ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ກະດານແຫ... » ພາສາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ກະດານແຫ່ງການຮຽນຮູ້ » ພາສາ » ລົບກວນ ແປ ຫລື ອະທິບາຍ ຄຳກອນນີ້ ແດ່,,, ບໍ່ເຂົ້າໃຈ ເລິ້ຍ

໑໐ ກະທູ້
໔໑໐ ໂພສ
ຊຳນານການເວັບບອດ
ອັນວ່າຊາຍ ຊາຍ ແທ້ ບໍ່ແມ່ນ ແຮ່ ແກມຊາຍ = ຫມາຍຄວາມວ່າ ແນວໃດ ? ءແລະ

ອັນວ່າ ຍິງ ຍິງແທ້ ແນ່ແລ້ວຈີ່ງ ຍິງ = ຫມາຍຄວາມ ຄຶ ກັນ ບໍ່


ແຕ່ ອັນ ນີ້ ເຂົ້າໃຈ ຍູ່

ສິບຜຶນຜ້າ ຊາວຜືນຜ້າ ບໍ່ທໍ່ ຝາເນື້ອອູ່ນ ສິບຜູ້ຍູ່ຊ້ອນ ຊາວຜູ້ຍູ່ຊ້ອນ ບໍ່ທໍ່ນ້ອງ ຜູ້ລົມ ນຳ ,,,,,,,,,55555555++


ອັນໂຕຂ້າ ຄື ຊົນເຜົ່າ ອະສຸຮາ ວັນຂ້າງຫນ້າ ຈະຖ້າລົບກັບພະອິນ (ອະສຸຮາ ແປວ່າ ຜູ້ບໍ່ກິນເຫລ້າ ເດ້ ,,,)[b] [/b]

໐ ກະທູ້
໑໐໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຕົກລົງຊິໃຫ້ແປໂຕໃດນິ ອ່ານກະຍັງງົງລະ ພັດວ່າ "ແຕ່ອັນນີ້ເຂົ້າໃຈຢູ່" ເຂົ້າໃຈໂຕໃດນໍ້ນິ


໒໒ ກະທູ້
໒໕໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຜູ້ຢູ່ທາງລຸ່ມຊ່ວຍຕອບແດ່
V
V
v

(◕‿◕) ♥ ກະແຕນ້ອຍ ♥ ຂີ້ດື້ (。◕‿◕。)
http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img] http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img]





໑໐ ກະທູ້
໔໑໐ ໂພສ
ຊຳນານການເວັບບອດ
ອັນວ່າຊາຍ ຊາຍ ແທ້ ບໍ່ແມ່ນ ແຮ່ ແກມຊາຍ = ຫມາຍຄວາມວ່າ ແນວໃດ ? ءແລະ

ອັນວ່າ ຍິງ ຍິງແທ້ ແນ່ແລ້ວຈີ່ງ ຍິງ = ຫມາຍຄວາມ ຄຶ ກັນ ບໍ່

ບໍ່່ເຂົາໃຈ,,,,

ອັນໂຕຂ້າ ຄື ຊົນເຜົ່າ ອະສຸຮາ ວັນຂ້າງຫນ້າ ຈະຖ້າລົບກັບພະອິນ (ອະສຸຮາ ແປວ່າ ຜູ້ບໍ່ກິນເຫລ້າ ເດ້ ,,,)[b] [/b]

໐ ກະທູ້
໑໐໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໂອ ແມ່ນຫວະ ຊັ້ນຂໍຕອບຕາມຄວາມຄິດຂອງ ຂພຈ ເນີ້
ອັນວ່າຊາຍ ຊາຍ ແທ້ ບໍ່ແມ່ນ ແຮ່ ແກມຊາຍ = ຫມາຍຄວາມວ່າ
ຜູ້ຊາຍທີ່ບໍ່ບິດເບືອນທາງເພດ ກໍ່ຄື ຊາຍ ມັກ ຊາຍ (ເກ)
ອັນວ່າ ຍິງ ຍິງແທ້ ແນ່ແລ້ວຈີ່ງ ຍິງ = ຫມາຍຄວາມວ່າ ຜູ້ຍິງຄົນນັ້ນຕ້ອງເປັນຜູ້ຍິງ 100% ບໍ່ແມ່ນກະເທີຍແປງເພດມາ
ໃຜຮູ້ດີຊ່ວຍຕອບແດ່ເດີ້ ອາດຈະບໍ່ຖືກກະໄດ້ຕາມຄວາມຄິດເຮົາ ຖ້າເວົ້າຄວາມໝາຍນີ້ຜິດກະຄືຊິບໍ່ວ່າການເນາະ ^ ^ ທາງລູ່ມວ່າແນວໃດລະ


໖ ກະທູ້
໒໐໔ ໂພສ
ນັກການກະທູ້
ໜ້າຈະແມ່ນແນວນັ້ນລະເນາະ


໑໐ ກະທູ້
໔໑໐ ໂພສ
ຊຳນານການເວັບບອດ
ຂໍຂອບໃຈ ສຳລັບຄຳອະທິບາຍ ,,,ຂພຈ, ຕອນແຮກ ກໍ ຄິດແນວນັ້ນ ແຕ່ ບໍ່ມັ່ນໃຈ ,, 1, ນ່າຈະເປ້ນ ສູພາບບຸລູດ gentleman. 2. ກໍຍັງ ບໍ່ເຂົາໃຈ,, ລົບກວນທ່ານ ຕໍ່ ອືກເທື່ອ ເດ້ ,,,,

ອັນໂຕຂ້າ ຄື ຊົນເຜົ່າ ອະສຸຮາ ວັນຂ້າງຫນ້າ ຈະຖ້າລົບກັບພະອິນ (ອະສຸຮາ ແປວ່າ ຜູ້ບໍ່ກິນເຫລ້າ ເດ້ ,,,)[b] [/b]

໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຄີຍຮຽນຕອນ ມ. ປາຍ ນ່ະ..
ບໍ່ຮູ້ຈະຈື່ຖືກບໍ່..
ຊາຍແທ້ບໍ່ແມ່ນແຮ່ແກມຊາຍ..
ຄວາມໝາຍແປນ..ຊາຍແທ້ຈະສ້າງບ້ານໄດ້ດີກວ່າແຮ່ແກມຊາຍ..ຄືຊາຍທີ່ມີແຮ່ປົນນຳ..
ຄວາມໝາຍເລິກ..ເພິ່ນໄວ້ສອນຜູ້ຍິງວ່າຜູ້ຊາຍທີ່ຄວນມາເປັນຫົວໜ້າຄອບຄົວຕ້ອງມີຄວາມກ້າຫານ ແລະ ດຸໝັ່ນ..
ອັນວ່າຍິງແທ້ ແນແລ້ວຄ່ອຍຍິງ..
ຄວາມໝາຍແປນ..ຄືການຍິງທະນູ..ໃຫ້ແນກ່ອນ..ມັນຈຶ່ງມີຄວາມແມ່ນຍຳ..
ຄວາມໝາຍເລິກ..ເປັນຄຳສອນໃຫ້ຜູ້ຊາຍທີ່ຈະເອົາເມຍ..ໃຫ້ເບິ່ງດີຯຄ່ອຍເອົາ..ເປັນແມ່ບ້ານແມ່ເຮືອນແມ່ຊານບໍ່ແບບນີ້..




໓໒ ກະທູ້
໒໓໘໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເອ່.. ບໍ່ແນ່ໃຈວ່າເອີ້ນວ່າສຸພາສິດຫລືຜະຫຍາ
ຕາມທີ່ເຮົາເຂົ້າໃຈ ມັນເປັນຄຳເວົ້າຂອງປູຫຍ່າຕາທວດຂອງພວກເຮົາ
ຄວາມຫມາຍທີ່ແຝງກໍຫນ້າຈະເປັນໄປຕາມໃນຍຸກນັ້ນ

"ອັນວ່າຊາຍຊາຍແທ້ ບໍ່ແມ່ນແຮ່ແກມຊາຍ"
ຄົງຈະເປັນການເອົາຄຳວ່າຊາຍຈາກຄຳວ່າຜູ້ຊາຍ ໄປໂຍງໄຍເຂົ້າກັບ ຄຳວ່າຊາຍຈາກຄຳວ່າດິນຊາຍ
ແປໄປຕາມເນື້ອແປນໆກະປະມານວ່າ ຖ້າເປັນດິນຊາຍແທ້ກໍບໍ່ຄວນເອົາດິນອື່ນມາປົນໃຫ້ເສຍເນື້ອຊາຍ
ເຊິ່ງອາດຫມາຍເຖິງ ເປັນລູກຜູ້ຊາຍກໍຄວນປະພຶດຕົນໃຫ້ສົມກັບຄວາມເປັນຊາຍ
ໃຫ້ມີໄວ້ເຊິ່ງຄວາມກ້າຫານ ຄວາມຮັບຜິດຊອບ ຄວາມເປັນຜູ້ນຳ ແລະຫລາຍໆຢ່າງທີ່ຜູ້ຊາຍຄວນຈະມີ

"ອັນວ່າຍິງຍິງແທ້ແນ່ແລ້ວຈຶ່ງຍິງ"
ກໍຄົງຈະເປັນການເອົາຄຳວ່າຍິງຈາກຄຳວ່າຜູ້ຍິງ ໄປໂຍງໄຍເຂົ້າກັບ ຄຳວ່າຍິງຈາກຄຳວ່າການຍິງ
ແປໄປຕາມເນື້ອແປນໆກະປະມານວ່າ ຖ້າຕັ້ງໃຈຈະເກາະໄກຍິງແລ້ວກໍໃຫ້ແນ່ໃຈ ແນ່ນອນແລ້ວຈຶ່ງຍິງ
ເຊິ່ງອາດຫມາຍເຖິງ ເປັນລູກຜູ້ຍິງກໍຄວນປະພຶດຕົນໃຫ້ສົມກັບຄວາມເປັນຍີງ
ໃຫ້ມີໄວ້ເຊິ່ງຄວາມອ່ອນໂຍນ ເຮືອນ3ນ້ຳ4 ຄວາມເປັນແມ່ ແລະຫລາຍໆຢ່າງທີ່ຜູ້ຍິງຄວນຈະມີ

ອີກເທື່ອຫນຶ່ງ ນັ້ນເປັນຄວາມຄິດເຫັນສ່ວນຕົວເນີ້

ຄົນຕໍ່ໄປເດະ ຄິດວ່າຈັ່ງໃດ ?


໒໐ ກະທູ້
໑໓໖໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂອງຈີງທັງນັ້ນ ເຮັດຫຍັງເຮັດໃຫ້ສຸດກົກສຸດປາຍ

ເອົາເມຍຈົນແຕ່ໃຈດີ ດີກວ່າເອົາເມຍເສດຖີທີ່ຄິດທໍລະຍົດ
ຄຣິກຫາປະໂຫຍກກິນໃຈບ່ອນນີ້ ຢ່າລໍຊ້າ

໙ ກະທູ້
໒໔໗ ໂພສ
ນັກການກະທູ້
ຂອງຈີງ


໑໐ ກະທູ້
໔໑໐ ໂພສ
ຊຳນານການເວັບບອດ

ເຂົ້າໃຈດີ ທີ່ ສູດເລີຍ,,,,
ຂໍໍຂອບໃຈ ທ່ານທັ້ງຫລາຍທີ່ ເຂົ້າມາອະທິບາຍ ໃຫ້ ຂພຈ, ໄດ້ຮູ້ ນະ ນີ້ ແຫລະ ສົມແລ້ວທີ່ ເປ້ນ ສັງຄົມ ແຫ່ງກາຮ ຮຽນຮູ້ ໂດຍ ສະເພາະ ທ່ານ bell ແລະ ນົກໃຫຍ່ , ຂອບໃຈເດ້ ,,,,,,555555+++

ອັນໂຕຂ້າ ຄື ຊົນເຜົ່າ ອະສຸຮາ ວັນຂ້າງຫນ້າ ຈະຖ້າລົບກັບພະອິນ (ອະສຸຮາ ແປວ່າ ຜູ້ບໍ່ກິນເຫລ້າ ເດ້ ,,,)[b] [/b]

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄິດວ່າການອະທິບາຍຂອງເບລແລະ ຟິນິກເທັ້ນ ນັ້ນເປັນຄຳຕອບທີ່ພຽງພໍແລ້ວ!

ຄິດວ່າເປັນຄຳຜຍາທີ່ ແຕ່ກ່ອນ ບ່າວສາວເຂົາເວົ້າກ້ຽວກັນ
ດຽວນີ້ ອາຈຍັງໄດ້ງິນໄດ້ຟັງໃນການລຳກ້ຽວກັນຈະແມ່ນຄອນສວັນຫຼື ຂັບງື່ມ...ທີ່ຫມໍລຳໂຕ້ຕອບກັນ..


໓ ກະທູ້
໒໐໑ ໂພສ
ນັກການກະທູ້