ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ພາສາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ພາສາ » ຕຳລາຢາປູ່ສິງ(ບ້ານຫາງຂະເໝົາເວີນຫີນນາກ)

໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້

- ນັບແຕ່ປີ ໑໙໗໔ ຄືນໄປ, ທີ່ບ້ານຫາງດອນຂະເໝົາ ຄຸ້ມເວີນຫີນນາກ ມີໝໍຢາຄົນໜຶ່ງທີ່ໂດ່ງດັງໃນອານາບໍຣິເວນດອນແຖວນັ້ນ ຂ້າມໄປຈົນຮອດຝັ່ງຂະເໝນ ທ່າແກ ທ່າເປື້ອຍ ທ່າກະສັງ ທ່າເສືອໝີ ຈົນຮອດຮູ້ເຊລຳເພົາ ແຖວເກາະດອນແຕ່ດອນຖານ, ດອນໂລງ, ດອນລຽງ, ດອນເຫຼັກໄຟ, ດອນຮີນ້ອຍ, ດອນຮີໃຫຍ່ ກໍຮູ້ຈັກໝໍຢາຄົນນີ້ ທ່ານຊື່ "ໝໍຢາສິງ" ຖານະເປັນປູ່ຂອງຜູ້ຂຽນ, ຜູ້ຂຽນເອງ ສະໄໝຍັງນ້ອຍ ເວລາຍາມເຈັບຍາມເປັນກໍໄດ້ອາໄສຢາຂອງປູ່ສິງນີ້ ບໍ່ແມ່ນເພື່ອແກ້ໄຂເທົ່ານັ້ນ ຫາກແມ່ນເປັນເລື່ອງຈຳເປັນສຳລັບຊີວິດຂອງ ຜູ້ຄົນເລີຍ.
- ໝໍຢາແຕ່ກີ້ ບໍ່ຄືໝໍຢາດຽວນີ້ ຫາກເປັນໄຂ້ເປັນໜາວຈົນຮອດພະຍາດທາງໃນເຊັ່ນ ເປັນໝາກເຮັງ(ຜີລົມ) ເຈັບໃນທ້ອງໃນໃຊ້ ລ້ານແຕ່ກິນຢາລາວ ຫຼືຮຽກວ່າຢາຝົນ, ເວລາໄປຝົນພຽງແຕ່ຖືທຽນຄູ່ໜຶ່ງກັບດອກໄມ້ໜຶ່ງຄູ່ໄປ ໝໍກໍຝົນຢາໃຫ້ປົວຈົນເຊົາກະບໍ່ຕ້ອງຖາມ ເອົາສິນຈ້າງຮາງວັນ, ເວັ້ນເສັຍແຕ່ເວລາຊວ່າງເຊົາແລ້ວ ກໍຕ້ອງປົງຄາຍ ກໍສຸດແລ້ວແຕ່ຈະໃຫ້ ແຕ່ຄາຍທີ່ປົງ ກໍມີແຕ່ເຫຼົ້າແກ້ວ ໄກ່ໂຕ ກັບເງິນ ໓ ກີບເທົ່ານັ້ນກໍພໍ ສ່ວນນອກນັ້ນສຸດແລ້ວແຕ່ຈະໃຫ້ ບາງຄົນກໍໃຫ້ຮອດຄວາຍ, ງົວ, ເຂົ້າ ແລະອື່ນໆ ອັນນີ້ໝໍຢາບໍ່ໄດ້ຮຽກເອົາ ຜູ້ບໍ່ໃຫ້ໝໍຢາກະບໍ່ວ່າ.
- ຜູ້ຂຽນເອງ ໃນຖານະເປັນຫຼານ ເວລາເມືອຢາມບ້ານປີ ໒໐໐໐ ກໍໄດ້ເຫັນຕຳລາຢາທີ່ ພໍ່ເຖົ້າຄຳສິງ ທີ່ເປັນລູກຂອງເພີ່ນຮັກສາໄວ້ ຈຶ່ງໄດ້ ນຳອອກມາເຜີຍແຜ່ໃຫ້ຮູ້ວ່າ "ພູມປັນຍາທ້ອງຖິ່ນ" ນັ້ນຄວນຮັກສາ, ລາວເຮົາຄັນແມ່ນສຶກສາພື້ນຖານບູຮານລາວ ເອົາຈິງເອົາຈັງ ກໍຈັກມີສິ່ງທີ່ເອກອ້າງທະນົງໃຈຢູ່ ແຕ່ທີ່ສຳຄັນຫາກຈະສຶກສາພູມປັນຍາບູຮານແທ້ໆນັ້ນ ຊາວໜຸ່ມລາວຕ້ອງເປີດໃຈໃຫ້ກວ້າງ ແລະທຳໃຈ ໃຫ້ສ່ອງໃສກ່ອນ ຄື ຕ້ອງສຶກສາອັກສອນບູຮານລາວທັງສອງແບບໃຫ້ໄດ້ ຄືອັກສອນລາວບູຮານ(ລາວ) ແລະອັກສອນລາວເດີມ(ທັມ) ໃຫ້ແຈ້ງ ທັງໃຫ້ເຂົ້າໃຈວ່າອັກສອນທັມລາວ (ເປັນອັກສອນລາວຊະນິດໜຶ່ງບໍ່ແມ່ນອັກສອນພຣະພຸດທະເຈົ້າ ຫຼືອັກສອນອິນເດັຍເລີຍ)

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກະເຄີຍໄດ້ຮັບການປິ່ນປົວແບບນີ້ມາຄຶກັນ.


໓໑ ກະທູ້
໒໐໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ປິ່ນປົວແບບນີ້ມີຢູ່ໃສ


໓ ກະທູ້
໓໑໙໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄືບໍ່ເຄີຍໄດ້ຍິນຊື່ມາກ່ອນ

strawberry

໐ ກະທູ້
໓໓ ໂພສ
ຂາປະຈຳເວັບບອດ
ງົງເດີ


໓໙໒ ກະທູ້
໒໑໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ MATHA ຂຽນວ່າ...
ງົງເດີ


ງົງກະບໍ່ເປັນສັງດອກຄ່ອຍຮຽນຄ່ອຍຮໍ່າໄປ ຮຽນແລ້ວຮຽນອີກເດີ ເອົາໃຈຊ່ວຍ ບໍ່ຕິບໍ່ຕິງພວກຫຼານດອກ ເພາະຮູ້ດີວ່າລະດັບການສຶກສາທາງດ້ານພາສາ ແລະອັກສອນຂອງລາວເອງມັນຍັງຢູ່ໃນລະດັບຕໍ່າ ແລະນອກຈາກນັ້ນຄວາມບໍ່ລົງລອຍກັນໃນເລື່ອງ ຂອງພາສາ ແລະອັກສອນ ມັນກະຍັງຢູ່ໃນລະດັບຕ່ຳຄືກັນ ກໍເລີຍເຮັດໃຫ້ລູກຫຼານກາຍເປັນຄົນປຶກໜາໄປເປັນທັມມະດາເດີ.
- ຄັນຮັກຊາດໃຫ້ຮຽນໜັງສືຫຼາຍໆ

ອະດີດເປັນຂອງຜີ ປັດຈຸບັນນີ້ເປັນຂອງເຮົາ ອະນາຄົດເປັນຂອງເຂົາ
ສາຍເຊລຳເພົາ ໑,
ສາຍເຊລຳເພົາ ໒