ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ພາສາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ພາສາ » ຄຳວ່າ " ສ້ວມ " ໃນພາສາລາວ

໒໐ ກະທູ້
໑໒໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມີຫຼາຍໆຄຳໃນພາສາລາວ ທີ່ກົງກັນຂ້າມກັບພາສາໄທ ບໍ່ຮູ້ວ່າດ້ວຍເຫດໃດຈື່ງເປັນເຊັ່ນນັ້ນ ເຊັ່ນຄຳວ່າ "ສ້ວມ"
ຄຳວ່າ ສ້ວມ ໃນພາສາໄທ ພັດແປວ່າ ຫ້ອງນ້ຳ ຫ້ອງຖ່າຍ, ແຕ່ໃນພາສາລາວພັດບໍ່ໄດ້ແປວ່າຈັ່ງຊັ້ນເດີພີ່ນ້ອງ.
ສ້ວມ ແມ່ນຄຳນາມ ມີຄວາມໝາຍວ່າ: ຫ້ອງບ່ອນຂັ້ນໄວ້, ບ່ອນຢູ່ບ່ອນນອນທີ່ແອ້ມຂັ້ນໄວ້.

ເຊັ່ນ:
ມື້ນີ້....ມາຈວບນ້ຳສ້າງແກ້ວ..............ອ້າຍຢາກເດ່ກະບວຍຕັກ
ມາຈວບນາງຄົນງາມ...............ຢາກກ່າວຄຳຂໍຊ້ອນ
ຢາກໄດ້ເມືອນອນສ້ວມ........ຮຽງໝອນມຸ້ງຮ່ວມ
ເມືອສວມສິ້ນໝີ່ເອື້ອ....................ເກືອມ້ອນຢູ່ເກີຍ...



-----------------------------------------------------
ຣວຍ-ຈົນ:ສຸດທ້າຍກະມັບຫ່າຄືກັນຫັ້ນລະວາ

໐ ກະທູ້
໔໕ ໂພສ
ຂາປະຈຳເວັບບອດ
ສວ້ມບໍ່ແມ່ນຫອ້ງນ້ຳຊັ້ນວະ


໑໕ ກະທູ້
໑໗໓ ໂພສ
ນັກການກະທູ້
ສ້ວມແມ່ນຫ້ອງນອນ
ຫ້ອງນ້ຳແມ່ນ 'ວິດ'

ກຕຟ ບໍ່ແມ່ນໄກ່ຕາຟາງ. ກຕຟ ແມ່ນ ລັດວິສາຫະກິດ ກໍ່ສ້າງແລະຕິດຕັ້ງໄຟຟ້າ ຜູ້ເຮັດແທ້ທຳຈິງ ໃນການສະຫນອງໄຟຟ້າສູ່ຊົນນະບົດ. ຊົນນະບົດລາວ ສ່ວນໃຫຍ່ ແມ່ນພວກນີ້ ເປັນຜູ້ຕິດຕັ້ງ. http://ecicompany.wordpress.com/about/

໗໘ ກະທູ້
໑໒໑໓ ໂພສ
ຜູ່ເບິ່ງແຍງເວັບບອດ
ພາສາໄທມີ ໓ ຄວາມໝາຍ

ส้วม ๑ น. สถานที่ที่สร้างไว้สำหรับถ่ายอุจจาระปัสสาวะโดยเฉพาะ
มักทำเป็นห้อง.
ส้วม ๒ (ถิ่นอีสาน) น. ห้องนอน.
ส้วม ๓ ก. เอามือทั้ง ๒ ข้างโอบรัดเข้าไว้ในวงแขน เรียกว่า ส้วมกอด,
สวมกอด ก็ว่า.

ອ້າງອີງຈາກ พจนานุกรม ฉบับราชบัณฑิตยสถาน พ.ศ. ๒๕๔๒


໒໐ ກະທູ້
໑໒໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້

ບໍ່ແມ່ນຫ້ອງນ້ຳ
ແຕ່ມັນແມ່ນຫ້ອງນອນ

-----------------------------------------------------
ຣວຍ-ຈົນ:ສຸດທ້າຍກະມັບຫ່າຄືກັນຫັ້ນລະວາ

໗໕ ກະທູ້
໒໐໘໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສ້ວນມີຄວາມຫມາຍວ່າຫ້ອງ

ຕາມຫາທີມເວີກເປົ້າໝາຍດຽວກັນເພື່ອເປັນມະຫາເສດຖີນຳກັນ

໙ ກະທູ້
໑໒໖໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສ້ວມນໍສ້ວມ


໖ ກະທູ້
໒໐໔ ໂພສ
ນັກການກະທູ້
ສັບພາສາແສນສັບສົນ


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກະແນວມັນມີຫຼາຍຄຳອະທິບາຍ: ສ້ວມຖ່າຍ ກະ ແມ່ນ ວີດຖ່າຍ;
ບາດສ້ວມທີ່ມີຄວາມຫມາຍເປັນຫ້ອງນອນ ເວົ້າສ້ວມ ສັ້ນໆຫຼຶ ສ້ວມນອນ.


໑໑ ກະທູ້
໑໑໐໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແຕ່ລະພາສາຍ່ອມມີຄວາມໝາຍແຕກຕ່າງກັນ
ສຳລັບຄຳວ່າ ສ້ວມ ກໍໃຫ້ເຮົາເຂົ້າໃຈຕາມຄວາມໝາຍຂອງພາສາລາວເດີພີ່ນ້ອງ
ສ່ວນພາສາໄທມັນຢາກມີຄວາມໝາຍແນວໃດນັ້ນກະຊ່າງ...ເຮົາບໍ່ຕ້ອງສົນໃຈ


໐ ກະທູ້
໑໐໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຂົ້າໃຈແລະຊັ້ນນະ


໒໐ ກະທູ້
໑໒໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແຕ່ກ່ອນເຫັນຫຼາຍຢູ່ໃດເນາະລົດ ບໍລິການດູດສ້ວມ

-----------------------------------------------------
ຣວຍ-ຈົນ:ສຸດທ້າຍກະມັບຫ່າຄືກັນຫັ້ນລະວາ

໕ ກະທູ້
໔໑໗໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສວ້ມບໍ່ແມ່ນວິດຫວາ


໒໒ ກະທູ້
໒໕໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເປັນຈັ່ງຊີ້ເນາະ

(◕‿◕) ♥ ກະແຕນ້ອຍ ♥ ຂີ້ດື້ (。◕‿◕。)
http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img] http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img]





໓໑ ກະທູ້
໒໐໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
...........ບໍລິການດູດສ້ວມ
ເຂົາເຈົ້າຄືບໍ່ວ່າບໍລິການດູດວີດ


໒໒ ກະທູ້
໒໕໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ທຸກມື້ນີ້ເຮົານອນຢູ່ສ້ວມຊັ້ນ

(◕‿◕) ♥ ກະແຕນ້ອຍ ♥ ຂີ້ດື້ (。◕‿◕。)
http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img] http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img]





໑ ກະທູ້
໑໗໓ ໂພສ
ນັກການກະທູ້
ໂອ້.. ໄດ້ອ່ານກອນລະຄຶດອອກ.. ແມ່ເຖົ້າເຮົາກະເວົ້າຢູ່ວ່າສ້ວມຫັ້ນ (ຫ້ອງນອນ)


໑໖ ກະທູ້
໑໖໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສ້ວມແມ່ນຫ້ອງມັນແມ່ນພາສາລາວດັ້ງເດີມເຄີຍຍິນຜູ້ເຖົ້າເວົ້າ

ໂຈນຫ້າຮ້ອຍສອງເທື່ອເປັນພັນ

໓ ກະທູ້
໓໑໙໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສ້ວມ ແມ່ນພາສາໄທເໜືອແມ່ນບໍ່

strawberry

໒໐ ກະທູ້
໑໓໖໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຄີຍໄດ້ຍິນແຕ່ຕອນຍັງນ້ອຍເພີ່ນມັກຮ້ອງຫ້ອງນອນວ່າສ້ວມ ຫ້ອງນອນນິ້ຕ້ອງເປັນຫ້ອງນອນຂອງພໍ່ແມ່ ແລະ ນ້ອງສາວ
ມາດຽວນີ້ສ້ວມບໍ່ຄ່ອຍໄດ້ຍິນອີກ

ເອົາເມຍຈົນແຕ່ໃຈດີ ດີກວ່າເອົາເມຍເສດຖີທີ່ຄິດທໍລະຍົດ
ຄຣິກຫາປະໂຫຍກກິນໃຈບ່ອນນີ້ ຢ່າລໍຊ້າ