ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ພາສາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/

ໜ້າທີ່ 3 ຈາກທັງໝົດ 5 ໜ້າ <<<12345>>>


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຫນ ຫນ້າ ........ .ຫມາ ຫມ ຫມາກແຫນ່ງ
ຢາກກິນແກງ..... .ທັງຫມົກຫນໍ່ໄມ້
ໄຟໃຫມ້ຫມໍ້..........ເຫມັນກູ້ມຫນ້າຫນ່າຍ
ແຫນງເພກໄມ້..... ມີປ້ອງຮອດປາຍ....ຫນໍນາງ.


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຫາກມີຄຳຄົມ ໃຫ້ສົມກັນກັບຫນ້າຂີ້ກະສິວຂອງສາວໆຂື້ນໃຫມ່, ຄິດໄປໄກວ່າ ເປັນຫຍັງສາວຂື້ນໃຫມ່ຈຶ່ງມີຂີ້ກະສິວເຕັມຫນ້າ?
ອີ່ຕົນສາວນ້ອຍກຳລັງແຮງສູງ.
ມັນກະຂື້ນຢູ່ແນ່ນອນນຳການຮັກສາຄວາມສອາດຜິວຫນ້າ.
ແຕ່ສາວນ້ອຍຜູ່ທີ່ກາກກຳດຳນາຊ່ອຍພໍ່ແມ່ຊິເອົາເວລາໃດມາບົວຣະບັດຂັດສີໄດ້.
ຫາກຢາກມີຫນ້າຂາວງາມກ້ຽງປ່ອຍລ່ອຍ ກະຕ້ອງເສັຍສະລະເວລາໃຫ້ໃບຫນ້າຂອງຕົນສເມິ...ບໍ່ຊັ້ນແລ້ວຊິໄດ້ໄປຂີ້ອາຍບ່າວແວງຈາກບ້ານອື່ນ..
ແຕ່ຄວາມຈິງກະກາກກຳນຳແຕ່ວຽກມັນກະຕ້ອງໄດ້ຫນຶ່ງເສັຍຫນຶ່ງໄປ..
ຫາກແຕ່ວ່າຖ້າສາວນ້ອຍທີ່ຢູ່ໃນເມືອງ,ຢູ່ນຳພໍ່ແມ່ຜູ່ທີ່ມີເງິນມີຄຳປານ ດອກ ເຫັດຍາມຝົນຕົກແລ້ວກະບໍ່ມີບັນຫາຫຍັງ, ໄປຮ້ານເສີມສວຍ ໃຫ້ເຂົາຊ່ອຍລ້າງຫນ້າ ທາສີຄີ້ວໃຫ້ຢ່າງສບາຍ.
ແຕ່ມັນກະມີອີກບັນຫາຫນຶ່ງທີ່ອາຈບໍ່ຂື້ນກັບຈຳນວນເງິນທີ່ຕິດຖົງນັ້ນ ແຕ່ວ່າ ມັນມີສ່ວນໃນສ່ວນປະກອບທີ່ຕົກທອດມາຈາກພໍ່ແມ່ກະມີ..ທີ່ວ່າ ເຣັດຈັ່ງໃດແສນວ່າຈະເອົາໃຈໃສ່ນຳໃບຫນ້າຫັ້ນແຕ່ມັນກະຍັງມີສິວເຕັມຢູ່..
ອາຈເປັນເພາະ ກິນເຜັດໂພດບໍ?
ອາຈເປັນຍ້ອນຮໍໂມນທາງເພດສູງ?(ສົມຄວນຫາທາງຣະບາຍອອກ!)
ອາຈເປັນເພາະມັກນອນເດິກໂພດ!?
ມີແຕ່ຄຳຖາມຫາຫັຍງມາຕອບພໍໃຫ້ອຸ່ນໃຈກະບໍ່ມີ.
ແຕ່ທີ່ຈິງສາວໆຂື້ນໃຫມ່ສົມຄວນເປັນຄົນງາມກັນໄປຫມົດທັງໂລກ...
ແຕ່ອີກປະການຫນຶ່ງ ຄວາມອ່ອນໃຫວທາງອາຣົມໂກດແຄ້ນກະອາຈເປັນສ່ວນຫນຶ່ງຂອງການມີຂີ້ກະສິວ!!
ເວົ້າໄປແບບບໍ່ມີຫຼັກການ!!ໃຫ້ສາວນ້ອຍຫຶນ, ໃຈຮ້າຍ ຫນ້າງໍ ຍາມນັ້ນແຮ່ງຊິມີຂີ້ກະສິວເຕັມຫນ້າ!!!
ແຕ່ກະມີອີກວ່າ ໃຜມີຈິດໃຈຜ່ອງໃສ, ເບີກບານ ນັ້ນກະເປັນແນວທາງຫນຶ່ງທີ່ອາຈລົດການມີສິວໄດ້...
ຈັ່ງຊັ້ນຢ່າສູ້ເປັນຄົນໃຈຫວຶດຫວື່ ຫນ້າຊິຂື້ນຝ້າ ແລະສິວ!!!



໑໑ ກະທູ້
໒໖໔ ໂພສ
ນັກການກະທູ້

ຄິດໃດທີ່ເພິ່ນວ່າ
ຜູ້ຊາຍບໍ່ຊົ່ວຜູ້ຍິງບໍ່ມັກ

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ paype ຂຽນວ່າ...




ຄິດວ່າປີໃຫມ່ນີ້ ຄົງບໍ່ມີຂີ້ກະສິວແລ້ວຕິເຈົ້າ?
ເພາະວ່າອ່ອວຍພອນອັນປະເສິດແກ່ສາວໆລາວທັງນ້ອຍໃຫຍ່ທຸກຖ້ວນຫນ້າ!!!


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ປ່ຽນທິດທາງ..
ມາຫຼີ້ນພັນລາວນີ້ໄດ້ ທົບທວນແລະເຫັນຄ່າຂອງຄຳເວົ້າຫຼາຍຄຳທີ່ຂາດຫຫາຍໄປຈາກຄວາມຈື່ຈຳ...
ແຕ່ກະມີບາງຢ່າງທີ່ຫນ້າອານາດໃຈ ກະຄືວ່າຫຼາຍຄົນບໍ່ຂຽນຄວາມລາວແຕ່ວ່າແປມາຈາກໃສຂຽນລົງໄປ ດ້ວຍອັກສອນລາວແຕ່ບໍ່ແມ່ນຄວາມລາວ!!
ບໍ່ອຸກໃຈເພາະເຂົ້າໃຈດີ ວ່າເຂົາເຈົ້າບໍ່ຮູ້..
ເພາະພາສາລາວຫຼາຍບາດຕອນໄດ້ເກິດມີ amnesty ໄປ ຂາດກົກເຄົ້າ,ຂາດຄວາມ ມີ logic ຫຼາຍຄົນຄິດວ່າ ສັກ ທີ່ເອົາມາໃຊ້ ມັນແມ່ນຄຳດຽວກັນກັບ ຈັກ.
ແຕ່ທີ່ຈິງ ສັກ ໃນຄວາມຫມາຍເດີມແມ່ນຍົດສັກ ບໍ່ແມ່ນ ຈັກທໍ່ໃດ, ຈັກເມື່ອໃດ, ຈັກກິ່ຂັ້ນ, ແລ້ວເມື່ອໃດ..
ເວົ້າມາຈັ່ງຊີ້ຫຼາຍທ່ານຄົງຖືກຕຳໃຈເພາະເພິ່ນທັງຫຼາຍເປັນລາວຮ້ອຍເປິເຊັນ!!
ຫຼາຍຄົນຂີດຂຽນກອນ ທີ່ຈັດເຂົ້າໃນ ຫຼັກການແບບແຜນຂອງວັນນະກອນລາວບໍ່ໄດ້ ແຕ່ກະເອີ້ນກັນວ່າກອນ,ກາບ...
ທັງໆທີ່ຮູ້ກັນດີວ່າກອນລາວຫັ້ນມີແບບມີແຜນທາງການຂຽນຢ່າງຄັກແນ່ບົ່ງບອກໄວ້, ມີຊື່ວ່າ ກອນ,ກາບ, ໂຄງ..ນາໆປະການ..
ແຕ່ເຮົາຜູ່ຢູ່ໄກຈາກດິນທີ່ຝັງສາຍແຫ່ບໍ່ອາຈມີຄວາມສຳຄັນແລະເຫດຜົນທໍ່ຜູ່ຢູ່ກັບທີ່ກັບຖານ(ບໍ່ແມ່ນຫມາຍເຖິງສ້ວມຖ່າຍເດິ!)
ເວົ້າຫຍັງກະບໍ່ຂື້ນປານເພິ່ນແຫຼະ!
ກະຕາມ!
ເຮົາມີມານະແລະອຸດົມການຂອງເຮົາສເມິມາ ແລະຄົງຈະ ຕລອດໄປ..
ຫຼາຍຄັ້ງໄດ້ຟັງການສຳພາດໃນວິທຍຸ ສຽງເອເຊັຍເສຣີທີ່ອອກກະຈາຍສຽງໄປໃຫ້ຄົນລາວຟັງຫັ້ນ ເຈັບໃຈທີ່ເຈົ້ານາຍຄົນລາວໃຫ້ສຳພາດ ແທນທີ່ຈະເວົ້າຄວາມລາວກັບເວົ້າໄທປົນລາວ ປານວ່າ ເຈັກທີ່ເກິດຢູ່ລາວແຕ່ໄປທຳມາຄ້າຂາຍຢູ່ໄທແລ້ວເວົ້າສັບສົນປົນເລປານວ່າແກງ
ເຜັດສຳມະພັດ!!
ຈັບຕົ້ນຊົນປາຍແບບວ່າບໍ່ຮູ້ຂີ້ຫມູຂີ້ຫມາຫຍັງນີ້ລະ!!
ຫາກວ່າຂ້ອຍເປັນຫົວຫນ້າແລ້ວສົງໃສວ່າຈະໃຫ້ຜູ່ກ່ຽວໄປຊອກຫາວຽກໃຫມ່ແຫຼະ!!ບໍ່ແມ່ນວ່າລັງກຽດພາສາໄທປະການໃດ ແຕ່ໃນນາມພນັກງານຂອງຣັຖບານແລະພນັກງານຂອງຊາດລາວສົມຄວນຮູ້ຫຼັກການແລະພາສາແມ່ຂອງໂຕເອັງ!!
ວ່າບໍ?
ຢ່າງນ້ອຍກະຄວນຫນ້າອາຍໂຕເອັງຫາກວ່າບ່ຫນ້າອາຍຊາດເກິດ!
ຫາກວ່າຜູ່ໄປຮຽນມາແຕ່ໄທກະເວົ້າສັບສົນປົນເປພາສາໄທພາສາລາວ ,ຫາກຜູ່ໄປຮຽນມາແຕ່ຫວຽດຫາກເວົ້າສັບສົນປົນເປຫວຽດປະສົມລາວ, ຫາກຜູ່ໄປຮຽນຍິ່ປຸ່ນເວົ້າຍີ່ປຸ່ນສັບລາວ..
ແລ້ວແບບນີ້ກະຄືຫົນທາງທີ່ດີທີ່ປູໃຫ້ໄວ້ເປັນທາງໄປສູ່ ສູ່ສານພາສາລາວໃນບໍ່ຊ້າ!!!


໒໔ ກະທູ້
໑໗໑໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມາແວະເບິ່ງ


໐ ກະທູ້
໑໑໔ ໂພສ
ນັກການກະທູ້
ຫ+ນ=ໜ
ຫ+ມ=ໝ


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ jianghamoli ຂຽນວ່າ...
ຫ+ນ=ໜ
ຫ+ມ=ໝ


ເບິ່ງແມຫັ້ນວ່າມັນເປັນຈັ່ງໃດ?

ຫ+ນ=ໜ
ຫ+ມ=ໝ

ມັນປີ້ນເຈົ້າແລ້ວ!!
ສົງໃສມີການປະຕິຫວັດ ອັກສອນຄວບນີ້ ແລ້ວ!!!


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ aliks ຂຽນວ່າ...
ມາແວະເບິ່ງ



ມີສາວງາມໆຂຽນ ຫ + ນ = ໝ
ແລະ ຫ+ມ= ໜ

ຮອດຕອນນີ້ ຂ້ອຍຍັງເຫັນວ່າ ທັງສອງໂຕປະກອບນີ້ ເປັນດັ່ງທີ່ຢາກໃຫ້ເປັນ!
ແຕ່ບໍ່ຮູ້ຈະເປັນໄປໃນຮູບໃດຫາກສົ່ງຜ່ານອາວະກາດ!ຈົ່ງຖ້າເບິ່ງເດິ!


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມັນບໍ່ມີຫຍັງປ່ຽນແປງເລີຍ!
ຫຼືວ່າພຽງແຕ່ຍາມມັນຢູ່ໃນຫນ້າຄອມຂອງຂ້ອຍຫັ້ນຕິເບາະ!
ແລ້ວເຈົ້າເຫັນຈັ່ງໃດ?


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໜີດຳ!!
ອະດີດ ເປັນທະຫານ ແຕ່ວຽກງານສ່ວນໃຫຍ່ຄົງແມ່ນ ເປັນນັກແຕ່ງເພັງໃຫ້ວົງດົນຕຣີ ກອງທັບ``ຣາບອາກາດວັງວຽງ``ແຕ່ປາງໂລກຍັງພໍມີສີສັນແກມຄວັນຫມື້ ແລະກິ່ນ``ນາປາມ``.
ທ່ານໜີດຳ ແມ່ນນາມປາກກາ ຫາກວ່າ ຢາກກັບໄປຫາຊື່ແທ້ຂອງເພິ່ນຫັ້ນຄືຊິໄດ້ຢູ່ ແຕ່ບໍ່ແນ່ໃຈວ່າຈະແມ່ນ ທ່າ ສ. ອຸ່ນວົງ ບໍ ຫຼືຈັ່ງໃດນີແຫຼະ!!!
ທ່ານເປັນໜີດຳໂຕດຽວທີ່ເປັນແຮງດັນໃນການຂີດຂຽນເພັງໃຫ້ ກ. ວິເສດ ຮ້ອງ ໂດ່ງດັງຜ່ານມາ.
ຈາກເພັງຕ່າງໆທີ່ມີຄວາມນິຍົມຕລອດມາ. ຈະເປັນເພັງ
- ທຳມະຊາດ ເມືອງສູ້ຍ;
- ໝາວໜອກ;
- ຊີວີດທະຫານ;
- ໄທດຳລຳພັນ;
- ຊັງຄົນຫຼາຍໃຈ;
- ສາວໂພນຮົງ;
- ຈອມໃຈຄົນຈົນ;
- ບ້ານແມ້ວ( ຕາມຄວາມຈື່ ຍັງມີວ່າເພັງນີ້ແຕ່ງຂື້ນຕອນທ່ານໄປຝຶກຝົນທາງທະຫານທີ່ອະເມຣິກາ-ທີ່ຮາວາຍ!?)
ເພື່ອເຂົ້າເສັງເພັງທີ່ມີຂື້ນຢູ່ວຽງຈັນຄາວນັ້ນ ບໍ່ໄດ້ຮັບຣາງວັນເພາະບໍ່ຖືກກະຕິກາ.ຍາມນັ້ນແມ່ນ ຫົວຂໍ້ເຣື້ອງແມ່ນ ການສືກສາ. ບາດບ້ານແມ້ວພັດບໍ່ກ່ຽວສາກັບການຮຽນ.ກະໄດ້ທີ່ສີ່ໄປ.ສ່ວນທີຫນຶ່ງແມ່ນເພັງຂອງຄຳຫຼ້າຫນໍ່ແກ້ວ ຄືເພັງ``ປູ່ສອນຫຼານ``ທີສອງ ແມ່ນຂອງສີລາວົງ``ຫນຸ່ມລາວຝັນເພີ້``ແລະທີ່ສາມກະແມ່ນຂອງ ຄຳພູທະວີວັນ``ຈົດຫມາຍນ້ອຍ``.
ຜົນງານຂອງເພິ່ນແມ່ນມີຫຼາຍທີ່ວ່າຫາກໃຜຢາກຮູ້ກະຊິເອົາມາເວົ້າສູ່ຟັງໄດ້!!
ແຕ່ດຽວນີ້ ກາຍມາເປັນ ບ້ານໂມ້ງ!!


ໜີດຳ ໂຕນີ້ ມີ ເລັບ ແຫຼມກວ່າ ໂຕອື່ນ ແຕ່ ຄວາມນິຍົມຊົມຊອບສ່ວນຫຼາຍແມ່ນນັກຮ້ອງເປັນຜູ່ໄດ້ຮັບຫຼາຍກວ່າ .
ທຸກຄົນຮູ້ ກ.ວິເສດ ແຕ່ບໍ່ມີໃຜຈື່ໄດ້ວ່າ ຢູ່ທາງຫຼັງຂອງ ກ.ວິເສດນັ້ນແມ່ນໜີດຳຫັ້ນເປັນເຈົ້າກີ້ເຈົ້າການ..

Linkບ້ານແມ້ວ


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຢູ່ເມືອງລາວ- ຢູ່ໃນປ່າຂອງເມືອງລາວ ມີນັກຄົ້ນຄົ້ວທາງສັດສາວາສິ່ງໄດ້ຄົ້ນພົບເຫັນ ``ໜີແດງ``!
ເວົ້າແທ້ໃດ໋ນີ້ ແລະກະບໍ່ໄດ້ ສຽດແທງອີ່ຫຍັງ. ເປັນໜີ ຂ້ອນຂ້າງໂຕນ້ອຍ ຫາກຈື່ບໍ່ຜິດ ຊື່ທາງພາສາ ອັງກິດຊື່ຫນຶ່ງບອກວ່າ``Fire fox" ຄືກັນກັບຣະບົບການເຮັດວຽກຂອງເນດ ຫັ້ນແຫຼະ.
ບາດແລ້ວຊິຫາເອົາຮູບມັນມາໃຫ້ເບິ່ງ, ມື້ນີ້ຕິດຫນີ້ກ່ອນ ເພາະວ່າຄວາມຄິດມັນມາໄວກ່ອນການກະກຽມ ກະຈຶ່ງຂຽນແລະຕິດຫນີ້ໄວ້.
ເພິ່ນວ່າໄວ້ ວ່າມັນເປັນໜີພັນດຽວຄ້າຍຄືກັນກັບ ໜີ ``ພັນດາ``ທີ່ຢູ່ຈີນຫັ້ນ.ແຕ່ວ່າມີຂົນສີແດງ!
ຫາກວ່າ ພວກເດິນປ່າ!!ພວກກວນປ່າໄປເຫັນມັນກະຄິດວ່າເປັນມື້ສຸດທ້າຍຂອງມັນແລ້ວ...ໂຊກມັນຮ້າຍເກິນໄປ..
ແຕ່ຂ້ອຍກະໄຫວ້ວອນພາວະນາຢ່າໃຫ້ພວກຜີປ່າຫັ້ນໄປພໍ້ມັນເລິຍ!!
ເພາະມັນຈະສູນພັນໄປຈາກໂລກ ຈາກດິນແດນທີ່``ອຸດົມຮັ່ງມີ``ຫັ້ນໄປຫມົດ.
ຫາກໃຜຮູ້ເຣື້ອງນີ້ ກະມາເວົ້າສູ່ກັນຟັງຕໍ່ ຂ້ອຍມັກຟັງອີ່ຫຍັງທີ່ກ໋ຽວກັບສັດສາວາສິ່ງ ຮີດຄອງປະເພນີລາວ...
ຫາກວ່າຂິນໃຈທີ່ເວົ້າໄປແບບບໍ່ມີຂື່ມີແປ ກະແລ້ວແຕ່ໃຈເຈົ້າຊິຄິດ..
ຂ້ອຍໄດ້ເຫັນຮູບໜີ ແດງນີ້ແລ້ວ..
ຢາກເຫັນໂຕເປັນໆ ໃນແດນດິນຖິ່ນໄກ ເຫຼຶອຕາ...


໑໑ ກະທູ້
໑໑໐໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຂົ້າມາລະງົງ້ລີຍ
ມັນກ່ຽວກັບຫຍັງລະນິ


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ spngieng ຂຽນວ່າ...
ເຂົ້າມາລະງົງ້ລີຍ
ມັນກ່ຽວກັບຫຍັງລະນິ



ຄຳເຫັນສຸດທ້າຍຫັ້ນເບາະ ?

ແມ່ນເວົ້າເຖິງໜີແດງທີ່ມີພູມລຳເນົາຢູ່ໃນລາວມາຊົ່ວຟ້າຊົ່ວປີ ທີ່ອາຈສູນພັນໄປໃນບໍ່ຊ້າບໍ່ນານນີ້ ຫັ້ນດອກ ທ້າວ ບໍ່ແມ່ນການເມຶອງເດິ ໜີແດງນີ້ ແມ່ນໂຕໜີແດງ ແທ້ໆນີ້ແຫຼະ.ຈະເອົາຮູບມັນມາໃຫ້ເບິ່ງມື້ວັນຈັນ.


໑໑ ກະທູ້
໑໑໐໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແມ່ນຫວາ


໑໑ ກະທູ້
໑໑໐໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂອບໃຈຫຼາຍເດີລຸງເທົາ


໑໑ ກະທູ້
໑໑໐໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແລ້ວສິຖ້າເບິ່ງ


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ນີ້ຄືຮູບ ໜີແດງພ້ອມທັງຊື່ອື່ນໆທີ່ອາຈເອີ້ນກັນ. ຕ້ອງຂໍໂທດທີ່ບໍ່ໄດ້ແປເປັນລາວ..

ເຂົ້າເບິ່ງໃນນີ້ກະໄດ້ ຫາກວ່າ ຮູບທີ່ສົ່ງມາບໍ່ສາມາດປະກົດຂື້ນ.


http://en.wikipedia.org/wiki/Red_Panda


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ຮູ້ວ່າໃຜເຂົ້າໄປເບິ່ງໄປອ່ານແລ້ວຫຼືບໍ່ວ່າມັນເຄີຍມີຈິງ ກ່ຽວກັບໜີແດງນີ້ ຢູ່ລາວຄາວກ່ອນ!
ຢາກໃຫ້ຄົນລາວເຮົາທຸກຄົນແນມເຫັນຄວາມສຳຄັນຂອງສັດສານາໆພັນທີ່ເຄີຍຢູ່ອາສັຍໃນແຜ່ນດິນລາວຄືກັນກັບຄົນລາວ, ຄືກັນກັບກົບຂຽດທີ່ເຕັມປ່າເຕັມດົງ, ດັ່ງກົກໄມ້ກົກຕອກທີ່ເຄີຍພຸ່ງພົ້ນເຕັມປ່າເຕັມດົງ..
ຢູ່ແຈຕລາດເກົ່າຂອງເມືອງປາກເຊຫັ້ນມີຄອກສັດນ້ອຍໆຢູ່ແຈໃກ້ໆຕຶກຂອງຄອບຄົວສີສົມບັດ(ຫ້າຊັ້ນຫັ້ນ!) ມີຄອກສັດທີ່ໃຜຮັບຊື້ແລະຂັງໄວ້..
ທຳອິດກະໂຕຫນຶ່ງ.ຄາວໄດ້ໄປເຫັນແມ່ນມັນຢູ່ໃນຄອກແຄບໆຫັ້ນນໄກັນຫ້າໂຕ!!
ບໍ່ຮູ້ວ່າຊື່ຈັ່ງໃດ ແຕ່ເປັນພາສາຕ່າງປະເທດເອີ້ນວ່າ:"BITURONG" ຂ້ອຍໄດ້ຢຸດເບິ່ງເປັນເວລານານເພາະກັບມາແຕ່ວຽງຈັນຕອນເຊົ້າ ບັງເອີນຍ່າງເລາະໄປແຖວເກົ່າທີ່ເຄີຍຍ່າງຊື້ຂອງໃນຕລາດເກົ່າຄາວຍັງຮຽນຢູ່ວິທຍາລັຍປາກເຊ...
ໂຕສັດທັງຫ້ານີ້ ມັນກະຫນ້າຮັກ ທຳອິດກະຄິດຢ້ານບໍ່ກ້າເຂົ້າໃກ້.ແຕ່ຕໍ່ມາຄົນທີ່ລ້ຽງເກຶອພວກມັນຫັ້ນມາເອົາອາຫານໃຫ້ກິນ, ມີແຕ່ນ້ຳ ກັບຫມາກກ້ວຍ,,
ເຫັນເຂົາເອົາມືເຂົ້າໄປຢອກຫຼີ້ນກັບມັນ ຂ້ອຍກະໃຈດີຂື້ນແລະກ້າຍື່ນມືເຂົ້າໄປຄືກັນ...
ໂຕບິຕູຣົງມັນກະເລັຍມືຂ້ອຍ, ທຳອິດຄິດວ່າມັນຊິເປັນທີ່ຫນ້າຂີ້ດຽດ ແຕ່ ນ້ຳລາຍຂອງມັນຫັ້ນມີກິ່ນ ຄ້າຍໆກັບນ້ຳມັນຫອມທີ່ມີຣາຄາແພງສະນິດຫນຶ່ງທີ່ເຄີຍຕ້ອງດັງມານານ ແຕ່ຄິດບໍ່ອອກໃນຍາມນັ້ນວ່າຊື່ຈັ່ງໃດ
ແຕ່ທົບທວນຫາກິ່ນນັ້ນໄດ້ກະຈົນວ່າຕອນກັບໄປແລ້ວ ຈຳໄດ້ວ່າກິ່ນນ້ຳລາຍນັ້ນມັນຄ້າຍກັນກັບກິ່ນຂອງ " Chanel"!!
ແຕ່ຫາກໄດ້ກັບໄປກໍຊິເອົາ ຊາແນນໄປນຳເພື່ອປຽບທຽບ ຫາກວ່າຄອກສັດນັ້ນຫາກຍັງຈະຄົງຢູ່!
ຮູບສັດນີ້ມີຢູ່ໃນ ອາລບັ້ມຂອງຂ້ອຍ ຫາກໃຜຢາກເບິ່ງກະແວະໄປເບິ່ງໄດ້ເດິ!!


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມີ ຄຳ ເວົ້າຄຳຫນຶ່ງ ທີ່ຄິດທົບທວນຄືນມາໄດ້ຄື`` ແໝ`` ແຕ່ຄິດຫາບໍ່ເຫັນວ່າ ມັນມີຮູບຮ່າງຈັ່ງໃດ!
ຄີດທົບທວນໄປມາຮ້ອຍເທື່ອກະຄີດບໍ່ເຫັນ ແໝນີ້ ເລີຍ!!
ກະປານວ່າຕົກໄປໃນຫ້ວງຂອງຄວາມຫວ່າງເປົ່າແບບຫນຶ່ງໃນສະຫມອງ..
ມັນເວີ້ງວ້າງເປົ່າແປນແທ້ໆ.
ແມ່ນມັນເປັນພຶດພັນທີ່ເກີດຢູ່ໃນນ້ຳແມ່ນຫຼຶບໍ່?
ແຕ່ ເທົານັ້ນຍັງຄີດຫາເຫັນແລະແນມເຫັນເທົາ ທີ່ມີສີຂຽວໆ ຍາມນ້ຳ ໄຫຼມັນກະຫວັ່ນໄຫວໄປນ້ຳ ແປວນ້ຳ!
ໄຄຫິນ!
ເຄີຍໄດ້ຈັບບາຍຄາວຍັງນ້ອຍຕອນໄປໃສ່ເບັດຢູ່ແກ້ງຫິນທີ່ທາບສອງຝັ່ງ ຈາກບ້ານຂ້ອຍໄປຫາດອນໂຄ!
ໃນປະຫວັດສາດ ປາງຝຣັ່ງ ດອນໂຄນີ້ ເປັນຈຸດສຳຄັນທາງຍຸທສາດ ບ່ອນຫນຶ່ງຂອງການເດິນເຮຶອ ກ່ຳປັ່ນ
ຂອງທະຫານແຕ່ກີ້ ແຕ່ກ່ອນ ເພາະຢູ່ດອນໂຄນີ້ ພວກທະຫານຝຣັ່ງໄດ້ມາຕັ້ງເປັນຄ້າຍເພື່ອ
ການກໍ່ສ້າງຫຼັກປັກຫມາຍແປວປ່ອງນ້ຳ ບ່ອນໃດເລິກຕື້ນໃນລຳນ້ຳຂອງ.
ແຕ່ວ່າ ແໝ ກັບນ້ຳຂອງຄົງບໍ່ກ່ຽວກັນ
ຍິ່ງໄກອອກໄປຈາກດອນໂຄ ກັບທະຫານຝຣັ່ງ..ດັງໂມຫັ້ນ!
ແຕ່ດຽວນີ້ ສາວໆຊາວຜົມທອງພາກັນມາພັກຕາກອາກາດແລະຢູ່ດອນໂຄນີ້ ເປັນອາທີດ, ຢູ່ນຳຊາວບ້ານ ກະເປັນວິທີຫນຶ່ງທີ່ພາກັນຫວນຫາອະດີດປາງປູ່ປາງພໍ່ເຖົ້າຂອງເຂົາເຈົ້າມາເອົາບ້ານເຮົາເປັນຫົວເມຶອງຂື້ນ..
ແຕ່ແໝ ກະຍັງບໍ່ກັບຄືນມາຫາໃນສະຫມອງຂອງ ຜຂ ຢູ່ຈັ່ງໃດ່ກະຈັ່ງຊັ້ນ
ຊ່າງດື້ດຶງ
ສົມຄວນກັບມາຫາຄົນທີ່ຫວັງຢາກຍົກຖານະແໝໃຫ້ຂື້ນໃນຍຸກ ໂລກ ໄຮ້ພົມແດນ
ໃນເຄຶອຂ່າຍ ອິນເຕິເນດ!!
ຊ່າງເທາະນໍມື້ຫນ້າມັນຫາກຊິມາງໍ້ຂໍຄືນດີ.


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຕໍ່ມາຢາກເອົາຄຳວ່າ ``ໜາກແໝ່ງ`` ມາເວົ້າເຖິງ ເພາະມັນມີ ສອງໂຕ ໜ ກັບ ໝ ມາຄູ່ກັນອີກ ເອົາເປັນວ່າ ສັບລາວ ແຕ່ລະວັນ ລະວັນ..
ແຕ່ທັງໜົດມັນກະເປັນພຽງຄຳລຳພຶງລຳພັນຂອງຂ້ອຍຜູ່ດຽວ - ທີ່ລົງຄຳເຫັນສັ້ນໆຈັ່ງຊີ້ ກະຍ້ອນວ່າທີ່ຂຽນມາເປັນກອງ ບໍ່ເຫັນໃຜມາສົນໃຈ ຫຼື ອອກຄຳເຫັນໃດໆນຳ ຫຼືວ່າ ກະບໍ່ຮູ້ຄືກັນ ຫຼືວ່າ ຄ້ານອ່ານ ເປັນ ການຂຽນທີ່ໄຮ້ປະໂຫຍດ!
ສຳຫຼັບບາງຄົນທີ່ເຫັນພ້ອມແບບນີ້ ກະຊິວ່າຫຍັງໄດ້ນໍ ເພາະເຮົາຖຶຫຼັກການ ແບບ ປະຊາທິປະໄຕ, ທີ່ທຸກຄົນ ມີອິສຣະເສຣີໃນການຂີດຂຽນ, ປາກເວົ້າ ຫຼຶ ສແດງຄວາມຄີດຄວາມເຫັນຕາມໃຈໂຕເອັງ..

ປ່ອຍໃຫ້ນ້ຳ ລົ້ນແອ່ງອີກແລ້ວ!!

ກັບມາຫາໜາກແໝ່ງ ກັນດີກວ່າ ຖຶວ່າ ບ້ານເຮົາກະມີໜາກແໝ່ງປ່າ ກັນ ຫຼວງຫຼາຍ..

ປາງໝຶ່ງທີ່ໄດ້ເປັນຜູ່ແປພາສາໃຫ້ທ່ານທູດລາວຜູ່ທຳອິດທີ່ໄປປະຈຳການທີ່ປະເທດ ທີ່ຂ້ອຍປະຈຳການຕລອດມານີ້ ວ່າ ໃນການໄປສເນິຕົວໃນນາມນັກການທູດມາໃໜ່ໆ ຢູ່ ທີ່ສະຖານທູດ ອິນເດັຍ..
ການໂອ້ໂລມກັນຂອງບັນດາທ່ານທູດທັງສອງຍຶດຍາວ ແຕ່ກະ ມີກຳໝົດຄື ຫາກເປັນນັກການທູດທີ່ມີພູມຖານ ກະບໍ່ໃຫ້ກາຍ ຊົ່ວໂມງລະ..ແຕ່ການຄັ້ງນີ້ ກະຍາວສົມຄວນ ສັງເກດໄດ້ທີ່ນັກການທູດອິນເດັຍມັກແນມເບິ່ງໂມງໂຕເອັງເລື້ອຍ!!
ແຕ່ ກະໄດ້ຄວັກຂ້າງທູດເຮົາແຕ່ເພິ່ນມັນນັກການທູດ ສາກົນ!!!ຊິໄປຕິໄດ້ນໍ!!ເຮົາເປັນພຽງຄົນແປພາສາ..
ແຕ່ເມື່ອການສົນທະນາແກ່ດຶງໄປທຸກຄອກທຸກແຈ ເຮົາເລີຍ ເວົ້າສູ່ທູດອິນເດັຍຟັງແບບນອກ ໂປຣໂຕໂກວ ວ່າ ທີ່ທ່ານວ່າຢູ່ອິນເດັຍມີໜາກແໝ່ງຫຼາຍ ແຕ່ທ່ານຮູ້ບໍ່ວ່າ ຢູ່ເມຶອງລາວ ກ ະມີໜາກແໝ່ງສົ່ງອອກຂາຍຄືກັນ !!
ເມຶອ່ໄດ້ງິນຈັ່ງຊັ້ນທ່ານທູດອິນເດັຍກະສົນໃຈແລະກ່າວຄຳວ່າ`` ໂອ``ຂື້ນມາ ຢູ່ລາວກະມີໜາກແໝ່ງ ຜູ່ຂ້າບໍ່ຮູ້ເລີຍ!!
ເປັນອັນວ່າ ຂໍໂຕກັບຈາກສະຖານທູດອິນເດັຍດ້ວຍໜາກແໝ່ງ ພໍບໍ່ໃຫ້ເຂົາຄີດວ່າເຮົາກິນເວລາເຂົາແບບເປົ່າປະໂຫຍດ..

ເກັບມາເວົ້າເຖິງໜາກແໝ່ງ ກະບັນຫານີ້ ເປັນສ່ວນໝຶ່ງ ທີ່ເຮົາ ຫຼາຍຄົນຮອດບໍ່ຮູ້ວ່າໜາກແໝ່ງເປັນໜ່ວຍຈັງໃດ?
ໂຕເອັງກະເກັບກຳຮູບພາບຕ່າງໆມາໃຫ້ເບິ່ງບໍ່ໄດ້ຄືກັນ ຖ້າຫາກວ່າ ຜາສຸກ ຫຼື ຫຼານກິເດດ ຫາມາໃຫ້ໜູ່ເບິ່ງນຳກັນໄດ້ກະຈະບໍ່ລືມບຸນຄຸນ.
ໜາກແໝ່ງ ເອົາມາເຮັດຫຍັງໄດ້? ມີປະໂຫຍດແນວໃດໃນຊີວີດແລະໃນເຮຶອນຄົວ?

ໃຜຮູ້ ບອກກັນແນ່!


໕ ກະທູ້
໒໒໙໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້

ໂອກາດບໍ່ເຄີຍມາຫາເຮົາ ມີແຕ່ເຮົາສ້າງໂອກາດເອົາເອງ

໐ ກະທູ້
໗໘໓ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ ker ຂຽນວ່າ...




ເຊົາເມົາ,ເຊົາເຫຼົ້າເຂົ້າພັນສາ,ແຕ່ເຊົາໂສດຫັນຕິເຊົາແນວໃດກະບໍ່ໄດ້ຈັກເທື່ອ

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ ker ຂຽນວ່າ...



ເກີ້ ກະໃຊ້ພາສານີ້ ໃຫ້ອີກ ບໍ່ຮູ້ຈະເຂົ້າໃຈກັນຈັ່ງໃດ!!


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ tin ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ ker ຂຽນວ່າ...






ເຈົ້າກະແຮງ ຕື່ມເປັນສອງເທົ່າ!!
ຍິ່ງງົງໂຕເອັງກະດາຍ!!


໕ ກະທູ້
໒໒໙໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ ThaoK ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ tin ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ ker ຂຽນວ່າ...






ເຈົ້າກະແຮງ ຕື່ມເປັນສອງເທົ່າ!!
ຍິ່ງງົງໂຕເອັງກະດາຍ!!

ແບບວ່າ ອ່ານບໍ່ຈົບ ມັນຍາວໂພດຫັ້ນນາ
ບໍ່ຮູ້ເວັ້ນອັນຫຍັງກັນ ໜີແດງ ໜີດຳຢູ່ ໂອຍ!!! ມຶນຕຶບ

ໂອກາດບໍ່ເຄີຍມາຫາເຮົາ ມີແຕ່ເຮົາສ້າງໂອກາດເອົາເອງ

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ ker ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ ThaoK ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ tin ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ ker ຂຽນວ່າ...






ເຈົ້າກະແຮງ ຕື່ມເປັນສອງເທົ່າ!!
ຍິ່ງງົງໂຕເອັງກະດາຍ!!

ແບບວ່າ ອ່ານບໍ່ຈົບ ມັນຍາວໂພດຫັ້ນນາ
ບໍ່ຮູ້ເວັ້ນອັນຫຍັງກັນ ໜີແດງ ໜີດຳຢູ່ ໂອຍ!!! ມຶນຕຶບ



ໜີແດງເປັນໜີທີ່ມີຂົນສີແດງ ເປັນພັນດຽວກັນກັບ ໜີ ພັນດາ ແຕ່ມັນຢູ່ເຂດພູສູງ ແລະອາຫານການກິນຂອງມັນມີທາດອີ່ຫຍັງທີ່ພາໃຫ້ຂົນມັນແດງ!!
ສ່ວນໜີດຳ ມັນກະດຳ ປານໜີດຳ!!
ຂົນດຳ ແຕ່ໃຈມັນໃຫຍ່ກວ່າ ມະນຸດບາງຈຳພວກ!!
ຈຶ່ງວ່າໜີແດງກັບໜີດຳ..
ອີກໜີດຳ ໂຕໝຶ່ງ ກະຄື ນັກແຕ່ງ ເພັງແຕ່ກີ້ ທີ່ແຕ່ງເພັງ: ສາວໂພນຮົງ, ບ້ານແມ້ວ, ໄທດຳລຳພັນ...


໒໒ ກະທູ້
໑໑໘໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້


ເຫັນອ້າຍເປັນຕອກມັດກ້າ ດຳນາແລ້ວຢຽບໃສ່ຕົມ

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ wantiya ຂຽນວ່າ...




ການໃຊ້ ອັກສອນສອງໂຕໃນຣະບົບ ``ລິນຸກສ`` ຍາກເດິ.ເພາະບໍ່ຮູ້ຍາມໃດມັນເປັນໂຕ ໜ ຫຼື ໂຕໝ ຫັ້ນ
ທີ່ເຈົ້າສົ່ງໄປ ເປັນໂຕດຽວຈ້ອຍ..ໂຕ ໜ ທັງສອງ ຄື ຫມ ຊັ້ນເດ!


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກັບມາຫາບັນຫາໂຕ ໝ ກັບໂຕ ໜ ອີກ!
ເວົ້າເຖິງໜີດຳ, ໜີແດງ ແລະໜີດຳນັກປະພັນເພັງມາແລ້ວ..
ແຕ່ຍັງມີອີ່ຫຍັງທີ່ຢາກເວົ້າຕື່ມກ່ຽວກັບໜີນນີ້ຢູ່!

ກະຄືຟາມລ້ຽງໜີ ໃນເມືອງລາວ ທີ່ຜິດສິນທຳ!!
ເພາະພາກັນລ້ຽງໜີເພື່ອເຈາະເອົາບີມັນມາໃຫ້ ພວກຜີບ້າ ຜູ່ເຖົ້າຫົວງູ ທີ່ຫວັງຢາກຄອງ ອານາຈັກແຫ່ງກາມ!!
ໃນປາກຖືສິນ ແຕ່ລັບຫຼັງແລ້ວເອົາຕິນຢຽບ!!

ໄດ້ຕັ້ງກະທູ້ພິເສດຂື້ນມາກ່ຽວກັບບັນຫານີ້ ແຕ່ຄົງເປັນບັນຫາທີ່ບໍ່ໂດ່ງດັງແລະໃຫ້ຄວາມສົນໃຈພໍ ເພາະມັນບໍ່ກ່ຽວກັບຄວາມຮັກ ແລະ ສັລເສີນໃຜ,...
ເປັນພຽງການຍົກບັນຫາ ທີ່ກ່ຽວກັບມະນຸສຍະທຳແລະ ຄວາມກະຫາຍຢາກຮັ່ງຢາກມີເທິງຄວາມເຈັບແສບແລະທໍຣະມານຂອງຜູ່ອື່ນ.

ຫາກຢາກຮູ້ກະເຂົ້າໄປອ່ານຫຼີ້ນໃນກະທູ້`` ຟາມລ້ຽງໜີ...``

ໜີໜາເໜັ້ນ ເປັນພຽງສັດຊາດຕ່ຳ ເພິ່ນວ່າດາຍ
ແຕ່ວ່າມັນບໍ່ຂ້າ ສັດຫັ້ນເພື່ອກິລາ ດັ່ງຄົນເອີຍ.


ໜ້າທີ່ 3 ຈາກທັງໝົດ 5 ໜ້າ <<<12345>>>