ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ພາສາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ພາສາ » ບັນຫາກ່ຽວກັບພາສາລາວ

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>


໒໐ ກະທູ້
໑໓໖໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄຳວ່າ "ອາໄຫຼ່" ຫຼື "ອາໄລ່" ທີ່ໜາຍເຖີງເຄື່ອງອຸປະກອນ, ເຄື່ອງປະກອບ, ເຄື່ອງປ່ຽນແທນທີ່ຢູ່ກັບເຄື່ອງກົນຈັກຕ່າງໆ ໃນພາສາລາວອັ່ນໃດຖືກຕ້ອງ ຂໍຄຳຊີ້ແນະແດ່ເດີສະມາຊິກພັນລາວເຮົາ

ເອົາເມຍຈົນແຕ່ໃຈດີ ດີກວ່າເອົາເມຍເສດຖີທີ່ຄິດທໍລະຍົດ
ຄຣິກຫາປະໂຫຍກກິນໃຈບ່ອນນີ້ ຢ່າລໍຊ້າ

໕ ກະທູ້
໔໑໗໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄືຊິແມ່ນອາໄຫຼ່
ຖ້າວ່າບໍ່ຕົກພາສາລາວໄດ໋
ອິອິ


໕ ກະທູ້
໔໑໗໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມາເປີດສົດກທອີກແລ້ວ ຮ່າຮ່າ


໑໗ ກະທູ້
໑໗໑ ໂພສ
ນັກການກະທູ້
ອ່າ ອ່າ


໓໑ ກະທູ້
໒໐໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄຳວ່າ "ອາໄຫຼ່"ທີ່ໜາຍເຖີງເຄື່ອງອຸປະກອນ


໒໐ ກະທູ້
໑໓໖໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເພີ່ນວ່າຢືມມາແຕ່ພາສາໄທວ່າຊັ້ນ

ເອົາເມຍຈົນແຕ່ໃຈດີ ດີກວ່າເອົາເມຍເສດຖີທີ່ຄິດທໍລະຍົດ
ຄຣິກຫາປະໂຫຍກກິນໃຈບ່ອນນີ້ ຢ່າລໍຊ້າ

໓໑ ກະທູ້
໒໐໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຖ້າວ່າອາໄຫຼຢືມມາແຕ່ພາສາໄທແລ້ວພາສາລາວເອີນວ່າຫຍັງຊັນ


໗໘ ກະທູ້
໑໒໑໓ ໂພສ
ຜູ່ເບິ່ງແຍງເວັບບອດ
ສະໄໝແຕ່ກີ້ ຕອນທີ່ປະເທດລາວຍັງບໍ່ມີພາຫະນະທີ່ເປັນເຄື່ອງຈັກໃຊ້ນ້ຳມັນ ແບບພວກລົດ; ຕອນນັ້ນເຂົາຊິມີຫຍັງແດ່ທີ່ເອີ້ນວ່າອາໄຫລ່?


໒໐ ກະທູ້
໑໓໖໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອໍ

ເອົາເມຍຈົນແຕ່ໃຈດີ ດີກວ່າເອົາເມຍເສດຖີທີ່ຄິດທໍລະຍົດ
ຄຣິກຫາປະໂຫຍກກິນໃຈບ່ອນນີ້ ຢ່າລໍຊ້າ

໑໔ ກະທູ້
໓໐໑ ໂພສ
ຊຳນານການເວັບບອດ
ອາໄຫຼ່ / ອາໄຫລ່ .

ເທບແຫ່ງພາສາລາວ


໐ ກະທູ້
໔໓ ໂພສ
ຂາປະຈຳເວັບບອດ
cicici ແຮແຮ ບໍ່ຮູ້


໓໒ ກະທູ້
໒໓໘໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກ່ອນທີ່ຈະຮູ້ໄດ້ວ່າແບບໃດຖືກ ກໍຕ້ອງຮູ້ກ່ອນວ່າມັນແມ່ນພາສາຫຍັງ
ເປັນພາສາລາວເຮົາໂດຍແທ້ ຫລື ເປັນຄຳທີ່ຢຶມມາຈາກພາສາອື່ນ
ແລ້ວຈຶ່ງເຈາະລົງໄປອີກວ່າມັນເປັນຄຳເຄົ້າຫລຶເກີດຈາກການປະສົມ.


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຫາກວ່າເປັນຄຳຢືມມາ ແລະເທົ່າປານນີ້, ຮອດດຽວນີ້ ມັນກໍກາຍມາເປັນພາສາທີ່ໃຊ້ທົ່ວໄປແລະໃຫ້ຄວາມກະຈ່າງແຈ້ງແກ່ທຸກຄົນມັນກໍກັບກາຍມາເປັນພາສາ-ຄຳສັບໃຫມ່ຂອງລາວ ທີ່ສຳຄັນແມ່ນຈະບົ່ງວ່າຄວນຂຽນຈັ່ງໃດຫັ້ນຕິຄຶບັນຫາ.
ຂ້ອຍວ່າ ອາໄຫຼ່-ເຄຶ່ອງປະກອບ, ສີ ້ນສ່ວນຂອງເຄຶ່ອງຈັກ.


໓໒ ກະທູ້
໒໓໘໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້

ຈາກຫນັງສືພິມວຽງຈັນໃຫມ່ ຫນ້າໂຄສະນາອູ່ລົດແຫ່ງຫນຶ່ງ
------
ບໍ່ໄດ້ບອກວ່າມັນຖືກເດີ້ ເອົາມາໃຫ້ເບິ່ງຊື່ໆ


໓໒ ກະທູ້
໒໓໘໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ ThaoK ຂຽນວ່າ...
ທີ່ສຳຄັນແມ່ນຈະບົ່ງວ່າຄວນຂຽນຈັ່ງໃດຫັ້ນຕິຄຶບັນຫາ


ແມ່ນຄວາມອາວເທົາໄດ່ເນາະ.. ເພາະຄົນລາວເຮົາບໍ່ເຄີຍຮັກສາຮູບຄຳເອົາໄວ້


໑ ກະທູ້
໒໓ ໂພສ
ຂາປະຈຳເວັບບອດ
ບໍ່ແມ່ນພາສາລາວທັງສອງຕິ ຄິດວ່າຢືມພາສາອື່ນມາໃຊ້


໒໒ ກະທູ້
໓໕໐ ໂພສ
ຊຳນານການເວັບບອດ
ຄຳວ່າ ອາໄລ່ ແປວ່າ 1 ນ້ອງສາວຂອງພໍ່ຊື່ວ່າ ໄລ່ 2 ນ້ອງສາວຂອງພໍ່ ແລ່ນນຳ ຫຼື ໄລ່(ໄປ໊ໆ ຊິ໊ວໆ!) 3 ນ້ອງສາວຂອງພໍ່ ຄິດໄລ່...

Sin tu amor en mi vida, mi vida no se
como podre yo vivir

໙ ກະທູ້
໑໒໖໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອາໄຫລ່


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໃນທຸກໆພາສາ ກະໄດ້ຢືມກັນມາໃຊ້ເພາະໃນພາສານັ້ນບໍ່ມີຄຳແປເປັນພາສາຕົນໄດ້,
ຫຼືບໍ່ກະ ຍ້ອນ ຫົວຄິດແບບ"`snobism" ທີ່ຄິດວ່າມັນໂກ້ເກະທີ່ເວົ້າປະສົມພາສາຕ່າງຊາດໃສ່ປົນພາສາລາວ
ແຕ່ວ່າໃນກໍຣະນີນີ້ ຫາກວ່າເປັນຄຳຢືມມາ ມັນກໍພຽງແຕ່ບົ່ງບອກວ່າຢືມມາຈາກພາສາຫຍັງເທົ່ານັ້ນກະຫມົດເຣື້ອງໄປ.
ແຕ່ຄຳວ່າ ຄໍຣັບຊັ້ນ ທີ່ຫຼາຍຄົນເຂົ້າໃຈ ແຕ່ ວ່າຈະໃຊ້ເປັນທາງການບໍ່ໄດ້ ເພາະຄຳແປຂອງມັນມີ ການສໍ້ຣາສບັງຫຼວງ!!!


໒ ກະທູ້
໒໙໖ ໂພສ
ນັກການກະທູ້
I guess ອາໄຫລ່



★★ BitCh!!!! I DuN FXXKiN CaRE....!!! ★★

໐ ກະທູ້
໔ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ນ່າຈະຂຽນອາໄຫລ່ ຕົ້ນເຄ້າເປົນພາສາຈີນ


໙ ກະທູ້
໒໒໕ ໂພສ
ນັກການກະທູ້
ອາໄຫຼ່ ເດີ້

ບໍ່ມີເຫດຜົນ

ເຄີຍຮຽນມາຈັງສິ ຫ້າໆໆ

•*.:。-•(¯`°°•.★*wHaTEVeR WiLl Be, wilL bE*★.•°°´¯)•-。:.*•

໑໐ ກະທູ້
໑໒໕໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກະແມ່ນຫັ້ນແຫຼະ ເຄີຍຮຽນມາຈັ່ງໃດກໍ່ເວົ້າຈັ່ງຊັ້ນ

ເປັນມິດກັບທຸກຄົນ

ເຂົ້າຫຼາມ ຕຳໝາກຮຸ່ງ ປີ້ງໄກ່

໒໒ ກະທູ້
໒໕໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂ້ອຍເອງກະມັກຫລົງ

(◕‿◕) ♥ ກະແຕນ້ອຍ ♥ ຂີ້ດື້ (。◕‿◕。)
http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img] http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img]





໔ ກະທູ້
໒໙໗໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອາໄຫຼ່

ຊີວິດຄືບົດເພງ ເຮົາຕ້ອງບັນເລງເລື້ອຍໄປ

໐ ກະທູ້
໒໐ ໂພສ
ຂາປະຈຳເວັບບອດ
ອາໄຫຼ່ເດີ


໑໔ ກະທູ້
໒໒໕໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂ້ອຍຂຽນແຕ່ອາໄຫລ່


໑໔ ກະທູ້
໓໐໑ ໂພສ
ຊຳນານການເວັບບອດ
30. 10. 2009. 3: 44 P.M.

ໃຊ້ ອາໄຫລ່ ຫຼື ອາໄຫຼ່ ຈຶ່ງຈະຖືກຕ້ອງ? ກອ່ນໜ້ານີ້ຂ້າພະເຈົ້າກໍ່ໄດ້ສະແດງຄວາມຄິດເຫັນໄປແລ້ວວ່າໃຊ້ ອາໄຫລ່ ຫຼື ອາໄຫຼ່ ນັ້ນ ແມ່ນຖືກຕ້ອງໝົດສອງ, ແຕ່ມື້ນີ້ຂ້າພະເຈົ້າຢາກມາສະແດງຄວາມຄິດເຫັນໃໝ່ອີກຄັ້ງເພາະຂ້າພະເຈົ້າໄດ້ວິເຄາະຄືນໃໝ່ແລະຄິດວ່າການໃຊ້ສອງຄຳນັ້ນບໍ່ຖືກຕ້ອງໝົດສອງ.

ທີ່ມາຂອງຄຳວ່າ: "ອະໄຫລ່"
ຄຳວ່າ ອະໄຫລ່ (ໃນພາສາໄທສະກົດວ່າ อะไหล่) ບໍ່ແມ່ນຄຳລາວເດີມ, ແຕ່ແມ່ນຄຳທີ່ຢືມມາຈາກພາສາໄທ. ອ້າງອີງຈາກວັດຈະນານຸກົມໄທ
“ฉบับราชบัณฑิตยสถาน พ.ศ. ๒๕๔๒” ນັ້ນ, ຄຳນີ້ມີຄວາມໝາຍແປວ່າ:
“ສິ່ງທີ່ຕຽມສຳຮອງໄວ້ໃຊ້ເມື່ອຕ້ອງການເຊັ່ນ: ອະໄຫລ່ລົດ, ຢາງອະໄຫລ່.” ເຮັດໜ້າທີ່ເປັນຄຳ ວິເສດ (ໃນພາສາໄທຂຽນວ່າ คำวิเศษณ์), ເປັນຄຳທີ່ຢືມມາຈາກພາສາ ฮินดี (Hindi). ຄຳວ່າອະໄຫລ່ແມ່ນຄຳທີ່ໃຊ້ເອີ້ນສິ່ງຂອງທີ່ບໍ່ເຄີຍມີມາກ່ອນຢູ່ໃນສັງຄົມລາວ.ແຕ່ກ່ອນປະເທດ
ລາວບໍ່ສາມາດຜະລິດອະໄຫລ່ເປັນຂອງຕົນເອງໄດ້, ເພາະສະນັ້ນຈຶ່ງນຳເຂົ້າສິນຄ້າອະໄຫລ່ຈາກປະເທດໄທ. ດັ່ງນັ້ນ ຈຶ່ງເຮັດໃຫ້ມີການຢືມຄຳ
ໃນຊ່ວງໄລຍະເວລານັ້ນເປັນຕົ້ນມາ.

ລັກສະນະການໃຊ້ຄຳຢືມດັ່ງກ່າວໃນພາສາລາວ
ເມື່ອມີການຢືມເອົາຄຳນີ້ມາໃຊ້ຢູ່ໃນພາສາລາວ, ຄຳວ່າ ອະໄຫລ່ ຈັດຢູ່ໃນໝວດໝູ່ຂອງຄຳນາມແລະເຮັດໜ້າທີ່ເປັນຄຳຄຸນນາມ (ຫຼືຄຳວິເສດ).
ຕົວຢ່າງ:
1.ຢາງ + ອະໄຫລ່ ເປັນ ຢາງອະໄຫລ່
ສ້າງຮູບແບບຄຳນາມປະສົມດ້ວຍການປະສົມສາມັນນາມທັງສອງຄຳເຂົ້າດ້ວຍກັນ. ແລະເມື່ອສັງເກດເບິ່ງຕາມຫຼັກໄວຍາກອນອີກແບບ, ຈະເຫັນວ່າ ອະໄຫລ່ ໃນກໍລະນີນີ້ແມ່ນຄຳວິສາມັນນາມທີ່ເຮັດໜ້າທີ່ເປັນຕົວຂະຫຍາຍສາມັນນາມ ຢາງ ທີ່ຢູ່ຂ້າງໜ້າຂອງມັນ; ສາມາດເວົ້າໄດ້ວ່າ
ຄຳວິສາມັນນາມໃນກໍລະນີນີ້ແມ່ນຄຳວິສາມັນຄຸນນາມ.
2. ອະໄຫລ່ປອມ
ອະໄຫລ່ ແມ່ນຄຳນາມ (ສາມັນນາມ) ທີ່ມີຄຳຄຸນນາມ ປອມ ຂະຫຍາຍເຂົ້າຂ້າງຫຼັງຂອງມັນ.

ອີງຕາມລັກສະນະການອອກສຽງ, ພາສາລາວມີຢູ່ສາມຄຳທີ່ມີສຽງຄ້າຍຄືກັນກັບຄຳວ່າ อะไหล่ ໃນພາສາໄທນັ້ນກໍ່ຄືຄຳວ່າ: ອະໄຫລ່,
ອະໄຫຼ່ ແລະ ອະໄລ່ (ຜູ້ໃຊ້ພາສາລາວມັກອອກສຽງຄຳວ່າ ອະ ເປັນ ອາ). ແຕ່ທັງສາມຄຳນີ້ສ້າງຄວາມສັບສົນໃຫ້ແກ່ຜູ້ໃຊ້ພາສາລາວພໍສົມຄວນ
ວ່າຈະໃຊ້ຄຳໃດຈຶ່ງຈະຖືກຕ້ອງແລະເໝາະສົມ. ເມື່ອອີງຕາມການທັບສັບ, ຄຳວ່າ: ອະໄຫລ່ ແລະ ອະໄຫຼ່ ບໍ່ພຽງແຕ່ມີລັກສະນະການອອກສຽງ
ທີ່ຄ້າຍຄືກັນກັບຄຳທີ່ຢືມມາເທົ່ານັ້ນ, ແຕ່ລັກສະນະການສະກົດຫຼືຮູບຄຳກໍ່ຍັງຄືກັນອີກດ້ວຍ. ດັ່ງນັ້ນຄຳວ່າ ອະໄຫລ່ ແລະ ອະໄຫຼ່ ຈຶງເໝາະສົມກວ່າ.
ສ່ວນຄຳວ່າ ອະໄລ່ ບໍ່ພຽງແຕ່ບໍ່ເໝາະສົມທົ່ານັ້ນ, ຜູ້ອື່ນອາດໂຕ້ແຍ້ງໄດ້ເນື່ອງຈາກມີຄຳວ່າ ໄລ່ ທີ່ເປັນຄຳລາວເດີມເຊິ່ງມີຄວາມໝາຍກ້ວາງອອກ
ໄປແລະຕຳກັບຄວາມໝາຍອື່ນເຊັ່ນ: ໄປຕຳກັບຄຳວ່າ ໄລ່ ທີ່ແມ່ນຄຳກຳມະຂາດ (ສະກຳມະກິລິຍາ), ມີຄວາມໝາຍທີ່ແປວ່າບອກໃຫ້ໜີ. ດັ່ງນັ້ນ
ຮູບຄຳນີ້ຈຶ່ງບໍ່ເໝາະສົມ. ຂ້າງລຸ່ມນີ້ແມ່ນຮູບຕາຕະລາງທີ່ອະທິບາຍລັກສະນະການໃຊ້ຄຳທີ່ຖືກຕ້ອງແລະບໍ່ຖືກຕ້ອງໃນການຂຽນແລະການອອກ
ສຽງ.



ໃນກໍລະນີນີ້ຜູ້ໃຊ້ພາສາລາວມັກອອກສຽງສະຫຼະ xາ (ອາໄຫລ່/ອາໄຫຼ່); ເມື່ອຂຽນກໍ່ຂຽນຕາມສຽງຂອງຕົນເຊິ່ງເປັນການໃຊ້ຄຳຢືມທີ່ບໍ່ຖືກຕ້ອງ
ທັງການຂຽນແລະການອອກສຽງ. ກໍລະນີນີ້ຄ້າຍຄືກັນກັບກໍລະນີຂອງຄຳວ່າ: ໄວຍາກອນ ທີ່ໃຊ້ຜິດກັນຫຼາຍເນື່ອງຈາກຜູ້ໃຊ້ມັກອອກສຽງເປັນ
ສະຫຼະ xະ (ໄວຍະກອນ) ແລະເມື່ອຂຽນກໍ່ຂຽນຕາມສຽງຂອງຕົນ. ສາເຫດກໍ່ເນື່ອງຈາກບໍ່ຮູ້ຈັກການສະກົດຄຳແລະການອອກສຽງທີ່ຖືກຕ້ອງ
ແລະຍ້ອນຄວາມລຶ້ງເຄີຍໃນການອອກສຽງທີ່ຕົນເຂົ້າໃຈຈຶ່ງເຮັດໃຫ້ການອອກສຽງແລະການຂຽນບໍ່ສອດຄ່ອງກັບຄວາມເປັນຈິງ
ຂອງຄຳນັ້ນ.

ດັ່ງນັ້ນ ຜູ້ທີ່ໃຊ້ພາສາຄວນໃຊ້ຄຳວ່າ ອະໄຫລ່; ບໍ່ພຽງແຕ່ເປັນການໃຊ້ຄຳຢືມທີ່ຖືກຕ້ອງເທົ່ານັ້ນ, ແຕ່ຍັງເຮັດໃຫ້ການຢືມຄຳໃນພາສາລາວເຮົາມີລະ
ບົບຍິ່ງຂຶ້ນ. ຜູ້ໃຊ້ພາສາບາງທ່ານອາດຍັງມີຂໍ້ສົງໄສວ່າຈະໃຊ້ຮູບແບບ ຫລ ຫຼືຈະໃຊ້ຮູບແບບ ຫຼ ຈຶ່ງຈະຖືກຕ້ອງແລະເໝາະສົມ. ອີງຕາມການສ້າງ
ຮູບແບບພະຍັນຊະນະປະສົມ (contraction of consonants) , ຫ + ລ ຈະໄດ້ຮູບແບບ ຫລ. ບາງຕຳລາກຳນົດໃຫ້ ຼ ຢູ່ໃນໝວດພະຍັນຊະ
ນະປະສົມ (cluster consonant) ເພາະວ່າ ຼ ແລະ ລ ຖືວ່າຄືກັນ. ດັ່ງນັ້ນ ຫຼ ແລະ ຫລ ຈຶ່ງເປັນຮູບແບບປະສົມສອງພະຍັນຊະນະໃຫ້ເປັນພະຍັນ
ຊະນະປະສົມດຽວ (single collation element) ແລະໃຊ້ແທນກັນໄດ້. ອີກຢ່າງໜຶ່ງ ຍັງບໍ່ທັນມີຫຼັກໄວຍາກອນລາວຂໍ້ໃດທີ່ລະບຸໄວ້ວ່າຮູບແບບ
ຫລ ແລະຮູບແບບ ຫຼ ມີຫຼັກການໃຊ້ທີ່ແຕກຕ່າງກັນເຖິງແມ່ນວ່າຢູ່ໃນວັດຈະນານຸກົມລາວຈະໃຊ້ຮູບແບບ ຫລ , ຫມ, ຫນ ຫຼາຍກວ່າຮູບແບບ ຫຼ,
ໝ , ໜ ກໍ່ຕາມ. ດັ່ງນັ້ນການໃຊ້ຄຳວ່າ ອະໄຫລ່ ແມ່ນເໝາະສົມແລະຖືກຕ້ອງທີ່ສຸດ, ແຕ່ໃຊ້ຄຳວ່າ ອະໄຫຼ່ ກໍ່ບໍ່ຜິດ.

“ການຮູ້ວ່າຄຳທີ່ເຮົາໃຊ້ຢູ່ເປັນຄຳຢືມມາຈາກພາສາໃດແລະຮູ້ຫຼັກການຂຽນແລະການອອກສຽງແລະຫຼັກການໃຊ້ຄຳຢືມຈາກພາສາຕ່າງປະເທດຈະ
ເຮັດໃຫ້ເຮົາໃຊ້ຄຳຢືມນັ້ນໆໄດ້ຖືກຕ້ອງທັງໃນການຂຽນແລະການອອກສຽງ.” ດັ່ງນັ້ນຄວນໃຊ້ຄຳຢືມໃຫ້ຖືກຕ້ອງແລະເໝາະສົມເພື່ອເຮັດໃຫ້ການ
ຢືມຄຳໃນພາສາລາວມີລະບົບຍິ່ງຂຶ້ນ.

ຂຽນໂດຍ: Miniskirt.










ເທບແຫ່ງພາສາລາວ


໒໐ ກະທູ້
໑໓໖໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ປະ ເກັງຂະໜາດເນາະ ຂອບໃຈເດີທີ່ມີສ່ວນຮ່ວມ ນ້ອງສາວກະປົງຫ້ຽນ

ເອົາເມຍຈົນແຕ່ໃຈດີ ດີກວ່າເອົາເມຍເສດຖີທີ່ຄິດທໍລະຍົດ
ຄຣິກຫາປະໂຫຍກກິນໃຈບ່ອນນີ້ ຢ່າລໍຊ້າ

໑໐ ກະທູ້
໑໒໕໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ມີຫຍັງຂຽນ ເຫງົາໆໆ

ເຂົ້າຫຼາມ ຕຳໝາກຮຸ່ງ ປີ້ງໄກ່

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>