ เมพขริง ๆ ເຊິ່ງມັນຜິດພ້ຽນມາຈາກຄຳວ່າ เทพจริง ๆ ແລະເລີ່ມເປັນທີ່ແຜ່ຫຼາຍໂດຍທົ່ວໄປໃນເວັບບອດໄທ. ອັນນີ້ເປັນຕົວຢ່າງນຶ່ງໃນການພິມຜິດ ແລ້ວຄົນອື່ນຮຽນແບບ ເພາະຄຶດວ່າມັນຄັກດີ. ນີ້ຍັງບໍ່ໄດ້ນັບເຖິງພວກຄຳສັບທີ່ຜິດພ້ຽນຈາກຄຳເດີມອີກ ເຊັ່ນຄຳວ່າ ເຊບັງໄຟ ທຳມະດາສະກົດໂດຍບໍ່ຕ້ອງມີວັນນະຍຸດ ແຕ່ຕໍ່ມາພາກັນອອກສຽງວ່າ ເຊບັ້ງໄຟ ດຽວນີ້ກໍເລີຍກາຍເປັນສະກົດວ່າ ເຊບັ້ງໄຟ ເປັນສ່ວນຫຼາຍ ໃນຂະນະທີ່ຕົ້ນສະບັບຄຳເດີມແມ່ນສະກົດວ່າ “ເຊບັງໄຟ” (ແປວ່າ ປ້ອງກັນໄຟ ໝາຍເຖິງແມ່ນ້ຳເຊ ທີ່ປ້ອງກັນໄພ ຫຼືເຫດຮ້າຍຕ່າງ ໆ). ນີ້ກໍເປັນອີກຕົວຢ່າງນຶ່ງຂອງການສະກົດຄຳສັບຜິດ ແລ້ວຄົນອື່ນເຫັນກໍພາກັນສະກົດຜິດໄປນຳ. ແຕ່ກໍລະນີຕົວຢ່າງທີ່ສອງນີ້ເປັນກໍລະນີທີ່ຜິດກັນໄດ້ງ່າຍ ເນື່ອງຈາກເປັນຄວາມຜິດພາດທາງສຳນຽງການອອກສຽງ. ປະເດັນຕໍ່ມາ ເລື່ອງພິມລາວຄຳອັງກິດຄຳ. ໃນປະເດັນນີ້ ໂດຍສ່ວນຕົວແລ້ວ ຍັງຄົງຢືນຢັນວ່າ ບໍ່ມີຄວາມຈຳເປັນຫຍັງທີ່ຈະຕ້ອງໄປພິມລາວຄຳ ອັງກິດຄຳ ໃນກໍລະນີທີ່ບໍ່ໄດ້ເປັນຄຳສັບທາງເທັກນິກ ຫຼືເປັນຄຳສັບສະເພາະ ເຊັ່ນວ່າ ຊື່ຂອງພະຍາດ, ຊື່ຂອງເມືອງ, ຊື່ຄົນ, ຯລຯ ພວກຄຳທົ່ວ ໆ ໄປຢ່າງຄຳວ່າ get ເຊັ່ນວ່າ ຟັງແລ້ວ get ບໍ່? ແບບນີ້ໃຊ້ພາສາລາວກໍໄດ້ ບໍ່ຈຳເປັນຕ້ອງພິມລາວຄຳ ອັງກິດຄຳດອກ. ເວົ້າໄປໂລດ ຟັງແລ້ວເຂົ້າໃຈບໍ່?. ເອົາຊ່ຳນີ້ກ່ອນເນາະ. |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ອ່ານສິ່ງທີ່ຂ້ອຍຂຽນໃຫ້ມັນໝົດຈະຂອບໃຈເປັນຢ່າງຍິ່ງ.
ເທບແຫ່ງພາສາລາວ
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ມາຂຽນເພີ່ມເຕີມຫຼັງຈາກກັບໄປອ່ານມາອີກຮອບ. ເລື່ອງພິມລາວຄຳອັງກິດຄຳນັ້ນ ຄວາມຈິງ ມັນກໍບໍ່ມີຫຍັງຊັບຊ້ອນ. ດັ່ງທີ່ໄດ້ຂຽນໄປແດ່ໜ້ອຍນຶ່ງແລ້ວໃນຄຳຕອບທາງເທິງວ່າ ຕ້ອງການຍົກຂຶ້ນນຳສະເໜີ ກ່ຽວກັບເລື່ອງການໃຊ້ຄຳສັບຕ່າງປະເທດທີ່ຟຸມເຟືອຍເກີນໄປນັ້ນ ມັນບໍ່ມີຄວາມຈຳເປັນ. ໃນເລື່ອງຂອງການຫ້າມໃຊ້ພາສາອັງກິດ ທາງເວັບກໍບໍ່ໄດ້ຫ້າມ ແຕ່ກໍບໍ່ໄດ້ສະໜັບສະໜຸນໃຫ້ພາສາອັງກິດເປັນພາສາຫຼັກທີ່ໃຊ້ໃນເວັບນີ້ ເພາະເຮົາກໍມີພາສາຂອງເຮົາເອງ ຄືພາສາລາວ. ໂດຍສ່ວນຕົວແລ້ວເຫັນວ່າ ຫາກບໍ່ມີເຫດອັນຄວນອີ່ຫລີ ກໍບໍ່ຈຳເປັນຈະຕ້ອງເວົ້າລາວຄຳອັງກິດຄຳ ຍົກເວັ້ນຈະເປັນຄວາມນິຍົມສ່ວນຕົວຂອງຜູ່ຂຽນ ອັນນັ້ນກໍແລ້ວໄປ. ມີຫຼາຍ ໆ ຈຸດທີ່ຢາກຍົກມາອະພິປາຍ ຫາກແຕ່ເວລາບໍ່ພໍ ຈຶ່ງຂໍເລື່ອນໄປກ່ອນເນາະ ໃຫ້ຄົນອື່ນສະແດງຄຳເຫັນນຳກັນແດ່ ຈຶ່ງມີສີສັນ |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ໂດຍສ່ວນຕົວແລ້ວເຫັນວ່າ ຫາກບໍ່ມີເຫດອັນຄວນອີ່ຫລີ ກໍບໍ່ຈຳເປັນຈະຕ້ອງເວົ້າລາວຄຳອັງກິດຄຳ ຍົກເວັ້ນຈະເປັນຄວາມນິຍົມສ່ວນຕົວຂອງຜູ່ຂຽນ ອັນນັ້ນກໍແລ້ວໄປ. ຕອບ: see good ອ້າຍນິນ ມີຫຼາຍ ໆ ຈຸດທີ່ຢາກຍົກມາອະພິປາຍ ຫາກແຕ່ເວລາບໍ່ພໍ ຈຶ່ງຂໍເລື່ອນໄປກ່ອນເນາະ ໃຫ້ຄົນອື່ນສະແດງຄຳເຫັນນຳກັນແດ່ ຈຶ່ງມີສີສັນ ຕອບ: see good ອ້າຍນິນ . ກະຖ້າໃຫ້ຂະເຈົ້າມາຢູ່....
ເທບແຫ່ງພາສາລາວ
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ໃນປະເດັນທີ່ ສິ້ນນ້ອຍບອກວ່າ ການເວົ້າລາວຄຳອັງກິດຄຳເປັນເລື່ອງທີ່ບໍ່ໄດ້ເສຍຫາຍຫຍັງ.. ເຊິ່ງໃນຄວາມເປັນຈິງມັນກໍບໍ່ໄດ້ເສຍຫາຍຫຍັງ.. ແຕ່ຖ້າຄຳໃດມີໃນພາສາລາວແລ້ວກໍຢາກໃຫ້ໃຊ້ພາສາລາວຫລາຍກວ່າ.. ຖ້າຄຳທີ່ຕ້ອງການຢາກສື່ສານມີໃນພາສາລາວ ກໍບໍ່ຕ້ອງລັງເລທີ່ຈະໃຊ້........................................................ ---------------------------------------------------------------------------------------------------------- ໃນປະເດັນທີ່ ສິ້ນນ້ອຍບອກວ່າ ການເວົ້າລາວຄຳອັງກິດຄຳມັນກໍບໍ່ພໍທີ່ຈະເຮັດໃຫ້ລືມພາສາ... ເປັນຫຍັງ ສິ້ນນ້ອຍບໍ່ຄິດມຸມກັບ.. ຄົນທີ່ເຂົ້າມາອ່ານເຫັນເຂົາເຈົ້າຍິ່ງຈະເຂົ້າໃຈວ່າ ສິ້ນນ້ອຍລືມພາສາລາວ ເພາະຢືມ ຄຳສັບອັງກິດມາໃຊ້... ພາສາໄທມີຄຳສັບເປັນຈຳນວນຫລວງຫລາຍເຂົາຍັງຢືມອັງກິດມາເວົ້າໂດຍການເວົ້າໄທຄຳອັງກິດຄຳ ເຂົາຍັງເປັນຫ່ວງວ່າພາສາເຂົາຈະຖືກລືມ.. ແລ້ວພາສາລາວເຮົາເດ ? ຫລັກການທາງພາສາສາດຍັງຄອນແຄນ... ກໍຫນ້າຈະ ນຳໃຊ້ມັນໃຫ້ຫລາຍເຂົ້າໄວ້.. ເພື່ອທີ່ຈະເປັນການປ້ອງກັນການພັງທະລາຍຂອງພາສາລາວເຮົາ..
www.graphicme.com | space for fresh creatives
I like graphic. Graphic's like me. That's GraphicME !...............Ads by Google ມັນພະຍາຍາມເອົາຊະນະສິ່ງທີ່ພະຍາຍາມເອົາຊະນະມັນ ມັນຄືນົກສິບ ...............ສັນຍາກັບຕົວເອງໄວ້ວ່າ ມື້ຫນຶ່ງຈະຢຽບຫົວໂຊກຊະຕາໃຫ້ຫນ້າຫວ້າຍ Punlao Story | uPunlao | laosci blog | N!Xnovel | vientianer | Miss Archi 2010 |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
# ໃນປະເດັນທີ່ ສິ້ນນ້ອຍບອກວ່າ ການເວົ້າລາວຄຳອັງກິດຄຳເປັນເລື່ອງທີ່ບໍ່ໄດ້ເສຍຫາຍຫຍັງ.. ເຊິ່ງໃນຄວາມເປັນຈິງມັນກໍບໍ່ໄດ້ເສຍຫາຍຫຍັງ.. ແຕ່ຖ້າຄຳໃດມີໃນພາສາລາວແລ້ວກໍຢາກໃຫ້ໃຊ້ພາສາລາວຫລາຍກວ່າ.. ຖ້າຄຳທີ່ຕ້ອງການຢາກສື່ສານມີໃນພາສາລາວ ກໍບໍ່ຕ້ອງລັງເລທີ່ຈະໃຊ້........................................................ ---------------------------------------------------------------------------------------------------------------------------- ຕອບ PhoeniXTeN:ເຈົ້າຂອງເວັບກະໄດ້ເວົ້າລະເດວ່າ: "ຍົກເວັ້ນຈະເປັນຄວາມນິຍົມສ່ວນຕົວຂອງຜູ່ຂຽນ ອັນນັ້ນກໍແລ້ວໄປ" .Miniskirt ກະເຄີຍເວົ້າແລ້ວເດຄັນບໍທັນມີຂໍ້ບັງຄັບໃຫ້ໃຊ້ແຕ່ພາສານັ້ນພາສານີ້ PhoeniXTeN ເອີຍ. ແຕ່ມາເວົ້າວ່າຢາກໃຫ້ໃຊ້ພາສາລາວ ແລ້ວສິ່ງນີ້ມັນຍັງເອີ້ນວ່າຄຳແນນຳຍັງບໍ່ທັນເອີ້ນວ່າຄຳສັ່ງ. ຄັນເປັນຄຳສັ່ງແລ້ວມັນຈະເດັດຂາດກວ່າກັນ. ຄືກັບກົດໝາຍ. ປຽບເໝືອນມີການແນນຳ ສຶສື່ວ່າບໍ່ຢາກໃຫ້ຄົນເຮົາຂ້າກັນ. ແນວນີ້ໃຜຊິໄປຟັງ. ຄັນມີກົດໝາຍອອກມາຄວບຄຸມວ່າບໍ່ໃຫ້ຂ້າກັນຖ້າໃຜລ່ວງລະເມີດກົດໝາຍກໍຈະຕ້ອງໄດ້ຮັບໂທດ ຕາມກົດໝາຍທີ່ລະບຸໄວ້. ເຮັດແນວນີ້ມັນກໍໄດ້ເຮັດໃຫ້ຄົນທີ່ຈະຂ້າກັນຫຼຸດໜ້ອຍລົງກວ່າເກົ່າ. ແຕ່ເຖິງຢ່າງໃດກໍຕາມເຖິງວ່າມີກົດໝາຍແຕ່ມັນກະຍັງ ມີການຂ້າກັນຢູ່. ກົດໝາຍເອງກະຍັງມີການລາວງລະເມີດ..ຊິໄປເວົ້າອີຍັງແຕ່ຄຳແນະນຳ. ການທີ່ຈະເຮັດຕາມຄຳແນະນຳໃດໜຶ່ງຄຳແນະນຳນັ້ນຕ້ອງເປັນທີ່ຍອມຮັບຂອງ ຜູ້ທີ່ຖືກແນະນຳຈຶ່ງຈະເອົາມາຕິບັດໄດ້. ແຕ່ເມື່ອຄຳແນະນຳນັ້ນມັນໄປຂັດກັບຜູ້ທີ່ຖືກແນະນຳເຂົາກໍຈະບໍ່ປະຕິບັດຕາມລະນໍ ເຈົ້າເຄີຍແນະນຳໃຫ້ຜູ້ນັ້ນ ຜູ້ນີເຮັດແນວນັ້ນຢູ່ບໍ່ຄັນເຄີຍແລ້ວເຂົາເຮັດຕາມນຳທຸກຄັ້ງບໍລະ. ບາງຄັ້ງ Mammy ຂ້ອຍບອກຂ້ອຍຍັງບໍ່ຟັງເລີຍ..... ເຂົ້າໃຈວ່າຢາກໃຫ້ອະນຸຮັກພາສາລາວ. # ໃນປະເດັນທີ່ ສິ້ນນ້ອຍບອກວ່າ ການເວົ້າລາວຄຳອັງກິດຄຳມັນກໍບໍ່ພໍທີ່ຈະເຮັດໃຫ້ລືມພາສາ... ເປັນຫຍັງ ສິ້ນນ້ອຍບໍ່ຄິດມຸມກັບ.. ຄົນທີ່ເຂົ້າມາອ່ານເຫັນເຂົາເຈົ້າຍິ່ງຈະເຂົ້າໃຈວ່າ ສິ້ນນ້ອຍລືມພາສາລາວ ເພາະຢືມ ຄຳສັບອັງກິດມາໃຊ້... ພາສາໄທມີຄຳສັບເປັນຈຳນວນຫລວງຫລາຍເຂົາຍັງຢືມອັງກິດມາເວົ້າໂດຍການເວົ້າໄທຄຳອັງກິດຄຳ ເຂົາຍັງເປັນຫ່ວງວ່າພາສາເຂົາຈະຖືກລືມ.. ແລ້ວພາສາລາວເຮົາເດ ? ຫລັກການທາງພາສາສາດຍັງຄອນແຄນ... ກໍຫນ້າຈະ ນຳໃຊ້ມັນໃຫ້ຫລາຍເຂົ້າໄວ້.. ເພື່ອທີ່ຈະເປັນການປ້ອງກັນການພັງທະລາຍຂອງພາສາລາວເຮົາ.. ຕອບ: ຄຳຢືມມາຈາກພາສາອື່ນ ກັບການທີ່ຈະເຮັດໃຫ້ຄົນໝົດທັງປະເທດລືມພາສາຕົນຈະເປັນໄປບໍ່ໄດເດັດຂາດ. ອັນທີ່ໂຕທີ່ມັນຊິເຮັດໃຫ້ລືມນັ້ນຂ້ອຍວ່າ ແມ່ນຍ້ອນຊັບພະຍາກອນມະນຸດຂອງຄົນລາວໃນການທີ່ຈະມາແກ້ໄຂບັນຫາຂອງຕົນນັ້ນຍັງຕ່ຳຫຼາຍ. ເອົາແຕ່ ເວົ້າ ! ບໍ່ເຫັນຊິເອົາຈິງອີຫຍັງ..ເອົາຢູ່ກະພໍ ປານນັ້ນ. ຄັນມີບັນພາບໍ່ເຂົ້າໃຈກ່ຽວກັບພາສາໃດໜຶ່ງຄັນພາສານັ້ນເປັນພາສາອັງກິດຫຼືພາສາໄທຂ້ອຍຮູ້ແຕ່ດົນລະປານນີ້. # ທີ່ວ່າ : "ຄົນທີ່ເຂົ້າມາອ່ານເຫັນເຂົາເຈົ້າຍິ່ງຈະເຂົ້າໃຈວ່າ ສິ້ນນ້ອຍລືມພາສາລາວ ເພາະຢືມ ຄຳສັບອັງກິດມາໃຊ້..." ຕອບ: ອ່າ.....ໃຜຢາກເວົ້າຈັງໃດກະຢ່າງເຂົາລະບໍ່ມີສິດທີ່ຈະໄປບັງຄັບໃຈຄົນຢູ່ແລ້ວ..ບາງທີຜູ້ເວົ້າກະເອົາແຕ່ເວົ້າ...ຈັກເກັ່ງຫຼືບໍ່... # ພາສາໄທມີຄຳສັບເປັນຈຳນວນຫລວງຫລາຍເຂົາຍັງຢືມອັງກິດມາເວົ້າໂດຍການເວົ້າໄທຄຳອັງກິດຄຳ ເຂົາຍັງເປັນຫ່ວງວ່າພາສາເຂົາຈະຖືກລືມ.. ຕອບ: ອ່າ.....ໄທເຂົາເກັ່ງຊ້ຽວຊານເຂົາວິເຄາະຢູ່ແລ້ວ. ບໍ່ຕ້ອງໄປຢ້ານນຳເຂົາດອກ. ເອົາພາສາຕົວເອງຫັ້ນກ່ອນ.. ອັນທີ່ຈິງຂ້ອຍບໍ່ຄ່ອຍຈະໄດ້ຮຽນພາສາລາວພໍປານໃດຊ້ຳ ວິຊາຫຼັກທີ່ຂ້ອຍສຶກສາກໍແມ່ນບໍລິຫານທຸລະກິດ.
ເທບແຫ່ງພາສາລາວ
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
T : ບາງຄັ້ງ Mammy ຂ້ອຍບອກຂ້ອຍຍັງບໍ່ຟັງເລີຍ R : ໂຕນີ້ເຊື່ອສະຫນິດໃຈເລິຍ --------------------------------------------------------------------------------------------------------------------- T : ຄຳຢືມມາຈາກພາສາອື່ນ ກັບການທີ່ຈະເຮັດໃຫ້ຄົນໝົດທັງປະເທດລືມພາສາຕົນຈະເປັນໄປບໍ່ໄດເດັດຂາດ R : ຈິງທີ່ບໍ່ສາມາດເຮັດໃຫ້ລຶມໄດ້ ແລ້ວຖ້າເຂົາເຈົ້າບໍ່ຮູ້ເດ໋ ?? ຜູ້ທີ່ຫ່າງໄກການສຶກສາເຂົາເຈົ້າອາດຈະຍັງບໍ່ຮູ້ຄວາມຫມາຍຂອງບາງສັບ ແລ້ວມາເຫັນຄົນໃນເມືອງໃຊ້ພາສາອື່ນມາທັບພາສາແມ່ຂອງຕົນ ເຂົາເຈົ້າກໍຈະຈົດຈຳຄຳສັບນັ້ນໆແທນ ແລ້ວກໍຈະບໍ່ມີໃຜຮູ້ວ່າຄຳໆນັ້ນ ພາສາລາວເຮົາຄວນຈະເອີ່ນວ່າຈັ່ງໃດດີ ?? ອະນາຄົດ ໄປໃສມາໃສແຕ່ລະຄົນອາດຈະໄດ້ຖືວັດຈະນານຸກົມໄປນຳເວລາທີ່ຕ້ອງການຢາກ ສົນທະນານຳໃຜຄົນໃດຄົນຫນຶ່ງ. --------------------------------------------------------------------------------------------------------------------- T : ອ່າ.....ໄທເຂົາເກັ່ງຊ້ຽວຊານເຂົາວິເຄາະຢູ່ແລ້ວ. ບໍ່ຕ້ອງໄປຢ້ານນຳເຂົາດອກ. ເອົາພາສາຕົວເອງຫັ້ນກ່ອນ.. R : ແລ້ວໃຜບອກເຈົ້າ ວ່າຂ້ອຍຫ່ວງພາສາໄທ.. ຂ້ອຍຫ່ວງພາສາແມ່ຂ້ອຍຕ່າງຫາກ.. ພາສາທີ່ຂ້ອຍເວົ້າທຸກມື້.. ພາສາທີ່ເຮັດໃຫ້ຂ້ອຍໄດ້ ເຂົ້າໃຈຕອນທີ່ຮຽນຫນັງສື ພາສາທີ່ເຮັດໃຫ້ຂ້ອຍໄດ້ສົນທະນາກັບຄົນທີ່ຂ້ອຍຢາກຈະເວົ້ານຳ ອັກສອນທີ່ຂ້ອຍຮັກ ອັກຂະຫລະທີ່ຂ້ອຍຫວງ ແຫນ.. ----------------------------------------------------------------------------------------------------------------------
www.graphicme.com | space for fresh creatives
I like graphic. Graphic's like me. That's GraphicME !...............Ads by Google ມັນພະຍາຍາມເອົາຊະນະສິ່ງທີ່ພະຍາຍາມເອົາຊະນະມັນ ມັນຄືນົກສິບ ...............ສັນຍາກັບຕົວເອງໄວ້ວ່າ ມື້ຫນຶ່ງຈະຢຽບຫົວໂຊກຊະຕາໃຫ້ຫນ້າຫວ້າຍ Punlao Story | uPunlao | laosci blog | N!Xnovel | vientianer | Miss Archi 2010 |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 14 ປີ ກ່ອນໜ້ານີ້
R : ໂຕນີ້ເຊື່ອສະຫນິດໃຈເລິຍ --------------------------------------------------------------------------------------------------------------------- ຕອບ: ແນວນີ້ຈັ່ງຊິເຊື່ອກັນນໍ. ແລະຢ່າຊິເຮັດຄືຂ້ອຍດາມັນໂບດີ. ຫວັງວ່າເຈົ້າຄົງຈະບໍ່ເຮັດເຊັ່ນນັ້ນ. R : ຈິງທີ່ບໍ່ສາມາດເຮັດໃຫ້ລຶມໄດ້ ແລ້ວຖ້າເຂົາເຈົ້າບໍ່ຮູ້ເດ໋ ?? ຜູ້ທີ່ຫ່າງໄກການສຶກສາເຂົາເຈົ້າອາດຈະຍັງບໍ່ຮູ້ຄວາມຫມາຍຂອງບາງສັບ ແລ້ວມາເຫັນຄົນໃນເມືອງໃຊ້ພາສາອື່ນມາທັບພາສາແມ່ຂອງຕົນ ເຂົາເຈົ້າກໍຈະຈົດຈຳຄຳສັບນັ້ນໆແທນ ແລ້ວກໍຈະບໍ່ມີໃຜຮູ້ວ່າຄຳໆນັ້ນ ພາສາລາວເຮົາຄວນຈະເອີ່ນວ່າຈັ່ງໃດດີ ?? ອະນາຄົດ ໄປໃສມາໃສແຕ່ລະຄົນອາດຈະໄດ້ຖືວັດຈະນານຸກົມໄປນຳເວລາທີ່ຕ້ອງການຢາກ ສົນທະນານຳໃຜຄົນໃດຄົນຫນຶ່ງ. --------------------------------------------------------------------------------------------------------------------- ຕອບ: ຄວາມຮູ້ມັນຕາມຄົນຫຼືຄົນຕາມຄວາມຮູ້? ຜູ້ໃດທີ່ບໍ່ຮູ້ກໍຕ້ອງໄດ້ສຶກສາ. ດັ່ງທີ່ເພິ່ນວ່າ: "ຄົນບໍ່ອອກຈາກບ້ານ ບໍ່ເຫັນດານແດນໄກ ຄົນບໍໄປຫາຮຽນ ບໍ່ຮອນມີຄວາມຮູ້" # "ຜູ້ທີ່ຫ່າງໄກການສຶກສາເຂົາເຈົ້າອາດຈະຍັງບໍ່ຮູ້ຄວາມຫມາຍຂອງບາງສັບແລ້ວມາເຫັນຄົນໃນເມືອງໃຊ້ພາສາອື່ນມາທັບພາສາແມ່ຂອງຕົນ ເຂົາເຈົ້າກໍຈະຈົດຈຳຄຳສັບນັ້ນໆແທນ ແລ້ວກໍຈະບໍ່ມີໃຜຮູ້ວ່າຄຳໆນັ້ນພາສາລາວເຮົາຄວນຈະເອີ່ນວ່າຈັ່ງໃດດີ ?" ຕອບ: ມັນເປັນໄປຕາມວິວັດທະນາການຂອງມັນ, ວິວັດທະນາການທີ່ບໍ່ສາມາດບັງຄັບໃຫ້ມັນເກີດໄດ້. ໂລກເຕັກໂນໂລຢີໃໝ່ໆໄດ້ບັງຄັບໃຫ້ເຮົາຕ້ອງ ໄດ້ຫັນທິດທາງໄປນຳມັນ. ຕ້ອງເຂົ້າໃຈວ່າຈະບໍ່ມີທຸກຄົນທີ່ເກັ່ງພາສາຂອງຕົນໝົດ. ແລະກໍຈະບໍ່ມີຜູ້ທີ່ບໍ່ເກັ່ງເລີຍ. ມັນກໍລ້ວນແຕ່ມີຜູ້ທີ່ສຶກສາພາສາຂອງ ຕົນເອົາຈິງເອົາຈັງ ແລະ ກໍມີຜູ້ທີ່ບໍ່ໄດ້ສົນໃຈສຶກສາໄວຍະກອນຂອງຕົນເຖິງວ່າມັນຈະເປັນພາສາຂອງຕົນກໍຕາມ. ຜູ້ທີ່ສຶກສາຄົ້ນຄ້ວາເອົາຈິງເອົາຈັງກໍມີຢູ່ ຫຼາຍເຊິ່ງເຂົາເຈົ້າຢາກໃຫ້ພາສາຂອງຕົນມີຫຼັກການໃຊ້ທີ່ແນ່ນອນຄືກັບພາສາອື່ນ. ກາຍມາເປັນຜູ້ທີ່ຊ້ຽວຊານພາສາ. ເມື່ອພາສາໄດ້ກາຍມາເປັນພາສາ ທີ່ມີຮູບແບບທີ່ມີຫຼັກການໃຊ້ທີ່ແນ່ນອນແລ້ວມັນກໍຈະກາຍມາເປັນຜົນດີມີລະບົບ. ແລະເມື່ອພາສາໄດ້ພົບກັບວັດທະນະທຳໃໝ່ໆຄືດັ່ງທີ່ມັນຫຼີກລຽງບໍ່ໄດ້. ຕາບໃດທີ່ພາສາມີລະບົບການໃຊ້ທີ່ແນ່ນອນອັນເນື່ອງມາຈາກຄວາມສາມາດຂອງຜູ້ທີ່ຄົ້ນຄິດແກ້ໄຂເຮັດໃຫ້ມັນເປັນເຊັ່ນນັ້ນແລ້ວ, ມີການໃຊ້ທີ່ແນ່ນອນ. ແລະເມື່ອມີສິ່ງທີ່ມີຜົນກະທົບຕໍ່ພາສາຄືດັ່ງປະເດັນທີ່ກ່າວນັ້ນກໍຈະມີການແກ້ໄຂວິເຄາະຈຳແນກໄດ້ແຕ່ກົງກັນຂ້າມກັບເມື່ອບໍ່ມີຜູ້ທີ່ມີຄວາມສາມາດທີ່ຈະເຮັດ ໃຫ້ພາສາຂອງຕົນມີຫຼັກການໃຊ້ທີ່ແນ່ນອນໄວ້ກ່ອນແລ້ວມັນກໍຈະມີບັນຫາຫຼາຍ. ແລະທີ່ວ່າຜູ້ທີ່ຫ່າງໄກການສຶກສາເຂົາເຈົ້າອາດຈະຍັງບໍ່ຮູ້ຄວາມ ຫມາຍຂອງບາງສັບແລ້ວມາເຫັນຄົນໃນເມືອງໃຊ້ແລະຢ້ານຂະເຈົ້າບໍ່ຮູ້ນັ້ນນີ້ມັນກໍບໍ່ແມ່ນຄວາມຜິດຂອງຜູ້ທີ່ຢູ່ໃນເມືອງ.ອັນນີ້ມັນເວົ້າເຖິງການຂະຫຍາຍ ການສຶກສາໄປສູ້ຊົນນະບົດທີ່ລັດຖະບານລາວຕ້ອງໄດ້ເອົາໃຈໃສ່ຕໍ່ບັນຫາດັ່ງກ່າວຕື່ມ. ການທີ່ພວກຢູ່ໃນເມືອງຈະຫັນໜ້າໄປຕາມການປ່ຽນແປງໃດໜຶ່ງນັ້ນ ຈຳເປັນຢູ່ວະຊິມາຖ້າຖາມພວກຢູ່ຫ່າງໄກສອກຫຼີກວ່າດຽວນີ້ຂ້ອຍຊິຮຽນພາສານີ້, ດ່ຽວນີ້ຂ້ອຍຊິແຕ່ງຕົວແບບເກົ່າຫຼີ, ດຽວນີ້ຂ້ອຍຊິ.....ມັນຈຳເປັນ ຢູ່ວະແນວນີ້? ບ້າ! R : ແລ້ວໃຜບອກເຈົ້າ ວ່າຂ້ອຍຫ່ວງພາສາໄທ.. ຂ້ອຍຫ່ວງພາສາແມ່ຂ້ອຍຕ່າງຫາກ.. ພາສາທີ່ຂ້ອຍເວົ້າທຸກມື້.. ພາສາທີ່ເຮັດໃຫ້ຂ້ອຍໄດ້ ເຂົ້າໃຈຕອນທີ່ຮຽນຫນັງສື ພາສາທີ່ເຮັດໃຫ້ຂ້ອຍໄດ້ສົນທະນາກັບຄົນທີ່ຂ້ອຍຢາກຈະເວົ້ານຳ ອັກສອນທີ່ຂ້ອຍຮັກ ອັກຂະຫລະທີ່ຂ້ອຍຫວງ ແຫນ.. ---------------------------------------------------------------------------------------------------------------------- ຕອບ: ດີລະເຈົ້າຄິດໄດ້ແນວນີ້. ແລະ ທີ່ປະໂຫຍກທີ່ວ່າ: " ພາສາທີ່ເຮັດໃຫ້ຂ້ອຍໄດ້ສົນທະນາກັບຄົນທີ່ຂ້ອຍຢາກຈະເວົ້ານຳ" ຫວັງວ່າຄົງຈະບໍແມ່ນຂ້ອຍ ທີ່ບໍຢາກເວົ້ານຳ ^^ ບັງເອີນຄົນທີ່ເຈົ້າຢາກເວົ້ານຳເປັນຄົນອັງກິດ, ຄົນໄທທີ່ບໍ່ຮູ້ພາສາລາວຈັກດີ້ຫຼືຄົນຕ່າງປະເທດຜູ້ອື່ນໆ. ອ່າ.... ຂ້ອຍຫວັງວ່າເຈົ້າຄົງບໍ່ຢາກເວົ້າພາສາລາວດອກໃນການທີ່ຈະສື່ສານນັ້ນ.
ເທບແຫ່ງພາສາລາວ
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ຮອດໃສລະນໍ່ນິ..
<-----ຄົນໃຈດີແຟນຄລັບ
|