ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ພາສາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/

ໜ້າທີ່ 1 ຈາກທັງໝົດ 5 ໜ້າ <<<12345>>>


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ຮູ້ເພາະເຫດໃດຫຼາຍຄົນບໍ່ໃຫ້ຄວາມສຳຄັນຍາມຂຽນໃນບົດຂຽນຂອງຕົນໃນການໃຊ້ ຫນັງສຶສອງໂຕນີ້.
ການໃຊ້ໂຕໝ ກັບໂຕ ໜ ມັກຜິດ.
ແມ່ນແທ້ວ່າໂຕຫນັງສຶສອງໂຕນີ້ໃນ ຄີບອດມັນຢູ່ບ່ອນດຽວກັນແຕ່ສາມາດ
ໃຫ້ມັນແຕກຕ່າງກັນໃນຍາມເຮົາຢາກຂຽນບໍ່ແມ່ນບໍ?
ຫາກວ່າຈະຂຽນໂຕ ໜ -ຫມ ກະບໍ່ຕ້ອງກົດ Shift ຫາກວ່າຢາກຂຽນໂຕ ໝ -ຫນ ຕ່າງຫາກຈຶ່ງຈຳຕ້ອງກົດ Shift + ຄີທີ່ເຮົາຈະຂຽນໂຕໝ ຫັ້ນ(ໃນຄອມຂອງຂ້ອຍແມ່ນ-#.

ທີ່ເວົ້າມາກໍເພາະວ່າ, ຍາມອ່ານບົດຂຽນໄປ ຢູ່ບໍ່ຢູ່ກະເຫັນຈັ່ງຊັ້ນ. ບາງຄັ້ງກະບໍ່ເອົາໃຈໃສ່, ແຕ່ບາງຄັ້ງກະພາໃຫ້ຂິນຫູຂິນຕາ, ບາງຄັ້ງກະຢາກຫົວຂວັນເພາະມັນມີຄວາມຫມາຍຕ່າງ.
ແລ້ວໜູ່ຄູ່ທັງຫຼາຍຄິດວ່າຈັ່ງໃດ?


໖ ກະທູ້
໒໐໔ ໂພສ
ນັກການກະທູ້
ຄືວ່າ ສົງໄສຄີບອດຂອງ ຂພຈ ຈະຕ່າງຈາກຂອງ ຈຂກທ
ຄີບອດຂອງ ຂພຈ ເວລາຈະພິມຕົວ ໜ ຕ້ອງກົດ Shift + ນ ແລະ ຖ້າຈະພິມ ຕົວ ໝ ກໍຈະກົດ Shift + ມ


໓໑ ກະທູ້
໒໐໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້


໑໔ ກະທູ້
໓໐໑ ໂພສ
ຊຳນານການເວັບບອດ
ຫາກວ່າຈະຂຽນໂຕ ໜ ກະບໍ່ຕ້ອງກົດ Shift ຫາກວ່າຢາກຂຽນໂຕ ໝ ຕ່າງຫາກຈຶ່ງຈຳຕ້ອງກົດ Shift + ຄີທີ່ເຮົາຈະຂຽນໂຕໝ ຫັ້ນ.
ອືມ....ບໍ່ເຂົ້າໃຈ ຈຂກທ ຢາກໝາຍເຖິງຫຍັງ
ໝາຍຄວາມວ່າ ໜ້າ=ຫນ້າ ແລະ ໝາ = ຫມາ ນິວະ

ເທບແຫ່ງພາສາລາວ


໗ ກະທູ້
໙໔໒ ໂພສ
ຊຳນານການເວັບບອດ
ບໍ່ແມ່ນອາວຂຽນຜິດບໍ່
ຫຼານວ່າ ຫ+ມ =ໝ ສ່ວນ ຫ+ນ=ໜ ໃດ໋ອາວເອີຍ
ໂຕໜັງສື ບໍ່ແມ່ນໝັງສື
ໝູ່ເພື່ອນ ບໍ່ແມ່ນໜູ່ເພື່ອນເດີ້ອາວ

ຄົນອືນຫລອກບໍເຈັບເທົ່າຕົວເອງຫລອກຕົວເອງ

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມື້ວານນີ້ ກ່ຽວກັບບັນຫານີ້ ໄດ້ປຶກສາກັບ ແວບມາສເຕິ ນິນ ກະເລີຍພໍມາເກັບກຳບັນຫາໄດ້ຈັ່ງຊີ້:ເພາະ ຂພຈ ນັ້ນ ໃຊ້ ຣະບົບ Linux, UBUNTU ເຫດການໃນການໃຊ້ໂຕ ໜ ກັບຖຕໝ shift+# ກໍຈະໄດ້ ໂຕຫນ, ຫາກ ບໍ່ກົດ shift+# ກໍ ຈະໄດ້ ຫມ .
ເຫມຶອນກັບວ່າມັນ ກັບກາຍເປັນການຂຽນແບບກົງກັນຂ້າມໄປ.ກະຈັ່ງວ່າຍາມຢາກຂຽນ ຫມາ ກາຍເປັນຫນາ ໃນຫນ້າຈໍຂອງຜູ້ອຶ່ນທີ່ໃຊ້ ຣະບົບ window.ເພາະ ເຫດນີ້ ຜຂ ຈຶ່ງຕ້ອງໄດ້ປ່ຽນການຂຽນມາໃຊ້ ໂຕ ຫ ກັບ ມ ຫຼຶ ນ ຫາກຍາມໃດທີ່ຢາກຂຽນ ຫມາ ຫຼຶ ຫນ້າ!!
ສຳຫຼັບຄຳຖາມຂອງ ມິນິສະເກິດນັ້ນ
``ໝາຍຄວາມວ່າ ໜ້າ=ຫນ້າ ແລະ ໝາ = ຫມາ ນິວະ ``
ກະຄຶດວ່າໄດ້ຕອບໄປທາງອ້ອມແລ້ວນໍ.ໂອ້ໂລມກັນແລ້ວກະໄດ້
ໃນຍາມດຽວກັນ ກະໄດ້ກັບໄປ ແປງການຂຽນຈາກ ໂຕດຽວມາເປັນໂຕ ຄວບເອົາ ເພຶ່ອເວັ້ນການ
ສ້າງຄວາມເຂົ້າໃຈຜິດ ເພາະ ຫນາ ກາຍເປັນຫມາ ຫຼຶ ກົງກັນຂ້າມ.
ພາຍຫຼັງທີ່ໄດ້ດັດແປງໃນ ໄດອະຣິທັງຫມົດແລ້ວ, ຕໍ່ໄປກໍຈະເຂົ້າໄປແກ້ໄຂໃນກຸ່ມ ກະວີ ທີ່ ໄດ້ຕັ້ງຂື້ນນັ້ນ.
ຫາກວ່າຍາມໃດທີ່ຕ້ອງສ້າງຄວາມບໍ່ພໍໃຈແກ່ໃຜຜູ້ໃດຢ່າງບໍ່ໄດ້ມຸ້ງຫມາຍຢາກໃຫ້ເປັນແລ້ວກະຕ້ອງ
ຂໍໂທດຂໍອະໄພນຳດ້ວຍຄວາມຈິງໃຈ.


໐ ກະທູ້
໑໐໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າວງົງ


໗ ກະທູ້
໙໔໒ ໂພສ
ຊຳນານການເວັບບອດ
ທີ່ແທ້ກໍ່ຂຽນປີ້ນນິ້ເອງນໍ້
ບໍ່ເປັນຫຍັງດອກອາວຄົນເຮົາກໍ່ຕ້ອງມີຜິດພາດນໍ້

ຄົນອືນຫລອກບໍເຈັບເທົ່າຕົວເອງຫລອກຕົວເອງ

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ດ້ວຍເຫດນີ້ຈຶ່ງໄດ້ກັບໄປແປງໃນ ໄດອະຣິແລ້ວ.ຍັງອີກໃນແຫ່ງອຶ່ນທີ່ຕ້ອງໄປປົວແປງບາດແຜ ອັກສອນ!!


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເອິ ຄວາມບໍ່ ຮອບຮູ້ຫຼາຍສິ່ງທີ່ຈຳເປັນໃນການປະກອບຊີວີດໃຫ້ຢູ່ແລະທັນທຽມກັບໂລກກັບສະໄຫມນີ້ມັນກະຍາກສົມຄວນໂດຍສະເພາະ ຄົນ ຢ່າງ ຜຂ ທີ່ຫົວ ປູ້ປານ ຫົວຕະປູ.
ມາເວົ້າກັນໃຫ້ໂຕໜ ກັບໂຕ ໝ ນີ້ມີ ຄວາມຫມາຍໄປໃນທາງມ່ວນຊື່ນເອົາເບາະບາດນີ້.
ໃນເມຶ່ອອີ່ຫຍັງມັນກະເຂົ້າຮ່ອງເຂົ້າຮອຍ ປານຫອຍໄຕ່ແລ້ວ.
ເອົາຈັ່ງຊີ້ກະແລ້ວກັນ ຫົກວັນອາບນ້ຳຫົນດຽວ..
ເອົາໂຕ`ຫມ` ໃຫ້ເປັນຫມາ ໃຫ້ມັນໄປໄລ່ມ້າ ເພຶ່ອວ່າມ້າຊິໄດ້ໄລ່ຫມາມາ
ເອົາໂຕ ຂ ໃຫ້ເປັນຂີ້ເຂັບ ເພຶ່ອໃຫ້ມັນໄດ້ຂົບຂາ(ໃຜກະໄດ້!) ເພຶ່ອວ່າ ເຈົ້າຂອງຂາ ຫາກຊິມີໂອກາດໄດ້ຂ້າຂີ້ເຂັບ!!.
ເອົາໂຕ`ຫນ`ຫນີຈາກຫນີ້ ເພຶ່ອຫຼາຍຄົນຈະບໍ່ຕ້ອງຫຼົບຫຼີກເຈົ້າຫນີ້ທຸກຍາມ
ເມຶ່ອນັ່ງຄຸຍສາວເມຶ່ອຄາວໄປກ່ຽວຫຍ້າ
ຍາມນັ່ງຮິ່ນສຸຣານຳເພື້ອນຝູງ
ພໍຊິບໍ່ຈຳເປັນຕ້ອງແລ່ນຫຼີກຫນ້າຈາກເຂົ້າຂອງຫນີ້ຢ່າງລະອາຍ.
ເອົາຫມາ ກັບຫນີ້ ໃຫ້ຫມານັ່ງຂີ່ຫນີ້ສິນ
ເອົາຫ ຫອຍໄປປ່ອຍໂຜດໃນຫນອງຂ້າງໂຂດຫີນ
ແຕ່ຢ່າໃຫ້`ນາງ `ນ້ອງນຸ່ງໄປເອົາສິ້ນສວມກວມຫີນທີ່ແຕກຫນໍ່ ແທ້ດາຍ.....


໔ ກະທູ້
໒໙໗໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້

ຊີວິດຄືບົດເພງ ເຮົາຕ້ອງບັນເລງເລື້ອຍໄປ

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຫນໍ່ໄມ້ສົ້ນນີ້ຄົງອ່ອນໃຈຫຼາຍນໍ!!
ຈັກຫນ່ອຍຊິເອົາໄປແກງໃສ່ປາດຸກເດິ ກັບຜັກຂະແຍງ..


໘ ກະທູ້
໑໕໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄືຊິແຊບເນາະ

ຢ່າເລືອກຄົນທີ່ເຈົ້າຄິດວ່າຈະຢູ່ນຳເຂົາເຈົ້າໄດ້ແຕ່ໃຫ້ເລືອກຄົນທີ່ເຈົ້າຢູ່ບໍ່ໄດ້ຖ້າບໍ່ມີເຂົາເຈົ້າ

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຫຼານບລູ ກະຢາກກິນແກງປາດຸກໃສ່ຫນໍ່ໄມ້ສົ້ມນຳອີກ,
ໃຫ້ຫຼານໄປເກັບຜັກຂະແຍງມານຳແນ່ມັນຈຶ່ງຊິຫອມດີ.
ເພຶ່ອບໍ່ໃຫ້ມັນສົ້ມຫຼາຍກະເອົາຊີ້ນຫມູຕື່ມໃສ່ຈັກຫນ່ອຍນໍ.


໘ ກະທູ້
໑໕໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຈົ້າເຮັດລະມາໃຫ້ຂ້ອຍກິນເລີຍດີກວ່າ

ຢ່າເລືອກຄົນທີ່ເຈົ້າຄິດວ່າຈະຢູ່ນຳເຂົາເຈົ້າໄດ້ແຕ່ໃຫ້ເລືອກຄົນທີ່ເຈົ້າຢູ່ບໍ່ໄດ້ຖ້າບໍ່ມີເຂົາເຈົ້າ

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບລູໄນ້ນີ້ ສັງວ່າມັກກິນແທ້!!
ມາກິນນຳກັນກະດີມື້ນີ້ໄດ້ສະຫຼອງຕ້ອນຮັບຫຼານນ້ອຍເກິດໃຫມ່.ເປັນລູກຂອງລູກຊາຍຜູ່ຢູ່ຝຣັ່ງເສດ.
ມາກິນນຳກັນກະດີພໍຊິໄດ້ເວົ້າພາທີີເປັນພາສາລາວນຳກັນ.
ດີໃຈທີ່ກັບມາຂຽນເປັນຄຳລາວ!!
ຄວາມໄທ ກັບຄວາມ ຄາຣາໂອເກະນີ້ອ່ານຍາກ!!


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຫາກວ່າກາຊິກິນກ້ວຍຕ້ອງກັດກິນກົ້ນກ່ອນ!!
ແລ້ວບາດເຈົ້າຊິ ຈີບສາວເດ ຈະຈີບບ່ອນໃດກ່ອນ?


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກັບມາຫາໂຕຫນັງສື ສອງໂຕນີ້ອີກ(ໝ ກັບໜ!) ແລ້ວຜູ່ສຫຼາດໃນ ອູບູນຕູ ນີ້ ໃຫ້ຊ່ອຍພິຈາຣະນາແກ້ໄຂໃຫ້ແນ່ດູ ມັນເຂີນໆຈັ່ງໃດບໍ່ຮູ້ ແນວນີ້ ມັນຄືກັນກັບວ່າ :``ເອົາໂອຕັກນ້ຳມາກິນໄດ້`` ພັດຢາກໃຫ້ກັບໄປເອົາກະບວຍມາຕັກຄືນ!!
ຊ່ອຍກັນແກ້ໄຂແນ່ຖ້ອນເຈົ້າເອີຍ!!


໘໑ ກະທູ້
໔໓໓ ໂພສ
ຊຳນານການເວັບບອດ
ໂອ້ຍວ່າຊິມາອ່ານເຫັນໂຕຫນັງສືຫຼາບລະອຸຈາລະຄ້ານແປະໄວ້ກ່ອນ

ຂ້ອຍ ແຮງ ບໍ່ແຄສື່


໗໘ ກະທູ້
໑໒໑໓ ໂພສ
ຜູ່ເບິ່ງແຍງເວັບບອດ
ມີຄົນກຳລັງແກ້ໄຂຢູ່ເດີ້ .. ຖ້າກ່ອນ


໔ ກະທູ້
໑໑໙໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ ThaoK ຂຽນວ່າ...
ຫາກວ່າກາຊິກິນກ້ວຍຕ້ອງກັດກິນກົ້ນກ່ອນ!!
ແລ້ວບາດເຈົ້າຊິ ຈີບສາວເດ ຈະຈີບບ່ອນໃດກ່ອນ?


ຈີບສາວກະເຂົ້າໄປລົມກ່ອນແຫຼະ

ຄົນຄິດຮອດບ້ານ

໔໒ ກະທູ້
໗໙໐ ໂພສ
ຊຳນານການເວັບບອດ
ຄົນລະເລື່ອງດຽວກັນລະຕິນິ ອິໆໆ

K.Soubandith

໙ ກະທູ້
໒໒໕ ໂພສ
ນັກການກະທູ້
haeng hien laiy haeng puenk sam bard ni

khon hao..... = =

•*.:。-•(¯`°°•.★*wHaTEVeR WiLl Be, wilL bE*★.•°°´¯)•-。:.*•

໒໔ ກະທູ້
໑໗໑໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຕົກລົງຍັງແມ່ນລົມກັນເລື່ອງໂຕ ໝ ກັບ ໂຕ ໜ ຢູ່ບໍ່ນິ້


໓ ກະທູ້
໒໐໑ ໂພສ
ນັກການກະທູ້


໒ ກະທູ້
໔໖໕ ໂພສ
ຊຳນານການເວັບບອດ
ອ້າວກຳ..............


໓໑ ກະທູ້
໒໓໕໐ ໂພສ
ທີມງານພັນລາວ
ອ່ານໄປ ອ່ານມາ ລະມັນຢູ່ບັນຫາພາສາລາວໃນ OS Linux Ubuntu

ດຣາມ່າເອີຍ...ຈົງຊັບຊ້ອນຍິ່ງຂຶ້ນ

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ lovemickeymuse ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ ThaoK ຂຽນວ່າ...
ຫາກວ່າກາຊິກິນກ້ວຍຕ້ອງກັດກິນກົ້ນກ່ອນ!!
ແລ້ວບາດເຈົ້າຊິ ຈີບສາວເດ ຈະຈີບບ່ອນໃດກ່ອນ?


ຈີບສາວກະເຂົ້າໄປລົມກ່ອນແຫຼະ



ແມ່ນໃດ໋ນໍ!
ແຕ່ມັນອຶດອັດໃຈທີ່ຕ້ອງໄດ້ໄປລົມກ່ອນນີ້!
ແນວເປັນຄົນຂີ້ອາຍມາແຕ່ກ່ອນເກິດ ກະອາຍຢູ່ເທົ່າດຽວນີ້!


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Diow ຂຽນວ່າ...
ອ່ານໄປ ອ່ານມາ ລະມັນຢູ່ບັນຫາພາສາລາວໃນ OS Linux Ubuntu



ຕາມທັສນະຂອງນິນກະວ່າຈັ່ງຊັ້ນລະ ມັນກ່ຽວກັບ OS Linux Ubuntu,
ທາງ Ubuntuຈະບໍ່ຫາທາງແກ້ໄຂກັນຕື່ມບໍຫຼືຈັ່ງໃດ.
ໃນເມື່ອເຮົາມີໂຕຫນັງສືຈັ່ງຊີ້ ຜູ່ທີ່ຄິດຄົ້ນມັນຂື້ນມາກະເພື່ອຄວາມສດວກໃນການຂຽນຕິເບາະແຖມວ່າໃນຣະບົບການຂຽນແບບໃນຄອມນີ້ ກະຍິ່ງງ່າຍຂື້ນເພາະບໍ່ຈຳເປັນຂຽນໂຕຫ ຜະສົມ ນ ຫຼື ມ ຂຽນໜ ຫຼື ໝ ບາດດຽວໂລດ!


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ aliks ຂຽນວ່າ...
ຕົກລົງຍັງແມ່ນລົມກັນເລື່ອງໂຕ ໝ ກັບ ໂຕ ໜ ຢູ່ບໍ່ນິ້



ແມ່ນລະກັບມາ ວິຈັຍກັນໃຫມ່ຊັ້ນຫນາ ຄິດວ່າ ຜູ່ພາກພຽນໃນ Ubuntu ຄົງຫາທາງອອກໄດ້ແນ່ນອນ!


ໜ້າທີ່ 1 ຈາກທັງໝົດ 5 ໜ້າ <<<12345>>>